ບົດຄວາມສຶກສາທີ 37
“ຢ່າໃຫ້ມືຂອງເຈົ້າເຊົາເມື່ອຍ”
“ຈົ່ງຫວ່ານກ້າຂອງເຈົ້າຕັ້ງແຕ່ເຊົ້າ ແລະ [ຈົນກວ່າຈະຮອດ] ມື້ແລງຢ່າໃຫ້ມືຂອງເຈົ້າເຊົາເມື່ອຍ.”—ຜູ້ປ. 11:6
ເພງ 68 ການຫວ່ານເມັດລາຊະອານາຈັກ
ໃຈຄວາມສຳຄັນ *
1-2. ຜູ້ເທສະໜາປ່າວປະກາດ 11:6 ກ່ຽວຂ້ອງກັບວຽກປະກາດແນວໃດ?
ໃນບາງປະເທດ ຫຼາຍຄົນຢາກຮຽນຮູ້ຕື່ມອີກເມື່ອເຂົາເຈົ້າໄດ້ຍິນກ່ຽວກັບຂ່າວດີທີ່ເຮົາປະກາດ ເພາະເປັນເລື່ອງທີ່ເຂົາເຈົ້າຖ້າຟັງມາດົນແລ້ວ. ແຕ່ໃນບາງປະເທດ ຄົນບໍ່ສົນໃຈປານໃດໃນເລື່ອງພະເຈົ້າຫຼືຄຳພີໄບເບິນ. ເຂດທີ່ເຈົ້າຢູ່ເດເປັນແນວໃດ? ບໍ່ວ່າຈະເປັນແນວໃດກໍຕາມ ພະເຢໂຫວາຢາກໃຫ້ເຮົາປະກາດຕໍ່ໆໄປຈົນກວ່າເພິ່ນຈະບອກວ່າພໍແລ້ວ.
2 ພະເຢໂຫວາໄດ້ກຳນົດເວລາໄວ້ແລ້ວວ່າວຽກປະກາດຈະສິ້ນສຸດລົງຕອນໃດ ຈາກນັ້ນ “ຈຸດຈົບກໍຈະມາເຖິງ.” (ມທ. 24:14, 36) ແຕ່ກ່ອນຈະຮອດຕອນນັ້ນ ເຮົາຈະເຮັດຕາມຄຳເວົ້າທີ່ວ່າ “ຢ່າໃຫ້ມືຂອງເຈົ້າເຊົາເມື່ອຍ” * ໄດ້ແນວໃດ?—ອ່ານຜູ້ເທສະໜາປ່າວປະກາດ 11:6
3. ເຮົາຈະຮຽນຫຍັງໃນບົດນີ້?
3 ໃນບົດກ່ອນເຮົາໄດ້ຮຽນກ່ຽວກັບຄຸນລັກສະນະ 4 ຢ່າງທີ່ເຮົາຕ້ອງເຮັດເພື່ອຈະເປັນ “[ຜູ້] ຊອກຫາຄົນທີ່ເກີດຜົນ” ນັ້ນຄືປະກາດຂ່າວດີໄດ້ເກັ່ງ. (ມທ. 4:19) ໃນບົດນີ້ຈະເວົ້າເຖິງ 3 ວິທີທີ່ຊ່ອຍເສີມຄວາມຕັ້ງໃຈຂອງເຮົາໃຫ້ຫຼາຍຂຶ້ນເພື່ອປະກາດຂ່າວດີບໍ່ວ່າເຮົາຈະເຈິສະພາບການແນວໃດກໍຕາມ. ເຮົາຈະຮຽນວ່າເປັນຫຍັງຈຶ່ງສຳຄັນທີ່ເຮົາຕ້ອງ (1) ຈົດຈໍ່ໃນວຽກປະກາດ (2) ຕ້ອງອົດທົນ ແລະ (3) ມີຄວາມເຊື່ອທີ່ເຂັ້ມແຂງ.
ຈົດຈໍ່ໃນວຽກປະກາດ
4. ເປັນຫຍັງເຮົາຕ້ອງຈົດຈໍ່ໃນວຽກປະກາດທີ່ພະເຢໂຫວາມອບໃຫ້ເຮົາເຮັດ?
4 ພະເຢຊູບອກລ່ວງໜ້າວ່າໃນສະໄໝສຸດທ້າຍຄົນຈະເປັນແນວໃດແລະຈະມີເຫດການຫຍັງເກີດຂຶ້ນແດ່. ເພິ່ນຮູ້ວ່າສິ່ງເຫຼົ່ານີ້ອາດເຮັດໃຫ້ພວກລູກສິດມທ. 24:42) ໃນສະໄໝຂອງໂນອາມີຫຼາຍສິ່ງທີ່ເຮັດໃຫ້ຄົນບໍ່ສົນໃຈຄຳເຕືອນທີ່ລາວປະກາດ ແລະສິ່ງແບບດຽວກັນນັ້ນກໍຈະດຶງຄວາມສົນໃຈຂອງຄົນໃນສະໄໝນີ້ຄືກັນ. (ມທ. 24:37-39; 2 ປຕ. 2:5) ດັ່ງນັ້ນ ເຮົາຈຶ່ງຢາກຈົດຈໍ່ໃນວຽກປະກາດທີ່ພະເຢໂຫວາມອບໃຫ້ເຮົາເຮັດ.
ຂອງເພິ່ນບໍ່ຈົດຈໍ່ໃນວຽກປະກາດ ດັ່ງນັ້ນ ເພິ່ນຈຶ່ງບອກເຂົາເຈົ້າ “ໃຫ້ເຝົ້າລະວັງຢູ່ສະເໝີ.” (5. ຕາມກິດຈະການ 1:6-8 ວຽກປະກາດຈະຂະຫຍາຍໄປໄກຮອດໃສ?
5 ໃນທຸກມື້ນີ້ ເຮົາຕ້ອງຈົດຈໍ່ແທ້ໆໃນວຽກປະກາດຂ່າວດີ. ພະເຢຊູບອກລ່ວງໜ້າວ່າຫຼັງຈາກທີ່ເພິ່ນຕາຍພວກລູກສິດຈະເຮັດວຽກປະກາດຕໍ່ໆໄປແລະຈະເຮັດຫຼາຍກວ່າຕອນທີ່ເພິ່ນຍັງມີຊີວິດຢູ່. (ຢຮ. 14:12) ຫຼັງຈາກພະເຢຊູຕາຍ ລູກສິດບາງຄົນກໍກັບໄປເຮັດອາຊີບຫາປາຄືເກົ່າ. ເມື່ອພະເຢຊູຟື້ນຄືນມາຈາກຕາຍ ເພິ່ນໄດ້ເຮັດການອັດສະຈັນແລະຊ່ອຍລູກສິດບາງຄົນໃຫ້ຫາປາໄດ້ບັກຫຼາຍໆ. ຫຼັງຈາກການອັດສະຈັນໃນຄັ້ງນັ້ນ ພະເຢຊູເນັ້ນກັບເຂົາເຈົ້າວ່າວຽກປະກາດແລະວຽກສອນຄົນໃຫ້ເຂົ້າມາເປັນລູກສິດສຳຄັນຫຼາຍກວ່າວຽກໃດໆທັງໝົດ. (ຢຮ. 21:15-17) ບໍ່ດົນກ່ອນພະເຢຊູຂຶ້ນໄປສະຫວັນ ເພິ່ນບອກພວກລູກສິດວ່າວຽກປະກາດທີ່ເພິ່ນເຮັດຈະຂະຫຍາຍໄປທົ່ວໂລກ. (ອ່ານກິດຈະການ 1:6-8) ຫຼາຍປີຕໍ່ມາພະເຢຊູໃຫ້ອັກຄະສາວົກໂຢຮັນເຫັນນິມິດກ່ຽວກັບສິ່ງທີ່ຈະເກີດຂຶ້ນ “ໃນວັນຂອງຜູ້ເປັນນາຍ.” * ນິມິດໜຶ່ງທີ່ອັດສະຈັນທີ່ໂຢຮັນເຫັນແມ່ນທູດສະຫວັນປະກາດ “ຂ່າວດີທີ່ຈະຢູ່ຕະຫຼອດໄປໃຫ້ກັບ . . . ທຸກປະເທດ ທຸກຕະກູນ ທຸກພາສາ ແລະທຸກຊົນຊາດ.” (ພນມ. 1:10; 14:6) ເຫັນໄດ້ແຈ້ງວ່າພະເຢໂຫວາຢາກໃຫ້ເຮົາມີສ່ວນຮ່ວມໃນວຽກປະກາດນີ້ຢູ່ທົ່ວໂລກຈົນກວ່າວຽກນີ້ຈະສຳເລັດ.
6. ເຮົາຈະຈົດຈໍ່ໃນວຽກປະກາດຕໍ່ໆໄປໄດ້ແນວໃດ?
6 ເຮົາຈະຈົດຈໍ່ໃນວຽກປະກາດຕໍ່ໆໄປໄດ້ຖ້າເຮົາຄິດJW. ໃຫ້ຄິດເບິ່ງ ໃນເວັບໄຊຂອງເຮົາມີຂໍ້ມູນໃຫ້ອ່ານຫຼາຍກວ່າ 1.000 ພາສາ! (ມທ. 24:45-47) ຄົນໃນໂລກນີ້ຖືກແບ່ງແຍກຍ້ອນມີແນວຄິດທາງການເມືອງແຕກຕ່າງກັນ ນັບຖືສາສະໜາຕ່າງກັນ ບາງຄົນກໍຮັ່ງແລະບາງຄົນກໍທຸກ. ແຕ່ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍກວ່າ 8.000.000 ຄົນເປັນອັນໜຶ່ງອັນດຽວກັນແທ້ໆໃນທົ່ວໂລກ. ຕົວຢ່າງເຊັ່ນ: ໃນວັນສຸກທີ 19 ເມສາ 2019 ພະຍານພະເຢໂຫວາຢູ່ທົ່ວໂລກເປັນອັນໜຶ່ງອັນດຽວກັນໃນການເບິ່ງວິດີໂອການພິຈາລະນາຂໍ້ພະຄຳພີປະຈຳວັນຂອງມື້ນັ້ນ. ໃນຕອນແລງຂອງມື້ນັ້ນມີ 20.919.041 ຄົນເຂົ້າຮ່ວມການລະນຶກເຖິງການຕາຍຂອງພະເຢຊູ. ເຮົາຢາກຈົດຈໍ່ໃນວຽກປະກາດເລື່ອງການປົກຄອງຂອງພະເຈົ້າ ເມື່ອເຮົາຄິດເຖິງສິດທິພິເສດທີ່ໄດ້ເຫັນເຫດການທີ່ສຳຄັນເຫຼົ່ານີ້ແລະພ້ອມທັງມີສ່ວນຮ່ວມນຳ.
ເຖິງທຸກສິ່ງທີ່ພະເຢໂຫວາກຳລັງເຮັດເພື່ອຊ່ອຍເຮົາໃນຕອນນີ້. ຕົວຢ່າງເຊັ່ນ: ພະເຢໂຫວາຈັດໃຫ້ເຮົາມີອາຫານຫຼາຍໆຢ່າງເພື່ອບຳລຸງລ້ຽງຄວາມເຊື່ອທັງໃນແບບທີ່ເປັນປຶ້ມແລະເອເລັກໂຕຣນິກ ແບບເປັນສຽງແລະວິດີໂອ ແລະລາຍການໂທລະທັດ7. ຕົວຢ່າງຂອງພະເຢຊູຊ່ອຍເຮົາແນວໃດໃຫ້ຈົດຈໍ່ຕໍ່ໆໄປ?
7 ອີກວິທີໜຶ່ງທີ່ເຮົາຈະຈົດຈໍ່ໃນວຽກປະກາດແມ່ນການເຮັດຕາມຕົວຢ່າງຂອງພະເຢຊູ. ເພິ່ນບໍ່ຍອມໃຫ້ສິ່ງໃດມາດຶງຄວາມສົນໃຈຂອງເພິ່ນອອກໄປຈາກການປະກາດຄວາມຈິງ. (ຢຮ. 18:37) ເພິ່ນບໍ່ໄດ້ສົນໃຈເມື່ອຊາຕານສະເໜີວ່າຈະເອົາ “ປະເທດທັງໝົດໃນໂລກນີ້ແລະຄວາມຍິ່ງໃຫຍ່ຂອງປະເທດເຫຼົ່ານັ້ນ” ໃຫ້ເພິ່ນ ແລະເພິ່ນກໍບໍ່ໄດ້ສົນໃຈເມື່ອມີຄົນຢາກແຕ່ງຕັ້ງເພິ່ນໃຫ້ເປັນກະສັດ. (ມທ. 4:8, 9; ຢຮ. 6:15) ພະເຢຊູບໍ່ໄດ້ຖືກລໍ້ໃຈໃຫ້ຢາກຮັ່ງຢາກມີ ແລະການຂົ່ມເຫງທີ່ຮຸນແຮງກໍຂັດຂວາງເພິ່ນບໍ່ໄດ້. (ລກ. 9:58; ຢຮ. 8:59) ເມື່ອເຮົາເຈິການທົດສອບຄວາມເຊື່ອ ເຮົາຈະຈົດຈໍ່ໃນວຽກປະກາດຕໍ່ໆໄປໄດ້ຖ້າເຮົາຈື່ຄຳແນະນຳຂອງອັກຄະສາວົກໂປໂລ. ລາວບອກຄລິດສະຕຽນໃຫ້ເຮັດຕາມຕົວຢ່າງຂອງພະເຢຊູເພື່ອເຂົາເຈົ້າຈະ “ບໍ່ທໍ້ຖອຍແລະບໍ່ຍອມແພ້”!—ຮຣ. 12:3
ໃຫ້ອົດທົນ
8. ຄວາມອົດທົນແມ່ນຫຍັງ ແລະເປັນຫຍັງຕ້ອງມີຄວາມອົດທົນເປັນພິເສດໃນຕອນນີ້?
8 ຄວາມອົດທົນແມ່ນການລໍຖ້າແບບໃຈເຢັນໆເພື່ອໃຫ້ສະພາບການໃດໜຶ່ງປ່ຽນໄປ. ເຮົາອາດຢາກໃຫ້ສະພາບການທີ່ບໍ່ດີໝົດໄປ ຫຼືເຮົາອາດກຳລັງລໍຖ້າໃຫ້ບາງຢ່າງທີ່ດີເກີດຂຶ້ນ ແຕ່ເຮົາກໍຕ້ອງອົດທົນ. ຜູ້ພະຍາກອນຫາບາກຸກຢາກໃຫ້ຄວາມຮຸນແຮງໃນຢູດາໝົດໄປ. (ຫາບາ. 1:2) ພວກລູກສິດຂອງພະເຢຊູຫວັງວ່າ “ການປົກຄອງຂອງພະເຈົ້າໃກ້ຈະມາແລ້ວ” ແລະຈະຊ່ອຍເຂົາເຈົ້າໃຫ້ຫຼຸດພົ້ນຈາກການປົກຄອງຂອງພວກໂຣມ. (ລກ. 19:11) ເຮົາຢາກເຫັນມື້ທີ່ການປົກຄອງຂອງພະເຈົ້າກຳຈັດຄວາມຊົ່ວໃຫ້ໝົດໄປແລະເຮັດໃຫ້ໂລກນີ້ມີແຕ່ຄົນທີ່ເຊື່ອຟັງພະເຈົ້າ. (2 ປຕ. 3:13) ແຕ່ເຮົາຕ້ອງອົດທົນແລະລໍຖ້າໃຫ້ພະເຢໂຫວາຈັດການ ເພາະເພິ່ນເປັນຜູ້ທີ່ກຳນົດເວລານັ້ນ. ໃຫ້ເບິ່ງບາງວິທີທີ່ພະເຢໂຫວາສອນເຮົາໃຫ້ເປັນຄົນອົດທົນ.
9. ມີຕົວຢ່າງຫຍັງແດ່ທີ່ສະແດງໃຫ້ເຫັນວ່າພະເຢໂຫວາອົດທົນ?
9 ພະເຢໂຫວາເປັນຕົວຢ່າງທີ່ດີທີ່ສຸດໃນເລື່ອງຄວາມອົດທົນ. ເພິ່ນໃຫ້ໂນອາມີເວລາພຽງພໍທີ່ຈະສ້າງເຮືອແລະຮັບໃຊ້ເປັນ “ຜູ້ປະກາດແນວທາງທີ່ຖືກຕ້ອງ.” (2 ປຕ. 2:5; 1 ປຕ. 3:20) ພະເຢໂຫວາຟັງອັບຣາຮາມຖາມບັກຫຼາຍໆເທື່ອໃນເລື່ອງທີ່ເພິ່ນຕັດສິນໃຈທຳລາຍເມືອງຊໍດົມແລະເມືອງໂຄໂມລາທີ່ຊົ່ວຮ້າຍ. (ຕົ້ນ. 18:20-33) ເປັນເວລາຫຼາຍຮ້ອຍປີທີ່ພະເຢໂຫວາໄດ້ອົດທົນກັບພວກອິດສະຣາເອນທີ່ບໍ່ສັດຊື່. (ນເຫ. 9:30, 31) ໃນທຸກມື້ນີ້ເຮົາເຫັນວ່າພະເຢໂຫວາມີຄວາມອົດທົນຫຼາຍ ເພາະເພິ່ນໃຫ້ທຸກຄົນມີເວລາພຽງພໍທີ່ຈະກັບໃຈ. (2 ປຕ. 3:9; ຢຮ. 6:44; 1 ຕມ. 2:3, 4) ຕົວຢ່າງຂອງພະເຢໂຫວາເຮັດໃຫ້ເຮົາມີເຫດຜົນທີ່ດີທີ່ຈະ ອົດທົນຕໍ່ໆໄປເມື່ອເຮົາປະກາດແລະສອນ. ເພິ່ນຍັງສອນເຮົາໃຫ້ເປັນຄົນອົດທົນໂດຍທາງຕົວຢ່າງປຽບທຽບເລື່ອງໜຶ່ງໃນຄຳພີໄບເບິນ.
10. ຕົວຢ່າງຂອງຊາວໄຮ່ຊາວນາໃນຢາໂກໂບ 5:7, 8 ສອນຫຍັງເຮົາ?
10 ອ່ານຢາໂກໂບ 5:7, 8. ຕົວຢ່າງຂອງຊາວໄຮ່ຊາວນາທີ່ປູກພືດສອນເຮົາໃຫ້ເປັນຄົນອົດທົນ. ພືດບາງຊະນິດໃຫຍ່ໄວ ແຕ່ພືດສ່ວນຫຼາຍໂດຍສະເພາະພືດທີ່ເປັນໝາກຈະໃຊ້ເວລາດົນຈຶ່ງເກັບກ່ຽວໄດ້. ລະດູປູກພືດໃນອິດສະຣາເອນມີປະມານ 6 ເດືອນ. ຊາວໄຮ່ຊາວນາຈະຫວ່ານພືດໃນຕົ້ນລະດູຝົນເຊິ່ງແມ່ນກາງເດືອນ 10 ແລະຈະເກັບກ່ຽວພືດໃນທ້າຍລະດູຝົນເຊິ່ງແມ່ນກາງເດືອນ 4. (ມຣກ. 4:28) ໃຫ້ເຮົາຮຽນແບບຄວາມອົດທົນຂອງຊາວໄຮ່ຊາວນາ. ແຕ່ການເຮັດແບບນີ້ອາດຈະບໍ່ງ່າຍ.
11. ຄວາມອົດທົນຈະຊ່ອຍເຮົາແນວໃດໃນວຽກປະກາດ?
11 ຕາມປົກກະຕິແລ້ວມະນຸດທີ່ບໍ່ສົມບູນແບບຢາກເຫັນຜົນຂອງວຽກທີ່ໂຕເອງເຮັດທັນທີໂລດ. ຖ້າເຮົາຢາກປູກພືດໃຫ້ໃຫຍ່ແລະເກັບກ່ຽວຜົນ ເຮົາຕ້ອງໄດ້ເບິ່ງແຍງມັນຕະຫຼອດເວລາໂດຍພູນດິນ ເສຍຫຍ້າ ແລະຫົດນ້ຳມັນ. ຖ້າເຮົາຢາກສອນຄົນໃຫ້ເຂົ້າມາເປັນລູກສິດ ເຮົາກໍຕ້ອງເຮັດແບບນີ້ຄືກັນ. ເຮົາຕ້ອງໃຊ້ເວລາເພື່ອຈະຊ່ອຍນັກສຶກສາຄຳພີໄບເບິນໃຫ້ຮຽນຮູ້ທີ່ຈະເປັນຄົນບໍ່ລຳອຽງແລະເປັນຄົນເຫັນອົກເຫັນໃຈ. ຄວາມອົດທົນຈະຊ່ອຍເຮົາບໍ່ໃຫ້ທໍ້ໃຈເມື່ອເຮົາໄປປະກາດແລ້ວຄົນບໍ່ຟັງ. ເຖິງວ່າມີບາງຄົນເຕັມໃຈຟັງເຮົາ ເຮົາກໍຍັງຕ້ອງອົດທົນຄືກັນ. ເຮົາບໍ່ສາມາດເລັ່ງນັກສຶກສາໃຫ້ມີຄວາມເຊື່ອໄວໆ. ບາງເທື່ອ ພວກລູກສິດຂອງພະເຢຊູກໍບໍ່ໄດ້ເຂົ້າໃຈທັນທີໃນສິ່ງທີ່ເພິ່ນສອນ. (ຢຮ. 14:9) ເຮົາເປັນຜູ້ປະກາດແລະຜູ້ສອນ ແຕ່ພະເຈົ້າເປັນຜູ້ຊ່ອຍຄົນໃຫ້ມີຄວາມເຊື່ອ.—1 ກຣ. 3:6
12. ເມື່ອປະກາດກັບຄົນໃນຄອບຄົວທີ່ບໍ່ມີຄວາມເຊື່ອ ເຮົາຈະເປັນຄົນອົດທົນໄດ້ແນວໃດ?
12 ເລື່ອງໜຶ່ງທີ່ຍາກສຳລັບເຮົາທີ່ຈະເປັນຄົນອົດທົນຜູ້ເທສະໜາປ່າວປະກາດ 3:7 ຊ່ອຍເຮົາໄດ້ ຂໍ້ນີ້ບອກວ່າ “ມີເວລາມິດປາກແລະມີເວລາເວົ້າ.” ການປະພຶດທີ່ດີຂອງເຮົາສາມາດຊ່ອຍຍາດພີ່ນ້ອງໃຫ້ຢາກຟັງຂ່າວສານທີ່ເຮົາປະກາດເຊິ່ງເປັນຄືກັບການໃຫ້ຄຳພະຍານແບບມິດໆ. ໃນເວລາດຽວກັນເຮົາກໍຕ້ອງພ້ອມສະເໝີທີ່ຈະບອກເຂົາເຈົ້າເລື່ອງພະເຢໂຫວາ. (1 ປຕ. 3:1, 2) ເມື່ອເຮົາປະກາດແລະສອນຢ່າງກະຕືລືລົ້ນ ເຮົາກໍຕ້ອງອົດທົນກັບທຸກຄົນລວມເຖິງຄົນໃນຄອບຄົວຂອງເຮົານຳ.
ແມ່ນຕອນທີ່ເຮົາປະກາດກັບຄົນໃນຄອບຄົວທີ່ບໍ່ມີຄວາມເຊື່ອ. ຫຼັກການໃນ13-14. ມີຕົວຢ່າງຫຍັງແດ່ທີ່ເຮົາສາມາດຮຽນແບບຄວາມອົດທົນໄດ້?
13 ເຮົາສາມາດຮຽນຮູ້ທີ່ຈະເປັນຄົນອົດທົນຈາກຕົວຢ່າງຂອງຄົນທີ່ສັດຊື່ໃນຄຳພີໄບເບິນ ແລະລວມເຖິງຄົນທີ່ສັດຊື່ໃນປັດຈຸບັນນຳ. ຫາບາກຸກຢາກໃຫ້ຄວາມຊົ່ວໝົດໄປ ແຕ່ລາວສະແດງຄວາມອົດທົນເມື່ອເວົ້າວ່າ: “ຂ້ອຍຈະຢືນເຝົ້າປະຈຳບ່ອນຕໍ່ໄປ.” (ຫາບາ. 2:1, ລ.ມ.) ອັກຄະສາວົກໂປໂລເວົ້າວ່າ ລາວຢາກໃຫ້ “ວຽກມອບໝາຍຂອງລາວສຳເລັດ” ແຕ່ລາວກໍອົດທົນ “ປະກາດຂ່າວດີຕໍ່ໆໄປ.”—ກຈກ. 20:24
14 ໃຫ້ເຮົາເບິ່ງຕົວຢ່າງຂອງຜົວເມຍຄູ່ໜຶ່ງທີ່ຈົບຈາກໂຮງຮຽນກິລຽດແລະຖືກມອບໝາຍໄປຮັບໃຊ້ໃນປະເທດທີ່ບໍ່ຄ່ອຍມີພະຍານພະເຢໂຫວາ ແລະເປັນເຂດທີ່ຄົນສ່ວນຫຼາຍບໍ່ໄດ້ນັບຖືສາສະໜາຄລິດສະຕຽນ ແລະມີໜ້ອຍຄົນທີ່ຢາກຮຽນຄຳພີໄບເບິນ. ກົງກັນຂ້າມ ພວກໝູ່ທີ່ຮຽນຢູ່ຫ້ອງດຽວກັນທີ່ຖືກສົ່ງໄປຮັບໃຊ້ໃນປະເທດອື່ນໄດ້ເລົ່າໃຫ້ຟັງວ່າ ເຂົາເຈົ້າສອນຄຳພີໄບເບິນໃຫ້ຫຼາຍຄົນແລະຊ່ອຍຄົນເຫຼົ່ານັ້ນໃຫ້ເຂົ້າມາເປັນພະຍານພະເຢໂຫວາ. ເຖິງວ່າຄົນສ່ວນຫຼາຍໃນເຂດນັ້ນຈະບໍ່ຟັງ ແຕ່ຜົວເມຍຄູ່ນີ້ກໍອົດທົນປະກາດຕໍ່ໆໄປ. ຫຼັງຈາກທີ່ປະກາດຢູ່ຫັ້ນ 8 ປີເຊິ່ງບໍ່ຄ່ອຍມີໃຜຢາກຟັງ ແຕ່ໃນທີ່ສຸດກໍມີນັກສຶກສາຄົນໜຶ່ງຂອງເຂົາເຈົ້າຮັບບັບເຕມາແລະເລື່ອງນີ້ເຮັດໃຫ້ເຂົາເຈົ້າມີຄວາມສຸກຫຼາຍ. ຕົວຢ່າງຂອງພີ່ນ້ອງໃນສະໄໝແຕ່ກີ້ແລະໃນສະໄໝນີ້ສອນຫຍັງເຮົາ? ຄົນທີ່ສັດຊື່ເຫຼົ່ານີ້ກະຕືລືລົ້ນຕໍ່ໆໄປ ແລະບໍ່ໄດ້ໃຫ້ມືຂອງເຂົາເຈົ້າເຊົາເມື່ອຍ ແລະພະເຢໂຫວາໃຫ້ລາງວັນເຂົາເຈົ້າທີ່ອົດທົນ. ຂໍໃຫ້ເຮົາ “ຮຽນແບບຄົນທີ່ໄດ້ຮັບສິ່ງທີ່ພະເຈົ້າສັນຍາເປັນລາງວັນເພາະພວກເຂົາມີຄວາມເຊື່ອແລະຄວາມອົດທົນ.”—ຮຣ. 6:10-12
ໃຫ້ມີຄວາມເຊື່ອທີ່ເຂັ້ມແຂງ
15. ຄວາມເຊື່ອເສີມຄວາມຕັ້ງໃຈຂອງເຮົາແນວໃດໃຫ້ປະກາດຕໍ່ໆໄປ?
15 ເຮົາເຊື່ອໃນເລື່ອງທີ່ເຮົາປະກາດ ດັ່ງນັ້ນ ເຮົາຈຶ່ງຢາກບອກໃຫ້ຫຼາຍຄົນຮູ້ຈັກເລື່ອງນີ້ເທົ່າທີ່ເຮົາຈະເຮັດໄດ້. ເຮົາເຊື່ອຄຳສັນຍາໃນຄຳພີໄບເບິນ. (ເພງ. 119:42; ເອຊາ. 40:8) ເຮົາເຫັນຄຳພະຍາກອນຕ່າງໆໃນຄຳພີໄບເບິນເກີດຂຶ້ນແທ້ໃນສະໄໝຂອງເຮົາ. ເຮົາເຫັນຊີວິດຂອງຫຼາຍຄົນດີຂຶ້ນເມື່ອເຂົາເຈົ້າເລີ່ມເອົາຄຳແນະນຳໃນຄຳພີໄບເບິນໄປໃຊ້. ຫຼັກຖານນີ້ເຮັດໃຫ້ເຮົາໝັ້ນໃຈວ່າທຸກຄົນຈຳເປັນຕ້ອງໄດ້ຍິນຂ່າວດີເລື່ອງການປົກຄອງຂອງພະເຈົ້າ.
16. ຕາມຄຳເພງ 46:1-3 ຄວາມເຊື່ອໃນພະເຢໂຫວາເສີມຄວາມຕັ້ງໃຈຂອງເຮົາແນວໃດໃຫ້ປະກາດຕໍ່ໆໄປ ແລະຄວາມເຊື່ອໃນພະເຢຊູຊ່ອຍເຮົາແນວໃດ?
16 ເຮົາຍັງເຊື່ອໃນພະເຢໂຫວາທີ່ເປັນແຫຼ່ງຂ່າວສານທີ່ເຮົາປະກາດ ແລະເຮົາເຊື່ອໃນພະເຢຊູຜູ້ທີ່ພະເຢໂຫວາມອບສິດອຳນາດໃຫ້ປົກຄອງໃນຖານະເປັນກະສັດ. (ຢຮ. 14:1) ບໍ່ວ່າເຮົາຈະເຈິສະພາບການແນວໃດ ພະເຢໂຫວາຈະເປັນ “ບ່ອນຫຼົບໄພແລະເປັນກຳລັງ” ໃຫ້ເຮົາ. (ອ່ານຄຳເພງ 46:1-3) ນອກຈາກນັ້ນ ເຮົາໝັ້ນໃຈວ່າພະເຢຊູກຳລັງຊີ້ນຳວຽກປະກາດຈາກສະຫວັນໂດຍໃຊ້ລິດເດດແລະອຳນາດທີ່ພະເຢໂຫວາມອບໃຫ້ເພິ່ນ.—ມທ. 28:18-20
17. ໃຫ້ຍົກຕົວຢ່າງວ່າເປັນຫຍັງເຮົາຕ້ອງປະກາດຕໍ່ໆໄປ.
17 ຄວາມເຊື່ອເຮັດໃຫ້ເຮົາໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາຜູ້ປ. 11:6) ຕົວຢ່າງເຊັ່ນ: ໃນແຕ່ລະມື້ມີຫຼາຍພັນຄົນຍ່າງກາຍໂຕະແລະລໍ້ວາງສະແດງປຶ້ມຂອງເຮົາ. ການປະກາດແບບນີ້ໄດ້ຜົນດີບໍ? ໄດ້ຜົນດີແທ້! ວຽກຮັບໃຊ້ ເດືອນພະຈິກ ປີ 2014 ບອກວ່າ ນັກຮຽນມະຫາວິທະຍາໄລຄົນໜຶ່ງຢາກຂຽນເລື່ອງກ່ຽວກັບພະຍານພະເຢໂຫວາ. ລາວຊອກຫໍປະຊຸມບໍ່ເຫັນ ແຕ່ລາວເຫັນໂຕະວາງສະແດງປຶ້ມຂອງເຮົາຢູ່ມະຫາວິທະຍາໄລ ແລະລາວຍັງໄດ້ຂໍ້ມູນເພື່ອຂຽນບົດຂອງລາວ. ໃນທີ່ສຸດ ລາວກໍຮັບບັບເຕມາເຂົ້າມາເປັນພະຍານພະເຢໂຫວາແລະຕອນນີ້ຮັບໃຊ້ເປັນໄພໂອເນຍປະຈຳ. ປະສົບການແບບນີ້ກະຕຸ້ນເຮົາໃຫ້ຢາກປະກາດຕໍ່ໆໄປເພາະເຮັດໃຫ້ເຫັນວ່າຍັງມີຄົນຢາກຟັງຂ່າວສານຂອງເຮົາ.
ຈະອວຍພອນຄວາມພະຍາຍາມຂອງເຮົາ ບາງເທື່ອກໍໃນວິທີທີ່ເຮົາບໍ່ຄາດຄິດ. (ໃຫ້ຕັ້ງໃຈປະກາດຕໍ່ໆໄປ
18. ເປັນຫຍັງເຮົາໝັ້ນໃຈວ່າວຽກປະກາດຈະຈົບເມື່ອຮອດເວລາທີ່ພະເຢໂຫວາຕ້ອງການ?
18 ເຮົາໝັ້ນໃຈໄດ້ວ່າວຽກປະກາດຈະຈົບເມື່ອຮອດເວລາທີ່ເໝາະສົມ. ໃຫ້ຄິດເຖິງສິ່ງທີ່ເກີດຂຶ້ນໃນສະໄໝຂອງໂນອາ. ພະເຢໂຫວາພິສູດໃຫ້ເຫັນວ່າເພິ່ນເປັນຜູ້ຮັກສາເວລາໄດ້ດີ. ປະມານ 120 ປີກ່ອນນ້ຳຖ້ວມໂລກ ພະເຢໂຫວາໄດ້ກຳນົດໄວ້ແລ້ວວ່າຈະໃຫ້ນ້ຳຖ້ວມຕອນໃດ. ຫຼາຍປີຕໍ່ມາ ພະເຢໂຫວາໄດ້ບອກໂນອາໃຫ້ສ້າງເຮືອ ແລະອາດຈະປະມານ 40 ຫຼື 50 ປີກ່ອນທີ່ນ້ຳຖ້ວມ ໂນອາໄດ້ເຮັດວຽກໜັກ. ເຖິງວ່າຈະບໍ່ມີໃຜຟັງໂນອາ ແຕ່ລາວກໍປະກາດຄຳເຕືອນຂອງພະເຢໂຫວາຕໍ່ໆໄປຈົນຮອດຕອນທີ່ເພິ່ນບອກໃຫ້ລາວເອົາສັດເຂົ້າໄປໃນເຮືອ. ເມື່ອຮອດເວລາ “ພະເຢໂຫວາໄດ້ງັບປະຕູ [ເຮືອ].”—ຕົ້ນ. 6:3; 7:1, 2, 16
19. ເຮົາສາມາດລໍຖ້າຫຍັງຖ້າເຮົາປະກາດຕໍ່ໆໄປ?
19 ອີກບໍ່ດົນ ພະເຢໂຫວາຈະໃຫ້ວຽກປະກາດສິ້ນສຸດລົງ. ຈາກນັ້ນ ເພິ່ນຈະທຳລາຍລະບົບຂອງຊາຕານແລະໃຫ້ມີໂລກໃໝ່ເຊິ່ງມີແຕ່ຄົນທີ່ເຊື່ອຟັງພະເຈົ້າ. ຈົນກວ່າຈະຮອດມື້ນັ້ນ ໃຫ້ເຮົາຮຽນແບບໂນອາ ຫາບາກຸກ ແລະຄົນອື່ນໆທີ່ບໍ່ໃຫ້ມືຂອງເຂົາເຈົ້າເຊົາເມື່ອຍ ນັ້ນຄືເຂົາເຈົ້າປະກາດຕໍ່ໆໄປ. ໃຫ້ເຮົາຈົດຈໍ່ໃນວຽກປະກາດ ອົດທົນ ແລະມີຄວາມເຊື່ອທີ່ເຂັ້ມແຂງໃນພະເຢໂຫວາແລະໃນຄຳສັນຍາຂອງເພິ່ນ.
ເພງ 75 “ຂ້ອຍຢູ່ນີ້ຂໍສົ່ງຂ້ອຍໄປ!”
^ ຂໍ້ 5 ບົດກ່ອນນີ້ໄດ້ກະຕຸ້ນນັກສຶກສາຄຳພີໄບເບິນທີ່ກ້າວໜ້າໃຫ້ຮັບເອົາຄຳເຊີນຂອງພະເຢຊູທີ່ໃຫ້ມາເປັນຜູ້ຊອກຫາຄົນ. ໃນບົດນີ້ເຮົາຈະເບິ່ງ 3 ວິທີທີ່ຜູ້ປະກາດທຸກຄົນທັງຜູ້ປະກາດໃໝ່ແລະຜູ້ປະກາດທີ່ມີປະສົບການແລ້ວຈະເສີມຄວາມຕັ້ງໃຈຂອງເຂົາເຈົ້າໃຫ້ຫຼາຍຂຶ້ນໃນການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າຕໍ່ໆໄປຈົນກວ່າພະເຢໂຫວາຈະບອກວ່າພໍແລ້ວ.
^ ຂໍ້ 2 ການອະທິບາຍສຳນວນ: ໃນບົດນີ້ ຄຳວ່າ “ຢ່າໃຫ້ມືຂອງເຈົ້າເຊົາເມື່ອຍ” ໝາຍຄວາມວ່າເຮົາຕ້ອງເສີມຄວາມຕັ້ງໃຈຂອງເຮົາໃຫ້ຫຼາຍຂຶ້ນທີ່ຈະປະກາດຂ່າວດີຕໍ່ໆໄປຈົນກວ່າພະເຢໂຫວາຈະບອກວ່າພໍແລ້ວ.
^ ຂໍ້ 5 “ວັນຂອງຜູ້ເປັນນາຍ” ເລີ່ມຕົ້ນຕອນທີ່ພະເຢຊູເປັນກະສັດໃນປີ 1914 ແລະຈະດຳເນີນຕໍ່ໄປຈົນຮອດທ້າຍການປົກຄອງ 1.000 ປີຂອງເພິ່ນ.