ຂ້າມໄປທີ່ເນື້ອໃນ

ເປັນຫຍັງ​ຈຶ່ງ​ເອີ້ນ​ພະເຢຊູ​ວ່າ​ລູກ​ຂອງ​ພະເຈົ້າ?

ເປັນຫຍັງ​ຈຶ່ງ​ເອີ້ນ​ພະເຢຊູ​ວ່າ​ລູກ​ຂອງ​ພະເຈົ້າ?

ຄຳຕອບ​ຈາກ​ຄຳພີໄບເບິນ

 ສ່ວນ​ຫຼາຍ​ຄຳພີໄບເບິນ​ຈະ​ເອີ້ນ​ພະເຢຊູ​ວ່າ “ລູກ​ຂອງ​ພະເຈົ້າ”. (ໂຢຮັນ 1:49) ຄຳ​ວ່າ “ລູກ​ຂອງ​ພະເຈົ້າ” ສະແດງ​ໃຫ້​ເຫັນ​ວ່າ​ພະເຈົ້າ​ເປັນ​ຜູ້​ສ້າງ​ຫຼື​ເປັນ​ບໍ່​ເກີດ​ຂອງ​ທຸກ​ຊີວິດ​ລວມ​ເຖິງ​ຊີວິດ​ຂອງ​ພະເຢຊູ​ນຳ. (ຄຳເພງ 36:9; ພະນິມິດ 4:11) ແຕ່​ຄຳພີໄບເບິນ​ບໍ່​ໄດ້​ສອນ​ວ່າ​ພະເຈົ້າ​ມີ​ລູກ​ໃນ​ວິທີ​ແບບ​ດຽວ​ກັບ​ມະນຸດ.

 ຄຳພີໄບເບິນ​ກໍ​ຍັງ​ເອີ້ນ​ທູດສະຫວັນ​ວ່າ “ພວກ​ລູກ​ຂອງ​ພະເຈົ້າ”. (ໂຢບ 1:6) ແລະ​ບອກ​ວ່າ​ອາດາມ ມະນຸດ​ຄົນ​ທຳອິດ​ກໍ​ເປັນ “ລູກ​ຂອງ​ພະເຈົ້າ.” (ລູກາ 3:38) ແຕ່​ເນື່ອງ​ຈາກ​ພະເຢຊູ​ເປັນ​ສິ່ງ​ມີ​ຊີວິດ​ທຳອິດ​ທີ່​ພະເຈົ້າ​ສ້າງ​ໂດຍ​ກົງ ຄຳພີໄບເບິນ​ຈຶ່ງ​ເອີ້ນ​ພະເຢຊູ​ວ່າ​ລູກ​ຄົນ​ທຳອິດ​ຂອງ​ພະເຈົ້າ.

 ພະເຢຊູ​ຢູ່​ເທິງ​ສະຫວັນ​ກ່ອນ​ມາ​ເປັນ​ມະນຸດ​ຢູ່​ໃນ​ໂລກ​ບໍ?

 ແມ່ນ​ແລ້ວ ພະເຢຊູ​ເຄີຍ​ເປັນ​ທູດສະຫວັນ​ກ່ອນ​ມາ​ເປັນ​ມະນຸດ​ຢູ່​ໃນ​ໂລກ. ເພິ່ນ​ບອກ​ເອງ​ວ່າ “ຂ້ອຍ​ລົງ​ມາ​ຈາກ​ສະຫວັນ”.—ໂຢຮັນ 6:38; 8:23

 ພະເຈົ້າ​ສ້າງ​ພະເຢຊູ​ກ່ອນ​ສິ່ງ​ອື່ນໆທັງໝົດ. ຄຳພີໄບເບິນ​ບອກ​ກ່ຽວກັບ​ພະເຢຊູ​ວ່າ:

  •   “ເພິ່ນ. . .ເປັນ​ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ.”—ໂກໂລຊາຍ 1:15

  •   ເພິ່ນ “ເປັນ​ຜູ້​ທຳອິດ​ທີ່​ພະເຈົ້າ​ສ້າງ.”—ພະນິມິດ 3:14

 ພະເຢຊູ​ເຮັດ​ໃຫ້​ຄຳ​ພະຍາກອນ​ກ່ຽວກັບ​ຜູ້​ໜຶ່ງ​ທີ່ “ມີ​ຊີວິດ​ຢູ່​ຕັ້ງແຕ່​ດົນ​ນານ​ມາ​ແລ້ວ” ເກີດ​ຂຶ້ນ​ແທ້.—ມີເກ 5:2, ລ.ມ.; ມັດທາຍ 2:4-6

 ພະເຢຊູ​ໄດ້​ເຮັດ​ຫຍັງ​ກ່ອນ​ມາ​ໃນ​ໂລກ?

 ເພິ່ນ​ມີ​ຕຳແໜ່ງ​ສູງ​ເທິງ​ສະຫວັນ. ພະເຢຊູ​ເຄີຍ​ເວົ້າ​ເລື່ອງ​ນີ້​ໃນ​ຄຳ​ອະທິດຖານ​ຂອງ​ເພິ່ນ​ວ່າ: “ພໍ່​ເອີຍ ຂໍ​ໃຫ້​ລູກ​ໄດ້​ຮັບ​ກຽດ​ເຊິ່ງ​ແມ່ນ​ກຽດ​ທີ່​ລູກ​ເຄີຍ​ມີ​ຕອນ​ທີ່​ຢູ່​ຄຽງ​ຂ້າງ​ພະອົງ​ກ່ອນ​ຈະ​ມີ​ໂລກ​ນີ້.”—ໂຢຮັນ 17:5

 ເພິ່ນ​ຊ່ວຍ​ພໍ່​ຂອງ​ເພິ່ນ​ສ້າງ​ສິ່ງ​ອື່ນໆທັງໝົດ. ພະເຢຊູ​ເຮັດ​ວຽກ​ກັບ​ພະເຈົ້າ​ໃນ​ຖານະ “ນາຍ​ຊ່າງ”. (ສຸພາສິດ 8:30, ລ.ມ.) ຄຳພີໄບເບິນ​ເວົ້າ​ເຖິງ​ພະເຢຊູ​ວ່າ: “ພະເຈົ້າ​ໃຊ້​ເພິ່ນ​ສ້າງ​ສິ່ງ​ອື່ນໆທັງໝົດ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້.”—ໂກໂລຊາຍ 1:16

 ພະເຈົ້າ​ໃຊ້​ພະເຢຊູ​ສ້າງ​ທຸກ​ສິ່ງ ລວມ​ທັງ​ທູດສະຫວັນ​ອົງ​ອື່ນໆທັງໝົດ​ແລະ​ເອກະພົບ. (ພະນິມິດ 5:11) ໃນ​ແງ່​ໜຶ່ງ ການ​ເຮັດ​ວຽກ​ຂອງ​ພະເຈົ້າ​ກັບ​ພະເຢຊູ​ຄື​ກັບ​ການ​ເຮັດ​ວຽກ​ຂອງ​ນັກ​ສະຖາປານິກ​ກັບ​ຊ່າງ​ກໍ່​ສ້າງ. ສະຖາປານິກ​ເປັນ​ຄົນ​ອອກແບບ ສ່ວນ​ຊ່າງ​ກໍ່​ສ້າງ​ກໍ​ເຮັດ​ໃຫ້​ແບບ​ແຜນ​ນັ້ນ​ກາຍ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ມາ.

 ເພິ່ນ​ເປັນ​ໂຄສົກ​ຂອງ​ພະເຈົ້າ. ຄຳພີໄບເບິນ​ບອກ​ວ່າ​ກ່ອນ​ພະເຢຊູ​ມາ​ເປັນ​ມະນຸດ ເພິ່ນ​ເປັນ “ໂຄສົກ” ຂອງ​ພະເຈົ້າ. (ໂຢຮັນ 1:1) ນີ້​ເປັນ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ທີ່​ສະແດງ​ວ່າ​ພະເຈົ້າ​ໃຊ້​ພະເຢຊູ ​ລູກ​ຂອງ​ເພິ່ນ​ໃຫ້​ບອກ​ຂໍ້ມູນ​ແລະ​ຄຳສັ່ງ​ຕ່າງໆ​ກັບ​ທູດສະຫວັນ​ອົງ​ອື່ນໆ.

 ເບິ່ງ​ຄື​ວ່າ​ພະເຢຊູ​ຍັງ​ເປັນ​ໂຄສົກ​ຂອງ​ພະເຈົ້າ​ນຳ​ເມື່ອ​ຕິດ​ຕໍ່​ກັບ​ມະນຸດ​ໃນ​ໂລກ ເປັນ​ໄປ​ໄດ້​ວ່າ​ພະເຈົ້າ​ເວົ້າ​ຜ່ານ​ພະເຢຊູ​ຕອນ​ທີ່​ເພິ່ນ​ໃຫ້​ຄຳສັ່ງ​ກັບ​ອາດາມ​ແລະ​ເອວາ​ໃນ​ສວນ​ອຸທິຍານ. (ຕົ້ນເດີມ 2:16,17) ພະເຢຊູ​ອາດ​ເປັນ​ທູດສະຫວັນ​ທີ່​ນຳ​ໜ້າ​ຄົນ​ອິດສະຣາເອນ​ບູຮານ​ໃນ​ບ່ອນ​ກັນດານ. ເຂົາເຈົ້າ​ຕ້ອງ​ເຊື່ອຟັງ​ແລະ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ.—ອົບພະຍົບ 23:20-23 a

a ພະເຈົ້າ​ບໍ່​ໄດ້​ໃຊ້​ແຕ່​ພະເຢຊູ​ເພື່ອ​ໃຫ້​ເວົ້າ​ຖ້ອຍຄຳ​ຂອງ​ເພິ່ນ ຕົວຢ່າງ​ເຊັ່ນ: ເພິ່ນ​ເຄີຍ​ໃຊ້​ທູດສະຫວັນ​ອົງ​ອື່ນໆທີ່​ບໍ່​ແມ່ນ​ພະເຢຊູ​ຄລິດ ເພື່ອ​ບອກ​ກົດໝາຍ​ຂອງ​ເພິ່ນ​ໃຫ້​ກັບ​ຄົນ​ອິດສະຣາເອນ​ໃນ​ສະໄໝ​ບູຮານ.—ກິດຈະການ 7:53; ຄາລາເຕຍ 3:19; ເຮັບເຣີ 2:2, 3