‘ໃຫ້ກຳລັງໃຈກັນແລະກັນທຸກວັນ’
“ຖ້າທ່ານມີຄຳເຕືອນສະຕິ [“ໃຫ້ກຳລັງໃຈ”, ລ.ມ.] ຄຳໜຶ່ງຄຳໃດສຳລັບຄົນທັງຫຼາຍ ຈົ່ງເວົ້າເຖີ້ນ.”—ກິດຈະການ 13:15
ເພງ: 83, 57
1, 2. ເປັນຫຍັງຈຶ່ງສຳຄັນທີ່ຈະໃຫ້ກຳລັງໃຈຄົນອື່ນ?
ຄລິດຕິນາອາຍຸ 18 ປີເລົ່າວ່າ: “ພໍ່ແມ່ເກືອບບໍ່ເຄີຍໃຫ້ກຳລັງໃຈຂ້ອຍເລີຍ ມີແຕ່ຕຳໜິຂ້ອຍ. ຄຳເວົ້າຂອງພວກເພິ່ນເຮັດໃຫ້ເຈັບປວດຫຼາຍ. ພໍ່ແມ່ບອກວ່າຂ້ອຍບໍ່ເປັນຜູ້ໃຫຍ່ ຂ້ອຍຈະບໍ່ເຄີຍຮຽນຮູ້ຫຍັງ ແລະຂ້ອຍຕຸ້ຍ. ດັ່ງນັ້ນ ຂ້ອຍຈຶ່ງຮ້ອງໄຫ້ເລື້ອຍໆ ແລະບໍ່ຢາກເວົ້ານຳພວກເພິ່ນ. ຂ້ອຍຮູ້ສຶກວ່າຕົວເອງບໍ່ມີຄ່າ.” [1] (ເບິ່ງຂໍ້ຄວາມທ້າຍບົດ) ຊີວິດຄົງຈະລຳບາກຫຼາຍເມື່ອຄົນອື່ນບໍ່ໄດ້ໃຫ້ກຳລັງໃຈເຮົາ!
2 ໃນທາງກົງກັນຂ້າມ ໃຫ້ຄິດເບິ່ງວ່າເຮົາຈະຊ່ວຍຄົນອື່ນໄດ້ຫຼາຍສ່ຳໃດເມື່ອເຮົາໃຫ້ກຳລັງໃຈເຂົາເຈົ້າ. ພີ່ນ້ອງຣູເບັນເວົ້າວ່າ: “ເປັນເວລາຫຼາຍປີທີ່ຂ້ອຍໄດ້ຕໍ່ສູ້ກັບຄວາມຮູ້ສຶກທີ່ວ່າຕົວເອງບໍ່ມີຄ່າ. ແຕ່ມີເທື່ອໜຶ່ງທີ່ຂ້ອຍກຳລັງປະກາດກັບຜູ້ເຖົ້າແກ່ຄົນໜຶ່ງເຊິ່ງຮູ້ວ່າຂ້ອຍບໍ່ມີຄວາມສຸກໃນມື້ນັ້ນ. ລາວຟັງຂ້ອຍແບບເຫັນອົກເຫັນໃຈເມື່ອຂ້ອຍລະບາຍຄວາມຮູ້ສຶກອອກມາ. ຈາກນັ້ນ ລາວບອກຂ້ອຍໃຫ້ຄິດເຖິງສິ່ງດີໆທີ່ຂ້ອຍກຳລັງເຮັດໃຫ້ສຳເລັດ. ລາວຍັງບອກຂ້ອຍກ່ຽວກັບຄຳເວົ້າຂອງພະເຍຊູທີ່ວ່າ ເຮົາແຕ່ລະຄົນມີຄ່າຫຼາຍກວ່ານົກຈອກຫຼາຍຕົວ. ຂ້ອຍຄິດເຖິງພະ ຄຳພີຂໍ້ນັ້ນຕະຫຼອດ ແລະມັນກໍຍັງປະທັບໃຈຂ້ອຍ. ຄຳເວົ້າຂອງຜູ້ເຖົ້າແກ່ເຮັດໃຫ້ຂ້ອຍຮູ້ສຶກແຕກຕ່າງຫຼາຍ.”—ມັດທາຍ 10:31
3. (ກ) ອັກຄະສາວົກໂປໂລເວົ້າແນວໃດກ່ຽວກັບການໃຫ້ກຳລັງໃຈຄົນອື່ນ? (ຂ) ເຮົາຈະພິຈາລະນາຫຍັງໃນບົດຄວາມນີ້?
3 ຄຳພີໄບເບິນບອກວ່າເຮົາຕ້ອງໃຫ້ກຳລັງໃຈກັນແລະກັນເປັນປະຈຳ. ອັກຄະສາວົກໂປໂລຂຽນເຖິງຄລິດສະຕຽນຊາວເຫບເລີວ່າ: ‘ພີ່ນ້ອງທັງຫຼາຍເອີຍຈົ່ງລະວັງໃຫ້ດີ ຢ່າໃຫ້ມີຜູ້ໜຶ່ງຜູ້ໃດໃນພວກທ່ານມີໃຈຊົ່ວບໍ່ເຊື່ອ ໂດຍປະພະເຈົ້າຜູ້ເປັນຊີວິດຢູ່ ແຕ່ວ່າຈົ່ງເຕືອນສະຕິ [“ໃຫ້ກຳລັງໃຈ”, ລ.ມ.] ກັນແລະກັນທຸກວັນ.’ ໂປໂລໄດ້ອະທິບາຍເຫດຜົນວ່າ: ‘ເພື່ອບໍ່ໃຫ້ຜູ້ໜຶ່ງຜູ້ໃດໃນພວກທ່ານມີໃຈແຂງໄປດ້ວຍຄວາມລໍ້ລວງຂອງບາບ.’ (ເຫບເລີ 3:12, 13) ໃຫ້ຄິດເບິ່ງວ່າເຈົ້າຮູ້ສຶກດີສ່ຳໃດເມື່ອບາງຄົນໃຫ້ກຳລັງໃຈເຈົ້າ. ດັ່ງນັ້ນ ເຮົາມີເຫດຜົນຫຍັງແດ່ທີ່ຈະໃຫ້ກຳລັງໃຈພີ່ນ້ອງຮ່ວມຄວາມເຊື່ອ? ເຮົາຮຽນຮູ້ຫຍັງຈາກວິທີທີ່ພະເຢໂຫວາ ພະເຍຊູ ແລະໂປໂລໃຫ້ກຳລັງໃຈຄົນອື່ນ? ແລະມີວິທີໃດແດ່ທີ່ເຮົາຈະໃຫ້ກຳລັງໃຈຄົນອື່ນ? ໃຫ້ເຮົາພິຈາລະນາຄຳຖາມເຫຼົ່ານີ້.
ເຮົາທຸກຄົນຕ້ອງໄດ້ຮັບກຳລັງໃຈ
4. ໃຜແດ່ຕ້ອງການກຳລັງໃຈ? ໃນທຸກມື້ນີ້ເປັນຫຍັງຄົນສ່ວນຫຼາຍບໍ່ໄດ້ໃຫ້ກຳລັງໃຈຄົນອື່ນ?
4 ເຮົາທຸກຄົນຕ້ອງການກຳລັງໃຈ ແລະຈຳເປັນແທ້ໆທີ່ພໍ່ແມ່ຕ້ອງໃຫ້ກຳລັງໃຈລູກ. ອາຈານສອນຄົນໜຶ່ງຊື່ ຕີໂມທີ ອີວານ ອະທິບາຍວ່າ: ເດັກນ້ອຍ “ຕ້ອງການກຳລັງໃຈຄືກັບທີ່ຕົ້ນໄມ້ຕ້ອງການນ້ຳ.” ລາວເວົ້າຕື່ມອີກວ່າ: “ໂດຍການໃຫ້ກຳລັງໃຈ ເດັກນ້ອຍຈະຮູ້ສຶກວ່າຕົວເອງມີຄ່າແລະເປັນປະໂຫຍດ.” ແຕ່ຍ້ອນເຮົາມີຊີວິດຢູ່ “ໃນສະໄໝສຸດທ້າຍ, ລ.ມ.” ຫຼາຍຄົນຈຶ່ງເຫັນແກ່ຕົວແລະມີ ‘ຄວາມຮັກຕາມທຳມະຊາດ’ ພຽງໜ້ອຍດຽວຕໍ່ຄົນອື່ນ. (2 ຕີໂມເຕ 3:1-5) ພໍ່ແມ່ບາງຄົນບໍ່ໄດ້ໃຫ້ກຳລັງໃຈລູກ ຍ້ອນວ່າເຂົາເຈົ້າເອງກໍບໍ່ເຄີຍໄດ້ຮັບກຳລັງໃຈຈາກພໍ່ແມ່. ຜູ້ໃຫຍ່ຕ້ອງການກຳລັງໃຈເຊັ່ນກັນ ແຕ່ສ່ວນຫຼາຍກໍບໍ່ເຄີຍໄດ້ຮັບ. ຕົວຢ່າງເຊັ່ນ: ຫຼາຍຄົນຈົ່ມວ່າເຂົາເຈົ້າບໍ່ເຄີຍໄດ້ຮັບຄຳຊົມເຊີຍເລີຍໃນສິ່ງທີ່ເຂົາເຈົ້າເຮັດຢູ່ບ່ອນເຮັດວຽກ.
ຊົມເຊີຍຄົນອື່ນໃນສິ່ງທີ່ເຂົາເຈົ້າເຮັດໄດ້ດີ
5. ເຮົາສາມາດໃຫ້ກຳລັງໃຈຄົນອື່ນໂດຍວິທີໃດ?
5 ເຮົາສາມາດໃຫ້ກຳລັງໃຈຄົນອື່ນໂດຍຊົມເຊີຍໃນສິ່ງທີ່ເຂົາເຈົ້າເຮັດໄດ້ດີ. ເຮົາຍັງສາມາດໃຫ້ກຳລັງໃຈຄົນອື່ນໂດຍບອກວ່າເຂົາເຈົ້າມີຄຸນລັກສະນະທີ່ດີ ແລະໂດຍປອບໃຈເຂົາເຈົ້າເມື່ອໂສກເສົ້າຫຼືທໍ້ໃຈ. (1 ເທຊະໂລນີກ 5:14) ຍ້ອນວ່າເຮົາຢູ່ກັບພີ່ນ້ອງຮ່ວມຄວາມເຊື່ອເລື້ອຍໆ ເຮົາຈຶ່ງມີຫຼາຍໂອກາດທີ່ຈະເວົ້າບາງສິ່ງເພື່ອໃຫ້ກຳລັງໃຈກັນ. (ອ່ານຜູ້ເທສະໜາປ່າວປະກາດ 4:9, 10) ດັ່ງນັ້ນ ໃຫ້ຖາມຕົວເອງວ່າ: ‘ຂ້ອຍບອກໃຫ້ຄົນອື່ນຮູ້ບໍວ່າເປັນຫຍັງຂ້ອຍຈຶ່ງເຫັນຄຸນຄ່າແລະຮັກເຂົາເຈົ້າ? ແລະຂ້ອຍເວົ້າແບບນີ້ບໍເມື່ອມີໂອກາດ?’ ໃຫ້ຄິດເຖິງສິ່ງທີ່ຄຳພີໄບເບິນບອກທີ່ວ່າ: “ຖ້ອຍຄຳທີ່ອອກຖືກເວລາສົມຄວນກໍປະເສີດຫຼາຍແທ້.”—ສຸພາສິດ 15:23
6. ເປັນຫຍັງຊາຕານຢາກເຮັດໃຫ້ປະຊາຊົນຂອງພະເຈົ້າທໍ້ໃຈ? ໃຫ້ຍົກຕົວຢ່າງວ່າມັນໄດ້ພະຍາຍາມແນວໃດທີ່ຈະເຮັດແບບນີ້.
6 ສຸພາສິດ 24:10 ບອກວ່າ: “ຖ້າເຈົ້າເສຍໃຈ [“ທໍ້ໃຈ”, ລ.ມ.] ໃນວັນທີ່ມີຄວາມຂັດສົນຫຼາຍ ເຫື່ອແຮງຂອງເຈົ້າກໍໜ້ອຍ.” ຊາຕານຮູ້ວ່າຖ້າມັນເຮັດໃຫ້ເຮົາທໍ້ໃຈ ມັນກໍຈະສາມາດເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາ ອ່ອນແອລົງ. ມັນພະຍາຍາມເຮັດໃຫ້ໂຢບທໍ້ໃຈໂດຍເຮັດໃຫ້ລາວປະສົບກັບຄວາມທຸກທໍລະມານຢ່າງຮ້າຍແຮງ. ແຕ່ແຜນການທີ່ໂຫດຮ້າຍຂອງມັນບໍ່ປະສົບຜົນສຳເລັດ ເພາະໂຢບຮັກສາຄວາມພັກດີຕໍ່ພະເຢໂຫວາ. (ໂຢບ 2:3; 22:3; 27:5) ເຮົາກໍເຊັ່ນກັນສາມາດຕໍ່ສູ້ກັບຊາຕານໄດ້ແລະໝັ້ນໃຈວ່າມັນຈະບໍ່ປະສົບຜົນສຳເລັດ. ຖ້າເຮົາໃຫ້ກຳລັງໃຈຄົນໃນຄອບຄົວແລະພີ່ນ້ອງໃນປະຊາຄົມຕໍ່ໆໄປ ເຮົາກໍຈະຊ່ວຍກັນແລະກັນໃຫ້ມີຄວາມຍິນດີແລະຮັກສາຄວາມໃກ້ຊິດກັບພະເຢໂຫວາ.
ຕົວຢ່າງທີ່ເຮົາສາມາດຮຽນແບບໄດ້
7, 8. (ກ) ພະເຢໂຫວາໃຫ້ກຳລັງໃຈຜູ້ຄົນແນວໃດ? (ຂ) ພໍ່ແມ່ສາມາດເຮັດຕາມຕົວຢ່າງຂອງພະເຢໂຫວາໄດ້ແນວໃດ? (ເບິ່ງຮູບທຳອິດ)
7 ພະເຢໂຫວາໃຫ້ກຳລັງໃຈຜູ້ຄົນ. ຜູ້ຂຽນຄຳເພງຂຽນວ່າ: ‘ພະເຢໂຫວາຢູ່ໃກ້ຄົນທັງຫຼາຍທີ່ມີໃຈຂາດ [“ຫົວໃຈແຕກສະຫຼາຍ”, ລ.ມ.] ແລະພະອົງຊ່ອຍຄົນທັງຫຼາຍທີ່ເສົ້າເສຍໃຈ.’ (ຄຳເພງ 34:18) ເມື່ອຜູ້ພະຍາກອນເຢເຣມີຢ້ານແລະທໍ້ໃຈ ພະເຢໂຫວາສັນຍາວ່າຈະຊ່ວຍລາວ. (ເຢເຣມີ 1:6-10) ພະເຢໂຫວາໄດ້ສົ່ງທູດສະຫວັນອົງໜຶ່ງໃຫ້ໄປເສີມກຳລັງຜູ້ພະຍາກອນດານຽນທີ່ເຖົ້າແລ້ວ. ທູດສະຫວັນອົງນັ້ນໄດ້ເອີ້ນດານຽນວ່າເປັນຄົນທີ່ມີ “ຄ່າຫຼາຍ, ລ.ມ.” (ດານຽນ 10:8, 11, 18, 19) ເຈົ້າຈະໃຫ້ກຳລັງໃຈພີ່ນ້ອງຮ່ວມຄວາມເຊື່ອໃນແບບທີ່ຄ້າຍໆກັນນີ້ໄດ້ບໍ ເຊິ່ງລວມເຖິງໄພໂອເນຍແລະຜູ້ສູງອາຍຸທີ່ບໍ່ສາມາດເຮັດວຽກປະກາດໄດ້ຫຼາຍຄືແຕ່ກ່ອນ?
ພໍ່ແມ່ທັງຫຼາຍ ໃຫ້ຊ່ວຍລູກທີ່ຈະອົດທົນກັບການທົດລອງຢູ່ໂຮງຮຽນ
8 ເຖິງວ່າພະເຢໂຫວາແລະພະເຍຊູໄດ້ຢູ່ນຳກັນເປັນເວລາຫຼາຍປີ ແຕ່ພະເຢໂຫວາຮູ້ວ່າຍັງຈຳເປັນຕ້ອງໃຫ້ກຳລັງໃຈພະເຍຊູເມື່ອພະອົງຢູ່ໂລກນີ້. ພະເຍຊູໄດ້ຍິນສຽງພໍ່ເວົ້າຈາກສະຫວັນເມື່ອພະອົງເລີ່ມຕົ້ນເຮັດວຽກປະກາດ ແລະໃນລະຫວ່າງປີສຸດທ້າຍທີ່ຢູ່ໂລກນີ້. ໃນສອງໂອກາດນີ້ ພະເຢໂຫວາເວົ້າວ່າ: “ພະອົງນີ້ເປັນພະບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫຼາຍໃນພະອົງ.” (ມັດທາຍ 3:17; 17:5) ແນ່ນອນ ພະເຍຊູຕ້ອງຮູ້ສຶກວ່າໄດ້ກຳລັງໃຈຫຼາຍແທ້ໆເມື່ອໄດ້ຍິນພໍ່ບອກວ່າຮັກແລະພູມໃຈໃນຕົວພະອົງ. ຕໍ່ມາໃນຄືນກ່ອນພະເຍຊູຈະຕາຍ ພະອົງຮູ້ສຶກກັງວົນໃຈຫຼາຍ ດັ່ງນັ້ນ ພະເຢໂຫວາຈຶ່ງໃຫ້ກຳລັງໃຈພະອົງໂດຍສົ່ງທູດສະຫວັນອົງໜຶ່ງໃຫ້ມາເສີມກຳລັງແລະປອບໃຈພະອົງ. (ລືກາ 22:43) ພໍ່ແມ່ທັງຫຼາຍ ເຈົ້າສາມາດເຮັດຕາມຕົວຢ່າງຂອງພະເຢໂຫວາ ໂດຍໃຫ້ກຳລັງໃຈລູກເປັນປະຈຳ. ຊົມເຊີຍເມື່ອລູກເຮັດບາງສິ່ງໄດ້ດີ. ເມື່ອລູກພົບການທົດລອງຢູ່ໂຮງຮຽນ ໃຫ້ເຈົ້າເຮັດສຸດຄວາມສາມາດເພື່ອເສີມກຳລັງແລະຊ່ວຍເຂົາເຈົ້າໃຫ້ອົດທົນ.
9. ເຮົາຮຽນຮູ້ຫຍັງຈາກວິທີທີ່ພະເຍຊູປະຕິບັດກັບພວກອັກຄະສາວົກ?
9 ພະເຍຊູໄດ້ວາງຕົວຢ່າງທີ່ດີເພື່ອໃຫ້ເຮົາຮຽນແບບ. ໃນຄືນກ່ອນພະເຍຊູຈະຕາຍ ພະອົງໄດ້ລ້າງຕີນໃຫ້ພວກອັກຄະສາວົກແລະບອກເຂົາເຈົ້າວ່າການເປັນຄົນຖ່ອມຕົວສຳຄັນຫຼາຍ. ແຕ່ເຂົາເຈົ້າຍິ່ງແລະຖຽງກັນວ່າຜູ້ໃດເປັນໃຫຍ່ທີ່ສຸດ ແລະເປໂຕໄດ້ໂອ້ອວດວ່າລາວຈະບໍ່ມີທາງປະຖິ້ມພະເຍຊູ. (ລືກາ 22:24, 33, 34) ແຕ່ພະເຍຊູບໍ່ໄດ້ຈົດຈໍ່ໃນຂໍ້ຜິດພາດຂອງເຂົາເຈົ້າ ພະອົງຊົມເຊີຍເຂົາເຈົ້າທີ່ຮັກສາຄວາມພັກດີຕໍ່ພະອົງ. ພະອົງສັນຍາວ່າເຂົາເຈົ້າຈະເຮັດໃນສິ່ງທີ່ໃຫຍ່ກວ່າພະອົງໄດ້ເຮັດ ແລະຮັບຮອງວ່າພະເຢໂຫວາຮັກເຂົາເຈົ້າ. (ລືກາ 22:28; ໂຢຮັນ 14:12; 16:27) ເຮົາສາມາດຖາມຕົວເອງວ່າ: ‘ຂ້ອຍເຮັດຕາມຕົວຢ່າງຂອງພະເຍຊູແລະຊົມເຊີຍຄົນອື່ນບໍສຳລັບຄຸນລັກສະນະທີ່ດີຂອງເຂົາເຈົ້າ ແທນທີ່ຈະຈົດຈໍ່ໃນຂໍ້ຜິດພາດຂອງເຂົາເຈົ້າ?’
10, 11. ໂປໂລໃຫ້ກຳລັງໃຈພີ່ນ້ອງຮ່ວມຄວາມເຊື່ອແນວໃດ ແລະລາວເຕັມໃຈເຮັດຫຍັງ?
10 ອັກຄະສາວົກໂປໂລມັກເວົ້າເຖິງສິ່ງທີ່ດີກ່ຽວກັບພີ່ນ້ອງຮ່ວມຄວາມເຊື່ອ. ລາວໃຊ້ເວລາຫຼາຍປີໃນການເດີນທາງກັບພີ່ນ້ອງບາງຄົນ ດັ່ງນັ້ນ ລາວຈຶ່ງຮູ້ຈັກເຂົາເຈົ້າດີ ລາວບໍ່ໄດ້ຂຽນເຖິງຂໍ້ຜິດພາດຂອງເຂົາເຈົ້າ ແຕ່ລາວຊົມເຊີຍເຂົາເຈົ້າ. ຕົວຢ່າງເຊັ່ນ: ໂປໂລເວົ້າວ່າຕີໂມເຕເປັນ “ລູກທີ່ຮັກຂອງເຮົາ ແລະເປັນຄົນສັດຊື່ໃນພະອົງເຈົ້າ” ແລະລາວໝັ້ນໃຈວ່າຕີໂມເຕຈະເບິ່ງແຍງຄວາມຈຳເປັນຂອງຄົນອື່ນໄດ້. (1 ໂກລິນໂທ 4:17; ຟີລິບ 2:19, 20) ໂປໂລບອກພີ່ນ້ອງໃນເມືອງໂກລິນໂທວ່າ ຕິໂຕເປັນ “ເພື່ອນຮ່ວມຮັບໃຊ້” ກັບລາວ ແລະ ‘ເຮັດວຽກເພື່ອປະໂຫຍດຂອງເຂົາເຈົ້າ.’ (2 ໂກລິນໂທ 8:23, ລ.ມ.) ແນ່ນອນວ່າຕີໂມເຕແລະຕິໂຕໄດ້ກຳລັງໃຈເມື່ອຮູ້ວ່າໂປໂລຄິດແນວໃດກັບເຂົາເຈົ້າ!
11 ໂປໂລແລະບານາບາທີ່ເປັນເພື່ອນຮ່ວມເດີນທາງຂອງລາວໄດ້ສ່ຽງຊີວິດເພື່ອໃຫ້ກຳລັງໃຈພີ່ນ້ອງຮ່ວມຄວາມເຊື່ອ. ຕົວຢ່າງເຊັ່ນ: ເຂົາເຈົ້າຮູ້ວ່າຫຼາຍຄົນໃນເມືອງລີສະທາຢາກຂ້າເຂົາເຈົ້າ. ແຕ່ທັງສອງກໍກັບໄປທີ່ນັ້ນເພື່ອໃຫ້ກຳລັງໃຈພວກລູກສິດໃໝ່ແລະຊ່ວຍເຂົາເຈົ້າໃຫ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາ. (ກິດຈະການ 14:19-22) ຕໍ່ມາຢູ່ເມືອງເອເຟດ ໂປໂລຕົກຢູ່ໃນອັນຕະລາຍຍ້ອນຝູງຄົນທີ່ໃຈຮ້າຍ ແຕ່ລາວກໍຢູ່ຫັ້ນດົນສົມຄວນເພື່ອໃຫ້ກຳລັງໃຈພີ່ນ້ອງ. ກິດຈະການ 20:1, 2 ບອກວ່າ: ‘ໂປໂລໄດ້ເຊີນພວກລູກສິດມາ ແລະເມື່ອໄດ້ເຕືອນສະຕິ [“ໃຫ້ກຳລັງໃຈ”, ລ.ມ.] ເຂົາແລ້ວ ທ່ານໄດ້ລາເຂົາໄປເພື່ອຈະໄປໃນແຂວງມາເຊດັວນ. ແລະເມື່ອໄດ້ຜ່າແຂວງນັ້ນແລະໄດ້ເຕືອນສະຕິ [“ໃຫ້ກຳລັງໃຈ”, ລ.ມ.] ເຂົາດ້ວຍຖ້ອຍຄຳຫຼາຍຂໍ້ແລ້ວ ທ່ານໄດ້ເຂົ້າໄປໃນປະເທດເຫເລນ.’
ໃຫ້ກຳລັງໃຈຄົນອື່ນ
12. ເປັນຫຍັງຈຶ່ງເປັນສິ່ງທີ່ດີທີ່ເຮົາຈະປະຊຸມກັນ?
12 ພະເຢໂຫວາຢາກໃຫ້ເຮົາໄດ້ຮັບສິ່ງທີ່ດີທີ່ສຸດ. ຍ້ອນແນວນັ້ນພະອົງຈຶ່ງບອກໃຫ້ເຮົາປະຊຸມຮ່ວມກັນເປັນປະຈຳ ເພາະຢູ່ທີ່ນັ້ນເຮົາຮຽນຮູ້ກ່ຽວກັບພະອົງແລະໃຫ້ກຳລັງໃຈຄົນອື່ນ. (1 ໂກລິນໂທ 14:31; ອ່ານເຫບເລີ 10:24, 25) ຄລິດຕິນາທີ່ກ່າວເຖິງໃນຕອນຕົ້ນຂອງບົດຄວາມນີ້ ລາວເວົ້າວ່າ: “ສິ່ງທີ່ຂ້ອຍມັກທີ່ສຸດຢູ່ການປະຊຸມແມ່ນການໄດ້ຮັບຄວາມຮັກແລະກຳລັງໃຈ. ບາງຄັ້ງຂ້ອຍຮູ້ສຶກເສົ້າໃຈເມື່ອມາຮອດຫໍປະຊຸມ ແຕ່ຫຼັງຈາກທີ່ພີ່ນ້ອງຍິງຫຼາຍຄົນຍ່າງມາຫາຂ້ອຍ ກອດຂ້ອຍ ເວົ້າວ່າຂ້ອຍເບິ່ງເປັນຕາຮັກ ແລະບອກວ່າເຂົາເຈົ້າຮັກຂ້ອຍແລະດີໃຈທີ່ເຫັນຂ້ອຍກ້າວໜ້າໃນຄວາມເຊື່ອ. ການໃຫ້ກຳລັງໃຈແບບນີ້ເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນຫຼາຍ!” ເປັນສິ່ງສຳຄັນແທ້ໆທີ່ເຮົາແຕ່ລະຄົນຈະໃຫ້ກຳລັງໃຈຄົນອື່ນ.—ໂລມ 1:11, 12
13. ເປັນຫຍັງແມ່ນແຕ່ຄົນທີ່ຮັບໃຊ້ພະເຢໂຫວາມາດົນແລ້ວກໍຕ້ອງການກຳລັງໃຈ?
13 ແມ່ນແຕ່ຄົນທີ່ຮັບໃຊ້ພະເຢໂຫວາມາດົນແລ້ວກໍຕ້ອງການກຳລັງໃຈ. ຂໍໃຫ້ເບິ່ງເລື່ອງຂອງໂຢຊວຍ. ຕອນທີ່ຊາວອິດສະລະແອນກຳລັງຈະເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາສັນຍາໄວ້ ພະອົງໄດ້ເລືອກໂຢຊວຍໃຫ້ເປັນຜູ້ນຳພາເຂົາເຈົ້າ. ພະອົງບອກໂມເຊໃຫ້ກຳລັງໃຈໂຢຊວຍ ເຖິງວ່າລາວໄດ້ຮັບໃຊ້ມາຫຼາຍປີແລ້ວກໍຕາມ. ພະເຢໂຫວາບອກວ່າ: “ຈົ່ງສັ່ງແກ່ທ່ານໂຢຊວຍແລະຊູແຮງ [“ໃຫ້ກຳລັງໃຈ”, ລ.ມ.] ແກ່ທ່ານໃຫ້ຕັ້ງໝັ້ນຄົງຢູ່ ເຫດວ່າທ່ານນັ້ນຈະຂວ້າມ [ແມ່ນ້ຳ] ໄປຕໍ່ໜ້າພວກນີ້ແລະຈະໃຫ້ ເຂົາຮັບເອົາປະເທດທີ່ເຈົ້າຈະເຫັນນັ້ນ.” (ພະບັນຍັດ 3:27, 28) ໂຢຊວຍຕ້ອງການກຳລັງໃຈ ເພາະຕໍ່ມາຊາດນີ້ຈະຕ້ອງຕໍ່ສູ້ຫຼາຍຄັ້ງ ແລະກໍຜ່າຍແພ້ຢ່າງໜ້ອຍໜຶ່ງຄັ້ງ. (ໂຢຊວຍ 7:1-9) ໃນທຸກມື້ນີ້ ເຮົາສາມາດໃຫ້ກຳລັງໃຈຜູ້ເຖົ້າແກ່ແລະຜູ້ດູແລໝວດທີ່ເຮັດວຽກໜັກເພື່ອເບິ່ງແຍງປະຊາຊົນຂອງພະເຈົ້າ. (ອ່ານ 1 ເທຊະໂລນີກ 5:12, 13) ຜູ້ດູແລໝວດຄົນໜຶ່ງເວົ້າວ່າ: “ບາງຄັ້ງພີ່ນ້ອງຂຽນຈົດໝາຍຂອບໃຈໃຫ້ເຮົາແລະບອກວ່າເຂົາເຈົ້າມ່ວນຫຼາຍກັບການຢ້ຽມຢາມນັ້ນ. ເຮົາເກັບຈົດໝາຍເຫຼົ່ານັ້ນໄວ້ແລະອ່ານມັນເມື່ອຮູ້ສຶກເສົ້າໃຈ. ຈົດໝາຍເຫຼົ່ານັ້ນເປັນແຫຼ່ງທີ່ໃຫ້ກຳລັງໃຈແທ້ໆ.”
ເຮົາຊ່ວຍລູກໃຫ້ໃກ້ຊິດພະເຢໂຫວາເມື່ອເຮົາຊົມເຊີຍເຂົາເຈົ້າຢ່າງຈິງໃຈ (ເບິ່ງຂໍ້ 14)
14. ເມື່ອເຮົາໃຫ້ຄຳແນະນຳຄົນອື່ນ ມີຕົວຢ່າງຫຍັງແດ່ທີ່ເຮັດໃຫ້ເຫັນວ່າເປັນສິ່ງທີ່ດີທີ່ຈະຊົມເຊີຍເຂົາເຈົ້າ?
14 ໃນໂອກາດໜຶ່ງ ອັກຄະສາວົກໂປໂລຈຳເປັນຕ້ອງໃຫ້ຄຳແນະນຳແກ່ພີ່ນ້ອງໃນເມືອງໂກລິນໂທ. ເມື່ອພີ່ນ້ອງເຮັດຕາມຄຳແນະນຳນັ້ນ ລາວກໍຊົມເຊີຍເຂົາເຈົ້າ. (2 ໂກລິນໂທ 7:8-11) ແນ່ນອນວ່າຄຳເວົ້າຂອງໂປໂລໃຫ້ກຳລັງໃຈເຂົາເຈົ້າເພື່ອຈະເຮັດສິ່ງທີ່ຖືກຕ້ອງຕໍ່ໆໄປ. ໃນທຸກມື້ນີ້ ຜູ້ເຖົ້າແກ່ແລະພໍ່ແມ່ສາມາດເຮັດຕາມຕົວຢ່າງຂອງໂປໂລໄດ້. ພີ່ນ້ອງອັນແດອັດສ ມີລູກ 2 ຄົນ ລາວເວົ້າວ່າ: “ກຳລັງໃຈຊ່ວຍລູກໃຫ້ກ້າວໜ້າທາງດ້ານຄວາມເຊື່ອແລະດ້ານອາລົມຄວາມຮູ້ສຶກ ດັ່ງນັ້ນ ເຮົາຈຶ່ງເຮັດໃຫ້ຄຳແນະນຳເປັນສິ່ງທີ່ຈົດຈຳໄດ້ແລະເຂົ້າໃຈໄດ້ງ່າຍໂດຍການໃຫ້ກຳລັງໃຈ. ເຖິງວ່າລູກຮູ້ໃນສິ່ງທີ່ຖືກຕ້ອງ ແຕ່ເຂົາເຈົ້າຈະເຮັດສິ່ງນີ້ເປັນນິດໄສຍ້ອນເຮົາໃຫ້ກຳລັງໃຈຕະຫຼອດ.”
ສິ່ງໃດຈະຊ່ວຍເຈົ້າໃຫ້ກຳລັງໃຈຄົນອື່ນ?
15. ວິທີໜຶ່ງທີ່ເຮົາສາມາດໃຫ້ກຳລັງໃຈຄົນອື່ນຄືການເຮັດຫຍັງ?
15 ບອກພີ່ນ້ອງຮ່ວມຄວາມເຊື່ອວ່າເຈົ້າເຫັນຄຸນຄ່າຫຼາຍແທ້ໆໃນຄວາມພະຍາຍາມແລະຄຸນລັກສະນະທີ່ດີຂອງເຂົາເຈົ້າ. (2 ຂ່າວຄາວ 16:9; ໂຢບ 1:8) ຖ້າເຮົາເຮັດແບບນີ້ ເຮົາກໍຮຽນແບບພະເຢໂຫວາແລະພະເຍຊູ. ທັງສອງເຫັນຄຸນຄ່າທຸກສິ່ງທີ່ເຮົາເຮັດເພື່ອພວກເພິ່ນ ເຖິງວ່າເຮົາບໍ່ສາມາດເຮັດໄດ້ຫຼາຍຄືກັບທີ່ເຮົາຢາກເຮັດ. (ອ່ານລືກາ 21:1-4; 2 ໂກລິນໂທ 8:12) ຕົວຢ່າງເຊັ່ນ: ເຮົາຮູ້ວ່າຄົນສູງອາຍຸເຊິ່ງເປັນທີ່ຮັກຂອງພວກເຮົາຕ້ອງອອກຄວາມພະຍາຍາມຫຼາຍເພື່ອມາປະຊຸມແລະໄປປະກາດເປັນປະຈຳ. ເຮົາໃຫ້ກຳລັງໃຈແລະຊົມເຊີຍສຳລັບທຸກສິ່ງທີ່ເຂົາເຈົ້າເຮັດບໍ?
16. ເມື່ອໃດທີ່ເຮົາສາມາດໃຫ້ກຳລັງໃຈຄົນອື່ນ?
16 ໃຫ້ກຳລັງໃຈຄົນອື່ນເລື້ອຍໆເທົ່າທີ່ຈະເປັນໄປໄດ້. ເມື່ອເຈົ້າສັງເກດເຫັນວ່າຄົນໜຶ່ງເຮັດບາງສິ່ງໄດ້ດີ ເຈົ້າຕ້ອງແນ່ໃຈວ່າໄດ້ຊົມເຊີຍລາວ. ເມື່ອໂປໂລແລະບານາບາຢູ່ເມືອງອັນຕີອົກໃນແຂວງປີຊີດີ ພວກຫົວໜ້າໂຮງທຳບອກເຂົາເຈົ້າວ່າ: “ພີ່ນ້ອງເອີຍ ຖ້າທ່ານມີຄຳເຕືອນສະຕິ [“ໃຫ້ກຳລັງໃຈ”, ລ.ມ.] ຄຳໜຶ່ງຄຳໃດສຳລັບຄົນທັງຫຼາຍ ຈົ່ງເວົ້າເຖີ້ນ.” ໂປໂລໃຊ້ໂອກາດນັ້ນເພື່ອໃຫ້ກຳລັງໃຈພີ່ນ້ອງ. (ກິດຈະການ 13:13-16, 42-44) ເມື່ອເຮົາໃຫ້ກຳລັງໃຈຄົນອື່ນ ເຂົາເຈົ້າກໍຈະໃຫ້ກຳລັງໃຈເຮົາເຊັ່ນກັນ.—ລືກາ 6:38
17. ອັນໃດເປັນວິທີດີທີ່ສຸດເພື່ອຊົມເຊີຍຄົນອື່ນ?
17 ໃຫ້ເວົ້າແບບເຈາະຈົງ. ເມື່ອພະເຍຊູຊົມເຊີຍຄລິດສະຕຽນໃນເມືອງທີອາທີຣາ ພະອົງເວົ້າແບບເຈາະຈົງແລະອະທິບາຍເຖິງສິ່ງທີ່ເຂົາເຈົ້າເຮັດໄດ້ດີ. (ອ່ານຄຳປາກົດ 2:18, 19) ເຮົາຈະຮຽນແບບພະເຍຊູໄດ້ແນວໃດ? ບາງທີເຮົາອາດຊົມເຊີຍແມ່ທີ່ໄຮ້ຄູ່ໃນວິທີທີ່ລາວລ້ຽງລູກເຖິງວ່ານັ້ນຈະເປັນເລື່ອງຍາກກໍຕາມ. ຖ້າເຈົ້າເປັນພໍ່ຫຼືແມ່ ເຈົ້າສາມາດຊົມເຊີຍລູກທີ່ພະຍາຍາມຮັບໃຊ້ພະເຢໂຫວາ. ອະທິບາຍໃຫ້ລູກຮູ້ກ່ຽວກັບສິ່ງດີໆທີ່ເຈົ້າໄດ້ສັງເກດເຫັນໃນຕົວເຂົາເຈົ້າ. ຖ້າເຮົາເວົ້າຢ່າງເຈາະຈົງເມື່ອໃຫ້ກຳລັງໃຈຄົນອື່ນ ເຂົາເຈົ້າກໍຈະຮູ້ວ່າເຮົາໝາຍຄວາມວ່າແບບນັ້ນແທ້ໆ.
18, 19. ເຮົາຈະຊ່ວຍກັນແລະກັນແນວໃດໃຫ້ຮັກສາຄວາມໃກ້ຊິດກັບພະເຢໂຫວາ?
18 ພະເຢໂຫວາໄດ້ບອກໂມເຊໃຫ້ກຳລັງໃຈແລະເສີມຄວາມເຂັ້ມແຂງໃຫ້ໂຢຊວຍ. ແນ່ນອນວ່າໃນທຸກມື້ນີ້ພະເຢໂຫວາຈະບໍ່ເວົ້າກັບເຮົາແລະບອກເຮົາໃຫ້ກຳລັງໃຈຄົນໃດຄົນໜຶ່ງ. ແຕ່ພະອົງພໍໃຈເມື່ອເຫັນເຮົາພະຍາຍາມໃຫ້ກຳລັງໃຈຄົນອື່ນ. (ສຸພາສິດ 19:17; ເຫບເລີ 12:12) ຕົວຢ່າງເຊັ່ນ: ເມື່ອພີ່ນ້ອງຊາຍຄົນໜຶ່ງໃຫ້ຄຳບັນລະຍາຍຢູ່ປະຊາຄົມຂອງເຮົາ ເຮົາສາມາດບອກລາວເຖິງສິ່ງທີ່ເຮົາມັກໃນຄຳບັນລະຍາຍນັ້ນ. ບາງທີສິ່ງທີ່ລາວເວົ້າໄດ້ຊ່ວຍເຮົາໃຫ້ຮັບມືກັບບັນຫາໃດໜຶ່ງ ຫຼືຊ່ວຍເຮົາໃຫ້ເຂົ້າໃຈພະຄຳພີຂໍ້ໃດຂໍ້ໜຶ່ງສະເພາະ. ພີ່ນ້ອງຍິງຄົນໜຶ່ງໄດ້ຂຽນເຖິງພີ່ນ້ອງຊາຍທີ່ໃຫ້ຄຳບັນລະຍາຍວ່າ: “ເຖິງວ່າເຮົາໄດ້ລົມກັນພຽງແຕ່ໜ້ອຍດຽວເທົ່ານັ້ນ ແຕ່ເຈົ້າໄດ້ເຫັນຄວາມທຸກໃຈຂອງຂ້ອຍ ແລະເຈົ້າໄດ້ປອບໂຍນແລະໃຫ້ກຳລັງໃຈຂ້ອຍ. ຂ້ອຍຢາກໃຫ້ເຈົ້າຮູ້ວ່າເມື່ອເຈົ້າເວົ້າໃນແບບທີ່ກະລຸນາເຊັ່ນນັ້ນ ທັງຕອນທີ່ໃຫ້ຄຳບັນລະຍາຍແລະຕອນທີ່ລົມກັນ ຂ້ອຍຮູ້ສຶກວ່ານັ້ນເປັນຂອງຂວັນຈາກພະເຢໂຫວາ.”
19 ເຮົາຈະຊ່ວຍກັນແລະກັນໃຫ້ຮັກສາຄວາມໃກ້ຊິດກັບພະເຢໂຫວາ ຖ້າເຮົາເຮັດຕາມຄຳແນະນຳຂອງໂປໂລທີ່ວ່າ: “ຈົ່ງເລົ້າໂລມກັນແລະກັນ ແລະຈົ່ງກະທຳໃຫ້ກັນແລະກັນຈຳເລີນຂຶ້ນເໝືອນດັ່ງທ່ານທັງຫຼາຍກະທຳຢູ່ນັ້ນ.” (1 ເທຊະໂລນີກ 5:11) ຖ້າເຮົາ “ເຕືອນສະຕິ [“ໃຫ້ກຳລັງໃຈ”, ລ.ມ.] ກັນແລະກັນທຸກວັນ” ເຮົາຈະເຮັດໃຫ້ພະເຢໂຫວາມີຄວາມສຸກຫຼາຍ!
^ [1] (ຂໍ້ 1) ຊື່ສົມມຸດ.