ບົດຄວາມສຶກສາທີ 13
ສະແດງຄວາມເຫັນອົກເຫັນໃຈເມື່ອເຮັດວຽກປະກາດ
“ພະອົງມີໃຈຄິດສັງເວດເຂົາ . . . ແລະພະອົງໄດ້ຕັ້ງຕົ້ນສັ່ງສອນເຂົາເປັນຫຼາຍສິ່ງຫຼາຍຂໍ້.”—ມໂກ. 6:34
ເພງ 70 ຊອກຫາຄົນທີ່ຄູ່ຄວນ
ໃຈຄວາມສຳຄັນ *
1. ໜຶ່ງໃນບຸກຄະລິກທີ່ໜ້າປະທັບໃຈທີ່ສຸດຂອງພະເຍຊູແມ່ນຫຍັງ? ຂໍໃຫ້ອະທິບາຍ.
ໜຶ່ງໃນບຸກຄະລິກທີ່ໜ້າປະທັບໃຈທີ່ສຸດຂອງພະເຍຊູຄື ເພິ່ນສາມາດເຂົ້າໃຈບັນຫາຂອງມະນຸດທີ່ບໍ່ສົມບູນແບບໄດ້. ຕອນທີ່ຢູ່ເທິງໂລກ ເພິ່ນ ‘ຊົມຊື່ນຍິນດີດ້ວຍກັນກັບຜູ້ມີຄວາມຍິນດີ ແລະຮ້ອງໄຫ້ດ້ວຍກັນກັບຜູ້ທີ່ຮ້ອງໄຫ້.’ (ໂລມ 12:15) ຕົວຢ່າງ: ເມື່ອລູກສິດ 70 ຄົນກັບມາດ້ວຍຄວາມສຸກຫຼັງຈາກສຳເລັດວຽກມອບໝາຍໜຶ່ງກ່ຽວກັບການປະກາດ “ພະລັງບໍລິສຸດຂອງພະເຈົ້າເຮັດໃຫ້ພະເຍຊູມີຄວາມສຸກຫຼາຍ.” (ລືກາ 10:17-21, ລ.ມ.) ແຕ່ໃນທາງກົງກັນຂ້າມ ເມື່ອພະເຍຊູເຫັນຄົນທີ່ຮັກລາຊະໂລໂສກເສົ້າເສຍໃຈຫຼາຍຍ້ອນລາວຕາຍ ພະເຍຊູກໍ “ໂສກເສົ້າແລະສະເທືອນໃຈ.”—ໂຢ. 11:33, ລ.ມ.
2. ສິ່ງໃດເຮັດໃຫ້ພະເຍຊູສາມາດເຫັນອົກເຫັນໃຈຜູ້ຄົນ?
2 ເຖິງວ່າພະເຍຊູເປັນມະນຸດສົມບູນແບບ ແຕ່ເພິ່ນກໍເມດຕາແລະເຫັນອົກເຫັນໃຈມະນຸດທີ່ບໍ່ສົມບູນແບບ. ສິ່ງໃດຊ່ວຍເພິ່ນໃຫ້ເປັນແບບນີ້? ທຳອິດ ພະເຍຊູຮັກຜູ້ຄົນ. ດັ່ງທີ່ເວົ້າໃນບົດຄວາມກ່ອນ ເພິ່ນ “ຮັກມະນຸດຫຼາຍ.” (ສຸພາ. 8:31, ລ.ມ.) ຄວາມຮັກນີ້ເຮັດພະເຍຊູເຂົ້າໃຈຄວາມຄິດຂອງມະນຸດທຸກຢ່າງ. ອັກຄະສາວົກໂຢຮັນບອກວ່າ: “ພະອົງເອງຮູ້ດີວ່າມີຫຍັງແດ່ຢູ່ໃນໃຈມະນຸດ.” (ໂຢ. 2:25, ທ.ປ.) ພະເຍຊູຮູ້ສຶກອີ່ຕົນຜູ້ຄົນຫຼາຍແທ້ໆ. ຜູ້ຄົນກໍຮູ້ສຶກໄດ້ເຖິງຄວາມຮັກຂອງເພິ່ນແລະນີ້ເຮັດໃຫ້ເຂົາເຈົ້າຢາກຟັງຂ່າວສານເລື່ອງລາຊະອານາຈັກຂອງພະເຈົ້າ. ແຮ່ງເຮົາພັດທະນາຄວາມຮູ້ສຶກອ່ອນໂຍນແບບນີ້ຕໍ່ຜູ້ຄົນ ເຮົາກໍແຮ່ງຈະເກີດຜົນໃນການຊ່ວຍຜູ້ຄົນໃນວຽກປະກາດ.—2 ຕີໂມ. 4:5
3-4. (ກ) ຖ້າເຮົາມີຄວາມເຫັນອົກເຫັນໃຈ ເຮົາຈະຮູ້ສຶກແນວໃດຕໍ່ວຽກປະກາດຂອງເຮົາ? (ຂ) ໃນບົດຄວາມນີ້ເຮົາຈະພິຈາລະນາຫຍັງ?
3 ອັກຄະສາວົກໂປໂລຮູ້ວ່າລາວມີໜ້າທີ່ຕ້ອງປະກາດ ແລະເຮົາກໍຮູ້ວ່າເຮົາມີໜ້າທີ່ນັ້ນຄືກັນ. (1 ໂກ. 9:16) ຖ້າເຮົາມີຄວາມເຫັນອົກເຫັນໃຈ ເຮົາກໍ ຢາກປະກາດເພາະເຮົາເປັນຫ່ວງແລະຢາກຊ່ວຍເຫຼືອຜູ້ຄົນແທ້ໆ. ແຕ່ເຮົາຈະບໍ່ເຮັດວຽກປະກາດຍ້ອນວ່າເປັນພຽງແຕ່ໜ້າທີ່ເທົ່ານັ້ນ. ເຮົາຮູ້ວ່າ ‘ການໃຫ້ກໍເປັນເຫດໃຫ້ມີຄວາມສຸກຫຼາຍກວ່າການຮັບເອົາ.’ (ກິດ. 20:35) ແຮ່ງເຮົາຄິດວ່າວຽກປະກາດຂອງເຮົາເປັນແບບນັ້ນ ເຮົາແຮ່ງຈະມີຄວາມສຸກກັບວຽກນີ້ຫຼາຍຂຶ້ນ.
4 ໃນບົດຄວາມນີ້ ເຮົາຈະພິຈາລະນາວ່າເຮົາຈະສະແດງຄວາມເຫັນອົກເຫັນໃຈໃນວຽກປະກາດໄດ້ແນວໃດ. ທຳອິດ ເຮົາຈະເບິ່ງວ່າເຮົາຈະຮຽນຮູ້ຫຍັງໄດ້ແດ່ຈາກຄວາມຮູ້ສຶກທີ່ພະເຍຊູມີຕໍ່ຜູ້ຄົນ. ຈາກນັ້ນ ເຮົາຈະພິຈາລະນາ 4 ວິທີທີ່ເຮົາຈະຮຽນແບບເພິ່ນ.—1 ເປ. 2:21
ພະເຍຊູສະແດງຄວາມເຫັນອົກເຫັນໃຈເມື່ອເຮັດວຽກປະກາດ
5-6. (ກ) ພະເຍຊູໄດ້ສະແດງຄວາມເຫັນອົກເຫັນໃຈໃຜແດ່? (ຂ) ເປັນຫຍັງພະເຍຊູມີໃຈຄິດສັງເວດຕໍ່ຄົນທີ່ເພິ່ນປະກາດນຳຕາມທີ່ບອກໄວ້ໃນເອຊາອີ 61:1, 2?
5 ຂໍໃຫ້ພິຈາລະນາຕົວຢ່າງທີ່ພະເຍຊູສະແດງຄວາມເຫັນອົກເຫັນໃຈຄົນອື່ນ. ໃນໂອກາດໜຶ່ງ ພະເຍຊູແລະລູກສິດໄດ້ປະກາດຂ່າວດີໂດຍບໍ່ໄດ້ພັກເລີຍ. ເຂົາເຈົ້າ “ບໍ່ມີເວລາຈະກິນອາຫານ” ດ້ວຍຊ້ຳ. ດັ່ງນັ້ນ ພະເຍຊູຈຶ່ງພາລູກສິດໄປ “ປ່າສະຫງັດຢູ່ແລະເຊົາການຢູ່ສັກໜ້ອຍໜຶ່ງ.” ແຕ່ມີຄົນກຸ່ມໃຫຍ່ໄດ້ແລ່ນໄປລັດຖ້າຢູ່ບ່ອນທີ່ພະເຍຊູແລະລູກສິດຈະໄປ. ເມື່ອເພິ່ນໄປຮອດແລະເຫັນຄົນກຸ່ມນັ້ນ ເພິ່ນຮູ້ສຶກແລະໄດ້ເຮັດແນວໃດ? ເພິ່ນ “ມີໃຈຄິດສັງເວດ *ເຂົາ ເຫດວ່າເຂົາເປັນເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ ແລະພະອົງໄດ້ຕັ້ງຕົ້ນສັ່ງສອນເຂົາເປັນຫຼາຍສິ່ງຫຼາຍຂໍ້.”—ມໂກ. 6:30-34
6 ຂໍໃຫ້ສັງເກດວ່າເປັນຫຍັງພະເຍຊູມີໃຈຄິດສັງເວດເຊິ່ງໝາຍເຖິງການເຫັນອົກເຫັນໃຈຜູ້ຄົນ. ເພິ່ນສັງເກດເຫັນວ່າຄົນເຫຼົ່ານັ້ນ “ເປັນເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ.” ພະເຍຊູອາດຈະເຫັນຄົນທຸກຍາກທີ່ເຮັດວຽກຫຼາຍຊົ່ວໂມງເພື່ອຫາລ້ຽງຄອບຄົວ. ເພິ່ນອາດຈະເຫັນຄົນໂສກເສົ້າຍ້ອນຄົນທີ່ຮັກຕາຍຈາກໄປ. ຖ້າເປັນແບບນັ້ນ ເພິ່ນຄົງຈະເຂົ້າໃຈສະພາບການຂອງເຂົາເຈົ້າ ເພາະວ່າເພິ່ນກໍເຄີຍປະສົບກັບບັນຫາເຫຼົ່ານີ້ດັ່ງທີ່ເອຊາອີ 61:1, 2
ໄດ້ຮຽນໃນບົດຄວາມກ່ອນ. ພະເຍຊູເປັນຫ່ວງຄວາມຮູ້ສຶກຂອງຄົນອື່ນ ແລະເພິ່ນຖືກກະຕຸ້ນໃຫ້ບອກຂ່າວສານທີ່ໃຫ້ກຳລັງໃຈ.—ອ່ານ7. ເຮົາຈະເຮັດຕາມຕົວຢ່າງຂອງພະເຍຊູໄດ້ແນວໃດ?
7 ເຮົາໄດ້ຮຽນຫຍັງຈາກຕົວຢ່າງຂອງພະເຍຊູ? ຄືກັບພະເຍຊູ ຄົນທີ່ຢູ່ອ້ອມຂ້າງເຮົາກໍ “ເປັນເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ.” ເຂົາເຈົ້າມີບັນຫາຫຼາຍຢ່າງ ແຕ່ເຮົາມີສິ່ງທີ່ເຂົາເຈົ້າຈຳເປັນຕ້ອງມີ ນັ້ນຄືຂ່າວສານເລື່ອງລາຊະອານາຈັກຂອງພະເຈົ້າ. (ຄຳປ. 14:6) ດັ່ງນັ້ນ ເຮົາຈຶ່ງໄດ້ເຮັດຕາມຕົວຢ່າງຂອງພະເຍຊູນາຍຂອງເຮົາໂດຍປະກາດຂ່າວດີ ເພາະວ່າເຮົາ “ອີ່ດູຄົນທຸກຍາກກັບຄົນຈົນ.” (ເພງ. 72:13) ເຮົາຮູ້ສຶກອີ່ຕົນຜູ້ຄົນແລະຢາກເຮັດບາງສິ່ງເພື່ອຊ່ວຍເຫຼືອເຂົາເຈົ້າ.
ເຮົາຈະສະແດງຄວາມເຫັນອົກເຫັນໃຈໄດ້ແນວໃດ?
8. ວິທີໜຶ່ງທີ່ເຮົາຈະສະແດງຄວາມເຫັນອົກເຫັນໃຈເມື່ອເຮັດວຽກປະກາດແມ່ນຫຍັງ?
8 ສິ່ງໃດຈະຊ່ວຍເຮົາໃຫ້ສະແດງຄວາມເຫັນອົກເຫັນໃຈຕໍ່ຄົນທີ່ເຮົາປະກາດນຳ? ໃຫ້ນຶກພາບວ່າເຮົາຢູ່ໃນສະຖານະການຂອງລາວ ແລ້ວປະຕິບັດກັບລາວໃນແບບທີ່ເຮົາຢາກໃຫ້ຄົນອື່ນປະຕິບັດກັບເຮົາ. * (ມັດ. 7:12) ໃຫ້ເຮົາມາເບິ່ງ 4 ວິທີທີ່ເຮົາສາມາດເຮັດແບບນັ້ນໄດ້. ວິທີທີ 1 ຄິດເຖິງຄວາມຈຳເປັນຂອງແຕ່ລະຄົນ. ເມື່ອເຮົາປະກາດຂ່າວດີ ເຮົາເຮັດໜ້າທີ່ຄ້າຍຄືກັບທ່ານໝໍ. ໝໍທີ່ດີຈະຄິດເຖິງຄວາມຈຳເປັນຂອງຄົນເຈັບແຕ່ລະຄົນ. ລາວຈະຖາມແລ້ວຕັ້ງໃຈຟັງຄົນເຈັບອະທິບາຍບັນຫາຫຼືອາການຂອງຕົນ. ແທນທີ່ຈະວາງຢາໃຫ້ກິນທັນທີ ທ່ານໝໍຈະໃຊ້ເວລາເພື່ອສັງເກດເບິ່ງວ່າອາການຂອງຄົນເຈັບເປັນແນວໃດ ແລ້ວຈຶ່ງຈະສະເໜີວິທີປິ່ນປົວ. ຄ້າຍຄືກັນເຮົາບໍ່ຄວນໃຊ້ວິທີດຽວກັນກັບທຸກຄົນທີ່ເຮົາພົບໃນເຂດປະກາດ. ແຕ່ເຮົາຄວນພະຍາຍາມເຂົ້າໃຈສະພາບການແລະຄວາມຄິດຂອງແຕ່ລະຄົນ.
9. ເຮົາບໍ່ຄວນຄິດແບບໃດ? ແຕ່ເຮົາຄວນເຮັດແນວໃດ?
9 ເມື່ອເຮົາພົບຄົນໃດຄົນໜຶ່ງໃນເຂດປະກາດ ເຮົາບໍ່ຄວນສະຫຼຸບທັນທີວ່າ ເຮົາເຂົ້າໃຈສະພາບການຂອງລາວ ສິ່ງທີ່ລາວເຊື່ອແລະເປັນຫຍັງລາວຈຶ່ງເຊື່ອ. (ສຸພາ. 18:13) ແທນທີ່ຈະສະຫຼຸບແບບນັ້ນ ໃຫ້ໃຊ້ຄຳຖາມທີ່ດີແລະເໝາະສົມເພື່ອຈະຊ່ວຍເຮົາໃຫ້ຮູ້ສິ່ງທີ່ລາວຄິດແລະສິ່ງທີ່ລາວເຊື່ອ. (ສຸພາ. 20:5) ຖ້າເໝາະສົມກັບວັດທະນາທຳຂອງເຈົ້າ ກໍໃຫ້ຖາມກ່ຽວກັບວຽກງານ ຄອບຄົວ ປະສົບການຕ່າງໆ ແລະຄວາມຄິດຂອງລາວ. ເມື່ອເຮົາຊ່ວຍໃຫ້ຄົນອື່ນສະແດງຄວາມຄິດອອກມາ ເຮົາກໍເຮັດໃຫ້ເຂົາເຈົ້າຮູ້ວ່າເປັນຫຍັງເຂົາເຈົ້າຕ້ອງການຂ່າວດີ. ເມື່ອເຮົາຮູ້ວ່າລາວຄິດແນວໃດ ເຮົາກໍຈະສາມາດສະແດງຄວາມເຫັນອົກເຫັນໃຈແລະຊ່ວຍລາວໄດ້ຢ່າງເໝາະສົມຄືກັບທີ່ພະເຍຊູເຮັດ.—ສົມທຽບກັບ 1 ໂກລິນໂທ 9:19-23
10-11. ຕາມ 2 ໂກລິນໂທ 4:7, 8 ວິທີທີ 2 ທີ່ເຮົາຈະສະແດງຄວາມເຫັນອົກເຫັນໃຈແມ່ນຫຍັງ? ຂໍໃຫ້ຍົກຕົວຢ່າງ.
1 ໂກ. 10:13) ເຮົາຮູ້ວ່າຊີວິດໃນສະໄໝນີ້ຫຍຸ້ງຍາກລຳບາກຫຼາຍ. ເຮົາອົດທົນໄດ້ຍ້ອນພະເຢໂຫວາຊ່ວຍເຮົາ. (ອ່ານ 2 ໂກລິນໂທ 4:7, 8) ຂໍໃຫ້ຄິດເຖິງຜູ້ທີ່ບໍ່ມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາ ຄົງເປັນເລື່ອງຍາກຫຼາຍທີ່ເຂົາເຈົ້າຕ້ອງຮັບມືກັບບັນຫາໂດຍບໍ່ມີຄວາມຊ່ວຍເຫຼືອຈາກພະອົງ. ຄືກັບພະເຍຊູ ເຮົາຮູ້ສຶກອີ່ຕົນເຂົາເຈົ້າແລະຢາກບອກ “ຂ່າວທີ່ດີກວ່າ” ໃຫ້ເຂົາເຈົ້າຟັງ.—ເອຊາ. 52:7, ລ.ມ.
10 ວິທີທີ 2 ພະຍາຍາມນຶກພາບວ່າຊີວິດຂອງເຂົາເຈົ້າເປັນແນວໃດ. ເຮົາສາມາດເຂົ້າໃຈສະພາບການຂອງເຂົາເຈົ້າໄດ້ໃນລະດັບໜຶ່ງ. ເພາະເຮົາເປັນຄົນບໍ່ສົມບູນແບບ ເຮົາຈຶ່ງມີບັນຫາຄືກັບຄົນອື່ນ. (11 ຂໍໃຫ້ຄິດເຖິງຕົວຢ່າງຂອງພີ່ນ້ອງເຊີເກ. ກ່ອນທີ່ລາວຮຽນຄວາມຈິງ ລາວມັກເກັບຕົວແລະບໍ່ກ້າເວົ້າກັບຄົນອື່ນ. ຕໍ່ມາລາວໄດ້ສຶກສາຄຳພີໄບເບິນ. ລາວບອກວ່າ: “ເມື່ອຂ້ອຍສຶກສາຄຳພີໄບເບິນ ຂ້ອຍຮຽນຮູ້ວ່າຄລິດສະຕຽນມີໜ້າທີ່ບອກເລື່ອງຄວາມເຊື່ອກັບຄົນອື່ນ. ຂ້ອຍເຊື່ອແທ້ໆວ່າຂ້ອຍເຮັດບໍ່ໄດ້.” ແຕ່ລາວຄິດເຖິງຄົນທີ່ຍັງບໍ່ທັນໄດ້ຍິນເລື່ອງຄວາມຈິງແລະຄິດວ່າຊີວິດຂອງເຂົາເຈົ້າຈະຫຍຸ້ງຍາກສ່ຳໃດເພາະບໍ່ຮູ້ຈັກພະເຢໂຫວາ. ລາວບອກວ່າ: “ຄວາມຮູ້ໃໝ່ທີ່ລາວໄດ້ຮຽນເຮັດໃຫ້ລາວມີຄວາມສຸກຫຼາຍແລະມີຄວາມສະຫງົບໃຈ. ຂ້ອຍຮູ້ວ່າຄົນອື່ນກໍຈຳເປັນຕ້ອງໄດ້ຮຽນຄວາມຈິງຄືກັນ.” ເມື່ອເຊີເກມີຄວາມເຫັນອົກເຫັນໃຈຫຼາຍຂຶ້ນ ລາວຈຶ່ງກ້າທີ່ຈະປະກາດ. ລາວບອກອີກວ່າ: “ການບອກຄົນອື່ນເລື່ອງຄຳພີໄບເບິນເຮັດໃຫ້ຂ້ອຍມີຄວາມໝັ້ນໃຈຫຼາຍຂຶ້ນ ແລະການເຮັດແບບນັ້ນຍັງຊ່ວຍໃຫ້ຄວາມເຊື່ອຂ້ອຍເຂັ້ມແຂງຂຶ້ນ.” *
12-13. ເປັນຫຍັງເຮົາຕ້ອງອົດທົນກັບຄົນທີ່ເຮົາສອນ? ຂໍໃຫ້ຍົກຕົວຢ່າງ.
12 ວິທີທີ 3 ອົດທົນກັບຄົນທີ່ເຮົາສອນ. ຂໍໃຫ້ຈື່ວ່າ
ເຂົາເຈົ້າອາດບໍ່ເຄີຍຮູ້ຄວາມຈິງຈາກຄຳພີໄບເບິນຄືກັບທີ່ເຮົາຮູ້ ແລະຫຼາຍຄົນກໍໝັ້ນໃຈໃນສິ່ງທີ່ເຂົາເຈົ້າເຊື່ອ. ເຂົາເຈົ້າອາດຮູ້ສຶກວ່າສາສະໜາຂອງເຂົາເຈົ້າສຳຄັນຫຼາຍເພາະຊ່ວຍໃຫ້ເຂົາເຈົ້າໄດ້ໃກ້ຊິດກັບຄອບຄົວ ເປັນສ່ວນໜຶ່ງຂອງວັດທະນາທຳ ແລະສ້າງຄວາມສາມັກຄີໃນສັງຄົມ. ເຮົາຈະຊ່ວຍເຂົາເຈົ້າໄດ້ແນວໃດ?13 ລອງຄິດເຖິງຕົວຢ່າງປຽບທຽບນີ້: ຈະເກີດຫຍັງຂຶ້ນເມື່ອຕ້ອງສ້າງຂົວໃໝ່ເພາະຂົວເກົ່າຊຸດໂຊມແລ້ວ? ຕອນທີ່ກຳລັງສ້າງຂົວໃໝ່ ຜູ້ຄົນກໍຍັງຄົງຕ້ອງໃຊ້ຂົວເກົ່າຢູ່. ເມື່ອສ້າງຂົວໃໝ່ແລ້ວ ຂົວເກົ່າກໍຈະຖືກມ້າງຖິ້ມ. ຄ້າຍຄືກັນ ກ່ອນທີ່ເຮົາຈະບອກນັກສຶກສາໃຫ້ຖິ້ມຄວາມເຊື່ອ “ເກົ່າ” ທີ່ເຊື່ອຖືມາດົນ ທຳອິດເຮົາຕ້ອງຊ່ວຍເຂົາເຈົ້າໃຫ້ຮູ້ຄຸນຄ່າແລະໝັ້ນໃຈໃນຄວາມເຊື່ອ “ໃໝ່” ເຊິ່ງເປັນຄຳສອນຈາກຄຳພີໄບເບິນທີ່ເຂົາເຈົ້າບໍ່ຄຸ້ນເຄີຍມາກ່ອນ. ເມື່ອເຂົາເຈົ້າເຖິງຈຸດນັ້ນແລ້ວ ເຂົາເຈົ້າກໍພ້ອມທີ່ຈະຖິ້ມຄວາມເຊື່ອເກົ່າ. ເພື່ອຈະຊ່ວຍຜູ້ຄົນໃຫ້ປ່ຽນແປງແບບນີ້ໄດ້ກໍອາດຈະຕ້ອງໃຊ້ເວລາ.—ໂລມ 12:2
14-15. ເຮົາຈະຊ່ວຍຄົນທີ່ຮູ້ໜ້ອຍໜຶ່ງຫຼືບໍ່ຮູ້ເລີຍກ່ຽວກັບຄວາມຫວັງເລື່ອງການມີຊີວິດຕະຫຼອດໄປໃນໂລກທີ່ເປັນອຸທິຍານແນວໃດ? ຂໍໃຫ້ຍົກຕົວຢ່າງ.
14 ຖ້າເຮົາອົດທົນກັບຄົນທີ່ເຮົາສອນ ເຮົາຈະບໍ່ຄາດໝາຍວ່າເຂົາເຈົ້າຕ້ອງເຂົ້າໃຈຫຼືຍອມຮັບຄວາມຈິງໃນຄຳພີໄບເບິນເມື່ອໄດ້ຍິນເທື່ອທຳອິດ. ແຕ່ຄວາມເຫັນອົກເຫັນໃຈຈະກະຕຸ້ນເຮົາໃຫ້ຊ່ວຍເຂົາເຈົ້າໃຫ້ຄິດຫາເຫດຜົນໃນຄຳພີໄບເບິນຢ່າງລະອຽດ ເຊັ່ນ: ຄິດເຖິງວິທີທີ່ຈະຊ່ວຍບາງຄົນໃຫ້ເຂົ້າໃຈເລື່ອງຄວາມຫວັງກ່ຽວກັບຊີວິດຕະຫຼອດໄປໃນອຸທິຍານເທິງໂລກ. ຫຼາຍຄົນອາດຮູ້ໜ້ອຍໜຶ່ງຫຼືບໍ່ຮູ້ເລີຍໃນເລື່ອງນີ້. ເຂົາເຈົ້າອາດຈະເຊື່ອວ່າຄົນຕາຍແລ້ວຈະບໍ່ກັບຄືນມາມີຊີວິດອີກ ຫຼືຄົນດີທັງໝົດທີ່ຕາຍຈະໄດ້ຂຶ້ນສະຫວັນ. ເຮົາຈະຊ່ວຍເຂົາເຈົ້າໄດ້ແນວໃດ?
15 ພີ່ນ້ອງຊາຍຄົນໜຶ່ງພົບວິທີຊ່ວຍຜູ້ຄົນໃຫ້ເຂົ້າໃຈເລື່ອງນີ້. ທຳອິດ ລາວອ່ານຕົ້ນເດີມ 1:28 ແລ້ວກໍຖາມເຈົ້າຂອງເຮືອນວ່າພະເຈົ້າຢາກໃຫ້ມະນຸດຢູ່ໃສແລະສະພາບການແບບໃດ? ຄົນສ່ວນຫຼາຍຕອບວ່າ: “ພະອົງຢາກໃຫ້ເຂົາເຈົ້າມີຊີວິດທີ່ມີຄວາມສຸກເທິງໂລກ.” ຈາກນັ້ນ ລາວກໍອ່ານເອຊາອີ 55:11 ແລ້ວຖາມວ່າພະເຈົ້າປ່ຽນຈຸດປະສົງບໍ? ສ່ວນຫຼາຍເຈົ້າຂອງເຮືອນຈະຕອບວ່າບໍ່. ສຸດທ້າຍລາວກໍອ່ານຄຳເພງ 37:10, 11 ແລ້ວຖາມວ່າອະນາຄົດຂອງມະນຸດຈະເປັນແນວໃດ? ການໃຊ້ຄຳພີໄບເບິນຫາເຫດຜົນແບບນີ້ ເຮັດໃຫ້ລາວສາມາດຊ່ວຍຫຼາຍຄົນໃຫ້ເຂົ້າໃຈວ່າພະເຈົ້າຍັງຕ້ອງການໃຫ້ຄົນດີມີຊີວິດຕະຫຼອດໄປໃນໂລກທີ່ເປັນອຸທິຍານ.
16-17. ຕາມສຸພາສິດ 3:27 ເຮົາຈະເຮັດຫຍັງໄດ້ແດ່ເພື່ອສະແດງຄວາມເຫັນອົກເຫັນໃຈ? ຂໍໃຫ້ຍົກຕົວຢ່າງ.
16 ວິທີທີ 4 ຊອກຫາວິທີທີ່ເຈົ້າຈະສະແດງໃຫ້ເຫັນວ່າເປັນຫ່ວງຄົນອື່ນ. ຕົວຢ່າງ: ເຮົາເຄີຍໄປຢາມຕອນທີ່ເຈົ້າຂອງເຮືອນບໍ່ສະດວກບໍ? ເຮົາຄວນຂໍໂທດແລະຂໍກັບມາຫາໃໝ່ໃນເວລາທີ່ເຂົາເຈົ້າສະດວກ. ຖ້າຫາກເຈົ້າຂອງເຮືອນຢາກໃຫ້ເຮົາຊ່ວຍຫຍັງບາງຢ່າງທີ່ເລັກໆນ້ອຍໆເດ? ຫຼືບາງຄົນໄປໃສມາໃສບໍ່ໄດ້ຍ້ອນສຸພາສິດ 3:27
ບໍ່ສະບາຍຫຼືເຖົ້າແລ້ວ ເຮົາຈະຊ່ວຍເຂົາເຈົ້າໄດ້ບໍ? ໃນກໍລະນີແບບນີ້ ເຮົາອາດຊ່ວຍເຂົາເຈົ້າໄດ້.—ອ່ານ17 ພີ່ນ້ອງຍິງຄົນໜຶ່ງໄດ້ພົບປະສົບການທີ່ດີຈາກການສະແດງຄວາມເຫັນອົກເຫັນໃຈເລັກໆນ້ອຍໆ. ລາວເປັນຫ່ວງຄອບຄົວໜຶ່ງທີ່ລູກຫາກໍຕາຍ ລາວໄດ້ຂຽນຈົດໝາຍຫາເຂົາເຈົ້າ ເຊິ່ງໃນນັ້ນລາວກໍໄດ້ຂຽນຂໍ້ຄຳພີບາງຂໍ້ທີ່ໃຫ້ກຳລັງໃຈ. ຄອບຄົວນີ້ຮູ້ສຶກແນວໃດ? ຜູ້ເປັນແມ່ທີ່ກຳລັງໂສກເສົ້າໄດ້ຂຽນຫາພີ່ນ້ອງນັ້ນວ່າ: “ມື້ວານນີ້ຂ້ອຍບໍ່ສະບາຍໃຈໝົດມື້. ເຈົ້າອາດຄິດບໍ່ເຖິງວ່າ ຈົດໝາຍຂອງເຈົ້າມີຄວາມໝາຍຫຼາຍສ່ຳໃດສຳລັບເຮົາ. ຂ້ອຍບໍ່ຮູ້ວ່າຈະຂອບໃຈແນວໃດຈຶ່ງຈະພຽງພໍ ຈົດໝາຍຂອງເຈົ້າໃຫ້ກຳລັງໃຈເຮົາຫຼາຍແທ້ໆ. ຂ້ອຍໄດ້ອ່ານຈົດໝາຍຂອງເຈົ້າບໍ່ຕ່ຳກວ່າ 20 ເທື່ອ. ຂ້ອຍບໍ່ຢາກເຊື່ອເລີຍວ່າເຈົ້າຈະເປັນຫ່ວງແລະໃຫ້ກຳລັງໃຈເຮົາຫຼາຍຂະໜາດນີ້. ຂອບໃຈຫຼາຍໆເດີ້.” ແນ່ນອນ ເຮົາສາມາດພົບປະສົບການທີ່ດີແບບນີ້ໄດ້ຖ້າເຮົາພະຍາຍາມເຂົ້າໃຈສະພາບການຂອງຄົນທີ່ທຸກໃຈແລະລົງມືເຮັດບາງຢ່າງເພື່ອຊ່ວຍເຫຼືອເຂົາເຈົ້າ.
ມີຄວາມຄິດທີ່ສົມດຸນໃນວຽກປະກາດ
18. ຕາມທີ່ບອກໃນ 1 ໂກລິນໂທ 3:6, 7 ເຮົາຄວນມີຄວາມຄິດທີ່ສົມດຸນແນວໃດ?
18 ເຮົາຕ້ອງມີຄວາມຄິດທີ່ສົມດຸນໃນວຽກປະກາດແລະບໍ່ຕ້ອງຄາດໝາຍກັບຕົວເອງຫຼາຍເກີນໄປ. ເຮົາເປັນສ່ວນໜຶ່ງໃນການຊ່ວຍຄົນອື່ນໃຫ້ຮຽນຮູ້ກ່ຽວກັບພະເຈົ້າ ແຕ່ເຮົາບໍ່ໄດ້ເປັນສ່ວນທີ່ສຳຄັນທີ່ສຸດຂອງວຽກນີ້. (ອ່ານ 1 ໂກລິນໂທ 3:6, 7) ພະເຢໂຫວາຜູ້ດຽວເປັນຜູ້ທີ່ຊັກນຳຜູ້ຄົນເຂົ້າມາຫາພະອົງ. (ໂຢ. 6:44) ໃນທີ່ສຸດ ບໍ່ວ່າຜູ້ຄົນຈະຕອບຮັບຂ່າວດີຫຼືບໍ່ກໍຂຶ້ນຢູ່ກັບຫົວໃຈຂອງເຂົາເຈົ້າ. (ມັດ. 13:4-8) ຂໍໃຫ້ຈື່ໄວ້ວ່າໃນສະໄໝຂອງພະເຍຊູ ຄົນສ່ວນຫຼາຍບໍ່ສົນໃຈຂ່າວດີທີ່ພະເຍຊູປະກາດເຊິ່ງພະເຍຊູກໍເປັນຄູທີ່ດີທີ່ສຸດໃນໂລກ. ດັ່ງນັ້ນ ເຮົາບໍ່ຕ້ອງທໍ້ໃຈເມື່ອຫຼາຍຄົນບໍ່ຟັງຂ່າວດີທີ່ເຮົາປະກາດ.
19. ການສະແດງຄວາມເຫັນອົກເຫັນໃຈເມື່ອເຮັດວຽກປະກາດມີຜົນດີຫຍັງແດ່?
19 ເຮົາຈະເຫັນຜົນດີຫຼາຍຢ່າງເມື່ອເຮົາສະແດງຄວາມເຫັນອົກເຫັນໃຈໃນວຽກປະກາດ. ເຮົາຈະມີຄວາມສຸກກັບວຽກປະກາດຫຼາຍຂຶ້ນ. ເຮົາຈະມີຄວາມສຸກຫຼາຍກວ່າເພາະສິ່ງທີ່ເຮົາເຮັດແມ່ນການໃຫ້. ການສະແດງຄວາມເຫັນອົກເຫັນໃຈເຮັດໃຫ້ຄົນທີ່ “ເຕັມໃຈຕອບຮັບຄວາມຈິງເຊິ່ງເຮັດໃຫ້ໄດ້ຊີວິດຕະຫຼອດໄປ” ຮັບເອົາຂ່າວດີໄດ້ງ່າຍຂຶ້ນ. (ກິດ. 13:48, ລ.ມ.) ດັ່ງນັ້ນ “ເມື່ອມີໂອກາດກໍໃຫ້ເຮົາເຮັດດີກັບທຸກຄົນ.” (ຄລາ. 6:10, ລ.ມ.) ແລ້ວເຮົາຈະມີຄວາມສຸກທີ່ໄດ້ເຮັດໃຫ້ພະເຢໂຫວາພໍ່ທີ່ຢູ່ໃນສະຫວັນໄດ້ຮັບຄຳສັນລະເສີນ.—ມັດ. 5:16
ເພງ 64 ຮ່ວມເຮັດວຽກເກັບກ່ຽວດ້ວຍຄວາມຍິນດີ
^ ຂໍ້ 5 ເມື່ອເຮົາສະແດງຄວາມເຫັນອົກເຫັນໃຈໃນວຽກປະກາດ ເຮົາຈະມີຄວາມສຸກຫຼາຍຂຶ້ນແລະຜູ້ຄົນກໍອາດເຕັມໃຈຟັງເຮົາຫຼາຍຂຶ້ນ. ຍ້ອນຫຍັງ? ໃນບົດຄວາມນີ້ເຮົາຈະພິຈາລະນາສິ່ງທີ່ເຮົາສາມາດຮຽນຮູ້ຈາກຕົວຢ່າງຂອງພະເຍຊູ ແລະ 4 ວິທີທີ່ເຮົາສາມາດສະແດງຄວາມເຫັນອົກເຫັນໃຈຕໍ່ຜູ້ຄົນທີ່ເຮົາພົບໃນວຽກປະກາດ.
^ ຂໍ້ 5 ການອະທິບາຍສຳນວນ: ສຳນວນທີ່ວ່າ “ຄິດສັງເວດ” ທີ່ໃຊ້ໃນຄຳພີໄບເບິນບໍ່ໄດ້ໝາຍເຖິງພຽງແຕ່ຄວາມຮູ້ສຶກເທົ່ານັ້ນ ແຕ່ໝາຍເຖິງການລົງມືເຮັດບາງສິ່ງເພື່ອຊ່ວຍຄົນອື່ນ.
^ ຂໍ້ 8 ເບິ່ງບົດຄວາມ “ເຮັດຕາມກົດທອງເມື່ອເຮົາໄປປະກາດ” ໃນຫໍສັງເກດການ 15 ພຶດສະພາ 2014 (ພາສາໄທ)
^ ຂໍ້ 11 ເບິ່ງຫໍສັງເກດການ 1 ສິງຫາ 2011 ໜ້າ 21-22 (ພາສາໄທ)