ຄວາມອ່ອນໂຍນ—ຄຸນລັກສະນະນີ້ເປັນປະໂຫຍດຕໍ່ເຮົາແນວໃດ?
ຊາຣາ *ບອກວ່າ: “ປົກກະຕິແລ້ວຂ້ອຍເປັນຄົນຂີ້ອາຍ ແລະບໍ່ມີຄວາມໝັ້ນໃຈໃນຕົວເອງ. ດັ່ງນັ້ນ ຂ້ອຍຈຶ່ງບໍ່ມັກຢູ່ກັບຄົນທີ່ໃຈຮ້ອນ ໃຊ້ຄຳເວົ້າແຮງໆ ແລະໝັ້ນໃຈໃນຕົວເອງສູງ ແຕ່ຂ້ອຍມັກຢູ່ນຳຄົນທີ່ອ່ອນໂຍນແລະຖ່ອມຕົວ. ຂ້ອຍກ້າລົມບັນຫາຫຼືຄວາມຮູ້ສຶກສ່ວນຕົວໃຫ້ຄົນນັ້ນຟັງ. ໝູ່ສະໜິດຂອງຂ້ອຍກໍເປັນແບບນີ້ທຸກຄົນ.”
ຄຳເວົ້າຂອງຊາຣາສະແດງໃຫ້ເຫັນວ່າ ຖ້າເຮົາເປັນຄົນອ່ອນໂຍນ ຄົນອື່ນກໍຢາກມາເປັນໝູ່ກັບເຮົາ ແລະພະເຢໂຫວາເອງກໍມັກຄວາມອ່ອນໂຍນຄືກັນ. ຄຳພີໄບເບິນບອກວ່າ: “ໃຫ້ປູກຝັງ . . . ຄວາມອ່ອນໂຍນ.” (ກລຊ. 3:12) ຄວາມອ່ອນໂຍນແມ່ນຫຍັງ? ພະເຢຊູສະແດງຄວາມອ່ອນໂຍນແນວໃດ? ແລະຄຸນລັກສະນະນີ້ເຮັດໃຫ້ເຮົາມີຊີວິດທີ່ມີຄວາມສຸກຫຼາຍຂຶ້ນໄດ້ແນວໃດ?
ຄວາມອ່ອນໂຍນແມ່ນຫຍັງ?
ຄວາມອ່ອນໂຍນແມ່ນຄຸນລັກສະນະຂອງຄົນທີ່ມັກຄວາມສະຫງົບສຸກ. ຄົນອ່ອນໂຍນຈະປະຕິບັດກັບຄົນອື່ນຢ່າງສຸພາບແລະອ່ອນຫວານ ແລະເມື່ອມີສິ່ງທີ່ເຮັດໃຫ້ລາວຫງຸດຫງິດ ລາວກໍຍັງໃຈເຢັນແລະຄວບຄຸມຕົວເອງໄດ້.
ຄົນອ່ອນໂຍນບໍ່ແມ່ນຄົນອ່ອນແອ. ຄຳພາສາກຣີກທີ່ແປວ່າອ່ອນໂຍນທີ່ໃຊ້ໃນຄຳພີໄບເບິນມັກໃຊ້ເພື່ອອະທິບາຍເຖິງມ້າປ່າທີ່ຝຶກສອນໄດ້. ຄວາມແຂງແຮງຂອງມ້າກໍຍັງຄືເກົ່າ ແຕ່ມັນຖືກຝຶກໃຫ້ຄວບຄຸມກຳລັງຂອງມັນໄດ້. ຄ້າຍຄືກັນ ເມື່ອເຮົາສະແດງຄວາມອ່ອນໂຍນ ເຮົາກໍສາມາດຄວບຄຸມນິດໄສທີ່ບໍ່ດີບາງຢ່າງຂອງເຮົາແລະຮັກສາຄວາມສະຫງົບສຸກກັບຄົນອື່ນໄດ້.
ເຮົາອາດຄິດວ່າ ‘ປົກກະຕິແລ້ວຂ້ອຍກໍບໍ່ໄດ້ເປັນຄົນອ່ອນໂຍນ.’ ເນື່ອງຈາກເຮົາຢູ່ໃນສະໄໝທີ່ມີແຕ່ຄົນໃຈຮ້ອນແລະບໍ່ມີຄວາມອົດທົນ ດັ່ງນັ້ນ ເຮົາຈຶ່ງຮູ້ສຶກຍາກທີ່ຈະເປັນຄົນອ່ອນໂຍນ. (ຣມ. 7:19) ເຫັນໄດ້ແຈ້ງວ່າ ເຮົາຕ້ອງພະຍາຍາມຫຼາຍແທ້ໆທີ່ຈະເປັນຄົນອ່ອນໂຍນ ພະລັງບໍລິສຸດຂອງພະເຈົ້າຈະຊ່ວຍເຮົາໃຫ້ເຮັດໄດ້. (ຄລຕ. 5:22, 23) ເປັນຫຍັງເຮົາຄວນພະຍາຍາມຫຼາຍຂຶ້ນທີ່ຈະເປັນຄົນອ່ອນໂຍນ?
ຄວາມອ່ອນໂຍນເປັນຄຸນລັກສະນະທີ່ເຮັດໃຫ້ຄົນອື່ນຢາກຢູ່ໃກ້ເຮົາ. ຄືກັບຊາຣາທີ່ໄດ້ເວົ້າເຖິງກ່ອນໜ້ານັ້ນ ເຮົາຮູ້ສຶກສະບາຍໃຈເມື່ອຢູ່ກັບຄົນທີ່ອ່ອນໂຍນ. ພະເຢຊູເປັນຕົວຢ່າງທີ່ດີເລີດໃນການເປັນຄົນອ່ອນໂຍນແລະກະລຸນາ. (2 ກຣ. 10:1) ແມ່ນແຕ່ເດັກນ້ອຍທີ່ບໍ່ໄດ້ຮູ້ຈັກພະເຢຊູດີກໍຍັງຢາກຢູ່ໃກ້ເພິ່ນ.—ມຣກ. 10:13-16
ສຸພາ. 16:32) ແລະເຮົາກໍຈະບໍ່ຮູ້ສຶກຜິດຍ້ອນເຮັດໃຫ້ຄົນອື່ນເສຍໃຈໂດຍສະເພາະຄົນທີ່ເຮົາຮັກ. ນອກຈາກນັ້ນ ຄົນອື່ນກໍຈະຮູ້ສຶກສະບາຍໃຈເມື່ອຢູ່ໃກ້ເຮົາ.
ຄວາມອ່ອນໂຍນເປັນປະໂຫຍດຕໍ່ເຮົາແລະຄົນທີ່ຢູ່ໃກ້ເຮົາ. ຖ້າເຮົາເປັນຄົນອ່ອນໂຍນ ເຮົາຈະບໍ່ຫງຸດຫງິດໄວແລະບໍ່ໃຈຮ້າຍງ່າຍ. (ຕົວຢ່າງທີ່ສົມບູນແບບຂອງການເປັນຄົນອ່ອນໂຍນ
ພະເຢຊູສະແດງຄວາມອ່ອນໂຍນຕໍ່ທຸກຄົນເຖິງວ່າເພິ່ນຈະມີໜ້າທີ່ຮັບຜິດຊອບທີ່ສຳຄັນແລະກໍມີວຽກຫຼາຍ. ຫຼາຍຄົນໃນສະໄໝຂອງເພິ່ນລຳບາກຫຼາຍແລະມີພາລະໜັກ ພວກເຂົາຢາກສົດຊື່ນແລະເຊົາເມື່ອຍ. ພວກເຂົາຄືຊິຮູ້ສຶກສະບາຍໃຈຫຼາຍແທ້ໆຕອນທີ່ພະເຢຊູບອກພວກເຂົາວ່າ: “ໃຫ້ມາຫາຂ້ອຍ . . . ຍ້ອນຂ້ອຍເປັນຄົນອ່ອນໂຍນແລະຖ່ອມຕົວ.”—ມທ. 11:28, 29
ເຮົາຈະເປັນຄົນອ່ອນໂຍນຄືພະເຢຊູໄດ້ແນວໃດ? ເມື່ອເຮົາສຶກສາຄຳພີໄບເບິນ ເຮົາໄດ້ຮຽນຮູ້ວ່າພະເຢຊູປະຕິບັດກັບຄົນອື່ນແນວໃດແລະເພິ່ນເຮັດແນວໃດເມື່ອເຈິສະພາບການທີ່ຫຍຸ້ງຍາກ. ດັ່ງນັ້ນ ເມື່ອເຮົາເຈິສະພາບການທີ່ເຮັດໃຫ້ຍາກທີ່ຈະເປັນຄົນອ່ອນໂຍນ ໃຫ້ເຮົາຮຽນແບບພະເຢຊູ. (1 ປຕ. 2:21) ເຮົາຈະມາເບິ່ງ 3 ປັດໄຈທີ່ຊ່ວຍໃຫ້ພະເຢຊູເປັນຄົນອ່ອນໂຍນ.
ພະເຢຊູເປັນຄົນຖ່ອມແທ້ໆ. ພະເຢຊູບອກວ່າເພິ່ນເອງ “ເປັນຄົນອ່ອນໂຍນແລະຖ່ອມຕົວ.” (ມທ. 11:29) ຄຳພີໄບເບິນເວົ້າເຖິງສອງຄຸນລັກສະນະນີ້ນຳກັນກໍຍ້ອນວ່າຄວາມອ່ອນໂຍນກ່ຽວຂ້ອງກັນຫຼາຍກັບຄວາມຖ່ອມ. (ອຟຊ. 4:1-3) ແລ້ວກ່ຽວຂ້ອງກັນແນວໃດ?
ຄວາມຖ່ອມຊ່ວຍເຮົາບໍ່ໃຫ້ຄິດວ່າຕົວເອງສຳຄັນກວ່າຄົນອື່ນຫຼືເປັນຄົນຄຽດງ່າຍ. ພະເຢຊູເຮັດແນວໃດເມື່ອມີຄົນມາເວົ້າໃຫ້ເພິ່ນວ່າເປັນ “ຄົນມັກກິນຫຼາຍແລະຄົນຂີ້ເຫຼົ້າ”? ເພິ່ນສະແດງໃຫ້ເຫັນໂດຍການກະທຳວ່າພວກເຂົາເວົ້າບໍ່ຖືກແລະບອກວ່າ “ສະຕິປັນຍາກໍເຫັນໄດ້ຈາກຜົນຂອງມັນ.”—ມທ. 11:19
ຖ້າມີຄົນໜຶ່ງເວົ້າໃຫ້ເຈົ້າແບບບໍ່ຄິດກ່ຽວກັບເຊື້ອຊາດ ເພດໄວ ຫຼືຊີວິດຂອງເຈົ້າ ເຈົ້າຍັງຈະປະຕິບັດແບບອ່ອນໂຍນກັບລາວຢູ່ບໍ? ຜູ້ດູແລຄົນໜຶ່ງຊື່ປີເຕີຢູ່ອາຝຼິກກາໃຕ້ບອກວ່າ: “ເມື່ອຂ້ອຍຮູ້ສຶກຫງຸດຫງິດກັບສິ່ງທີ່ຄົນອື່ນເວົ້າ ຂ້ອຍຈະຖາມຕົວເອງວ່າ: ‘ຖ້າພະເຢຊູເປັນຂ້ອຍ ເພິ່ນຈະເຮັດແນວໃດ?’” ລາວເວົ້າຕື່ມອີກວ່າ: “ຂ້ອຍເຂົ້າໃຈແລ້ວວ່າຂ້ອຍບໍ່ຄວນເປັນຄົນຄຽດງ່າຍ.”
ພະເຢຊູເຂົ້າໃຈຄວາມອ່ອນແອຂອງມະນຸດ. ລູກສິດຂອງພະເຢຊູຢາກເຮັດດີ ແຕ່ບາງເທື່ອຄວາມບໍ່ສົມບູນແບບເຮັດໃຫ້ພວກເຂົາບໍ່ໄດ້ເຮັດຕາມທີ່ຕັ້ງໃຈໄວ້. ຕົວຢ່າງ: ໃນຄືນກ່ອນທີ່ພະເຢຊູຕາຍ ເປໂຕ ຢາໂກໂບ ແລະໂຢຮັນບໍ່ໄດ້ກຽມພ້ອມທີ່ຈະໃຫ້ກຳລັງໃຈເພິ່ນຕາມທີ່ເພິ່ນຂໍ. ພະເຢຊູຮູ້ວ່າ “ເຖິງວ່າໃຈສູ້ ແຕ່ຮ່າງກາຍຍັງອ່ອນແອ.” (ມທ. 26:40, 41) ພະເຢຊູເຂົ້າໃຈເລື່ອງນີ້ ເພິ່ນຈຶ່ງບໍ່ໄດ້ຄຽດໃຫ້ພວກອັກຄະສາວົກຂອງເພິ່ນ.
ແມນດີ້ເປັນພີ່ນ້ອງຍິງຄົນໜຶ່ງທີ່ເຄີຍມີນິດໄສມັກເວົ້າໃຫ້ຄົນອື່ນ ແຕ່ຕອນນີ້ ລາວພະຍາຍາມຫຼາຍທີ່ຈະຮຽນແບບພະເຢຊູໃນການສະແດງຄວາມອ່ອນໂຍນ ລາວບອກວ່າ: “ຂ້ອຍພະຍາຍາມຄິດສະເໝີວ່າມະນຸດທຸກຄົນບໍ່ສົມບູນແບບແລະພະຍາຍາມເບິ່ງແຕ່ສິ່ງດີໆໃນໂຕຄົນອື່ນຄືກັບທີ່ພະເຢໂຫວາເບິ່ງ.” ເມື່ອເຈົ້າເຫັນວ່າພະເຢຊູເຫັນອົກເຫັນໃຈແລະເຂົ້າໃຈຄວາມອ່ອນແອຂອງມະນຸດ ເຈົ້າກໍຢາກສະແດງຄວາມອ່ອນໂຍນຄືກັບເພິ່ນແມ່ນບໍ?
ພະເຢຊູໄວ້ວາງໃຈພະເຈົ້າ. ຕອນທີ່ຢູ່ເທິງໂລກ ພະເຢຊູໄດ້ອົດທົນກັບຄວາມບໍ່ຍຸຕິທຳຫຼາຍຢ່າງ. ເພິ່ນຖືກກ່າວຫາ ຖືກດູຖູກ ແລະຖືກທໍລະມານ. ເຖິງວ່າເປັນແນວນັ້ນ ເພິ່ນກໍຍັງສະແດງຄວາມອ່ອນໂຍນ ເພາະເພິ່ນ “ຝາກຕົວເພິ່ນເອງໄວ້ກັບພະເຈົ້າທີ່ຕັດສິນຢ່າງຍຸຕິທຳ.” (1 ປຕ. 2:23) ພະເຢຊູຮູ້ວ່າພະເຢໂຫວາພໍ່ໃນສະຫວັນຈະເບິ່ງແຍງເພິ່ນແລະຈັດການກັບຄວາມບໍ່ຍຸຕິທຳໃນເວລາທີ່ເໝາະສົມ.
ຖ້າເຮົາໃຈຮ້າຍແລະພະຍາຍາມສູ້ກັບຄວາມບໍ່ຍຸຕິທຳດ້ວຍຕົວເອງ ເຮົາອາດເຮັດໃຫ້ສະຖານະການຮ້າຍແຮງກວ່າເກົ່າ. ນີ້ເປັນເຫດຜົນທີ່ຄຳພີໄບເບິນເຕືອນເຮົາວ່າ: “ຄວາມຮ້າຍຂອງຄົນເຮົາບໍ່ໄດ້ຊ່ວຍໃຫ້ຜູ້ໃດເຮັດສິ່ງທີ່ຖືກຕ້ອງໃນສາຍຕາພະເຈົ້າ.” (ຢກບ. 1:20) ເຖິງວ່າເຮົາມີເຫດຜົນທີ່ຈະໃຈຮ້າຍ ແຕ່ຄວາມບໍ່ສົມບູນແບບອາດເຮັດໃຫ້ເຮົາຕອບໂຕ້ໃນແບບທີ່ບໍ່ດີກໍໄດ້.
ພີ່ນ້ອງຍິງຄົນໜຶ່ງຊື່ເຄທີຢູ່ເຢຍລະມັນເຄີຍຄິດວ່າ: ‘ຖ້າເຈົ້າບໍ່ສູ້ເພື່ອປົກປ້ອງຕົວເອງ ແລ້ວໃຜລະຈະສູ້ເພື່ອປົກປ້ອງເຈົ້າ.’ ແຕ່ເມື່ອລາວໄດ້ຮຽນຮູ້ທີ່ຈະໄວ້ວາງໃຈພະເຢໂຫວາ ຄວາມຄິດຂອງລາວກໍປ່ຽນໄປ. ລາວບອກວ່າ: “ຕອນນີ້ ຂ້ອຍສະແດງ
ຄວາມອ່ອນໂຍນ ແລະຂ້ອຍບໍ່ຈຳເປັນຕ້ອງສູ້ເພື່ອປົກປ້ອງຕົວເອງຕະຫຼອດແລ້ວ ເພາະພະເຢໂຫວາຈະແກ້ໄຂຄວາມບໍ່ຍຸຕິທຳທັງໝົດໃນໂລກນີ້.” ຖ້າເຈົ້າເຄີຍຖືກປະຕິບັດແບບບໍ່ຍຸຕິທຳ ການເຮັດຕາມຕົວຢ່າງຂອງພະເຢຊູໂດຍໄວ້ວາງໃຈພະເຢໂຫວາຈະຊ່ວຍເຈົ້າໃຫ້ເປັນຄົນອ່ອນໂຍນຕໍ່ໆໄປໄດ້.“ຄົນທີ່ຈິດໃຈອ່ອນໂຍນກໍມີຄວາມສຸກ”
ພະເຢຊູບອກວ່າຖ້າເຮົາຢາກມີຄວາມສຸກ ເຮົາຕ້ອງເປັນຄົນອ່ອນໂຍນ. ເພິ່ນບອກວ່າ: “ຄົນທີ່ຈິດໃຈອ່ອນໂຍນກໍມີຄວາມສຸກ.” (ມທ. 5:5) ໃນສະຖານະການຕໍ່ໄປນີ້ ຂໍໃຫ້ສັງເກດວ່າຄວາມອ່ອນໂຍນເປັນປະໂຫຍດແນວໃດ.
ຄວາມອ່ອນໂຍນຊ່ວຍຫຼຸດຄວາມເຄັ່ງຕຶງໃນຊີວິດຄູ່. ໂຣເບີດທີ່ຢູ່ປະເທດອົດສະຕຣາລີຍອມຮັບວ່າ: “ຂ້ອຍເວົ້າຫຼາຍຢ່າງທີ່ເຮັດໃຫ້ເມຍເສຍໃຈໂດຍບໍ່ໄດ້ຕັ້ງໃຈ. ແຕ່ຄຳທີ່ເວົ້າອອກໄປແບບບໍ່ຄິດຮອບຄອບເອົາຄືນບໍ່ໄດ້. ຂ້ອຍຮູ້ສຶກບໍ່ດີຫຼາຍແທ້ໆທີ່ເຮັດໃຫ້ລາວເສຍໃຈຫຼາຍ.”
“ພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ” ໃນການເວົ້າ. ການເວົ້າແບບບໍ່ຄິດສາມາດເຮັດໃຫ້ຊີວິດຄູ່ມີບັນຫາໄດ້. (ຢກບ. 3:2) ໃນສະຖານະການແບບນີ້ ຄວາມອ່ອນໂຍນຈະຊ່ວຍເຮົາໃຫ້ໃຈເຢັນໆແລະລະວັງສິ່ງທີ່ເຮົາເວົ້າ.—ສຸພາ. 17:27
ໂຣເບີດອອກຄວາມພະຍາຍາມຫຼາຍແທ້ໆທີ່ຈະເປັນຄົນໃຈເຢັນແລະຄວບຄຸມຕົວເອງ. ຜົນເປັນແນວໃດ? ລາວບອກວ່າ: “ປັດຈຸບັນ ເມື່ອໃດທີ່ຜິດກັນ ຂ້ອຍກໍຕັ້ງໃຈຟັງ ຄ່ອຍເວົ້າຄ່ອຍວ່າກັບເມຍ ແລະຄວບຄຸມຕົວເອງບໍ່ໃຫ້ໃຈຂຶ້ນ. ຕອນນີ້ຊີວິດຄູ່ຂອງເຮົາດີຂຶ້ນຫຼາຍກວ່າແຕ່ກ່ອນແທ້ໆ.”
ຄວາມອ່ອນໂຍນຊ່ວຍເຮົາໃຫ້ເຂົ້າກັບຄົນອື່ນໄດ້ງ່າຍຂຶ້ນ. ຜູ້ທີ່ຄຽດງ່າຍຈະບໍ່ຄ່ອຍມີໝູ່ ແຕ່ຄວາມອ່ອນໂຍນຊ່ວຍເຮົາໃຫ້ “ພະຍາຍາມ . . . ມີສັນຕິສຸກທີ່ຜູກພັນຄົນເຮົາໃຫ້ເປັນອັນໜຶ່ງອັນດຽວກັນ.” (ອຟຊ. 4:2, 3) ເຄທີທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ເມື່ອຂ້ອຍສະແດງຄວາມອ່ອນໂຍນຂ້ອຍກໍຢູ່ນຳຄົນອື່ນໄດ້ງ່າຍ ເຖິງວ່າຈະເຂົ້າກັບບາງຄົນໄດ້ຍາກກໍຕາມ.”
ຄວາມອ່ອນໂຍນຊ່ວຍໃຫ້ສະຫງົບໃຈ. ຄຳພີໄບເບິນມັກເວົ້າເຖິງ “ສະຕິປັນຍາຈາກທາງເທິງ” ກັບຄວາມອ່ອນໂຍນແລະສັນຕິສຸກນຳກັນ. (ຢກບ. 3:13, 17) ຄົນອ່ອນໂຍນຈະມີ “ໃຈສຳບາຍ” ຫຼືໃຈທີ່ສະຫງົບ. (ສຸພາ. 14:30) ມາຕິນເປັນອີກຄົນໜຶ່ງທີ່ພະຍາຍາມຫຼາຍໃນການສະແດງຄວາມອ່ອນໂຍນ ລາວບອກວ່າ: “ຕອນນີ້ຂ້ອຍບໍ່ໄດ້ຍຶດຄວາມຄິດຂອງຕົວເອງເປັນໃຫຍ່ ຂ້ອຍມີຄວາມສະຫງົບໃຈແລະມີຄວາມສຸກ.”
ເຮົາອາດຕ້ອງພະຍາຍາມຫຼາຍແທ້ໆເພື່ອຈະເປັນຄົນອ່ອນໂຍນ. ພີ່ນ້ອງຊາຍຄົນໜຶ່ງບອກວ່າ: “ເວົ້າຕາມຄວາມຊື່ເດີ້ ຈົນຮອດຕອນນີ້ບາງເທື່ອຂ້ອຍກໍຍັງຮູ້ສຶກໃຈຮ້າຍແຮງ.” ແຕ່ພະເຢໂຫວາຜູ້ທີ່ບອກໃຫ້ເຮົາເປັນຄົນອ່ອນໂຍນຈະຊ່ວຍເຮົາໃນເລື່ອງນີ້. (ເອຊາ. 41:10; 1 ຕມ. 6:11) ພະອົງສາມາດ ‘ຝຶກອົບຮົມພວກເຮົາຈົນສຳເລັດລຸລ່ວງ’ ແລະ ‘ເຮັດໃຫ້ພວກເຮົາເຂັ້ມແຂງ.’ (1 ປຕ. 5:10) ຄືກັບອັກຄະສາວົກໂປໂລ ໃນທີ່ສຸດເຮົາຈະສາມາດສະແດງຄວາມ “ອ່ອນໂຍນແລະກະລຸນາຄືກັບພະຄລິດ.”—2 ກຣ. 10:1
^ ຂໍ້ 2 ບາງຊື່ເປັນຊື່ສົມມຸດ.