ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ຖາມ 14

ຈະໃຊ້ເງິນແບບສະຫຼາດໄດ້ແນວໃດ?

“ຄົນ​ທີ່​ມັກ​ຫຼິ້ນ​ມັກ​ກິນ​ຈະ​ຕ້ອງ​ກາຍ​ເປັນ​ຄົນ​ທຸກ. ຄົນ​ທີ່​ມັກ​ເຫຼົ້າແວງ​ແລະ​ນ້ຳມັນ​ຈະ​ບໍ່​ລວຍ​ຈັກ​ເທື່ອ.”

ສຸພາສິດ 21:17

“ຜູ້​ທີ່​ຢືມ​ກໍ​ເປັນ​ທາດ​ຂອງ​ຜູ້​ທີ່​ໃຫ້​ຢືມ.”

ສຸພາສິດ 22:7

“ເຈົ້າ​ຢາກ​ຈະ​ສ້າງ​ຫໍ​ຄອຍ ເຈົ້າ​ຈະ​ບໍ່​ນັ່ງ​ລົງ​ແລະ​ຄິດ​ໄລ່​ເບິ່ງ​ຄ່າ​ໃຊ້​ຈ່າຍ​ກ່ອນ​ບໍ​ເພື່ອ​ຈະ​ຮູ້​ວ່າ​ມີ​ເງິນ​ພໍ​ທີ່​ຈະ​ສ້າງ​ໃຫ້​ແລ້ວ​ຫຼື​ບໍ່? ຄັນ​ບໍ່​ຊັ້ນ ເມື່ອ​ເຈົ້າ​ວາງ​ຮາກ​ຖານ​ແລ້ວ​ເງິນ​ພັດ​ໝົດ ເຈົ້າ​ກໍ​ຈະ​ສ້າງ​ບໍ່​ແລ້ວ. ເມື່ອ​ຄົນ​ອື່ນ​ເຫັນ​ກໍ​ຈະ​ຫົວຂວັນ​ເຈົ້າ. ເຂົາເຈົ້າ​ຈະ​ເວົ້າ​ວ່າ ‘ຜູ້​ນີ້​ລົງມື​ສ້າງ ແຕ່​ບໍ່​ມີ​ປັນຍາ​ເຮັດ​ໃຫ້​ແລ້ວ.’”

ລູກາ 14:28-30

“ເມື່ອ​ເຂົາເຈົ້າ​ກິນ​ອີ່ມ​ແລ້ວ ພະເຢຊູ​ສັ່ງ​ພວກ​ລູກສິດ​ວ່າ ‘ທ້ອນ​ເຂົ້າຈີ່​ທີ່​ເຫຼືອ​ໄວ້ ເພື່ອ​ບໍ່​ໃຫ້​ເສຍ​ຖິ້ມ​ລ້າ​ໆ.’”

ໂຢຮັນ 6:12