ບົດຄວາມສຶກສາທີ 20
ເພງທີ 67 “ຈົ່ງປະກາດພະຄຳ”
ໃຫ້ຄວາມຮັກກະຕຸ້ນເຈົ້າໃຫ້ປະກາດຕໍ່ໆໄປ
“ກ່ອນທີ່ຈຸດຈົບຈະມາຮອດ ຈະຕ້ອງມີການປະກາດຂ່າວດີກັບຄົນທຸກຊາດກ່ອນ.”—ມຣກ. 13:10
ຈຸດສຳຄັນ
ຄວາມຮັກກະຕຸ້ນເຮົາແນວໃດໃຫ້ປະກາດຢ່າງກະຕືລືລົ້ນແລະສຸດຄວາມສາມາດ.
1. ເຮົາໄດ້ຮຽນຫຍັງຈາກການປະຊຸມປະຈຳປີ 2023?
ໃນການປະຊຸມປະຈຳປີ 2023 a ມີການປັບປ່ຽນຄວາມເຂົ້າໃຈໃໝ່ແລະມີການປະກາດທີ່ໜ້າຕື່ນເຕັ້ນກ່ຽວກັບວຽກປະກາດຂອງເຮົາ. ຕົວຢ່າງເຊັ່ນ: ເຮົາໄດ້ຮຽນວ່າບາງຄົນອາດມີໂອກາດມາຢູ່ຝ່າຍພະເຢໂຫວາແມ່ນແຕ່ຫຼັງຈາກບາບີໂລນໃຫຍ່ຖືກທຳລາຍແລ້ວ ແລະເຮົາຍັງໄດ້ຮຽນວ່າຕັ້ງແຕ່ເດືອນພະຈິກ 2023 ຜູ້ປະກາດທຸກຄົນບໍ່ຕ້ອງຂຽນບອກທຸກຢ່າງທີ່ເຂົາເຈົ້າເຮັດໃນວຽກປະກາດ. ການປັບປ່ຽນເຫຼົ່ານີ້ເຮັດໃຫ້ວຽກປະກາດຂອງເຮົາເປັນເລື່ອງທີ່ບໍ່ດ່ວນແລະບໍ່ສຳຄັນປານໃດບໍ? ບໍ່ແມ່ນແບບນັ້ນ!
2. ໃນແຕ່ລະມື້ທີ່ຜ່ານໄປເປັນຫຍັງວຽກປະກາດຂອງເຮົາຈຶ່ງເປັນເລື່ອງທີ່ດ່ວນຫຼາຍຂຶ້ນ? (ມາຣະໂກ 13:10)
2 ໃນແຕ່ລະມື້ທີ່ຜ່ານໄປວຽກປະກາດຂອງເຮົາກໍແຮ່ງເປັນເລື່ອງທີ່ດ່ວນຫຼາຍຂຶ້ນ. ຍ້ອນຫຍັງ? ຍ້ອນເວລາກຳລັງຈະໝົດແລ້ວ. ໃຫ້ສັງເກດສິ່ງທີ່ພະເຢຊູເວົ້າກ່ຽວກັບວຽກປະກາດຂອງເຮົາໃນສະໄໝສຸດທ້າຍ. (ອ່ານມາຣະໂກ 13:10) ໃນປຶ້ມມັດທາຍ ພະເຢຊູບອກວ່າຈະມີການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປທົ່ວໂລກກ່ອນ “ຈຸດຈົບ” ຈະມາຮອດ. (ມທ. 24:14) ຈຸດຈົບນີ້ໝາຍເຖິງຈຸດຈົບຂອງໂລກຊົ່ວຂອງຊາຕານ. ພະເຢໂຫວາໄດ້ກຳນົດ “ວັນແລະເວລາ” ໄວ້ແລ້ວວ່າຈະເກີດຫຍັງຂຶ້ນໃນໄວໆນີ້. (ມທ. 24:36; 25:13; ກຈກ. 1:7) ເມື່ອເວລາຜ່ານໄປໃນແຕ່ລະມື້ ເຮົາກໍແຮ່ງຫຍັບເຂົ້າໃກ້ຈຸດຈົບນັ້ນຫຼາຍຂຶ້ນ. (ຣມ. 13:11) ດັ່ງນັ້ນ ເຮົາຕ້ອງປະກາດຕໍ່ໆໄປຈົນກວ່າຈຸດຈົບຈະມາຮອດ.
3. ອັນໃດກະຕຸ້ນເຮົາໃຫ້ປະກາດ?
3 ມີຄຳຖາມສຳຄັນຄຳຖາມໜຶ່ງທີ່ເຮົາທຸກຄົນຕ້ອງຄິດເຖິງກ່ຽວກັບວຽກປະກາດ ນັ້ນແມ່ນ ເປັນຫຍັງເຮົາປະກາດຂ່າວດີ? ເຮົາປະກາດຂ່າວດີຍ້ອນຄວາມຮັກກະຕຸ້ນເຮົາໃຫ້ເຮັດແບບນັ້ນ. ເມື່ອເຮົາປະກາດ ເຮົາສະແດງໃຫ້ເຫັນວ່າເຮົາຮັກຂ່າວດີ ຮັກຄົນອື່ນ ແລະສິ່ງທີ່ສຳຄັນທີ່ສຸດເຮົາຮັກພະເຢໂຫວາແລະຊື່ຂອງເພິ່ນ. ໃຫ້ເຮົາມາເບິ່ງແຕ່ລະຢ່າງນຳກັນ.
ເຮົາປະກາດຍ້ອນເຮົາຮັກຂ່າວດີ
4. ເຈົ້າຮູ້ສຶກແນວໃດຕອນທີ່ໄດ້ຍິນຂ່າວດີ?
4 ເຈົ້າຈື່ໄດ້ບໍວ່າເຈົ້າຮູ້ສຶກແນວໃດຕອນໄດ້ຍິນຂ່າວດີ ເຊັ່ນ: ມີແອນ້ອຍເກີດໃໝ່ໃນຄອບຄົວຫຼືເຈົ້າໄດ້ວຽກຕາມທີ່ເຈົ້າຕ້ອງການ? ແນ່ນອນວ່າເຈົ້າຈະບອກຄົນໃນຄອບຄົວແລະໝູ່ໃຫ້ຮູ້ເລື່ອງນີ້. ຕອນທີ່ເຈົ້າໄດ້ຍິນຂ່າວດີທີ່ສຸດເຊິ່ງກໍຄືຂ່າວດີເລື່ອງການປົກຄອງຂອງພະເຈົ້າ ເຈົ້າຮູ້ສຶກແບບນັ້ນຄືກັນບໍ?
5. ເຈົ້າຮູ້ສຶກແນວໃດຕອນທີ່ໄດ້ຮຽນຄວາມຈິງໃນຄຳພີໄບເບິນເປັນເທື່ອທຳອິດ? (ເບິ່ງຮູບນຳ)
5 ໃຫ້ຄິດຄືນຕອນທີ່ເຈົ້າໄດ້ຮຽນຄວາມຈິງໃນຄຳພີໄບເບິນເປັນເທື່ອທຳອິດ. ເຈົ້າຮູ້ສຶກແນວໃດ? ເຈົ້າໄດ້ຮູ້ວ່າພະເຢໂຫວາຮັກເຈົ້າຫຼາຍ ເພິ່ນຢາກໃຫ້ເຈົ້າເຂົ້າມາເປັນສ່ວນໜຶ່ງໃນຄອບຄົວຂອງເພິ່ນ. ເພິ່ນສັນຍາວ່າຄວາມເຈັບປ່ວຍແລະຄວາມທຸກລຳບາກຈະໝົດໄປ ແລະເຈົ້າມີຄວາມຫວັງທີ່ຈະເຈິກັບຄົນທີ່ເຈົ້າຮັກເຊິ່ງຕາຍໄປແລ້ວຈະກັບມາມີຊີວິດອີກໃນໂລກໃໝ່ ແລະເຈົ້າຍັງໄດ້ຮຽນເລື່ອງອື່ນໆອີກ. (ມຣກ. 10:29, 30; ຢຮ. 5:28, 29; ຣມ. 8:38, 39; ພນມ. 21:3, 4) ຄວາມຈິງເຫຼົ່ານີ້ໃຫ້ກຳລັງໃຈເຈົ້າຫຼາຍແທ້ໆ. (ລກ. 24:32) ເຈົ້າຮັກສິ່ງທີ່ໄດ້ຮຽນແລະຢາກບອກທຸກຄົນໃຫ້ຮູ້ເລື່ອງນີ້ຄືກັນ.—ສົມທຽບກັບເຢເຣມີຢາ 20:9
6. ເຈົ້າໄດ້ຮຽນຫຍັງຈາກເລື່ອງຂອງເອີເນດສ໌ແລະໂຣດສ໌?
6 ໃຫ້ເຮົາເບິ່ງເລື່ອງຂອງເອີເນດສ໌ນຳກັນ. b ຕອນລາວອາຍຸ 10 ປີ ພໍ່ຂອງລາວຕາຍ. ລາວເລົ່າວ່າ: “ຕອນນັ້ນຂ້ອຍສົງໄສວ່າ ‘ພໍ່ໄປສະຫວັນແລ້ວບໍ? ຫຼືພໍ່ຫາຍສາບສູນຕະຫຼອດໄປ?’ ຂ້ອຍອິດສາເດັກນ້ອຍຄົນ ອື່ນທີ່ຍັງມີພໍ່.” ເອີເນດສ໌ໄປປ່າຊ້າເລື້ອຍໆແລະຄູ້ເຂົ່າລົງຕໍ່ໜ້າບ່ອນຝັງສົບຂອງພໍ່ແລ້ວອະທິດຖານວ່າ: “ພະເຈົ້າເອີ້ຍ ລູກຢາກຮູ້ແທ້ໆວ່າຕອນນີ້ພໍ່ຂອງລູກຢູ່ໃສ.” ປະມານ 17 ປີຫຼັງຈາກທີ່ພໍ່ຂອງເອີເນດສ໌ຕາຍ ມີພະຍານພະເຢໂຫວາສະເໜີທີ່ຈະສອນຄຳພີໄບເບິນໃຫ້ລາວແລະລາວກໍຕົກລົງຮຽນທັນທີ. ເອີເນດສ໌ຕື່ນເຕັ້ນຫຼາຍທີ່ໄດ້ຮຽນຈາກຄຳພີໄບເບິນວ່າຄົນຕາຍແລ້ວບໍ່ຮູ້ຫຍັງເລີຍ ເຂົາເຈົ້າເປັນຄືກັນຄົນທີ່ນອນຫຼັບແຈບ ແລະລາວຍັງໄດ້ຮຽນເລື່ອງຄຳສັນຍາໃນຄຳພີໄບເບິນທີ່ບອກວ່າໃນອະນາຄົດຄົນຕາຍຈະຖືກປຸກໃຫ້ກັບມາມີຊີວິດອີກ. (ປຍຈ. 9:5, 10; ກຈກ. 24:15) ໃນທີ່ສຸດ ລາວກໍໄດ້ຄຳຕອບສຳລັບຄຳຖາມທີ່ລາວຢາກຮູ້ມາດົນແລ້ວ! ເອີເນດສ໌ມີຄວາມສຸກຫຼາຍກັບການຮຽນຄວາມຈິງໃນຄຳພີໄບເບິນ. ໂຣດສ໌ເມຍຂອງລາວກໍຮຽນນຳກັນກັບລາວ ແລະໂຣດສ໌ກໍມັກສິ່ງທີ່ໄດ້ຮຽນຄືກັນ. ໃນປີ 1978 ເຂົາເຈົ້າກໍຮັບບັບເຕມາ. ເຂົາເຈົ້າໄດ້ປະກາດກັບຄົນໃນຄອບຄົວ ໝູ່ ແລະຄົນອື່ນໆກ່ຽວກັບສິ່ງທີ່ເຂົາເຈົ້າໄດ້ຮຽນ. ຜົນກໍຄື ເຂົາເຈົ້າໄດ້ຊ່ວຍຫຼາຍກວ່າ 70 ຄົນໃຫ້ກ້າວໜ້າຈົນຮັບບັບເຕມາ.
7. ເມື່ອເຮົາຮັກຄວາມຈິງໃນຄຳພີໄບເບິນ ເຮົາຈຶ່ງຢາກເຮັດຫຍັງ? (ລູກາ 6:45)
7 ເມື່ອເຮົາຮັກຄວາມຈິງໃນຄຳພີໄບເບິນ ເຮົາກໍອົດບໍ່ໄດ້ທີ່ຈະບໍ່ບອກໃຫ້ຄົນອື່ນຮູ້. (ອ່ານລູກາ 6:45) ເຮົາຮູ້ສຶກຄືກັບພວກລູກສິດຂອງພະເຢຊູໃນສະຕະວັດທຳອິດທີ່ເວົ້າວ່າ: “ພວກເຮົາເຊົາເວົ້າເລື່ອງທີ່ໄດ້ເຫັນແລະໄດ້ຍິນນັ້ນບໍ່ໄດ້.” (ກຈກ. 4:20) ເຮົາຮັກຄວາມຈິງໃນຄຳພີໄບເບິນຫຼາຍ ເຮົາຈຶ່ງຢາກບອກເລື່ອງນີ້ໃຫ້ຄົນຮູ້ໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້.
ເຮົາປະກາດຍ້ອນເຮົາຮັກຄົນອື່ນ
8. ສິ່ງໃດກະຕຸ້ນເຮົາໃຫ້ປະກາດຂ່າວດີກັບຄົນອື່ນ? (ເບິ່ງຂອບ “ ສອນຜູ້ຄົນ—ດ້ວຍຄວາມຮັກ”) (ເບິ່ງຮູບນຳ)
8 ເຮົາຮັກຄົນອື່ນຄືກັບພະເຢໂຫວາແລະພະເຢຊູຮັກເຂົາເຈົ້າ. (ສພສ. 8:31; ຢຮ. 3:16) ເຮົາອີ່ຕົນຄົນທີ່ “ບໍ່ຮູ້ຈັກພະເຈົ້າ” ແລະ “ບໍ່ມີຄວາມຫວັງ.” (ອຟຊ. 2:12) ເຂົາເຈົ້າຈົມຢູ່ກັບບັນຫາຫຼາຍຢ່າງໃນຊີວິດຄືກັບກຳລັງຈົມນ້ຳ. ແຕ່ເຮົາມີຂ່າວດີເລື່ອງການປົກຄອງຂອງພະເຈົ້າທີ່ເປັນຄືກັບເສື້ອຊູຊີບທີ່ຊ່ວຍເຂົາເຈົ້າໄດ້. ຄວາມຮັກແລະຄວາມອີ່ຕົນກະຕຸ້ນເຮົາໃຫ້ພະຍາຍາມສຸດຄວາມສາມາດທີ່ຈະປະກາດຂ່າວດີກັບເຂົາເຈົ້າ. ຂ່າວດີໃນຄຳພີໄບເບິນສາມາດຊ່ວຍເຂົາເຈົ້າໃຫ້ມີຄວາມຫວັງ ມີຄວາມສຸກແມ່ນແຕ່ໃນຕອນນີ້ ແລະມີໂອກາດທີ່ຈະໄດ້ “ຊີວິດແທ້” ເຊິ່ງກໍຄືຊີວິດຕະຫຼອດໄປໃນໂລກໃໝ່ຂອງພະເຈົ້າ.—1ຕມ. 6:19
9. ເຮົາເຕືອນຄົນອື່ນກ່ຽວກັບເລື່ອງຫຍັງທີ່ຈະເກີດຂຶ້ນໃນອະນາຄົດ? ແລະເປັນຫຍັງເຮົາຈຶ່ງເຕືອນ? (ເອເຊກຽນ 33:7, 8)
9 ຄວາມຮັກທີ່ເຮົາມີຕໍ່ຄົນອື່ນຍັງກະຕຸ້ນເຮົາໃຫ້ເຕືອນເຂົາເຈົ້າວ່າອີກບໍ່ດົນໂລກຊົ່ວຂອງຊາຕານກໍຈະຮອດຈຸດຈົບ. (ອ່ານເອເຊກຽນ 33:7, 8) ເຮົາອີ່ຕົນທຸກຄົນລວມເຖິງຄົນໃນຄອບຄົວແລະຍາດຕິພີ່ນ້ອງຂອງເຮົາທີ່ຍັງບໍ່ໄດ້ເປັນພະຍານພະເຢໂຫວາ. ເຂົາເຈົ້າໃຊ້ຊີວິດຕາມ ປົກກະຕິໂດຍທີ່ບໍ່ຮູ້ເລີຍວ່າໃນໄວໆນີ້ຈະມີ “ຄວາມທຸກລຳບາກຄັ້ງໃຫຍ່ແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນນັບຕັ້ງແຕ່ມີໂລກມາຈົນຮອດດຽວນີ້ ແລະຄວາມທຸກລຳບາກແບບນັ້ນກໍຈະບໍ່ເກີດຂຶ້ນອີກເລີຍ.” (ມທ. 24:21) ເຮົາຢາກໃຫ້ເຂົາເຈົ້າຮູ້ວ່າໃນມື້ທີ່ພະເຢໂຫວາມາຕັດສິນ ສາສະໜາປອມຈະຖືກທຳລາຍແລະຈາກນັ້ນໂລກຊົ່ວຂອງຊາຕານກໍຈະຮອດຈຸດຈົບໃນສົງຄາມອາມາເຄໂດນ. (ພນມ. 16:14, 16; 17:16, 17; 19:11, 19, 20) ເຮົາອະທິດຖານຂໍໃຫ້ມີຫຼາຍຄົນເທົ່າທີ່ເປັນໄປໄດ້ຟັງສິ່ງທີ່ເຮົາເຕືອນແລະເຂົ້າມານະມັດສະການພະເຢໂຫວານຳກັນກັບເຮົາຕັ້ງແຕ່ຕອນນີ້. ແຕ່ຄົນທີ່ບໍ່ຟັງສິ່ງທີ່ເຮົາເຕືອນ ເຊິ່ງລວມເຖິງຄົນໃນຄອບຄົວແລະຍາດຕິພີ່ນ້ອງຂອງເຮົາເດ ເຂົາເຈົ້າຈະເປັນແນວໃດ?
10. ເປັນຫຍັງຈຶ່ງເປັນເລື່ອງທີ່ດ່ວນແທ້ໆທີ່ເຮົາຈະເຕືອນຄົນຕໍ່ໆໄປກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ?
10 ຄືກັບທີ່ເວົ້າໃນບົດກ່ອນ ອາດເປັນໄປໄດ້ທີ່ພະເຢໂຫວາຈະຊ່ວຍຄົນທີ່ເລີ່ມສະແດງຄວາມເຊື່ອໃນເພິ່ນໃຫ້ລອດຫຼັງຈາກທີ່ເຂົາເຈົ້າເຫັນບາບີໂລນໃຫຍ່ຖືກທຳລາຍ. ຖ້າເປັນແນວນັ້ນ ມັນກໍແຮ່ງເປັນເລື່ອງທີ່ດ່ວນແທ້ໆທີ່ຈະເຕືອນເຂົາເຈົ້າຕັ້ງແຕ່ຕອນນີ້ ຍ້ອນສິ່ງທີ່ເຮົາບອກເຂົາເຈົ້າໃນຕອນນີ້ອາດເປັນສິ່ງທີ່ເຂົາເຈົ້າຈະຈື່ໄດ້ໃນອະນາຄົດ. (ສົມທຽບກັບເອເຊກຽນ 33:33) ບາງເທື່ອເຂົາເຈົ້າອາດຈະຈື່ຄຳເຕືອນທີ່ໄດ້ຍິນຈາກເຮົາ ແລະຄຳເຕືອນນັ້ນອາດກະຕຸ້ນເຂົາເຈົ້າໃຫ້ເຂົ້າມານະມັດສະການພະເຢໂຫວານຳກັນກັບເຮົາກ່ອນທີ່ມັນຈະຊ້າເກີນໄປ. ຄືກັບຜູ້ຄຸມຄຸກໃນເມືອງຟີລິບປອຍທີ່ສະແດງຄວາມເຊື່ອຫຼັງຈາກເກີດ “ແຜ່ນດິນໄຫວໃຫຍ່” ບາງເທື່ອຄົນທີ່ຍັງບໍ່ທັນຮັບເອົາຄວາມຈິງໃນຕອນນີ້ອາດຈະສະແດງຄວາມເຊື່ອກໍໄດ້ຫຼັງຈາກທີ່ເຂົາເຈົ້າເຫັນບາບີໂລນໃຫຍ່ຖືກທຳລາຍ.—ກຈກ. 16:25-34
ເຮົາປະກາດຍ້ອນເຮົາຮັກພະເຢໂຫວາແລະຊື່ຂອງເພິ່ນ
11. ເຮົາຍ້ອງຍໍສັນລະເສີນ ສະແດງຄວາມນັບຖື ແລະໃຫ້ອຳນາດພະເຢໂຫວາແນວໃດ? (ພະນິມິດ 4:11) (ເບິ່ງຮູບນຳ)
11 ເຫດຜົນສຳຄັນທີ່ສຸດທີ່ເຮົາປະກາດຂ່າວດີແມ່ນຍ້ອນເຮົາຮັກພະເຢໂຫວາແລະຊື່ທີ່ບໍລິສຸດຂອງເພິ່ນ. ເຮົາຖືວ່າການປະກາດເປັນວິທີທີ່ເຮົາສັນລະເສີນພະເຢໂຫວາພະເຈົ້າທີ່ເຮົາຮັກ. (ອ່ານພະນິມິດ 4:11) ເຮົາເຫັນດີກັບພວກທູດສະຫວັນທີ່ເວົ້າວ່າ: “ພະເຢໂຫວາພະເຈົ້າຂອງພວກເຮົາ ພະອົງສົມຄວນໄດ້ຮັບການຍ້ອງຍໍສັນລະເສີນ ຄວາມນັບຖື ແລະອຳນາດ.” ເຮົາຍ້ອງຍໍສັນລະເສີນແລະສະແດງຄວາມນັບຖືຕໍ່ພະເຢໂຫວາເມື່ອເຮົາບອກຄົນອື່ນໃຫ້ຮູ້ວ່າເພິ່ນເປັນຜູ້ “ສ້າງທຸກສິ່ງ” ແລະເຮົາມີຊີວິດຢູ່ໄດ້ຍ້ອນເພິ່ນເປັນຜູ້ໃຫ້ຊີວິດເຮົາ. ເຮົາຈະໃຫ້ອຳນາດຫຼືລິດເດດພະເຢໂຫວາໄດ້ແນວໃດ? ຍ້ອນເພິ່ນເປັນພະເຈົ້າຜູ້ມີລິດເດດສູງສຸດ ເຮົາຈຶ່ງບໍ່ສາມາດໃຫ້ອຳນາດເພິ່ນຕື່ມອີກຫຼືບໍ່ສາມາດເຮັດໃຫ້ເພິ່ນມີອຳນາດຫຼາຍຂຶ້ນອີກ. ແຕ່ເຮົາສາມາດໃຊ້ເວລາ ກຳລັງ ແລະສິ່ງຕ່າງໆທີ່ເຮົາມີເພື່ອປະກາດໃຫ້ຫຼາຍທີ່ສຸດເທົ່າ ທີ່ເຮົາເຮັດໄດ້. (ມທ. 6:33; ລກ. 13:24; ກລຊ. 3:23) ເວົ້າງ່າຍໆກໍຄື ເຮົາມັກທີ່ໄດ້ເວົ້າໃຫ້ຄົນອື່ນຟັງກ່ຽວກັບພະເຈົ້າທີ່ເຮົາຮັກ. ນອກຈາກນັ້ນ ເຮົາຍັງຖືກກະຕຸ້ນໃຫ້ບອກຄົນອື່ນກ່ຽວກັບຊື່ຂອງເພິ່ນແລະຄວາມໝາຍຂອງຊື່ນີ້ ແລະເພິ່ນເປັນພະເຈົ້າແບບໃດ. ເປັນຫຍັງເຮົາຈຶ່ງເຮັດແບບນີ້?
12. ເມື່ອເຮົາປະກາດ ເຮົາເຮັດໃຫ້ຊື່ຂອງພະເຢໂຫວາໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປແນວໃດ?
12 ເຮົາຮັກພະເຢໂຫວາ ເຮົາຈຶ່ງຢາກເຮັດໃຫ້ຊື່ຂອງເພິ່ນໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ. (ມທ. 6:9) ເຮົາຢາກມີສ່ວນຮ່ວມໃນການລົບລ້າງຂໍ້ກ່າວຫາທີ່ຊາຕານເວົ້າຕົວະກ່ຽວກັບພະເຢໂຫວາ. (ປຖກ. 3:1-5; ໂຢບ 2:4; ຢຮ. 8:44) ເມື່ອເຮົາໄປປະກາດ ເຮົາຢາກບອກໃຫ້ທຸກຄົນຮູ້ວ່າພະເຢໂຫວາແມ່ນໃຜແລະເພິ່ນເປັນພະເຈົ້າແບບໃດແທ້ໆ. ເຮົາຢາກໃຫ້ທຸກຄົນຮູ້ວ່າພະເຢໂຫວາເປັນພະເຈົ້າທີ່ເປັນຄວາມຮັກ ແລະຄວາມຮັກເປັນຄຸນລັກສະນະທີ່ດີທີ່ສຸດຂອງເພິ່ນ. ເຮົາຢາກໃຫ້ທຸກຄົນຮູ້ວ່າເພິ່ນເປັນພະເຈົ້າທີ່ຕັດສິນຢ່າງຖືກຕ້ອງແລະຍຸຕິທຳ ແລະອີກບໍ່ດົນການປົກຄອງຂອງເພິ່ນຈະກຳຈັດຄວາມທຸກລຳບາກທຸກຢ່າງແລະເຮັດໃຫ້ມະນຸດມີແຕ່ຄວາມສະຫງົບສຸກແລະຄວາມສຸກ. (ພສ. 37:10, 11, 29; 1ຢຮ. 4:8) ເມື່ອເຮົາປົກປ້ອງຊື່ສຽງຂອງພະເຢໂຫວາຕອນທີ່ເຮົາໄປປະກາດ ເຮົາກໍເຮັດໃຫ້ຊື່ຂອງເພິ່ນໄດ້ຮັບຄວາມນັບຖືຫຼາຍທີ່ສຸດຕະຫຼອດໄປ. ເຮົາຍັງມີຄວາມສຸກຍ້ອນເຮົາກຳລັງເຮັດສິ່ງທີ່ຄວນເຮັດໃນຖານະເປັນພະຍານພະເຢໂຫວາ. ເປັນຫຍັງຈຶ່ງເວົ້າແບບນີ້?
13. ເປັນຫຍັງເຮົາຈຶ່ງພູມໃຈທີ່ຖືກເອີ້ນວ່າເປັນພະຍານພະເຢໂຫວາ? (ເອຊາຢາ 43:10-12)
13 ພະເຢໂຫວາໄດ້ເລືອກເຮົາໃຫ້ເປັນ “ພະຍານ” ຂອງເພິ່ນ. (ອ່ານເອຊາຢາ 43:10-12) ຫຼາຍປີມາແລ້ວ ຈົດໝາຍສະບັບໜຶ່ງຈາກຄະນະກຳມະການປົກຄອງເວົ້າວ່າ: “ການຖືກເອີ້ນວ່າເປັນພະຍານພະເຢໂຫວາເປັນກຽດທີ່ຍິ່ງໃຫຍ່ທີ່ສຸດ.” ເປັນຫຍັງຈຶ່ງເວົ້າແນວນັ້ນ? ຂໍໃຫ້ຄິດເຖິງຕົວຢ່າງຕໍ່ໄປນີ້. ຖ້າເຈົ້າຢາກໃຫ້ຜູ້ໃດຜູ້ໜຶ່ງ ໄປເປັນພະຍານໃຫ້ເຈົ້າຢູ່ໃນສານ ເຈົ້າຄືຊິເລືອກຄົນທີ່ເຈົ້າຮູ້ຈັກແລະໄວ້ໃຈໄດ້ ແລະມີຊື່ສຽງດີ ເຊິ່ງຈະເຮັດໃຫ້ຄຳໃຫ້ການຂອງລາວເຊື່ອຖືໄດ້. ການທີ່ພະເຢໂຫວາເລືອກເຮົາໃຫ້ເປັນພະຍານຂອງເພິ່ນກໍສະແດງວ່າເພິ່ນຮູ້ຈັກເຮົາດີແລະໄວ້ໃຈເຮົາໃຫ້ບອກຄົນອື່ນໃຫ້ຮູ້ວ່າເພິ່ນເປັນພະເຈົ້າທ່ຽງແທ້ອົງດຽວ. ເຮົາຮູ້ສຶກເປັນກຽດຫຼາຍແທ້ໆທີ່ໄດ້ເປັນພະຍານໃຫ້ເພິ່ນ ເຮົາຈຶ່ງພະຍາຍາມໃຊ້ທຸກໂອກາດເພື່ອເຮັດໃຫ້ຄົນຮູ້ຈັກຊື່ຂອງເພິ່ນແລະເຮັດທຸກສິ່ງທີ່ເຮັດໄດ້ເພື່ອສະແດງໃຫ້ເຫັນວ່າຄຳຕົວະຕ່າງໆທີ່ຄົນເວົ້າກ່ຽວກັບເພິ່ນບໍ່ແມ່ນຄວາມຈິງ. ເມື່ອເຮົາເຮັດແບບນີ້ ເຮົາກໍກຳລັງໃຊ້ຊີວິດສົມກັບເປັນພະຍານພະເຢໂຫວາເຊິ່ງເປັນສິ່ງທີ່ເຮັດໃຫ້ເຮົາພູມໃຈຫຼາຍ!—ພສ. 83:18; ຣມ. 10:13-15
ເຮົາຈະປະກາດຕໍ່ໆໄປຈົນກວ່າຈຸດຈົບຈະມາຮອດ
14. ໃນອະນາຄົດໃກ້ໆນີ້ຈະມີຫຍັງທີ່ໜ້າຕື່ນເຕັ້ນເກີດຂຶ້ນ?
14 ເຮົາຮູ້ສຶກຕື່ນເຕັ້ນແທ້ໆທີ່ຈະໄດ້ເຫັນສິ່ງທີ່ຈະເກີດຂຶ້ນໃນອະນາຄົດໃກ້ໆນີ້. ໂດຍການອວຍພອນຈາກພະເຢໂຫວາ ເຮົາຫວັງວ່າຈະໄດ້ເຫັນອີກຫຼາຍຄົນຮັບເອົາຄວາມຈິງກ່ອນຄວາມທຸກລຳບາກຄັ້ງໃຫຍ່ຈະເລີ່ມຕົ້ນ. ນອກຈາກນັ້ນ ເຮົາຍັງຕື່ນເຕັ້ນທີ່ໄດ້ຮູ້ວ່າແມ່ນແຕ່ໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່ເຊິ່ງເປັນເວລາທີ່ຍາກລຳບາກທີ່ສຸດໃນປະຫວັດສາດຂອງມະນຸດ ຍັງຈະມີອີກຫຼາຍຄົນອອກມາຈາກໂລກທີ່ຊາຕານປົກຄອງແລະເຂົ້າມາສັນລະເສີນພະເຢໂຫວານຳກັນກັບເຮົາ!—ກຈກ. 13:48
15-16. ເຮົາຈະເຮັດຫຍັງຕໍ່ໆໄປ ແລະເຮັດຈົນຮອດຕອນໃດ?
15 ກ່ອນສິ່ງນັ້ນຈະເກີດຂຶ້ນ ເຮົາຍັງມີວຽກທີ່ຕ້ອງເຮັດ. ເຮົາຖືວ່າເປັນສິດທິພິເສດຫຼາຍແທ້ໆທີ່ໄດ້ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປທົ່ວໂລກເຊິ່ງເປັນວຽກທີ່ຈະບໍ່ໄດ້ເຮັດຄືນອີກ ແລະໃນເວລາດຽວກັນເຮົາກໍຕ້ອງປະກາດຄຳເຕືອນໃຫ້ຄົນອື່ນຮູ້ນຳ. ເຂົາເຈົ້າຈຳເປັນຕ້ອງຮູ້ວ່າຈຸດຈົບຂອງໂລກຊົ່ວນີ້ໃກ້ເຂົ້າມາຫຼາຍແລ້ວ. ເມື່ອຮອດຕອນນັ້ນ ທຸກຄົນກໍຈະເຫັນວ່າເລື່ອງທີ່ເຮົາປະກາດມາຈາກພະເຢໂຫວາແທ້ໆ.—ອຊກ. 38:23
16 ຖ້າເປັນແບບນີ້ ເຮົາທຸກຄົນຕັ້ງໃຈທີ່ຈະເຮັດຫຍັງ? ໃຫ້ຄວາມຮັກທີ່ເຮົາມີຕໍ່ຂ່າວດີ ຕໍ່ຄົນອື່ນ ແລະສິ່ງສຳຄັນທີ່ສຸດແມ່ນຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາແລະຊື່ຂອງເພິ່ນກະຕຸ້ນເຮົາໃຫ້ປະກາດຢ່າງກະຕືລືລົ້ນຕໍ່ໆໄປແລະໃຫ້ຖືວ່າເປັນເລື່ອງທີ່ດ່ວນນຳຈົນກວ່າພະເຢໂຫວາຈະບອກວ່າ “ພໍແລ້ວ!”
ເພງທີ 54 “ທາງເສັ້ນນີ້ແຫຼະ”
a ການປະຊຸມປະຈຳປີຈັດຂຶ້ນໃນວັນທີ 7 ຕຸລາ 2023 ຢູ່ຫໍປະຊຸມໃຫຍ່ຂອງພະຍານພະເຢໂຫວາໃນເມືອງນິວເບີກ ລັດນິວຢອກ ປະເທດອາເມຣິກາ. ຕໍ່ມາ ລາຍການປະຊຸມນີ້ທັງໝົດຢູ່ໃນລາຍການໂທລະທັດ JW. ຕອນທີ 1 ຢູ່ເດືອນພະຈິກ 2023 ແລະຕອນທີ 2 ຢູ່ເດືອນມັງກອນ 2024.
b ເບິ່ງບົດຄວາມ “ຄຳພີໄບເບິນປ່ຽນຊີວິດຄົນ—ຂ້ອຍປະທັບໃຈຄຳຕອບທີ່ຊັດເຈນແລະມີເຫດຜົນຈາກຄຳພີໄບເບິນ” ໃນຫໍສັງເກດການ 1 ກຸມພາ 2015. (ພາສາໄທ)