ຊີວິດຄລິດສະຕຽນ
ພະເຢໂຫວາຮູ້ວ່າເຮົາຕ້ອງການຫຍັງ
ທາດສັດຊື່ແລະສຸຂຸມຈັດໃຫ້ເຮົາມີອາຫານ “ຕາມເວລາທີ່ເໝາະສົມ” ເຊິ່ງສະແດງວ່າພະເຢໂຫວາເປັນຜູ້ທີ່ກຳລັງຊີ້ນຳທາດນັ້ນ ແລະພະອົງຮູ້ວ່າເຮົາຕ້ອງການຫຍັງເພື່ອຈະມີຄວາມເຊື່ອທີ່ເຂັ້ມແຂງ. (ມັດ 24:45, ລ.ມ.) ການປະຊຸມພາກແລະການປະຊຸມກາງອາທິດເປັນຫຼັກຖານຢ່າງໜຶ່ງທີ່ສະແດງໃຫ້ເຫັນເລື່ອງນີ້.
ເບິ່ງວິດີໂອລາຍງານປີ 2017 ຂອງຄະນະກຳມະການຝ່າຍການສອນ ແລ້ວຕອບຄຳຖາມຕໍ່ໄປນີ້:
-
ໃຜຄວນໄດ້ຮັບຄຳສັນລະເສີນສຳລັບການປະຊຸມພາກທີ່ເໝາະກັບເວລາ ແລະເປັນຫຍັງ?
-
ວຽກກ່ຽວກັບການປະຊຸມພາກເລີ່ມຕົ້ນເມື່ອໃດ?
-
ມີການເລືອກຫົວເລື່ອງຂອງການປະຊຸມພາກແນວໃດ?
-
ມີວຽກຫຍັງທີ່ກ່ຽວຂ້ອງກັບການກຽມສຳລັບການປະຊຸມພາກ?
-
ມີການນຳເອົາວິທີການສຶກສາແບບກິລຽດມາໃຊ້ໃນການກຽມເນື້ອໃນສຳລັບການປະຊຸມກາງອາທິດແນວໃດ?
-
ພະແນກຕ່າງໆເຮັດວຽກນຳກັນແນວໃດເພື່ອກຽມຄູ່ມືການປະຊຸມ?
ເຈົ້າ ຮູ້ສຶກແນວໃດກ່ຽວກັບການຈັດກຽມຂອງພະເຢໂຫວາເພື່ອໃຫ້ເຮົາມີຄວາມເຊື່ອເຂັ້ມແຂງ?