ມີຄວາມສະຫງົບໃຈໄດ້ເຖິງວ່າສະພາບການຈະປ່ຽນແປງ
“ຂ້ານ້ອຍໄດ້ບັງຄັບຈິດໃຈເອງໃຫ້ອົດຢູ່ [“ເຮັດຈິດໃຈໃຫ້ສະຫງົບ,” ລ.ມ.]”—ຄຳເພງ 131:2
1, 2. (ກ) ການປ່ຽນແປງກະທັນຫັນໃນຊີວິດສົ່ງຜົນຕໍ່ເຮົາແນວໃດ? (ເບິ່ງຮູບທຳອິດ) (ຂ) ໃນຄຳເພງບົດ 131 ອັນໃດຈະຊ່ວຍເຮົາໃຫ້ມີຄວາມສະຫງົບໃຈ?
ຫຼັງຈາກລອຍແລະອາເລັກຊັນດຣາຮັບໃຊ້ຢູ່ເບເທນຫຼາຍກວ່າ 25 ປີ ເຂົາເຈົ້າກໍຖືກມອບໝາຍໃຫ້ຮັບໃຊ້ເປັນໄພໂອເນຍ. ທຳອິດ ເຂົາເຈົ້າຮູ້ສຶກເສຍໃຈ. ລອຍບອກວ່າ: “ຂ້ອຍຮູ້ສຶກວ່າເບເທນແລະວຽກທີ່ໄດ້ຮັບມອບໝາຍເປັນຊີວິດຈິດໃຈຂອງຂ້ອຍ. ຂ້ອຍເຂົ້າໃຈເຫດຜົນທີ່ມີການປ່ຽນແປງນີ້ ແຕ່ຫຼັງຈາກນັ້ນໄລຍະໜຶ່ງ ມີຫຼາຍເທື່ອທີ່ຂ້ອຍຮູ້ສຶກຄືກັບຖືກປະຖິ້ມ.” ໃຈໜຶ່ງລອຍກໍຮູ້ສຶກດີກັບການປ່ຽນແປງ ແລະອີກໃຈໜຶ່ງລາວກໍຮູ້ສຶກຫົດຫູ່.
2 ບາງຄັ້ງກໍມີການປ່ຽນແປງໃນຊີວິດແບບທີ່ເຮົາບໍ່ຄາດຄິດ ແລະມັນອາດເຮັດໃຫ້ເຮົາຮູ້ສຶກກັງວົນແລະເຄັ່ງຕຶງຫຼາຍ. (ສຸພາສິດ 12:25) ເມື່ອການປ່ຽນແປງເປັນເລື່ອງຍາກທີ່ຈະຍອມຮັບຫຼືປັບປ່ຽນ ເຮົາຈະຍັງສະຫງົບໃຈໄດ້ແນວໃດ? (ອ່ານຄຳເພງ 131:1-3) ໃຫ້ເຮົາມາເບິ່ງວ່າຜູ້ຮັບໃຊ້ບາງຄົນຂອງພະ ເຢໂຫວາທັງໃນອະດີດແລະປັດຈຸບັນມີຄວາມສະຫງົບໃຈໄດ້ແນວໃດເຖິງວ່າຊີວິດຂອງເຂົາເຈົ້າປ່ຽນແປງກະທັນຫັນ.
ວິທີທີ່ “ສັນຕິສຸກຂອງພະເຈົ້າ” ຊ່ວຍເຮົາ
3. ຊີວິດຂອງໂຢເຊບປ່ຽນແປງກະທັນຫັນແນວໃດ?
3 ຂໍໃຫ້ຄິດເຖິງຕົວຢ່າງຂອງໂຢເຊບ. ໃນບັນດາລູກຊາຍທັງໝົດຂອງຢາໂຄບ ໂຢເຊບເປັນລູກຊາຍທີ່ຢາໂຄບຮັກຫຼາຍທີ່ສຸດ ນີ້ຈຶ່ງເຮັດໃຫ້ພວກອ້າຍອິດສາລາວຫຼາຍ. ຕອນທີ່ລາວອາຍຸ 17 ປີ ພວກອ້າຍໄດ້ຂາຍລາວໃຫ້ເປັນທາດ. (ຕົ້ນເດີມ 37:2-4, 23-28) ໂຢເຊບຕ້ອງທົນທຸກລຳບາກໃນເອຢິບປະມານ 13 ປີ ທຳອິດລາວເປັນທາດ ແລະຕໍ່ມາກໍເປັນນັກໂທດໃນຄຸກ. ລາວຢູ່ຫ່າງໄກຈາກພໍ່ທີ່ຮັກຂອງລາວ. ສະພາບການຂອງລາວອາດເຮັດໃຫ້ຮູ້ສຶກໝົດຫວັງແລະຄຽດແຄ້ນ ແຕ່ອັນໃດຊ່ວຍລາວບໍ່ໃຫ້ເປັນແບບນັ້ນ?
4. (ກ) ຕອນທີ່ຢູ່ໃນຄຸກໂຢເຊບໄດ້ເຮັດຫຍັງ? (ຂ) ພະເຢໂຫວາຕອບຄຳອະທິດຖານຂອງລາວແນວໃດ?
4 ຕອນທີ່ໂຢເຊບທົນທຸກໃນຄຸກ ລາວຄົງຕ້ອງຄິດເຖິງວິທີທີ່ພະເຢໂຫວາຊ່ວຍລາວ. (ຕົ້ນເດີມ 39:21; ຄຳເພງ 105:17-19) ລາວອາດຈະຄິດກ່ຽວກັບຄວາມຝັນທີ່ເປັນຄຳພະຍາກອນທີ່ລາວເຄີຍຝັນຕອນຍັງນ້ອຍແລະສິ່ງນີ້ເຮັດໃຫ້ລາວຮູ້ສຶກໝັ້ນໃຈວ່າພະເຢໂຫວາຢູ່ກັບລາວ. (ຕົ້ນເດີມ 37:5-11) ລາວອະທິດຖານເຖິງພະເຢໂຫວາເລື້ອຍໆແລະບອກທຸກສິ່ງທີ່ຢູ່ໃນໃຈກັບພະອົງ. (ຄຳເພງ 145:18) ແລະພະເຢໂຫວາກໍຕອບຄຳອະທິດຖານຂອງໂຢເຊບໂດຍເຮັດໃຫ້ໝັ້ນໃຈວ່າພະອົງຈະ ‘ຢູ່ກັບລາວ’ ບໍ່ວ່າຈະມີຫຍັງເກີດຂຶ້ນ.—ກິດຈະການ 7:9, 10 * (ເບິ່ງໄຂເງື່ອນ)
5. “ສັນຕິສຸກຂອງພະເຈົ້າ” ຊ່ວຍເຮົາແນວໃດ?
5 ບໍ່ວ່າສະພາບການຂອງເຮົາຈະຍາກລຳບາກສໍ່າໃດ ເຮົາສາມາດມີ “ຄວາມສຸກສຳລານແຫ່ງພະເຈົ້າ [“ສັນຕິສຸກຂອງພະເຈົ້າ,” ລ.ມ.]” ເພື່ອຈະປົກປ້ອງ “ຄວາມຄຶດ” ແລະເຮັດໃຫ້ເຮົາຮູ້ສຶກສະຫງົບໃຈ. (ອ່ານຟີລິບ 4:6, 7) ເມື່ອເຮົາຮູ້ສຶກກັງວົນແລະເຄັ່ງຕຶງ “ສັນຕິສຸກຂອງພະເຈົ້າ” ກໍຈະຊ່ວຍເຮົາໃຫ້ຮັບໃຊ້ພະເຢໂຫວາຕໍ່ໆໄປແລະບໍ່ຍອມແພ້. ໃຫ້ເຮົາມາຮຽນປະສົບການຂອງພີ່ນ້ອງຊາຍຍິງໃນປັດຈຸບັນນຳກັນ.
ຂໍພະເຢໂຫວາຊ່ວຍເຈົ້າໃຫ້ສະຫງົບໃຈອີກຄັ້ງ
6, 7. ການອະທິດຖານຊ່ວຍເຮົາໃຫ້ມີຄວາມສະຫງົບໃຈອີກຄັ້ງໄດ້ແນວໃດ? ໃຫ້ຍົກຕົວຢ່າງ.
6 ຕອນທີ່ໄຣອັນກັບຈູລຽດໄດ້ຍິນວ່າວຽກມອບໝາຍໄພໂອເນຍພິເສດຊົ່ວຄາວຂອງເຂົາເຈົ້າຈະຈົບລົງ ເຂົາເຈົ້າກໍຮູ້ສຶກທໍ້ໃຈ. ໄຣອັນບອກວ່າ: “ພວກເຮົາອະທິດຖານເຖິງພະເຢໂຫວາໃນເລື່ອງນີ້ທັນທີ. ເຮົາຮູ້ວ່າເປັນໂອກາດທີ່ເຮົາຈະໄວ້ວາງໃຈພະອົງ. ຫຼາຍຄົນໃນປະຊາຄົມຂອງເຮົາເປັນພີ່ນ້ອງໃໝ່ ດັ່ງນັ້ນ ເຮົາຈຶ່ງອະທິດຖານເຖິງພະເຢໂຫວາເພື່ອຊ່ວຍເຮົາໃຫ້ເປັນແບບຢ່າງທີ່ດີທາງດ້ານຄວາມເຊື່ອ.”
7 ພະເຢໂຫວາຕອບຄຳອະທິດຖານຂອງເຂົາເຈົ້າແນວໃດ? ໄຣອັນບອກວ່າ: “ທັນທີທີ່ຫຼັງຈາກອະທິດຖານ ຄວາມຮູ້ສຶກໃນແງ່ລົບແລະຄວາມກັງວົນທີ່ມີໃນຕອນທຳອິດກໍໝົດໄປ. ສັນຕິສຸກຂອງພະເຈົ້າປົກປ້ອງຫົວໃຈແລະຄວາມຄິດຂອງເຮົາ. ເຮົາຮູ້ວ່າພະເຢໂຫວາຈະໃຊ້ເຮົາຕໍ່ໆໄປຖ້າເຮົາມີຄວາມຄິດທີ່ຖືກຕ້ອງຢູ່ສະເໝີ.”
8-10. (ກ) ພະລັງບໍລິສຸດຂອງພະເຈົ້າຊ່ວຍເຮົາແນວໃດເມື່ອເຮົາກັງວົນ? (ຂ) ພະເຢໂຫວາອາດຊ່ວຍເຫຼືອເຮົາແນວໃດຖ້າເຮົາຍັງຮັບໃຊ້ພະອົງຕໍ່ໆໄປ?
8 ພະລັງບໍລິສຸດຂອງພະເຈົ້າສາມາດຊ່ວຍເຮົາໃຫ້ສະຫງົບໃຈ ແລະຄິດເຖິງຂໍ້ຄຳພີທີ່ຈະຊ່ວຍເຮົາໃຫ້ໂຢຮັນ 14:26, 27) ຂໍເບິ່ງສິ່ງທີ່ເກີດຂຶ້ນກັບຟີລິບແລະມາລີ ຄູ່ຜົວເມຍທີ່ເຄີຍຮັບໃຊ້ຢູ່ເບເທນເກືອບ 25 ປີ. ພາຍໃນ 4 ເດືອນຫຼັງຈາກທີ່ອອກເບເທນ ແມ່ຂອງເຂົາເຈົ້າທັງສອງຄົນແລະຍາດພີ່ນ້ອງອີກຄົນໜຶ່ງກໍຕາຍ ແລະເຂົາເຈົ້າຍັງຕ້ອງເບິ່ງແຍງພໍ່ຂອງມາລີທີ່ເປັນໂລກສະໝອງເສື່ອມນຳອີກ.
ເຂົ້າໃຈວ່າອັນໃດສຳຄັນແທ້ໆໃນຊີວິດ. (ອ່ານ9 ຟີລິບບອກວ່າ: “ຂ້ອຍຄິດວ່າຂ້ອຍຮັບມືໄດ້ດີຢູ່ ແຕ່ກໍຍັງຮູ້ສຶກວ່າມີບາງຢ່າງຂາດໄປ. ຂ້ອຍພົບຂໍ້ຄຳພີໜຶ່ງທີ່ໂກໂລດ 1:11 (ລ.ມ.) ຢູ່ບົດຄວາມສຶກສາຫໍສັງເກດການ. ເມື່ອອ່ານແລ້ວຂ້ອຍໄດ້ຮູ້ວ່າຂ້ອຍກໍມີຄວາມອົດທົນຢູ່ ແຕ່ບໍ່ແມ່ນໃນແບບທີ່ຄວນຈະເປັນ. ຂ້ອຍຕ້ອງ ‘ອົດທົນຈົນເຖິງທີ່ສຸດແລະອົດກັ້ນດ້ວຍຄວາມຍິນດີ.’ ຂໍ້ນີ້ເຕືອນຂ້ອຍວ່າຄວາມຍິນດີໃນຊີວິດບໍ່ໄດ້ຂຶ້ນຢູ່ກັບສິ່ງທີ່ເກີດຂຶ້ນກັບຂ້ອຍ ແຕ່ຂຶ້ນຢູ່ກັບການທີ່ຂ້ອຍເຮັດຕາມທີ່ພະລັງບໍລິສຸດຂອງພະເຈົ້າຊີ້ນຳ.”
10 ຍ້ອນຟີລິບແລະມາລີດຸໝັ່ນເຮັດວຽກຮັບໃຊ້ພະເຢໂຫວາສະເໝີ ພະອົງຈຶ່ງອວຍພອນເຂົາເຈົ້າຫຼາຍຢ່າງ. ບໍ່ດົນຫຼັງຈາກເຂົາເຈົ້າອອກຈາກເບເທນ ເຂົາເຈົ້າກໍມີນັກສຶກສາທີ່ກ້າວໜ້າຫຼາຍແລະຢາກສຶກສາຫຼາຍກວ່າ 1 ຄັ້ງຕໍ່ອາທິດ. ມາລີເວົ້າວ່າ: “ເຂົາເຈົ້າເຮັດໃຫ້ເຮົາມີຄວາມສຸກແລະນີ້ເປັນວິທີທີ່ພະເຢໂຫວາບອກວ່າຈັກໜ້ອຍທຸກຢ່າງຈະດີຂຶ້ນ.”
ເຮັດສິ່ງທີ່ພະເຢໂຫວາມີເຫດຜົນຈະອວຍພອນ
11, 12. (ກ) ໂຢເຊບໄດ້ເຮັດຫຍັງທີ່ເຮັດໃຫ້ພະເຢໂຫວາມີເຫດຜົນທີ່ຈະອວຍພອນ? (ຂ) ພະເຢໂຫວາໃຫ້ລາງວັນຫຍັງກັບໂຢເຊບ?
11 ເມື່ອຊີວິດປ່ຽນແປງກະທັນຫັນ ເຮົາອາດກັງວົນຫຼາຍຈົນໃນຫົວຂອງເຮົາຄິດເຖິງແຕ່ບັນຫາ. ເລື່ອງນີ້ອາດຈະເກີດຂຶ້ນກັບໂຢເຊບໄດ້ ແຕ່ລາວເລືອກທີ່ຈະເຮັດໃຫ້ດີທີ່ສຸດໃນສະພາບການຕ່າງໆທີ່ລາວປະສົບ ເຊັ່ນ: ຕອນທີ່ລາວຢູ່ກັບໂປຕີຟາ ລາວກໍເຮັດວຽກຢ່າງໜັກ ແລະຕອນທີ່ລາວຢູ່ໃນຄຸກ ລາວກໍເຮັດວຽກໜັກທຸກຢ່າງທີ່ຜູ້ຄຸມໃຫ້ລາວເຮັດ.—ຕົ້ນເດີມ 39:21-23
12 ມີມື້ໜຶ່ງໂຢເຊບຖືກມອບໝາຍໃຫ້ເບິ່ງແຍງນັກໂທດ 2 ຄົນທີ່ເຄີຍເຮັດວຽກໃນວັງຂອງຟາໂລ. ໂຢເຊບເຮັດດີກັບເຂົາເຈົ້າແລະເຂົາເຈົ້າກໍຮູ້ສຶກສະບາຍໃຈທີ່ຈະລົມກັບລາວກ່ຽວກັບຄວາມກັງວົນແລະຄວາມຝັນທີ່ເຮັດໃຫ້ອຸກໃຈຫຼາຍ. (ຕົ້ນເດີມ 40:5-8) ໂຢເຊບບໍ່ຮູ້ວ່າຈະເກີດຫຍັງຂຶ້ນຕໍ່ຈາກນັ້ນ ແຕ່ການສົນທະນານັ້ນຈະເຮັດໃຫ້ລາວໄດ້ຮັບອິດສະຫຼະ. ສອງປີຕໍ່ມາ ລາວກໍຖືກປ່ອຍອອກຈາກຄຸກ ແລະຍັງໄດ້ເປັນຜູ້ປົກຄອງທີ່ມີອຳນາດຫຼາຍໃນເອຢິບ ເຊິ່ງເປັນຮອງຈາກຟາໂລເທົ່ານັ້ນ!—ຕົ້ນເດີມ 41:1, 14-16, 39-41
13. ບໍ່ວ່າຈະເກີດຫຍັງຂຶ້ນ ເຮົາຄວນເຮັດຫຍັງເພື່ອພະເຢໂຫວາຈະອວຍພອນ?
ຄຳເພງ 37:5) ເຖິງວ່າເຮົາຈະຮູ້ສຶກສັບສົນແລະກັງວົນ ເຮົາຈະ “ບໍ່ໝົດທາງອອກ” ຫຼືໝົດຫວັງ. (2 ໂກລິນໂທ 4:8, ທ.ປ.) ພະເຢໂຫວາຈະຢູ່ກັບເຮົາ ໂດຍສະເພາະຖ້າເຮົາດຸໝັ່ນເຮັດວຽກຮັບໃຊ້ຕໍ່ໆໄປ.
13 ເຮົາອາດເຈິສະຖານະການທີ່ເຮົາຄວບຄຸມບໍ່ໄດ້ຄືກັບໂຢເຊບ. ແຕ່ຖ້າເຮົາອົດທົນແລະເຮັດສິ່ງທີ່ເຮົາເຮັດໄດ້ໃຫ້ດີທີ່ສຸດ ພະເຢໂຫວາກໍຈະອວຍພອນເຮົາ. (ດຸໝັ່ນເຮັດວຽກຮັບໃຊ້ຕໍ່ໆໄປ
14-16. ຟີລິບໄດ້ດຸໝັ່ນເຮັດວຽກຮັບໃຊ້ຕໍ່ໆໄປແນວໃດເຖິງວ່າຊີວິດຈະປ່ຽນໄປ?
14 ຟີລິບຜູ້ປະກາດຂ່າວດີເປັນຕົວຢ່າງທີ່ດີຫຼາຍ ລາວດຸໝັ່ນເຮັດວຽກຮັບໃຊ້ຕໍ່ໆໄປບໍ່ວ່າຊີວິດຈະປ່ຽນແປງຫຼາຍສໍ່າໃດ. ມີເທື່ອໜຶ່ງ ລາວມີຄວາມສຸກກັບວຽກມອບໝາຍໃໝ່ໃນເມືອງເຢຣຶຊາເລມ. (ກິດຈະການ 6:1-6) ຕໍ່ມາທຸກຢ່າງກໍປ່ຽນໄປ. ຫຼັງຈາກເອຕຽນຖືກຂ້າກໍມີການຂົ່ມເຫງຄລິດສະຕຽນຢ່າງໜັກ ແລະເຂົາເຈົ້າຕ້ອງໜີອອກຈາກເມືອງເຢຣຶຊາເລມ. ເນື່ອງຈາກຟີລິບຢາກຮັບໃຊ້ພະເຢໂຫວາຕໍ່ໆໄປ ລາວຈຶ່ງໄປເມືອງສະມາລີເຊິ່ງເປັນເມືອງທີ່ຜູ້ຄົນຈຳເປັນຕ້ອງໄດ້ຟັງຂ່າວດີ.—ມັດທາຍ 10:5; ກິດຈະການ 8:1, 5
15 ຟີລິບເຕັມໃຈໄປທຸກບ່ອນຕາມທີ່ພະລັງບໍລິສຸດຊີ້ນຳ. ດັ່ງນັ້ນ ພະເຢໂຫວາຈຶ່ງໃຊ້ລາວໄປປະກາດໃນບ່ອນທີ່ຜູ້ຄົນຍັງບໍ່ເຄີຍໄດ້ຍິນຂ່າວດີ. ຊາວຢິວຫຼາຍຄົນດູຖູກຄົນສະມາລີແລະເຮັດບໍ່ດີຕໍ່ເຂົາເຈົ້າ. ແຕ່ຟີລິບບໍ່ໄດ້ມີອະຄະຕິ ລາວຢາກປະກາດຂ່າວດີກັບຄົນສະມາລີຫຼາຍແລະເຂົາເຈົ້າກໍ “ພ້ອມໃຈກັນ” ຟັງລາວ.—ກິດຈະການ 8:6-8
16 ຕໍ່ມາພະລັງບໍລິສຸດກໍຊີ້ນຳຟີລິບໃຫ້ໄປປະກາດຢູ່ເມືອງອາດໂດດແລະເຊຊາເຣບ່ອນທີ່ມີແຕ່ຄົນຕ່າງຊາດ. (ກິດຈະການ 8:39, 40) ຈາກນັ້ນ ຊີວິດຂອງຟີລິບກໍປ່ຽນອີກຄັ້ງ. ລາວຕັ້ງຫຼັກປັກຖານແລະກໍມີຄອບຄົວ. ແຕ່ບໍ່ວ່າຊີວິດຂອງລາວຈະປ່ຽນໄປຫຼາຍສໍ່າໃດ ລາວກໍຍັງຮັບໃຊ້ພະເຢໂຫວາຕໍ່ໆໄປ ແລະພະເຢໂຫວາກໍອວຍພອນລາວແລະຄອບຄົວຂອງລາວສະເໝີ.—ກິດຈະການ 21:8, 9
17, 18. ເມື່ອມີບາງຢ່າງໃນຊີວິດປ່ຽນແປງ ການດຸໝັ່ນເຮັດວຽກຮັບໃຊ້ຊ່ວຍເຮົາແນວໃດ?
17 ຫຼາຍຄົນທີ່ຮັບໃຊ້ເຕັມເວລາບອກວ່າການດຸໝັ່ນເຮັດວຽກຮັບໃຊ້ຊ່ວຍເຂົາເຈົ້າໃຫ້ມີຄວາມສຸກແລະຄິດ
ໃນແງ່ບວກເຖິງວ່າສະພາບການໃນຊີວິດຈະປ່ຽນໄປ. ຕົວຢ່າງ: ພີ່ນ້ອງຜົວເມຍຄູ່ໜຶ່ງຈາກອາຝຼິກກາໃຕ້ຊື່ອອດສະບອນແລະໂພໄລໄດ້ອອກຈາກເບເທນ. ເຂົາເຈົ້າຄິດວ່າບໍ່ງ່າຍທີ່ຈະຫາວຽກບໍ່ເຕັມເວລາແລະບ່ອນຢູ່ອາໄສ. ອອດສະບອນບອກວ່າ: “ເຮົາຄິດວ່າຈະຫາວຽກໄດ້ໄວ ແຕ່ກໍຍັງຫາບໍ່ໄດ້.” ໂພໄລບອກວ່າ: “ຕັ້ງສາມເດືອນທີ່ເຮົາຫາວຽກບໍ່ໄດ້ແລະບໍ່ມີເງິນເກັບເລີຍ. ມັນເປັນສິ່ງທີ່ທ້າທາຍແທ້ໆ.”18 ສິ່ງໃດຊ່ວຍອອດສະບອນແລະໂພໄລຮັບມືກັບສະຖານະການທີ່ເຄັ່ງຕຶງນີ້? ອອດສະບອນບອກວ່າ: “ການປະກາດກັບພີ່ນ້ອງໃນປະຊາຄົມຈະຊ່ວຍເຮົາຫຼາຍແທ້ໆໃຫ້ຈົດຈໍ່ໃນວຽກຮັບໃຊ້ແລະຄິດບວກຢູ່ສະເໝີ.” ແທນທີ່ຈະນັ່ງກັງວົນຢູ່ເຮືອນ ເຂົາເຈົ້າເລືອກທີ່ຈະດຸໝັ່ນເຮັດວຽກຮັບໃຊ້ຕໍ່ໆໄປ. ນີ້ເຮັດໃຫ້ເຂົາເຈົ້າມີຄວາມສຸກຫຼາຍແທ້ໆ! ອອດສະບອນເວົ້າຕື່ມອີກວ່າ: “ເຮົາໄປທຸກບ່ອນເພື່ອຈະຫາວຽກແລະໃນທີ່ສຸດເຮົາກໍໄດ້ວຽກເຮັດ.”
ໄວ້ວາງໃຈພະເຢໂຫວາຢ່າງສຸດຫົວໃຈ
19-21. (ກ) ສິ່ງໃດຈະຊ່ວຍເຮົາໃຫ້ສະຫງົບໃຈ? (ຂ) ເຮົາຈະໄດ້ຮັບປະໂຫຍດແນວໃດຖ້າເຮົາປັບຕົວຍອມຮັບການປ່ຽນແປງທີ່ບໍ່ຄາດຄິດ?
ການທີ່ເຮົາປັບຕົວຍອມຮັບການປ່ຽນແປງຈະຊ່ວຍໃຫ້ເຮົາສະໜິດກັບພະເຢໂຫວາແທ້ໆ
19 ຄືກັບທີ່ເຮົາໄດ້ເຫັນ ຖ້າເຮົາເຮັດໃຫ້ດີທີ່ສຸດໃນສະຖານະການຂອງເຮົາແລະໄວ້ວາງໃຈພະເຢໂຫວາຢ່າງສຸດຫົວໃຈ ເຮົາກໍຈະມີຄວາມສະຫງົບໃຈບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. (ອ່ານມີເກ 7:7) ໃນທີ່ສຸດ ເຮົາຈະຮູ້ວ່າການທີ່ເຮົາປັບຕົວຍອມຮັບການປ່ຽນແປງຈະຊ່ວຍໃຫ້ເຮົາສະໜິດກັບພະເຢໂຫວາແທ້ໆ. ໂພໄລເວົ້າວ່າການທີ່ຕ້ອງອອກຈາກເບເທນສອນລາວວ່າ ການໝາຍເພິ່ງພະເຢໂຫວາໃນຍາມທີ່ຫຍຸ້ງຍາກແມ່ນໝາຍເຖິງຫຍັງແທ້ໆ. ລາວບອກວ່າ: “ສາຍສຳພັນຂອງຂ້ອຍກັບພະເຢໂຫວາແໜ້ນແຟ້ນຫຼາຍຂຶ້ນ.”
20 ມາລີເຊິ່ງເວົ້າເຖິງກ່ອນໜ້ານີ້ຍັງຕ້ອງເບິ່ງແຍງພໍ່ທີ່ສູງອາຍຸແລະລາວກໍຍັງເປັນໄພໂອເນຍ. ລາວບອກວ່າ: “ຂ້ອຍໄດ້ຮຽນຮູ້ວ່າເມື່ອໃດທີ່ຂ້ອຍກັງວົນ ຂ້ອຍ
ຕ້ອງອະທິດຖານທັນທີແລະພະຍາຍາມເຮັດໃຫ້ໃຈສະຫງົບ. ການຝາກເລື່ອງຕ່າງໆໄວ້ກັບພະເຢໂຫວາເປັນບົດຮຽນທີ່ສຳຄັນທີ່ສຸດເທົ່າທີ່ຂ້ອຍໄດ້ຮຽນຮູ້ມາ ແລະມັນຍັງຈຳເປັນຫຼາຍແທ້ໆໃນອະນາຄົດ.”21 ລອຍແລະອາເລັກຊັນດຣາຍອມຮັບວ່າການປ່ຽນແປງທີ່ເກີດຂຶ້ນໃນຊີວິດທົດສອບຄວາມເຊື່ອຂອງເຂົາເຈົ້າໃນວິທີທີ່ບໍ່ຄາດຄິດ. ແຕ່ການທົດສອບເຫຼົ່ານີ້ຍັງຊ່ວຍໃຫ້ເຂົາເຈົ້າເຫັນວ່າຄວາມເຊື່ອຂອງຕົວເອງເປັນແນວໃດ. ຕອນນີ້ເຂົາເຈົ້າຮູ້ແລ້ວວ່າຄວາມເຊື່ອຂອງເຂົາເຈົ້າເຂັ້ມແຂງພໍທີ່ຈະເຮັດໃຫ້ຮູ້ສຶກສະບາຍໃຈເມື່ອມີບັນຫາ ແລະຍັງຊ່ວຍໃຫ້ຮູ້ສຶກວ່າເປັນຄົນທີ່ດີຂຶ້ນ.
22. ເຮົາສາມາດໝັ້ນໃຈຫຍັງໄດ້ ຖ້າເຮົາເຮັດດີທີ່ສຸດບໍ່ວ່າສະພາບການຂອງເຮົາຈະເປັນແນວໃດ?
22 ໃນລະບົບນີ້ ຊີວິດຂອງເຮົາອາດປ່ຽນແປງກະທັນຫັນໄດ້. ເຮົາອາດຖືກປ່ຽນວຽກມອບໝາຍໃໝ່ ມີບັນຫາສຸຂະພາບ ຫຼືມີໜ້າທີ່ຮັບຜິດຊອບໃໝ່ໃນຄອບຄົວ. ແຕ່ບໍ່ວ່າຈະເກີດຫຍັງຂຶ້ນ ຂໍໃຫ້ໝັ້ນໃຈວ່າພະເຢໂຫວາເປັນຫ່ວງເຮົາແລະຈະຊ່ວຍເຮົາເມື່ອເຮົາຕ້ອງການ. (ເຫບເລີ 4:16; 1 ເປໂຕ 5:6, 7) ຕອນນີ້ ບໍ່ວ່າຊີວິດຂອງເຮົາຈະເປັນແນວໃດກໍຂໍໃຫ້ເຮັດໃຫ້ດີທີ່ສຸດ. ໃຫ້ອະທິດຖານເຖິງພະເຢໂຫວາພໍ່ຂອງເຮົາ ແລະຮຽນຮູ້ທີ່ຈະໄວ້ວາງໃຈພະອົງສຸດຫົວໃຈ. ການເຮັດແບບນີ້ ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດ ພະເຢໂຫວາກໍຈະຊ່ວຍເຮົາໃຫ້ມີຄວາມສະຫງົບໃຈ.
^ ຂໍ້ 4 ຫຼາຍປີຕໍ່ມາ ໂຢເຊບໄດ້ຕັ້ງຊື່ລູກຊາຍກົກວ່າມານາເຊ ເພາະລາວບອກວ່າ: “ພະເຈົ້າໄດ້ໃຫ້ເຮົາລືມຄວາມລຳບາກໝົດສິ້ນ.” ລາວເຂົ້າໃຈວ່າລູກຊາຍເປັນຂອງຂວັນທີ່ພະເຢໂຫວາໃຫ້ເພື່ອປອບໃຈລາວ.—ຕົ້ນເດີມ 41:51