ຊ່ວຍ “ຄົນຕ່າງຊາດ” ໃຫ້ “ນະມັດສະການພະເຢໂຫວາດ້ວຍຄວາມຍິນດີ”
“ພະເຢໂຫວາປົກປ້ອງຄົນຕ່າງຊາດ.”—ຄຳເພງ 146:9, ລ.ມ.
ເພງ: 17, 109
1, 2. (ກ) ພີ່ນ້ອງບາງຄົນພົບຄວາມລຳບາກຫຍັງແດ່? (ຂ) ເຮົາຈະຮຽນກ່ຽວກັບເລື່ອງໃດແດ່?
ພີ່ນ້ອງຊາຍຊື່ລີເຈເລົ່າວ່າ: “ເມື່ອເກີດສົງຄາມກາງເມືອງໃນປະເທດບູຣຸນດີ ຄອບຄົວຂອງເຮົາກຳລັງຢູ່ທີ່ການປະຊຸມໝວດ. ເຮົາເຫັນຄົນຍິງກັນແລະຫຼາຍຄົນປົບໜີຢ່າງວຸ່ນວາຍ. ພໍ່ແມ່ແລະອ້າຍເອື້ອຍນ້ອງຂອງຂ້ອຍ 11 ຄົນພາກັນໜີເອົາຊີວິດລອດ ຕອນນັ້ນເຮົາມີພຽງແຕ່ເຄື່ອງນຸ່ງທີ່ເປ້ຢູ່ຫຼັງ. ບາງຄົນໃນຄອບຄົວຂອງຂ້ອຍໄດ້ໄປຢູ່ຄ້າຍຜູ້ລີ້ໄພໃນປະເທດມາລາວີເຊິ່ງຕ້ອງຍ່າງຫຼາຍກວ່າ 1.600 ກິໂລແມັດ ແລະ ຄົນທີ່ເຫຼືອກໍກະຈັດກະຈາຍກັນໄປ.”
2 ໃນທົ່ວໂລກມີຜູ້ລີ້ໄພຫຼາຍກວ່າ 65 ລ້ານຄົນ. ນີ້ແມ່ນຈຳນວນສູງທີ່ສຸດເທົ່າທີ່ເຄີຍມີການບັນທຶກໄວ້. * (ເບິ່ງໄຂເງື່ອນ) ຄົນເຫຼົ່ານັ້ນຕ້ອງຈຳໃຈອອກຈາກບ້ານເກີດຂອງຕົນຍ້ອນສົງຄາມຫຼືການຂົ່ມເຫງ ຜູ້ລີ້ໄພຫຼາຍພັນຄົນເປັນພະຍານພະເຢໂຫວາ. ຫຼາຍຄົນສູນເສຍຄົນທີ່ຕົນຮັກແລະເກືອບສູນເສຍທຸກສິ່ງທີ່ ເຂົາເຈົ້າມີ. ຜູ້ລີ້ໄພພົບຄວາມຫຍຸ້ງຍາກຫຍັງອີກ? ມີຫຍັງແດ່ທີ່ເຮົາສາມາດຊ່ວຍພີ່ນ້ອງຜູ້ລີ້ໄພໃຫ້ຮັບໃຊ້ພະເຢໂຫວາແລະຍັງມີຄວາມຍິນດີເຖິງວ່າພົບຄວາມລຳບາກຕ່າງໆ? (ຄຳເພງ 100:2) ສ່ວນຜູ້ລີ້ໄພທີ່ຍັງບໍ່ຮູ້ຈັກພະເຢໂຫວາເດ ເຮົາຈະປະກາດແບບໃດຈຶ່ງຈະດີທີ່ສຸດ?
ຊີວິດຂອງຜູ້ລີ້ໄພ
3. ພະເຍຊູແລະລູກສິດຫຼາຍຄົນເປັນຜູ້ລີ້ໄພໄດ້ແນວໃດ?
3 ຫຼັງຈາກທີ່ທູດສະຫວັນຂອງພະເຢໂຫວາເຕືອນໂຢເຊບວ່າກະສັດເຫໂລດຢາກຂ້າພະເຍຊູ ດັ່ງນັ້ນ ພະອົງແລະພໍ່ແມ່ຈຶ່ງຕ້ອງລີ້ໄພໄປຢູ່ເອຢີບ ແລະຕ້ອງອາໄສຢູ່ທີ່ນັ້ນຈົນກະທັ່ງເຫໂລດຕາຍ. (ມັດທາຍ 2:13, 14, 19-21) ຫຼາຍປີຕໍ່ມາ ຍ້ອນລູກສິດຂອງພະເຍຊູຖືກຂົ່ມເຫງ ເຂົາເຈົ້າຈຶ່ງ “ພັດພາກຈາກກັນໄປທົ່ວແຂວງຢູເດແລະແຂວງສະມາລີ.” (ກິດຈະການ 8:1) ພະເຍຊູຮູ້ວ່າລູກສິດຫຼາຍຄົນຈະຕ້ອງຈຳໃຈອອກຈາກບ້ານເກີດຂອງຕົນ ພະອົງບອກໄວ້ວ່າ: “ເມື່ອເຂົາຈະຂົ່ມເຫງທ່ານທັງຫຼາຍໃນເມືອງນີ້ ຈົ່ງປົບໜີໄປໃນເມືອງນັ້ນ.” (ມັດທາຍ 10:23) ການຍ້າຍອອກຈາກບ້ານເກີດບໍ່ວ່າດ້ວຍເຫດຜົນໃດກໍຕາມ ບໍ່ແມ່ນເລື່ອງງ່າຍເລີຍ.
4, 5. ຜູ້ລີ້ໄພອາດມີອັນຕະລາຍຫຍັງແດ່ໃນຕອນທີ່ (ກ) ໜີອອກຈາກບ້ານເກີດ? (ຂ) ອາໄສຢູ່ໃນຄ້າຍຜູ້ລີ້ໄພ?
4 ຕອນທີ່ຜູ້ລີ້ໄພໜີອອກຈາກບ້ານເກີດຂອງຕົນ ຫຼືອາໄສຢູ່ໃນຄ້າຍຜູ້ລີ້ໄພ ເຂົາເຈົ້າພົບກັບອັນຕະລາຍຫຼາຍຢ່າງ. ຄາດທີ່ເປັນນ້ອງຊາຍຂອງລີເຈເລົ່າວ່າ: “ເປັນເວລາຫຼາຍອາທິດທີ່ເຮົາຕ້ອງຍ່າງຜ່ານສົບຄົນຕາຍຫຼາຍພັນສົບ. ຕອນນັ້ນຂ້ອຍອາຍຸ 12 ປີ ແລະຍ້ອນຍ່າງຫຼາຍ ຕີນຂ້ອຍຈຶ່ງບວມ ດັ່ງນັ້ນ ຂ້ອຍຈຶ່ງບອກໃຫ້ຄອບຄົວຍ່າງໄປກ່ອນແລະບໍ່ຕ້ອງຖ້າ ແຕ່ພໍ່ໄດ້ເຈ່ຍຂ້ອຍໄປເພາະບໍ່ຢາກປະຂ້ອຍໄວ້ໃຫ້ພວກກະບົດມາຈັບ. ເຮົາເອົາຊີວິດລອດໄປແຕ່ລະມື້ ເຮົາອະທິດຖານເຖິງພະເຢໂຫວາແລະວາງໃຈໃນພະອົງ ບາງຄັ້ງເຮົາໄດ້ກິນແຕ່ໝາກມ່ວງຈາກຕົ້ນທີ່ຢູ່ຕາມທາງເທົ່ານັ້ນ.”—ຟີລິບ 4:12, 13
5 ຫຼາຍຄົນໃນຄອບຄົວຂອງລີເຈອາໄສຢູ່ໃນຄ້າຍຜູ້ລີ້ໄພຂອງອົງການສະຫະປະຊາຊາດເປັນເວລາຫຼາຍປີ. ແຕ່ຢູ່ຫັ້ນກໍມີອັນຕະລາຍຄືກັນ. ລີເຈເຊິ່ງຕອນນີ້ເປັນຜູ້ດູແລໝວດເວົ້າວ່າ: “ຄົນສ່ວນຫຼາຍບໍ່ມີວຽກເຮັດ ມີແຕ່ເວົ້າຂວັນກັນ ກິນເຫຼົ້າ ຫຼິ້ນການພະນັນ ລັກເຄື່ອງ ແລະເຮັດຜິດສິນລະທຳທາງເພດ.” ເພື່ອປົກປ້ອງຕົວເອງຈາກອິດທິພົນທີ່ບໍ່ດີເຫຼົ່ານັ້ນ ພະຍານພະເຢໂຫວາຕ້ອງຫຍຸ້ງໃນການເຮັດກິດຈະກຳຕ່າງໆຂອງຄລິດສະຕຽນ. (ເຫບເລີ 6:11, 12; 10:24, 25) ເຂົາເຈົ້າໃຊ້ເວລາໃຫ້ເກີດປະໂຫຍດເພື່ອຈະເຂັ້ມແຂງໃນຄວາມຈິງ ແລະຫຼາຍຄົນກໍເລີ່ມເປັນໄພໂອເນຍ. ເຂົາເຈົ້າເຕືອນຕົວເອງວ່າ ໃນທີ່ສຸດກໍຈະບໍ່ໄດ້ຢູ່ໃນຄ້າຍຜູ້ລີ້ໄພ ຄືກັບທີ່ຊາວອິດສະລາແອນບໍ່ໄດ້ຢູ່ໃນຖິ່ນທຸລະກັນດານຕະຫຼອດໄປ. ການຄິດເຖິງເລື່ອງນີ້ຊ່ວຍເຂົາເຈົ້າໃຫ້ຮັກສາຄວາມຄິດໃນແງ່ບວກ.—2 ໂກລິນໂທ 4:18
ສະແດງຄວາມຮັກຕໍ່ພີ່ນ້ອງຜູ້ລີ້ໄພ
6, 7. (ກ) ຄວາມຮັກທີ່ມີຕໍ່ພະເຈົ້າກະຕຸ້ນເຮົາໃຫ້ຊ່ວຍເຫຼືອພີ່ນ້ອງແນວໃດ? (ຂ) ໃຫ້ຍົກຕົວຢ່າງ.
6 ຖ້າເຮົາ “ຮັກພະເຈົ້າ” ເຮົາຈະສະແດງຄວາມຮັກຕໍ່ພີ່ນ້ອງຮ່ວມຄວາມເຊື່ອ ໂດຍສະເພາະເມື່ອເຂົາເຈົ້າພົບກັບຄວາມລຳບາກ. (ອ່ານ 1 ໂຢຮັນ 3:17, 18) ຕົວຢ່າງເຊັ່ນ: ໃນສະຕະວັດທຳອິດ ເມື່ອພີ່ນ້ອງໃນແຂວງຢູດາມີຄວາມອຶດຢາກ ປະຊາຄົມຈຶ່ງຈັດໃຫ້ມີການຊ່ວຍເຫຼືອເຂົາເຈົ້າ. (ກິດຈະການ 11:28, 29) ອັກຄະສາວົກໂປໂລແລະເປໂຕຍັງກະຕຸ້ນພີ່ນ້ອງໃຫ້ສະແດງນໍ້າໃຈຕ້ອນຮັບແຂກ. (ໂລມ 12:13; 1 ເປໂຕ ) ຖ້າຄລິດສະຕຽນຖືກກະຕຸ້ນໃຫ້ສະແດງຄວາມເອື້ອເຟື້ອຕໍ່ພີ່ນ້ອງທີ່ມາຢ້ຽມຢາມ ເຮົາກໍຍິ່ງຄວນສະແດງຄວາມເອື້ອເຟື້ອຕໍ່ພີ່ນ້ອງທີ່ຕົກຢູ່ໃນອັນຕະລາຍ ຫຼືຖືກຂົ່ມເຫງຍ້ອນຮັກສາຄວາມເຊື່ອ! 4:9 * (ເບິ່ງໄຂເງື່ອນ)—ອ່ານສຸພາສິດ 3:27
7 ເມື່ອບໍ່ດົນມານີ້ ມີສົງຄາມແລະການຂົ່ມເຫງຢູ່ທາງພາກຕາເວັນອອກຂອງປະເທດອູແກຣນ ເຊິ່ງເຮັດໃຫ້ພີ່ນ້ອງຂອງເຮົາຫຼາຍພັນຄົນຕ້ອງຈຳໃຈອອກຈາກບ້ານເກີດຂອງຕົນ. ໜ້າເສົ້າໃຈ ມີພີ່ນ້ອງຈຳນວນໜຶ່ງຖືກຂ້າ ສ່ວນອີກຈຳນວນໜຶ່ງກໍໜີໄປໄດ້ ດັ່ງນັ້ນ ພີ່ນ້ອງທີ່ຢູ່ເຂດອື່ນຂອງປະເທດນັ້ນແລະທີ່ຢູ່ໃນຣັດເຊຍໄດ້ຕ້ອນຮັບເຂົາເຈົ້າໃຫ້ອາໄສຢູ່ນຳ. ພີ່ນ້ອງທີ່ຢູ່ສອງປະເທດນີ້ໄດ້ຮັກສາຄວາມເປັນກາງໂດຍ ‘ບໍ່ຢູ່ຝ່າຍໂລກ’ ແລະໄດ້ປະກາດ “ຂ່າວດີກ່ຽວກັບຄຳສອນຂອງພະເຈົ້າ” ຢ່າງກະຕືລືລົ້ນຕໍ່ໆໄປ.—ໂຢຮັນ 15:19; ກິດຈະການ 8:4, ລ.ມ.
ຊ່ວຍພີ່ນ້ອງຜູ້ລີ້ໄພໃຫ້ມີຄວາມເຊື່ອຫຼາຍຂຶ້ນ
8, 9. (ກ) ໃນປະເທດໃໝ່ ຜູ້ລີ້ໄພອາດພົບຄວາມຫຍຸ້ງຍາກຫຍັງແດ່? (ຂ) ເປັນຫຍັງເຮົາຕ້ອງຊ່ວຍເຫຼືອເຂົາເຈົ້າດ້ວຍຄວາມອົດທົນ?
8 ຜູ້ລີ້ໄພບາງຄົນຕ້ອງຈຳໃຈໄປອາໄສຢູ່ເຂດອື່ນໃນປະເທດຂອງຕົນ. ແຕ່ຫຼາຍຄົນຕ້ອງໄປຢູ່ປະເທດໃໝ່ທີ່ເຂົາເຈົ້າບໍ່ລຶ້ງເຄີຍ. ແມ່ນຢູ່ວ່າລັດຖະບານອາດສະໜອງອາຫານ ເຄື່ອງນຸ່ງຫົ່ມ ແລະບ່ອນຢູ່ອາໄສໃຫ້ແກ່ຜູ້ລີ້ໄພ ແຕ່ເຂົາເຈົ້າກໍຍັງມີຂໍ້ຫຍຸ້ງຍາກໃນດ້ານອື່ນອີກ. ຕົວຢ່າງເຊັ່ນ: ເຂົາເຈົ້າອາດຈະບໍ່ລຶ້ງກັບອາຫານ. ອາກາດກໍເຢັນກວ່າເຂດທີ່ເຂົາເຈົ້າເຄີຍຢູ່ ດັ່ງນັ້ນຈຶ່ງບໍ່ຮູ້ວ່າຈະໃສ່ເຄື່ອງແບບໃດ. ບາງຄົນອາດຈະຕ້ອງຮຽນໃຊ້ອຸປະກອນໄຟຟ້າທີ່ທັນສະໄໝໃນຕອນທຳອິດ.
9 ລັດຖະບານຂອງບາງປະເທດໄດ້ຈັດໃຫ້ມີໂຄງການເພື່ອຊ່ວຍຜູ້ລີ້ໄພໃຫ້ປັບຕົວເຂົ້າກັບປະເທດທີ່ໄປຢູ່ໃໝ່. ແຕ່ສ່ວນຫຼາຍຈະມີການຊ່ວຍເຫຼືອຜູ້ລີ້ໄພພຽງສອງສາມເດືອນທຳອິດເທົ່ານັ້ນ ດັ່ງນັ້ນ ເຂົາເຈົ້າຈຶ່ງມີຂໍ້ຫຍຸ້ງຍາກຫຼາຍ. ໃຫ້ນຶກພາບເບິ່ງວ່າເຂົາເຈົ້າຕ້ອງຮຽນຮູ້ສິ່ງໃໝ່ຫຼາຍຢ່າງໄປພ້ອມໆກັນ ເຊັ່ນ: ພາສາ ວັດທະນະທຳ ແລະກົດໝາຍເຊິ່ງກ່ຽວຂ້ອງກັບການຈ່າຍຄ່າບິນຕ່າງໆແລະການເສຍພາສີ ການເຂົ້າໂຮງຮຽນແລະການສັ່ງສອນລູກ! ເຈົ້າຈະຊ່ວຍພີ່ນ້ອງທີ່ມີຂໍ້ຫຍຸ້ງຍາກເຫຼົ່ານີ້ດ້ວຍຄວາມອົດທົນແລະດ້ວຍຄວາມນັບຖືບໍ?—ຟີລິບ 2:3, 4
10. ເມື່ອພີ່ນ້ອງມາຮອດໃໝ່ໆ ເຮົາຈະຊ່ວຍເຂົາເຈົ້າແນວໃດໃຫ້ມີຄວາມເຊື່ອຫຼາຍຂຶ້ນ? (ເບິ່ງຮູບທຳອິດ)
10 ບາງເທື່ອເຈົ້າໜ້າທີ່ລັດຖະບານເຮັດໃຫ້ຍາກທີ່ພີ່ນ້ອງຈະຕິດຕໍ່ກັບປະຊາຄົມທ້ອງຖິ່ນ. ບາງໜ່ວຍງານຂອງລັດຖະບານຂູ່ວ່າຈະເຊົາຊ່ວຍເຫຼືອພີ່ນ້ອງຂອງເຮົາ ເຂົາເຈົ້າອາດເວົ້າວ່າ ຖ້າພີ່ນ້ອງຂອງເຮົາປະຕິເສດວຽກທີ່ເຮັດໃຫ້ເຂົ້າຮ່ວມປະຊຸມບໍ່ໄດ້ ເຂົາເຈົ້າກໍຈະບໍ່ໃຫ້ພີ່ນ້ອງຂອງເຮົາອາໄສຢູ່ໃນປະເທດນັ້ນ. ຍ້ອນຢ້ານແລະຮູ້ສຶກວ່າບໍ່ມີທາງເລືອກ ບາງຄົນຈຶ່ງຍອມເຮັດວຽກເຫຼົ່ານັ້ນ. ດັ່ງນັ້ນ ຫຼັງຈາກທີ່ພີ່ນ້ອງມາຮອດໃໝ່ໆຈຶ່ງເປັນເລື່ອງສຳຄັນທີ່ຈະໄປພົບເຂົາເຈົ້າໃຫ້ໄວເທົ່າທີ່ເປັນໄປໄດ້. ການເຮັດແບບນີ້ຈະເຮັດໃຫ້ພີ່ນ້ອງເຫັນວ່າເຮົາເປັນຫ່ວງເຂົາເຈົ້າ. ຄວາມຫ່ວງໃຍແລະຄວາມຊ່ວຍເຫຼືອທີ່ຈຳເປັນຊ່ວຍເຂົາເຈົ້າໃຫ້ມີຄວາມເຊື່ອຫຼາຍຂຶ້ນ.—ສຸພາສິດ 12:25; 17:17
ໃຫ້ການຊ່ວຍເຫຼືອທີ່ຈຳເປັນແກ່ພີ່ນ້ອງຜູ້ລີ້ໄພ
11. (ກ) ເມື່ອພີ່ນ້ອງມາຮອດໃໝ່ໆ ເຂົາເຈົ້າຕ້ອງການຫຍັງ? (ຂ) ເຂົາເຈົ້າສະແດງຄວາມຮູ້ຄຸນຄ່າແນວໃດ?
11 ເມື່ອພີ່ນ້ອງມາຮອດໃໝ່ໆ ເຮົາອາດຕ້ອງຈັດຫາອາຫານ ເຄື່ອງນຸ່ງຫົ່ມ ຫຼືສິ່ງຈຳເປັນພື້ນຖານ * (ເບິ່ງໄຂເງື່ອນ) ຂອງຂວັນເລັກໆນ້ອຍໆກໍມີຄ່າຫຼາຍຕໍ່ເຂົາເຈົ້າ ເຊັ່ນ: ກາລະວັດສຳລັບພີ່ນ້ອງຊາຍ. ເມື່ອພີ່ນ້ອງຜູ້ລີ້ໄພສະແດງຄວາມຮູ້ຄຸນຄ່າໂດຍບໍ່ໄດ້ຮຽກຮ້ອງເອົາສິ່ງໃດ ເຂົາເຈົ້າເຮັດໃຫ້ພີ່ນ້ອງທີ່ໃຫ້ການຊ່ວຍເຫຼືອມີຄວາມສຸກ. ແຕ່ສິ່ງສຳຄັນແມ່ນເຂົາເຈົ້າຕ້ອງພະຍາຍາມເບິ່ງແຍງຄວາມຈຳເປັນຂອງຕົວເອງ. ເມື່ອເຮັດແບບນີ້ເຂົາເຈົ້າກໍຈະມີຄວາມນັບຖືຕົວເອງແລະມີສາຍສຳພັນທີ່ດີກັບພີ່ນ້ອງຄົນອື່ນ. (2 ເທຊະໂລນີກ 3:7-10) ເຖິງຢ່າງນັ້ນກໍຕາມ ເຮົາຍັງຕ້ອງໃຫ້ການຊ່ວຍເຫຼືອທີ່ຈຳເປັນແກ່ພີ່ນ້ອງຜູ້ລີ້ໄພ.
ອື່ນໆໃຫ້ເຂົາເຈົ້າ.12, 13. (ກ) ເຮົາຈະໃຫ້ການຊ່ວຍເຫຼືອທີ່ຈຳເປັນແກ່ພີ່ນ້ອງຜູ້ລີ້ໄພໄດ້ແນວໃດ? (ຂ) ໃຫ້ຍົກຕົວຢ່າງ.
12 ເຮົາບໍ່ຕ້ອງມີເງິນຫຼາຍເພື່ອຈະໃຫ້ການຊ່ວຍເຫຼືອທີ່ຈຳເປັນແກ່ພີ່ນ້ອງຜູ້ລີ້ໄພ. ສິ່ງທີ່ເຂົາເຈົ້າຕ້ອງການຫຼາຍທີ່ສຸດແມ່ນເວລາແລະຄວາມຮັກຈາກເຮົາ. ຕົວຢ່າງເຊັ່ນ: ເຈົ້າສາມາດຊ່ວຍເຂົາເຈົ້າໃຫ້ຮູ້ວິທີໃຊ້ລົດສາທາລະນະ ຫຼືຮູ້ບ່ອນຊື້ອາຫານທີ່ດີແຕ່ບໍ່ແພງ ຮູ້ບ່ອນຊື້ຈັກຫຍິບເຄື່ອງຫຼືຈັກຕັດຫຍ້າເພື່ອເຂົາເຈົ້າຈະໃຊ້ສິ່ງເຫຼົ່ານີ້ໃນການຫາເງິນ. ສຳຄັນທີ່ສຸດ ເຈົ້າສາມາດຊ່ວຍເຂົາເຈົ້າໃຫ້ເປັນສ່ວນໜຶ່ງຂອງປະຊາຄົມໃໝ່. ຖ້າເປັນໄປໄດ້ ໃຫ້ສະເໜີທີ່ຈະຮັບ-ສົ່ງເຂົາເຈົ້າສຳລັບການປະຊຸມ. ນອກຈາກນັ້ນ ເຈົ້າອາດອະທິບາຍໃຫ້ເຂົາເຈົ້າຮູ້ວິທີປະກາດກັບຄົນໃນເຂດນັ້ນ ແລະອາດພາເຂົາເຈົ້າໄປປະກາດນຳ.
13 ຕອນທີ່ພີ່ນ້ອງຜູ້ລີ້ໄພທີ່ເປັນໄວໜຸ່ມສີ່ຄົນໄປຄາລາຊີ 6:10) ບໍ່ດົນຫຼັງຈາກນັ້ນ ທັງສີ່ຄົນກໍເປັນໄພໂອເນຍ. ເຂົາເຈົ້າກ້າວໜ້າແລະບໍ່ເປັນສ່ວນຂອງໂລກຊາຕານ ຍ້ອນການຊ່ວຍເຫຼືອຂອງຜູ້ເຖົ້າແກ່ແລະເຂົາເຈົ້າເອງກໍໄດ້ພະຍາຍາມເຮັດຕາມເປົ້າໝາຍໃນການຮັບໃຊ້ພະເຢໂຫວາ.
ຮອດປະຊາຄົມໜຶ່ງ ຜູ້ເຖົ້າແກ່ໄດ້ໃຫ້ການຊ່ວຍເຫຼືອທີ່ຈຳເປັນໂດຍສອນສິ່ງຕ່າງໆໃຫ້ເຂົາເຈົ້າ ເຊັ່ນ: ຂັບລົດໃຫຍ່ ພິມຈົດໝາຍ ແລະສະໝັກວຽກ. ຜູ້ເຖົ້າແກ່ຍັງສອນເຂົາເຈົ້າໃຫ້ຮູ້ເຮັດຕາຕະລາງສ່ວນຕົວເພື່ອຈະຈັດໃຫ້ການຮັບໃຊ້ພະເຢໂຫວາມາເປັນອັນດັບທຳອິດ. (14. (ກ) ພີ່ນ້ອງຜູ້ລີ້ໄພຕ້ອງຕ້ານທານການລໍ້ໃຈຫຍັງ? (ຂ) ໃຫ້ຍົກຕົວຢ່າງ.
14 ຄືກັບພີ່ນ້ອງຄົນອື່ນໆ ພີ່ນ້ອງຜູ້ລີ້ໄພກໍຕ້ອງຕໍ່ສູ້ກັບການລໍ້ໃຈແລະຄວາມກົດດັນໃນເລື່ອງການໃຫ້ຄວາມສຳຄັນຕໍ່ວັດຖຸສິ່ງຂອງຫຼາຍກວ່າສາຍສຳພັນກັບພະເຢໂຫວາ. * (ເບິ່ງໄຂເງື່ອນ) ພີ່ນ້ອງລີເຈທີ່ກ່າວເຖິງໃນຕອນຕົ້ນແລະອ້າຍເອື້ອຍນ້ອງຂອງລາວຈື່ບົດຮຽນສຳຄັນກ່ຽວກັບຄວາມເຊື່ອທີ່ພໍ່ໄດ້ສອນຕອນທີ່ກຳລັງໜີ. ເຂົາເຈົ້າເວົ້າວ່າ: “ເຄື່ອງຂອງທີ່ບໍ່ຈຳເປັນເຊິ່ງເຮົາຖືມານຳພໍ່ໄດ້ຖິ້ມເທື່ອລະຢ່າງ. ໃນທີ່ສຸດ ພໍ່ກໍຍົກຖົງເປົ່າຂຶ້ນ ແລະທັງເວົ້າທັງຍິ້ມໄປນຳວ່າ: ‘ພວກລູກເຫັນບໍ? ສິ່ງທີ່ຈຳເປັນກໍມີແຕ່ເທົ່ານີ້!’”—ອ່ານ 1 ຕີໂມເຕ 6:8
ໃຫ້ສິ່ງທີ່ພີ່ນ້ອງຜູ້ລີ້ໄພຈຳເປັນຫຼາຍທີ່ສຸດ
15, 16. (ກ) ເຮົາຈະຊ່ວຍພີ່ນ້ອງແນວໃດໃຫ້ມີຄວາມເຊື່ອຫຼາຍຂຶ້ນ? (ຂ) ເຮົາຈະຊ່ວຍປອບໂຍນເຂົາເຈົ້າແນວໃດ?
15 ນອກຈາກອາຫານແລະເຄື່ອງນຸ່ງຫົ່ມ ພີ່ນ້ອງຜູ້ລີ້ໄພຈຳເປັນຕ້ອງໄດ້ຮັບກຳລັງໃຈແລະຄຳປອບໂຍນໃນຄຳພີໄບເບິນ. (ມັດທາຍ 4:4) ຜູ້ເຖົ້າແກ່ສາມາດຈັດໃຫ້ມີໜັງສືຕ່າງໆທີ່ເປັນພາສາຂອງພີ່ນ້ອງຜູ້ລີ້ໄພແລະຊ່ວຍຕິດຕໍ່ກັບພີ່ນ້ອງທີ່ເວົ້າພາສາຂອງເຂົາເຈົ້າ. ການຊ່ວຍເຫຼືອແບບນີ້ສຳຄັນຫຼາຍເພາະຜູ້ລີ້ໄພຫຼາຍຄົນຕ້ອງຈຳໃຈປະຖິ້ມທຸກຢ່າງທີ່ເຂົາເຈົ້າຄຸ້ນເຄີຍ. ເຂົາເຈົ້າອາດຄິດຮອດຄອບຄົວ ຊຸມຊົນ ແລະປະຊາຄົມຂອງຕົວເອງ. ເຂົາເຈົ້າຕ້ອງເຫັນເຖິງຄວາມຮັກຂອງພະເຢໂຫວາແລະຄວາມເຫັນອົກເຫັນໃຈຂອງເພື່ອນຮ່ວມຄວາມເຊື່ອ. ຖ້າບໍ່ດັ່ງນັ້ນ ພີ່ນ້ອງຜູ້ລີ້ໄພອາດຊອກຫາຄວາມຊ່ວຍເຫຼືອຈາກຄົນອື່ນທີ່ມາຈາກປະເທດດຽວກັນແຕ່ບໍ່ໄດ້ຮັບໃຊ້ພະເຢໂຫວາ. (1 ໂກລິນໂທ 15:33) ເມື່ອເຮົາຊ່ວຍໃຫ້ພີ່ນ້ອງຮູ້ສຶກວ່າເຂົາເຈົ້າເປັນສ່ວນໜຶ່ງຂອງປະຊາຄົມ ເຮົາກໍເຮັດວຽກຮ່ວມກັບພະເຢໂຫວາໃນການປົກປ້ອງ “ຄົນຕ່າງຊາດ.”—ຄຳເພງ 146:9, ລ.ມ.
16 ພະເຍຊູແລະພໍ່ແມ່ບໍ່ສາມາດກັບໄປບ້ານເກີດຕາບໃດທີ່ຜູ້ຂົ່ມເຫງຍັງປົກຄອງຢູ່. ດ້ວຍເຫດຜົນທີ່ຄ້າຍໆກັນ ຕອນນີ້ພີ່ນ້ອງຜູ້ລີ້ໄພອາດບໍ່ສາມາດກັບໄປບ້ານເກີດໄດ້ ແຕ່ເຖິງຈະກັບໄປໄດ້ບາງຄົນກໍບໍ່ຢາກກັບ. ພີ່ນ້ອງລີເຈເວົ້າວ່າ ພໍ່ແມ່ສ່ວນຫຼາຍເຫັນຄົນໃນຄອບຄົວຖືກຂົ່ມຂືນແລະຖືກຂ້າໃນປະເທດຂອງຕົນ ເຂົາເຈົ້າຈຶ່ງບໍ່ຢາກພາລູກກັບໄປທີ່ນັ້ນ. ເພື່ອຊ່ວຍພີ່ນ້ອງເຫຼົ່ານີ້ ເຮົາຕ້ອງ ‘ມີໃຈເລົ້າໂລມກັນແລະກັນ [“ເຫັນອົກເຫັນໃຈກັນ,” ທ.ປ.] ຮັກກັນເໝືອນພີ່ນ້ອງ ມີໃຈອີ່ດູແລະຖ່ອມໃຈ.’ (1 ເປໂຕ 3:8) ເນື່ອງຈາກການຂົ່ມເຫງ ພີ່ນ້ອງຜູ້ລີ້ໄພບາງຄົນບໍ່ຢາກຄົບຫາກັບຄົນອື່ນແລະອາດຮູ້ສຶກອາຍທີ່ຈະເວົ້າເຖິງຄວາມທຸກລຳບາກຂອງຕົວເອງ ໂດຍສະເພາະຖ້າລູກຂອງເຂົາເຈົ້າຢູ່ນຳ. ໃຫ້ຖາມຕົວເອງວ່າ: ‘ຖ້າຂ້ອຍພົບກັບຄວາມເຈັບປວດແບບນີ້ ຂ້ອຍຢາກໃຫ້ຄົນອື່ນປະຕິບັດຕໍ່ຂ້ອຍແນວໃດ?’—ມັດທາຍ 7:12
ເມື່ອປະກາດກັບຜູ້ລີ້ໄພທີ່ບໍ່ແມ່ນພະຍານພະເຢໂຫວາ
17. ການປະກາດຊ່ວຍຜູ້ລີ້ໄພໃຫ້ຮູ້ສຶກແນວໃດ?
17 ໃນທຸກມື້ນີ້ ຜູ້ລີ້ໄພຫຼາຍຄົນມາຈາກປະເທດທີ່ການປະກາດຖືກຈຳກັດເສລີພາບ. ເຮົາຂອບໃຈພີ່ນ້ອງທີ່ກະຕືລືລົ້ນໃນການປະກາດເຊິ່ງເຮັດໃຫ້ຜູ້ລີ້ໄພຫຼາຍພັນຄົນໄດ້ຍິນກ່ຽວກັບ “ພະຄຳແຫ່ງແຜ່ນດິນ” ເຊິ່ງກໍຄືຂ່າວສານເລື່ອງລາຊະອານາຈັກເປັນຄັ້ງທຳອິດໃນປະເທດທີ່ເຂົາເຈົ້າຍ້າຍໄປ. (ມັດທາຍ 13:19, 23) ຫຼາຍຄົນທີ່ “ແບກພາລະໜັກ, ທ.ປ.” ກຳລັງພົບການປອບໂຍນແລະຄວາມສົດຊື່ນຢູ່ການປະຊຸມຂອງເຮົາແລະເວົ້າວ່າ: “ພະເຈົ້າສະຖິດຢູ່ໃນທ່າມກາງພວກທ່ານເປັນແທ້.”—ມັດທາຍ 11:28-30; 1 ໂກລິນໂທ 14:25
18, 19. ເມື່ອປະກາດກັບຜູ້ລີ້ໄພ ເຮົາຈະເປັນຄົນສຸຂຸມໄດ້ແນວໃດ?
18 ເມື່ອປະກາດກັບຜູ້ລີ້ໄພ ເຮົາຕ້ອງ “ສະຫຼາດ” ແລະສຸຂຸມ. (ມັດທາຍ 10:16; ສຸພາສິດ 22:3) ໃຫ້ເຮົາອົດທົນເມື່ອຟັງເຂົາເຈົ້າເວົ້າ ແຕ່ບໍ່ຄວນລົມກັນເລື່ອງການເມືອງ. ເຮົາຄວນເຮັດຕາມຄຳແນະນຳຂອງສຳນັກງານສາຂາແລະອຳນາດການປົກຄອງທ້ອງຖິ່ນ ເພື່ອຈະບໍ່ເຮັດໃຫ້ຕົວເອງຫຼືຄົນອື່ນຕົກຢູ່ໃນອັນຕະລາຍ. ເນື່ອງຈາກຜູ້ລີ້ໄພມາຈາກຫຼາຍສາສະໜາແລະວັດທະນະທຳ ດັ່ງນັ້ນ ເຮົາຕ້ອງຮຽນຮູ້ທີ່ຈະນັບຖືຄວາມຮູ້ສຶກແລະຄວາມຄິດເຫັນຂອງເຂົາເຈົ້າ. ຕົວຢ່າງເຊັ່ນ: ເມື່ອປະກາດກັບຄົນທີ່ມາຈາກປະເທດທີ່ເຄັ່ງຄັດເລື່ອງການນຸ່ງຖືຂອງຜູ້ຍິງ ເຮົາກໍຄວນນຸ່ງເຄື່ອງທີ່ບໍ່ລົບກວນໃຈເຂົາເຈົ້າ.
19 ເຮົາຢາກຊ່ວຍຄົນທີ່ກຳລັງປະສົບຄວາມທຸກ ເຖິງວ່າເຂົາເຈົ້າບໍ່ໄດ້ຮັບໃຊ້ພະເຢໂຫວາ. ເມື່ອເຮັດແບບນັ້ນ ເຮົາກຳລັງຮຽນແບບການກະທຳທີ່ດີຂອງຄົນສະມາລີໃນຕົວຢ່າງປຽບທຽບຂອງພະເຍຊູ. (ລືກາ 10:33-37) ວິທີທີ່ດີສຸດໃນການຊ່ວຍຄົນເຫຼົ່ານີ້ແມ່ນປະກາດຂ່າວດີກັບເຂົາເຈົ້າ. ຜູ້ເຖົ້າແກ່ຄົນໜຶ່ງທີ່ໄດ້ຊ່ວຍຜູ້ລີ້ໄພຫຼາຍຄົນເລົ່າວ່າ ສຳຄັນຫຼາຍທີ່ເຮົາຈະບອກຜູ້ລີ້ໄພໃຫ້ຮູ້ທັນທີວ່າເຮົາເປັນພະຍານພະເຢໂຫວາ. ກ່ອນອື່ນເຮົາຕ້ອງບອກໃຫ້ເຂົາເຈົ້າຮູ້ວ່າເຮົາໄປຫັ້ນເພື່ອຊ່ວຍເຂົາເຈົ້າໃຫ້ເຂົ້າໃຈເລື່ອງຄວາມຫວັງທີ່ດີທີ່ສຸດເຊິ່ງຢູ່ໃນຄຳພີໄບເບິນ ບໍ່ແມ່ນໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ.
ຜົນໄດ້ຮັບທີ່ໜ້າຍິນດີ
20, 21. (ກ) ການສະແດງຄວາມຮັກແທ້ຕໍ່ຜູ້ລີ້ໄພເຮັດໃຫ້ເກີດຜົນດີແນວໃດ? (ຂ) ໃນບົດຄວາມຕໍ່ໄປ ເຮົາຈະຮຽນເລື່ອງຫຍັງ?
20 ເມື່ອເຮົາສະແດງຄວາມຮັກແທ້ຕໍ່ “ຄົນຕ່າງຊາດ” ເລື່ອງນີ້ເຮັດໃຫ້ເກີດຜົນດີ. ຫຼັງຈາກຜົວຂອງພີ່ນ້ອງອາວກາເນັດຕາຍ ລາວກັບລູກຫົກຄົນທີ່ຍັງນ້ອຍໄດ້ໜີການຂົ່ມເຫງທີ່ເກີດຂຶ້ນໃນປະເທດເອຣີເຕຣ. ເຂົາເຈົ້າໄດ້ຍ່າງແປດມື້ເພື່ອຂ້າມທະເລຊາຍ ແລະຫຼັງຈາກການເດີນທາງທີ່ແສນອິດເມື່ອຍ ໃນທີ່ສຸດເຂົາເຈົ້າກໍໄປຮອດປະເທດຊູດັງ. ພີ່ນ້ອງອາວກາເນັດເລົ່າວ່າ: “ພີ່ນ້ອງຢູ່ຫັ້ນປະຕິບັດຕໍ່ເຮົາຄືກັບເປັນຍາດພີ່ນ້ອງໃກ້ຊິດ ເຂົາເຈົ້າຈັດໃຫ້ເຮົາມີອາຫານ ເຄື່ອງນຸ່ງຫົ່ມ ບ່ອນພັກອາໄສ ແລະລົດ. ມີໃຜບໍທີ່ຈະຕ້ອນຮັບຄົນແປກໜ້າໃຫ້ມາຢູ່ເຮືອນຂອງຕົນ ຍ້ອນວ່ານັບຖືສາສະໜາດຽວກັນ? ມີແຕ່ພະຍານພະເຢໂຫວາທີ່ເຮັດແບບນີ້!”—ອ່ານໂຢຮັນ 13:35
21 ສ່ວນເດັກນ້ອຍຫຼາຍຄົນທີ່ມາຮອດປະເທດໃໝ່ພ້ອມກັບພໍ່ແມ່ຂອງເຂົາເຈົ້າເດ? ໃນບົດຄວາມຕໍ່ໄປ ເຮົາຈະຮຽນຮູ້ວ່າເຮົາທຸກຄົນຈະຊ່ວຍຄອບຄົວເຫຼົ່ານີ້ແນວໃດໃຫ້ຮັບໃຊ້ພະເຢໂຫວາດ້ວຍຄວາມຍິນດີ.
^ ຂໍ້ 2 ໃນບົດຄວາມນີ້ ຄຳວ່າ “ຜູ້ລີ້ໄພ” ໝາຍເຖິງຄົນທີ່ຕ້ອງຈຳໃຈອອກຈາກບ້ານເກີດຂອງຕົນຍ້ອນສົງຄາມ ການຂົ່ມເຫງ ຫຼືໄພທຳມະຊາດ. ເຂົາເຈົ້າອາດຕ້ອງຈຳໃຈໄປອາໄສຢູ່ປະເທດໃໝ່ຫຼືເຂດອື່ນໃນປະເທດຂອງຕົນ. ອົງການສະຫະປະຊາຊາດເພື່ອຜູ້ລີ້ໄພ (UNHCR) ບອກວ່າທົ່ວໂລກມີ 1 ໃນ 113 ຄົນຕ້ອງຈຳໃຈອອກຈາກເຮືອນຊານຂອງຕົນ.
^ ຂໍ້ 6 ໃຫ້ເບິ່ງບົດຄວາມ “ສະແດງຄວາມກະລຸນາຕໍ່ຄົນແປກໜ້າ” ໃນຫໍສັງເກດການ ຕຸລາ 2016 ໜ້າ 3-8.
^ ຂໍ້ 11 ທັນທີທີ່ພີ່ນ້ອງມາຮອດໃໝ່ໆ ຜູ້ເຖົ້າແກ່ຄວນເຮັດຕາມຄຳແນະນຳໃນປຶ້ມລວບລວມເປັນອົງການເພື່ອເຮັດຕາມຄວາມປະສົງຂອງພະເຢໂຫວາ (ບໍ່ມີໃນພາສາລາວ) ໃນບົດທີ 8 ຂໍ້ 30. ເພື່ອຕິດຕໍ່ກັບປະຊາຄົມໃນບ້ານເກີດຂອງພີ່ນ້ອງຄົນນັ້ນ ຜູ້ເຖົ້າແກ່ສາມາດຂຽນໄປຫາສາຂາທີ່ເບິ່ງແຍງປະເທດນັ້ນໂດຍໃຊ້ jw.org ເມື່ອຂຽນຈົດໝາຍ ຜູ້ເຖົ້າແກ່ສາມາດຖາມຄຳຖາມທີ່ຈະໄດ້ຂໍ້ມູນກ່ຽວກັບປະຊາຄົມແລະສະພາບທາງດ້ານຄວາມເຊື່ອຂອງລາວ.
^ ຂໍ້ 14 ໃຫ້ເບິ່ງບົດຄວາມ “ບໍ່ມີໃຜເປັນທາດຂອງນາຍສອງຄົນໄດ້” ແລະ “ຢ່າຢ້ານເລີຍ ພະເຢໂຫວາຈະຊ່ວຍເຈົ້າ” ໃນຫໍສັງເກດການ 15 ເມສາ 2014 ໜ້າ 17-26 (ບໍ່ມີໃນພາສາລາວ).