ເຂົາເຈົ້າເປັນອິດສະລະຈາກສາສະໜາປອມ
“ພວກຂອງເຮົາເອີຍ ຈົ່ງອອກມາຈາກເມືອງນັ້ນ.”—ຄຳປາກົດ 18:4
ເພງ: 101, 93
1. ເຮົາຮູ້ໄດ້ແນວໃດວ່າປະຊາຊົນຂອງພະເຈົ້າຈະເປັນອິດສະລະຈາກບາບີໂລນໃຫຍ່ ແລະຈະມີການຕອບຄຳຖາມອັນໃດ?
ໃນບົດຄວາມກ່ອນ ເຮົາໄດ້ຮຽນຮູ້ວ່າຄລິດສະຕຽນທີ່ສັດຊື່ໄດ້ຕົກເປັນຊະເລີຍຂອງບາບີໂລນໃຫຍ່. ຂ່າວດີກໍຄືວ່າເຂົາເຈົ້າຈະບໍ່ໄດ້ເປັນຊະເລີຍຕະຫຼອດໄປ. ເຮົາຮູ້ເລື່ອງນີ້ກໍຍ້ອນວ່າໃນຄຳພີໄບເບິນ ພະເຈົ້າສັ່ງປະຊາຊົນຂອງພະອົງໃຫ້ “ອອກມາຈາກ” ສາສະໜາປອມທັງໝົດ. (ອ່ານຄຳປາກົດ 18:4) ເລື່ອງນີ້ພິສູດວ່າຄລິດສະຕຽນຈະເປັນອິດສະລະຈາກບາບີໂລນໃຫຍ່. ດັ່ງນັ້ນ ເຮົາຈຶ່ງຢາກຮຽນຮູ້ວ່າເມື່ອໃດທີ່ເຂົາເຈົ້າຈະເປັນອິດສະລະ! ແຕ່ກ່ອນອື່ນໝົດ ເຮົາຕ້ອງຕອບຄຳຖາມຕໍ່ໄປນີ້: ແມ່ນແຕ່ກ່ອນປີ 1914 ນັກສຶກສາຄຳພີໄບເບິນຕັ້ງໃຈແນ່ວແນ່ທີ່ຈະເຮັດຫຍັງໃນເລື່ອງບາບີໂລນໃຫຍ່? ໃນໄລຍະສົງຄາມໂລກຄັ້ງທີ 1 ພີ່ນ້ອງຂອງເຮົາກະຕືລືລົ້ນສໍ່າໃດໃນການປະກາດ? ຍ້ອນວ່າໃນໄລຍະນັ້ນປະຊາຊົນຂອງພະເຈົ້າຈຳເປັນຕ້ອງໄດ້ຮັບການແກ້ໄຂ ເຂົາເຈົ້າຈຶ່ງຕົກເປັນຊະເລີຍຂອງບາບີໂລນບໍ?
“ການຫຼົ້ມຈົມຂອງບາບີໂລນ”
2. ແມ່ນແຕ່ກ່ອນສົງຄາມໂລກຄັ້ງທີ 1 ນັກສຶກສາຄຳພີໄບເບິນໃນສະໄໝທຳອິດໄດ້ຕັດສິນໃຈເຮັດຫຍັງ?
2 ເປັນເວລາຫຼາຍສິບປີກ່ອນສົງຄາມໂລກຄັ້ງທີ 1 (1914-1918) ພີ່ນ້ອງຊາລ ຄຳປາກົດ 17:1, 2
ເທຊ ຣັດເຊວ ແລະນັກສຶກສາຄຳພີໄບເບິນຄົນອື່ນໆສຳນຶກວ່າຄລິດສາສະໜາຈັກບໍ່ໄດ້ສອນຄວາມຈິງໃນຄຳພີໄບເບິນ. ດັ່ງນັ້ນ ເຂົາເຈົ້າຈຶ່ງບໍ່ຢາກມີສ່ວນກ່ຽວຂ້ອງກັບສາສະໜາປອມ. ໃນປີ 1879 ຫໍສັງເກດການແຫ່ງຊີໂອນເວົ້າວ່າ ທຸກໂບດອ້າງວ່າເປັນເຈົ້າສາວທີ່ພັກດີຂອງພະຄລິດ ແຕ່ທີ່ຈິງແລ້ວເຂົາເຈົ້າສະໜັບສະໜູນລັດຖະບານຕ່າງໆທີ່ມີສ່ວນແທ້ໆກັບບາບີໂລນໃຫຍ່ ເຊິ່ງຄຳພີໄບເບິນເອີ້ນວ່າຍິງແມ່ຈ້າງ.—ອ່ານ3. ນັກສຶກສາຄຳພີໄບເບິນໄດ້ເຮັດຫຍັງເພື່ອສະແດງໃຫ້ເຫັນວ່າເຂົາເຈົ້າບໍ່ໄດ້ເປັນສ່ວນໜຶ່ງຂອງສາສະໜາປອມອີກຕໍ່ໄປ? (ເບິ່ງຮູບທຳອິດ)
3 ຊາຍຍິງທີ່ສັດຊື່ຮູ້ວ່າຖ້າສະໜັບສະໜູນສາສະໜາປອມຕໍ່ໄປ ພະເຈົ້າຈະບໍ່ອວຍພອນໃຫ້ເຂົາເຈົ້າ. ດັ່ງນັ້ນ ຫຼາຍຄົນຈຶ່ງຂຽນຈົດໝາຍໄປຫາໂບດຂອງຕົນແລະບອກວ່າບໍ່ຕ້ອງການເປັນສະມາຊິກອີກຕໍ່ໄປ. ບາງຄົນໄດ້ອ່ານຈົດໝາຍນັ້ນຕໍ່ໜ້າທຸກຄົນໃນໂບດ ແລະສຳລັບໂບດທີ່ບໍ່ອະນຸຍາດໃຫ້ອ່ານ ເຂົາເຈົ້າກໍຈະຂຽນຈົດໝາຍໄປຫາສະມາຊິກແຕ່ລະຄົນໃນໂບດ. ນັກສຶກສາຄຳພີໄບເບິນເວົ້າຢ່າງຈະແຈ້ງວ່າບໍ່ຢາກມີສ່ວນຮ່ວມຫຍັງເລີຍກັບສາສະໜາປອມ! ຫຼາຍປີກ່ອນໜ້ານັ້ນ ເຂົາເຈົ້າອາດຖືກຂ້າເມື່ອເຮັດແບບນີ້. ແຕ່ມາຮອດປີ 1870 ລັດຖະບານໃນຫຼາຍໆປະເທດບໍ່ໄດ້ສະໜັບສະໜູນໂບດຕ່າງໆຫຼາຍເທົ່າກັບທີ່ເຄີຍເຮັດຜ່ານມາ. ຕອນນີ້ປະຊາຊົນສາມາດເວົ້າເລື່ອງຄຳພີໄບເບີນໄດ້ຢ່າງເສລີແລະແມ່ນແຕ່ສາມາດເວົ້າວ່າເຂົາເຈົ້າບໍ່ເຫັນດີກັບຄຳສອນຂອງໂບດ.
4. ໃນໄລຍະສົງຄາມໂລກຄັ້ງທີ 1 ນັກສຶກສາຄຳພີໄບເບິນມີທັດສະນະແນວໃດຕໍ່ບາບີໂລນໃຫຍ່? ຂໍໃຫ້ອະທິບາຍ.
4 ນັກສຶກສາຄຳພີໄບເບິນເຂົ້າໃຈວ່າການບອກຄອບຄົວ ໝູ່ສະໜິດ ແລະສະມາຊິກຂອງໂບດວ່າເຂົາເຈົ້າບໍ່ໄດ້ສະໜັບສະໜູນສາສະໜາປອມອີກຕໍ່ໄປນັ້ນຍັງບໍ່ພຽງພໍ. ເຂົາເຈົ້າຢາກບອກໃຫ້ຄົນໃນທົ່ວໂລກຮູ້ວ່າບາບີໂລນໃຫຍ່ເປັນສາສະໜາທີ່ເປັນຄືກັບຍິງແມ່ຈ້າງ! ດັ່ງນັ້ນ ໃນເດືອນ ທັນວາ ປີ 1917 ຫາຕົ້ນປີ 1918 ນັກສຶກສາຄຳພີໄບເບິນຈຳນວນສອງສາມພັນຄົນໄດ້ແຈກຢາຍແຜ່ນພັບ 10 ລ້ານແຜ່ນດ້ວຍຄວາມກະຕືລືລົ້ນ ເຊິ່ງມີຫົວເລື່ອງເດັ່ນວ່າ: “ການຫຼົ້ມຈົມຂອງບາບີໂລນ.” ແຜ່ນພັບນັ້ນເປີດເຜີຍຢ່າງກ້າຫານເລື່ອງຄວາມຈິງກ່ຽວກັບຄລິດສາສະໜາຈັກ. ດັ່ງທີ່ນຶກພາບອອກໄດ້ ພວກຜູ້ນຳຂອງໂບດໃຈຮ້າຍຫຼາຍ! ແຕ່ນັກສຶກສາຄຳພີໄບເບິນກໍບໍ່ຍອມຢຸດ. ເຂົາເຈົ້າຕັ້ງໃຈແນ່ວແນ່ທີ່ຈະປະກາດຕໍ່ໄປ ແລະເຊື່ອຟັງ “ພະເຈົ້າຫຼາຍກວ່າ [ເຊື່ອ] ຟັງມະນຸດ.” (ກິດຈະການ 5:29) ເລື່ອງນີ້ສະແດງໃຫ້ເຫັນຫຍັງ? ສະແດງໃຫ້ເຫັນວ່າໃນໄລຍະສົງຄາມໂລກຄັ້ງທີ 1 ຄລິດສະຕຽນຊາຍຍິງເຫຼົ່ານີ້ບໍ່ໄດ້ຖືກຈັບເປັນສະເລີຍ ແຕ່ທີ່ຈິງແລ້ວເຂົາເຈົ້າເປັນອິດສະລະຈາກສາສະໜາປອມແລະກຳລັງຊ່ວຍຄົນອື່ນໃຫ້ເປັນອິດສະລະເຊັ່ນກັນ.
ກະຕືລືລົ້ນໃນໄລຍະສົງຄາມໂລກຄັ້ງທີ 1
5. ເປັນຫຍັງເຮົາຈຶ່ງເວົ້າວ່າພີ່ນ້ອງກະຕືລືລົ້ນຫຼາຍໃນໄລຍະສົງຄາມໂລກຄັ້ງທີ 1?
5 ໃນອະດີດ ເຮົາໄດ້ເວົ້າວ່າປະຊາຊົນຂອງພະເຈົ້າບໍ່ໄດ້ຮັບຄວາມພໍໃຈຈາກພະອົງໃນໄລຍະສົງຄາມໂລກຄັ້ງທີ 1 ຍ້ອນວ່າເຂົາເຈົ້າບໍ່ໄດ້ປະກາດຢ່າງກະຕືລືລົ້ນ. ດ້ວຍເຫດຜົນນີ້ ເຮົາຈຶ່ງເຊື່ອວ່າພະເຢໂຫວາຍອມໃຫ້ບາບີໂລນໃຫຍ່ຈັບເຂົາເຈົ້າເປັນຊະເລີຍໃນເວລາສັ້ນໆ. ແຕ່ຕໍ່ມາພີ່ນ້ອງ
ຊາຍຍິງທີ່ສັດຊື່ເຊິ່ງຮັບໃຊ້ພະເຈົ້າໃນປີ 1914-1918 ໄດ້ອະທິບາຍວ່າ: ໃນຖານະເປັນກຸ່ມເຂົາເຈົ້າເຮັດສຸດຄວາມສາມາດເພື່ອປະກາດຕໍ່ໄປ. ຄວາມເຂົ້າໃຈທີ່ຈະແຈ້ງກ່ຽວກັບສິ່ງທີ່ເກີດຂຶ້ນກັບນັກສຶກສາຄຳພີໄບເບິນໃນໄລຍະນັ້ນຊ່ວຍເຮົາໃຫ້ເຂົ້າໃຈເຫດການບາງຢ່າງທີ່ຂຽນໄວ້ໃນຄຳພີໄບເບິນ.ພີ່ນ້ອງຊາຍຍິງທີ່ສັດຊື່ເຊິ່ງຮັບໃຊ້ພະເຈົ້າໃນປີ 1914-1918 ໄດ້ເຮັດສຸດຄວາມສາມາດເພື່ອປະກາດຕໍ່ໄປ
6, 7. (ກ) ໃນໄລຍະສົງຄາມໂລກຄັ້ງທີ 1 ນັກສຶກສາຄຳພີໄບເບິນມີຂໍ້ຫຍຸ້ງຍາກຫຍັງແດ່? (ຂ) ສິ່ງໃດທີ່ສະແດງໃຫ້ເຫັນວ່າເຂົາເຈົ້າກະຕືລືລົ້ນ?
6 ທີ່ຈິງໃນໄລຍະສົງຄາມໂລກຄັ້ງທີ 1 ນັກສຶກສາຄຳພີໄບເບິນຫຍຸ້ງຫຼາຍກັບການປະກາດ. ແຕ່ເຂົາເຈົ້າກໍມີຂໍ້ຫຍຸ້ງຍາກຫຼາຍຢ່າງ. ຂໍໃຫ້ເບິ່ງຂໍ້ຫຍຸ້ງຍາກສອງຢ່າງທີ່ເຂົາເຈົ້າປະສົບ. ຢ່າງທຳອິດ ເຂົາເຈົ້າບໍ່ໄດ້ຮຽນຮູ້ທີ່ຈະໃຊ້ແຕ່ຄຳພີໄບເບິນໃນການປະກາດ. ເຂົາເຈົ້າລຶ້ງກັບການແຈກຢາຍປຶ້ມແລະໃຫ້ປຶ້ມອະທິບາຍຄວາມຈິງ. ໃນຕົ້ນປີ 1918 ເມື່ອລັດຖະບານສັ່ງຫ້າມປຶ້ມຄວາມເລິກລັບສຳເລັດແລ້ວ (The Finished Mystery) ຈຶ່ງບໍ່ງ່າຍສຳລັບພີ່ນ້ອງຫຼາຍຄົນທີ່ຈະປະກາດ. ຢ່າງທີສອງ ໃນປີດຽວກັນນັ້ນກໍມີໄຂ້ຫວັດສະເປນ. ການແພ່ລະບາດຂອງພະຍາດຕິດຕໍ່ທີ່ຮ້າຍແຮງນີ້ເຮັດໃຫ້ເປັນເລື່ອງຍາກທີ່ພີ່ນ້ອງຈະເດີນທາງແລະປະກາດ. ເຖິງວ່າມີຂໍ້ຫຍຸ້ງຍາກເຫຼົ່ານີ້ ແຕ່ເຂົາເຈົ້າກໍເຮັດສຸດຄວາມສາມາດເພື່ອເຮັດວຽກປະກາດຕໍ່ໄປ.
7 ໃນປີ 1914 ນັກສຶກສາຄຳພີໄບເບິນກຸ່ມນ້ອຍໆໄດ້ສາຍ “ພາບພະຍົນເລື່ອງການສ້າງ” ເຊິ່ງມີຮູບສະໄລແລະຮູບທີ່ເຄື່ອນເໜັງໄດ້ພ້ອມທັງມີສຽງປະກອບນຳ. ນີ້ເປັນສິ່ງໃໝ່ໃນສະໄໝນັ້ນ. ຕາມຊື່ຂອງເລື່ອງ ພາບພະຍົນນີ້ບອກໃຫ້ຮູ້ເລື່ອງຂອງມະນຸດນັບຈາກການສ້າງອາດາມຈົນເຖິງການສິ້ນສຸດການປົກຄອງຂອງພະຄລິດ. ປີ 1914 ເປັນປີທຳອິດທີ່ເລີ່ມຕົ້ນສາຍພາບພະຍົນນີ້ແລະມີຫຼາຍກວ່າ 9 ລ້ານຄົນທີ່ໄດ້ເບິ່ງ. ນັ້ນຫຼາຍກວ່າຈຳນວນຂອງພະຍານພະເຢໂຫວາຢູ່ທົ່ວໂລກໃນປັດຈຸບັນນີ້! ລາຍງານອື່ນບອກໃຫ້ຮູ້ວ່າໃນປີ 1916 ມີຫຼາຍກວ່າ 809.000 ຄົນເຂົ້າຮ່ວມການ
ປະຊຸມສາທາລະນະຢູ່ອາເມຣິກາ ແລະໃນປີ 1918 ຈຳນວນໄດ້ເພີ່ມຂຶ້ນເກືອບຮອດ 950.000 ຄົນ. ນັກສຶກສາຄຳພີໄບເບິນເຫຼົ່ານີ້ກະຕືລືລົ້ນແທ້ໆ!ພີ່ນ້ອງທີ່ນຳໜ້າເຮັດວຽກໜັກຫຼາຍເພື່ອຈັດຕຽມປຶ້ມກ່ຽວກັບຄຳພີໄບເບິນແລະໃຫ້ກຳລັງໃຈນັກສຶກສາທຸກຄົນ
8. ໃນໄລຍະສົງຄາມໂລກຄັ້ງທີ 1 ພີ່ນ້ອງທີ່ນຳໜ້າໄດ້ເສີມກຳລັງນັກສຶກສາຄຳພີໄບເບິນແນວໃດ?
8 ໃນໄລຍະສົງຄາມໂລກຄັ້ງທີ 1 ພີ່ນ້ອງທີ່ນຳໜ້າເຮັດວຽກໜັກຫຼາຍເພື່ອຈັດຕຽມປຶ້ມກ່ຽວກັບຄຳພີໄບເບິນແລະໃຫ້ກຳລັງໃຈນັກສຶກສາທຸກຄົນ. ການສະໜັບສະໜູນດ້ວຍຄວາມຮັກແບບນັ້ນໄດ້ເສີມກຳລັງເຂົາເຈົ້າໃຫ້ປະກາດຕໍ່ໄປ. ພີ່ນ້ອງຣິຊາດ ເອັດ. ບາເບີ ເປັນຜູ້ປະກາດຄົນໜຶ່ງທີ່ມີຄວາມກະຕືລືລົ້ນໃນຕອນນັ້ນ ລາວເວົ້າວ່າ: “ເຮົາສາມາດຈັດໃຫ້ມີຜູ້ດູແລເດີນທາງຈຳນວນໜຶ່ງເຮັດວຽກຕໍ່ໄປ ແລະໃຫ້ມີຫໍສັງເກດການອອກມາຕະຫຼອດແລະໄດ້ສົ່ງໄປປະເທດການາດາເຊິ່ງຕອນນັ້ນວຽກຂອງພະຍານຖືກສັ່ງຫ້າມ.” ລາວເວົ້າຕື່ມອີກວ່າ: “ຂ້ອຍໄດ້ຮັບສິດທິພິເສດທີ່ຈະສົ່ງປຶ້ມຄວາມເລິກລັບສຳເລັດແລ້ວ ທີ່ເປັນຫົວຂະໜາດນ້ອຍໄປໃຫ້ພີ່ນ້ອງຫຼາຍຄົນເພາະປຶ້ມຂອງເຂົາເຈົ້າຖືກຢຶດ. ພີ່ນ້ອງຣັດເທີຝອດຂໍໃຫ້ເຮົາຈັດການປະຊຸມໃຫຍ່ໃນຫຼາຍໆເມືອງຢູ່ທາງພາກຕາເວັນຕົກຂອງອາເມຣິກາ ແລະໃຫ້ສົ່ງຜູ້ບັນລະຍາຍໄປໃຫ້ກຳລັງໃຈພີ່ນ້ອງໃຫ້ຫຼາຍເທົ່າທີ່ເປັນໄປໄດ້.”
ຈຳເປັນຕ້ອງໄດ້ຮັບການແກ້ໄຂໃນບາງເລື່ອງ
9. (ກ) ໃນໄລຍະປີ 1914-1919 ເປັນຫຍັງຜູ້ຮັບໃຊ້ຂອງພະເຈົ້າຈຳເປັນຕ້ອງໄດ້ຮັບການແກ້ໄຂໃນບາງເລື່ອງ? (ຂ) ເຖິງວ່າຈະເປັນເຊັ່ນນັ້ນ ແຕ່ອັນໃດເປັນສິ່ງທີ່ຜິດທີ່ຈະສະຫຼຸບແບບນັ້ນ?
9 ນັກສຶກສາຄຳພີໄບເບິນຍັງຈຳເປັນຕ້ອງໄດ້ຮັບການແກ້ໄຂໃນບາງເລື່ອງ. ເຂົາເຈົ້າບໍ່ເຂົ້າໃຈເຕັມທີກ່ຽວກັບຄວາມໝາຍຂອງຄຳສັ່ງຂອງພະເຢໂຫວາທີ່ບອກວ່າໃຫ້ເຊື່ອຟັງລັດຖະບານ. (ໂລມ 13:1) ດ້ວຍເຫດຜົນນີ້ ໃນຖານະເປັນກຸ່ມເຂົາເຈົ້າຈຶ່ງບໍ່ໄດ້ເປັນກາງຕະຫຼອດໃນໄລຍະສົງຄາມ. ຕົວຢ່າງເຊັ່ນ: ໃນວັນທີ 30 ພຶດສະພາ ປີ 1918 ເມື່ອປະທານປະເທດຂອງອາເມຣິກາຂໍໃຫ້ປະຊາຊົນອະທິດຖານເພື່ອໃຫ້ເກີດສັນຕິສຸກ ຫໍສັງເກດການ ກໍສະໜັບສະໜູນນັກສຶກສາຄຳພີໄບເບິນໃຫ້ຮ່ວມໃນການອະທິດຖານນັ້ນ. ພີ່ນ້ອງບາງຄົນໄດ້ຊ່ວຍເຫຼືອດ້ານການເງິນເພື່ອສະໜັບສະໜູນສົງຄາມ ແລະບາງຄົນກໍເປັນທະຫານແລະໄປສູ້ຮົບ. ເຖິງວ່າເຂົາເຈົ້າຈຳເປັນຕ້ອງໄດ້ຮັບການແກ້ໄຂໃນບາງເລື່ອງ ແຕ່ເປັນສິ່ງທີ່ຜິດທີ່ຈະສະຫຼຸບວ່າຍ້ອນເຫດຜົນນີ້ເຂົາເຈົ້າຈຶ່ງຖືກຈັບເປັນຊະເລີຍໃນບາບີໂລນໃຫຍ່. ທີ່ຈິງແລ້ວ ເຂົາເຈົ້າເຂົ້າໃຈໜ້າທີ່ຮັບຜິດຊອບຂອງຕົນທີ່ຈະແຍກຕົວອອກມາຈາກສາສະໜາປອມໃນໄລຍະສົງຄາມໂລກຄັ້ງທີ 1.—ອ່ານລືກາ 12:47, 48
ນັກສຶກສາຄຳພີໄບເບິນບໍ່ເຂົ້າໃຈເຕັມທີກ່ຽວກັບຄວາມໝາຍຂອງຄວາມເປັນກາງ. ແຕ່ເຂົາເຈົ້າກໍຮູ້ວ່າການຂ້າຄົນເປັນສິ່ງທີ່ຜິດ
10. ນັກສຶກສາຄຳພີໄບເບິນສະແດງຄວາມນັບຖືແນວໃດຕໍ່ຊີວິດ?
10 ເປັນຄວາມຈິງທີ່ວ່ານັກສຶກສາຄຳພີໄບເບິນບໍ່ເຂົ້າໃຈຢ່າງເຕັມທີກ່ຽວກັບຄວາມໝາຍຂອງຄວາມເປັນກາງຂອງຄລິດສະຕຽນ. ແຕ່ເຂົາເຈົ້າກໍຮູ້ວ່າການຂ້າຄົນເປັນສິ່ງທີ່ຜິດ. ພີ່ນ້ອງບາງຄົນທີ່ເຂົ້າເປັນທະຫານແລະຖືອາວຸດໃນໄລຍະສົງຄາມໂລກຄັ້ງທີ 1 ບໍ່ຍອມໃຊ້ອາວຸດເຫຼົ່ານັ້ນເພື່ອຂ້າຄົນ. ບາງຄົນທີ່ບໍ່ຍອມເຮັດແບບນີ້ໄດ້ຖືກສົ່ງໄປກອງໜ້າເພື່ອເຂົາເຈົ້າຈະຖືກຂ້າ.
11. ເມື່ອນັກສຶກສາຄຳພີໄບເບິນບໍ່ຍອມສູ້ຮົບໃນສົງຄາມ ລັດຖະບານມີທ່າທີແນວໃດ?
ຄຳເພງ 94:20, ລ.ມ.) ນາຍພົນຄົນໜຶ່ງຂອງກອງທັບອາເມຣິກາຊື່ ເຈມສ ແຟຣງລິນ ແບວ ໄດ້ບອກພີ່ນ້ອງຣັດເທີຝອດແລະພີ່ນ້ອງແວນ ເອັມເບີກ ວ່າ ລັດຖະບານພະຍາຍາມອອກກົດໝາຍໃໝ່ເຊິ່ງຈະອະນຸຍາດໃຫ້ມີການລົງໂທດເຖິງຕາຍຕໍ່ຄົນທີ່ບໍ່ຍອມສູ້ຮົບໃນສົງຄາມ. ລາວໝາຍເຖິງນັກສຶກສາຄຳພີໄບເບິນໂດຍສະເພາະ. ນາຍພົນບອກພີ່ນ້ອງຣັດເທີຝອດດ້ວຍຄວາມໃຈຮ້າຍວ່າ ກົດໝາຍນີ້ຍັງບໍ່ທັນໄດ້ອອກມາກໍຍ້ອນວ່າປະທານປະເທດຫ້າມໄວ້. ຈາກນັ້ນລາວເວົ້າວ່າ: “ແຕ່ເຮົາຮູ້ວິທີຈັດການພວກເຈົ້າ ແລະເຮົາກຳລັງຈະເຮັດຕາມນັ້ນ!”
11 ພະຍາມານໃຈຮ້າຍຍ້ອນພີ່ນ້ອງຮັກສາຄວາມພັກດີຕໍ່ພະເຈົ້າ. ຜົນກໍຄື ມັນ “ອອກກົດໝາຍເພື່ອສ້າງຄວາມເດືອດຮ້ອນ.” (12, 13. (ກ) ເປັນຫຍັງພີ່ນ້ອງຊາຍແປດຄົນຈຶ່ງຕິດຄຸກໄລຍະຍາວ? (ຂ) ຄຸກເຮັດໃຫ້ພີ່ນ້ອງເຫຼົ່ານີ້ສູນເສຍຄວາມຕັ້ງໃຈແນ່ວແນ່ທີ່ຈະເຊື່ອຟັງພະເຢໂຫວາບໍ? ຂໍໃຫ້ອະທິບາຍ.
12 ໃນທີ່ສຸດລັດຖະບານກໍພົບວິທີລົງໂທດນັກສຶກສາຄຳພີໄບເບິນ. ພີ່ນ້ອງຣັດເທີຝອດແລະພີ່ນ້ອງແວນ ເອັມເບີກ ພ້ອມກັບພີ່ນ້ອງອີກຫົກຄົນທີ່ເປັນຕົວແທນຂອງສະມາຄົມວັອດທາວເວີໄດ້ຖືກຈັບ. ຜູ້ພິພາກສາທີ່ຮັບຜິດຊອບຄະດີໄດ້ເວົ້າວ່າ: ພີ່ນ້ອງເຫຼົ່ານີ້ເປັນອັນຕະລາຍຫຼາຍກວ່າກອງທະຫານເຢຍລະມັນ. ເຂົາເຈົ້າເຮັດຜິດຕໍ່ລັດຖະບານ ຕໍ່ກອງທັບ ຕໍ່ທຸກໆໂບດ ແລະຄວນຖືກລົງໂທດຢ່າງໜັກ. [1] (ເບິ່ງຂໍ້ຄວາມທ້າຍບົດ) ດັ່ງນັ້ນທັງແປດຄົນຈຶ່ງຕິດຄຸກໄລຍະຍາວຢູ່ເມືອງແອ໋ດແລນຕ້າ ໃນລັດຈໍເຈຍ. ແຕ່ເມື່ອສົງຄາມສິ້ນສຸດລົງ ເຂົາເຈົ້າກໍຖືກປ່ອຍຕົວແລະຂໍ້ກ່າວຫາຕ່າງໆກໍຖືກຍົກເລີກ.
13 ແມ່ນແຕ່ເມື່ອຢູ່ໃນຄຸກ ພີ່ນ້ອງຊາຍທັງແປດຄົນກໍຕັ້ງໃຈແນ່ວແນ່ທີ່ຈະເຊື່ອຟັງກົດໝາຍຂອງພະເຈົ້າ. ເຮົາຮູ້ໄດ້ແນວໃດ? ເຂົາເຈົ້າໄດ້ຂຽນຈົດໝາຍເຖິງປະທານປະເທດອາເມຣິກາເພື່ອຂໍການປ່ອຍຕົວອອກຈາກຄຸກ. ໃນຈົດໝາຍນັ້ນ ເຂົາເຈົ້າເວົ້າວ່າຄຳພີໄບເບິນສອນວ່າເຮົາຕ້ອງບໍ່ຂ້າກັນ ດັ່ງນັ້ນ ໃຜກໍຕາມທີ່ໄດ້ອຸທິດຕົວໃຫ້ແກ່ພະເຈົ້າແລະຈົງໃຈບໍ່ເຊື່ອຟັງພະອົງ ລາວຈະສູນເສຍຄວາມພໍໃຈຈາກພະເຈົ້າແລະຈະຖືກທຳລາຍ. ເຂົາເຈົ້າອະທິບາຍ
ວ່າຍ້ອນເຫດຜົນນີ້ເຂົາເຈົ້າຈຶ່ງບໍ່ສາມາດຂ້າຄົນແລະຈະບໍ່ຂ້າຜູ້ໃດ. ເຂົາເຈົ້າກ້າຫານແທ້ໆທີ່ຂຽນຈົດໝາຍແບບນີ້ເຖິງປະທານປະເທດ! ເຮົາໝັ້ນໃຈໄດ້ເລີຍວ່າພີ່ນ້ອງເຫຼົ່ານີ້ຈະບໍ່ສູນເສຍຄວາມຕັ້ງໃຈແນ່ວແນ່ໃນການເຊື່ອຟັງພະເຢໂຫວາ.ໃນທີ່ສຸດປະຊາຊົນຂອງພະເຈົ້າກໍເປັນອິດສະລະ!
14. ຂໍໃຫ້ອະທິບາຍຈາກພະຄຳພີໃນສິ່ງທີ່ເກີດຂຶ້ນຈາກປີ 1914-1919.
14 ມາລາກີ 3:1-3 (ອ່ານ) ອະທິບາຍສິ່ງທີ່ເກີດຂຶ້ນກັບນັກສຶກສາຄຳພີໄບເບິນໃນປີ 1914 ຫາຕົ້ນປີ 1919. ພະເຢໂຫວາພະເຈົ້າທີ່ເປັນ “ພະອົງເຈົ້າ” ເຊິ່ງຕິດຕາມດ້ວຍພະເຍຊູຄລິດທີ່ເປັນ “ທູດສະຫວັນແຫ່ງຄຳສັນຍາ” ໄດ້ມາກວດກາ “ພວກລູກຫຼານເລວີ” ເຊິ່ງໝາຍເຖິງຜູ້ຖືກເຈີມ. ຫຼັງຈາກທີ່ພະເຢໂຫວາແກ້ໄຂແລະເຮັດໃຫ້ເຂົາເຈົ້າສະອາດແລ້ວ ເຂົາເຈົ້າກໍພ້ອມຈະຮັບເອົາວຽກມອບໝາຍໃໝ່. ໃນປີ 1919 ພະເຍຊູໄດ້ແຕ່ງຕັ້ງໃຫ້ “ຂ້າໃຊ້ຜູ້ສັດຊື່ແລະສະຫຼາດ [“ສຸຂຸມ,” ລ.ມ.]” ຊີ້ນຳແລະສັ່ງສອນຜູ້ຮັບໃຊ້ທຸກຄົນຂອງພະເຈົ້າ. (ມັດທາຍ 24:45) ໃນທີ່ສຸດປະຊາຊົນຂອງພະເຈົ້າກໍເປັນອິດສະລະຈາກບາບີໂລນໃຫຍ່. ນັບຕັ້ງແຕ່ນັ້ນມາ ເຂົາເຈົ້າໄດ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບຈຸດປະສົງຂອງພະເຈົ້າ ແລະຄວາມຮັກທີ່ເຂົາເຈົ້າມີຕໍ່ພະອົງກໍເລິກເຊິ່ງຫຼາຍຂຶ້ນ. ເຮົາຂອບໃຈແທ້ໆທີ່ຄົນເຫຼົ່ານີ້ໄດ້ຮັບການອວຍພອນຈາກພະເຈົ້າ! [2]—ເບິ່ງຂໍ້ຄວາມທ້າຍບົດ
15. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຂອບໃຈທີ່ເປັນອິດສະລະຈາກບາບີໂລນໃຫຍ່?
15 ເຮົາຮູ້ສຶກຂອບໃຈແທ້ໆທີ່ເປັນອິດສະລະຈາກບາບີໂລນໃຫຍ່. ຊາຕານບໍ່ປະສົບຜົນສຳເລັດໃນການທຳລາຍການນະມັດສະການແທ້. ແຕ່ເຮົາກໍບໍ່ຄວນລືມເຫດຜົນທີ່ພະເຢໂຫວາປົດປ່ອຍເຮົາໃຫ້ເປັນອິດສະລະ. ຈຸດປະສົງຂອງພະອົງກໍເພື່ອໃຫ້ມະນຸດທຸກຄົນລອດຊີວິດ. (2 ໂກລິນໂທ 6:1) ສາສະໜາປອມຍັງຄວບຄຸມຫຼາຍລ້ານຄົນທີ່ມີຫົວໃຈສັດຊື່ ແລະເຂົາເຈົ້າກໍຕ້ອງການຄວາມຊ່ວຍເຫຼືອ! ໃຫ້ເຮົາເຮັດສຸດຄວາມສາມາດເພື່ອຮຽນແບບພີ່ນ້ອງທີ່ສັດຊື່ໃນການຊ່ວຍຜູ້ຄົນໃຫ້ເປັນອິດສະລະ.
^ [1] (ຂໍ້ 12) ຂໍໃຫ້ເບິ່ງປຶ້ມທີ່ຊື່ວ່າ Faith on the March ຂຽນໂດຍ ເອ. ເຮັດ. ແມັກມິວແລນ ໃນໜ້າ 99.
^ [2] (ຂໍ້ 14) ມີຄວາມຄ້າຍຄືກັນຫຼາຍລະຫວ່າງການທີ່ຊາວຢິວຖືກຈັບເປັນຊະເລີຍຢູ່ບາບີໂລນແລະສິ່ງທີ່ເກີດຂຶ້ນກັບຄລິດສະຕຽນຫຼັງຈາກການອອກຫາກເລີ່ມຕົ້ນຂຶ້ນ. ແຕ່ເຮົາບໍ່ສາມາດເວົ້າວ່າການທີ່ຊາວຢິວຖືກຈັບເປັນຊະເລີຍເປັນສັນຍາລັກສະແດງເຖິງສິ່ງທີ່ເກີດຂຶ້ນກັບຄລິດສະຕຽນຜູ້ຖືກເຈີມ ດັ່ງນັ້ນ ເຮົາບໍ່ຄວນພະຍາຍາມຊອກຫາຄວາມໝາຍທີ່ເປັນລັກສະນະຄຳພະຍາກອນໃນທຸກໆລາຍລະອຽດກ່ຽວກັບເລື່ອງນີ້ ເພາະມັນມີບາງຈຸດທີ່ແຕກຕ່າງກັນ. ຕົວຢ່າງໜຶ່ງກໍຄື ຊາວຢິວຖືກຈັບເປັນຊະເລີຍ 70 ປີ ແຕ່ຄລິດສະຕຽນຕົກເປັນຊະເລີຍດົນກວ່ານັ້ນ.