ເຈົ້າຕ້ອງເສຍພາສີບໍ?
ເຈົ້າຕ້ອງເສຍພາສີບໍ?
ຫຼາຍຄົນບໍ່ຢາກເສຍພາສີ ຍ້ອນເຂົາເຈົ້າຮູ້ສຶກວ່າມີການເອົາເງິນໄປໃຊ້ໃນທາງທີ່ບໍ່ເໝາະສົມ ບໍ່ຄຸ້ມຄ່າ ຫຼືເຮັດໃຫ້ເກີດການສໍ້ໂກງ. ແຕ່ບາງຄົນກໍບໍ່ຢາກເສຍພາສີຍ້ອນມີການເອົາເງິນຂອງເຂົາເຈົ້າໄປໃຊ້ໃນທາງທີ່ບໍ່ດີ. ຕົວຢ່າງເຊັ່ນ ຄົນໃນປະເທດໜຶ່ງທີ່ມາຈາກອາຊີກາງບອກວ່າ: “ເຮົາຈະບໍ່ໃຫ້ເງິນກັບລັດຖະບານເພື່ອຊື້ລູກປືນມາຂ້າລູກຂອງເຮົາດອກ.”
ໃນອະດີດ ຫຼາຍຄົນກໍເຄີຍຮູ້ສຶກແບບນີ້ຄືກັນ. ມາຮັນດັດ ເຄ ການດິ ຜູ້ນຳຄົນຮິນດູເຄີຍປະຕິເສດທີ່ຈະເສຍພາສີຍ້ອນໃຈຮູ້ຜິດຮູ້ຖືກບໍ່ຍອມໃຫ້ລາວເຮັດແບບນັ້ນ. ລາວບອກວ່າ: “ຄົນໃດກໍຕາມທີ່ສະໜັບສະໜູນວຽກງານຂອງລັດຖະບານທາງດ້ານການທະຫານບໍ່ວ່າຈະເປັນທາງກົງຫຼືທາງອ້ອມກໍມີສ່ວນໃນການເຮັດບາບ. ທຸກຄົນບໍ່ວ່າຈະໜຸ່ມຫຼືເຖົ້າກໍລ້ວນແຕ່ມີສ່ວນຮ່ວມໃນການເຮັດບາບ ເພາະເຂົາເຈົ້າມີສ່ວນຊ່ວຍຮັກສາຄວາມໝັ້ນຄົງຂອງລັດຖະບານໂດຍການຈ່າຍພາສີ.”
ຄ້າຍຄືກັນ ເຮັນຣີ ເດວິດ ທໍໂຣ ນັກປັດຊະຍາໃນສະຕະວັດທີ 19 ກໍປະຕິເສດທີ່ຈະຈ່າຍພາສີເພື່ອສະໜັບສະໜູນສົງຄາມ ໂດຍອ້າງວ່າມັນຂັດຕໍ່ຈິດສຳນຶກທາງດ້ານສິນລະທຳຂອງລາວ. ລາວຖາມວ່າ: “ປະຊາຊົນຈຳເປັນຕ້ອງເຮັດຕາມຜູ້ອອກກົດໝາຍບໍ ເຖິງວ່າເລື່ອງນັ້ນຈະຂັດກັບໃຈຮູ້ຜິດຮູ້ຖືກຂອງໂຕເອງພຽງຊົ່ວຄາວ? ຖ້າເປັນແບບນັ້ນ ມະນຸດທຸກຄົນຈະມີໃຈຮູ້ຜິດຮູ້ຖືກໄປເພື່ອຫຍັງ?”
ນີ້ເປັນປະເດັນທີ່ຄລິດສະຕຽນທຸກຄົນສົນໃຈ ເພາະຄຳພີໄບເບິນສອນຢ່າງຊັດເຈນວ່າເຂົາເຈົ້າຄວນມີໃຈຮູ້ຜິດຮູ້ຖືກທີ່ສະອາດໃນທຸກເລື່ອງ. (2 ຕີໂມທຽວ 1:3) ແນວໃດກໍຕາມ ຄຳພີໄບເບິນຍອມຮັບວ່າລັດຖະບານມີອຳນາດທີ່ຈະຮຽກຮ້ອງໃຫ້ເສຍພາສີ. ຄຳພີໄບເບິນບອກວ່າ: “ໃຫ້ທຸກຄົນຍອມເຊື່ອຟັງຄົນທີ່ມີອຳນາດປົກຄອງ ຍ້ອນບໍ່ມີໃຜມີອຳນາດໄດ້ຖ້າພະເຈົ້າບໍ່ອະນຸຍາດ ຄົນທີ່ມີອຳນາດປົກຄອງຢູ່ໃນຕຳແໜ່ງສູງຫຼືຕ່ຳໄດ້ກໍຍ້ອນພະເຈົ້າອະນຸຍາດ. ມີເຫດຜົນທີ່ດີທີ່ພວກເຈົ້າຄວນຈະເຊື່ອຟັງຄົນທີ່ມີອຳນາດປົກຄອງ ບໍ່ແມ່ນຍ້ອນຢ້ານຖືກລົງໂທດເທົ່ານັ້ນ ແຕ່ເພື່ອຈະມີໃຈຮູ້ຜິດຮູ້ຖືກທີ່ດີຕໍ່ໆໄປ. ນີ້ເປັນເຫດຜົນທີ່ພວກເຈົ້າຕ້ອງເສຍພາສີ ຍ້ອນເຂົາເຈົ້າເປັນຜູ້ຮັບໃຊ້ຂອງພະເຈົ້າເພື່ອປະຊາຊົນແລະເຮັດໜ້າທີ່ນີ້ຢູ່ຕະຫຼອດ. ພວກເຈົ້າຕ້ອງໃຫ້ທຸກຄົນຕາມທີ່ເຂົາເຈົ້າສົມຄວນໄດ້ຮັບ. ພວກເຈົ້າຄວນເສຍພາສີໃຫ້ຄົນທີ່ຮຽກຮ້ອງພາສີ.”—ໂຣມ 13:1, 5-7
ຍ້ອນແນວນີ້ ຄລິດສະຕຽນໃນສະຕະວັດທຳອິດຈຶ່ງມີຊື່ສຽງວ່າເປັນຜູ້ທີ່ເຕັມໃຈເສຍພາສີ ເຖິງວ່າເງິນສ່ວນໃຫຍ່ຈະຖືກນຳໄປໃຊ້ເພື່ອສະໜັບສະໜູນກອງທັບ. ພະຍານພະເຢໂຫວາໃນປັດຈຸບັນກໍມີຊື່ສຽງດີຄືກັນ. a ຄລິດສະຕຽນມີເຫດຜົນຫຍັງທີ່ເຮັດແບບນັ້ນ? ເຂົາເຈົ້າຕ້ອງຝືນໃຈຮູ້ຜິດຮູ້ຖືກຂອງໂຕເອງບໍເມື່ອເສຍພາສີ?
ພາສີກັບໃຈຮູ້ຜິດຮູ້ຖືກ
ເປັນຄວາມຈິງທີ່ວ່າ ເງິນພາສີສ່ວນໜຶ່ງທີ່ຄລິດສະຕຽນໃນສະຕະວັດທຳອິດຈ່າຍໃຫ້ລັດຖະບານຖືກນຳໄປໃຊ້ກັບການທະຫານ. ເຖິງຈະເປັນແບບນັ້ນ ຄລິດສະຕຽນກໍຍັງເສຍພາສີເພື່ອຈະມີໃຈຮູ້ຜິດຮູ້ຖືກທີ່ສະອາດ. ແຕ່ການດິກັບທໍໂຣອ້າງວ່າເພື່ອຈະມີໃຈຮູ້ຜິດຮູ້ຖືກທີ່ສະອາດ ເຂົາເຈົ້າຕ້ອງບໍ່ເສຍພາສີໃຫ້ລັດຖະບານທີ່ເອົາເງິນນັ້ນໄປໃຊ້ໃນການທະຫານ.
ຂໍໃຫ້ສັງເກດວ່າເຫດຜົນທີ່ຄລິດສະຕຽນເຊື່ອຟັງຄຳສັ່ງໃນໂຣມບົດ 13 ນັ້ນບໍ່ແມ່ນຍ້ອນຢ້ານຖືກລົງໂທດ ແຕ່ຍ້ອນ ‘ໃຈຮູ້ຜິດຮູ້ຖືກຂອງ [ເຂົາເຈົ້າ]’ ນຳ. (ໂຣມ 13:5) ດັ່ງນັ້ນ ໃຈຮູ້ຜິດຮູ້ຖືກຂອງຄລິດສະຕຽນກະຕຸ້ນເຂົາເຈົ້າໃຫ້ເສຍພາສີ ເຖິງວ່າເງິນນັ້ນຈະຖືກເອົາໄປນຳໃຊ້ກັບສິ່ງທີ່ເຂົາເຈົ້າບໍ່ເຫັນດີນຳກໍຕາມ. ເພື່ອຈະເຂົ້າໃຈໃນເລື່ອງທີ່ເບິ່ງຄືວ່າຂັດແຍ່ງກັນນີ້ ເຮົາຕ້ອງເຂົ້າໃຈຄວາມຈິງທີ່ສຳຄັນຢ່າງໜຶ່ງກ່ຽວກັບໃຈຮູ້ຜິດຮູ້ຖືກຂອງເຮົາເຊິ່ງເປັນຄືກັບສຽງທີ່ຢູ່ພາຍໃນຈິດໃຈທີ່ຈະບອກໃຫ້ເຮົາຮູ້ວ່າອັນໃດຖືກອັນໃດຜິດ.
ຄຳເວົ້າຂອງທໍໂຣເປັນຄວາມຈິງທີ່ວ່າເຮົາທຸກຄົນມີໃຈຮູ້ຜິດຮູ້ຖືກ ຢູ່ພາຍໃນ ແຕ່ກໍ່ບໍ່ແມ່ນວ່າຈະໄວ້ໃຈໄດ້ສະເໝີໄປ. ຖ້າເຮົາຢາກເຮັດໃຫ້ພະເຈົ້າພໍໃຈ ໃຈຮູ້ຜິດຮູ້ຖືກຂອງເຮົາກໍຕ້ອງສອດຄ່ອງກັບມາດຕະຖານດ້ານສິນລະທຳຂອງເພິ່ນ. ຫຼາຍເທື່ອເຮົາຈຳເປັນຕ້ອງປັບຄວາມຄິດຫຼືທັດສະນະຂອງເຮົາໃຫ້ສອດຄ່ອງກັບຄວາມຄິດຂອງພະເຈົ້າຍ້ອນວ່າຄວາມຄິດຂອງເພິ່ນເໜືອກວ່າເຮົາ. (ເພງສັນລະເສີນ 19:7) ດັ່ງນັ້ນ ເຮົາຄວນພະຍາຍາມເຂົ້າໃຈວ່າພະເຈົ້າມີທັດສະນະແນວໃດຕໍ່ລັດຖະບານຂອງມະນຸດ. ແລ້ວທັດສະນະຂອງເພິ່ນເປັນແນວໃດ?
ຂໍໃຫ້ສັງເກດວ່າອັກຄະສາວົກໂປໂລເອີ້ນລັດຖະບານມະນຸດວ່າ “ຜູ້ຮັບໃຊ້ຂອງພະເຈົ້າເພື່ອປະຊາຊົນ.” (ໂຣມ 13:6) ໂປໂລໝາຍເຖິງຫຍັງ? ໂດຍພື້ນຖານແລ້ວ ໂປໂລໝາຍຄວາມວ່າລັດຖະບານເຫຼົ່ານີ້ຄອຍເບິ່ງແຍງຄວາມສະຫງົບຮຽບຮ້ອຍໃນສັງຄົມແລະເຮັດສິ່ງຕ່າງໆທີ່ເປັນປະໂຫຍດຕໍ່ປະຊາຊົນ. ຂະໜາດວ່າລັດຖະບານທີ່ບໍ່ສັດຊື່ເຊິ່ງສໍ້ໂກງທີ່ສຸດກໍຍັງຈັດໃຫ້ມີການບໍລິການຕ່າງໆເຊັ່ນ: ໄປສະນີ ໂຮງຮຽນ ການປ້ອງກັນອັກຄີໄພແລະການບັງຄັບໃຊ້ກົດໝາຍ. ເຖິງວ່າພະເຈົ້າຈະຮູ້ດີວ່າລັດຖະບານທີ່ມະນຸດຕັ້ງຂຶ້ນມາມີຂໍ້ບົກຜ່ອງຫຼາຍຢ່າງ ແຕ່ເພິ່ນກໍຍອມໃຫ້ລັດຖະບານເຫຼົ່ານີ້ດຳເນີນງານໃນຊ່ວງໄລຍະເວລາໜຶ່ງ. ນອກຈາກນັ້ນ ພະເຈົ້າຍັງສັ່ງໃຫ້ເຮົາເສຍພາສີເພື່ອສະແດງຄວາມນັບຖືຕໍ່ການຈັດກຽມຂອງເພິ່ນ ເຊິ່ງກໍຄືການທີ່ເພິ່ນຍອມໃຫ້ລັດຖະບານເຫຼົ່ານີ້ປົກຄອງມະນຸດ.
ແນວໃດກໍຕາມ ພະເຈົ້າຍອມໃຫ້ລັດຖະບານມະນຸດປົກຄອງພຽງຊົ່ວຄາວເທົ່ານັ້ນ. ພະເຈົ້າມີຄວາມຕ້ອງການທີ່ຈະເອົາການປົກຄອງທີ່ຢູ່ໃນສະຫວັນເຂົ້າມາແທນທີ່ລັດຖະບານເຫຼົ່ານັ້ນ ແລ້ວຄວາມເສຍຫາຍທຸກຢ່າງທີ່ລັດຖະບານຂອງມະນຸດສ້າງຂຶ້ນຫຼາຍສະຕະວັດກໍຈະຖືກກຳຈັດໃຫ້ໝົດໄປໃນທີ່ສຸດ. (ດານີເອນ 2:44; ມັດທາຍ 6:10) ແຕ່ໃນໄລຍະນີ້ພະເຈົ້າບໍ່ອະນຸຍາດໃຫ້ຄລິດສະຕຽນຕໍ່ຕ້ານອຳນາດຂອງລັດຖະບານແບບທີ່ເອີ້ນວ່າບໍ່ເຊື່ອຟັງໂດຍປະຕິເສດການເສຍພາສີຫຼືໂດຍວິທີອື່ນໆ.
ຈະວ່າແນວໃດຖ້າເຈົ້າຮູ້ສຶກຄືກັນກັບການດິທີ່ຄິດວ່າການເສຍພາສີເພື່ອສະໜັບສະໜູນສົງຄາມນັ້ນເປັນຄືກັບການເຮັດບາບ? ຕາມປົກກະຕິແລ້ວ ເຮົາຈະຮູ້ສຶກວ່າທິວທັດທີ່ຢູ່ອ້ອມຕົວເຮົາເບິ່ງສວຍງາມຂຶ້ນເມື່ອເຮົາເບິ່ງຈາກບ່ອນສູງ. ຄ້າຍຄືກັນ ເຮົາຈະປັບຄວາມຄິດຂອງເຮົາໃຫ້ສອດຄ່ອງກັບຄວາມຄິດຂອງພະເຈົ້າໄດ້ງ່າຍຂຶ້ນຖ້າເຮົາຄິດຕຶກຕອງວ່າທັດສະນະຂອງເພິ່ນສູງສົ່ງກວ່າເຮົາຫຼາຍສ່ຳໃດ. ພະເຈົ້າບອກຜ່ານທາງຜູ້ພະຍາກອນເອຊາຢາວ່າ: “ຄືກັບທີ່ຟ້າສູງກວ່າດິນ ແນວທາງຂອງເຮົາກໍສູງກວ່າແນວທາງຂອງເຈົ້າ ແລະຄວາມຄິດຂອງເຮົາກໍເໜືອກວ່າຄວາມຄິດຂອງເຈົ້າ.”—ເອຊາຢາ 55:8, 9
ການປົກຄອງຂອງມະນຸດມີອຳນາດຢ່າງສົມບູນແບບບໍ?
ການທີ່ຄຳພີໄບເບິນສອນໃຫ້ຄລິດສະຕຽນເສຍພາສີບໍ່ໄດ້ໝາຍຄວາມວ່າລັດຖະບານມະນຸດມີອຳນາດປົກຄອງປະຊາຊົນຢ່າງສົມບູນແບບ. ພະເຢຊູສອນວ່າພະເຈົ້າອະນຸຍາດໃຫ້ລັດຖະບານເຫຼົ່ານັ້ນໃຊ້ອຳນາດໃນຂອບເຂດຈຳກັດເທົ່ານັ້ນ. ເມື່ອມີຄົນຖາມພະເຢຊູວ່າ ການເສຍພາສີໃຫ້ກັບລັດຖະບານໂຣມເປັນສິ່ງທີ່ພະເຈົ້າເຫັນດີບໍ ເພິ່ນຕອບດ້ວຍຖ້ອຍຄຳທີ່ເລິກເຊິ່ງວ່າ: “ສິ່ງທີ່ເປັນຂອງກາຍຊາກໍໃຫ້ກາຍຊາ ແລະສິ່ງທີ່ເປັນຂອງພະເຈົ້າກໍໃຫ້ພະເຈົ້າ.”—ມາຣະໂກ 12:13-17
ລັດຖະບານມະນຸດຫຼືທີ່ພະເຢຊູເອີ້ນວ່າ: “ກາຍຊາ” ເປັນຜູ້ຜະລິດເງິນຕາຂຶ້ນມາແລະກຳນົດມູນຄ່າຂອງເງິນເຫຼົ່ານັ້ນ. ດັ່ງນັ້ນ ໃນມຸມມອງຂອງພະເຈົ້າ ລັດຖະບານເຫຼົ່ານັ້ນມີສິດຮຽກຮ້ອງໃຫ້ປະຊາຊົນຈ່າຍຄືນໃນຮູບແບບຂອງພາສີ. ເຖິງຈະເປັນແບບນັ້ນ ຄຳເວົ້າຂອງພະເຢຊູສະແດງວ່າບໍ່ມີສະຖາບັນໃດທີ່ມະນຸດຕັ້ງຂຶ້ນຈະສາມາດຮຽກຮ້ອງ “ສິ່ງທີ່ເປັນຂອງພະເຈົ້າ” ເຊິ່ງກໍຄືຊີວິດແລະການນະມັດສະການຂອງເຮົາ. ເມື່ອກົດໝາຍຫຼືຂໍ້ຮຽກຮ້ອງຂອງມະນຸດຂັດກັບກົດໝາຍຂອງພະເຈົ້າ ຄລິດສະຕຽນ “ຕ້ອງເຊື່ອຟັງພະເຈົ້າຫຼາຍກວ່າມະນຸດ.”—ກິດຈະການ 5:29
ຄລິດສະຕຽນໃນທຸກມື້ນີ້ອາດຮູ້ສຶກບໍ່ສະບາຍໃຈເມື່ອເຫັນວິທີທີ່ລັດຖະບານເອົາເງິນພາສີບາງສ່ວນໄປໃຊ້ ແຕ່ເຂົາເຈົ້າຈະບໍ່ພະຍາຍາມກົດດັນຫຼືແຊກແຊງການດຳເນີນວຽກງານຂອງລັດຖະບານໂດຍຂັດຂືນຫຼືປະຕິເສດການຈ່າຍພາສີ. ຖ້າເຂົາເຈົ້າເຮັດແບບນັ້ນກໍສ່ຳກັບວ່າ ເຂົາເຈົ້າບໍ່ໄວ້ໃຈຄຳສັນຍາຂອງພະເຈົ້າທີ່ວ່າ ເພິ່ນຈະແກ້ໄຂບັນຫາທຸກຢ່າງຂອງມະນຸດ. ດັ່ງນັ້ນ ເຂົາເຈົ້າຈຶ່ງອົດທົນລໍຖ້າຈົນກວ່າຈະເຖິງເວລາທີ່ພະເຈົ້າຈະເຂົ້າມາແຊກແຊງວຽກງານຂອງມະນຸດໂດຍທາງການປົກຄອງຂອງພະເຢຊູລູກຊາຍຂອງເພິ່ນ. ພະເຢຊູເວົ້າວ່າ: “ການປົກຄອງຂອງຂ້ອຍບໍ່ໄດ້ເປັນສ່ວນໜຶ່ງຂອງໂລກນີ້.”—ຢຮ 18:36
ການເຮັດຕາມຄຳສອນໃນຄຳພີໄບເບິນເປັນປະໂຫຍດ
ເຈົ້າຈະໄດ້ຮັບປະໂຫຍດຫຼາຍຢ່າງຖ້າເຈົ້າເຮັດຕາມຄຳສອນໃນຄຳພີໄບເບິນທີ່ໃຫ້ເສຍພາສີ. ເຈົ້າຈະບໍ່ຕ້ອງຖືກຮັບໂທດໃນຂໍ້ຫາໜີພາສີແລະບໍ່ຕ້ອງຢ້ານວ່າຈະຖືກຈັບໄດ້. (ໂຣມ 13:3-5) ສຳຄັນກວ່ານັ້ນເຈົ້າຈະມີໃຈຮູ້ຜິດຮູ້ຖືກທີ່ສະອາດໃນສາຍຕາຂອງພະເຈົ້າແລະເຈົ້າຍັງໃຫ້ກຽດພະເຢໂຫວາໂດຍການເປັນປະຊາຊົນທີ່ປະຕິບັດຕາມກົດໝາຍ. ເຖິງວ່າເຈົ້າຕ້ອງເສຍເງິນຈຳນວນຫຼາຍເມື່ອທຽບກັບຄົນທີ່ໜີຫຼືໂກງພາສີ ແຕ່ເຈົ້າສາມາດໝັ້ນໃຈໃນຄຳສັນຍາຂອງພະເຈົ້າທີ່ວ່າເພິ່ນຈະເບິ່ງແຍງຜູ້ຮັບໃຊ້ທີ່ສັດຊື່ພັກດີຕໍ່ເພິ່ນ. ດາວິດຜູ້ຂຽນຄຳພີໄບເບິນເວົ້າໄວ້ດັ່ງນີ້: “ຕັ້ງແຕ່ຂ້ອຍຍັງໜຸ່ມຈົນຮອດຕອນນີ້ທີ່ຂ້ອຍເຖົ້າແລ້ວ ຂ້ອຍຍັງບໍ່ເຄີຍເຫັນຄົນທີ່ເຮັດສິ່ງທີ່ຖືກຕ້ອງຖືກປະຖິ້ມຈັກເທື່ອແລະບໍ່ເຄີຍເຫັນລູກຫຼານຂອງລາວຕ້ອງໄປເປັນຂໍທານ.”—ເພງສັນລະເສີນ 37:25
ສຸດທ້າຍແລ້ວ ການເຂົ້າໃຈແລະປະຕິບັດຕາມຄຳສອນໃນຄຳພີໄບເບິນທີ່ໃຫ້ເສຍພາສີຈະເຮັດໃຫ້ເຈົ້າມີໃຈສະຫງົບ. ພະເຈົ້າຈະບໍ່ເອົາຜິດກັບເຈົ້າ ບໍ່ວ່າລັດຖະບານຈະເອົາເງິນພາສີຂອງເຈົ້າໄປໃຊ້ແນວໃດກໍຕາມຄືກັນກັບທີ່ກົດໝາຍຈະບໍ່ເອົາຜິດກັບຄົນທີ່ເຊົ່າບ້ານບໍ່ວ່າເຈົ້າຂອງບ້ານຈະເອົາເງິນຄ່າເຊົ່າໄປໃຊ້ແນວໃດກໍຕາມ. ຜູ້ຊາຍຄົນໜຶ່ງຊື່ສະເຕວີໂອບອກວ່າ ກ່ອນທີ່ລາວຈະໄດ້ຮຽນຄວາມຈິງຈາກຄຳພີໄບເບິນ ລາວເຄີຍພະຍາຍາມຮຽກຮ້ອງໃຫ້ມີການປ່ຽນແປງທາງດ້ານການເມືອງຢູ່ພາກໃຕ້ຂອງເອີຣົບ. ລາວເວົ້າເຖິງເຫດຜົນທີ່ເຮັດໃຫ້ລາວເຊົາພະຍາຍາມວ່າ: “ຂ້ອຍຕ້ອງຍອມຮັບວ່າມະນຸດບໍ່ສາມາດເຮັດໃຫ້ໂລກນີ້ມີຄວາມຍຸຕິທຳ ສັນຕິພາບແລະຄວາມຮັກແບບພີ່ນ້ອງໄດ້. ມີພຽງແຕ່ການປົກຄອງຂອງພະເຈົ້າເທົ່ານັ້ນທີ່ສາມາດປ່ຽນແປງສັງຄົມໃຫ້ດີຂຶ້ນໄດ້.”
ຄືກັນກັບສະເຕວີໂອ ຖ້າເຈົ້າ ‘ຄືນສິ່ງທີ່ເປັນຂອງພະເຈົ້າ’ ຢ່າງສັດຊື່ພັກດີ ເຈົ້າກໍສາມາດໝັ້ນໃຈວ່າເຈົ້າຈະໄດ້ເຫັນມື້ທີ່ພະເຈົ້າປົກຄອງໂລກນີ້ຢ່າງຖືກຕ້ອງ. ເມື່ອຮອດເວລານັ້ນ ເພິ່ນຈະລົບລ້າງຄວາມເສຍຫາຍແລະຄວາມບໍ່ຍຸຕິທຳທຸກຢ່າງທີ່ເກີດຈາກການປົກຄອງຂອງມະນຸດ.
[ຂໍ້ຄວາມໄຂເງື່ອນ]
a ສຳລັບປະຫວັດທີ່ດີຂອງພະຍານພະເຢໂຫວາໃນເລື່ອງການເສຍພາສີ ໃຫ້ເບິ່ງ ຫໍສັງເກດການ 1 ພະຈິກ 2002 ໜ້າ 13 ຂໍ້ 15 ແລະ 1 ພຶດສະພາ 1996 ໜ້າ 17 ຂໍ້ 7 (ພາສາໄທ)
[ຖ້ອຍຄຳທີ່ຍົກມາ]
ເຮົາຕ້ອງປັບຄວາມຄິດຂອງເຮົາໃຫ້ສອດຄ່ອງກັບຄວາມຄິດຂອງພະເຈົ້າຍ້ອນວ່າຄວາມຄິດຂອງເພິ່ນເໜືອກວ່າເຮົາ.
[ຖ້ອຍຄຳທີ່ຍົກມາ]
ເມື່ອຄລິດສະຕຽນເຊື່ອຟັງຄຳສັ່ງທີ່ໃຫ້ເສຍພາສີ ເຂົາເຈົ້າຈະມີໃຈຮູ້ຜິດຮູ້ຖືກທີ່ດີໃນສາຍຕາຂອງພະເຢໂຫວາແລະສະແດງໃຫ້ເຫັນວ່າເຂົາເຈົ້າໄວ້ວາງໃຈວ່າພະເຈົ້າຈະເບິ່ງແຍງເຂົາເຈົ້າ
[ຖ້ອຍຄຳທີ່ຍົກມາ]
“ສິ່ງທີ່ເປັນຂອງກາຍຊາກໍໃຫ້ກາຍຊາ ແລະສິ່ງທີ່ເປັນຂອງພະເຈົ້າກໍໃຫ້ພະເຈົ້າ”
[ທີ່ມາຂອງຮູບ]
Copyright British Museum