ບົດຄວາມສຶກສາ 9
ໃຫ້ຮຽນແບບພະເຢຊູໂດຍເປັນຄົນເສຍສະລະ
“ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.”—ກຈກ. 20:35
ເພງ 17 “ເຮົາຢາກຊ່ວຍ”
ໃຈຄວາມສຳຄັນ *
1. ຜູ້ຮັບໃຊ້ຂອງພະເຢໂຫວາມີນ້ຳໃຈແບບໃດ?
ຄຳພີໄບເບິນບອກລ່ວງໜ້າມາດົນແລ້ວວ່າປະຊາຊົນຂອງພະເຈົ້າ “ຈະເຕັມໃຈສະເໜີຕົວ” ໃນການຮັບໃຊ້ພະເຢໂຫວາໂດຍມີພະເຢຊູເປັນຜູ້ຊີ້ນຳ. (ເພງ. 110:3, ລ.ມ.) ຄຳພະຍາກອນນີ້ໄດ້ເກີດຂຶ້ນແທ້ໃນທຸກມື້ນີ້ ເພາະໃນແຕ່ລະປີຜູ້ຮັບໃຊ້ພະເຢໂຫວາໄດ້ໃຊ້ຫຼາຍລ້ານຊົ່ວໂມງເພື່ອເຮັດວຽກປະກາດ ແລະເຂົາເຈົ້າກໍເຮັດວຽກນີ້ໂດຍໃຊ້ເງິນຂອງຕົວເອງ. ເຂົາເຈົ້າຍັງໄດ້ຊ່ວຍເຫຼືອພີ່ນ້ອງຄົນອື່ນທາງດ້ານວັດຖຸ ອາລົມຄວາມຮູ້ສຶກ ແລະຄວາມເຊື່ອ. ສ່ວນຜູ້ດູແລແລະຜູ້ຊ່ວຍວຽກຮັບໃຊ້ກໍໄດ້ໃຊ້ເວລາຫຼາຍຊົ່ວໂມງເພື່ອກຽມການປະຊຸມແລະໄປຢ້ຽມຢາມເພື່ອໃຫ້ກຳລັງໃຈພີ່ນ້ອງ. ສິ່ງໃດກະຕຸ້ນໃຫ້ຜູ້ຮັບໃຊ້ພະເຢໂຫວາເຮັດແບບນີ້? ກໍຍ້ອນເຂົາເຈົ້າຮັກພະເຢໂຫວາແລະຮັກຄົນອື່ນ.—ມທ. 22:37-39
2. ຕາມໂຣມ 15:1-3 ພະເຢຊູເປັນຕົວຢ່າງທີ່ດີໃຫ້ເຮົາໃນເລື່ອງໃດ?
2 ພະເຢຊູເປັນຕົວຢ່າງທີ່ດີໃຫ້ເຮົາໃນການໃຫ້ຄວາມຈຳເປັນຂອງຄົນອື່ນມາກ່ອນ. ເຮົາເອງກໍຢາກຈະຮຽນແບບພະເຢຊູໃນເລື່ອງນີ້ໃຫ້ດີທີ່ສຸດ. (ອ່ານໂຣມ 15:1-3) ຖ້າເຮົາເຮັດແບບນີ້ກໍຈະໄດ້ຮັບສິ່ງດີໆຫຼາຍຢ່າງ ເພາະພະເຢຊູບອກວ່າ: “ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.”—ກຈກ. 20:35
3. ເຮົາຈະຮຽນຫຍັງໃນບົດຄວາມນີ້?
3 ໃນບົດຄວາມນີ້ ເຮົາຈະມາເບິ່ງວ່າພະເຢຊູເສຍສະລະຕົວເອງແນວໃດເພື່ອຊ່ວຍເຫຼືອຄົນອື່ນ? ແລະເຮົາຈະຮຽນແບບເພິ່ນໄດ້ແນວໃດ? ນອກຈາກ ນັ້ນ ເຮົາຍັງຈະມາເບິ່ງວ່າເຮົາຈະເປັນຄົນທີ່ມີນ້ຳໃຈເສຍສະລະຫຼາຍຂຶ້ນໄດ້ແນວໃດ?
ຮຽນແບບພະເຢຊູ
4. ພະເຢຊູໃຫ້ຄວາມຈຳເປັນຂອງຄົນອື່ນມາກ່ອນຕົວເອງແນວໃດ?
4 ພະເຢຊູຊ່ວຍເຫຼືອຄົນອື່ນເຖິງວ່າຈະເມື່ອຍ. ລອງຄິດເຖິງສິ່ງທີ່ພະເຢຊູເຮັດເມື່ອມີຫຼາຍຄົນມາຫາເພິ່ນຢູ່ເທິງພູເຂົາເຊິ່ງໃກ້ກັບເມືອງກາເປນາອູມ ກ່ອນໜ້ານັ້ນເພິ່ນໄດ້ອະທິດຖານໝົດຄືນເພິ່ນຄືຊິຮູ້ສຶກເມື່ອຍຫຼາຍແທ້ໆ ແຕ່ເມື່ອມີຝູງຄົນມາຫາເພິ່ນ ເພິ່ນກໍຮູ້ສຶກອີ່ຕົນເຂົາເຈົ້າ ເພາະຄົນເຫຼົ່ານັ້ນມີທັງຄົນທີ່ທຸກຍາກແລະຄົນທີ່ເຈັບປ່ວຍນຳ. ແລ້ວພະເຢຊູເຮັດແນວໃດ? ເພິ່ນບໍ່ພຽງແຕ່ປິ່ນປົວເຂົາເຈົ້າ ແຕ່ເພິ່ນຍັງໃຫ້ຄຳສອນທີ່ໃຫ້ກຳລັງໃຈນຳ ເຊິ່ງຄຳສອນນີ້ເຮົາເອີ້ນວ່າຄຳບັນຍາຍເທິງພູເຂົາ.—ລກ. 6:12-20
5. ຫົວໜ້າຄອບຄົວຈະຮຽນແບບພະເຢຊູໄດ້ແນວໃດເຖິງວ່າຈະຮູ້ສຶກເມື່ອຍ?
5 ຫົວໜ້າຄອບຄົວຮຽນແບບພະເຢຊູແນວໃດ? ລອງຄິດເຖິງເຫດການນີ້ ເມື່ອຫົວໜ້າຄອບຄົວກັບມາຮອດເຮືອນຫຼັງຈາກທີ່ເຮັດວຽກມາໝົດມື້ແລ້ວ ລາວກໍຮູ້ສຶກເມື່ອຍແລະບໍ່ຢາກຈັດການນະມັດສະການປະຈຳຄອບຄົວ. ແຕ່ລາວກໍໄດ້ອະທິດຖານຂໍໃຫ້ພະເຢໂຫວາຊ່ວຍລາວໃຫ້ມີແຮງທີ່ຈະເຮັດແບບນັ້ນໄດ້. ແລ້ວພະເຢໂຫວາກໍຕອບຄຳອະທິດຖານຂອງລາວ ແລະລາວກໍສາມາດສຶກສາກັບຄອບຄົວຕາມປົກກະຕິໄດ້. ນີ້ເຮັດໃຫ້ລູກໄດ້ບົດຮຽນທີ່ສຳຄັນທີ່ວ່າພໍ່ແມ່ໃຫ້ການນະມັດສະການພະເຢໂຫວາສຳຄັນກວ່າສິ່ງອື່ນໆ.
6. ພະເຢຊູໄດ້ໃຊ້ເວລາຂອງຕົວເອງແນວໃດເພື່ອຊ່ວຍເຫຼືອຄົນອື່ນ?
6 ພະເຢຊູພ້ອມທີ່ຈະໃຊ້ເວລາຂອງຕົວເອງເພື່ອຊ່ວຍເຫຼືອຄົນອື່ນ. ເຈົ້າລອງນຶກພາບເບິ່ງວ່າພະເຢຊູຈະຮູ້ສຶກເສຍໃຈຫຼາຍສ່ຳໃດທີ່ຮູ້ວ່າໂຢຮັນຜູ້ໃຫ້ບັບເຕມາ ເຊິ່ງເປັນໝູ່ຂອງເພິ່ນຖືກປະຫານຊີວິດ? ຄຳພີໄບເບິນບອກວ່າ: “ເມື່ອພະເຢຊູຮູ້ເລື່ອງ [ການຕາຍຂອງໂຢຮັນ] ກໍຂຶ້ນເຮືອໄປຈາກບ່ອນນັ້ນ ແລ້ວໄປໃນບ່ອນທີ່ຫ່າງໄກຈາກຜູ້ຄົນຍ້ອນຢາກຢູ່ຄົນດຽວ.” (ມທ. 14:10-13) ເຮົາກໍຄືກັບພະເຢຊູ ເມື່ອຮູ້ສຶກເສຍໃຈກໍຢາກຢູ່ຄົນດຽວ. ແຕ່ພະເຢຊູເຮັດແບບນັ້ນ ບໍ່ໄດ້ ເມື່ອເພິ່ນໄປຮອດກໍເຫັນວ່າມີຝູງຄົນຈຳນວນຫຼາຍມາລໍຖ້າເພິ່ນຢູ່ບ່ອນນັ້ນແລ້ວ. ແລ້ວພະເຢຊູເຮັດແນວໃດ? ເພິ່ນຮູ້ສຶກອີ່ຕົນເຂົາເຈົ້າແລະຮູ້ວ່າເຂົາເຈົ້າຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອທາງດ້ານຄວາມເຊື່ອ ດັ່ງນັ້ນ ເພິ່ນ “ຈຶ່ງສອນພວກເຂົາຫຼາຍເລື່ອງ.”—ມຣກ. 6:31-34; ລກ. 9:10, 11
7-8. ຂໍໃຫ້ຍົກຕົວຢ່າງວ່າຜູ້ດູແລໄດ້ຮຽນແບບພະເຢຊູແນວໃດເມື່ອພີ່ນ້ອງໃນປະຊາຄົມຕ້ອງການຄວາມຊ່ວຍເຫຼືອ?
7 ຜູ້ດູແລຮຽນແບບພະເຢຊູແນວໃດ? ເຮົາຮູ້ສຶກເຫັນຄ່າທີ່ຜູ້ດູແລໄດ້ໃຊ້ເວລາຂອງຕົວເອງເພື່ອຊ່ວຍເຫຼືອພີ່ນ້ອງ. ເຊິ່ງຫຼາຍຢ່າງທີ່ເຂົາເຈົ້າເຮັດ ພີ່ນ້ອງໃນປະຊາຄົມອາດຈະບໍ່ຮູ້ຊ້ຳ. ຕົວຢ່າງເຊັ່ນ: ຕອນທີ່ພີ່ນ້ອງເຈັບປ່ວຍ ພີ່ນ້ອງທີ່ເຮັດວຽກກັບຄະນະກຳມະການປະສານງານກັບໂຮງໝໍກໍໄດ້ຮີບໄປຊ່ວຍເຫຼືອພີ່ນ້ອງທັນທີ. ບາງເທື່ອເຫດການສຸກເສີນແບບນີ້ອາດຈະເກີດຂຶ້ນໃນຕອນເດິກໆກໍມີ. ແຕ່ຍ້ອນມີຄວາມເຫັນອົກເຫັນໃຈຕໍ່ພີ່ນ້ອງທີ່ເຈັບປ່ວຍແລະຕໍ່ຄອບຄົວຂອງເຂົາເຈົ້າ ຜູ້ດູແລເຫຼົ່ານີ້ຈຶ່ງໄດ້ໃຊ້ເວລາຂອງຕົວເອງເພື່ອຢູ່ຊ່ວຍເຫຼືອພີ່ນ້ອງ.
8 ນອກຈາກນັ້ນ ຜູ້ດູແລເຫຼົ່ານີ້ຍັງໄດ້ຊ່ວຍວຽກໂຄງການກໍ່ສ້າງຫໍປະຊຸມແລະເບິ່ງແຍງຕຶກອາຄານຕ່າງໆເຊິ່ງລວມເຖິງຊ່ວຍວຽກບັນເທົາທຸກນຳ. ແລະເຂົາເຈົ້າຍັງໄດ້ໃຊ້ເວລາຫຼາຍຊົ່ວໂມງໃນການສອນແລະໃຫ້ກຳລັງໃຈພີ່ນ້ອງ. ພະເຢໂຫວາຕ້ອງພໍໃຈຫຼາຍແທ້ໆກັບສິ່ງທີ່ເຂົາເຈົ້າເຮັດ. ແລະເຮົາທຸກຄົນກໍຄວນເຫັນຄ່າເຂົາເຈົ້າກັບຄອບຄົວທີ່ໄດ້ເສຍສະລະຕົວເອງເພື່ອຊ່ວຍເຫຼືອພວກເຮົາ. ແຕ່ຜູ້ດູແລເຫຼົ່ານີ້ກໍຕ້ອງເປັນຄົນມີເຫດຜົນ ເຂົາເຈົ້າບໍ່ຄວນໃຊ້ເວລາເພື່ອຊ່ວຍເຫຼືອພີ່ນ້ອງໃນປະຊາຄົມຫຼາຍເກີນໄປ ຈົນບໍ່ມີເວລາເບິ່ງແຍງຄອບຄົວຂອງຕົວເອງ.
ເຮົາຈະມີນ້ຳໃຈເສຍສະລະຫຼາຍຂຶ້ນໄດ້ແນວໃດ?
9. ຕາມຟີລິບປອຍ 2:4, 5 ຄລິດສະຕຽນທຸກຄົນຄວນຈະມີຄວາມຄິດແບບໃດ?
9 ອ່ານຟີລິບປອຍ 2:4, 5. ບໍ່ແມ່ນແຕ່ຜູ້ດູແລເທົ່ານັ້ນທີ່ຈະຮຽນແບບນ້ຳໃຈເສຍສະລະຂອງພະເຢຊູ ເຮົາທຸກຄົນກໍສາມາດຮຽນແບບເພິ່ນໄດ້ຄືກັນ. ຄຳພີໄບເບິນບອກວ່າພະເຢຊູ “ມາຮັບເອົາສະພາບແບບທາດ.” (ຟລປ. 2:7) ຄຳເວົ້ານີ້ມີຄວາມໝາຍແນວໃດສຳລັບເຮົາ? ໂດຍທົ່ວໄປແລ້ວ ທາດຈະພະຍາຍາມເຮັດທຸກສິ່ງເພື່ອເຮັດໃຫ້ນາຍພໍໃຈ. ແລະເຮົາເອງກໍເປັນທາດຂອງພະເຢໂຫວາ ເຮົາຈຶ່ງຢາກເຮັດວຽກຮັບໃຊ້ຂອງເຮົາໃຫ້ດີທີ່ສຸດເພື່ອເຮັດໃຫ້ພະເຢໂຫວາພໍໃຈແລະເພື່ອເປັນປະໂຫຍດຕໍ່ພີ່ນ້ອງ. ເພື່ອຈະເປັນທາດທີ່ດີແບບນັ້ນໄດ້ ໃຫ້ເຮົາມາເບິ່ງຄຳແນະນຳທີ່ຈະເວົ້າເຖິງໃນສ່ວນຕໍ່ໄປ.
10. ເຮົາຄວນຈະຖາມຕົວເອງແນວໃດ?
10 ກວດເບິ່ງຄວາມຄິດຂອງຕົວເອງ. ໃຫ້ຖາມຕົວເອງດ້ວຍຄຳຖາມຕໍ່ໄປນີ້: ‘ຂ້ອຍພ້ອມທີ່ຈະເສຍສະລະຕົວເອງເພື່ອຄົນອື່ນບໍ? ຕົວຢ່າງເຊັ່ນ ຂ້ອຍຈະເຮັດແນວໃດຖ້າຖືກຂໍໃຫ້ໄປຢາມພີ່ນ້ອງສູງອາຍຸທີ່ຢູ່ເຮືອນເຊິ່ງອອກໄປໃສມາໃສບໍ່ໄດ້ແລະຊ່ວຍເຂົາເຈົ້າໃຫ້ເຂົ້າຮ່ວມການປະຊຸມ? ຂ້ອຍເຕັມໃຈທີ່ຈະອາສາໄປອະນາໄມບ່ອນປະຊຸມໃຫຍ່ຫຼືບຳລຸງຮັກສາຫໍປະຊຸມບໍ?’ ພະເຢໂຫວາຄືຊິຮູ້ສຶກພໍໃຈຫຼາຍແທ້ໆຖ້າເຮົາໃຊ້ເວລາ ກຳລັງ ແລະຊັບສິນຂອງເຮົາເຊິ່ງເປັນສິ່ງທີ່ເຮົາໄດ້ອຸທິດໃຫ້ເພິ່ນຢູ່ແລ້ວເພື່ອຮັບໃຊ້ເພິ່ນແລະເພື່ອຊ່ວຍຄົນອື່ນ. ແລະຖ້າເຈົ້າຮູ້ສຶກວ່າຄວນປັບປຸງຕົວເອງໃນເລື່ອງນີ້ ເຈົ້າຈະເຮັດແນວໃດ?
11. ການອະທິດຖານຈະຊ່ວຍເຈົ້າໃຫ້ເປັນຄົນມີນ້ຳໃຈເສຍສະລະຫຼາຍຂຶ້ນໄດ້ແນວໃດ?
11 ອະທິດຖານເຖິງພະເຢໂຫວາດ້ວຍຄວາມຈິງໃຈ. ສົມມຸດວ່າເຈົ້າຢາກປັບປຸງຕົວເອງໃຫ້ມີນ້ຳໃຈເສຍສະລະຫຼາຍຂຶ້ນ ແຕ່ເຈົ້າຮູ້ສຶກວ່າບໍ່ມີແຮງກະຕຸ້ນທີ່ຈະເຮັດແບບນັ້ນ. ໃຫ້ເຈົ້າອະທິດຖານເຖິງພະເຢໂຫວາດ້ວຍຄວາມຈິງໃຈ ບອກຄວາມຮູ້ສຶກກັບເພິ່ນ ແລະຂໍເພິ່ນຊ່ວຍເຈົ້າໃຫ້ມີ “ທັງຄວາມຕ້ອງການແລະກຳລັງ” ທີ່ຈະລົງມືເຮັດ.—ຟລປ. 2:13
12. ພີ່ນ້ອງຊາຍທີ່ຍັງໜຸ່ມຈະຊ່ວຍອົງການຂອງພະເຢໂຫວາໄດ້ແນວໃດ?
12 ຖ້າເຈົ້າເປັນພີ່ນ້ອງຊາຍທີ່ຍັງໜຸ່ມ ເຈົ້າອາດຈະອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຈົ້າໃຫ້ມີຄວາມຕ້ອງການທີ່ຈະຮັບໃຊ້ຫຼາຍຂຶ້ນ. ໃນບາງປະເທດມີຜູ້ດູແລຫຼາຍກວ່າຜູ້ຊ່ວຍວຽກຮັບໃຊ້ ແລະສ່ວນຫຼາຍຜູ້ຊ່ວຍວຽກຮັບໃຊ້ກໍເປັນຄົນທີ່ມີອາຍຸຫຼາຍແລ້ວ. ໃນທຸກມື້ນີ້ອົງການຂອງພະເຢໂຫວານັບມື້ນັບຂະຫຍາຍຕົວຂຶ້ນ ດັ່ງນັ້ນ ເຮົາກໍແຮ່ງຢາກໃຫ້ມີພີ່ນ້ອງຊາຍທີ່ຍັງໜຸ່ມມາຊ່ວຍເບິ່ງແຍງປະຊາຊົນຂອງພະເຈົ້າ. ຖ້າເຈົ້າເຕັມໃຈທີ່ຈະໄປຮັບໃຊ້ຢູ່ບ່ອນໃດກໍຕາມທີ່ມີຄວາມຈຳເປັນເຈົ້າກໍຈະມີຄວາມສຸກ. ຍ້ອນຫຍັງ? ຍ້ອນວ່າເຈົ້າຈະເຮັດໃຫ້ພະເຢໂຫວາພໍໃຈ ຈະມີຊື່ສຽງທີ່ດີ ແລະເຈົ້າຈະມີຄວາມສຸກທີ່ໄດ້ຊ່ວຍເຫຼືອຄົນອື່ນ.
13-14. ເຮົາຈະເຮັດຫຍັງໄດ້ແດ່ເພື່ອຊ່ວຍເຫຼືອພີ່ນ້ອງ? (ເບິ່ງຮູບໜ້າປົກ)
13 ໃຫ້ສັງເກດວ່າຄົນອື່ນຕ້ອງການຄວາມຊ່ວຍເຫຼືອຫຍັງ. ອັກຄະສາວົກໂປໂລໄດ້ຂຽນຈົດໝາຍເຖິງພີ່ນ້ອງໃນແຂວງຢູດາຍວ່າ: “ຢ່າລືມເຮັດຄວາມດີແລະແບ່ງປັນສິ່ງຂອງໃຫ້ຄົນອື່ນ ເພາະພະເຈົ້າພໍໃຈເຄື່ອງບູຊາແບບນັ້ນ.” (ຮຣ. 13:16) ຄຳແນະນຳນີ້ເໝາະກັບເວລາແທ້ໆ ເພາະບໍ່ດົນຫຼັງຈາກທີ່ເຂົາເຈົ້າໄດ້ຮັບຈົດໝາຍ ເຂົາເຈົ້າຕ້ອງໄດ້ປະຖິ້ມເຮືອນຊານບ້ານຊ່ອງ ວຽກທີ່ເຄີຍເຮັດ ລາຈາກພີ່ນ້ອງທີ່ບໍ່ມີຄວາມເຊື່ອ ແລະ “ເລີ່ມໜີໄປທີ່ພູເຂົາ.” (ມທ. 24:16) ໃນຕອນນັ້ນ ເປັນເວລາທີ່ຮີບດ່ວນຫຼາຍທີ່ເຂົາເຈົ້າ ຈະຕ້ອງຊ່ວຍເຫຼືອກັນແລະກັນ ຖ້າກ່ອນໜ້ານັ້ນເຂົ້າເຈົ້າໄດ້ເຮັດຕາມຄຳແນະນຳຂອງໂປໂລທີ່ບອກໃຫ້ຊ່ວຍເຫຼືອກັນ ເຂົາເຈົ້າກໍຈະປັບຕົວໃຫ້ເຂົ້າກັບການໃຊ້ຊີວິດຢູ່ບ່ອນໃໝ່ໄດ້ງ່າຍຂຶ້ນ.
14 ພີ່ນ້ອງອາດຈະບໍ່ໄດ້ບອກໃຫ້ເຮົາຮູ້ວ່າເຂົາເຈົ້າຕ້ອງການຄວາມຊ່ວຍເຫຼືອຫຍັງ ຕົວຢ່າງເຊັ່ນ: ພີ່ນ້ອງຊາຍທີ່ເມຍຕາຍຈາກໄປ ລາວຢາກໃຫ້ເຮົາຊ່ວຍເຮັດວຽກເຮືອນ ແຕ່ງຢູ່ຄົວກິນ ຫຼືຊ່ວຍໄປຮັບໄປສົ່ງລາວບໍ? ລາວອາດຈະບໍ່ກ້າບອກເຮົາກໍໄດ້ຍ້ອນເກງໃຈ. ແຕ່ລາວຈະດີໃຈແລະເຫັນຄ່າສິ່ງທີ່ເຮົາເຮັດຖ້າເຮົາເປັນຝ່າຍລິເລີ່ມແລະສະເໜີທີ່ຈະຊ່ວຍລາວ. ເຮົາບໍ່ຄວນຄິດເອົາເອງວ່າລາວຄືຊິໄດ້ຮັບຄວາມຊ່ວຍເຫຼືອແລ້ວ ຫຼືຖ້າລາວຢາກໃຫ້ຊ່ວຍລາວກໍຄືຊິບອກເຮົາເອງດອກ. ດັ່ງນັ້ນ ຂໍໃຫ້ເຮົາຖາມຕົວເອງວ່າ: ‘ຖ້າຂ້ອຍຢູ່ໃນສະພາບການແບບລາວ ຂ້ອຍຢາກໃຫ້ຄົນອື່ນຊ່ວຍເຫຼືອຫຍັງແດ່?’
15. ຖ້າເຮົາຢາກຊ່ວຍຄົນອື່ນ ເຮົາຕ້ອງເປັນຄົນແບບໃດ?
15 ໃຫ້ເປັນຄົນເຂົ້າຫາໄດ້ງ່າຍ. ເຮົາອາດຈະຮູ້ຈັກພີ່ນ້ອງບາງຄົນໃນປະຊາຄົມທີ່ພ້ອມຈະຊ່ວຍເຫຼືອຄົນອື່ນຕະຫຼອດ. ເຮົາຮູ້ວ່າເຂົາເຈົ້າພ້ອມຈະຊ່ວຍເຮົາທຸກຄັ້ງທີ່ເຮົາຕ້ອງການໂດຍບໍ່ເຄີຍເຮັດໃຫ້ເຮົາຮູ້ສຶກວ່າເຮົາລົບກວນເຂົາເຈົ້າຫຼາຍໂພດ ແລະເຮົາກໍຢາກຈະຮຽນແບບເຂົາເຈົ້າໃນເລື່ອງນີ້. ຜູ້ດູແລທີ່ຊື່ອາລັນ ອາຍຸ 45 ປີກໍຢາກເປັນຄົນທີ່ເຂົ້າຫາໄດ້ງ່າຍ ລາວຈຶ່ງຄິດເຖິງຕົວຢ່າງຂອງພະເຢຊູ. ລາວບອກວ່າ: “ເຖິງວ່າພະເຢຊູຈະຫຍຸ້ງຫຼາຍ ແຕ່ຄົນທຸກເພດທຸກໄວກໍເຂົ້າຫາເພິ່ນໄດ້ງ່າຍແລະຮູ້ສຶກສະດວກໃຈທີ່ຈະຂໍຄວາມຊ່ວຍເຫຼືອຈາກເພິ່ນ. ເຂົາເຈົ້າເຫັນວ່າພະເຢຊູເປັນຫ່ວງຄົນອື່ນແທ້ໆ. ຂ້ອຍເອງກໍຢາກຮຽນແບບພະເຢຊູແລະຢາກໃຫ້ຄົນອື່ນເຫັນວ່າຂ້ອຍເປັນຄົນທີ່ເຂົ້າຫາໄດ້ງ່າຍ ອົບອຸ່ນແລະເປັນຫ່ວງຄົນອື່ນ.”
16. ຄຳເພງ 119:59, 60 ຊ່ວຍເຮົາໃຫ້ຮຽນແບບພະເຢຊູໄດ້ດີຂຶ້ນແນວໃດ?
16 ຖ້າເຮົາຍັງຮຽນແບບພະເຢຊູບໍ່ໄດ້ທັງໝົດ ກໍຢ່າຟ້າວທໍ້ໃຈ. (ຢກບ. 3:2) ຂໍໃຫ້ຄິດເຖິງເລື່ອງນີ້ ເຖິງວ່ານັກຮຽນທີ່ຮຽນແຕ້ມຮູບຈະບໍ່ສາມາດແຕ້ມເກັ່ງຄືກັບອາຈານໄດ້ ແຕ່ຖ້າຮຽນຮູ້ຈາກຂໍ້ຜິດພາດແລະພະຍາຍາມຮຽນແບບອາຈານໃຫ້ໃກ້ຄຽງຫຼາຍທີ່ສຸດ ລາວກໍຈະແຕ້ມໄດ້ເກັ່ງຂຶ້ນ. ຄ້າຍຄືກັນ ຖ້າເຮົາພະຍາຍາມເຮັດຕາມສິ່ງທີ່ຮຽນຈາກຄຳພີໄບເບິນແລະປັບປຸງຕົວເອງຕໍ່ໆໄປ ເຮົາກໍຈະເຮັດຕາມຕົວຢ່າງຂອງພະເຢຊູໄດ້ດີຂຶ້ນ.—ອ່ານຄຳເພງ 119:59, 60
ປະໂຫຍດທີ່ໄດ້ຮັບຈາກການເສຍສະລະ
17-18. ເມື່ອເຮົາຮຽນແບບພະເຢຊູໃນການເສຍສະລະ ເຮົາຈະໄດ້ຮັບປະໂຫຍດຫຍັງ?
17 ເມື່ອເຮົາມີນ້ຳໃຈເສຍສະລະ ຄົນອື່ນກໍຈະຖືກກະຕຸ້ນໃຫ້ຢາກເຮັດແບບນັ້ນຄືກັນ. ຜູ້ດູແລຄົນໜຶ່ງທີ່ຊື່ທິມບອກວ່າ: “ໃນປະຊາຄົມເຮົາມີພີ່ນ້ອງຊາຍໜຸ່ມຫຼາຍຄົນທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍວຽກຮັບໃຊ້ເຊິ່ງບາງຄົນກໍອາຍຸຍັງນ້ອຍ. ທີ່ເຂົາເຈົ້າກ້າວໜ້າແບບນີ້ກໍຍ້ອນເຂົາເຈົ້າໄດ້ຮຽນແບບນ້ຳໃຈເສຍສະລະຂອງຄົນອື່ນ. ພີ່ນ້ອງຊາຍເຫຼົ່ານີ້ໄດ້ຊ່ວຍຜູ້ດູແລແລະປະຊາຄົມໄດ້ຫຼາຍເລີຍ.”
18 ເຖິງວ່າເຮົາທີ່ເປັນປະຊາຊົນຂອງພະເຢໂຫວາຈະຢູ່ໃນໂລກທີ່ມີແຕ່ຄົນເຫັນແກ່ຕົວ ແຕ່ເຮົາກໍບໍ່ໄດ້ເປັນຄົນແບບນັ້ນ. ເພາະເຮົາປະທັບໃຈທີ່ພະເຢຊູເສຍສະລະຕົວເອງເພື່ອຊ່ວຍເຫຼືອຄົນອື່ນ ແລະເຮົາກໍຕັ້ງໃຈທີ່ຈະຮຽນແບບເພິ່ນ. ເຖິງວ່າເຮົາຈະຮຽນແບບພະເຢຊູບໍ່ໄດ້ທັງໝົດ ແຕ່ເຮົາກໍສາມາດ “ຍ່າງຕາມຮອຍຕີນເພິ່ນຢ່າງໃກ້ຊິດ.” (1 ປຕ. 2:21) ເມື່ອເຮົາພະຍາຍາມຮຽນແບບພະເຢຊູໃຫ້ດີທີ່ສຸດໃນການເສຍສະລະຕົວເອງເພື່ອຊ່ວຍເຫຼືອຄົນອື່ນ ເຮົາກໍຈະມີຄວາມສຸກຫຼາຍເພາະພະເຢໂຫວາພໍໃຈເຮົາ.
ເພງ 13 ພະຄລິດເປັນແບບຢ່າງຂອງເຮົາ
^ ຂໍ້ 5 ພະເຢຊູມັກຈະໃຫ້ຄວາມຈຳເປັນຂອງຄົນອື່ນມາກ່ອນຕົວເອງ. ໃນບົດຄວາມນີ້ເຮົາຈະເບິ່ງວ່າເຮົາຈະຮຽນແບບພະເຢຊູໄດ້ແນວໃດ? ແລະການຮຽນແບບພະເຢຊູໃນການເສຍສະລະຈະຊ່ວຍເຮົາໃຫ້ໄດ້ຮັບສິ່ງດີໆຫຍັງແດ່?
^ ຂໍ້ 57 ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍທີ່ຍັງໜຸ່ມຊື່ແດນ ໄດ້ສັງເກດເຫັນຜູ້ດູແລສອງຄົນມາຢາມພໍ່ລາວຢູ່ໂຮງໝໍ ນີ້ຈຶ່ງກະຕຸ້ນລາວໃຫ້ຢາກຊ່ວຍເຫຼືອພີ່ນ້ອງຄົນອື່ນໃນປະຊາຄົມ. ພີ່ນ້ອງຊາຍອີກຄົນໜຶ່ງຊື່ເບັນ ໄດ້ສັງເກດເຫັນນ້ຳໃຈເສຍສະລະຂອງແດນ ນີ້ຈຶ່ງກະຕຸ້ນລາວໃຫ້ຢາກມາຊ່ວຍອະນາໄມຫໍປະຊຸມ.