ບົດຄວາມສຶກສາທີ 19
ປຶ້ມພະນິມິດມີຄວາມໝາຍຕໍ່ເຈົ້າແນວໃດໃນທຸກມື້ນີ້?
“ຄວາມສຸກຈະເກີດກັບຄົນທີ່ອ່ານ . . . ຄຳພະຍາກອນນີ້.”—ພນມ. 1:3
ເພງ 15 ສັນລະເສີນລູກຫົວປີຂອງພະເຢໂຫວາ!
ໃຈຄວາມສຳຄັນ a
1-2. ເຫດຜົນໜຶ່ງທີ່ເຮົາຄວນສົນໃຈປຶ້ມພະນິມິດແມ່ນຫຍັງ?
ເຈົ້າເຄີຍເປີດເບິ່ງຮູບຂອງໝູ່ເຈົ້າບໍ? ຕອນທີ່ເບິ່ງຮູບນັ້ນ ເຈົ້າອາດຈະເຫັນຮູບຂອງຫຼາຍຄົນທີ່ເຈົ້າບໍ່ຮູ້ຈັກ. ແຕ່ເມື່ອເບິ່ງໄປເບິ່ງມາກໍມີຮູບໜຶ່ງທີ່ເຈົ້າສົນໃຈເປັນພິເສດ ຍ້ອນມີເຈົ້າຢູ່ໃນຮູບນັ້ນ. ແລ້ວເຈົ້າກໍຄິດຄືນວ່າ ເຈົ້າໄປຖ່າຍຮູບນັ້ນຕອນໃດ ຖ່າຍຢູ່ໃສ ແລະຖ່າຍນຳໃຜແດ່ ເພາະຮູບນັ້ນມີຄວາມໝາຍຕໍ່ເຈົ້າຫຼາຍ.
2 ປຶ້ມພະນິມິດກໍຄ້າຍຄືກັບຮູບນັ້ນ. ຍ້ອນຫຍັງ? ຢ່າງໜ້ອຍມີສອງເຫດຜົນ. ເຫດຜົນທຳອິດແມ່ນປຶ້ມພະນິມິດຂຽນເພື່ອເຮົາໂດຍສະເພາະ. ໃນພະນິມິດ 1:1 ບອກວ່າ: “ນີ້ແມ່ນຖ້ອຍຄຳທີ່ພະເຈົ້າໃຫ້ພະເຢຊູຄລິດ ເພື່ອເພິ່ນຈະເປີດເຜີຍໃຫ້ທາດຂອງພະເຈົ້າຮູ້ ສິ່ງຕ່າງໆທີ່ຈະຕ້ອງເກີດຂຶ້ນໃນໄວໆນີ້.” (ພນມ. 1:1) ເຫັນໄດ້ວ່າປຶ້ມພະນິມິດບໍ່ໄດ້ຂຽນເພື່ອຄົນທົ່ວໄປ ແຕ່ຂຽນເພື່ອເຮົາທີ່ເປັນຜູ້ຮັບໃຊ້ຂອງພະເຢໂຫວາ. ດັ່ງນັ້ນ ເຮົາຈຶ່ງບໍ່ຄວນແປກໃຈທີ່ເຮົາກຳລັງມີສ່ວນໃນການເຮັດໃຫ້ຄຳພະຍາກອນຕ່າງໆໃນປຶ້ມພະນິມິດສຳເລັດເປັນຈິງ ເຊິ່ງເປັນຄືກັບວ່າເຮົາເຫັນຕົວເອງ “ຢູ່ໃນຮູບນັ້ນ.”
3-4. ຄຳພະຍາກອນທີ່ຢູ່ໃນປຶ້ມພະນິມິດຈະສຳເລັດເປັນຈິງຕອນໃດ ແລະຄວນມີຜົນຕໍ່ເຮົາແນວໃດ?
3 ເຫດຜົນທີສອງທີ່ເຮົາຄວນສົນໃຈປຶ້ມພະນິມິດກໍຍ້ອນມັນກ່ຽວຂ້ອງກັບເວລາທີ່ຄຳພະຍາກອນໃນປຶ້ມນັ້ນຈະສຳເລັດເປັນຈິງ. ອັກຄະສາວົກໂຢຮັນບອກໃຫ້ຮູ້ວ່າຄຳພະຍາກອນເຫຼົ່ານີ້ຈະສຳເລັດເປັນຈິງຕອນໃດ. ລາວບອກວ່າ: “ພະລັງຂອງພະເຈົ້າພາຂ້ອຍມາຢູ່ໃນວັນຂອງຜູ້ເປັນນາຍ.” (ພນມ. 1:10) ໂຢຮັນໄດ້ຂຽນຄຳເວົ້ານີ້ປະມານປີ ຄ.ສ 96 ແຕ່ ຕອນນັ້ນວັນຂອງຜູ້ເປັນນາຍຍັງບໍ່ໄດ້ເລີ່ມຕົ້ນເທື່ອ ເພາະຕາມຄຳພະຍາກອນໃນຄຳພີໄບເບິນວັນນັ້ນໄດ້ເລີ່ມຕົ້ນໃນປີ 1914 ເຊິ່ງເປັນຕອນທີ່ພະເຢຊູຂຶ້ນປົກຄອງເປັນກະສັດໃນສະຫວັນ. (ມທ. 25:14, 19; ລກ. 19:12) ແລະຕັ້ງແຕ່ນັ້ນມາ ຄຳພະຍາກອນຕ່າງໆທີ່ຢູ່ໃນປຶ້ມພະນິມິດເຊິ່ງກ່ຽວຂ້ອງກັບປະຊາຊົນຂອງພະເຈົ້າກໍເລີ່ມສຳເລັດເປັນຈິງ. ນີ້ໝາຍຄວາມວ່າເຮົາກຳລັງມີຊີວິດຢູ່ໃນ “ວັນຂອງຜູ້ເປັນນາຍ”!
4 ຍ້ອນເຮົາມີຊີວິດຢູ່ໃນ “ວັນຂອງຜູ້ເປັນນາຍ” ເຮົາຈຶ່ງຕ້ອງໃສ່ໃຈຄຳແນະນຳໃນພະນິມິດ 1:3 ທີ່ບອກວ່າ: “ຄວາມສຸກຈະເກີດກັບຄົນທີ່ອ່ານອອກສຽງ ຄົນທີ່ໄດ້ຍິນຄຳພະຍາກອນນີ້ ແລະຄົນທີ່ເຮັດຕາມສິ່ງທີ່ຂຽນໄວ້ ເພາະເວລາກຳນົດໃກ້ເຂົ້າມາແລ້ວ.” ເຫັນໄດ້ວ່າເຮົາຕ້ອງເປັນຄົນທີ່ “ອ່ານອອກສຽງ” “ໄດ້ຍິນຄຳພະຍາກອນນີ້” ແລະ “ເຮັດຕາມສິ່ງທີ່ຂຽນໄວ້.” ແລ້ວມີຄຳແນະນຳຫຍັງແດ່ທີ່ເຮົາຄວນເຮັດຕາມ?
ເຮັດໃຫ້ແນ່ໃຈວ່າພະເຢໂຫວາຍອມຮັບການນະມັດສະການຂອງເຮົາ
5. ປຶ້ມພະນິມິດສະແດງໃຫ້ເຫັນແນວໃດວ່າເຮົາຕ້ອງນະມັດສະການພະເຢໂຫວາໃນແບບທີ່ເພິ່ນຍອມຮັບ?
5 ໃນປຶ້ມພະນິມິດບົດທີ 1 ເຮົາເຫັນວ່າພະເຢຊູຮູ້ທຸກສິ່ງທີ່ເກີດຂຶ້ນກັບປະຊາຄົມຕ່າງໆ ເພາະເພິ່ນໄດ້ໃຫ້ໂຢຮັນຂຽນຈົດໝາຍໄປເຖິງ 7 ປະຊາຄົມທີ່ຢູ່ອາຊີນ້ອຍ. (ພນມ. 1:12-16, 20; 2:1) ໃນຈົດໝາຍເຫຼົ່ານັ້ນ ເພິ່ນໄດ້ໃຫ້ຄຳແນະນຳທີ່ເຈາະຈົງເພື່ອຊ່ວຍໃຫ້ເຂົາເຈົ້າແນ່ໃຈວ່າພະເຢໂຫວາຍອມຮັບການນະມັດສະການຂອງເຂົາເຈົ້າ. ແລະສິ່ງທີ່ພະເຢຊູເວົ້າກໍຍັງໃຊ້ໄດ້ກັບເຮົາໃນທຸກມື້ນີ້. ເຮົາໄດ້ບົດຮຽນຫຍັງ? ພະເຢຊູຜູ້ນຳຂອງເຮົາຮູ້ວ່າ ສາຍສຳພັນຂອງເຮົາກັບພະເຢໂຫວາເປັນແນວໃດ. ເພິ່ນເປັນຜູ້ປົກປ້ອງເຮົາແລະເຫັນທຸກຢ່າງທີ່ເກີດຂຶ້ນກັບເຮົາ ແລະຮູ້ວ່າເຮົາຕ້ອງເຮັດຫຍັງແດ່ເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈຕໍ່ໆໄປ. ແລ້ວເພິ່ນໄດ້ໃຫ້ຄຳແນະນຳຫຍັງແດ່?
6. (ກ) ຕາມພະນິມິດ 2:3, 4 ປະຊາຄົມໃນເມືອງເອເຟໂຊມີບັນຫາຫຍັງ? (ຂ) ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້?
6 ອ່ານພະນິມິດ 2:3, 4. ເຮົາຕ້ອງມີຄວາມຮັກແບບທີ່ເຄີຍມີໃນຕອນທຳອິດ. ສິ່ງທີ່ພະເຢຊູໃຫ້ຂຽນເຖິງປະຊາຄົມໃນເມືອງເອເຟໂຊສະແດງໃຫ້ເຫັນວ່າ ເຂົາເຈົ້າອົດທົນແລະຮັບໃຊ້ພະເຢໂຫວາຕໍ່ໆໄປເຖິງວ່າຈະເຈິບັນຫາຫຼາຍຢ່າງ. ແຕ່ເຂົາເຈົ້າພັດບໍ່ມີຄວາມຮັກແບບທີ່ເຄີຍມີໃນຕອນທຳອິດ. ດັ່ງນັ້ນ ເຂົາເຈົ້າຕ້ອງກັບມາມີຄວາມຮັກແບບເກົ່າເພື່ອພະເຢໂຫວາຈະຍອມຮັບການນະມັດສະການຂອງເຂົາເຈົ້າ. ໃນທຸກມື້ນີ້ກໍຄືກັນ ເຮົາຕ້ອງບໍ່ພຽງແຕ່ອົດທົນກັບບັນຫາ ແຕ່ເຮົາຕ້ອງອົດທົນດ້ວຍເຫດຜົນທີ່ຖືກຕ້ອງ ເພາະພະເຢໂຫວາບໍ່ໄດ້ສົນໃຈແຕ່ສິ່ງທີ່ເຮົາເຮັດ ແຕ່ເພິ່ນສົນໃຈເຫດຜົນ ທີ່ເຮົາເຮັດນຳ. ດັ່ງນັ້ນ ແຮງກະຕຸ້ນຂອງເຮົາຈຶ່ງເປັນເລື່ອງສຳຄັນຫຼາຍ ເພາະພະເຢໂຫວາຢາກໃຫ້ເຮົານະມັດສະການເພິ່ນຍ້ອນວ່າເຮົາຮັກແລະເຫັນຄ່າເພິ່ນແທ້ໆ.—ສຸພາ. 16:2; ມຣກ. 12:29, 30
7. (ກ) ຕາມພະນິມິດ 3:1-3 ພະເຢຊູເຫັນວ່າພີ່ນ້ອງໃນເມືອງຊາເດມີບັນຫາຫຍັງ? (ຂ) ເຮົາຕ້ອງເຮັດຫຍັງ?
7 ອ່ານພະນິມິດ 3:1-3. ເຮົາຕ້ອງເຝົ້າລະວັງຢູ່ສະເໝີ. ພີ່ນ້ອງໃນປະຊາຄົມເມືອງຊາເດກໍມີບັນຫາຄືກັນ. ເຖິງວ່າເຂົາເຈົ້າຈະເຄີຍຮັບໃຊ້ພະເຢໂຫວາຢ່າງຫ້າວຫັນ ແຕ່ຕອນນີ້ເຂົາເຈົ້າບໍ່ໄດ້ເປັນແບບນັ້ນແລ້ວ. ພະເຢຊູຈຶ່ງບອກໃຫ້ເຂົາເຈົ້າ “ຕື່ນ.” ເຮົາໄດ້ບົດຮຽນຫຍັງໃນເລື່ອງນີ້? ກໍແມ່ນຢູ່ວ່າພະເຢໂຫວາບໍ່ລືມວຽກທີ່ເຮົາເຮັດ. (ຮຣ. 6:10) ແຕ່ເຮົາບໍ່ຄວນຄິດວ່າທີ່ຜ່ານມາເຮົາຮັບໃຊ້ພະເຢໂຫວາມາຫຼາຍແລ້ວ ຕອນ ນີ້ເຮົາບໍ່ເຮັດກໍໄດ້. ເຖິງວ່າເຮົາຈະຮັບໃຊ້ພະເຢໂຫວາບໍ່ໄດ້ຫຼາຍຄືແຕ່ກ່ອນ ແຕ່ເຮົາກໍຕ້ອງພະຍາຍາມເຮັດ “ວຽກຂອງຜູ້ເປັນນາຍ” ຕໍ່ໆໄປເພື່ອເຮົາຈະເຝົ້າລະວັງຢູ່ສະເໝີຈົນຮອດວັນສຸດທ້າຍ.—1 ກຣ. 15:58; ມທ. 24:13; ມຣກ. 13:33
8. ຕາມພະນິມິດ 3:15-17 ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຢຊູທີ່ເວົ້າເຖິງພີ່ນ້ອງໃນເມືອງລາວດີເກອາ?
8 ອ່ານພະນິມິດ 3:15-17. ເຮົາຕ້ອງຫ້າວຫັນແລະຮັບໃຊ້ພະເຢໂຫວາສຸດຫົວໃຈ. ພີ່ນ້ອງໃນເມືອງລາວດີເກອາກໍມີບັນຫາທີ່ຕ່າງອອກໄປ. ເຂົາເຈົ້ານະມັດສະການພະເຢໂຫວາແບບ “ອຸ່ນໆ” ແລະບໍ່ໄດ້ໃສ່ໃຈ. ນີ້ຈຶ່ງເຮັດໃຫ້ພະເຢຊູບອກວ່າເຂົາເຈົ້າ “ເປັນຕາສົມເພດ ແລະເປັນຕາອີ່ຕົນ.” ເຂົາເຈົ້າຕ້ອງຮັບໃຊ້ພະເຢໂຫວາຢ່າງຫ້າວຫັນຫຼາຍກວ່ານີ້. (ພນມ. 3:19) ເຮົາໄດ້ບົດຮຽນຫຍັງ? ຖ້າເຮົາຮູ້ສຶກວ່າຕົວເອງບໍ່ໄດ້ຫ້າວຫັນໃນການຮັບໃຊ້ພະເຢໂຫວາ ເຮົາຄວນຈະຄິດເຖິງສິ່ງດີໆທີ່ພະເຢໂຫວາແລະອົງການຂອງເພິ່ນເຮັດເພື່ອເຮົາ. (ພນມ. 3:18) ຂໍໃຫ້ເຮົາຢ່າຍອມໃຫ້ຊີວິດທີ່ສະດວກສະບາຍໃນຕອນນີ້ມາເຮັດໃຫ້ເຮົາບໍ່ໄດ້ເອົາການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດໃນຊີວິດ.
9. ຕາມທີ່ພະເຢຊູເວົ້າກັບພີ່ນ້ອງໃນເມືອງເປຄາໂມແລະເມືອງທົວຕີຣາ ເຮົາຕ້ອງລະວັງສິ່ງໃດເຊິ່ງເປັນອັນຕະລາຍ?
9 ເຮົາຕ້ອງປະຕິເສດຄຳສອນຂອງຜູ້ທີ່ທໍລະຍົດພະເຈົ້າ. ພະເຢຊູໄດ້ຕຳໜິບາງຄົນໃນເມືອງເປຄາໂມທີ່ມັກສ້າງຄວາມແຕກແຍກ. (ພນມ. 2:14-16) ແລະເພິ່ນໄດ້ຊົມເຊີຍພີ່ນ້ອງໃນເມືອງທົວຕີຣາທີ່ບໍ່ໄດ້ເຮັດຕາມ “ສິ່ງເລິກເຊິ່ງຂອງຊາຕານ” ແລະກະຕຸ້ນເຂົາເຈົ້າໃຫ້ “ຍຶດໝັ້ນ” ກັບຄວາມຈິງ. (ພນມ. 2:24-26) ຄລິດສະຕຽນທີ່ມີຄວາມເຊື່ອບໍ່ເຂັ້ມແຂງເຊິ່ງຫຼົງເຊື່ອຄຳສອນຜິດໆຕ້ອງໄດ້ປ່ຽນແປງຕົວເອງ. ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ເຮົາຕ້ອງປະຕິເສດຄຳສອນທຸກຢ່າງທີ່ຂັດກັບຄວາມຄິດຂອງພະເຈົ້າ. ຜູ້ທີ່ທໍລະຍົດພະເຈົ້າອາດ “ເຄັ່ງສາສະໜາແຕ່ພາຍນອກ” ແຕ່ໃນຕົວຈິງແລ້ວເຂົາເຈົ້າ “ບໍ່ໄດ້ໃຊ້ຊີວິດຕາມຄຳສອນຂອງສາສະໜາ.” (2 ຕມ. 3:5) ດັ່ງນັ້ນ ຖ້າເຮົາສຶກສາຄຳພີໄບເບິນຢ່າງດີ ເຮົາກໍຈະຮູ້ວ່າສິ່ງໃດເປັນຄຳສອນຕົວະແລະປະຕິເສດຄຳສອນນັ້ນໄດ້ງ່າຍຂຶ້ນ.—2 ຕມ. 3:14-17; ຢດ. 3, 4
10. ເຮົາໄດ້ບົດຮຽນຫຍັງຈາກສິ່ງທີ່ພະເຢຊູຂຽນເຖິງພີ່ນ້ອງໃນເມືອງເປຄາໂມແລະເມືອງທົວຕີຣາ?
10 ເຮົາຕ້ອງບໍ່ຍອມຮັບຫຼືບໍ່ເຮັດຜິດສິນລະທຳທາງເພດທຸກຮູບແບບ. ພີ່ນ້ອງໃນເມືອງເປຄາໂມແລະ ເມືອງທົວຕີຣາຍັງມີບັນຫາອີກຢ່າງໜຶ່ງ. ພະເຢຊູໄດ້ຕຳໜິບາງຄົນໃນປະຊາຄົມເຫຼົ່ານັ້ນທີ່ເຮັດຜິດສິນລະທຳທາງເພດແລະຍອມໃຫ້ເລື່ອງນີ້ເກີດຂຶ້ນໃນປະຊາຄົມ. (ພນມ. 2:14, 20) ເຮົາໄດ້ບົດຮຽນຫຍັງ? ເຖິງວ່າເຮົາຈະຮັບໃຊ້ພະເຢໂຫວາມາຫຼາຍປີຫຼືມີສິດທິພິເສດຫຼາຍຢ່າງໃນຕອນນີ້ ແຕ່ເຮົາກໍບໍ່ຄວນຄິດວ່າພະເຢໂຫວາຈະຍອມຮັບເຮົາທີ່ເຮັດຜິດສິນລະທຳທາງເພດ. (1 ຊາມ. 15:22; 1 ປຕ. 2:16) ບໍ່ວ່າຫຼັກສິນລະທຳຂອງໂລກນີ້ຈະເສື່ອມລົງຫຼາຍສ່ຳໃດ ແຕ່ພະເຢໂຫວາກໍຄາດໝາຍໃຫ້ເຮົາເຮັດຕາມຫຼັກສິນລະທຳຂອງເພິ່ນ.—ອຟຊ. 6:11-13
11. ເຮົາໄດ້ບົດຮຽນຫຍັງຈາກສິ່ງທີ່ໄດ້ຮຽນຜ່ານມາ? (ເບິ່ງຂອບ “ ບົດຮຽນສຳລັບເຮົາໃນທຸກມື້ນີ້”)
11 ເຮົາໄດ້ບົດຮຽນຫຍັງຈາກສິ່ງທີ່ໄດ້ຮຽນຜ່ານມາ? ເຮົາຕ້ອງເຮັດໃຫ້ແນ່ໃຈວ່າພະເຢໂຫວາຈະຍອມຮັບການນະມັດສະການຂອງເຮົາ. ຖ້າເຮົາເຮັດບາງຢ່າງທີ່ພະເຢໂຫວາບໍ່ມັກ ເຮົາຕ້ອງປ່ຽນແປງຕົວເອງທັນທີເພື່ອເຮັດໃຫ້ພະເຢໂຫວາພໍໃຈ. (ພນມ. 2:5, 16; 3:3, 16) ພະເຢຊູຍັງໄດ້ເວົ້າບາງຢ່າງກັບປະຊາຄົມອື່ນ. ແລ້ວສິ່ງເຫຼົ່ານັ້ນແມ່ນຫຍັງ?
ໃຫ້ພ້ອມທີ່ຈະອົດທົນກັບການຂົ່ມເຫງ
12. ເຮົາໄດ້ບົດຮຽນຫຍັງຈາກສິ່ງທີ່ພະເຢຊູຂຽນເຖິງພີ່ນ້ອງໃນເມືອງຊະມີນາແລະເມືອງຟີລາເດັນເຟຍ? (ພະນິມິດ 2:10)
12 ຕອນນີ້ໃຫ້ເຮົາມາເບິ່ງສິ່ງທີ່ພະເຢຊູບອກໃຫ້ຂຽນເຖິງພີ່ນ້ອງໃນເມືອງຊະມີນາແລະເມືອງຟີລາເດັນເຟຍ. ເພິ່ນບອກເຂົາເຈົ້າບໍ່ໃຫ້ຢ້ານການຂົ່ມເຫງ ເພາະພະເຢໂຫວາຈະໃຫ້ລາງວັນກັບຜູ້ທີ່ສັດຊື່ຕໍ່ເພິ່ນ. (ອ່ານພະນິມິດ 2:10; 3:10) ເຮົາໄດ້ບົດຮຽນຫຍັງ? ເຮົາຕ້ອງຄາດໝາຍວ່າເຮົາຈະເຈິການຂົ່ມເຫງແລະຕ້ອງພ້ອມທີ່ຈະອົດທົນກັບເລື່ອງນີ້. (ມທ. 24:9, 13; 2 ກຣ. 12:10) ແລ້ວເປັນຫຍັງຄຳເຕືອນນີ້ຈຶ່ງສຳຄັນ?
13-14. ເຫດການທີ່ເວົ້າໃນພະນິມິດບົດ 12 ມີຜົນຕໍ່ປະຊາຊົນຂອງພະເຈົ້າແນວໃດ?
13 ໃນປຶ້ມພະນິມິດບອກວ່າປະຊາຊົນຂອງພະເຈົ້າຈະຖືກຂົ່ມເຫງໃນສະໄໝຂອງເຮົາ ເຊິ່ງກໍຄື “ວັນຂອງຜູ້ເປັນນາຍ.” ໃນພະນິມິດບົດ 12 ບອກວ່າຈະມີສົງຄາມໃນສະຫວັນທັນທີຫຼັງຈາກທີ່ພະເຢຊູຂຶ້ນເປັນກະສັດ. ມີຄາເອນເຊິ່ງກໍຄືພະເຢຊູແລະເຫຼົ່າທູດສະຫວັນໄດ້ຕໍ່ສູ້ກັບຊາຕານແລະພັກພວກຂອງມັນ. (ພນມ. 12:7, 8) ໃນທີ່ສຸດ ຊາຕານແລະພັກພວກຂອງມັນກໍຖືກຖິ້ມລົງມາໃນໂລກ. ນີ້ຈຶ່ງເຮັດໃຫ້ຜູ້ຄົນໃນໂລກສັບສົນວຸ່ນວາຍແລະມີບັນຫາຫຼາຍຢ່າງ. (ພນມ. 12:9, 12) ແລ້ວເລື່ອງນີ້ມີຜົນຕໍ່ປະຊາຊົນຂອງພະເຈົ້າແນວໃດ?
14 ປຶ້ມພະນິມິດຍັງບອກໃຫ້ເຮົາຮູ້ວ່າຊາຕານຮູ້ສຶກແນວໃດຕໍ່ຈາກນັ້ນ. ຊາຕານບໍ່ສາມາດກັບໄປສະຫວັນໄດ້ອີກແລ້ວ. ດັ່ງນັ້ນ ມັນຈຶ່ງໃຈຮ້າຍຫຼາຍແລະຂົ່ມເຫງຜູ້ຖືກເຈີມທີ່ຢູ່ໃນໂລກ ເຊິ່ງເປັນຕົວແທນການ ປົກຄອງຂອງພະເຈົ້າ ແລະເປັນຜູ້ທີ່ “ເຮັດວຽກປະກາດເລື່ອງພະເຢຊູ.” (ພນມ. 12:17; 2 ກຣ. 5:20; ອຟຊ. 6:19, 20) ແລ້ວຄຳພະຍາກອນນີ້ສຳເລັດເປັນຈິງແນວໃດ?
15. “ພະຍານ 2 ຄົນ” ທີ່ຢູ່ໃນພະນິມິດບົດ 11 ໝາຍເຖິງໃຜ ແລະເກີດຫຍັງຂຶ້ນກັບເຂົາເຈົ້າ?
15 ຊາຕານໄດ້ເຮັດໃຫ້ມີການໂຈມຕີຜູ້ຖືກເຈີມທີ່ນຳໜ້າໃນວຽກປະກາດ. ພີ່ນ້ອງທີ່ນຳໜ້າໃນອົງການໝາຍເຖິງ “ພະຍານ 2 ຄົນ” ທີ່ປຶ້ມພະນິມິດບອກວ່າຈະຖືກຂ້າ. b (ພນມ. 11:3, 7-11) ໃນປີ 1918 ພີ່ນ້ອງ 8 ຄົນທີ່ນຳໜ້າໃນອົງການໄດ້ຖືກຕັດສິນວ່າມີຄວາມຜິດແລະເຂົ້າຄຸກເປັນເວລາດົນ. ດັ່ງນັ້ນ ຫຼາຍຄົນກໍເລີຍຄິດວ່າວຽກຂອງຜູ້ຖືກເຈີມຖືກລະງັບຫຼື “ຖືກຂ້າ” ໄປແລ້ວ.
16. ໃນປີ 1919 ມີເຫດການຫຍັງເກີດຂຶ້ນແບບບໍ່ຄາດຄິດ ແຕ່ຊາຕານໄດ້ເຮັດຫຍັງຕໍ່?
16 ຄຳພະຍາກອນໃນພະນິມິດບົດ 11 ຍັງບອກວ່າ “ພະຍານ 2 ຄົນ” ຈະກັບມາມີຊີວິດອີກໃນເວລາສັ້ນໆ. ຄຳພະຍາກອນນີ້ໄດ້ສຳເລັດເປັນຈິງໃນແບບທີ່ໜ້າງຶດງໍ້ ເພາະໃນຕົ້ນປີ 1919 ຜູ້ຖືກເຈີມໄດ້ຖືກປ່ອຍອອກຈາກຄຸກແລະພົ້ນຈາກຂໍ້ກ່າວຫາ. ແລ້ວພີ່ນ້ອງເຫຼົ່ານີ້ກໍເລີ່ມເຮັດວຽກປະກາດທັນທີ. ແຕ່ຊາຕານກໍບໍ່ໄດ້ເຊົາໂຈມຕີປະຊາຊົນຂອງພະເຈົ້າ ເພາະຕັ້ງແຕ່ນັ້ນມາຊາຕານໄດ້ຂົ່ມເຫງປະຊາຊົນຂອງພະເຈົ້າທຸກຄົນເຊິ່ງປຽບຄືກັບ “ແມ່ນ້ຳ” ທີ່ປຶ້ມພະນິມິດເວົ້າເຖິງ. (ພນມ. 12:15) ດັ່ງນັ້ນ ເຮົາທຸກຄົນຈຳເປັນ “ຕ້ອງມີຄວາມອົດທົນແລະຄວາມເຊື່ອ.”—ພນມ. 13:10
ໃຫ້ເຮັດດີທີ່ສຸດໃນວຽກທີ່ພະເຢໂຫວາໃຫ້ເຮົາ
17. ເຖິງວ່າຊາຕານຈະໂຈມຕີປະຊາຊົນຂອງພະເຈົ້າ ແຕ່ເຂົາເຈົ້າໄດ້ຮັບການຊ່ວຍເຫຼືອແບບບໍ່ຄາດຄິດແນວໃດ?
17 ໃນປຶ້ມພະນິມິດບົດ 12 ຍັງບອກວ່າ “ແຜ່ນດິນ” ຈະກືນກິນ “ແມ່ນ້ຳ” ເຊິ່ງໝາຍຄວາມວ່າປະຊາຊົນຂອງພະເຈົ້າຈະໄດ້ຮັບການຊ່ວຍເຫຼືອຈາກແຫຼ່ງທີ່ບໍ່ຄາດຄິດ. (ພນມ. 12:16) ເລື່ອງນີ້ໄດ້ເກີດຂຶ້ນແທ້ ເພາະບາງເທື່ອລະບົບຂອງໂລກນີ້ບາງສ່ວນ ເຊັ່ນ ລະບົບຍຸຕິທຳໄດ້ມາຊ່ວຍເຫຼືອປະຊາຊົນຂອງພະເຈົ້າ. ແລະຫຼາຍເທື່ອປະຊາຊົນຂອງພະເຈົ້າກໍຊະນະຄະດີແລະມີອິດສະຫຼະຫຼາຍຂຶ້ນ. ແລ້ວເຂົາເຈົ້າກໍໃຊ້ອິດສະຫຼະນີ້ເພື່ອເຮັດວຽກມອບໝາຍທີ່ພະເຢໂຫວາໃຫ້ເຂົາເຈົ້າ ເຮັດຢ່າງເຕັມທີ. (1 ກຣ. 16:9) ແລ້ວວຽກນັ້ນມີຫຍັງແດ່?
18. ໃນສະໄໝສຸດທ້າຍ ວຽກຫຼັກຂອງເຮົາແມ່ນຫຍັງ?
18 ພະເຢຊູພະຍາກອນວ່າ ປະຊາຊົນຂອງພະເຈົ້າຈະປະກາດ “ຂ່າວດີເລື່ອງການປົກຄອງຂອງພະເຈົ້າ” ໄປທົ່ວໂລກຈົນກວ່າຈຸດຈົບຈະມາເຖິງ. (ມທ. 24:14) ຕອນທີ່ປະກາດ ເຂົາເຈົ້າຈະໄດ້ຮັບການຊ່ວຍເຫຼືອຈາກທູດສະຫວັນທີ່ “ປະກາດຂ່າວດີທີ່ຈະຢູ່ຕະຫຼອດໄປໃຫ້ກັບທຸກຄົນທີ່ຢູ່ໃນໂລກ ກັບທຸກປະເທດ ທຸກຕະກູນ ທຸກພາສາ ແລະທຸກຊົນຊາດ.”—ພນມ. 14:6
19. ຜູ້ຮັບໃຊ້ພະເຢໂຫວາຈະຕ້ອງປະກາດເລື່ອງຫຍັງອີກ?
19 ຜູ້ຮັບໃຊ້ຂອງພະເຈົ້າບໍ່ພຽງແຕ່ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າຢ່າງດຽວ ແຕ່ເຂົາເຈົ້າຍັງຈະໄດ້ເຮັດວຽກຊ່ວຍທູດສະຫວັນທີ່ເວົ້າເຖິງໃນພະນິມິດບົດ 8-10 ນຳ. ທູດສະຫວັນເຫຼົ່ານີ້ຈະປະກາດຄວາມເດືອດຮ້ອນ 3 ຢ່າງຕໍ່ຜູ້ທີ່ບໍ່ຍອມຮັບການປົກຄອງຂອງພະເຈົ້າ. ດັ່ງນັ້ນ ຜູ້ຮັບໃຊ້ພະເຢໂຫວາຈະຕ້ອງໄດ້ປະກາດຄຳພິພາກສາເຊິ່ງເປັນຄືກັບ “ໝາກເຫັບແລະໄຟ” ຕໍ່ສ່ວນຕ່າງໆໃນໂລກຂອງຊາຕານ. (ພນມ. 8:7, 13) ຜູ້ຄົນຈະຕ້ອງຮູ້ວ່າຈຸດຈົບຂອງໂລກໃກ້ມາຮອດແລ້ວ ແລະເຂົາເຈົ້າຕ້ອງໄດ້ປ່ຽນແປງຕົວເອງເພື່ອຈະລອດຊີວິດໃນວັນທີ່ພະເຢໂຫວາຈະມາລົງໂທດ. (ຊໂຟ. 2:2, 3) ເຮົາຕ້ອງກ້າຫານຫຼາຍແທ້ໆເພື່ອຈະປະກາດເລື່ອງນີ້ ເພາະຫຼາຍຄົນຈະບໍ່ມັກ. ໃນຊ່ວງຄວາມທຸກລຳບາກຄັ້ງໃຫຍ່ ຄຳພິພາກສາແຮ່ງຈະຮຸນແຮງຫຼາຍກວ່ານີ້ອີກ.—ພນມ. 16:21
ເຮັດຕາມຄຳພະຍາກອນ
20. ເຮົາຈະຮຽນຫຍັງໃນສອງບົດຄວາມຕໍ່ໄປ?
20 ເຮົາຕ້ອງເຮັດຕາມສິ່ງທີ່ຂຽນໄວ້ໃນ “ຄຳພະຍາກອນ” ທີ່ຢູ່ໃນປຶ້ມພະນິມິດ ເພາະວ່າເຮົາມີສ່ວນໃນການເຮັດໃຫ້ຄຳພະຍາກອນນີ້ສຳເລັດເປັນຈິງ. (ພນມ. 1:3) ແລ້ວເຮົາຈະອົດທົນກັບການຂົ່ມເຫງແລະປະກາດຢ່າງກ້າຫານຕໍ່ໆໄປໄດ້ແນວໃດ? ເຮົາຈະເຮັດແບບນີ້ໄດ້ໂດຍເບິ່ງສອງຢ່າງຕໍ່ໄປນີ້. (1) ສິ່ງທີ່ພະນິມິດເວົ້າກ່ຽວກັບສັດຕູຂອງພະເຢໂຫວາ. (2) ພອນຕ່າງໆທີ່ເຮົາຈະໄດ້ຮັບຍ້ອນຄວາມສັດຊື່. ເຮົາຈະໄດ້ຮຽນສອງເລື່ອງນີ້ໃນສອງບົດຄວາມຕໍ່ໄປ.
ເພງ 32 ຂໍໃຫ້ຢູ່ຝ່າຍພະເຢໂຫວາ!
a ເຮົາມີຊີວິດຢູ່ໃນສະໄໝທີ່ຄຳພະຍາກອນຕ່າງໆໃນປຶ້ມພະນິມິດກຳລັງສຳເລັດເປັນຈິງ. ນີ້ເປັນເວລາທີ່ໜ້າຕື່ນເຕັ້ນແທ້ໆ! ແລ້ວຄຳພະຍາກອນເຫຼົ່ານີ້ມີຜົນຕໍ່ເຮົາແນວໃດ? ໃນບົດຄວາມນີ້ແລະອີກສອງບົດຄວາມຕໍ່ໄປຈະຊ່ວຍເຮົາໃຫ້ເຫັນພາບລວມຂອງປຶ້ມພະນິມິດ ແລະຊ່ວຍເຮົາໃຫ້ນະມັດສະການພະເຢໂຫວາໃນແບບທີ່ເພິ່ນຍອມຮັບໂດຍເຮັດຕາມສິ່ງທີ່ຂຽນໄວ້ໃນປຶ້ມພະນິມິດ.
b ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ 15 ພະຈິກ ປີ 2014 ໜ້າ 30 (ພາສາໄທ)