ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ພວກເລວີ 1-3

ເຄື່ອງບູຊາຕ່າງໆມີໄວ້ເພື່ອຫຍັງ

ເຄື່ອງບູຊາຕ່າງໆມີໄວ້ເພື່ອຫຍັງ

1:3; 2:1, 12; 3:1

ໃນ​ກົດໝາຍ​ຂອງ​ໂມເຊ​ມີ​ຄຳ​ສັ່ງ​ໃຫ້​ຖວາຍ​ເຄື່ອງ​ບູຊາ​ຕ່າງໆເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ເປັນ​ພາບ​ເຖິງ​ພະ​ເຢຊູ​ແລະ​ຄ່າໄຖ່​ຂອງ​ເພິ່ນ ຫຼື​ຍັງ​ຊີ້​ໃຫ້​ເຫັນ​ປະໂຫຍດ​ຕ່າງໆທີ່​ເຮົາ​ຈະ​ໄດ້​ຈາກ​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ.—ຮຣ 8:3-5; 9:9; 10:5-10

  • ຄື​ກັບ​ສັດ​ທຸກ​ໂຕ​ທີ່​ເອົາ​ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ຕ້ອງ​ແຂງແຮງ​ແລະ​ບໍ່​ມີ​ຕຳໜິ ພະ​ເຢຊູ​ກໍ​ໃຊ້​ຮ່າງກາຍ​ທີ່​ສົມບູນ​ແບບ​ຂອງ​ເພິ່ນ​ຖວາຍ​ເປັນ​ເຄື່ອງ​ບູຊາ.—1ປຕ 1:18, 19

  • ຄື​ກັບ​ເຄື່ອງ​ບູຊາ​ເຜົາ​ທີ່​ຕ້ອງ​ຍົກ​ໃຫ້​ພະເຈົ້າ​ທັງ​ໝົດ ພະ​ເຢຊູ​ກໍ​ໃຫ້​ຊີວິດ​ທັງ​ໝົດ​ຂອງ​ເພິ່ນ​ກັບ​ພະ​ເຢໂຫວາ

  • ຄື​ກັບ​ຄົນ​ທີ່​ຖວາຍ​ເຄື່ອງ​ບູຊາ​ຜູກ​ມິດ​ເປັນ​ທີ່​ຍອມ​ຮັບ​ແລະ​ມີ​ສັນຕິສຸກ​ກັບ​ພະເຈົ້າ ຜູ້​ຖືກ​ເຈີມ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະຊຸມ​ອະນຸສອນ​ກໍ​ມີ​ສັນຕິສຸກ​ກັບ​ພະເຈົ້າ