ຮູ້ສຶກຂອບໃຈສຳລັບຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ
‘ພະອົງມີຄວາມກະລຸນາທີ່ຍິ່ງໃຫຍ່ ພວກເຮົາທຸກຄົນຈຶ່ງໄດ້ຮັບຄວາມກະລຸນາຈາກພະອົງຢ່າງລົ້ນເຫຼືອ.’—ໂຢຮັນ 1:16, ລ.ມ.
ເພງ: 95, 13
1, 2. (ກ) ຂໍໃຫ້ເລົ່າເລື່ອງເຈົ້າຂອງສວນໝາກອະງຸ່ນທີ່ພະເຍຊູໄດ້ຍົກເປັນຕົວຢ່າງ. (ຂ) ເລື່ອງນີ້ອະທິບາຍແນວໃດກ່ຽວກັບຄວາມໃຈກວ້າງແລະຄວາມກະລຸນາທີ່ຍິ່ງໃຫຍ່?
ເຊົ້າມື້ໜຶ່ງ ເຈົ້າຂອງສວນໝາກອະງຸ່ນໄດ້ໄປທີ່ຕະຫຼາດເພື່ອຊອກຫາຄົນງານມາເຮັດວຽກ. ລາວໄດ້ສະເໜີຄ່າຈ້າງໃນຈຳນວນເງິນທີ່ຕາຍຕົວ ແລະຄົນງານກໍຕົກລົງຕາມຂໍ້ສະເໜີນັ້ນ. ແຕ່ເນື່ອງຈາກວ່າຄົນງານບໍ່ພໍ ໃນມື້ນັ້ນເຈົ້າຂອງສວນຈຶ່ງໄດ້ກັບໄປທີ່ຕະຫຼາດຫຼາຍຄັ້ງເພື່ອຫາຄົນມາເພີ່ມອີກ. ລາວສະເໜີວ່າຈະຈ່າຍເງິນໃຫ້ທຸກຄົນຢ່າງສົມເຫດສົມຜົນ. ເມື່ອຮອດທ້າຍມື້ ເຈົ້າຂອງສວນກໍໄດ້ເອີ້ນຄົນງານທຸກຄົນໃຫ້ມາຮັບເອົາຄ່າຈ້າງພ້ອມໆກັນ ແລະລາວໄດ້ຈ່າຍເງິນໃຫ້ທຸກຄົນເທົ່າກັນໝົດ ບໍ່ວ່າຈະເຮັດວຽກໝົດມື້ຫຼືເຮັດວຽກພຽງຊົ່ວໂມງດຽວ. ຢ່າງໃດກໍຕາມ ເມື່ອຄົນທີ່ເຮັດວຽກໝົດມື້ເລີ່ມຈົ່ມ ເຈົ້າຂອງສວນຈຶ່ງເວົ້າວ່າ: ‘ເຈົ້າໄດ້ຕົກລົງຕາມທີ່ຂ້ອຍສະເໜີໃຫ້ເຈົ້າແລ້ວແມ່ນບໍ? ຂ້ອຍມີສິດຈ່າຍເງິນໃຫ້ທຸກຄົນໃນຈຳນວນທີ່ຂ້ອຍຕ້ອງການແມ່ນບໍ? ເຈົ້າອິດສາຍ້ອນວ່າຂ້ອຍເປັນຄົນໃຈກວ້າງບໍ?’—ມັດທາຍ 20:1-15
2 ເລື່ອງທີ່ພະເຍຊູເລົ່າສອນບົດຮຽນທີ່ສຳຄັນກ່ຽວກັບ “ພະຄຸນຂອງພະເຈົ້າ” ເຊິ່ງ [1] (ເບິ່ງຂໍ້ສັງເກດສຳລັບຜູ້ອ່ານ) (ອ່ານ 2 ໂກລິນໂທ 6:1) ເປັນເຊັ່ນນັ້ນໄດ້ແນວໃດ? ບາງຄົນອາດຄິດວ່າຄົນທີ່ເຮັດວຽກໝົດມື້ຄວນໄດ້ຮັບຄ່າຈ້າງຫຼາຍກວ່າຄົນອື່ນໆ. ແຕ່ເຈົ້າຂອງສວນໄດ້ສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຕໍ່ຄົນທີ່ເຮັດວຽກບໍ່ເຕັມມື້. ຜູ້ຊ່ຽວຊານຄົນໜຶ່ງໄດ້ເວົ້າກ່ຽວກັບຄຳ “ຄວາມກະລຸນາທີ່ຍິ່ງໃຫຍ່” ທີ່ໃຊ້ໃນຄຳພີໄບເບິນວ່າ “ຄຳນີ້ໝາຍເຖິງສິ່ງທີ່ມະນຸດໄດ້ຮັບລ້າໆໂດຍບໍ່ຕ້ອງເຮັດຫຍັງເລີຍແລະກໍບໍ່ສົມຄວນຈະໄດ້ຮັບດ້ວຍຊໍ້າ.”
ໝາຍເຖິງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ.ຄວາມໃຈກວ້າງຂອງພະເຢໂຫວາເປັນຂອງຂວັນ
3, 4. ຍ້ອນຫຍັງພະເຢໂຫວາຈຶ່ງສະແດງຂອງຄວາມກະລຸນາທີ່ຍິ່ງໃຫຍ່ຕໍ່ມະນຸດທຸກຄົນ ແລະພະອົງເຮັດໂດຍວິທີໃດ?
3 ຄຳພີໄບເບິນບອກເຮົາວ່າຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາເປັນ “ຂອງປະທານ” ຫຼືເປັນຂອງຂວັນ. (ເອເຟດ 3:7) ເນື່ອງຈາກວ່າເຮົາບໍ່ສາມາດເຊື່ອຟັງພະເຢໂຫວາໄດ້ຢ່າງຄົບຖ້ວນ ດັ່ງນັ້ນ ເຮົາຈຶ່ງບໍ່ສົມຄວນໄດ້ຮັບຄວາມກະລຸນາໃດໆຈາກພະອົງ. ທີ່ຈິງ ເຮົາສົມຄວນໄດ້ຮັບຄວາມຕາຍ. ກະສັດຊາໂລໂມນເວົ້າວ່າ: “ເທິງແຜ່ນດິນບໍ່ມີຄົນຊອບທຳທີ່ໄດ້ເຮັດການດີແລະທີ່ບໍ່ໄດ້ເຮັດບາບ.” (ຜູ້ເທສະໜາປ່າວປະກາດ 7:20) ຕໍ່ມາອັກຄະສາວົກໂປໂລໄດ້ເວົ້າວ່າ: “ຄົນທັງປວງໄດ້ກະທຳບາບແລະບໍ່ເຖິງແກ່ລັດສະໝີແຫ່ງພະເຈົ້າ” ແລະ “ຄ່າຈ້າງຂອງຄວາມບາບເປັນຄວາມຕາຍ.”—ໂລມ 3:23; 6:23 ສ່ວນ ກ.
4 ເນື່ອງຈາກພະເຢໂຫວາຮັກມະນຸດຫຼາຍ ພະອົງຈຶ່ງໄດ້ສົ່ງ “ພະບຸດອົງດຽວຂອງພະອົງ” ໃຫ້ມາຕາຍເພື່ອພວກເຮົາ. ການເຮັດແນວນັ້ນສະແດງເຖິງຄວາມກະລຸນາທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເປັນໄປໄດ້. (ໂຢຮັນ 3:16) ໂປໂລເວົ້າວ່າ: ‘ຕອນນີ້ພະເຍຊູໄດ້ຮັບກຽດຕິຍົດແລະຄວາມສະຫງ່າງາມແລ້ວເພາະພະອົງຍອມສະລະຊີວິດເຊິ່ງເປັນການສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ.’ (ເຫບເລີ 2:9, ລ.ມ.) ແມ່ນແລ້ວ ‘ຂອງປະທານຈາກພະເຈົ້າເປັນຊີວິດອັນຕະຫຼອດໄປ ໂດຍທາງພະຄລິດເຍຊູພະອົງເຈົ້າຂອງພວກເຮົາ.’—ໂລມ 6:23 ສ່ວນ ຂ
5, 6. ຜົນຈະເປັນແນວໃດເມື່ອເຮົາຢູ່ພາຍໃຕ້ອຳນາດຂອງ (ກ) ບາບ? (ຂ) ຄວາມກະລຸນາທີ່ຍິ່ງໃຫຍ່?
5 ເປັນຫຍັງເຮົາຈຶ່ງມີບາບແລະຕ້ອງຕາຍ? ຄຳພີໄບເບິນບອກວ່າຍ້ອນ ‘ຄວາມຜິດຂອງຄົນຜູ້ດຽວ ຄວາມຕາຍມີອຳນາດເໝືອນເປັນກະສັດ.’ ເນື່ອງຈາກເຮົາເປັນລູກຫຼານຂອງອາດາມ ເຮົາຈຶ່ງເປັນຄົນບາບແລະເຮົາຕ້ອງຕາຍ. (ໂລມ 5:12, 14, 17) ຢ່າງໃດກໍຕາມ ເຮົາຍັງສາມາດເລືອກໄດ້ວ່າຈະໃຫ້ບາບມີອຳນາດເໜືອເຮົາຫຼືຄວບຄຸມເຮົາຫຼືບໍ່. ເປັນໄປໄດ້ແນວໃດ? ເມື່ອເຮົາສະແດງຄວາມເຊື່ອໃນຄ່າໄຖ່ຂອງພະຄລິດ ເຮົາໄດ້ຮັບປະໂຫຍດຈາກຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ. ຄຳພີໄບເບິນກ່າວວ່າ: ‘ເມື່ອບາບເຫັນໄດ້ຊັດເຈນຂຶ້ນ ຄວາມກະລຸນາທີ່ຍິ່ງໃຫຍ່ກໍຍິ່ງເຫັນຊັດເຈນຂຶ້ນໄປອີກ ເພື່ອຫຍັງ? ກໍເພື່ອໃຫ້ຄວາມກະລຸນາທີ່ຍິ່ງໃຫຍ່ມີອຳນາດປົກຄອງເໝືອນກະສັດ ເໝືອນທີ່ບາບແລະຄວາມຕາຍເຄີຍມີອຳນາດເໝືອນກະສັດ ແລະດ້ວຍຄວາມກະລຸນານີ້ເອງ ຄົນເຮົາຈຶ່ງເປັນທີ່ຍອມຮັບຂອງພະເຈົ້າແລະໄດ້ຊີວິດຕະຫຼອດໄປໂດຍທາງພະເຍຊູຄລິດຜູ້ເປັນນາຍຂອງເຮົາ.’—ໂລມ 5:20, 21, ລ.ມ.
6 ເຖິງວ່າເຮົາຍັງເປັນຄົນບາບ ແຕ່ເຮົາກໍບໍ່ຈຳເປັນຕ້ອງຍອມໃຫ້ບາບມີອຳນາດເໜືອເຮົາ. ດັ່ງນັ້ນ ເມື່ອເຮົາເຮັດຜິດ ເຮົາຈຶ່ງຂໍໃຫ້ພະເຢໂຫວາໃຫ້ອະໄພເຮົາ. ໂປໂລໄດ້ເຕືອນເຮົາວ່າ: ‘ຢ່າໃຫ້ບາບມີອຳນາດເໜືອທ່ານທັງຫຼາຍ ເພາະວ່າພວກທ່ານບໍ່ຢູ່ໃຕ້ພະບັນຍັດ ແຕ່ວ່າຢູ່ໃຕ້ຄວາມກະລຸນາທີ່ຍິ່ງໃຫຍ່.’ (ໂລມ 6:14) ດັ່ງນັ້ນ ເຮົາຈະໄດ້ຮັບປະໂຫຍດແນວໃດຈາກຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ? ໂປໂລກ່າວວ່າ ‘ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າສອນເຮົາໃຫ້ປະຕິເສດການເຮັດຊົ່ວແລະຄວາມຕ້ອງການແບບໂລກ ແລະສອນເຮົາໃຫ້ໃຊ້ຊີວິດໃນຍຸກນີ້ຢ່າງມີ ເຫດຜົນ ເຮັດສິ່ງທີ່ຖືກຕ້ອງ ແລະມີຄວາມເຫຼື້ອມໃສພະເຈົ້າ.’—ຕິໂຕ 2:11, 12, ລ.ມ.
ຄວາມກະລຸນາທີ່ຍິ່ງໃຫຍ່ທີ່ “ສະແດງອອກໃນຫຼາຍໆທາງ”
7, 8. ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາທີ່ “ສະແດງອອກໃນຫຼາຍໆທາງ” ໝາຍຄວາມວ່າແນວໃດ? (ເບິ່ງຮູບທຳອິດ)
7 ອັກຄະສາວົກເປໂຕຂຽນໄວ້ວ່າ: “ແຕ່ລະຄົນໄດ້ຮັບຄວາມສາມາດຕາມຄວາມກະລຸນາທີ່ຍິ່ງໃຫຍ່ເຊິ່ງພະເຈົ້າສະແດງອອກໃນຫຼາຍໆທາງ ດັ່ງນັ້ນ ໃຫ້ໃຊ້ຄວາມສາມາດຕາມຂະໜາດທີ່ໄດ້ຮັບມາເພື່ອຮັບໃຊ້ກັນໃນຖານະຄົນຮັບໃຊ້ທີ່ດີ.” (1 ເປໂຕ 4:10, ລ.ມ.) ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາທີ່ “ສະແດງອອກໃນຫຼາຍໆທາງ” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າເມື່ອເຮົາປະສົບກັບຄວາມຫຍຸ້ງຍາກໃນຊີວິດ ພະເຢໂຫວາກໍຈະຈັດໃຫ້ເຮົາມີສິ່ງທີ່ຈຳເປັນເພື່ອເຮົາສາມາດອົດທົນໄດ້. (1 ເປໂຕ 1:6) ພະອົງຈະໃຫ້ເຮົາມີສິ່ງທີ່ຈຳເປັນເຊິ່ງເໝາະກັບເວລາ ເພື່ອເຮົາຈະຜ່ານຜ່າແຕ່ລະບັນຫາໄປໄດ້.
ເມື່ອເຮົາປະສົບກັບຄວາມຫຍຸ້ງຍາກໃນຊີວິດ ພະເຢໂຫວາຈະໃຫ້ເຮົາມີສິ່ງທີ່ຈຳເປັນເຊິ່ງເໝາະກັບເວລາ ເພື່ອເຮົາຈະຜ່ານຜ່າແຕ່ລະບັນຫາໄປໄດ້
8 ອັກຄະສາວົກໂຢຮັນຂຽນວ່າ: ‘ພະອົງມີຄວາມກະລຸນາທີ່ຍິ່ງໃຫຍ່ ພວກເຮົາທຸກຄົນຈຶ່ງໄດ້ຮັບຄວາມກະລຸນາຈາກພະອົງຢ່າງລົ້ນເຫຼືອ.’ (ໂຢຮັນ 1:16, ລ.ມ.) ເນື່ອງຈາກວ່າພະເຢໂຫວາສະແດງຄວາມກະລຸນາທີ່ຍິ່ງໃຫຍ່ໃນຫຼາຍໆທາງ ດັ່ງນັ້ນ ເຮົາຈຶ່ງໄດ້ຮັບປະໂຫຍດຫຼາຍໆດ້ານ. ປະໂຫຍດເຫຼົ່ານັ້ນມີຫຍັງແດ່?
9. ເຮົາໄດ້ຮັບປະໂຫຍດແນວໃດຈາກຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ແລະເຮົາຈະສະແດງຄວາມຂອບໃຈແນວໃດສຳລັບສິ່ງນີ້?
9 ພະເຢໂຫວາໃຫ້ອະໄພໃນຄວາມຜິດຂອງເຮົາ. ເນື່ອງຈາກຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ພະອົງຈຶ່ງໃຫ້ອະໄພໃນຄວາມຜິດຂອງເຮົາ. ແຕ່ພະອົງຈະເຮັດເຊັ່ນນັ້ນກໍຕໍ່ເມື່ອເຮົາກັບໃຈແລະຕໍ່ສູ້ຕໍ່ໆໄປກັບຄວາມປາຖະໜາທີ່ຜິດ. (ອ່ານ 1 ໂຢຮັນ 1:8, 9) ໂປໂລໄດ້ອະທິບາຍກັບຄລິດສະຕຽນຜູ້ຖືກເຈີມໃນສະໄໝຂອງລາວກ່ຽວກັບວິທີທີ່ພະເຢໂຫວາໃຫ້ອະໄພຄວາມຜິດ. ລາວເວົ້າວ່າ: ‘[ພະເຈົ້າ] ໄດ້ຊ່ອຍກູ້ເອົາພວກເຮົາອອກມາຈາກອຳນາດຂອງຄວາມມືດ ແລະໄດ້ນຳພາພວກເຮົາເຂົ້າສູ່ບ່ອນປອດໄພ ເຊິ່ງພະບຸດທີ່ຮັກຂອງພະອົງປົກຄອງຢູ່ເໜືອພວກເຮົາ ໂດຍພະບຸດນັ້ນພວກເຮົາໄດ້ຖືກປົດປ່ອຍໃຫ້ເປັນອິດສະຫຼະ ແລະການບາບຂອງພວກເຮົາກໍໄດ້ຮັບການໃຫ້ອະໄພ.’ (ໂກໂລດ 1:13, 14, ທ.ປ.) ເຮົາຮູ້ສຶກຂອບໃຈຫຼາຍສຳລັບຄວາມກະລຸນາຂອງພະເຢໂຫວາ ສະນັ້ນເຮົາຈຶ່ງຕ້ອງການຈະສັນລະເສີນພະອົງ. ເນື່ອງຈາກພະເຢໂຫວາໃຫ້ອະໄພໃນຄວາມຜິດຂອງເຮົາ ເຮົາຈຶ່ງສາມາດໄດ້ຮັບປະໂຫຍດທີ່ດີເລີດອີກຫຼາຍຢ່າງ..
10. ເຮົາມີຄວາມຍິນດີຫຍັງຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ?
10 ເຮົາສາມາດມີສາຍສຳພັນທີ່ສະຫງົບສຸກກັບພະເຈົ້າ. ເຮົາເປັນມະນຸດທີ່ມີບາບ ດັ່ງນັ້ນ ຕັ້ງແຕ່ເຮົາເກີດມາ ເຮົາກໍເປັນສັດຕູຂອງພະເຈົ້າ. ເຖິງຢ່າງນັ້ນກໍຕາມ ໂປໂລໄດ້ເວົ້າວ່າ: ‘ເມື່ອເຮົາຍັງເປັນສັດຕູກັບພະເຈົ້າ ເຮົາຄືນດີກັບພະອົງດ້ວຍຄວາມຕາຍແຫ່ງພະບຸດຂອງພະອົງ.’ (ໂລມ ) ຍ້ອນຄ່າໄຖ່ ເຮົາຈຶ່ງສາມາດຄືນດີກັບພະເຈົ້າໄດ້ ເຊິ່ງໝາຍເຖິງເຮົາມີສັນຕິສຸກກັບພະອົງແລະກາຍເປັນເພື່ອນຂອງພະອົງ. ໂປໂລໄດ້ອະທິບາຍເລື່ອງນີ້ແລະວິທີທີ່ເລື່ອງນີ້ກ່ຽວຂ້ອງກັບຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ລາວເວົ້າກັບພີ່ນ້ອງທີ່ເປັນຜູ້ຖືກເຈີມວ່າ: “ເມື່ອພະເຈົ້າຖືວ່າເຮົາເປັນທີ່ຍອມຮັບຂອງພະອົງແລ້ວເພາະເຮົາມີຄວາມເຊື່ອ ກໍໃຫ້ເຮົາຮັກສາຄວາມສຳພັນທີ່ດີກັບພະເຈົ້າໄວ້ເຊິ່ງເຮົາໄດ້ມາທາງພະເຍຊູຄລິດຜູ້ເປັນນາຍຂອງເຮົາ ແລະດ້ວຍຄວາມເຊື່ອໃນພະເຍຊູເຮົາຈຶ່ງໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຢ່າງທີ່ເຮົາຮັບຢູ່ຕອນນີ້.” ( 5:10ໂລມ 5:1, 2, ລ.ມ.) ເຮົາຮູ້ສຶກຂອບໃຈແທ້ໆທີ່ມີສາຍສຳພັນທີ່ສະຫງົບສຸກກັບພະເຢໂຫວາ!
11. ຜູ້ຖືກເຈີມຊ່ວຍ “ແກະອື່ນ” ແນວໃດໃຫ້ເຮັດສິ່ງທີ່ຊອບທຳ?
11 ເຮົາສາມາດເປັນຄົນຊອບທຳຕໍ່ໜ້າພະເຈົ້າ. ຜູ້ພະຍາກອນດານຽນຂຽນວ່າ ໃນລະຫວ່າງສະໄໝສຸດທ້າຍ “ຄົນສະຫຼາດທັງຫຼາຍ” ຫຼືຄົນທີ່ມີຄວາມເຂົ້າໃຈເລິກເຊິ່ງທີ່ໝາຍເຖິງຄລິດສະຕຽນຜູ້ຖືກເຈີມ ເຂົາເຈົ້າຈະຊ່ວຍ ‘ຫຼາຍຄົນໃຫ້ເຮັດສິ່ງທີ່ຊອບທຳ.’ (ອ່ານດານຽນ 12:3) ຜູ້ຖືກເຈີມເຫຼົ່ານັ້ນຊ່ວຍແນວໃດ? ເຂົາເຈົ້າປະກາດຂ່າວດີແລະສອນ “ແກະອື່ນ” ຈຳນວນຫຼາຍລ້ານຄົນໃຫ້ຮູ້ຈັກກົດໝາຍຂອງພະເຢໂຫວາ. (ໂຢຮັນ 10:16) ຜູ້ຖືກເຈີມຊ່ວຍຄົນເຫຼົ່ານີ້ໃຫ້ໄດ້ຮັບການພິຈາລະນາວ່າເປັນຄົນຊອບທຳຕໍ່ໜ້າພະເຈົ້າ ເລື່ອງນີ້ເປັນໄປໄດ້ກໍຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາເທົ່ານັ້ນ. ໂປໂລໄດ້ອະທິບາຍວ່າ: “ພວກເຂົາເປັນທີ່ຍອມຮັບຂອງພະອົງເພາະມີຄ່າໄຖ່ທີ່ພະຄລິດເຍຊູໄດ້ຈ່າຍໃຫ້ ສິ່ງນີ້ເປັນຂອງຂວັນຈາກພະເຈົ້າຜູ້ສະແດງຄວາມກະລຸນາທີ່ຍິ່ງໃຫຍ່.”—ເອເຟດ 3:12, ລ.ມ.
12. ການອະທິດຖານກ່ຽວຂ້ອງແນວໃດກັບຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ?
12 ເຮົາສາມາດໃກ້ຊິດກັບພະເຈົ້າໂດຍທາງການອະທິດຖານ. ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ເຮົາຈຶ່ງສາມາດອະທິດຖານເຖິງພະອົງໄດ້. ໂປໂລເອີ້ນບັນລັງຂອງພະເຢໂຫວາວ່າເປັນ “ບັນລັງຂອງພະເຈົ້າຜູ້ມີເຫບເລີ 4:16 ສ່ວນ ກ, ລ.ມ.) ໂດຍຜ່ານທາງພະເຍຊູ ເຮົາສາມາດອະທິດຖານເຖິງພະເຢໂຫວາເວລາໃດກໍໄດ້. ຖືວ່າເປັນກຽດທີ່ຍິ່ງໃຫຍ່ແທ້ໆ! ໂປໂລເວົ້າວ່າ: “ຄວາມເຊື່ອໃນພະຄລິດນີ້ແຫຼະທີ່ເຮັດໃຫ້ເຮົາກ້າເວົ້າແລະອະທິດຖານເຖິງພະເຈົ້າໄດ້ຢ່າງໝັ້ນໃຈ.”—ເອເຟດ 3:12, ລ.ມ.
ຄວາມກະລຸນາທີ່ຍິ່ງໃຫຍ່” ແລະລາວເຊີນເຮົາໃຫ້ເຂົ້າຫາແລະ “ກ້າເວົ້າ” ຕໍ່ໜ້າບັນລັງນີ້. (13. “ເມື່ອເຮົາຕ້ອງການຄວາມຊ່ວຍເຫຼືອ” ຄວາມກະລຸນາທີ່ຍິ່ງໃຫຍ່ສາມາດຊ່ວຍເຮົາໄດ້ແນວໃດ?
13 ເຮົາສາມາດພົບການຊ່ວຍເຫຼືອໃນເວລາທີ່ຕ້ອງການ. ເມື່ອມີຄວາມຈຳເປັນ ໂປໂລສະໜັບສະໜູນເຮົາໃຫ້ອະທິດຖານເຖິງພະເຢໂຫວາ “ເພື່ອເຮົາຈະໄດ້ຮັບຄວາມເມດຕາແລະຄວາມກະລຸນານັ້ນຈາກພະອົງເມື່ອເຮົາຕ້ອງການຄວາມຊ່ວຍເຫຼືອ.” (ເຫບເລີ 4:16 ສ່ວນ ຂ, ລ.ມ.) ເມື່ອເຮົາມີບັນຫາຫຼືມີຄວາມຫຍຸ້ງຍາກໃນຊີວິດ ເຮົາສາມາດອ້ອນວອນຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ. ພະອົງຈະຕອບຄຳອະທິດຖານຂອງເຮົາເຖິງວ່າພະອົງບໍ່ຈຳເປັນຕ້ອງເຮັດເຊັ່ນນັ້ນ. ຫຼາຍຄັ້ງພະອົງໃຊ້ພີ່ນ້ອງຄລິດສະຕຽນເພື່ອຊ່ວຍເຫຼືອເຮົາ. ພະເຢໂຫວາຕອບຄຳອະທິດຖານຂອງເຮົາ ‘ເຮົາຈຶ່ງມີຄວາມກ້າແລະເວົ້າໄດ້ວ່າ ພະເຢໂຫວາເປັນຜູ້ຊ່ວຍເຫຼືອຂ້ອຍ ແລະຂ້ອຍຈະບໍ່ຢ້ານຫຍັງ. ມະນຸດຈະເຮັດຫຍັງຂ້ອຍໄດ້?’—ເຫບເລີ 13:6, ລ.ມ.
14. ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາໃຫ້ປະໂຫຍດແນວໃດຕໍ່ຫົວໃຈຂອງເຮົາ?
14 ເຮົາສາມາດໄດ້ຮັບການເລົ້າໂລມໃຈ. ເປັນພະພອນທີ່ຍິ່ງໃຫຍ່ແທ້ໆທີ່ພະເຢໂຫວາເລົ້າໂລມໃຈເຮົາເມື່ອໃດກໍຕາມທີ່ເຮົາມີຄວາມເຄັ່ງຕຶງທາງດ້ານອາລົມ. (ຄຳເພງ 51:17) ເມື່ອຄລິດສະຕຽນໃນເມືອງເທຊະໂລນີກກຳລັງຖືກຂົ່ມເຫງຢ່າງໜັກ ໂປໂລຂຽນວ່າ: ‘[ຂໍໃຫ້] ພະເຍຊູຄລິດພະອົງເຈົ້າຂອງເຮົາແລະພະເຈົ້າພະບິດາຂອງພວກເຮົາຜູ້ທີ່ຮັກເຮົາແລະປະທານໃຫ້ເຮົາມີຄວາມເລົ້າໂລມຢູ່ໄປເປັນນິດແລະມີຄວາມຫວັງທີ່ດີດ້ວຍຄວາມກະລຸນາທີ່ຍິ່ງໃຫຍ່ ເລົ້າໂລມໃຈຂອງທ່ານທັງຫຼາຍແລະຊ່ວຍໃຫ້ຕັ້ງໝັ້ນຄົງຢູ່.’ (2 ເທຊະໂລນີກ 2:16, 17) ເຮົາໄດ້ຮັບການເລົ້າໂລມໃຈແທ້ໆທີ່ຮູ້ວ່າພະເຢໂຫວາຮັກແລະຫ່ວງເຮົາຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະອົງ!
15. ເນື່ອງຈາກຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ເຮົາຈຶ່ງມີຄວາມຫວັງຫຍັງ?
15 ພວກເຮົາມີຄວາມຫວັງສຳລັບຊີວິດຕະຫຼອດໄປ. ເນື່ອງຈາກເປັນມະນຸດທີ່ມີບາບ ເຮົາຈຶ່ງບໍ່ມີຄວາມຫວັງໃດໆເລີຍຖ້າບໍ່ມີການຊ່ວຍເຫຼືອຈາກພະເຢໂຫວາ. (ອ່ານຄຳເພງ 49:7, 8) ແຕ່ພະອົງໄດ້ໃຫ້ຄວາມຫວັງທີ່ດີເລີດແກ່ເຮົາ. ຄວາມຫວັງຫຍັງ? ພະເຍຊູເວົ້າວ່າ: ‘ອັນນີ້ເປັນນໍ້າໃຈແຫ່ງພະບິດາຂອງເຮົາ ຄືວ່າຄົນທຸກຄົນທີ່ຍອມຮັບແລະເຊື່ອໃນພະບຸດນັ້ນຈະມີຊີວິດຕະຫຼອດໄປ.’ (ໂຢຮັນ 6:40) ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ເຮົາຈຶ່ງມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປ. ໂປໂລເວົ້າວ່າ: “ພະເຈົ້າສະແດງໃຫ້ເຫັນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະອົງເຊິ່ງຊ່ວຍຄົນທຸກຊະນິດໃຫ້ລອດ.”—ຕິໂຕ 2:11, ລ.ມ.
ຢ່າພິກປີ້ນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າເພື່ອໃຊ້ເປັນຂໍ້ແກ້ຕົວໃນການເຮັດບາບ
16. ຄລິດສະຕຽນບາງຄົນໃນສະຕະວັດທຳອິດໄດ້ພິກປີ້ນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາແນວໃດ?
16 ເຮົາໄດ້ຮັບປະໂຫຍດຫຼາຍຢ່າງຍ້ອນຄວາມກະລຸນາຂອງພະເຢໂຫວາ. ແຕ່ເຮົາບໍ່ຄວນໃຊ້ສິ່ງນີ້ໃນທາງທີ່ຜິດ ເຊິ່ງກໍຄືການພິກປີ້ນຄວາມກະລຸນາທີ່ຍິ່ງໃຫຍ່ນັ້ນເພື່ອໃຊ້ເປັນຂໍ້ແກ້ຕົວໃນການເຮັດບາບ. ຄລິດສະຕຽນບາງຄົນໃນສະຕະວັດທຳອິດໄດ້ພະຍາຍາມ ‘ພິກປີ້ນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າເພື່ອໃຊ້ເປັນຂໍ້ແກ້ຕົວສຳລັບການປະພຶດທີ່ໄຮ້ຢາງອາຍ.’ (ຢູເດ 4, ລ.ມ.) ເຫັນໄດ້ວ່າຄລິດສະຕຽນທີ່ບໍ່ຊື່ສັດເຫຼົ່ານີ້ຄິດວ່າເຂົາເຈົ້າສາມາດເຮັດບາບໄດ້ແລະພະເຢໂຫວາກໍຈະໃຫ້ອະໄພທຸກຄັ້ງ. ຄົນເຫຼົ່ານີ້ຈຶ່ງເຖິງຂັ້ນພະຍາຍາມເຮັດໃຫ້ພີ່ນ້ອງຄລິດສະຕຽນຮ່ວມເຮັດບາບ ກັບເຂົາເຈົ້າ. ໃນທຸກມື້ນີ້ ຄົນທີ່ເຮັດແບບນັ້ນໄດ້ ‘ໝິ່ນປະໝາດພະລັງຂອງພະເຈົ້າທີ່ສະແດງຄວາມກະລຸນາທີ່ຍິ່ງໃຫຍ່.’—ເຫບເລີ 10:29, ລ.ມ.
17. ເປໂຕໃຫ້ຄຳແນະນຳທີ່ໜັກແໜ້ນແນວໃດ?
17 ໃນທຸກມື້ນີ້ຊາຕານໄດ້ຫຼອກລວງຄລິດສະຕຽນບາງຄົນໃຫ້ຄິດວ່າເຂົາເຈົ້າສາມາດເຮັດບາບໄດ້ແລະພະເຢໂຫວາກໍຈະໃຫ້ອະໄພຢ່າງອັດຕະໂນມັດ. ແມ່ນຢູ່ວ່າພະເຢໂຫວາພ້ອມທີ່ຈະໃຫ້ອະໄພຄົນທີ່ເຮັດບາບເຊິ່ງກັບໃຈ ແຕ່ພະອົງກໍຄາດໝາຍໃຫ້ເຮົາຕໍ່ສູ້ກັບຄວາມປາຖະໜາທີ່ຜິດນັ້ນ. ພະເຢໂຫວາດົນໃຈໃຫ້ເປໂຕຂຽນວ່າ: ‘ພີ່ນ້ອງທີ່ຮັກ ເມື່ອຮູ້ຢ່າງນີ້ແລ້ວ ກໍໃຫ້ລະວັງຢ່າຖືກຊັກນຳໃຫ້ຫຼົງໄປກັບພວກເຂົາດ້ວຍເລື່ອງຕົວະຂອງຄົນຊົ່ວແລະກາຍເປັນຄົນບໍ່ໝັ້ນຄົງ ແຕ່ຂໍໃຫ້ພວກທ່ານໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ເພີ່ມຂຶ້ນເລື້ອຍໆແລະເຕີບໂຕຂຶ້ນໃນຄວາມຮູ້ເລື່ອງພະເຍຊູຄລິດຜູ້ເປັນນາຍແລະຜູ້ຊ່ວຍໃຫ້ລອດຂອງເຮົາ.’—2 ເປໂຕ 3:17, 18, ລ.ມ.
ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າເຮັດໃຫ້ມີຄວາມຮັບຜິດຊອບ
18. ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ເຮົາຈຶ່ງມີຄວາມຮັບຜິດຊອບໃນເລື່ອງໃດ?
18 ເຮົາຂອບໃຈແທ້ໆສຳລັບຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ. ດັ່ງນັ້ນ ເຮົາຄວນໃຊ້ຄວາມສາມາດຂອງເຮົາເພື່ອໃຫ້ກຽດພະເຢໂຫວາແລະຊ່ວຍຄົນອື່ນໆ ເພາະເຮົາເປັນໜີ້ຕໍ່ເຂົາເຈົ້າ. ເຮົາຈະໃຊ້ຄວາມສາມາດເຫຼົ່ານີ້ແນວໃດ? ໂປໂລຂຽນວ່າ: ‘ເຮົາໄດ້ຮັບຄວາມສາມາດຕ່າງກັນຕາມຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າ . . . ຖ້າໃຜມີຄວາມສາມາດດ້ານການຮັບໃຊ້ ກໍໃຫ້ຮັບໃຊ້ເຕັມທີ ຖ້າໃຜມີຄວາມສາມາດດ້ານການສອນ ກໍໃຫ້ທຸ່ມເທກັບການສອນ ຖ້າໃຜມີຄວາມສາມາດໃນການໃຫ້ກຳລັງໃຈ ກໍໃຫ້ເຂົາໃຫ້ກຳລັງໃຈຄົນອື່ນ . . . ຖ້າໃຜເປັນຄົນເມດຕາ ກໍໃຫ້ສະແດງຄວາມເມດຕາດ້ວຍຄວາມຍິນດີ.’ (ໂລມ 12:6-8, ລ.ມ.) ດັ່ງນັ້ນ ຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ເຮົາຈຶ່ງມີຄວາມຮັບຜິດຊອບທີ່ຈະເຮັດວຽກໜັກໃນການຮັບໃຊ້ ການສອນຄຳພີໄບເບິນໃຫ້ຄົນອື່ນ ການໃຫ້ກຳລັງໃຈພີ່ນ້ອງຄລິດສະຕຽນ ແລະການໃຫ້ອະໄພຄົນທີ່ອາດເຮັດໃຫ້ເຮົາເຄືອງໃຈ.
19. ໃນບົດຄວາມຕໍ່ໄປຈະພິຈາລະນາວ່າເຮົາມີຄວາມຮັບຜິດຊອບໃນເລື່ອງໃດ?
19 ເນື່ອງຈາກເຮົາເປັນຜູ້ທີ່ໄດ້ຮັບປະໂຫຍດຈາກຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຢໂຫວາ ດັ່ງນັ້ນ ເຮົາຄວນໄດ້ຮັບການກະຕຸ້ນໃຫ້ເຮັດສຸດຄວາມສາມາດເພື່ອ “ປະກາດຂ່າວດີເລື່ອງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າໃຫ້ທົ່ວເຖິງ.” (ກິດຈະການ 20:24, ລ.ມ.) ໃນບົດຄວາມຕໍ່ໄປເຮົາຈະພິຈາລະນາກ່ຽວກັບຄວາມຮັບຜິດຊອບໃນເລື່ອງນີ້.
^ [1] (ຂໍ້ 2) ເບິ່ງຄຳວ່າ “ຄວາມກະລຸນາທີ່ຍິ່ງໃຫຍ່” ໃນ “ສ່ວນອະທິບາຍສັບໃນຄຳພີໄບເບິນ” ໃນຄຳພີໄບເບິນສະບັບແປໂລກໃໝ່ ພາສາໄທ.