ຟັງສຽງແກໃນທຸກມື້ນີ້
ເຮົາທຸກຄົນເຊື່ອວ່າພະເຢໂຫວາກຳລັງຊີ້ນຳປະຊາຊົນຂອງພະອົງແລະໃຫ້ມີສິ່ງຈຳເປັນເພື່ອທີ່ເຂົາເຈົ້າຈະສາມາດສະໜິດກັບພະອົງໄດ້ໃນ “ສະໄໝສຸດທ້າຍ” ນີ້. (2 ຕມ. 3:1) ແຕ່ມັນກໍຂຶ້ນກັບເຮົາແຕ່ລະຄົນວ່າຈະເຊື່ອຟັງພະອົງຫຼືບໍ່. ເຮົາສາມາດປຽບທຽບສະຖານະການຂອງເຮົາເປັນຄືກັບຊາວອິດສະຣາເອນທີ່ຢູ່ໃນບ່ອນທຸລະກັນດານ. ເຂົາເຈົ້າຕ້ອງຟັງແລະເຮັດຕາມເມື່ອໄດ້ຍິນສຽງແກ.
ພະເຢໂຫວາບອກໃຫ້ໂມເຊເຮັດແກເງິນ 2 ອັນເພື່ອໃຊ້ “ເປົ່າແກເອີ້ນຊາວອິດສະຣາເອນມາປະຊຸມກັນ ແລະເປົ່າໃຫ້ສັນຍານວ່າຈະອອກເດີນທາງ.” (ຈົດເຊັນ. 10:2, ລ.ມ.) ປະໂລຫິດຈະເປົ່າແກໃນແບບທີ່ຕ່າງກັນເພື່ອໃຫ້ປະຊາຊົນຮູ້ວ່າຈະຕ້ອງເຮັດຫຍັງ. (ຈົດເຊັນ. 10:3-8) ທຸກມື້ນີ້ ປະຊາຊົນຂອງພະເຈົ້າກໍໄດ້ຮັບຄຳແນະນຳໃນຫຼາຍໆວິທີ. ໃຫ້ເຮົາມາເບິ່ງ 3 ວິທີທີ່ເຮົາຈະໄດ້ຮັບຄຳແນະນຳເຊິ່ງຄ້າຍຄືກັບການເປົ່າແກໃນສະໄໝກ່ອນ ເຊິ່ງ 3 ວິທີນັ້ນກໍຄື: ປະຊາຊົນຂອງພະເຈົ້າໃນທຸກມື້ນີ້ໄດ້ຖືກເອີ້ນໃຫ້ມາລວມກັນເປັນກຸ່ມໃຫຍ່ ຜູ້ດູແລໄດ້ຮັບການຝຶກອົບຮົມ ແລະມີການປ່ຽນແປງໃນອົງການເຊິ່ງສົ່ງຜົນຕໍ່ປະຊາຄົມຕ່າງໆ.
ເອີ້ນໃຫ້ມາລວມກັນເປັນກຸ່ມໃຫຍ່
ພວກປະໂລຫິດຈະເປົ່າແກທັງ 2 ອັນເມື່ອເຫັນວ່າພະເຢໂຫວາຢາກໃຫ້ “ຊາວອິດສະຣາເອນທັງໝົດ” ມາລວມກັນຢູ່ທາງທິດຕາເວັນອອກຂອງທາງເຂົ້າເຕັ້ນສັກສິດ. (ຈົດເຊັນ. 10:3, ລ.ມ.) ທຸກຕະກູນທີ່ຕັ້ງແຄ້ມຢູ່ອ້ອມຮອບເຕັ້ນສັກສິດເຊິ່ງແບ່ງອອກເປັນ 4 ຈຸດຈະໄດ້ຍິນສຽງແກນັ້ນ. ຄົນທີ່ຕັ້ງແຄ້ມຢູ່ໃກ້ປະຕູທາງເຂົ້າກໍຈະມາຮອດກ່ອນ ສ່ວນຄົນທີ່ຢູ່ໄກອອກໄປກໍຈະຕ້ອງໄດ້ໃຊ້ເວລາແລະຄວາມພະຍາຍາມເພື່ອຈະມາຮອດ. ບໍ່ວ່າເຂົ້າເຈົ້າຈະຢູ່ໃກ້ຫຼືໄກ ພະເຢໂຫວາກໍຢາກໃຫ້ເຂົາເຈົ້າທັງໝົດມາລວມກັນເພື່ອຈະໄດ້ຟັງຄຳແນະນຳຂອງພະອົງ.
ທຸກມື້ນີ້ເຮົາບໍ່ໄດ້ລວມຕົວກັນຢູ່ເຕັ້ນສັກສິດ ແຕ່ເຮົາຖືກເອີ້ນໃຫ້ມາລວມຕົວກັນກັບປະຊາຊົນຂອງພະເຈົ້າ. ນີ້ລວມເຖິງການປະຊຸມພາກແລະການປະຊຸມອື່ນໆເຊິ່ງເປັນບ່ອນທີ່ຈະໄດ້ຮັບການຊີ້ນຳແລະການສອນຈາກພະເຢໂຫວາ. ພະຍານພະເຢໂຫວາທີ່ຢູ່ຫຼາຍດິນແດນທົ່ວໂລກໄດ້ຮັບປະໂຫຍດຈາກການຈັດກຽມແບບດຽວກັນນີ້. ດັ່ງນັ້ນທຸກຄົນທີ່ມາປະຊຸມກັນຕາມທີ່ຖືກເອີ້ນກໍມີຄວາມສຸກ. ພີ່ນ້ອງບາງຄົນຕ້ອງເດີນທາງໄກກວ່າຄົນອື່ນ ແຕ່ເຂົາເຈົ້າກໍຮູ້ສຶກວ່າການອອກຄວາມພະຍາຍາມນັ້ນມັນຄຸ້ມຄ່າ.
ແລ້ວກຸ່ມໂດດດ່ຽວທີ່ຢູ່ໄກຈາກກຸ່ມໃຫຍ່ເດ ເຂົາເຈົ້າຈະໄດ້ຮັບປະໂຫຍດຄືກັນບໍ? ຍ້ອນເຕັກໂນໂລຊີໃນທຸກມື້ນີ້ທັນສະໄໝ ຫຼາຍຄົນຈຶ່ງໄດ້ຮັບປະໂຫຍດຈາກການຈັດກຽມນີ້ແລະຮູ້ສຶກວ່າຕົວເອງກໍໄດ້ເຂົ້າຮ່ວມການປະຊຸມໃຫຍ່ຄືກັນ. ຕົວຢ່າງ: ຕອນທີ່ຕົວແທນຈາກສຳນັກງານໃຫຍ່ມາຢ້ຽມຢາມສາຂາເບນິນ ໄດ້ມີການຖ່າຍທອດສັນຍານໄປທີ່ເມືອງແອັດລິດ ເຊິ່ງເປັນເມືອງທີ່ມີການຂຸດຄົ້ນບໍ່ແຮ່ໃນທະເລຊາຍຊາຮາຣາປະເທດນີເຊ. ຄົນທີ່ມາເບິ່ງການຖ່າຍທອດສັນຍານການປະຊຸມໃນມື້ນັ້ນມີພີ່ນ້ອງແລະຜູ້ສົນໃຈ
ທັງໝົດ 21 ຄົນ. ເຖິງວ່າເຂົາເຈົ້າຈະຢູ່ຫ່າງໄກແຕ່ເຂົາເຈົ້າຮູ້ສຶກວ່າຕົວເອງໄດ້ເຂົ້າຮ່ວມການປະຊຸມກັບກຸ່ມໃຫຍ່ເຊິ່ງມີຈຳນວນ 44.131 ຄົນ. ພີ່ນ້ອງຊາຍຄົນໜຶ່ງຂຽນວ່າ: “ເຮົາຂອບໃຈຫຼາຍແທ້ໆທີ່ໄດ້ຖ່າຍທອດສັນຍານການປະຊຸມນີ້. ມັນເຮັດໃຫ້ເຮົາເຫັນວ່າພວກເຈົ້າຮັກເຮົາຫຼາຍສ່ຳໃດ.”ເອີ້ນຜູ້ດູແລໃຫ້ມາຝຶກອົບຮົມ
ເມື່ອພວກປະໂລຫິດຊາວອິດສະຣາເອນເປົ່າແກອັນໜຶ່ງ “ສະເພາະຫົວໜ້າຕະກູນຕ່າງໆທີ່ເບິ່ງແຍງຫຼາຍພັນຄົນ” ຈະມາປະຊຸມກັນຢູ່ເຕັ້ນສັກສິດ. (ຈົດເຊັນ. 10:4, ລ.ມ.) ເຂົາເຈົ້າຈະໄດ້ຮັບການສອນຈາກໂມເຊ. ນັ້ນຈະຊ່ວຍເຂົາເຈົ້າໃຫ້ສາມາດເຮັດວຽກມອບໝາຍຕາມຕະກູນຂອງຕົວເອງໄດ້. ຖ້າເຈົ້າເປັນຜູ້ໜຶ່ງໃນຫົວໜ້າຕະກູນເຫຼົ່ານັ້ນ ເຈົ້າຄືຊິເຮັດທຸກຢ່າງທີ່ເຮັດໄດ້ເພື່ອຈະໄປຢູ່ບ່ອນນັ້ນແລະໄດ້ຮັບປະໂຫຍດຈາກການສອນບໍ່ແມ່ນບໍ?
ໃນທຸກມື້ນີ້ ຜູ້ດູແລໃນປະຊາຄົມບໍ່ແມ່ນ “ຫົວໜ້າຕະກູນ” ແລະເຂົາເຈົ້າຈະບໍ່ເຮັດຕົວເປັນນາຍເໜືອແກະຂອງພະເຈົ້າທີ່ເຂົາເຈົ້າເບິ່ງແຍງ. (1 ປຕ. 5:1-3) ແຕ່ເຂົາເຈົ້າຈະພະຍາຍາມເຮັດດີທີ່ສຸດເພື່ອເບິ່ງແຍງຝູງແກະຂອງພະເຈົ້າ. ດັ່ງນັ້ນ ເຂົາເຈົ້າຈຶ່ງພ້ອມຈະເຮັດຕາມເມື່ອຖືກເອີ້ນໃຫ້ຝຶກອົບຮົມ ເຊັ່ນ: ເຂົ້າໂຮງຮຽນພະລາດຊະກິດ. ໂຮງຮຽນນີ້ຈະຊ່ວຍຜູ້ດູແລໃຫ້ເຫັນວ່າຈະເບິ່ງແຍງເລື່ອງຕ່າງໆໃນປະຊາຄົມໃຫ້ດີຂຶ້ນໄດ້ແນວໃດ? ແລະຈະຊ່ວຍທັງຜູ້ດູແລແລະພີ່ນ້ອງໃນປະຊາຄົມສະໜິດກັບພະເຢໂຫວາຫຼາຍຂຶ້ນ. ເຖິງວ່າເຈົ້າຈະບໍ່ໄດ້ເຂົ້າຮ່ວມການຝຶກອົບຮົມນີ້ ແຕ່ເຈົ້າກໍຈະໄດ້ຮັບປະໂຫຍດເຊັ່ນດຽວກັນຈາກຄົນທີ່ໄດ້ເຂົ້າຮ່ວມມາແລ້ວ.
ເອີ້ນເພື່ອໃຫ້ປ່ຽນແປງ
ບາງເທື່ອປະໂລຫິດຊາວອິດສະຣາເອນຈະເປົ່າແກເປັນສຽງສູງຕ່ຳ ເພື່ອບອກທຸກຄົນທີ່ຢູ່ໃນແຄ້ມຮູ້ວ່າພະເຢໂຫວາຢາກໃຫ້ເຂົາເຈົ້າອອກເດີນທາງ. (ຈົດເຊັນ. 10:5, 6) ຕອນທີ່ພວກຊາວອິດສະຣາເອນຈະຍ້າຍແຄັ້ມ ເຂົາເຈົ້າຕ້ອງຈັດໃຫ້ເປັນລະບຽບ ແຕ່ການທີ່ຈະເຮັດແບບນັ້ນກໍບໍ່ແມ່ນເລື່ອງງ່າຍ. ແຕ່ຊາວອິດສະຣາເອນບາງຄົນຮູ້ສຶກວ່າບໍ່ຢາກຍ້າຍ. ຍ້ອນຫຍັງ?
ບາງຄົນອາດຈະຄິດວ່າຍ້າຍດຸໂພດ ແລະຍ້າຍແບບກະທັນຫັນໂພດ. “ບາງເທື່ອ ເມກກໍລອຍຢູ່ບ່ອນເກົ່າໃນຕອນແລງແລ້ວລອຍຂຶ້ນໄປໃນຕອນເຊົ້າ.” ບາງເທື່ອເມກກໍລອຍຢູ່ “2 ມື້ຫຼື 1 ເດືອນ ຫຼືດົນກວ່ານັ້ນ” ແລ້ວກໍຕ້ອງຍ້າຍອີກ. (ຈົດເຊັນ. 9:21, 22) ສະຫຼຸບແລ້ວເຂົາເຈົ້າຍ້າຍຈັກເທື່ອ? ໃນປຶ້ມຈົດເຊັນບັນຊີບົດ 33 ບອກວ່າເຂົ້າເຈົ້າໄດ້ຍ້າຍປະມານ 40 ເທື່ອ.
ບາງເທື່ອເຂົາເຈົ້າກໍຍ້າຍໄປຢູ່ບ່ອນທີ່ມີຮົ່ມເງົາເຊິ່ງເຢັນສະບາຍ ເນື່ອງຈາກບ່ອນທີ່ເຂົາເຈົ້າຢູ່ນັ້ນເປັນ “ບ່ອນທຸລະກັນດານ . . . ທີ່ກວ້າງໃຫຍ່ແລະເປັນຕາຢ້ານ.” (ບັນຍັດ. 1:19) ສະນັ້ນ ເຂົາເຈົ້າອາດຈະຄິດວ່າຖ້າຍ້າຍໄປບ່ອນໃໝ່ອາດຈະບໍ່ດີເທົ່າກັບບ່ອນເກົ່ານີ້.
ຕອນທີ່ຍ້າຍ ບາງຄົນຈະຕ້ອງໄດ້ອົດທົນລໍຖ້າເພື່ອຍ້າຍຕາມລຳດັບ. ເມື່ອໄດ້ຍິນສຽງເປົ່າແກເປັນສຽງສູງຕ່ຳ ກໍບໍ່ແມ່ນວ່າທຸກຄົນຈະຍ້າຍອອກພ້ອມກັນໝົດ. ສຽງນີ້ບອກໃຫ້ຮູ້ວ່າຕະກູນທີ່ຢູ່ທາງພາກຕາເວັນອອກເຊັ່ນວ່າ: ຕະກູນຢູດາ ອີຊາຄາ ແລະຊາບູໂລນຈະຍ້າຍອອກໄປກ່ອນ. (ຈົດເຊັນ. 2:3-7; 10:5, 6) ຈາກນັ້ນ ເມື່ອພວກປະໂລຫິດເປົ່າແກເປັນສຽງສູງຕ່ຳເທື່ອທີສອງ ສາມຕະກູນທີ່ຢູ່ທາງໃຕ້ກໍຈະເລີ່ມຍ້າຍອອກໄປ. ພວກປະໂລຫິດຈະຕ້ອງເປົ່າແກຢູ່ແບບນີ້ຈົນກວ່າທຸກຄົນຈະຍ້າຍອອກໄປໝົດ.
ບາງເທື່ອເຈົ້າກໍອາດຈະຮູ້ສຶກວ່າຍາກທີ່ຈະຍອມຮັບການປ່ຽນແປງໃນອົງການ. ຍ້ອນຫຍັງ? ຍ້ອນເຈົ້າອາດຮູ້ສຶກວ່າມັນມີການປ່ຽນແປງຫຼາຍໂພດ ຫຼືເຈົ້າອາດຈະຄິດວ່າແບບເກົ່າມັນກໍດີຢູ່ແລ້ວບໍ່ຈຳເປັນຕ້ອງປ່ຽນ. ບໍ່ວ່າຈະເຫດຜົນໃດກໍຕາມ ເຈົ້າກໍຕ້ອງອົດທົນແລະພ້ອມທີ່ຈະປັບປ່ຽນໄປນຳ. ຖ້າເຮັດຕາມການປ່ຽນແປງນີ້ເຮົາກໍຈະເຫັນຜົນດີ ແລະພະເຢໂຫວາກໍຈະອວຍພອນເຮົາ.
ໃນສະໄໝໂມເຊ ພະເຢໂຫວາໄດ້ຊີ້ນຳຫຼາຍລ້ານຄົນບໍ່ວ່າຈະເປັນຜູ້ຊາຍ ຜູ້ຍິງ ແລະເດັກນ້ອຍໃຫ້ຜ່ານຖິ່ນທຸລະກັນດານໄປໄດ້. ຖ້າພະເຢໂຫວາບໍ່ຊ່ວຍ ເຂົາເຈົ້າກໍຄົງຈະບໍ່ລອດ. ໃນທຸກມື້ນີ້ພະເຢໂຫວາກໍໄດ້ຊີ້ນຳເຮົາໃຫ້ລອດຜ່ານສະໄໝສຸດທ້າຍນີ້ ແລະຊ່ວຍເຮົາໃຫ້ສະໜິດກັບພະອົງແລະມີຄວາມເຊື່ອເຂັ້ມແຂງຂຶ້ນ!