ຄຳພີໄບເບິນປ່ຽນຊີວິດຄົນ
ເຂົາເຈົ້າເປີດຄຳພີໄບເບິນຕອບຄຳຖາມທຸກຂໍ້!
ປີເກີດ 1950
ບ່ອນເກີດ ສະເປນ
ປະຫວັດ ແມ່ຊີກາໂຕລິກ
ຊີວິດທີ່ຜ່ານມາ:
ຕອນຂ້ອຍເກີດ ພໍ່ແມ່ມີຟາມນ້ອຍໆໃນໝູ່ບ້ານທີ່ຢູ່ແຖວຊານເມືອງກາລິເຊຍ ທາງຕາເວັນຕົກສຽງເໜືອຂອງສະເປນ. ພໍ່ແມ່ມີລູກ 8 ຄົນ ຂ້ອຍເປັນຄົນທີ 4 ຄອບຄົວຂອງເຮົາຢູ່ຢ່າງອົບອຸ່ນແລະມີຄວາມສຸກຫຼາຍ. ໃນສະເປນສະໄໝນັ້ນຕາມປົກກະຕິແລ້ວພໍ່ແມ່ຈະສົ່ງລູກຢ່າງໜ້ອຍໜຶ່ງຄົນໃຫ້ເຂົ້າໂຮງຮຽນສອນສາສະໜາ ເຊິ່ງມີຂ້ອຍກັບອ້າຍເອື້ອຍນ້ອງລວມເປັນ 3 ຄົນທີ່ຖືກສົ່ງໄປຮຽນຢູ່ພຸ້ນ.
ເມື່ອອາຍຸໄດ້ 13 ປີຂ້ອຍໄດ້ໄປຮຽນບ່ອນດຽວກັບເອື້ອຍຢູ່ໂຮງຮຽນສອນສາສະໜາໃນເມືອງມາດຣິດ. ບັນຍາກາດຢູ່ໂຮງຮຽນເປັນແບບເຄັ່ງຕຶງ ຕ່າງຄົນຕ່າງຢູ່ ແຕ່ລະມື້ມີແຕ່ສວດມົນ ແລະກົດລະບຽບກໍເຂັ້ມງວດຫຼາຍ. ພວກເຮົາຕ້ອງໄດ້ລວມໂຕກັນໄປໂບດປະຈຳໂຮງຮຽນຕັ້ງແຕ່ເຊົ້າເພື່ອອະທິດຖານ ແລະຄິດຕຶກຕອງເຖິງພະເຈົ້າ ແຕ່ຫຼາຍເທື່ອຂ້ອຍກໍບໍ່ໃສ່ໃຈເລື່ອງພວກນີ້ເລີຍ. ຫຼັງຈາກນັ້ນ ເຮົາກໍຮ້ອງເພງນະມັດສະການພະເຈົ້າແລະສະຫຼອງພິທີເພື່ອລະນຶກເຖິງການເສຍຊີວິດຂອງພະເຢຊູໃນພາສາລາຕິນ. ຂ້ອຍພຽງແຕ່ເຮັດພໍເປັນພິທີເທົ່ານັ້ນໂດຍບໍ່ເຂົ້າໃຈຫຍັງເລີຍ ແລະຮູ້ສຶກວ່າພະເຈົ້າຢູ່ຫ່າງໄກຈາກຂ້ອຍຫຼາຍ ແຕ່ລະມື້ຜ່ານໄປແບບໜ້າເບື່ອແລະເຄັ່ງຕຶງ. ຕອນທີ່ພົບເອື້ອຍ ເຮົາກໍໄດ້ທັກທາຍກັນວ່າ “ເຮ ມາຣີ ຜູ້ບໍລິສຸດ.” ຫລັງຈາກກິນເຂົ້າແຕ່ລະມື້ແລ້ວ ແມ່ຊີອະນຸຍາດໃຫ້ລົມກັນໄດ້ແຕ່ເຄິ່ງຊົ່ວໂມງເທົ່ານັ້ນ. ຊີວິດຢູ່ນີ້ຈັ່ງແມ່ນຕ່າງຈາກຄອບຄົວທີ່ອົບອຸ່ນຂອງຂ້ອຍແທ້ໆ! ຂ້ອຍຮູ້ສຶກເຫງົາ ໂດດດ່ຽວແລະຮ້ອງໄຫ້ຢູ່ຕະຫຼອດ.
ເມື່ອຂ້ອຍອາຍຸ 17 ປີ ຂ້ອຍໄດ້ປະຕິຍານຕົນເປັນແມ່ຊີທັງໆທີ່ຂ້ອຍບໍ່ເຄີຍຮູ້ສຶກໃກ້ຊິດກັບພະເຈົ້າເລີຍ. ຂ້ອຍຢາກເຮັດໃນສິ່ງທີ່ໂຕເອງມັກ ບໍ່ດົນຫຼັງຈາກນັ້ນຂ້ອຍກໍເລີ່ມຖາມໂຕເອງວ່າ ພະເຈົ້າເລືອກຂ້ອຍໃຫ້ມາເຮັດໜ້າທີ່ນີ້ແທ້ໆບໍ? ພວກແມ່ຊີຈະເວົ້າເລື້ອຍໆວ່າຖ້າໃຜມັກສົງໄສຈະຕົກນາລົກ! ແຕ່ຂ້ອຍກໍຍັງສົງໄສຢູ່ຕະຫຼອດ ຂ້ອຍຄິດເຖິງຕົວຢ່າງຂອງພະເຢຊູ ເພິ່ນບໍ່ຢາກຢູ່ຕາມລຳພັງ ແຕ່ເພິ່ນໃສ່ໃຈການສອນແລະຊ່ວຍຄົນອື່ນ. (ມທ. 4:23-25) ເມື່ອອາຍຸຮອດ 20 ປີ ຂ້ອຍກໍຍັງຕອບໂຕເອງບໍ່ໄດ້ວ່າເປັນຫຍັງຂ້ອຍຕ້ອງເປັນແມ່ຊີ. ແຕ່ມື້ໜຶ່ງຫົວໜ້າແມ່ຊີກໍມາເວົ້າກັບຂ້ອຍເຊິ່ງເຮັດໃຫ້ຂ້ອຍແປກໃຈຫຼາຍ ລາວເວົ້າວ່າຖ້າຍັງມັກສົງໄສແລະລັງເລຢູ່ແບບນີ້ກໍລາອອກໄປເລີຍ. ແມ່ຊີຢ້ານວ່າຄົນອື່ນຈະເປັນຄືຂ້ອຍ ໃນທີ່ສຸດຂ້ອຍກໍຕັດສິນໃຈເກັບກະເປົາກັບບ້ານ.
ເມື່ອຮອດບ້ານແລ້ວ ພໍ່ແມ່ກໍບໍ່ໄດ້ເວົ້າຫຍັງໃຫ້ຂ້ອຍທີ່ໄດ້ລາອອກຈາກໂຮງຮຽນສອນສາສະໜາເພາະພວກເພິ່ນເຂົ້າໃຈຂ້ອຍດີ. ຕໍ່ມາຂ້ອຍກໍຍ້າຍໄປຢູ່ກັບອ້າຍໃນເຢຍລະມັນ ອ້າຍຂອງຂ້ອຍເປັນຄອມມູນິດທີ່ຈິງຈັງຫຼາຍໃນກຸ່ມທີ່ຕໍ່ສູ້ເພື່ອຄົນສະເປນທີ່ຖືກຖິ້ມ. ຂ້ອຍເລີຍຕັດສິນໃຈເຂົ້າຮ່ວມກັບພວກຄອມມູນິດ ແລະໃນທີ່ສຸດກໍໄດ້ແຕ່ງດອງກັບສະມາຊິກຄົນໜຶ່ງໃນກຸ່ມນີ້. ຂ້ອຍຮູ້ສຶກວ່າໂຕເອງໄດ້ເຮັດສິ່ງທີ່ເປັນປະໂຫຍດໄປແດ່ແລ້ວ ເຊັ່ນ: ແຈກຢາຍປຶ້ມຂອງພວກຄອມມູນິດ ແລະໄປຊຸມນຸມເພື່ອການປະທ້ວງ.
ແຕ່ຕໍ່ມາຂ້ອຍກໍເລີ່ມຜິດຫວັງອີກ ຍ້ອນພວກຄອມມູນິດບໍ່ໄດ້ເຮັດຕາມທີ່ປະກາດໄວ້. ໃນປີ 1971 ສະມາຊິກທີ່ເປັນໜຸ່ມສາວບາງຄົນໃນກຸ່ມຂອງເຮົາໄປຈູດສະຖານທີ່ກົງສູນສະເປນໃນແຟຼງເຟີດເພື່ອຕໍ່ຕ້ານຄວາມບໍ່ຍຸຕິທຳແລະການກົດຂີ່ຂົ່ມເຫງທີ່ເກີດຂຶ້ນໃນສະເປນ. ເຫດການນີ້ເຮັດໃຫ້ຂ້ອຍຜິດຫວັງຫຼາຍສຸດ. ຂ້ອຍຮູ້ສຶກວ່າວິທີຮຽກຮ້ອງຄວາມຍຸຕິທຳດ້ວຍອາລົມໃຈຮ້າຍແບບນີ້ບໍ່ຖືກຕ້ອງ.
ຕອນທີ່ລູກຂ້ອຍຄົນທຳອິດເກີດມາ ຂ້ອຍບອກຜົວວ່າຈະບໍ່ໄປປະຊຸມກັບພວກຄອມມູນິດອີກ. ຂ້ອຍຮູ້ສຶກເຫງົາຫຼາຍຍ້ອນບໍ່ມີໝູ່ຈັກຄົນມາຢາມຂ້ອຍກັບລູກຊາຍເລີຍ. ຂ້ອຍເລີ່ມສົງໄສວ່າຄົນເຮົາເກີດມາເຮັດຫຍັງ? ແລະການພະຍາຍາມປ່ຽນແປງສັງຄົມດ້ວຍວິທີນີ້ມັນຄຸ້ນຄ່າແທ້ໆບໍ?
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ:
ໃນປີ 1976 ຜົວເມຍຄູ່ໜຶ່ງທີ່ເປັນຄົນສະເປນເຊິ່ງເປັນພະຍານພະເຢໂຫວາມາເຄາະປະຕູເຮືອນຂ້ອຍ. ເຂົາເຈົ້າຖາມວ່າຢາກຮັບປຶ້ມກ່ຽວກັບຄຳພີໄບເບິນໄວ້ອ່ານບໍ ຂ້ອຍກໍຍິນດີຮັບໄວ້. ເມື່ອເຂົາເຈົ້າກັບມາອີກ ຂ້ອຍກໍມີຫຼາຍຄຳຖາມທີ່ຈະຖາມເຂົາເຈົ້າ ບໍ່ວ່າຂ້ອຍຈະຖາມເລື່ອງຄວາມທຸກ ຄວາມບໍ່ສະເໝີພາບ ແລະຄວາມບໍ່ຍຸຕິທຳ ຂ້ອຍບໍ່ຢາກຈະເຊື່ອເລີຍວ່າເຂົາເຈົ້າເປີດຂໍ້ຄຳພີເພື່ອຕອບຄຳຖາມຂອງຂ້ອຍໄດ້ທຸກຂໍ້ເລີຍ! ຕອນນີ້ຂ້ອຍພ້ອມແລ້ວທີ່ຈະສຶກສາຄຳພີໄບເບິນກັບເຂົາເຈົ້າ.
ຕອນທຳອິດທີ່ຮຽນຄຳພີໄບເບິນ ຂ້ອຍກໍຮຽນໄປພໍມ່ວນຊື່ໆ. ແຕ່ເມື່ອຂ້ອຍກັບຜົວເລີ່ມໄປປະຊຸມທີ່ຫໍປະຊຸມຂອງພະຍານພະເຢໂຫວາຄວາມຄິດຂອງຂ້ອຍກໍເລີ່ມປ່ຽນໄປ. ໃນຕອນນັ້ນເຮົາມີລູກຊາຍ 2 ຄົນ. ພວກພະຍານພະເຢໂຫວາກໍໃຈດີຫຼາຍ ເຂົາເຈົ້າມາຮັບຂ້ອຍກັບລູກໄປປະຊຸມນຳ ນີ້ເຮັດໃຫ້ຂ້ອຍມັກເຂົາເຈົ້າຫຼາຍຂຶ້ນ.
ແຕ່ຂ້ອຍກໍຍັງມີຂໍ້ສົງໄສກ່ຽວກັບສາສະໜາຢູ່ ຂ້ອຍຈຶ່ງຕັດສິນໃຈໄປຢາມຄອບຄົວຂອງຂ້ອຍຢູ່ສະເປນ. ພໍ່ລຸງທີ່ເປັນນັກເທດຍົວະຂ້ອຍໃຫ້ເຊົາສຶກສາຄຳພີໄບເບິນ. ແຕ່ພະຍານພະເຢໂຫວາໃນເມືອງນັ້ນກໍໃຫ້ກຳລັງໃຈແລະຊ່ວຍຂ້ອຍຫຼາຍແທ້ໆ ເຂົາເຈົ້າຕອບຄຳຖາມຈາກຄຳພີໄບເບິນຄືກັບພະຍານທີ່ຂ້ອຍພົບໃນເຢຍລະມັນ ຂ້ອຍຈຶ່ງຕັດສິນໃຈວ່າຖ້າໄປຮອດເຢຍລະມັນຕອນໃດ ຂ້ອຍຈະສຶກສາຄຳພີໄບເບິນຢ່າງຈິງຈັງ. ເຖິງວ່າຜົວຈະເຊົາສຶກສາຄຳພີໄບເບິນ ຂ້ອຍກໍຈະບໍ່ຍອມໃຫ້ອັນໃດກໍຕາມມາຂັດຂວາງການຕັດສິນໃຈຂອງຂ້ອຍຢ່າງເດັດຂາດ. ເມື່ອຮອດ ປີ 1978 ຂ້ອຍໄດ້ອຸທິດຕົວແລະຮັບບັບເຕມາເປັນພະຍານພະເຢໂຫວາ.
ປະໂຫຍດທີ່ໄດ້ຮັບ:
ຄວາມຮູ້ທີ່ເປັນຄວາມຈິງໃນຄຳພີໄບເບິນຊ່ວຍໃຫ້ຂ້ອຍຕາສະຫວ່າງ ຕອນນີ້ຂ້ອຍຮູ້ແລ້ວວ່າຄົນເຮົາເກີດມາເຮັດຫຍັງແລະຈະໃຊ້ຊີວິດແນວໃດໃຫ້ມີຄວາມສຸກ. ຕົວຢ່າງເຊັ່ນ 1 ເປໂຕ 3:1-4 ແນະນຳຜູ້ເປັນເມຍໃຫ້ “ຍອມເຊື່ອຟັງ” ຜົວແລະ “ນັບຖືຈາກໃຈ” ແລະພັດທະນາໂຕເອງໃຫ້ມີ “ໃຈທີ່ສະຫງົບແລະອ່ອນໂຍນເຊິ່ງມີຄ່າຫຼາຍໃນສາຍຕາພະເຈົ້າ.” ຫຼັກການນີ້ຊ່ວຍໃຫ້ຂ້ອຍເປັນເມຍແລະແມ່ທີ່ດີຂຶ້ນ.
ຂ້ອຍໄດ້ເຂົ້າມາເປັນພະຍານພະເຢໂຫວາປະມານ 35 ປີແລ້ວ. ຕະຫຼອດເວລາທີ່ຜ່ານມາຂ້ອຍມີຄວາມສຸກຫຼາຍທີ່ໄດ້ຮັບໃຊ້ພະເຢໂຫວາພະເຈົ້າແລະໄດ້ເປັນສ່ວນໜຶ່ງຂ້ອຍສັງຄົມພີ່ນ້ອງຄລິດສະຕຽນ. ຂ້ອຍມີລູກ 5 ຄົນ ໃນນັ້ນມີ 4 ຄົນທີ່ໃຊ້ຊີວິດໃນທາງດຽວກັບຂ້ອຍ ນີ້ເຮັດໃຫ້ຂ້ອຍແຮ່ງມີຄວາມສຸກຫຼາຍ.