ບົດ​ຄວາມ​ສຶກສາ​ທີ 27

ເພງ​ທີ 79 ສອນ​ພວກ​ເຂົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນຄົງ

ຊ່ວຍ​ນັກສຶກສາ​ໃຫ້​ຕັດສິນໃຈ​ຮັບໃຊ້​ພະ​ເຢໂຫວາ

ຊ່ວຍ​ນັກສຶກສາ​ໃຫ້​ຕັດສິນໃຈ​ຮັບໃຊ້​ພະ​ເຢໂຫວາ

“ມີ​ຄວາມ​ເຊື່ອ​ທີ່​ໝັ້ນຄົງ . . . ແລະ​ເຂັ້ມແຂງ.”1ກຣ. 16:13

ຈຸດ​ສຳຄັນ

ວິທີ​ທີ່​ເຮົາ​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ກ້າ​ປ່ຽນແປງ​ໂຕເອງ​ແລະ​ຮັບໃຊ້​ພະ​ເຢໂຫວາ.

1-2. (ກ) ເປັນ​ຫຍັງ​ນັກສຶກສາ​ບາງ​ຄົນ​ຈຶ່ງ​ລັງເລ​ທີ່​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

 ມີ​ຫຍັງ​ທີ່​ເຄີຍ​ເຮັດ​ໃຫ້​ເຈົ້າ​ລັງເລ​ທີ່​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ບໍ? ບາງ​ເທື່ອ​ເຈົ້າ​ອາດ​ຢ້ານ​ວ່າ​ຄົນ​ຢູ່​ບ່ອນ​ເຮັດ​ວຽກ ໝູ່ ຫຼື​ຄົນ​ໃນ​ຄອບຄົວ​ຈະ​ບໍ່​ມັກ​ເຈົ້າ. ຫຼື​ເຈົ້າ​ອາດ​ຮູ້ສຶກ​ວ່າ​ບໍ່​ສາມາດ​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ໄດ້. ຖ້າ​ເຈົ້າ​ເຄີຍ​ຮູ້ສຶກ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ເຂົ້າໃຈ​ວ່າ​ນັກສຶກສາ​ບາງ​ຄົນ​ຮູ້ສຶກ​ແນວ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ຍາກ​ສຳລັບ​ເຂົາເຈົ້າ​ທີ່​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ.

2 ພະ​ເຢຊູ​ຮູ້​ວ່າ​ການ​ຢ້ານ​ແບບ​ນັ້ນ​ອາດ​ເຮັດ​ໃຫ້​ບາງ​ຄົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. (ມທ. 13:20-22) ແຕ່​ພະ​ເຢຊູ​ກໍ​ພະຍາຍາມ​ຊ່ວຍ​ຄົນ​ເຫຼົ່າ​ນັ້ນ​ຕໍ່ໆ​ໄປ​ທີ່​ລັງເລ​ທີ່​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ. ໂດຍ​ທາງ​ສິ່ງ​ທີ່​ພະ​ເຢຊູ​ເຮັດ ເພິ່ນ​ວາງ​ຕົວຢ່າງ​ໃຫ້​ເຮົາ​ຮູ້​ວິທີ​ຊ່ວຍ​ຄົນ​ເຫຼົ່າ​ນັ້ນ (1) ໃຫ້​ຮູ້​ວ່າ​ສິ່ງ​ໃດ​ຂັດຂວາງ​ເຂົາເຈົ້າ​ບໍ່​ໃຫ້​ກ້າວໜ້າ (2) ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ (3) ໃຫ້​ຮູ້​ຈັກ​ຈັດ​ລຳດັບ​ຄວາມ​ສຳຄັນ ແລະ (4) ໃຫ້​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ການ​ຕໍ່ຕ້ານ. ເຮົາ​ຈະ​ຮຽນ​ແບບ​ວິທີ​ສອນ​ຂອງ​ພະ​ເຢຊູ​ແນວ​ໃດ​ເມື່ອ​ເຮົາ​ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!ເພື່ອ​ຊ່ວຍ​ນັກສຶກສາ​ໃຫ້​ຕັດສິນໃຈ​ທີ່​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ?

ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ວ່າ​ສິ່ງ​ໃດ​ຂັດຂວາງ​ລາວ​ບໍ່​ໃຫ້​ກ້າວໜ້າ

3. ອັນ​ໃດ​ອາດ​ເປັນ​ອຸປະສັກ​ຂັດຂວາງ​ນີໂກເດມ​ບໍ່​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ?

3 ນີໂກເດມ​ທີ່​ເປັນ​ຜູ້​ນຳ​ຄົນ​ສຳຄັນ​ຂອງ​ຄົນ​ຢິວ​ເຈິ​ກັບ​ອຸປະສັກ​ຢ່າງ​ໜຶ່ງ​ທີ່​ຂັດຂວາງ​ລາວ​ບໍ່​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ. ພະ​ເຢຊູ​ເລີ່ມ​ເຮັດ​ວຽກ​ປະກາດ​ພຽງ​ແຕ່ 6 ເດືອນ ນີໂກເດມ​ກໍ​ໝັ້ນໃຈ​ວ່າ​ພະ​ເຢຊູ​ເປັນ​ຜູ້​ທີ່​ພະເຈົ້າ​ສົ່ງ​ມາ. (ຢຮ. 3:1, 2) ແຕ່​ນີໂກເດມ​ລັກ​ໄປ​ຫາ​ພະ​ເຢຊູ​ຕອນ​ກາງຄືນ​ຍ້ອນ​ລາວ “ຢ້ານ​ພວກ​ຜູ້​ນຳ​ຄົນ​ຢິວ.” (ຢຮ. 7:13; 12:42) ລາວ​ອາດ​ຄິດ​ວ່າ​ຖ້າ​ລາວ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ລາວ​ຈະ​ສູນ​ເສຍ​ຖານະ​ຕຳແໜ່ງ. a

4. ພະ​ເຢຊູ​ຊ່ວຍ​ນີໂກເດມ​ແນວ​ໃດ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ລາວ​ເຮັດ​ຫຍັງ?

4 ນີໂກເດມ​ຮູ້​ຈັກ​ກົດໝາຍ​ຂອງ​ໂມເຊ​ດີ ແຕ່​ລາວ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ລາວ​ເຮັດ​ຫຍັງ. ພະ​ເຢຊູ​ຊ່ວຍ​ລາວ​ແນວ​ໃດ? ພະ​ເຢຊູ​ເຕັມໃຈ​ໃຊ້​ເວລາ​ລົມ​ກັບ​ລາວ​ເຖິງ​ວ່າ​ຈະ​ເປັນ​ຕອນ​ກາງຄືນ. ພະ​ເຢຊູ​ບອກ​ນີໂກເດມ​ແຈ້ງໆ​ວ່າ ເພື່ອ​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ ລາວ​ຕ້ອງ​ກັບໃຈ ຮັບ​ບັບເຕມາ ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ລູກ​ຂອງ​ພະເຈົ້າ.—ຢຮ. 3:5, 14-21

5. ເຮົາ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ຮູ້​ວ່າ​ສິ່ງ​ໃດ​ຂັດຂວາງ​ລາວ​ບໍ່​ໃຫ້​ຮັບໃຊ້​ພະ​ເຢໂຫວາ?

5 ເຖິງ​ວ່າ​ນັກສຶກສາ​ເຂົ້າໃຈ​ຄຳພີ​ໄບເບິນ​ດີ​ຢູ່​ແລ້ວ ແຕ່​ເຮົາ​ອາດ​ຕ້ອງ​ຊ່ວຍ​ລາວ​ໃຫ້​ຮູ້​ວ່າ​ສິ່ງ​ໃດ​ຂັດຂວາງ​ລາວ​ບໍ່​ໃຫ້​ຮັບໃຊ້​ພະ​ເຢໂຫວາ. ວຽກ​ອາຊີບ​ຫຼື​ການ​ຕໍ່ຕ້ານ​ຈາກ​ຄອບຄົວ​ອາດ​ເຮັດ​ໃຫ້​ລາວ​ບໍ່​ສາມາດ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ຄື​ກັບ​ພະ​ເຢຊູ ໃຫ້​ໃຊ້​ເວລາ​ກັບ​ນັກສຶກສາ. ເຮົາ​ອາດ​ຊວນ​ລາວ​ໄປ​ກິນ​ນັ້ນ​ກິນ​ນີ້​ນຳ​ກັນ ຫຼື​ໄປ​ຍ່າງ​ຫຼິ້ນ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ນຳ​ກັນ. ໃນ​ບັນຍາກາດ​ທີ່​ຜ່ອນຄາຍ​ແບບ​ນີ້​ລາວ​ອາດ​ຈະ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ລາວ​ມີ​ບັນຫາ​ຫຍັງ​ແດ່. ຈາກ​ນັ້ນ ໃຫ້​ກະຕຸ້ນ​ລາວ​ໃຫ້​ປ່ຽນແປງ​ໂຕເອງ ບໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ເຮົາ​ພໍໃຈ ແຕ່​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຮັກ​ພະ​ເຢໂຫວາ.

6. ເຈົ້າ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ກ້າ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້? (1 ໂກຣິນໂທ 16:13)

6 ເມື່ອ​ນັກສຶກສາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ໃຫ້​ໃຊ້​ຊີວິດ​ຕາມ​ມາດຕະຖານ​ໃນ​ຄຳພີ​ໄບເບິນ ລາວ​ກໍ​ກ້າ​ທີ່​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ໃນ​ຊີວິດ. (ອ່ານ 1 ໂກຣິນໂທ 16:13) ໜ້າທີ່​ຂອງ​ເຈົ້າ​ເປັນ​ຄື​ກັບ​ອາຈານ. ໃຫ້​ຄິດ​ຄືນ​ຕອນ​ທີ່​ເຈົ້າ​ຮຽນ​ໜັງສື ອາຈານ​ຜູ້​ໃດ​ທີ່​ເຈົ້າ​ມັກ​ຫຼາຍ​ທີ່​ສຸດ? ອາດ​ແມ່ນ​ຜູ້​ທີ່​ອົດທົນ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ໝັ້ນໃຈ​ວ່າ​ເຈົ້າ​ສາມາດ​ເຮັດ​ບາງ​ຢ່າງ​ໄດ້. ຄ້າຍຄື​ກັນ ຜູ້​ສອນ​ຄຳພີ​ໄບເບິນ​ທີ່​ດີ​ຈະ​ບໍ່​ພຽງ​ແຕ່​ສອນ​ນັກສຶກສາ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ລາວ​ເຮັດ​ຫຍັງ ແຕ່​ຍັງ​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ໝັ້ນໃຈ​ວ່າ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ລາວ​ສາມາດ​ປ່ຽນແປງ​ໂຕເອງ​ໄດ້. ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

ຊ່ວຍ​ນັກສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ

7. ພະ​ເຢຊູ​ຊ່ວຍ​ຄົນ​ທີ່​ຟັງ​ເພິ່ນ​ແນວ​ໃດ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

7 ພະ​ເຢຊູ​ຮູ້​ວ່າ​ຄວາມ​ຮັກ​ທີ່​ພວກ​ລູກສິດ​ມີ​ຕໍ່​ພະ​ເຢໂຫວາ​ຈະ​ກະຕຸ້ນ​ເຂົາເຈົ້າ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້. ເພິ່ນ​ຈຶ່ງ​ມັກ​ສອນ​ພວກ​ລູກສິດ​ໃນ​ສິ່ງ​ທີ່​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ: ພະ​ເຢຊູ​ສົມທຽບ​ພະ​ເຢໂຫວາ​ວ່າ​ເປັນ​ຄື​ກັບ​ພໍ່​ທີ່​ເອົາ​ສິ່ງ​ດີໆ​ໃຫ້​ລູກ. (ມທ. 7:9-11) ບາງ​ຄົນ​ທີ່​ຟັງ​ພະ​ເຢຊູ​ອາດ​ຢາກ​ມີ​ພໍ່​ທີ່​ມີ​ຄວາມ​ຮັກ​ຍ້ອນ​ເຂົາເຈົ້າ​ບໍ່​ເຄີຍ​ມີ​ພໍ່​ແບບ​ນັ້ນ. ໃຫ້​ຄິດ​ເບິ່ງ​ວ່າ​ເຂົາເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ພໍ່​ທີ່​ມີ​ຄວາມ​ຮັກ​ທີ່​ຕ້ອນຮັບ​ລູກ​ຊາຍ​ທີ່​ເຄີຍ​ໃຊ້​ຊີວິດ​ແບບ​ເສເພ​ກັບຄືນມາ​ໃນ​ຄອບຄົວ. ເຂົາເຈົ້າ​ຄື​ຊິ​ເຫັນ​ແທ້ໆ​ວ່າ​ພະ​ເຢໂຫວາ​ຮັກ​ມະນຸດ​ຫຼາຍ​ແລະ​ຢາກ​ຊ່ວຍ​ເຂົາເຈົ້າ.—ລກ. 15:20-24

8. ເຈົ້າ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ອີກ?

8 ເຈົ້າ​ກໍ​ສາມາດ​ຊ່ວຍ​ນັກສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ເນັ້ນ​ກ່ຽວກັບ​ຄຸນລັກສະນະ​ຕ່າງໆ​ຂອງ​ເພິ່ນ​ໃນ​ຕອນ​ທີ່​ເຈົ້າ​ສອນ. ທຸກ​ເທື່ອ​ທີ່​ສຶກສາ ໃຫ້​ຊ່ວຍ​ນັກສຶກສາ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ກຳລັງ​ຮຽນ​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ຕອນ​ທີ່​ຮຽນ​ເລື່ອງ​ຄ່າໄຖ່ ໃຫ້​ຊ່ວຍ​ນັກສຶກສາ​ໃຫ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄ່າໄຖ່​ຍ້ອນ​ເພິ່ນ​ຮັກ​ມະນຸດ​ທຸກ​ຄົນ​ແລະ​ລວມ​ເຖິງ​ລາວ​ນຳ. (ຣມ. 5:8; 1ຢຮ. 4:10) ເມື່ອ​ນັກສຶກສາ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຮັກ​ລາວ​ຫຼາຍ​ສ່ຳ​ໃດ ມັນ​ກໍ​ຈະ​ຊ່ວຍ​ລາວ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ອີກ.—ຄລຕ. 2:20

9. ອັນ​ໃດ​ຊ່ວຍ​ໄມເຄິ້ນ​ໃຫ້​ປ່ຽນແປງ​ໂຕເອງ?

9 ໃຫ້​ເບິ່ງ​ເລື່ອງ​ຂອງ​ໄມເຄິ້ນ​ທີ່​ຢູ່​ປະເທດ​ອິນໂດເນເຊຍ. ລາວ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ລາວ​ບໍ່​ໄດ້​ຮັບ​ບັບເຕມາ. ຕອນ​ອາຍຸ 18 ປີ ໄມເຄິ້ນ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະເທດ​ເປັນ​ຄົນ​ຂັບ​ລົດ​ບັນທຸກ. ຕໍ່​ມາ ລາວ​ໄດ້​ກັບ​ມາ​ອິນໂດເນເຊຍ​ເພື່ອ​ແຕ່ງດອງ ແລ້ວ​ລາວ​ກໍ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະເທດ​ອີກ ແຕ່​ເມຍ​ກັບ​ລູກ​ສາວ​ບໍ່​ໄດ້​ໄປ​ນຳ. ຕອນ​ທີ່​ໄມເຄິ້ນ​ຢູ່​ຕ່າງ​ປະເທດ ລູກ​ກັບ​ເມຍ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ແລະ​ເຂົາເຈົ້າ​ກໍ​ກ້າວໜ້າ. ຫຼັງ​ຈາກ​ທີ່​ແມ່​ຕາຍ ໄມເຄິ້ນ​ກໍ​ຕັດສິນໃຈ​ກັບ​ມາ​ບ້ານ​ເພື່ອ​ເບິ່ງແຍງ​ພໍ່ ແລະ​ລາວ​ໄດ້​ເລີ່ມ​ຮຽນ​ຄຳພີ​ໄບເບິນ. ຕອນ​ທີ່​ຮຽນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດ​ທີ 27 ສ່ວນ “ຮຽນ​ຮູ້​ຫຼາຍ​ຂຶ້ນ” ໄມເຄິ້ນ​ປະທັບໃຈ​ຫຼາຍ. ເມື່ອ​ລາວ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ວ່າ​ເພິ່ນ​ຕ້ອງ​ເຈັບ​ປວດ​ໃຈ​ຫຼາຍ​ແທ້ໆ​ທີ່​ເຫັນ​ພະ​ເຢຊູ​ທົນທຸກ​ທໍລະມານ ລາວ​ຈົນ​ໄຫ້. ເມື່ອ​ລາວ​ຮູ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຮັກ​ລາວ​ຫຼາຍ​ສ່ຳ​ໃດ ລາວ​ກໍ​ປ່ຽນແປງ​ໂຕເອງ​ແລະ​ຮັບ​ບັບເຕມາ.

ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ຈັກ​ຈັດ​ລຳດັບ​ຄວາມ​ສຳຄັນ

10. ພະ​ເຢຊູ​ຊ່ວຍ​ພວກ​ລູກສິດ​ແນວ​ໃດ​ໃຫ້​ຕັດສິນໃຈ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ? (ລູກາ 5:5-11) (ເບິ່ງ​ຮູບ​ນຳ)

10 ພວກ​ລູກສິດ​ລຸ້ນ​ທຳອິດ​ຂອງ​ພະ​ເຢຊູ​ຮູ້​ວ່າ​ເພິ່ນ​ເປັນ​ເມຊີອາ ແຕ່​ເຂົາເຈົ້າ​ຍັງ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ຈັດ​ໃຫ້​ວຽກ​ປະກາດ​ຂ່າວ​ດີ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ເປໂຕ​ກັບ​ອັນເດອາ​ໄດ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ໄລຍະ​ໜຶ່ງ​ແລ້ວ​ຕອນ​ທີ່​ເພິ່ນ​ຊວນ​ເຂົາເຈົ້າ​ໃຫ້​ຕິດຕາມ​ເພິ່ນ​ໄປ. (ມທ. 4:18, 19) ເຂົາເຈົ້າ​ເຮັດ​ທຸລະກິດ​ຫາ​ປາ​ນຳ​ກັນ​ກັບ​ຢາໂກໂບ​ແລະ​ໂຢຮັນ ແລະ​ທຸລະກິດ​ນີ້​ກໍ​ໄປ​ໄດ້​ດີ. (ມຣກ. 1:16-20) ແຕ່​ເປໂຕ​ກັບ​ອັນເດອາ​ໄດ້​ເຊົາ​ເຮັດ​ທຸລະກິດ​ນີ້​ເພື່ອ​ຈະ​ຕິດຕາມ​ພະ​ເຢຊູ​ໄປ. ຕອນ​ທີ່​ຕັດສິນໃຈ​ໃນ​ເລື່ອງ​ນີ້ ເຂົາເຈົ້າ​ຕ້ອງ​ແນ່​ໃຈ​ວ່າ​ເຂົາເຈົ້າ​ຍັງ​ຈະ​ສາມາດ​ເບິ່ງແຍງ​ຄອບຄົວ​ໄດ້​ຕອນ​ທີ່​ຕິດຕາມ​ພະ​ເຢຊູ. ອັນ​ໃດ​ຊ່ວຍ​ເຂົາເຈົ້າ​ໃຫ້​ຈັດ​ໃຫ້​ວຽກ​ປະກາດ​ສຳຄັນ​ກວ່າ​ການ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆ? ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ລູກາ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢຊູ​ໄດ້​ເຮັດ​ການ​ອັດສະຈັນ​ເພື່ອ​ໃຫ້​ເຂົາເຈົ້າ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ສາມາດ​ເບິ່ງແຍງ​ເຂົາເຈົ້າ​ໄດ້​ຖ້າ​ເຂົາເຈົ້າ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.—ອ່ານ​ລູກາ 5:5-11

ເຮົາ​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢຊູ​ຊ່ວຍ​ພວກ​ລູກສິດ​ໃຫ້​ຮູ້​ຈັກ​ຈັດ​ລຳດັບ​ຄວາມ​ສຳຄັນ? (ເບິ່ງ​ຂໍ້ 10) b


11. ເຮົາ​ຈະ​ໃຊ້​ປະສົບການ​ຂອງ​ໂຕເອງ​ແນວ​ໃດ​ເພື່ອ​ຊ່ວຍ​ນັກສຶກສາ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ​ຂຶ້ນ?

11 ເຮົາ​ເຮັດ​ການ​ອັດສະຈັນ​ບໍ່​ໄດ້​ຄື​ກັບ​ທີ່​ພະ​ເຢຊູ​ເຮັດ ແຕ່​ເຮົາ​ສາມາດ​ເລົ່າ​ປະສົບການ​ຂອງ​ພີ່ນ້ອງ​ໃຫ້​ນັກສຶກສາ​ຟັງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ແນວ​ໃດ​ເມື່ອ​ເຂົາເຈົ້າ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ຕົວຢ່າງ​ເຊັ່ນ: ເຈົ້າ​ຈື່​ບໍ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຈົ້າ​ແນວ​ໃດ​ຕອນ​ທີ່​ເຈົ້າ​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ? ບາງ​ເທື່ອ​ເຈົ້າ​ຕ້ອງ​ໄດ້​ໄປ​ຫາ​ຫົວໜ້າ​ແລະ​ອະທິບາຍ​ວ່າ​ເປັນ​ຫຍັງ​ເຈົ້າ​ເຮັດ​ວຽກ​ລ່ວງ​ເວລາ​ບໍ່​ໄດ້​ຖ້າ​ມັນ​ຕຳ​ກັບ​ໂມງ​ປະຊຸມ. ເມື່ອ​ເຈົ້າ​ເລົ່າ​ປະສົບການ​ໃຫ້​ນັກສຶກສາ​ຟັງ ໃຫ້​ບອກ​ນັກສຶກສາ​ວ່າ​ຄວາມ​ເຊື່ອ​ຂອງ​ເຈົ້າ​ເຂັ້ມແຂງ​ຂຶ້ນ​ແນວ​ໃດ​ເມື່ອ​ເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ຍ້ອນ​ເຈົ້າ​ເລືອກ​ໃຫ້​ການ​ນະມັດສະການ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ.

12. (ກ) ເປັນ​ຫຍັງ​ເຮົາ​ຄວນ​ຊວນ​ພີ່ນ້ອງ​ຫຼາຍໆ​ຄົນ​ມາ​ຮ່ວມ​ສຶກສາ​ນຳ? (ຂ) ເຮົາ​ຈະ​ໃຊ້​ວິດີໂອ​ແນວ​ໃດ​ເພື່ອ​ຊ່ວຍ​ນັກສຶກສາ? ຂໍ​ໃຫ້​ຍົກ​ຕົວຢ່າງ.

12 ນັກສຶກສາ​ຍັງ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ຄົນ​ອື່ນ​ວ່າ​ເຂົາເຈົ້າ​ປັບ​ປ່ຽນ​ຊີວິດ​ແນວ​ໃດ​ເພື່ອ​ຈັດ​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ. ໃຫ້​ຊວນ​ພີ່ນ້ອງ​ຫຼາຍໆ​ຄົນ​ມາ​ຮ່ວມ​ສຶກສາ​ນຳ. ຂໍ​ໃຫ້​ເຂົາເຈົ້າ​ເລົ່າ​ວ່າ​ເຂົາເຈົ້າ​ເຂົ້າ​ມາ​ໃນ​ຄວາມ​ຈິງ​ແນວ​ໃດ ແລະ​ເຂົາເຈົ້າ​ໄດ້​ເຮັດ​ຫຍັງ​ເພື່ອ​ຈັດ​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ນອກ​ຈາກ​ນັ້ນ ໃຫ້​ໃຊ້​ເວລາ​ກັບ​ນັກສຶກສາ​ເພື່ອ​ເບິ່ງ​ວິດີໂອ​ໃນ​ສ່ວນ “ຮຽນ​ຮູ້​ຫຼາຍ​ຂຶ້ນ” ຫຼື​ສ່ວນ “ເບິ່ງ​ເພີ່ມເຕີມ” ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ຕົວຢ່າງ​ເຊັ່ນ: ຕອນ​ທີ່​ຮຽນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດ​ທີ 37 ໃຫ້​ເບິ່ງ​ວິດີໂອ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ. ຈາກ​ນັ້ນ ໃຫ້​ລົມ​ກັນ​ກ່ຽວກັບ​ວິດີໂອ​ແລະ​ຊ່ວຍ​ນັກສຶກສາ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ​ເມື່ອ​ລາວ​ຈັດ​ໃຫ້​ເພິ່ນ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ການ​ຕໍ່ຕ້ານ

13. ພະ​ເຢຊູ​ກຽມ​ພວກ​ລູກສິດ​ແນວ​ໃດ​ສຳລັບ​ການ​ຕໍ່ຕ້ານ?

13 ພະ​ເຢຊູ​ບອກ​ພວກ​ລູກສິດ​ຫຼາຍ​ເທື່ອ​ວ່າ​ເຂົາເຈົ້າ​ຈະ​ເຈິ​ກັບ​ການ​ຕໍ່ຕ້ານ​ຈາກ​ຄົນ​ອື່ນ​ລວມ​ທັງ​ຈາກ​ຄົນ​ໃນ​ຄອບຄົວ​ນຳ. (ມທ. 5:11; 10:22, 36) ບໍ່​ດົນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ເຕືອນ​ພວກ​ລູກສິດ​ວ່າ​ເຂົາເຈົ້າ​ອາດ​ຈະ​ເຈິ​ການ​ຕໍ່ຕ້ານ​ຈົນ​ເຖິງຂັ້ນ​ຖືກ​ຂ້າ. (ມທ. 24:9; ຢຮ. 15:20; 16:2) ພະ​ເຢຊູ​ເຕືອນ​ເຂົາເຈົ້າ​ໃຫ້​ເຮັດ​ວຽກ​ປະກາດ​ຢ່າງ​ລະມັດລະວັງ. ເພິ່ນ​ບອກ​ເຂົາເຈົ້າ​ບໍ່​ໃຫ້​ຜິດ​ຖຽງ​ກັບ​ຜູ້​ທີ່​ເວົ້າ​ຕໍ່ຕ້ານ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ ແລະ​ໃຫ້​ເປັນ​ຄົນ​ສຸຂຸມ​ຮອບຄອບ​ເພື່ອ​ເຂົາເຈົ້າ​ຈະ​ປະກາດ​ຕໍ່ໆ​ໄປ​ໄດ້.

14. ເຮົາ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ກຽມ​ພ້ອມ​ສຳລັບ​ການ​ຕໍ່ຕ້ານ? (2 ຕີໂມທຽວ 3:12)

14 ເຮົາ​ສາມາດ​ຊ່ວຍ​ນັກສຶກສາ​ໃຫ້​ກຽມ​ພ້ອມ​ສຳລັບ​ການ​ຕໍ່ຕ້ານ​ໂດຍ​ບອກ​ລາວ​ວ່າ​ການ​ຕໍ່ຕ້ານ​ອາດ​ຈະ​ມາ​ຈາກ​ຄົນ​ຢູ່​ບ່ອນ​ເຮັດ​ວຽກ ໝູ່ ແລະ​ຄົນ​ໃນ​ຄອບຄົວ. (ອ່ານ 2 ຕີໂມທຽວ 3:12) ບາງ​ຄົນ​ຢູ່​ບ່ອນ​ເຮັດ​ວຽກ​ອາດ​ຈະ​ເຍາະເຍີ້ຍ​ທີ່​ລາວ​ພະຍາຍາມ​ໃຊ້​ຊີວິດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ຄົນ​ອື່ນໆ​ແລະ​ລວມ​ທັງ​ຄົນ​ໃນ​ຄອບຄົວ​ອາດ​ຈະ​ເວົ້າ​ໃຫ້​ລາວ​ກ່ຽວກັບ​ສິ່ງ​ທີ່​ລາວ​ຮຽນ​ໃນ​ຄຳພີ​ໄບເບິນ. ແຮ່ງ​ເຮົາ​ກຽມ​ນັກສຶກສາ​ຂອງ​ເຮົາ​ໄວ​ເທົ່າ​ໃດ​ໃຫ້​ຮູ້​ຈັກ​ຮັບມື​ກັບ​ການ​ຕໍ່ຕ້ານ ເຂົາເຈົ້າ​ກໍ​ແຮ່ງ​ຈະ​ຮູ້​ວິທີ​ຮັບມື​ເມື່ອ​ມັນ​ເກີດຂຶ້ນ.

15. ອັນ​ໃດ​ຈະ​ຊ່ວຍ​ນັກສຶກສາ​ໃຫ້​ຮັບມື​ກັບ​ການ​ຕໍ່ຕ້ານ​ຈາກ​ຄົນ​ໃນ​ຄອບຄົວ?

15 ຖ້າ​ນັກສຶກສາ​ຖືກ​ຄອບຄົວ​ຕໍ່ຕ້ານ ໃຫ້​ບອກ​ລາວ​ວ່າ​ບໍ່​ແມ່ນ​ເລື່ອງ​ແປກ​ທີ່​ເຈິ​ແບບ​ນີ້​ຍ້ອນ​ພະ​ເຢຊູ​ກໍ​ຖືກ​ບາງ​ຄົນ​ໃນ​ຄອບຄົວ​ເວົ້າ​ໃຫ້​ວ່າ​ເປັນ​ບ້າ. (ມຣກ. 3:21; ຢຮ. 7:5) ໃຫ້​ຊ່ວຍ​ນັກສຶກສາ​ຄິດ​ເຖິງ​ເຫດຜົນ​ວ່າ​ເປັນ​ຫຍັງ​ຄົນ​ໃນ​ຄອບຄົວ​ຈຶ່ງ​ບໍ່​ມັກ​ທີ່​ລາວ​ຮຽນ​ຄຳພີ​ໄບເບິນ. ເຂົາເຈົ້າ​ອາດ​ຄິດ​ວ່າ​ລາວ​ຈະ​ຖືກ​ຕົວະ ຫຼື​ອາດ​ເປັນ​ຍ້ອນ​ວ່າ​ເຂົາເຈົ້າ​ບໍ່​ມັກ​ພະຍານ​ພະ​ເຢໂຫວາ. ໃຫ້​ສອນ​ນັກສຶກສາ​ໃຫ້​ເປັນ​ຄົນ​ອົດທົນ​ແລະ​ຮູ້​ຈັກ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັບ​ຄົນ​ອື່ນ​ແລະ​ລວມ​ທັງ​ຄົນ​ໃນ​ຄອບຄົວ​ນຳ.

16. ເຮົາ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ເລົ່າ​ສິ່ງ​ທີ່​ລາວ​ຮຽນ​ຈາກ​ຄຳພີ​ໄບເບິນ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວ?

16 ຖ້າ​ຄົນ​ໃນ​ຄອບຄົວ​ຂອງ​ນັກສຶກສາ​ສົນໃຈ​ກ່ຽວກັບ​ສິ່ງ​ທີ່​ລາວ​ກຳລັງ​ຮຽນ​ໃນ​ຄຳພີ​ໄບເບິນ ດີ​ກວ່າ​ທີ່​ນັກສຶກສາ​ຈະ​ບໍ່​ອະທິບາຍ​ທຸກ​ເລື່ອງ​ບາດ​ດຽວ. ຖ້າ​ເຮັດ​ແບບ​ນັ້ນ ຄົນ​ໃນ​ຄອບຄົວ​ອາດ​ຈະ​ຮູ້ສຶກ​ວ່າ​ມັນ​ຫຼາຍ​ໂພດ ແລະ​ເຂົາເຈົ້າ​ອາດ​ຈະ​ບໍ່​ຢາກ​ລົມ​ກັບ​ລາວ​ອີກ. ສະນັ້ນ ໃຫ້​ບອກ​ນັກສຶກສາ​ທີ່​ຈະ​ເລົ່າ​ສິ່ງ​ທີ່​ລາວ​ຮຽນ​ຈາກ​ຄຳພີ​ໄບເບິນ​ໃນ​ແບບ​ທີ່​ເປີດ​ໂອກາດ​ໄວ້​ເພື່ອ​ຈະ​ລົມ​ກັນ​ຕໍ່​ເທື່ອ​ໜ້າ​ໄດ້. (ກລຊ. 4:6) ບາງ​ເທື່ອ​ນັກສຶກສາ​ອາດ​ຈະ​ບອກ​ຄົນ​ໃນ​ຄອບຄົວ​ໃຫ້​ເຂົ້າ​ໄປ​ເບິ່ງ​ເວັບໄຊ jw.org. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ຄົນ​ໃນ​ຄອບຄົວ​ໃຫ້​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ​ດ້ວຍ​ໂຕເອງ.

17. ເຈົ້າ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ຮູ້​ວິທີ​ຕອບ​ຄຳ​ຖາມ​ຂອງ​ຄົນ​ທີ່​ອາດ​ເຂົ້າໃຈ​ຜິດ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ? (ເບິ່ງ​ຮູບ​ນຳ)

17 ເຈົ້າ​ອາດ​ຈະ​ໃຊ້​ສ່ວນ “ຄຳ​ຖາມ​ທີ່​ພົບ​ເລື້ອຍໆ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ” ໃນ​ເວັບໄຊ jw.org ເພື່ອ​ຊ່ວຍ​ນັກສຶກສາ​ໃຫ້​ກຽມ​ຄຳ​ຕອບ​ແບບ​ງ່າຍໆ​ທີ່​ຄົນ​ໃນ​ຄອບຄົວ​ຫຼື​ຄົນ​ຢູ່​ບ່ອນ​ເຮັດ​ວຽກ​ອາດ​ຈະ​ຖາມ. (2ຕມ. 2:24, 25) ໃນ​ຕອນ​ທ້າຍ​ຂອງ​ການ​ສຶກສາ​ແຕ່​ລະ​ບົດ​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ໃຫ້​ທົບທວນ​ສ່ວນ “ບາງ​ຄົນ​ເວົ້າ​ວ່າ “ ຫຼື​ສ່ວນ “ບາງ​ຄົນ​ອາດ​ຖາມ​ວ່າ.” ກະຕຸ້ນ​ນັກສຶກສາ​ໃຫ້​ຝຶກ​ຊ້ອມ​ສ່ວນ​ນີ້​ເພື່ອ​ໃຫ້​ຮູ້​ວິທີ​ອະທິບາຍ​ແບບ​ທີ່​ເປັນ​ຄຳເວົ້າ​ຂອງ​ໂຕເອງ. ຖ້າ​ຈຳເປັນ ໃຫ້​ຊ່ວຍ​ນັກສຶກສາ​ຊອກ​ວິທີ​ອະທິບາຍ​ໃນ​ແບບ​ທີ່​ດີ​ກວ່າ. ການ​ຝຶກ​ຊ້ອມ​ແບບ​ນີ້​ກັບ​ນັກສຶກສາ​ຈະ​ຊ່ວຍ​ລາວ​ໃຫ້​ປົກປ້ອງ​ຄວາມ​ເຊື່ອ​ຂອງ​ໂຕເອງ​ດ້ວຍ​ຄວາມ​ໝັ້ນໃຈ.

ໃຫ້​ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ວິທີ​ປະກາດ​ໂດຍ​ຝຶກ​ຊ້ອມ​ກັບ​ລາວ​ຕອນ​ທີ່​ສຶກສາ​ນຳ​ກັນ (ເບິ່ງ​ຂໍ້ 17) c


18. ເຈົ້າ​ຈະ​ກະຕຸ້ນ​ນັກສຶກສາ​ແນວ​ໃດ​ໃຫ້​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ຮັບ​ບັບເຕມາ? (ມັດທາຍ 10:27)

18 ພະ​ເຢຊູ​ບອກ​ພວກ​ລູກສິດ​ຂອງ​ເພິ່ນ​ໃຫ້​ປະກາດ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຮູ້. (ອ່ານ​ມັດທາຍ 10:27) ແຮ່ງ​ນັກສຶກສາ​ເລີ່ມ​ປະກາດ​ໄວ​ເທົ່າ​ໃດ ລາວ​ກໍ​ແຮ່ງ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຮົາ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ເຮັດ​ຕາມ​ເປົ້າໝາຍ​ນີ້? ເມື່ອ​ມີ​ການ​ປະກາດ​ໃນ​ປະຊາຄົມ​ວ່າ​ຈະ​ມີ​ໂຄງ​ການ​ປະກາດ​ແບບ​ພິເສດ​ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ​ຫຼື​ການ​ປະຊຸມ​ພາກ ກະຕຸ້ນ​ນັກສຶກສາ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ລາວ​ຈະ​ສາມາດ​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ຜູ້​ປະກາດ. ໃຫ້​ບອກ​ນັກສຶກສາ​ວ່າ​ຕາມ​ປົກກະຕິ​ແລ້ວ​ມັນ​ງ່າຍ​ກວ່າ​ທີ່​ຈະ​ປະກາດ​ໃນ​ໄລຍະ​ທີ່​ມີ​ໂຄງ​ການ​ພິເສດ​ແບບ​ນີ້. ນອກ​ຈາກ​ນັ້ນ ໃຫ້​ກະຕຸ້ນ​ນັກສຶກສາ​ທີ່​ຈະ​ສະໝັກ​ເປັນ​ນັກ​ຮຽນ​ເພື່ອ​ເຮັດ​ສ່ວນ​ໃນ​ການ​ປະຊຸມ​ກາງ​ອາທິດ. ເມື່ອ​ເຮັດ​ແບບ​ນີ້ ລາວ​ຈະ​ຮຽນ​ຮູ້​ວິທີ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ໂຕເອງ​ໄດ້​ດີ​ຂຶ້ນ.

ເຮັດ​ໃຫ້​ນັກສຶກສາ​ເຫັນ​ວ່າ​ເຈົ້າ​ໝັ້ນໃຈ​ໃນ​ໂຕ​ລາວ

19. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ໝັ້ນໃຈ​ໃນ​ໂຕ​ພວກ​ລູກສິດ ແລະ​ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ແນວ​ໃດ?

19 ກ່ອນ​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ບອກ​ພວກ​ລູກສິດ​ວ່າ​ມີ​ມື້​ໜຶ່ງ​ເຂົາເຈົ້າ​ຈະ​ໄດ້​ຢູ່​ກັບ​ເພິ່ນ​ອີກ. ພວກ​ລູກສິດ​ບໍ່​ເຂົ້າໃຈ​ທີ່​ພະ​ເຢຊູ​ກຳລັງ​ບອກ​ວ່າ​ເຂົາເຈົ້າ​ຈະ​ໄດ້​ໄປ​ສະຫວັນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ພະ​ເຢຊູ​ເບິ່ງ​ທີ່​ຄວາມ​ພັກດີ​ຂອງ​ເຂົາເຈົ້າ ບໍ່​ແມ່ນ​ເບິ່ງ​ເລື່ອງ​ທີ່​ເຂົາເຈົ້າ​ສົງໄສ. (ຢຮ. 14:1-5, 8) ພະ​ເຢຊູ​ຮູ້​ວ່າ​ເຂົາເຈົ້າ​ຕ້ອງການ​ເວລາ​ເພື່ອ​ຈະ​ເຂົ້າໃຈ​ບາງ​ເລື່ອງ ເຊັ່ນ: ເລື່ອງ​ຄວາມ​ຫວັງ​ທີ່​ຈະ​ໄປ​ສະຫວັນ. (ຢຮ. 16:12) ເຮົາ​ກໍ​ຄື​ກັນ ເຮົາ​ຕ້ອງ​ເຮັດ​ໃຫ້​ນັກສຶກສາ​ເຫັນ​ວ່າ​ເຮົາ​ຮູ້​ວ່າ​ລາວ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.

ແຮ່ງ​ນັກສຶກສາ​ເລີ່ມ​ປະກາດ​ໄວ​ເທົ່າ​ໃດ ລາວ​ກໍ​ແຮ່ງ​ຈະ​ໄວ້​ວາງໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ

20. ພີ່ນ້ອງ​ຊິຟູນໂດ້​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ໝັ້ນໃຈ​ໃນ​ໂຕ​ນັກສຶກສາ?

20 ເຮົາ​ຕ້ອງ​ຫວັງ​ຢູ່​ສະເໝີ​ວ່າ​ນັກສຶກສາ​ຂອງ​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຍິງ​ຊື່​ຊິຟູນໂດ້​ຈາກ​ປະເທດ​ມາລາວີ. ລາວ​ເລີ່ມ​ສຶກສາ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ກັບ​ຜູ້​ຍິງ​ໄວລຸ້ນ​ຄົນ​ໜຶ່ງ​ຊື່​ອາລີນາເຟ​ທີ່​ເປັນ​ກາໂຕລິກ. ຫຼັງ​ຈາກ​ຮຽນ​ຈົບ​ບົດ​ທີ 14 ພີ່ນ້ອງ​ຊິຟູນໂດ້​ຖາມ​ນັກສຶກສາ​ວ່າ​ລາວ​ຄິດ​ແນວ​ໃດ​ກ່ຽວກັບ​ການ​ໃຊ້​ຮູບ​ບູຊາ​ໃນ​ການ​ນະມັດສະການ. ອາລີນາເຟ​ຮູ້ສຶກ​ບໍ່​ພໍໃຈ​ຫຼາຍ​ແລະ​ຕອບ​ວ່າ: “ມັນ​ເປັນ​ການ​ເລືອກ​ສ່ວນ​ໂຕ.” ພີ່ນ້ອງ​ຊິຟູນໂດ້​ຄິດ​ໃນ​ໃຈ​ວ່າ​ອາລີນາເຟ​ຊິ​ເຊົາ​ສຶກສາ​ບໍ ແຕ່​ລາວ​ກໍ​ອົດທົນ​ສຶກສາ​ກັບ​ອາລີນາເຟ​ຕໍ່​ໄປ​ໂດຍ​ຫວັງ​ວ່າ​ຮອດ​ຕອນ​ໃດ​ຕອນ​ໜຶ່ງ​ອາລີນາເຟ​ຈະ​ເຂົ້າໃຈ​ວ່າ​ການ​ໃຊ້​ຮູບ​ບູຊາ​ເປັນ​ສິ່ງ​ທີ່​ຜິດ. ສອງ​ສາມ​ເດືອນ​ຕໍ່​ມາ ພີ່ນ້ອງ​ຊິຟູນໂດ້​ຖາມ​ຄຳ​ຖາມ​ໃນ​ບົດ​ທີ 34 ທີ່​ຖາມ​ວ່າ: “ຕັ້ງແຕ່​ເຈົ້າ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ແລະ​ໄດ້​ຮູ້​ຈັກ​ກັບ​ພະ​ເຢໂຫວາ ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່?” ພີ່ນ້ອງ​ຊິຟູນໂດ້​ເລົ່າ​ໃຫ້​ຟັງ​ໃນ​ສິ່ງ​ທີ່​ອາລີນາເຟ​ຕອບ “ລາວ​ເວົ້າ​ເຖິງ​ຫຼາຍ​ຈຸດ​ທີ່​ດີ. ຈຸດ​ໜຶ່ງ​ແມ່ນ​ພະຍານ​ພະ​ເຢໂຫວາ​ບໍ່​ເຮັດ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ຜິດ.” ຕໍ່​ມາ​ບໍ່​ດົນ ອາລີນາເຟ​ກໍ​ເຊົາ​ນະມັດສະການ​ຮູບ​ບູຊາ​ແລະ​ມີ​ຄຸນສົມບັດ​ທີ່​ຈະ​ຮັບ​ບັບເຕມາ.

21. ເຮົາ​ຈະ​ຊ່ວຍ​ນັກສຶກສາ​ແນວ​ໃດ​ໃຫ້​ຕັດສິນໃຈ​ຮັບໃຊ້​ພະ​ເຢໂຫວາ?

21 ເຖິງ​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ເຮັດ​ໃຫ້​ມັນ​ໃຫຍ່” ແຕ່​ເຮົາ​ກໍ​ມີ​ໜ້າທີ່​ຊ່ວຍ​ນັກສຶກສາ​ໃຫ້​ກ້າວໜ້າ. (1ກຣ. 3:7) ເຮົາ​ບໍ່​ພຽງ​ແຕ່​ສອນ​ນັກສຶກສາ​ໃຫ້​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ລາວ​ເຮັດ​ເທົ່າ​ນັ້ນ ແຕ່​ເຮົາ​ຊ່ວຍ​ນັກສຶກສາ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ນຳ. ເຮົາ​ຍັງ​ກະຕຸ້ນ​ລາວ​ໃຫ້​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໂດຍ​ໃຫ້​ເພິ່ນ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ລາວ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສອນ​ນັກສຶກສາ​ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ​ເມື່ອ​ເຈິ​ກັບ​ການ​ຕໍ່ຕ້ານ. ເມື່ອ​ເຮົາ​ເຮັດ​ໃຫ້​ນັກສຶກສາ​ເຫັນ​ວ່າ​ເຮົາ​ໝັ້ນໃຈ​ໃນ​ໂຕ​ລາວ ເຮົາ​ກໍ​ຈະ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ຕັ້ງໃຈ​ທີ່​ຈະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ແລະ​ເລືອກ​ທີ່​ຈະ​ຮັບໃຊ້​ເພິ່ນ.

ເພງ​ທີ 55 ຢ່າ​ຢ້ານ​ພວກ​ເຂົາ​ເລີຍ!

a ສອງ​ປີ​ເຄິ່ງ​ຫຼັງ​ຈາກ​ທີ່​ນີໂກເດມ​ໄປ​ຫາ​ພະ​ເຢຊູ ລາວ​ຍັງ​ເປັນ​ສະມາຊິກ​ຂອງ​ສານ​ສູງ​ຂອງ​ຄົນ​ຢິວ​ຢູ່. (ຢຮ. 7:45-52) ນັກ​ປະຫວັດສາດ​ບາງ​ຄົນ​ຄິດ​ວ່າ​ນີໂກເດມ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຫຼັງ​ຈາກ​ທີ່​ເພິ່ນ​ຕາຍ​ແລ້ວ.—ຢຮ. 19:38-40

b ຄຳ​ອະທິບາຍ​ຮູບ: ເປໂຕ​ກັບ​ຄົນ​ອື່ນໆ​ປະຖິ້ມ​ທຸລະກິດ​ຫາ​ປາ​ຂອງ​ເຂົາເຈົ້າ​ເພື່ອ​ຈະ​ຕິດຕາມ​ພະ​ເຢຊູ​ໄປ.

c ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊ່ວຍ​ນັກສຶກສາ​ໃຫ້​ຮູ້​ວິທີ​ປະກາດ.