ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 14-20 ກໍລະກົດ

ສຸພາສິດ 22

ວັນ​ທີ 14-20 ກໍລະກົດ

ເພງ​ທີ 79 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ໃນ​ການ​ລ້ຽງ​ລູກ

(10 ນາທີ)

ຊ່ວຍ​ລູກ​ໃຫ້​ພ້ອມ​ຮັບມື​ກັບ​ບັນຫາ​ຕ່າງໆ​ໃນ​ຊີວິດ (ສພສ 22:3; ຫ20.10 ໜ້າ 27 ຂໍ້ 7)

ເລີ່ມ​ຝຶກ​ສອນ​ລູກ​ຕັ້ງແຕ່​ເຂົາເຈົ້າ​ເກີດ​ມາ (ສພສ 22:6; ຫ19.12 ໜ້າ 26 ຂໍ້ 17-19)

ສັ່ງ​ສອນ​ເຂົາເຈົ້າ​ດ້ວຍ​ຄວາມ​ຮັກ (ສພສ 22:15; w06-SI 1/4 ໜ້າ 9 ຫຍໍ້​ໜ້າ 5)

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ສພສ 22:29—ສຸພາສິດ​ຂໍ້​ນີ້​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ເຮັດ​ສິ່ງ​ຕ່າງໆ​ໃນ​ປະຊາຄົມ ແລະ​ມັນ​ເປັນ​ປະໂຫຍດ​ແນວ​ໃດ? (ຫ21.08 ໜ້າ 22 ຂໍ້ 11)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. (ສດຮ ບົດ​ຮຽນ​ທີ 5 ຈຸດ​ທີ 4)

5. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ໃຫ້​ຄົນ​ທີ່​ເຈົ້າ​ລົມ​ນຳ​ເບິ່ງ​ວິທີ​ຊອກ​ຂໍ້ມູນ​ທີ່​ເປັນ​ປະໂຫຍດ​ສຳລັບ​ພໍ່​ແມ່​ໃນ jw.org. (ສດຮ ບົດ​ຮຽນ​ທີ 1 ຈຸດ​ທີ 4)

6. ບັນລະຍາຍ

(5 ນາທີ) ເລື່ອງ: ຈະ​ເຮັດ​ແນວ​ໃດ​ຖ້າ​ຂ້ອຍ​ເຮັດ​ຜິດ​ກົດ​ຂອງ​ຄອບຄົວ?—ijwyp-SI ບົດ​ຄວາມ 100 (ອສ ບົດ​ຮຽນ​ທີ 20)

ຊີວິດ​ຄລິດສະຕຽນ

ເພງ​ທີ 134

7. ອົດທົນ ແຕ່​ບໍ່​ຍອມ​ໃຫ້​ເຮັດ​ຕາມ​ໃຈ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ການ​ລ້ຽງ​ລູກ​ຕ້ອງ​ໄດ້​ອົດທົນ​ຫຼາຍ​ອີ່ຫຼີ. ພໍ່​ແມ່​ຕ້ອງ​ພ້ອມ​ທີ່​ຈະ​ເບິ່ງແຍງ​ເອົາໃຈໃສ່​ແລະ​ໃຫ້​ເວລາ​ລູກ​ສະເໝີ. (ພບຍ 6:6, 7) ນອກ​ຈາກ​ນັ້ນ ເພື່ອ​ຈະ​ຮູ້​ວ່າ​ລູກ​ຄິດ​ແນວ​ໃດ ພໍ່​ແມ່​ຕ້ອງ​ຖາມ​ແລະ​ຕັ້ງໃຈ​ຟັງ​ລູກ. (ສພສ 20:5) ພໍ່​ແມ່​ອາດ​ຈະ​ຕ້ອງ​ໄດ້​ບອກ​ໄດ້​ສອນ​ລູກ​ຊ້ຳໆ​ຫຼາຍ​ເທື່ອ​ຈົນ​ກວ່າ​ລູກ​ຊິ​ເຂົ້າໃຈ​ແລະ​ເຮັດ​ຕາມ.

ແຕ່​ການ​ທີ່​ພໍ່​ແມ່​ອົດທົນ ກະ​ບໍ່​ແມ່ນ​ວ່າ​ຊິ​ຍອມ​ໃຫ້​ລູກ​ເຮັດ​ຕາມ​ໃຈ​ໂຕເອງ​ທຸກ​ຢ່າງ. ພະ​ເຢໂຫວາ​ໃຫ້​ພໍ່​ແມ່​ເຮັດ​ໜ້າທີ່​ບອກ​ສອນ​ລູກ​ວ່າ​ອັນ​ໃດ​ລູກ​ເຮັດ​ໄດ້​ແລະ​ອັນ​ໃດ​ລູກ​ເຮັດ​ບໍ່​ໄດ້ ແລະ​ເພິ່ນ​ຍັງ​ໃຫ້​ພໍ່​ແມ່​ມີ​ສິດ​ລົງໂທດ​ລູກ​ໄດ້​ເມື່ອ​ລູກ​ບໍ່​ຟັງ​ຄວາມ.—ສພສ 6:20; 23:13

ອ່ານເອເຟໂຊ 4:31 ແລ້ວ​ຖາມ​ວ່າ:

  •  ເປັນ​ຫຍັງ​ພໍ່​ແມ່​ບໍ່​ຄວນ​ສັ່ງ​ສອນ​ລູກ​ຕອນ​ທີ່​ໂຕເອງ​ໃຈ​ຮ້າຍ?

ອ່ານຄາລາເຕຍ 6:7 ແລ້ວ​ຖາມ​ວ່າ:

  •  ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ພໍ່​ແມ່​ຕ້ອງ​ສອນ​ລູກ​ໃຫ້​ຮູ້​ວ່າ​ຖ້າ​ລູກ​ເຮັດ​ແນວ​ບໍ່​ດີ​ລາວ​ກໍ​ຈະ​ໄດ້​ຮັບ​ຜົນ​ທີ່​ບໍ່​ດີ​ຕາມ​ມາ?

ເປີດ​ວິດີໂອ ‘ມີ​ຄວາມ​ອົດ​ກັ້ນ ອົດທົນ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ’—ລູກແລ້ວ​ຖາມ​ວ່າ:

  •  ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 6 ແລະ​ຄຳ​ອະທິດຖານ