ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງຂອງໂຊໂລໂມນ

ບົດທີ

1 2 3 4 5 6 7 8

ໃຈຄວາມສຳຄັນ

  • ສາວ​ເມືອງ​ຊູເລມ​ໃນ​ຄ້າຍ​ຂອງ​ກະສັດ​ໂຊໂລໂມນ (1:1–3:5)

    • 1

      • ເພງ​ທີ່​ມ່ວນ​ທີ່ສຸດ (1)

      • ສາວ​ເມືອງ​ຊູເລມ (2-​7)

      • ຜູ້ຍິງ​ເມືອງ​ເຢຣູຊາເລັມ (8)

      • ກະສັດ (9-​11)

        • ‘ພວກ​ເຮົາ​ຈະ​ເຮັດ​ຜ້າ​ມັດ​ຫົວ​ທີ່​ເປັນ​ຄຳ​ໃຫ້​ເຈົ້າ’ (11)

      • ສາວ​ເມືອງ​ຊູເລມ (12-​14)

        • “ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ຖົງ​ມົດຍອບ​ທີ່​ຫອມ​ໆ​” (13)

      • ຄົນ​ລ້ຽງ​ແກະ (15)

        • “ທີ່​ຮັກ​ຂອງ​ອ້າຍ ນ້ອງ​ເປັນ​ຄົນ​ງາມ​ຫຼາຍ”

      • ສາວ​ເມືອງ​ຊູເລມ (16, 17)

        • ‘ທີ່​ຮັກ​ຂອງ​ນ້ອງ ອ້າຍ​ເປັນ​ຄົນ​ຫຼໍ່​ຫຼາຍ’ (16)

    • 2

      • ສາວ​ເມືອງ​ຊູເລມ (1)

        • “ຂ້ອຍ​ເປັນ​ພຽງ​ແຕ່​ດອກ​ໄມ້​ທຳມະດາ”

      • ຄົນ​ລ້ຽງ​ແກະ (2)

        • “ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ດອກ​ລິນລີ້”

      • ສາວ​ເມືອງ​ຊູເລມ (3-​14)

        • ‘ຢ່າ​ຍົວະ​ຂ້ອຍ​ໃຫ້​ຮັກ ແຕ່​ປ່ອຍ​ໃຫ້​ຄວາມ​ຮັກ​ເກີດ​ຂຶ້ນ​ເອງ’ (7)

        • ຄຳເວົ້າ​ຂອງ​ຄົນ​ລ້ຽງ​ແກະ (10​ຂ-​14)

          • “ຄົນ​ງາມ​ຂອງ​ອ້າຍ ໄປ໋ ໄປ​ນຳ​ອ້າຍ” (10ຂ, 13)

      • ພວກ​ອ້າຍ​ຂອງ​ສາວ​ເມືອງ​ຊູເລມ (15)

        • “ຈັບ​ໝາ​ໄນ​ໃຫ້​ແດ່”

      • ສາວ​ເມືອງ​ຊູເລມ (16, 17)

        • “ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຂອງ​ຂ້ອຍ ແລະ​ຂ້ອຍ​ກໍ​ເປັນ​ຂອງ​ລາວ” (16)

    • 3

      • ສາວ​ເມືອງ​ຊູເລມ (1-​5)

        • ‘ຕອນ​ກາງຄືນ​ຂ້ອຍ​ຢາກ​ເຈິ​ຄົນ​ຮັກ​ຂອງ​ຂ້ອຍ’ (1)

  • ສາວ​ເມືອງ​ຊູເລມ​ໃນ​ເມືອງ​ເຢຣູຊາເລັມ (3:6–8:4)

    • 3

      • ຜູ້ຍິງ​ເມືອງ​ຊີໂອນ (6-​11)

        • ເວົ້າ​ເຖິງ​ຂະບວນ​ຂອງ​ໂຊໂລໂມນ

    • 4

      • ຄົນ​ລ້ຽງ​ແກະ (1-​5)

        • “ທີ່​ຮັກ​ຂອງ​ອ້າຍ​ເອີ້ຍ ນ້ອງ​ເປັນ​ຄົນ​ງາມ​ຫຼາຍ” (1)

      • ສາວ​ເມືອງ​ຊູເລມ (6)

      • ຄົນ​ລ້ຽງ​ແກະ (7-​16​ກ)

        • “ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ! ນ້ອງ​ໄດ້​ປຸ້ນ​ເອົາ​ຫົວໃຈ​ຂອງ​ອ້າຍ​ໄປ​ແລ້ວ” (9)

      • ສາວ​ເມືອງ​ຊູເລມ (16​ຂ)

    • 5

      • ຄົນ​ລ້ຽງ​ແກະ (1​ກ)

      • ຜູ້ຍິງ​ເມືອງ​ເຢຣູຊາເລັມ (1​ຂ)

        • ‘ໃຫ້​ພວກເຈົ້າ​ເມົາ​ໃນ​ຄວາມ​ຮັກ’

      • ສາວ​ເມືອງ​ຊູເລມ (2-​8)

        • ເລົ່າ​ຄວາມ​ຝັນ

      • ຜູ້ຍິງ​ເມືອງ​ເຢຣູຊາເລັມ (9)

        • “ຄົນ​ຮັກ​ຂອງ​ເຈົ້າ​ດີ​ກວ່າ​ຜູ້​ຊາຍ​ຄົນອື່ນ​ແນວໃດ?”

      • ສາວ​ເມືອງ​ຊູເລມ (10-​16)

        • “ລາວ​ເດັ່ນ​ທີ່ສຸດ​ໃນ​ພວກ​ຜູ້​ຊາຍ​ສິບ​ພັນ​ຄົນ” (10)

    • 6

      • ຜູ້ຍິງ​ເມືອງ​ເຢຣູຊາເລັມ (1)

      • ສາວ​ເມືອງ​ຊູເລມ (2, 3)

        • “ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຂອງ​ຂ້ອຍ ແລະ​ຂ້ອຍ​ກໍ​ເປັນ​ຂອງ​ລາວ” (3)

      • ກະສັດ (4-​10)

        • “ເຈົ້າ​ງາມ​ຄື​ກັບ​ເມືອງ​ຕີຣະຊາ” (4)

        • ຄຳເວົ້າ​ຂອງ​ພວກ​ຜູ້ຍິງ (10)

      • ສາວ​ເມືອງ​ຊູເລມ (11, 12)

      • ກະສັດ​ແລະ​ຄົນອື່ນ​ໆ​ (13​ກ)

      • ສາວ​ເມືອງ​ຊູເລມ (13​ຂ)

      • ກະສັດ​ແລະ​ຄົນອື່ນ​ໆ​ (13​ຄ)

    • 7

      • ກະສັດ (1-​9​ກ)

        • ‘ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ງາມ​ທັງ​ກາຍ​ແລະ​ໃຈ’ (6)

      • ສາວ​ເມືອງ​ຊູເລມ (9​ຂ-​13)

        • “ຂ້ອຍ​ເປັນ​ຂອງ​ຄົນ​ຮັກ​ຂອງ​ຂ້ອຍ ແລະ​ລາວ​ກໍ​ຕ້ອງການ​ຂ້ອຍ” (10)

    • 8

      • ສາວ​ເມືອງ​ຊູເລມ (1-​4)

        • “ນ້ອງ​ຢາກ​ໃຫ້​ອ້າຍ​ເປັນ​ຄື​ກັບ​ອ້າຍ​ຄີງ​ໆ​” (1)

  • ສາວ​ເມືອງ​ຊູເລມ​ກັບ​ໄປ ລາວ​ໄດ້​ພິສູດ​ຄວາມ​ສັດຊື່ (8:​5-​14)

    • 8

      • ພວກ​ອ້າຍ​ຂອງ​ສາວ​ເມືອງ​ຊູເລມ (5​ກ)

        • ‘ຜູ້ຍິງ​ທີ່​ອີງ​ຄົນ​ຮັກ​ຢູ່ ລາວ​ແມ່ນ​ໃຜ?’

      • ສາວ​ເມືອງ​ຊູເລມ (5​ຂ-​7)

        • “ຄວາມ​ຮັກ​ມີ​ອຳນາດ​ຄື​ກັບ​ຄວາມ​ຕາຍ” (6)

      • ພວກ​ອ້າຍ​ຂອງ​ສາວ​ເມືອງ​ຊູເລມ (8, 9)

        • “ຖ້າ​ລາວ​ເປັນ​ກຳແພງ . . . ແຕ່​ຖ້າ​ລາວ​ເປັນ​ປະຕູ . . . ” (9)

      • ສາວ​ເມືອງ​ຊູເລມ (10-​12)

        • “ຂ້ອຍ​ເປັນ​ຄື​ກັບ​ກຳແພງ” (10)

      • ຄົນ​ລ້ຽງ​ແກະ (13)

        • “ຂໍ​ໃຫ້​ອ້າຍ​ໄດ້​ຟັງ​ສຽງ​ຂອງ​ນ້ອງ”

      • ສາວ​ເມືອງ​ຊູເລມ (14)

        • ‘ໃຫ້​ຟ້າວ​ມາ​ໄວ​ໆ​ຄື​ກັບ​ໂຕ​ກວາງ’