ບົດຄວາມສຶກສາທີ 24
ພະເຢໂຫວາເປັນຜູ້ໃຫ້ອະໄພທີ່ດີທີ່ສຸດ
“ພະເຢໂຫວາ ພະອົງດີແທ້ໆ ແລະພ້ອມຈະໃຫ້ອະໄພ. ພະອົງມີຄວາມຮັກທີ່ໝັ້ນຄົງຕໍ່ທຸກຄົນທີ່ຮ້ອງຫາພະອົງ.”—ເພງ. 86:5, ລ.ມ.
ເພງ 42 ຄຳອະທິດຖານຂອງຜູ້ຮັບໃຊ້ພະເຈົ້າ
ໃຈຄວາມສຳຄັນ a
1. ຕາມຜູ້ເທສະໜາປ່າວປະກາດ 7:20 ກະສັດໂຊໂລໂມນໄດ້ເວົ້າຫຍັງທີ່ເປັນຄວາມຈິງ?
ກະສັດໂຊໂລໂມນຂຽນວ່າ: “ໃນໂລກນີ້ບໍ່ມີຄົນດີຈັກຄົນທີ່ເຮັດແຕ່ສິ່ງທີ່ຖືກຕ້ອງແລະບໍ່ເຮັດບາບເລີຍ.” (ຜູ້ປ. 7:20, ລ.ມ.) ນີ້ເປັນຄວາມຈິງ ເພາະເຮົາທຸກຄົນເປັນຄົນບາບ. (1 ຢຮ. 1:8) ດັ່ງນັ້ນ ເຮົາທຸກຄົນຈຳເປັນຕ້ອງໄດ້ຮັບການໃຫ້ອະໄພຈາກພະເຢໂຫວາແລະຈາກຄົນອື່ນ.
2. ເຈົ້າຮູ້ສຶກແນວໃດເມື່ອໝູ່ສະໜິດໃຫ້ອະໄພເຈົ້າ?
2 ເຈົ້າອາດຈະຈື່ຕອນທີ່ເຈົ້າເຮັດໃຫ້ໝູ່ສະໜິດຄຽດ ເຈົ້າຢາກຈະປັບຄວາມເຂົ້າໃຈກັບລາວແລະເປັນໝູ່ກັບລາວອີກ ດັ່ງນັ້ນ ເຈົ້າຈຶ່ງໄປຂໍໂທດລາວຈາກໃຈ. ແລ້ວເຈົ້າຈະຮູ້ສຶກແນວໃດເມື່ອໝູ່ໃຫ້ອະໄພເຈົ້າ? ເຈົ້າຄືຊິຮູ້ສຶກໂລ່ງໃຈແລະມີຄວາມສຸກຫຼາຍ!
3. ເຮົາຈະຮຽນຫຍັງແດ່ໃນບົດຄວາມນີ້?
3 ເຮົາຢາກໃຫ້ພະເຢໂຫວາເປັນໝູ່ທີ່ສະໜິດທີ່ສຸດຂອງເຮົາ. ແຕ່ບາງເທື່ອເຮົາກໍເວົ້າແລະເຮັດບາງຢ່າງທີ່ເຮັດໃຫ້ເພິ່ນເສຍໃຈ. ແຕ່ເປັນຫຍັງເຮົາໝັ້ນໃຈໄດ້ວ່າພະເຢໂຫວາພ້ອມທີ່ຈະໃຫ້ອະໄພເຮົາ? ການໃຫ້ອະໄພຂອງພະເຢໂຫວາຕ່າງຈາກການໃຫ້ອະໄພຂອງຄົນເຮົາແນວໃດ? ແລະພະເຢໂຫວາຈະໃຫ້ອະໄພຜູ້ໃດ?
ພະເຢໂຫວາພ້ອມທີ່ຈະໃຫ້ອະໄພເຮົາ
4. ເປັນຫຍັງເຮົາໝັ້ນໃຈວ່າພະເຢໂຫວາພ້ອມທີ່ຈະໃຫ້ອະໄພເຮົາ?
4 ຄຳພີໄບເບິນເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາພ້ອມທີ່ຈະໃຫ້ອະໄພ ເຮົາ. ພະເຢໂຫວາໄດ້ບອກໂມເຊໃຫ້ຮູ້ເລື່ອງນີ້ຕອນທີ່ຢູ່ພູເຂົາຊີນາຍ. ເພິ່ນໄດ້ບອກຜ່ານທາງທູດສະຫວັນວ່າ: “ພະເຢໂຫວາ ພະເຢໂຫວາ ພະເຈົ້າທີ່ເມດຕາສົງສານ ບໍ່ຄຽດງ່າຍ ຮັກໃຜກໍຮັກໝັ້ນຄົງແລະຮັກສາຄຳເວົ້າສະເໝີ. ພະອົງມີຄວາມຮັກທີ່ໝັ້ນຄົງບໍ່ວ່າຈະຜ່ານໄປຈາກຊົ່ວອາຍຸຄົນ. ພະອົງໃຫ້ອະໄພຄວາມຜິດແລະບາບ.” (ອົບ. 34:6, 7, ລ.ມ.) ພະເຢໂຫວາເປັນພະເຈົ້າທີ່ເມດຕາກະລຸນາແລະພ້ອມທີ່ຈະໃຫ້ອະໄພຜູ້ທີ່ກັບໃຈແທ້ໆ.—ນເຫ. 9:17; ເພງ. 86:15
5. ຕາມຄຳເພງ 103:13, 14 ການທີ່ພະເຢໂຫວາຮູ້ຈັກເຮົາເປັນຢ່າງດີກະຕຸ້ນເພິ່ນໃຫ້ເຮັດຫຍັງ?
5 ຍ້ອນພະເຢໂຫວາເປັນຜູ້ສ້າງເຮົາ ເພິ່ນຈຶ່ງຮູ້ທຸກຢ່າງກ່ຽວກັບໂຕເຮົາ. (ເພງ. 139:15-17) ລອງຄິດເບິ່ງ ພະເຢໂຫວາຮູ້ລາຍລະອຽດທຸກຢ່າງກ່ຽວກັບເຮົາແຕ່ລະຄົນທີ່ຢູ່ໃນໂລກນີ້. ດັ່ງນັ້ນ ພະເຢໂຫວາຈຶ່ງເຫັນຄວາມບໍ່ສົມບູນແບບທີ່ເຮົາໄດ້ຮັບຈາກພໍ່ແມ່ ແລະເພິ່ນເຖິງຂັ້ນຮູ້ທຸກຢ່າງທີ່ເກີດຂຶ້ນກັບເຮົາເຊິ່ງເຮັດໃຫ້ເຮົາເປັນຄົນແບບນັ້ນ. ການທີ່ພະເຢໂຫວາຮູ້ຈັກເຮົາເປັນຢ່າງດີໄດ້ກະຕຸ້ນເພິ່ນໃຫ້ເຮັດຫຍັງ? ສິ່ງນັ້ນກະຕຸ້ນເພິ່ນໃຫ້ສະແດງຄວາມເມດຕາຕໍ່ເຮົາ.—ເພງ. 78:39; ອ່ານຄຳເພງ 103:13, 14
6. ພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເພິ່ນຢາກໃຫ້ອະໄພເຮົາ?
6 ພະເຢໂຫວາສະແດງໃຫ້ເຫັນວ່າເພິ່ນຢາກໃຫ້ອະໄພເຮົາ. ເພິ່ນຮູ້ວ່າຍ້ອນສິ່ງທີ່ອາດາມມະນຸດຄົນທຳອິດເຮັດ ເຮົາທຸກຄົນກໍເລີຍກາຍເປັນຄົນບາບແລະຕ້ອງຕາຍ ແລະເຮົາກໍບໍ່ມີທາງທີ່ຈະຊ່ວຍຕົວເອງແລະຄົນອື່ນໃຫ້ພົ້ນຈາກບາບແລະຄວາມຕາຍໄດ້. (ຣມ. 5:12; ເພງ. 49:7-9) ແຕ່ຍ້ອນພະເຢໂຫວາຮັກແລະເຫັນອົກເຫັນໃຈ ເພິ່ນຈຶ່ງໄດ້ຈັດກຽມບາງຢ່າງເພື່ອຊ່ວຍເຮົາ. ເພິ່ນໄດ້ເຮັດແນວໃດ? ໃນໂຢຮັນ 3:16 ບອກວ່າ ພະເຢໂຫວາໄດ້ສົ່ງພະເຢຊູລູກຊາຍຄົນດຽວຂອງເພິ່ນມາຕາຍແທນເຮົາ ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນພະເຢຊູຈະພົ້ນຈາກບາບແລະຄວາມຕາຍໄດ້. (ມທ. 20:28; ຣມ. 5:19) ແລະເຮົາເຫັນວ່າພະເຢຊູກໍເຕັມໃຈສະລະຊີວິດເພື່ອເຮົາແທ້ໆ. (ຮຣ. 2:9) ລອງຄິດເບິ່ງວ່າ ພະເຢໂຫວາຈະຮູ້ສຶກເຈັບປວດຫຼາຍສ່ຳໃດທີ່ເຫັນພະເຢຊູລູກຊາຍທີ່ຮັກຂອງເພິ່ນຕ້ອງຕາຍຢ່າງທໍລະມານແລະໜ້າອັບອາຍ. ການທີ່ພະເຢໂຫວາຍອມໃຫ້ພະເຢຊູມາຕາຍເພື່ອເຮົາສະແດງໃຫ້ເຫັນວ່າເພິ່ນຢາກໃຫ້ອະໄພເຮົາແທ້ໆ!
7. ມີເລື່ອງຂອງໃຜແດ່ໃນຄຳພີໄບເບິນທີ່ພະເຢໂຫວາໃຫ້ອະໄພ?
7 ໃນຄຳພີໄບເບິນມີຕົວຢ່າງຂອງຫຼາຍຄົນທີ່ພະເຢໂຫວາໃຫ້ອະໄພ. (ອຟຊ. 4:32) ເຈົ້າຄິດເຖິງໃຜ? ເຈົ້າອາດຈະຄິດເຖິງຕົວຢ່າງຂອງກະສັດມານາເຊ. ມານາເຊເຮັດຊົ່ວຫຼາຍຢ່າງ ເຊັ່ນ: ລາວນະມັດສະການພະປອມແລະສົ່ງເສີມຄົນອື່ນໃຫ້ເຮັດແບບນັ້ນນຳ. ລາວຍັງໄດ້ຂ້າລູກຕົວເອງແລະເອົາໄປເຜົາບູຊາໃຫ້ພະປອມ ແຖມຍັງເອົາຮູບປັ້ນຂອງພະປອມມາໄວ້ໃນວິຫານຂອງພະເຢໂຫວາ. ຄຳພີໄບເບິນບອກວ່າ: “ລາວເຮັດສິ່ງທີ່ພະເຢໂຫວາເຫັນວ່າຊົ່ວຫຼາຍ ແລະເຮັດໃຫ້ພະອົງໃຈຮ້າຍ.” (2 ຂ່າວ. 33:2-7, ລ.ມ.) ແຕ່ເມື່ອກະສັດມານາເຊກັບໃຈແທ້ໆ ພະເຢໂຫວາກໍໃຫ້ອະໄພລາວແລະຊ່ວຍລາວໃຫ້ກັບມາເປັນກະສັດອີກເທື່ອໜຶ່ງ. (2 ຂ່າວ. 33:12, 13) ນອກຈາກນັ້ນ ເຈົ້າອາດຈະຄິດເຖິງຕົວຢ່າງຂອງກະສັດດາວິດ. ດາວິດໄດ້ເຮັດຜິດຮ້າຍແຮງຕໍ່ພະເຢໂຫວາ. ລາວເຮັດຜິດສິນລະທຳທາງເພດແລະຂ້າຄົນ. ແຕ່ເມື່ອລາວສຳນຶກຜິດແລະກັບໃຈແທ້ໆ ພະເຢໂຫວາກໍໃຫ້ອະໄພລາວ. (2 ຊາມ. 12:9, 10, 13, 14) ເລື່ອງນີ້ເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາຢາກໃຫ້ອະໄພເຮົາແທ້ໆ. ໃນສ່ວນຕໍ່ໄປເຮົາຈະມາເບິ່ງວ່າ ການໃຫ້ອະໄພຂອງພະເຢໂຫວາຕ່າງຈາກການໃຫ້ອະໄພຂອງຄົນເຮົາແນວໃດ.
ການໃຫ້ອະໄພຂອງພະເຢໂຫວາຕ່າງຈາກການໃຫ້ອະໄພຂອງຄົນເຮົາ
8. ການທີ່ພະເຢໂຫວາເປັນຜູ້ຕັດສິນທີ່ດີທີ່ສຸດສົ່ງຜົນຕໍ່ການໃຫ້ອະໄພຂອງເພິ່ນແນວໃດ?
8 ພະເຢໂຫວາເປັນ “ຜູ້ຕັດສິນບັນດາແຜ່ນດິນໂລກ.” (ຕົ້ນ. 18:25) ຜູ້ຕັດສິນທີ່ດີຕ້ອງຮູ້ຈັກກົດໝາຍເປັນຢ່າງດີ. ແລະພະເຢໂຫວາກໍຮູ້ຈັກກົດໝາຍເປັນຢ່າງດີ ເພາະເພິ່ນເປັນຜູ້ທີ່ໃຫ້ກົດໝາຍ. (ເອຊາ. 33:22) ບໍ່ມີໃຜທີ່ຈະຮູ້ສິ່ງທີ່ຖືກແລະສິ່ງທີ່ຜິດໄດ້ດີເທົ່າກັບພະເຢໂຫວາ. ແລ້ວຜູ້ຕັດສິນທີ່ດີຍັງຕ້ອງຮູ້ຈັກຫຍັງອີກ? ລາວຕ້ອງຮູ້ຄວາມຈິງທັງໝົດກ່ອນທີ່ຈະຕັດສິນເລື່ອງໃດເລື່ອງໜຶ່ງເຊິ່ງພະເຢໂຫວາກໍເປັນຜູ້ທີ່ຮູ້ຄວາມຈິງທັງໝົດ. ດັ່ງນັ້ນ ເພິ່ນຈຶ່ງເປັນຜູ້ຕັດສິນທີ່ດີທີ່ສຸດ.
9. ພະເຢໂຫວາເບິ່ງເລື່ອງຫຍັງແດ່ເມື່ອຕັດສິນໃຈວ່າຈະໃຫ້ອະໄພເຮົາຫຼືບໍ່.
9 ພະເຢໂຫວາຕ່າງຈາກຜູ້ຕັດສິນທີ່ເປັນມະນຸດ ເພາະເພິ່ນຮູ້ຂໍ້ເທັດຈິງທັງໝົດກ່ຽວກັບເລື່ອງໃດເລື່ອງໜຶ່ງກ່ອນທີ່ຈະຕັດສິນ. (ຕົ້ນ. 18:20, 21; ເພງ. 90:8) ເພິ່ນບໍ່ຄືກັບມະນຸດທີ່ຮູ້ຈາກສິ່ງທີ່ເຫັນແລະໄດ້ຍິນເທົ່ານັ້ນ ເພາະເພິ່ນເຂົ້າໃຈວ່າຄົນເຮົາເຮັດບາງຢ່າງຍ້ອນກຳມະພັນທີ່ໄດ້ຈາກພໍ່ແມ່ ວິທີທີ່ຖືກລ້ຽງມາ ສະພາບແວດລ້ອມ ແລະເຖິງຂັ້ນຮູ້ຈັກສະພາບຈິດໃຈແລະອາລົມຄວາມຮູ້ສຶກຂອງເຮົາ. ພະເຢໂຫວາອ່ານໃຈເຮົາໄດ້. ເພິ່ນຮູ້ວ່າເຮົາເຮັດສິ່ງໃດສິ່ງໜຶ່ງຍ້ອນແຮງກະຕຸ້ນ ຄວາມຕັ້ງໃຈ ແລະຄວາມຕ້ອງການແບບໃດ. ບໍ່ມີຫຍັງທີ່ຈະປົກປິດຈາກພະເຢໂຫວາໄດ້. (ຮຣ. 4:13) ດັ່ງນັ້ນ ເມື່ອພະເຢໂຫວາໃຫ້ອະໄພຜູ້ໃດຜູ້ໜຶ່ງ ກໍຍ້ອນເພິ່ນກໍຮູ້ຈັກຄວາມຈິງທັງໝົດກ່ຽວກັບຜູ້ນັ້ນ.
10. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າພະເຢໂຫວາຕັດສິນຢ່າງຍຸຕິທຳສະເໝີ? (ພະບັນຍັດ 32:4)
10 ພະເຢໂຫວາຕັດສິນຢ່າງຍຸຕິທຳສະເໝີ. ເພິ່ນບໍ່ໄດ້ລຳອຽງແລະເພິ່ນກໍບໍ່ເຄີຍຕັດສິນຄົນອື່ນຍ້ອນເຂົາເຈົ້າໜ້າຕາດີ ເປັນຄົນລວຍ ມີຊື່ສຽງແລະມີຄວາມສາມາດ. (1 ຊາມ. 16:7; ຢກບ. 2:1-4) ບໍ່ມີໃຜທີ່ຈະບັງຄັບຫຼືຊື້ຈ້າງພະເຢໂຫວາໄດ້. (2 ຂ່າວ. 19:7) ແລະເພິ່ນກໍບໍ່ໄດ້ຕັດສິນຕາມອາລົມຄວາມຮູ້ສຶກ. (ອົບ. 34:7) ດັ່ງນັ້ນ ເຮົາຈຶ່ງໝັ້ນໃຈວ່າພະເຢໂຫວາເປັນຜູ້ຕັດສິນທີ່ດີທີ່ສຸດ ຍ້ອນເພິ່ນເຂົ້າໃຈທຸກຢ່າງກ່ຽວກັບຕົວເຮົາແລະສະພາບການຂອງເຮົາ.—ອ່ານພະບັນຍັດ 32:4
11. ການໃຫ້ອະໄພຂອງພະເຢໂຫວາຕ່າງຈາກການໃຫ້ອະໄພຂອງຄົນເຮົາແນວໃດ?
11 ຜູ້ຂຽນຄຳພີໄບເບິນພາກພາສາເຮັບເຣີຮູ້ວ່າການໃຫ້ອະໄພຂອງພະເຢໂຫວາຕ່າງຈາກການໃຫ້ອະໄພຂອງຄົນເຮົາ. ເພາະບາງເທື່ອເຂົາເຈົ້າໄດ້ໃຊ້ຄຳພາສາເຮັບເຣີຄຳໜຶ່ງເຊິ່ງປຶ້ມຄົ້ນຄວ້າຫົວໜຶ່ງອະທິບາຍວ່າ: “ຄຳນີ້ໃຊ້ສະເພາະການໃຫ້ອະໄພລະຫວ່າງພະເຈົ້າກັບມະນຸດເທົ່ານັ້ນ. ບໍ່ເຄີຍໃຊ້ລະຫວ່າງມະນຸດກັບມະນຸດນຳກັນ.” ມີແຕ່ພະເຢໂຫວາເທົ່ານັ້ນທີ່ມີສິດໃຫ້ອະໄພຜູ້ທີ່ເຮັດບາບແລ້ວກັບໃຈແທ້ໆ. ແລ້ວຜົນເປັນແນວໃດເມື່ອພະເຢໂຫວາໃຫ້ອະໄພເຮົາ?
12-13. (ກ) ຜູ້ທີ່ພະເຢໂຫວາໃຫ້ອະໄພຈະເປັນແນວໃດ? (ຂ) ການໃຫ້ອະໄພຂອງພະເຢໂຫວາເປັນແນວໃດ?
12 ເມື່ອເຮົາຍອມຮັບວ່າພະເຢໂຫວາໃຫ້ອະໄພເຮົາ ເຮົາກໍຈະ “ໄດ້ຮັບຄວາມສົດຊື່ນ” ເຊິ່ງໝາຍຄວາມວ່າເຮົາຈະມີຄວາມສະຫງົບໃຈແລະບໍ່ມີຫຍັງມາລົບກວນໃຈເຮົາ. ການໃຫ້ອະໄພແບບນີ້ຕ້ອງມາຈາກ “ພະເຢໂຫວາ” ເທົ່ານັ້ນ ບໍ່ແມ່ນມາຈາກມະນຸດ. (ກຈກ. 3:19) ເມື່ອພະເຢໂຫວາໃຫ້ອະໄພເຮົາ ເພິ່ນກໍຊ່ວຍເຮົາໃຫ້ກັບມາເປັນໝູ່ນຳເພິ່ນອີກຄືກັບວ່າເຮົາບໍ່ເຄີຍເຮັດຜິດມາກ່ອນ.
13 ເມື່ອພະເຢໂຫວາໃຫ້ອະໄພເຮົາແລ້ວ ເພິ່ນກໍຈະບໍ່ເວົ້າເຖິງຄວາມຜິດນັ້ນ ແລະບໍ່ເອົາຄວາມຜິດນັ້ນມາລົງໂທດເຮົາອີກ. (ເອຊາ. 43:25; ຢເຣ. 31:34) ເພິ່ນຈະຖິ້ມຄວາມຜິດຂອງເຮົາອອກໄປໄກສ່ຳກັບ “ທິດຕາເວັນອອກໄກຈາກທິດຕາເວັນຕົກ.” b (ເພງ. 103:12, ລ.ມ.) ເມື່ອຄິດເຖິງເລື່ອງນີ້ ເຮົາກໍຮູ້ສຶກປະທັບໃຈຫຼາຍແລະເຫັນຄ່າທີ່ພະເຢໂຫວາໃຫ້ອະໄພເຮົາແທ້ໆ. (ເພງ. 130:4) ແລ້ວພະເຢໂຫວາຈະໃຫ້ອະໄພຜູ້ໃດແດ່?
ພະເຢໂຫວາຈະໃຫ້ອະໄພຜູ້ໃດ?
14. ເຮົາໄດ້ຮຽນຫຍັງມາແລ້ວເລື່ອງການໃຫ້ອະໄພຂອງພະເຢໂຫວາ?
14 ເຮົາໄດ້ຮຽນມາແລ້ວວ່າການທີ່ພະເຢໂຫວາຈະໃຫ້ອະໄພຜູ້ໃດຜູ້ໜຶ່ງບໍ່ໄດ້ຂຶ້ນກັບວ່າຄວາມຜິດນັ້ນນ້ອຍໃຫຍ່ສ່ຳໃດ. ແຕ່ເພິ່ນໄດ້ໃຊ້ຄວາມຮູ້ໃນຖານະທີ່ເປັນຜູ້ສ້າງ ຜູ້ໃຫ້ກົດໝາຍ ແລະຜູ້ຕັດສິນເພື່ອເບິ່ງວ່າຈະໃຫ້ອະໄພເຮົາຫຼືບໍ່. ແລ້ວພະເຢໂຫວາໄດ້ຄິດເຖິງເລື່ອງຫຍັງແດ່ເມື່ອຕ້ອງຕັດສິນໃຈວ່າຈະໃຫ້ອະໄພເຮົາຫຼືບໍ່?
15. ຕາມລູກາ 12:47, 48 ສິ່ງໜຶ່ງທີ່ພະເຢໂຫວາຄິດເຖິງແມ່ນຫຍັງ?
15 ສິ່ງໜຶ່ງທີ່ພະເຢໂຫວາຄິດເຖິງກ່ອນຕັດສິນໃຈວ່າຈະໃຫ້ອະໄພຫຼືບໍ່ກໍຄື ຜູ້ທີ່ເຮັດຜິດຮູ້ໂຕບໍວ່າສິ່ງທີ່ຕົວເອງເຮັດມັນຜິດ. ພະເຢຊູຊ່ວຍໃຫ້ເຮົາເຂົ້າໃຈເລື່ອງນີ້ຫຼາຍຂຶ້ນໃນລູກາ 12:47, 48 (ອ່ານ). ເມື່ອຄົນໜຶ່ງຈົງໃຈເຮັດສິ່ງທີ່ພະເຢໂຫວາບໍ່ມັກ ລາວກໍເຮັດຜິດຮ້າຍແຮງແລະລາວອາດຈະບໍ່ໄດ້ຮັບການໃຫ້ອະໄພກໍໄດ້. (ມຣກ. 3:29; ຢຮ. 9:41) ແຕ່ເຮົາຕ້ອງຍອມຮັບວ່າບາງເທື່ອເຮົາກໍຈົງໃຈເຮັດສິ່ງທີ່ເຮົາຮູ້ວ່າມັນຜິດ. ຊັ້ນເຮົາຍັງມີຄວາມຫວັງທີ່ຈະໄດ້ຮັບການໃຫ້ອະໄພບໍ? ມີແທ້! ໃຫ້ເຮົາມາເບິ່ງອີກສິ່ງໜຶ່ງທີ່ພະເຢໂຫວາຄິດເຖິງ.
16. ການກັບໃຈໝາຍເຖິງຫຍັງ ແລະເປັນຫຍັງເລື່ອງນີ້ຈຶ່ງສຳຄັນຖ້າເຮົາຢາກໄດ້ຮັບການໃຫ້ອະໄພຈາກພະເຢໂຫວາ?
16 ອີກສິ່ງໜຶ່ງທີ່ພະເຢໂຫວາຄິດເຖິງກໍຄື ຜູ້ທີ່ເຮັດຜິດກັບໃຈແທ້ຫຼືບໍ່. ການກັບໃຈໝາຍຄວາມວ່າແນວໃດ? ການກັບໃຈໝາຍເຖິງການປ່ຽນຄວາມຄິດ ຈິດໃຈ ແລະຄວາມຕັ້ງໃຈເຊິ່ງລວມເຖິງການທີ່ຜູ້ນັ້ນຮູ້ສຶກເສຍໃຈກັບຄວາມຜິດທີ່ລາວເຮັດ ຫຼືເສຍໃຈທີ່ບໍ່ໄດ້ເຮັດສິ່ງທີ່ຖືກຕ້ອງ. ຜູ້ທີ່ກັບໃຈຕ້ອງບໍ່ພຽງແຕ່ເສຍໃຈຍ້ອນຄວາມຜິດທີ່ຕົວເອງເຮັດ ແຕ່ຍ້ອນບໍ່ໄດ້ມີຄວາມເຊື່ອທີ່ເຂັ້ມແຂງເຊິ່ງພາໃຫ້ລາວເຮັດຜິດ. ຂໍໃຫ້ຄິດເຖິງເລື່ອງຂອງມານາເຊແລະດາວິດທີ່ເຮັດຜິດຮ້າຍແຮງ ແຕ່ພະເຢໂຫວາກໍຍັງໃຫ້ອະໄພເຂົາເຈົ້າຍ້ອນເຂົາເຈົ້າກັບໃຈແທ້ໆ. (1 ກະ. 14:8) ນີ້ສະແດງວ່າ ເພື່ອພະເຢໂຫວາຈະໃຫ້ອະໄພເຮົາ ເພິ່ນຕ້ອງເຫັນຫຼັກຖານວ່າເຮົາກັບໃຈແທ້ໆ. ແຕ່ການເສຍໃຈກັບຄວາມຜິດທີ່ເຄີຍເຮັດຍັງບໍ່ພໍ ເຮົາຕ້ອງລົງມືເຮັດບາງຢ່າງນຳ. c ຕອນນີ້ໃຫ້ເຮົາມາເບິ່ງອີກສິ່ງໜຶ່ງທີ່ພະເຢໂຫວາຄິດເຖິງ.
17. ການປ່ຽນແປງຕົວເອງແມ່ນຫຍັງ ແລະເປັນຫຍັງຈຶ່ງສຳຄັນທີ່ເຮົາຈະບໍ່ກັບໄປເຮັດຜິດອີກ? (ເອຊາອີ 55:7)
17 ອີກສິ່ງໜຶ່ງທີ່ພະເຢໂຫວາຄິດເຖິງແມ່ນການປ່ຽນແປງຕົວເອງ. ນີ້ໝາຍຄວາມວ່າຜູ້ນັ້ນຕ້ອງປ່ຽນແປງຕົວເອງໂດຍເຊົາເຮັດສິ່ງທີ່ບໍ່ດີແລະເລີ່ມໃຊ້ຊີວິດແບບທີ່ພະເຢໂຫວາຕ້ອງການ. (ອ່ານເອຊາອີ 55:7) ລາວຕ້ອງປ່ຽນຄວາມຄິດຂອງຕົວເອງເພື່ອທີ່ພະເຢໂຫວາຈະຊີ້ນຳຄວາມຄິດຂອງລາວໄດ້. (ຣມ. 12:2; ) ແລະລາວຕ້ອງຕັ້ງໃຈທີ່ຈະບໍ່ກັບໄປຄິດແລະເຮັດສິ່ງທີ່ບໍ່ດີແບບເກົ່າອີກ. ( ອຟຊ. 4:23ກລຊ. 3:7-10) ການສະແດງຄວາມເຊື່ອໃນຄ່າໄຖ່ຂອງພະເຢຊູຈະເຮັດໃຫ້ພະເຢໂຫວາໃຫ້ອະໄພເຮົາແລະລົບລ້າງຄວາມຜິດຂອງເຮົາໄດ້. ແລະເມື່ອພະເຢໂຫວາເຫັນວ່າເຮົາປ່ຽນແປງຕົວເອງແທ້ໆ ເພິ່ນກໍຈະໃຫ້ອະໄພເຮົາຍ້ອນຄ່າໄຖ່ຂອງພະເຢຊູ.—1 ຢຮ. 1:7
ໝັ້ນໃຈວ່າພະເຢໂຫວາໃຫ້ອະໄພເຮົາ
18. ເຮົາໄດ້ຮຽນຫຍັງແດ່ກ່ຽວກັບການໃຫ້ອະໄພຂອງພະເຢໂຫວາ?
18 ໃຫ້ເຮົາມາສະຫຼຸບຈຸດສຳຄັນທີ່ເຮົາໄດ້ຮຽນມາແລ້ວ. ພະເຢໂຫວາເປັນຜູ້ໃຫ້ອະໄພທີ່ດີທີ່ສຸດໃນເອກະພົບ. ເປັນຫຍັງເຮົາຈຶ່ງເວົ້າແນວນັ້ນ? ເຫດຜົນໜຶ່ງກໍຄື ພະເຢໂຫວາພ້ອມທີ່ຈະໃຫ້ອະໄພ. ສອງ ພະເຢໂຫວາຮູ້ທຸກຢ່າງກ່ຽວກັບເຮົາ ແລະຮູ້ດີວ່າເຮົາກັບໃຈແທ້ຫຼືບໍ່. ສາມ ເມື່ອພະເຢໂຫວາໃຫ້ອະໄພເຮົາແລ້ວ ເພິ່ນກໍໃຫ້ອະໄພແທ້ໆແລະລົບລ້າງຄວາມຜິດຂອງເຮົາທັງໝົດ ດັ່ງນັ້ນ ຈຶ່ງບໍ່ມີຫຍັງມາລົບກວນໃຈເຮົາອີກແລະພະເຢໂຫວາກໍພໍໃຈເຮົາ.
19. ເປັນຫຍັງເຮົາສາມາດມີຄວາມສຸກໄດ້ເຖິງວ່າຈະເປັນຄົນບໍ່ສົມບູນແບບແລະຍັງເຮັດຜິດພາດຢູ່ເລື້ອຍໆ?
19 ຍ້ອນເຮົາເປັນຄົນບໍ່ສົມບູນແບບ ເຮົາຈຶ່ງຍັງເຮັດຜິດພາດຢູ່ເລື້ອຍໆ. ແຕ່ເຮົາຈະໄດ້ຮັບກຳລັງໃຈຈາກຄຳເວົ້າທີ່ຢູ່ໃນປຶ້ມການຢັ່ງເຫັນເຂົ້າໃຈພະຄຳພີ (ພາສາອັງກິດ) d ເຫຼັ້ມ 2 ໜ້າ 771 ທີ່ບອກວ່າ: “ຍ້ອນພະເຢໂຫວາເປັນພະເຈົ້າທີ່ເມດຕາແລະຮູ້ວ່າຜູ້ຮັບໃຊ້ຂອງເພິ່ນມີຈຸດອ່ອນຫຼາຍຢ່າງ. ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ຕ້ອງຮູ້ສຶກເສຍໃຈຢູ່ຕະຫຼອດຈາກການເຮັດຜິດພາດຍ້ອນຄວາມບໍ່ສົມບູນແບບ. (ເພງ. 103:8-14; 130:3) ຖ້າເຂົາເຈົ້າພະຍາຍາມໃຊ້ຊີວິດຕາມແນວທາງຂອງພະເຢໂຫວາ ເຂົາເຈົ້າກໍຈະມີຄວາມສຸກ (ຟລປ. 4:4-6; 1 ຢຮ. 3:19-22).” ນີ້ເປັນຄຳເວົ້າທີ່ໃຫ້ກຳລັງໃຈຫຼາຍແທ້ໆ!
20. ເຮົາຈະຮຽນຫຍັງໃນບົດຄວາມຕໍ່ໄປ?
20 ເຮົາຮູ້ສຶກຂອບໃຈພະເຢໂຫວາຫຼາຍແທ້ໆທີ່ພ້ອມຈະໃຫ້ອະໄພເຮົາເມື່ອເຮົາຮູ້ສຶກເສຍໃຈແທ້ໆກັບຄວາມຜິດທີ່ເຮົາເຮັດ. ແລ້ວເຮົາຈະຮຽນແບບພະເຢໂຫວາແນວໃດໃນການໃຫ້ອະໄພ? ການໃຫ້ອະໄພຂອງເຮົາແລະການໃຫ້ອະໄພຂອງພະເຢໂຫວາຄືກັນແນວໃດແລະຕ່າງກັນແນວໃດ? ແລະເປັນຫຍັງການເຂົ້າໃຈເລື່ອງນີ້ຈຶ່ງສຳຄັນ? ເຮົາຈະຕອບຄຳຖາມເຫຼົ່ານີ້ໃນບົດຄວາມຕໍ່ໄປ.
ເພງ 45 ສິ່ງທີ່ຄິດຕຶກຕອງໃນໃຈ
a ໃນຄຳພີໄບເບິນບອກເຮົາໃຫ້ຮູ້ວ່າພະເຢໂຫວາພ້ອມທີ່ຈະໃຫ້ອະໄພຜູ້ທີ່ເຮັດຜິດແລ້ວກັບໃຈແທ້ໆ. ແຕ່ບາງເທື່ອເຮົາກໍຮູ້ສຶກວ່າເຮົາບໍ່ສົມຄວນໄດ້ຮັບການໃຫ້ອະໄພຈາກເພິ່ນ. ໃນບົດຄວາມນີ້ ເຮົາຈະມາເບິ່ງເຫດຜົນທີ່ເຮົາໝັ້ນໃຈໄດ້ວ່າພະເຢໂຫວາພ້ອມທີ່ຈະໃຫ້ອະໄພເຮົາເມື່ອເຮົາກັບໃຈແທ້ໆ.
b ເບິ່ງປຶ້ມ ຫຍັບເຂົ້າໃກ້ພະເຢໂຫວາ ບົດທີ 26 ຂໍ້ 9
c ການອະທິບາຍສຳນວນ: “ການກັບໃຈ” ໝາຍເຖິງການປ່ຽນຄວາມຄິດຈິດໃຈຍ້ອນວ່າເສຍໃຈທີ່ເຄີຍໃຊ້ຊີວິດທີ່ບໍ່ດີ ເສຍໃຈກັບຄວາມຜິດທີ່ເຄີຍເຮັດ ຫຼືເສຍໃຈທີ່ບໍ່ໄດ້ເຮັດສິ່ງທີ່ຖືກຕ້ອງ. ແລະຜູ້ທີ່ກັບໃຈແທ້ຈະເຫັນໄດ້ຈາກການທີ່ລາວປ່ຽນການກະທຳຂອງຕົວເອງ.
d ປຶ້ມ Insight on the Scriptures.