ວັນທີ 25-31 ສິງຫາ
ສຸພາສິດ 28
ເພງທີ 150 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. ຄວາມແຕກຕ່າງລະຫວ່າງຄົນຊົ່ວກັບຄົນທີ່ເຮັດສິ່ງທີ່ຖືກຕ້ອງ
(10 ນາທີ)
ຄົນຊົ່ວມີແຕ່ຄວາມຢ້ານ ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງຈະກ້າຫານ (ສພສ 28:1; w93-SI 15/5 ໜ້າ 26 ຫຍໍ້ໜ້າ 1-2)
ຄົນຊົ່ວຕັດສິນໃຈໄດ້ບໍ່ຄ່ອຍດີ ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງຕັດສິນໃຈໄດ້ດີກວ່າ (ສພສ 28:5; w97-SI 15/3 ໜ້າ 13 ຂໍ້ 5)
ຄົນຊົ່ວທີ່ເປັນຄົນລວຍ ມີຄ່າໜ້ອຍກວ່າຄົນທີ່ເຮັດສິ່ງທີ່ຖືກຕ້ອງທີ່ເປັນຄົນທຸກ (ສພສ 28:6; it-1-E ໜ້າ 1211 ຫຍໍ້ໜ້າ 4)
2. ຄວາມຮູ້ທີ່ມີຄ່າຈາກພະເຈົ້າ
(10 ນາທີ)
-
ສພສ 28:14—ສຸພາສິດຂໍ້ນີ້ມີຄຳເຕືອນເລື່ອງຫຍັງ? (w01-SI 1/12 ໜ້າ 11 ຫຍໍ້ໜ້າ 3)
-
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ສພສ 28:1-17 (ອສ ບົດຮຽນທີ 10)
4. ເລີ່ມລົມ
(3 ນາທີ) ຕາມບ້ານເຮືອນ. ບອກຄົນທີ່ເຈົ້າລົມນຳໃຫ້ຮູ້ວ່າຈະບໍ່ມີສົງຄາມແລະຄວາມຮຸນແຮງອີກຕໍ່ໄປ. (ສດຮ ບົດຮຽນທີ 5 ຈຸດທີ 5)
5. ເລີ່ມລົມ
(3 ນາທີ) ຕາມບ້ານເຮືອນ. ບອກຄົນທີ່ເຈົ້າລົມນຳໃຫ້ຮູ້ວ່າຈະບໍ່ມີສົງຄາມແລະຄວາມຮຸນແຮງອີກຕໍ່ໄປ. (ສດຮ ບົດຮຽນທີ 5 ຈຸດທີ 4)
6. ເລີ່ມລົມ
(2 ນາທີ) ໃນບ່ອນສາທາລະນະ. ບອກຄົນທີ່ເຈົ້າລົມນຳໃຫ້ຮູ້ວ່າຈະບໍ່ມີສົງຄາມແລະຄວາມຮຸນແຮງອີກຕໍ່ໄປ. (ສດຮ ບົດຮຽນທີ 1 ຈຸດທີ 4)
7. ເລີ່ມລົມ
(3 ນາທີ) ແບບບໍ່ເປັນທາງການ. ບອກຄົນທີ່ເຈົ້າລົມນຳໃຫ້ຮູ້ວ່າຈະບໍ່ມີສົງຄາມແລະຄວາມຮຸນແຮງອີກຕໍ່ໄປ. (ສດຮ ບົດຮຽນທີ 2 ຈຸດທີ 4)
ເພງທີ 112
8. ເຈົ້າຊັງຄວາມຮຸນແຮງບໍ?
(6 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ຄວາມຮຸນແຮງມີຈຸດເລີ່ມຕົ້ນມາຈາກຊາຕານຜູ້ທີ່ພະເຢຊູເອີ້ນວ່າ: “ຜູ້ຂ້າຄົນ.” (ຢຮ 8:44) ຫຼັງຈາກທູດສະຫວັນທີ່ບໍ່ດີອົງອື່ນໆເຂົ້າຮ່ວມກັບຊາຕານເພື່ອກະບົດຕໍ່ພະເຈົ້າ ຄວາມຮຸນແຮງຢູ່ໂລກກໍແຮ່ງເພີ່ມຂຶ້ນຫຼາຍຈົນເຮັດໃຫ້ໂລກໄດ້ຮັບຄວາມເສຍຫາຍ. (ປຖກ 6:11) ໃນໄລຍະທີ່ໂລກຂອງຊາຕານທີ່ມີແຕ່ຄວາມຮຸນແຮງໃກ້ຈະເຖິງຈຸດຈົບ ຫຼາຍຄົນແຮ່ງເປັນຄົນໂຫດຮ້າຍແລະບໍ່ຄວບຄຸມໂຕເອງ.—2ຕມ 3:1, 3
ອ່ານເພງສັນລະເສີນ 11:5 ແລ້ວຖາມວ່າ:
-
ພະເຢໂຫວາຮູ້ສຶກແນວໃດກັບຄົນທີ່ມັກໃຊ້ຄວາມຮຸນແຮງ ແລະຍ້ອນຫຍັງ?
-
ກິລາແລະຄວາມບັນເທີງເຮັດໃຫ້ເຫັນແນວໃດວ່າຜູ້ຄົນມັກແລະສົນໃຈຄວາມຮຸນແຮງ?
ອ່ານສຸພາສິດ 22:24, 25 ແລ້ວຖາມວ່າ:
-
ຄວາມບັນເທີງທີ່ເຮົາເລືອກແລະຄົນທີ່ເຮົາໃຊ້ເວລານຳເລື້ອຍໆມີຜົນແນວໃດຕໍ່ຄວາມຄິດຂອງເຮົາ ໃນເລື່ອງຄວາມຮຸນແຮງ?
-
ຄວາມບັນເທີງທີ່ເຮົາເລືອກອາດສະແດງໃຫ້ເຫັນແນວໃດວ່າເຮົາມັກຄວາມຮຸນແຮງ?
9. ໂຄງການພິເສດໃນເດືອນກັນຍາ
(9 ນາທີ)
ຜູ້ເບິ່ງແຍງການຮັບໃຊ້ຈະບັນລະຍາຍ. ກະຕຸ້ນພີ່ນ້ອງໃຫ້ເຂົ້າຮ່ວມໂຄງການນີ້ແລະບອກພີ່ນ້ອງເລື່ອງການຈັດກຽມຂອງປະຊາຄົມກ່ຽວກັບໂຄງການພິເສດ.
ເປີດວິດີໂອ ສັນຕິສຸກເລື້ອຍໄປ! (ເພງການປະຊຸມພາກປີ 2022)
10. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ລຈຄ ບົດທີ 12-13