ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສຸພາສິດ

ບົດທີ

ໃຈຄວາມສຳຄັນ

  • 1

    • ຈຸດປະສົງ​ຂອງ​ສຸພາສິດ (1-7)

    • ອັນຕະລາຍ​ຂອງ​ການ​ຄົບຫາ​ກັບ​ຄົນ​ຊົ່ວ (8-19)

    • ສະຕິປັນຍາ​ແທ້​ຮ້ອງ​ສຽງ​ດັງ​ຕາມ​ຫົນ​ທາງ​ແລະ​ເດີ່ນ​ຂອງ​ເມືອງ (20-33)

  • 2

    • ຄຸນຄ່າ​ຂອງ​ສະຕິປັນຍາ (1-22)

      • ຊອກຫາ​ສະຕິປັນຍາ​ຄື​ກັບ​ຊອກຫາ​ຊັບ​ສົມບັດ​ທີ່​ເຊື່ອງ​ໄວ້ (4)

      • ຄວາມສາມາດ​ໃນ​ການ​ຄິດ​ຊ່ວຍ​ປົກປ້ອງ (11)

      • ການ​ຜິດສິນລະທຳ​ເຮັດ​ໃຫ້​ຈິບຫາຍ (16-19)

  • 3

    • ໃຫ້​ເປັນ​ຄົນ​ສະຫຼາດ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ (1-12)

      • ໃຫ້​ກຽດ​ພະ​ເຢໂຫວາ​ໂດຍ​ໃຫ້​ສິ່ງ​ທີ່​ມີຄ່າ (9)

    • ສະຕິປັນຍາ​ເຮັດ​ໃຫ້​ມີ​ຄວາມສຸກ (13-18)

    • ສະຕິປັນຍາ​ເຮັດ​ໃຫ້​ປອດໄພ (19-26)

    • ປະຕິບັດ​ກັບ​ຄົນອື່ນ​ແບບ​ເໝາະສົມ (27-35)

      • ໃຫ້​ເຮັດ​ດີ​ກັບ​ຄົນອື່ນ​ຖ້າ​ສາມາດ​ເຮັດ​ໄດ້ (27)

  • 4

    • ຄຳສອນ​ທີ່​ດີ​ຂອງ​ພໍ່ (1-27)

      • ສະຕິປັນຍາ​ເປັນ​ສິ່ງ​ສຳຄັນ​ທີ່ສຸດ (7)

      • ຢ່າ​ໄປ​ໃນ​ທາງ​ຂອງ​ຄົນ​ຊົ່ວ (14, 15)

      • ທາງ​ຂອງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແຈ້ງ​ຂຶ້ນ​ເລື້ອຍ​ໆ​ (18)

      • “ໃຫ້​ປົກປ້ອງ​ຫົວໃຈ​ຂອງ​ລູກ” (23)

  • 5

    • ເຕືອນ​ໃຫ້​ລະວັງ​ຜູ້ຍິງ​ທີ່​ຜິດສິນລະທຳ (1-14)

    • ໃຫ້​ມີ​ຄວາມສຸກ​ກັບ​ເມຍ (15-23)

  • 6

    • ໃຫ້​ລະວັງ​ການ​ຄ້ຳ​ປະກັນ​ໃຫ້​ຄົນອື່ນ (1-5)

    • “ຄົນ​ຂີ້​ຄ້ານ​ເອີ້ຍ ໄປ​ເບິ່ງ​ມົດ​ແມ້!” (6-11)

    • ຄົນ​ຊົ່ວ​ທີ່​ບໍ່​ໄດ້​ເລື່ອງ (12-15)

    • ມີ 7 ຢ່າງ​ທີ່​ພະ​ເຢໂຫວາ​ຊັງ (16-19)

    • ໃຫ້​ປົກປ້ອງ​ໂຕເອງ​ຈາກ​ຜູ້ຍິງ​ຊົ່ວ (20-35)

  • 7

    • ໃຫ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະເຈົ້າ​ແລະ​ຈະ​ມີ​ຊີວິດ (1-5)

    • ຄົນ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຂາດ​ປະສົບການ​ຖືກ​ລໍ້ໃຈ (6-27)

      • “ຄື​ກັບ​ງົວ​ຍ່າງ​ໄປ​ໂຮງ​ຂ້າ​ສັດ” (22)

  • 8

    • ສະຕິປັນຍາ​ເວົ້າ (1-36)

      • “ຂ້ອຍ​ເປັນ​ຜູ້​ທຳອິດ​ທີ່​ພະ​ເຢໂຫວາ​ສ້າງ” (22)

      • ‘ຂ້ອຍ​ຢູ່​ຂ້າງ​ໆ​ພະເຈົ້າ​ແລະ​ເປັນ​ນາຍ​ຊ່າງ​ຂອງ​ເພິ່ນ’ (30)

      • “ຂ້ອຍ​ຮັກ​ມະນຸດ​ຫຼາຍ” (31)

  • 9

    • ຄຳ​ເຊີນ​ຂອງ​ສະຕິປັນຍາ​ແທ້ (1-12)

      • “ຂ້ອຍ​ຊ່ວຍ​ເຈົ້າ ເຈົ້າ​ຈະ​ຢູ່​ດີ​ມີ​ແຮງ” (11)

    • ຄຳ​ເຊີນ​ຂອງ​ຜູ້ຍິງ​ໂງ່ (13-18)

      • “ນ້ຳ​ທີ່​ລັກ​ມາ​ກິນ​ກໍ​ມີ​ລົດ​ຊາດ​ຫວານ” (17)

  • ສຸພາສິດ​ຂອງ​ໂຊໂລໂມນ (10:1–24:34)

    • 10

      • ລູກ​ທີ່​ສະຫຼາດ​ເຮັດ​ໃຫ້​ພໍ່​ມີ​ຄວາມສຸກ (1)

      • ຄົນ​ດຸ​ໝັ່ນ​ຈະ​ລວຍ (4)

      • ຄົນ​ທີ່​ເວົ້າ​ຫຼາຍ​ໂພດ​ຈະ​ເຮັດ​ຜິດ​ແນ່ນອນ (19)

      • ພອນ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ຮັ່ງມີ (22)

      • ຄົນ​ທີ່​ນັບຖື​ພະ​ເຢໂຫວາ​ຈະ​ມີ​ອາຍຸ​ຍືນ (27)

    • 11

      • ສະຕິປັນຍາ​ຢູ່​ກັບ​ຄົນ​ທີ່​ຖ່ອມ​ໂຕ (2)

      • ຄົນ​ທີ່​ບໍ່​ນັບຖື​ພະເຈົ້າ​ເຮັດ​ໃຫ້​ຄົນອື່ນ​ຕົກ​ຢູ່​ໃນ​ອັນຕະລາຍ (9)

      • “ຖ້າ​ມີ​ທີ່​ປຶກສາ​ຫຼາຍ​ຄົນ​ກໍ​ຈະ​ປະສົບ​ຄວາມ​ສຳເລັດ” (14)

      • ຄົນ​ທີ່​ເອື້ອເຟື້ອ​ຈະ​ຈະເລີນ​ຮຸ່ງເຮືອງ (25)

      • ຄົນ​ທີ່​ໄວ້ໃຈ​ໃນ​ຊັບ​ສົມບັດ​ຂອງ​ໂຕເອງ​ຈະ​ຈິບ​ຫາຍ (28)

    • 12

      • ຄົນ​ທີ່​ຊັງ​ການ​ຕັກ​ເຕືອນ​ເປັນ​ຄົນ​ບໍ່​ມີ​ເຫດຜົນ (1)

      • “ຄຳເວົ້າ​ທີ່​ບໍ່​ຄິດ​ເປັນ​ຄື​ກັບ​ດາບ​ທີ່​ສຽບ​ແທງ” (18)

      • ການ​ຊ່ວຍ​ໃຫ້​ມີ​ສັນຕິສຸກ​ເຮັດ​ໃຫ້​ມີ​ຄວາມສຸກ (20)

      • ພະ​ເຢໂຫວາ​ຊັງ​ຄົນ​ທີ່​ເວົ້າ​ຕົວະ (22)

      • ຄວາມ​ອຸກໃຈ​ເຮັດ​ໃຫ້​ໜັກ​ໃຈ (25)

    • 13

      • ຄົນ​ທີ່​ຊອກຫາ​ຄຳແນະນຳ​ຈະ​ມີ​ສະຕິປັນຍາ (10)

      • ຄວາມຫວັງ​ທີ່​ຖືກ​ເລື່ອນ​ອອກ​ໄປ​ເຮັດ​ໃຫ້​ເສຍໃຈ (12)

      • ຜູ້​ສົ່ງ​ຂ່າວ​ທີ່​ສັດຊື່​ເຮັດ​ໃຫ້​ສະຖານະການ​ດີ​ຂຶ້ນ (17)

      • ຄົນ​ທີ່​ຄົບ​ກັບ​ຄົນ​ສະຫຼາດ​ຈະ​ສະຫຼາດ (20)

      • ການ​ສັ່ງ​ສອນ​ເປັນ​ການ​ສະແດງ​ຄວາມ​ຮັກ (24)

    • 14

      • ມະນຸດ​ເຂົ້າໃຈ​ຄວາມທຸກ​ຂອງ​ໂຕເອງ (10)

      • ທາງ​ທີ່​ເບິ່ງ​ຄື​ວ່າ​ຖືກຕ້ອງ​ອາດ​ພາ​ໄປ​ສູ່​ຄວາມ​ຕາຍ (12)

      • ຄົນ​ຂາດ​ປະສົບການ​ເຊື່ອ​ຄຳເວົ້າ​ທຸກ​ຄຳ (15)

      • ຄົນ​ລວຍ​ມີ​ໝູ່​ຫຼາຍ (20)

      • ໃຈ​ທີ່​ສະຫງົບ​ເຮັດ​ໃຫ້​ສຸຂະພາບ​ດີ (30)

    • 15

      • ຄຳຕອບ​ທີ່​ອ່ອນ​ຫວານ​ເຮັດ​ໃຫ້​ເຊົາ​ໃຈຮ້າຍ (1)

      • ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ທຸກ​ບ່ອນ (3)

      • ພະເຈົ້າ​ພໍໃຈ​ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ສັດຊື່ (8)

      • ຖ້າ​ບໍ່​ມີການ​ປຶກສາ​ກັນ​ແຜນການ​ກໍ​ບໍ່​ສຳເລັດ (22)

      • ໃຫ້​ຄິດຕຶກຕອງ​ກ່ອນ​ຈະ​ຕອບ (28)

    • 16

      • ພະ​ເຢໂຫວາ​ກວດ​ເບິ່ງ​ເຈຕະນາ​ແທ້​ໆ​ (2)

      • ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກໍ​ໃຫ້​ໄວ້ໃຈ​ພະ​ເຢໂຫວາ (3)

      • ຕາ​ຊິງ​ທີ່​ທ່ຽງ​ເປັນ​ຂອງ​ພະ​ເຢໂຫວາ (11)

      • ຄວາມ​ຍິ່ງ​ເຮັດ​ໃຫ້​ຖືກ​ທຳລາຍ (18)

      • ຜົມ​ຫງອກ​ເປັນ​ມົງກຸດ​ທີ່​ງາມ​ໆ​ (31)

    • 17

      • ຢ່າ​ເຮັດ​ຊົ່ວ​ຕອບ​ແທນ​ຄວາມ​ດີ (13)

      • ໃຫ້​ອອກ​ໄປ ກ່ອນ​ຈະ​ຜິດ​ຖຽງ​ກັນ​ຮຸນແຮງ (14)

      • ໝູ່​ແທ້​ສະແດງ​ຄວາມ​ຮັກ​ສະເໝີ (17)

      • “ໃຈ​ທີ່​ຊື່ນ​ບານ​ເປັນ​ຢາ​ທີ່​ດີ​ຫຼາຍ” (22)

      • ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ຈະ​ລະວັງ​ຄຳເວົ້າ​ຂອງ​ໂຕເອງ (27)

    • 18

      • ຄົນ​ທີ່​ແຍກ​ໂຕເອງ​ຢູ່​ຜູ້​ດຽວ​ບໍ່​ສະຫຼາດ​ແລະ​ເຫັນ​ແກ່​ໂຕ (1)

      • ຊື່​ຂອງ​ພະ​ເຢໂຫວາ​ເປັນ​ປ້ອມ​ທີ່​ແຂງແຮງ (10)

      • ຄວາມ​ລວຍ​ເປັນ​ການ​ປົກປ້ອງ​ໃນ​ຈິນຕະນາການ​ເທົ່ານັ້ນ (11)

      • ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ຟັງ​ທັງ​ສອງ​ຝ່າຍ (17)

      • ໝູ່​ທີ່​ຮັກ​ແພງ​ຮັກ​ກັນ​ຫຼາຍ​ກວ່າ​ອ້າຍນ້ອງ​ແທ້​ໆ​ (24)

    • 19

      • ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ຈະ​ບໍ່​ໃຈຮ້າຍ​ງ່າຍ​ໆ​ (11)

      • ເມຍ​ທີ່​ມັກ​ຫາ​ເລື່ອງ​ຜິດ​ຖຽງ​ກັນ​ເປັນ​ຄື​ກັບ​ຫຼັງ​ຄາ​ຮົ່ວ (13)

      • ເມຍ​ທີ່​ຮອບຄອບ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ (14)

      • ໃຫ້​ສັ່ງ​ສອນ​ລູກ​ຕອນ​ທີ່​ຍັງ​ມີ​ຄວາມຫວັງ​ຢູ່ (18)

      • ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ຟັງ​ຄຳແນະນຳ (20)

    • 20

      • ເຫຼົ້າແວງ​ເຮັດ​ໃຫ້​ເປັນ​ຄົນ​ມັກ​ເຍາະເຍີ້ຍ (1)

      • ຄົນ​ຂີ້​ຄ້ານ​ບໍ່​ຍອມ​ໄຖ​ນາ​ໃນ​ລະດູ​ໜາວ (4)

      • ຄວາມຄິດ​ໃນ​ໃຈ​ຂອງ​ຄົນ​ເປັນ​ຄື​ກັບ​ນ້ຳ​ເລິກ (5)

      • ເຕືອນ​ບໍ່​ໃຫ້​ຟ້າວ​ເຮັດ​ສັນຍາ​ແບບ​ບໍ່​ຄິດ​ຄັກ​ໆ​ (25)

      • ຄວາມ​ງາມ​ຂອງ​ຄົນ​ໜຸ່ມ​ແມ່ນ​ເຫື່ອ​ແຮງ​ຂອງ​ເຂົາເຈົ້າ (29)

    • 21

      • ພະ​ເຢໂຫວາ​ຊີ້ນຳ​ຫົວໃຈ​ຂອງ​ກະສັດ (1)

      • ຄວາມ​ຍຸຕິທຳ​ດີ​ກວ່າ​ເຄື່ອງ​ບູຊາ (3)

      • ຄົນ​ດຸ​ໝັ່ນ​ຈະ​ປະສົບ​ຄວາມ​ສຳເລັດ (5)

      • ຖ້າ​ຄົນ​ໃດ​ບໍ່​ຟັງ​ຄົນ​ຕ່ຳຕ້ອຍ​ກໍ​ຈະ​ບໍ່​ມີ​ໃຜ​ຟັງ​ລາວ (13)

      • ບໍ່​ມີ​ໃຜ​ຈະ​ມີ​ສະຕິປັນຍາ​ທີ່​ຈະ​ຂັດ​ຂວາງ​ພະ​ເຢໂຫວາ​ໄດ້ (30)

    • 22

      • ມີ​ຊື່ສຽງ​ທີ່​ດີ​ກໍ​ດີ​ກວ່າ​ມີ​ຊັບ​ສົມບັດ (1)

      • ການ​ຝຶກ​ສອນ​ເດັກນ້ອຍ​ຈະ​ມີ​ຜົນ​ດີ​ຕະຫຼອດ​ຊີວິດ (6)

      • ຄົນ​ຂີ້​ຄ້ານ​ຢ້ານ​ໂຕ​ສິງ​ທີ່​ຢູ່​ທາງ​ນອກ (13)

      • ການ​ສັ່ງ​ສອນ​ຈະ​ຊ່ວຍ​ໃຫ້​ຢູ່​ຫ່າງ​ຈາກ​ແນວ​ໂງ່​ໆ​ (15)

      • ຄົນ​ທີ່​ເຮັດ​ວຽກ​ເກັ່ງ​ໆ​ຈະ​ໄດ້​ຮັບໃຊ້​ກະສັດ (29)

    • 23

      • ໃຫ້​ຄົນ​ເປັນ​ສຸຂຸມ​ເມື່ອ​ຖືກ​ເຊີນ​ໄປ​ງານ​ລ້ຽງ (2)

      • ຢ່າ​ພະຍາຍາມ​ຈະ​ລວຍ (4)

      • ເງິນ​ມີ​ປີກ​ບິນ​ໜີ​ໄດ້ (5)

      • ຢ່າ​ເປັນ​ໜຶ່ງ​ໃນ​ຄົນ​ທີ່​ກິນ​ເຫຼົ້າແວງ​ຫຼາຍ​ໂພດ (20)

      • ເຫຼົ້າ​ຈະ​ຕອດ​ຄື​ກັບ​ງູ (32)

    • 24

      • ຢ່າ​ອິດສາ​ຄົນ​ຊົ່ວ (1)

      • ສະຕິປັນຍາ​ເຮັດ​ໃຫ້​ເຮືອນ​ແຂງແຮງ (3)

      • ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ອາດ​ລົ້ມ​ລົງ​ແຕ່​ຈະ​ລຸກ​ຂຶ້ນ​ໄດ້ (16)

      • ຢ່າ​ແກ້ແຄ້ນ (29)

      • ມີ​ແຕ່​ນອນ​ຈະ​ເຮັດ​ໃຫ້​ທຸກຍາກ (33, 34)

  • ສຸພາສິດ​ຂອງ​ໂຊໂລໂມນ​ທີ່​ຄົນ​ຂອງ​ກະສັດ​ເຮເຊກີຢາ​ໄດ້​ລວບລວມ​ແລະ​ຄັດລອກ​ໄວ້ (25:1–29:27)

    • 25

      • ຢ່າ​ເປີດເຜີຍ​ຄວາມລັບ (9)

      • ຄຳເວົ້າ​ທີ່​ດີ​ແລະ​ຖືກ​ຈັງຫວະ (11)

      • ໃຫ້​ນັບຖື​ຄວາມ​ເປັນ​ສ່ວນ​ໂຕ (17)

      • ກອງ​ຖ່ານ​ໄຟ​ຮ້ອນ​ໆ​ຢູ່​ເທິງ​ຫົວ​ຂອງ​ສັດຕູ (21, 22)

      • ຂ່າວ​ດີ​ເປັນ​ຄື​ກັບ​ນ້ຳ​ເຢັນ (25)

    • 26

      • ຄົນ​ຂີ້​ຄ້ານ (13-16)

      • ຢ່າ​ເຂົ້າ​ໄປ​ຫຍຸ້ງ​ກັບ​ຄົນ​ທີ່​ຜິດ​ຖຽງ​ກັນ (17)

      • ຢ່າ​ເປັນ​ຄົນ​ມັກ​ຢອກ​ຫຼິ້ນ​ໆ​ (18, 19)

      • ບໍ່​ມີ​ຟືນ ໄຟ​ກໍ​ມອດ (20, 21)

      • ຄຳເວົ້າ​ຂອງ​ຄົນ​ມັກ​ໃສ່​ຮ້າຍ​ເປັນ​ຄື​ກັບ​ອາຫານ​ທີ່​ແຊບ​ໆ​ (22)

    • 27

      • ການ​ຕັກ​ເຕືອນ​ຈາກ​ໝູ່​ເປັນ​ສິ່ງ​ທີ່​ມີ​ປະໂຫຍດ (5, 6)

      • ລູກ​ເອີ້ຍ ເຮັດ​ໃຫ້​ພໍ່​ມີ​ຄວາມສຸກ (11)

      • ເຫຼັກ​ຝົນ​ເຫຼັກ​ໃຫ້​ຄົມ (17)

      • ຕ້ອງ​ຮູ້ຈັກ​ຝູງ​ແກະ​ຂອງ​ເຈົ້າ (23)

      • ຄວາມ​ຮັ່ງມີ​ຈະ​ບໍ່​ໝັ້ນຄົງ​ຢູ່​ຕະຫຼອດໄປ (24)

    • 28

      • ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ບໍ່​ເຊື່ອຟັງ​ເປັນ​ຕາ​ຂີ້ດຽດ (9)

      • ຄົນ​ທີ່​ສາລະພາບ​ຄວາມ​ຜິດ​ຈະ​ໄດ້​ຮັບ​ຄວາມ​ເມດຕາ (13)

      • ຄົນ​ທີ່​ຢາກ​ລວຍ​ທາງ​ລັດ​ຈະ​ມີ​ຄວາມ​ຜິດ (20)

      • ການ​ຕັກ​ເຕືອນ​ດີ​ກວ່າ​ການຍ້ອງຍໍ (23)

      • ຄົນ​ເອື້ອເຟື້ອ​ຈະ​ບໍ່​ຂາດ​ເຂີນ​ຫຍັງ (27)

    • 29

      • ເດັກນ້ອຍ​ທີ່​ຖືກ​ຕາມ​ໃຈ​ເຮັດ​ໃຫ້​ອັບອາຍ (15)

      • ເມື່ອ​ບໍ່​ມີ​ນິມິດ ຜູ້ຄົນ​ກໍ​ເຮັດ​ຕາມ​ໃຈ​ມັກ (18)

      • ຄົນ​ທີ່​ໃຈຮ້າຍ​ງ່າຍ​ຍົວະ​ໃຫ້​ຜິດ​ຖຽງ​ກັນ (22)

      • ຄົນ​ຖ່ອມ​ໂຕ​ຈະ​ໄດ້​ຮັບ​ກຽດ (23)

      • ການ​ຢ້ານ​ມະນຸດ​ເປັນ​ກັບດັກ (25)

  • 30

    • ຄຳເວົ້າ​ຂອງ​ອາກູ (1-33)

      • ຢ່າ​ໃຫ້​ລູກ​ທຸກ​ຫຼື​ລວຍ (8)

      • ສິ່ງ​ທີ່​ບໍ່​ເຄີຍ​ຮູ້ຈັກ​ອີ່ມ (15, 16)

      • ສິ່ງ​ທີ່​ບໍ່​ຖິ້ມ​ຮ່ອງ​ຮອຍ​ໄວ້ (18, 19)

      • ຜູ້ຍິງ​ຫຼິ້ນ​ຊູ້ (20)

      • ສັດ​ທີ່​ສະຫຼາດ​ຫຼາຍ (24)

  • 31

    • ຄຳເວົ້າ​ຂອງ​ກະສັດ​ເລມູເອນ (1-31)

      • ໃຜ​ຈະ​ຫາ​ເມຍ​ທີ່​ມີ​ຄວາມສາມາດ​ໄດ້? (10)

      • ດຸ​ໝັ່ນ​ແລະ​ເຮັດ​ວຽກ​ໜັກ (17)

      • ລາວ​ສອນ​ແບບ​ໃຈດີ (26)

      • ລູກ​ແລະ​ຜົວ​ຊົມເຊີຍ​ລາວ (28)

      • ຄວາມ​ງາມ​ແລະ​ສະເໜ່​ເປັນ​ສິ່ງ​ທີ່​ຫຼອກ​ຕາ (30)