ຄຳຖາມຈາກຜູ້ອ່ານ
ອັກຄະສາວົກໂປໂລຂຽນວ່າ ພະເຢໂຫວາ ‘ຈະບໍ່ໃຫ້ທ່ານທັງຫຼາຍຖືກທົດລອງ [“ລໍ້ໃຈ,” ລ.ມ.] ຈົນເກີນຈະທົນໄດ້.’ (1 ໂກລິນໂທ 10:13) ນີ້ໝາຍຄວາມວ່າພະເຢໂຫວາຕັດສິນໃຈໄວ້ລ່ວງໜ້າບໍ ໃນສິ່ງໃດທີ່ເຮົາຈະອົດທົນໄດ້ ແລະຈາກນັ້ນກໍເລືອກວ່າຈະໃຫ້ເຮົາປະສົບກັບຄວາມຍາກລຳບາກແບບໃດແບບໜຶ່ງ?
ຖ້າເລື່ອງນີ້ເປັນຄວາມຈິງ ໃຫ້ຄິດເບິ່ງວ່າມັນຈະສົ່ງຜົນກະທົບແນວໃດຕໍ່ຊີວິດຂອງເຮົາ. ສົມມຸດວ່າລູກຊາຍຂອງພີ່ນ້ອງຄົນໜຶ່ງຂ້າຕົວຕາຍ. ແນ່ນອນວ່າພໍ່ຕ້ອງຫົວໃຈແຕກສະຫຼາຍ. ລາວຄົງສົງໄສວ່າພະເຢໂຫວາໄດ້ເບິ່ງໄປທີ່ອະນາຄົດແລະຕັດສິນໃຈວ່າລາວແລະເມຍຈະອົດທົນກັບເລື່ອງທີ່ໂສກເສົ້າເຊັ່ນນີ້ໄດ້. ໃນລະບົບນີ້ ພວກເຮົາຫຼາຍຄົນຈະປະສົບກັບເລື່ອງທີ່ໂສກເສົ້າ. ດັ່ງນັ້ນ ເຮົາຄວນເຊື່ອບໍວ່າພະເຢໂຫວາຄວບຄຸມທຸກສິ່ງທີ່ເກີດຂຶ້ນໃນຊີວິດເຮົາ?
ເມື່ອເບິ່ງ 1 ໂກລິນໂທ 10:13 ເຮົາຈະເຫັນວ່າຄຳພີໄບເບິນບໍ່ໄດ້ສະໜັບສະໜູນຄວາມຄິດທີ່ວ່າພະເຢໂຫວາຮູ້ລ່ວງໜ້າໃນສິ່ງທີ່ເຮົາຈະອົດທົນໄດ້ແລະຈາກນັ້ນກໍຕັດສິນໃຈວ່າຈະໃຫ້ເຮົາປະສົບກັບການທົດລອງແບບໃດ. ເປັນຫຍັງຈຶ່ງເວົ້າແນວນີ້? ໃຫ້ເຮົາເບິ່ງສີ່ເຫດຜົນນຳກັນ.
ເຫດຜົນທີໜຶ່ງ ພະເຢໂຫວາໃຫ້ມະນຸດມີສິດໃນການເລືອກ ນັ້ນຄືມີອິດສະຫຼະທີ່ຈະເລືອກ. ພະອົງຢາກໃຫ້ເຮົາຕັດສິນໃຈດ້ວຍຕົວເອງ. (ພະບັນຍັດ 30:19, 20; ໂຢຊວຍ 24:15) ຖ້າເຮົາຕັດສິນໃຈແບບທີ່ເຮັດໃຫ້ພະເຢໂຫວາພໍໃຈ ເຮົາກໍໄວ້ວາງໃຈໄດ້ວ່າພະອົງຈະຊີ້ນຳເຮົາ. (ສຸພາສິດ 16:9) ແຕ່ເມື່ອເຮົາຕັດສິນໃຈແບບທີ່ບໍ່ດີ ເຮົາກໍຈະໄດ້ຮັບຜົນຈາກການຕັດສິນໃຈນັ້ນ. (ຄາລາຊີ 6:7) ຖ້າພະເຢໂຫວາເລືອກວ່າຈະໃຫ້ເຮົາປະສົບກັບຄວາມຍາກລຳບາກແບບໃດ ນັ້ນໝາຍຄວາມວ່າເຮົາມີສິດໃນການເລືອກແທ້ໆບໍ?
ເຫດຜົນທີສອງ ພະເຢໂຫວາບໍ່ໄດ້ປົກປ້ອງເຮົາໄວ້ຈາກ “ເຫດການທີ່ບໍ່ຄາດຄິດ.” (ຜູ້ເທສະໜາປ່າວປະກາດ 9:11, ລ.ມ) ຄົນຜູ້ໜຶ່ງອາດປະສົບອຸບັດຕິເຫດຮ້າຍແຮງຍ້ອນຢູ່ຜິດບ່ອນຜິດເວລາ. ພະເຍຊູເວົ້າເຖິງເຫດການທີ່ເຮັດໃຫ້ 18 ຄົນຕາຍຍ້ອນຫໍຄອຍລົ້ມລົງມາທັບເຂົາເຈົ້າ. ພະອົງເຮັດໃຫ້ເຫັນແຈ້ງວ່າພະເຈົ້າບໍ່ໄດ້ເປັນຕົ້ນເຫດຂອງການຕາຍນີ້. (ລືກາ 13:1-5) ມັນບໍ່ມີເຫດຜົນທີ່ຈະຄິດວ່າກ່ອນອຸບັດຕິເຫດເກີດຂຶ້ນ ພະເຈົ້າໄດ້ຕັດສິນໃຈໄວ້ແລ້ວວ່າໃຜຈະຢູ່ຫຼືຕາຍ.
ເຫດຜົນທີສາມ ເຮົາແຕ່ລະຄົນຕ້ອງພິສູດຄວາມຈົງຮັກພັກດີຕໍ່ພະເຢໂຫວາ. ຊາຕານໄດ້ເວົ້າວ່າ ຄົນເຮົາຮັບໃຊ້ພະເຢໂຫວາຍ້ອນເຂົາເຈົ້າໄດ້ບາງສິ່ງຈາກພະອົງ. ຊາຕານອ້າງວ່າ ເຮົາຈະບໍ່ຮັກສາຄວາມພັກດີຕໍ່ພະເຢໂຫວາຖ້າເຮົາປະສົບກັບຄວາມຍາກລຳບາກ. (ໂຢບ 1:9-11; 2:4; ຄຳປາກົດ 12:10) ດັ່ງນັ້ນ ຖ້າພະເຢໂຫວາປົກປ້ອງເຮົາຈາກຄວາມຍາກລຳບາກບາງຢ່າງ ນັ້ນອາດເບິ່ງຄືວ່າຊາຕານເວົ້າຖືກ.
ເຫດຜົນທີສີ່ ພະເຢໂຫວາເລືອກທີ່ຈະບໍ່ຮູ້ທຸກສິ່ງເຊິ່ງຈະເກີດຂຶ້ນກັບເຮົາໃນອະນາຄົດ. ແນ່ນອນວ່າພະເຢໂຫວາສາມາດຮູ້ສິ່ງທີ່ຈະເກີດຂຶ້ນໃນອະນາຄົດຖ້າພະອົງຕ້ອງການຢາກຮູ້. (ເອຊາອີ 46:10) ແຕ່ຄຳພີໄບເບິນເຮັດໃຫ້ເຫັນວ່າພະອົງເລືອກທີ່ຈະບໍ່ຮູ້ທຸກສິ່ງລ່ວງໜ້າ. (ຕົ້ນເດີມ 18:20, 21; 22:12) ພະເຢໂຫວາມີຄວາມຮັກແລະຊອບທຳ ດັ່ງນັ້ນ ພະອົງຈຶ່ງບໍ່ເຂົ້າແຊກແຊງອິດສະຫຼະໃນການເລືອກຂອງເຮົາ.—ພະບັນຍັດ 32:4; 2 ໂກລິນໂທ 3:17
ໂປໂລໝາຍຄວາມວ່າແນວໃດເມື່ອເວົ້າວ່າ ພະເຢໂຫວາ ‘ຈະບໍ່ໃຫ້ທ່ານທັງຫຼາຍຖືກທົດລອງ [“ລໍ້ໃຈ,” ລ.ມ.] ຈົນເກີນຈະທົນໄດ້’? ໃນຂໍ້ນີ້ລາວກຳລັງອະທິບາຍເຖິງສິ່ງທີ່ພະເຢໂຫວາເຮັດໃນລະຫວ່າງທີ່ມີຄວາມຍາກລຳບາກ ບໍ່ແມ່ນກ່ອນມັນເກີດຂຶ້ນ. a (ເບິ່ງໄຂເງື່ອນ) ຖ້າເຮົາໄວ້ວາງໃຈພະເຢໂຫວາ ພະອົງຈະຊ່ວຍເຮົາໃຫ້ຜ່ານຜ່າຄວາມຍາກລຳບາກຕ່າງໆໃນຊີວິດ. (ຄຳເພງ 55:22) ເຮົາຈະເບິ່ງສອງເຫດຜົນທີ່ໂປໂລສາມາດເວົ້າແບບນີ້ໄດ້.
ເຫດຜົນທຳອິດ ຄວາມຍາກລຳບາກທີ່ເຮົາປະສົບແມ່ນ “ເກີດຂຶ້ນກັບຄົນອື່ນມາແລ້ວ, ລ.ມ.” ຕາບໃດທີ່ເຮົາຍັງມີຊີວິດຢູ່ໃນລະບົບຂອງຊາຕານ ເຮົາຈະປະສົບກັບສະພາບການທີ່ຫຍຸ້ງຍາກ ບາງເທື່ອເຖິງຂັ້ນຮ້າຍແຮງຊ້ຳ. ແຕ່ຖ້າເຮົາໄວ້ວາງໃຈພະເຢໂຫວາ ເຮົາກໍຈະອົດທົນກັບຄວາມຍາກລຳບາກເຫຼົ່ານີ້ແລະຮັກສາຄວາມພັກດີໄວ້ໄດ້. (1 ເປໂຕ 5:8, 9) ໃນຂໍ້ຕົ້ນໆຂອງ 1 ໂກລິນໂທບົດ 10 ໂປໂລ ຂຽນກ່ຽວກັບການທົດລອງບາງຢ່າງທີ່ຊາວອິດສະລາແອນປະສົບໃນປ່າທຸລະກັນດານ. (1 ໂກລິນໂທ 10:6-11) ຄົນທີ່ໄວ້ວາງໃຈພະເຢໂຫວາສາມາດອົດທົນກັບການທົດລອງເຫຼົ່ານັ້ນໄດ້ ແຕ່ຊາວອິດສະລາແອນບາງຄົນບໍ່ເຊື່ອຟັງພະອົງ. ເຂົາເຈົ້າບໍ່ໄດ້ຮັກສາຄວາມພັກດີຍ້ອນວ່າເຂົາເຈົ້າບໍ່ໄວ້ວາງໃຈພະອົງ.
ເຫດຜົນທີສອງ ‘ພະເຈົ້າສັດຊື່.’ ນີ້ໝາຍຄວາມວ່າແນວໃດ? ເມື່ອເຮົາເບິ່ງວິທີທີ່ພະເຢໂຫວາເບິ່ງແຍງຜູ້ຮັບໃຊ້ຂອງພະອົງໃນຕະຫຼອດປະຫວັດສາດທີ່ຜ່ານມາ ເຮົາເຫັນວ່າພະອົງຊ່ວຍເຫຼືອຢ່າງພັກດີຕໍ່ ‘ຄົນທີ່ຮັກພະອົງແລະທີ່ຖືຮັກສາຄຳສັ່ງຂອງພະອົງ.’ (ພະບັນຍັດ 7:9) ເຮົາຮຽນຮູ້ວ່າພະເຢໂຫວາຮັກສາຄຳສັນຍາຂອງພະອົງສະເໝີ. (ໂຢຊວຍ 23:14) ເຮົາໝັ້ນໃຈໄດ້ວ່າ (1) ພະເຢໂຫວາຈະບໍ່ປ່ອຍໃຫ້ຄວາມຍາກລຳບາກຕ່າງໆໜັກເກີນທີ່ເຮົາຈະອົດທົນໄດ້ ແລະ (2) ພະອົງຈະໃຫ້ເຮົາມີ “ທາງທີ່ໜີໄດ້” ຫຼືມີທາງອອກ.
ພີ່ນ້ອງຍິງຄົນໜຶ່ງອ່ານຄຳພີໄບເບິນ, ອະທິດຖານ ແລະພົບກັບຜູ້ເຖົ້າແກ່ສອງຄົນ
ພະເຢໂຫວາໃຫ້ມີ “ທາງທີ່ໜີໄດ້” ແນວໃດສຳລັບຄົນທີ່ໄວ້ວາງໃຈພະອົງ? ແນ່ນອນວ່າພະອົງສາມາດກຳຈັດຄວາມຍາກລຳບາກ. ແຕ່ຂໍໃຫ້ຈື່ສິ່ງທີ່ໂປໂລບອກ ພະເຢໂຫວາຈະ ‘ໃຫ້ມີທາງທີ່ໜີໄດ້ ເພື່ອທ່ານທັງຫຼາຍຈະອົດທົນໄດ້.’ ດັ່ງນັ້ນ ພະເຢໂຫວາຈະໃຫ້ເຮົາມີທາງອອກສະເໝີໂດຍເສີມກຳລັງເຮົາໃຫ້ຮັກສາຄວາມພັກດີ. ໃຫ້ເຮົາເບິ່ງບາງວິທີທີ່ພະອົງເຮັດເຊັ່ນນັ້ນ.
-
ພະເຢໂຫວາ “ໃຫ້ກຳລັງໃຈເຮົາທຸກຄັ້ງທີ່ພົບຄວາມຍາກລຳບາກ.” (2 ໂກລິນໂທ 1:3, 4, ລ.ມ.) ພະອົງເຮັດໃຫ້ຈິດໃຈແລະອາລົມຂອງເຮົາສະຫງົບໂດຍທາງຄຳພີໄບເບິນ ພະລັງບໍລິສຸດ ແລະຂ້າໃຊ້ຜູ້ສັດຊື່.—ມັດທາຍ 24:45; ໂຢຮັນ 14:16; ໂລມ 15:4
-
ພະເຢໂຫວາໃຊ້ພະລັງບໍລິສຸດໃຫ້ຊີ້ນຳເຮົາ. (ໂຢຮັນ 14:26) ພະລັງນີ້ສາມາດຊ່ວຍເຮົາໃຫ້ຈື່ເລື່ອງຕ່າງໆແລະຫຼັກການໃນພະຄຳພີເພື່ອເຮົາຈະຕັດສິນໃຈຢ່າງສຸຂຸມ.
-
ພະເຢໂຫວາໃຊ້ທູດສະຫວັນໃຫ້ຊ່ວຍເຫຼືອເຮົາ.—ເຫບເລີ 1:14
-
ພະເຢໂຫວາໃຊ້ພີ່ນ້ອງຊາຍຍິງໃຫ້ຊ່ວຍເຫຼືອເຮົາ. ເຂົາເຈົ້າເສີມກຳລັງເຮົາໂດຍທາງຄຳເວົ້າແລະການກະທຳ.—ໂກໂລດ 4:11
ດັ່ງນັ້ນ ເຮົາຮຽນຮູ້ຫຍັງຈາກຄຳເວົ້າຂອງໂປໂລໃນ 1 ໂກລິນໂທ 10:13? ເຮົາຮຽນຮູ້ວ່າພະເຢໂຫວາບໍ່ໄດ້ເລືອກວ່າຈະໃຫ້ເຮົາປະສົບກັບຄວາມຍາກລຳບາກແບບໃດ. ແຕ່ເຮົາໝັ້ນໃຈວ່າຖ້າເຮົາໄວ້ວາງໃຈພະອົງ ເຮົາກໍຈະອົດທົນກັບຄວາມຍາກລຳບາກຕ່າງໆໄດ້. ເຮົາຮູ້ວ່າພະອົງຈະໃຫ້ມີທາງອອກສະເໝີເພື່ອເຮົາຈະຮັກສາຄວາມພັກດີໄວ້ໄດ້.
a ຄຳພາສາເກັຣກທີ່ແປວ່າ “ຖືກລໍ້ໃຈ” ຍັງໝາຍເຖິງ “ການທົດລອງ” ຫຼື “ຄວາມຍາກລຳບາກ”.