ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຊ້​ຊີວິດ​ຮຽບ​ງ່າຍ​ພາ​ໃຫ້​ມີ​ຄວາມ​ສຸກ​ແທ້

ໃຊ້​ຊີວິດ​ຮຽບ​ງ່າຍ​ພາ​ໃຫ້​ມີ​ຄວາມ​ສຸກ​ແທ້

ດານຽນ​ແລະ​ມິຣຽມ​ແຕ່ງ​ດອງ​ກັນ​ໃນ​ເດືອນ​ກັນ​ຍາ ປີ 2000 ແລະ​ເຂົາ​ເຈົ້າ​ມີ​ຊີວິດ​ທີ່​ສະດວກ​ສະບາຍ​ໃນ​ເມືອງ​ບາ​ເຊ​ໂລ​ນາ ປະເທດ​ແອ​ດ​ສະ​ປາຍ. ດານຽນ​ເວົ້າ​ວ່າ: “ລາຍ​ຮັບ​ຂອງ​ເຮົາ​ເຮັດ​ໃຫ້​ເຮົາ​ໄດ້​ກິນ​ອາຫານ​ໃນ​ຮ້ານ​ດີໆ ໄປ​ທ່ຽວ​ຕ່າງ​ປະເທດ ແລະ​ໃສ່​ເຄື່ອງ​ນຸ່ງ​ດີໆ. ເຮົາ​ຍັງ​ເຮັດ​ວຽກ​ປະກາດ​ຢ່າງ​ສະໝໍ່າ​ສະເໝີ.” ແຕ່​ແລ້ວ​ກໍ​ມີ​ສິ່ງ​ໜຶ່ງ​ເກີດ​ຂຶ້ນ.

ຢູ່​ການ​ປະຊຸມ​ພາກ​ປີ 2006 ດານຽນ​ໄດ້​ຟັງ​ຄຳ​ບັນລະຍາຍ​ໜຶ່ງ​ເຊິ່ງ​ຜູ້​ບັນລະຍາຍ​ໄດ້​ຖາມ​ວ່າ: “ເຮົາ​ກຳລັງ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ຄົນ​ທີ່ ‘ຍ່າງ​ໂຊ​ເຊ​ໄປ​ຫາ​ຄວາມ​ຕາຍ’ ໃຫ້​ຢູ່​ໃນ​ເສັ້ນ​ທາງ​ທີ່​ພາ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ​ບໍ?” (ສຸພາສິດ 24:11, ລ.ມ.) ຄຳ​ບັນລະຍາຍ​ນັ້ນ​ບອກ​ວ່າ​ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ປະກາດ​ຂ່າວ​ສານ​ໃນ​ຄຳພີ​ໄບເບິນ​ເພາະ​ວ່າ​ຊີວິດ​ຂອງ​ຜູ້​ຄົນ​ຂຶ້ນ​ກັບ​ຂ່າວ​ສານ​ນີ້. (ກິດຈະການ 20:26, 27) ດານຽນ​ຈື່​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ຕອນ​ນັ້ນ​ພະ​ເຢໂຫວາ​ກຳລັງ​ເວົ້າ​ກັບ​ຂ້ອຍ.” ຜູ້​ບັນລະຍາຍ​ຍັງ​ບອກ​ວ່າ ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ ຖ້າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ດານຽນ​ຮູ້​ວ່າ​ນີ້​ເປັນ​ຄວາມ​ຈິງ​ເພາະ​ລາວ​ເຫັນ​ມິຣຽມ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ເລີ່ມ​ເປັນ​ໄພໂອເນຍ.

ຄຳ​ບັນລະຍາຍ​ນັ້ນ​ກະຕຸ້ນ​ໃຈ​ດານຽນ​ຫຼາຍ​ຈົນ​ລາວ​ໄດ້​ຕັດສິນ​ໃຈ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນ​ຊີວິດ. ລາວ​ເລີ່ມ​ເຮັດ​ວຽກ​ໜ້ອຍ​ລົງ ເປັນ​ໄພໂອເນຍ ແລະ​ເລີ່ມ​ນຶກ​ພາບ​ວ່າ​ຕົວ​ເອງ​ກັບ​ເມຍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສໍ່າ​ໃດ​ເມື່ອ​ຮັບໃຊ້​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ.

ທຳອິດ​ກໍ​ຍາກ ຕໍ່​ມາ​ກໍ​ມີ​ຂ່າວ​ທີ່​ໜ້າ​ຕື່ນ​ເຕັ້ນ

ໃນ​ເດືອນ​ພຶດສະພາ 2007 ດານຽນ​ກັບ​ມິຣຽມ​ລາ​ອອກ​ຈາກ​ວຽກ​ແລະ​ຍ້າຍ​ໄປ​ປາ​ນາ​ມາ​ເຊິ່ງ​ເປັນ​ປະເທດ​ທີ່​ເຂົາ​ເຈົ້າ​ເຄີຍ​ໄປ​ທ່ຽວ. ເຂດ​ປະກາດ​ຂອງ​ເຂົາ​ເຈົ້າ​ແມ່ນ​ເກາະ​ຕ່າງໆຢູ່​ໂບ​ຄາ​ສ​ເດ​ວ​ໂຕ​ໂຣ​ອາ​ຈິ​ເປ​ລາ​ໂກ ໃນ​ທະເລ​ຄາເລບຽນ. ຄົນ​ກວຍ​ມີ​ອາໄສ​ຢູ່​ເກາະ​ເຫຼົ່າ​ນີ້​ເປັນ​ສ່ວນ​ໃຫຍ່. ດານຽນ​ແລະ​ມິຣຽມ​ຄາດ​ວ່າ​ເງິນ​ທີ່​ທ້ອນ​ໄວ້​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຢູ່​ປາ​ນາ​ມາ​ໄດ້​ປະມານ​ແປດ​ເດືອນ.

ເຂົາ​ເຈົ້າ​ໃຊ້​ເຮືອ​ແລະ​ລົດ​ຖີບ​ເພື່ອ​ເດີນ​ທາງ​ໄປ​ຕາມ​ເກາະ​ຕ່າງໆ. ເຂົາ​ເຈົ້າ​ຍັງ​ຈື່​ຄັ້ງ​ທຳອິດ​ທີ່​ຂີ່​ລົດ​ຖີບ​ປະມານ 30 ກິໂລແມັດ​ຂຶ້ນ​ເນີນ​ພູ​ທີ່​ສູງ​ຊັນ​ໃນ​ສະພາບ​ອາກາດ​ທີ່​ຮ້ອນ​ຫຼາຍ. ດານຽນ​ເມື່ອຍ​ຫຼາຍ​ຈົນ​ເກືອບ​ເປັນ​ລົມ. ແຕ່​ຄອບຄົວ​ກວຍ​ມີ​ທີ່​ເຂົາ​ເຈົ້າ​ພົບ​ໃນ​ການ​ປະກາດ​ມີ​ຄວາມ​ເອື້ອເຟື້ອ​ຫຼາຍ ເມື່ອ​ທັງ​ສອງ​ເວົ້າ​ພາສາ​ຖິ່ນ​ຂອງ​ຄົນ​ກວຍ​ມີ​ໄດ້​ໜ້ອຍ​ໜຶ່ງ ມີ​ຫຼາຍ​ຄົນ​ສົນ​ໃຈ​ຄວາມ​ຈິງ ບໍ່​ດົນ​ເຂົາ​ເຈົ້າ​ກໍ​ມີ​ນັກ​ສຶກສາ 23 ຄົນ.

ເມື່ອ​ທັງ​ສອງ​ໃຊ້​ເງິນ​ທີ່​ທ້ອນ​ໄວ້​ນັ້ນ​ໝົດ​ແລ້ວ​ເປັນ​ແນວ​ໃດ? ດານຽນ​ບອກ​ວ່າ: “ພວກ​ເຮົາ​ນໍ້າ​ຕາ​ຊຶມ ເມື່ອ​ຄິດ​ວ່າ​ຕ້ອງ​ກັບ​ເມືອ​ແອ​ດ​ສະ​ປາຍ. ເຮົາ​ເສົ້າໃຈ​ຫຼາຍ​ຖ້າ​ຕ້ອງ​ຈາກ​ນັກ​ສຶກສາ​ໄປ.” ແຕ່​ໜຶ່ງ​ເດືອນ​ຕໍ່​ມາ ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ຂ່າວ​ທີ່​ໜ້າ​ຕື່ນ​ເຕັ້ນ. ມິຣຽມ​ເລົ່າ​ວ່າ: “ເຮົາ​ຖືກ​ເຊີນ​ໃຫ້​ຮັບໃຊ້​ເປັນ​ໄພໂອເນຍ​ພິເສດ. ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຮັບໃຊ້​ໃນ​ເຂດ​ນີ້​ຕໍ່​ໄປ!”

ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ

ຍ້ອນ​ມີ​ການ​ປ່ຽນ​ແປງ​ໃນ​ອົງການ ປີ 2015 ດານຽນ​ແລະ​ມິຣຽມ​ຕ້ອງ​ອອກ​ຈາກ​ການ​ເປັນ​ໄພໂອເນຍ​ພິເສດ. ຕອນ​ນີ້​ເຂົາ​ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຂົາ​ເຈົ້າ​ເຊື່ອ​ໝັ້ນ​ໃນ​ຄຳ​ສັນຍາ​ທີ່​ຢູ່​ຄຳເພງ 37:5 (ລ.ມ.) ທີ່​ບອກ​ວ່າ: “ໃຫ້​ພະ​ເຢໂຫວາ​ຊີ້​ທາງ​ໃຫ້​ເຈົ້າ ຂໍ​ໃຫ້​ເພິ່ງ​ພະອົງ ແລ້ວ​ພະອົງ​ຈະ​ຊ່ວຍ​ເຈົ້າ.” ຕໍ່​ມາ​ທັງ​ສອງ​ໄດ້​ວຽກ​ເຮັດ​ເຊິ່ງ​ຊ່ວຍ​ໃຫ້​ມີ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເປັນ​ໄພໂອເນຍ​ປະຈຳ​ໄດ້ ປັດຈຸບັນ​ນີ້​ເຂົາ​ເຈົ້າ​ຮັບໃຊ້​ຢູ່​ປະຊາຄົມ​ເບຣາ​ຢາດ​ໃນ​ປາ​ນາ​ມາ.

ດານຽນ​ເລົ່າ​ວ່າ: “ກ່ອນ​ອອກ​ຈາກ​ແອ​ດ​ສະ​ປາຍ ເຮົາ​ບໍ່​ແນ່​ໃຈ​ວ່າ​ຈະ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ໄດ້​ຫຼື​ບໍ່. ແຕ່​ທຸກ​ມື້​ນີ້​ເຮົາ​ເຮັດ​ໄດ້ ແລະ​ເຮົາ​ບໍ່​ເຄີຍ​ຂາດ​ສິ່ງ​ທີ່​ຈຳເປັນ​ແທ້ໆ.” ສິ່ງ​ໃດ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ສຸດ? ທັງ​ສອງ​ບອກ​ວ່າ: “ການ​ຊ່ວຍ​ຄົນ​ຖ່ອມ​ໃຫ້​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ທີ່​ບໍ່​ຫຍັງ​ທຽບ​ໄດ້!”