ພະເຍຊູຕາຍເພື່ອຂ້ອຍ ແທ້ໆບໍ?
ຄຳພີໄບເບິນມີຄຳເວົ້າຈາກໃຈຂອງຄົນທີ່ສັດຊື່ຫຼາຍຄົນເຊິ່ງເປັນຄົນ “ທຳມະດາເໝືອນດັ່ງເຮົາ.” (ຢໂກ. 5:17) ຕົວຢ່າງ: ເຮົາສາມາດເຂົ້າໃຈຄວາມຮູ້ສຶກຂອງໂປໂລໄດ້ຕອນທີ່ລາວເວົ້າໃນໂລມ 7:21-24 (ລ.ມ.) ທີ່ວ່າ: “ເມື່ອຂ້ອຍຢາກເຮັດສິ່ງທີ່ຖືກຕ້ອງ ສິ່ງຊົ່ວກໍຢູ່ໃນຕົວຂ້ອຍ . . . ຂ້ອຍເປັນຕາສົມເພດແທ້ໆ!” ຄຳເວົ້ານີ້ໃຫ້ກຳລັງໃຈເຮົາອີ່ຫຼີເມື່ອເຮົາຕ້ອງຕໍ່ສູ້ກັບຄວາມບໍ່ສົມບູນແບບຂອງເຮົາ.
ແຕ່ໂປໂລຍັງເວົ້າເຖິງຄວາມຮູ້ສຶກອີກຢ່າງໜຶ່ງຄືກັນ. ໃນຄາລາຊີ 2:20 (ລ.ມ.) ລາວເວົ້າດ້ວຍຄວາມໝັ້ນໃຈວ່າ ພະເຍຊູ “ຮັກ [ລາວ] ແລະສະລະຊີວິດເພື່ອ [ລາວ].” ເຈົ້າເດ ຮູ້ສຶກແບບນັ້ນຄືກັນບໍ? ອາດຈະບໍ່ສະເໝີໄປ.
ຖ້າເຮົາຮູ້ສຶກວ່າຕົວເອງບໍ່ມີຄ່າຍ້ອນຄວາມຜິດທີ່ເຄີຍເຮັດໃນອະດີດ ບາງເທື່ອອາດເປັນເລື່ອງຍາກທີ່ຈະເຊື່ອວ່າພະເຢໂຫວາຮັກແລະໃຫ້ອະໄພເຮົາ ແລະອາດເປັນເລື່ອງຍາກທີ່ຈະເບິ່ງວ່າຄ່າໄຖ່ເປັນຂອງຂວັນທີ່ໃຫ້ເຮົາເປັນສ່ວນຕົວ. ພະເຍຊູຢາກໃຫ້ເຮົາເບິ່ງແບບນັ້ນແທ້ໆບໍ? ຖ້າແມ່ນ ສິ່ງໃດຈະຊ່ວຍເຮົາໃຫ້ເບິ່ງແບບນັ້ນໄດ້? ຂໍໃຫ້ເຮົາມາພິຈາລະນາສອງຄຳຖາມນີ້.
ພະເຍຊູເບິ່ງຄ່າໄຖ່ຂອງເພິ່ນແນວໃດ?
ພະເຍຊູຢາກໃຫ້ເຮົາເບິ່ງວ່າຄ່າໄຖ່ເປັນຂອງຂວັນທີ່ໃຫ້ເຮົາເປັນສ່ວນຕົວ. ແຕ່ເຮົາຈະແນ່ໃຈໄດ້ແນວໃດ? ຂໍໃຫ້ນຶກພາບເຫດການທີ່ບັນທຶກໄວ້ໃນລືກາ 23:39-43. ຊາຍຄົນໜຶ່ງທີ່ຖືກຄຶງໄວ້ເທິງເສົາທໍລະມານໃກ້ກັບພະເຍຊູຍອມຮັບວ່າລາວໄດ້ເຮັດສິ່ງທີ່ຜິດ. ລາວຕ້ອງເຮັດຜິດຮ້າຍແຮງຫຼາຍແທ້ໆຈຶ່ງຖືກຕັດສິນລົງໂທດໃຫ້ຖືກຄຶງຢູ່ເທິງເສົາທໍລະມານ. ລາວທຸກໃຈຫຼາຍຈົນຮ້ອງຂໍພະເຍຊູວ່າ: “ພະອົງເຈົ້າຂ້າ ເມື່ອພະອົງຈະມາໃນແຜ່ນດິນຂອງພະອົງ ຂໍເຊີນລະນຶກຄຶດຮອດຂ້າພະເຈົ້າເຖີ້ນ.”
ພະເຍຊູເຮັດແນວໃດ? ລອງນຶກເບິ່ງວ່າພະເຍຊູຈະເຈັບປວດຫຼາຍສ່ຳໃດຕອນທີ່ເພິ່ນຄ່ອຍໆປິ່ນໜ້າມາເບິ່ງຊາຍຄົນນີ້. ເຖິງວ່າພະເຍຊູຈະເຈັບປວດຫຼາຍ ແຕ່ເພິ່ນກໍຍັງຍິ້ມແລະກໍໃຫ້ກຳລັງໃຈລາວວ່າ: “ຈິງແທ້ເຮົາກ່າວແກ່ເຈົ້າໃນວັນນີ້ວ່າ ເຈົ້າຈະຢູ່ກັບເຮົາໃນທີ່ສຸກກະເສີມ [“ອຸທິຍານ,” ລ.ມ.].” ທີ່ຈິງ ພະເຍຊູອາດພຽງແຕ່ບອກລາວໃຫ້ຄິດເຖິງສິ່ງທີ່ເພິ່ນເຄີຍເວົ້າວ່າ: “ບຸດມະນຸດໄດ້ມາ . . . ປະທານຊີວິດຂອງພະອົງໃຫ້ເປັນລາຄາໄຖ່ໂທດຄົນຫຼາຍຄົນ.” (ມັດ. 20:28) ແຕ່ເຈົ້າສັງເກດເຫັນຫຍັງບໍ? ພະເຍຊູເນັ້ນວ່າເພິ່ນໃຫ້ຄ່າໄຖ່ກັບເຮົາເປັນສ່ວນຕົວແທ້ໆ ເຊິ່ງເຫັນໄດ້ຈາກວິທີທີ່ເພິ່ນໃຊ້ຄຳເວົ້າແບບອ່ອນໂຍນທີ່ວ່າ “ເຈົ້າ” ກັບ “ເຮົາ.” ແລະຕອນທີ່ພະເຍຊູບອກຜູ້ຊາຍຄົນນັ້ນວ່າລາວຈະໄດ້ຢູ່ໃນອຸທິຍານເທິງໂລກ ກໍສະແດງວ່າເພິ່ນໃຫ້ຄ່າໄຖ່ກັບລາວເປັນສ່ວນຕົວ.
ພະເຍຊູຢາກໃຫ້ຊາຍຄົນນີ້ເຂົ້າໃຈວ່າ ຄ່າໄຖ່ເປັນຂອງຂວັນທີ່ໃຫ້ລາວເປັນສ່ວນຕົວຄືກັນ. ຖ້າພະເຍຊູຮູ້ສຶກແບບນັ້ນກັບອາຊະຍາກອນທີ່ຍັງບໍ່ມີໂອກາດຮັບໃຊ້ພະເຈົ້າ ແນ່ນອນເພິ່ນກໍຕ້ອງຮູ້ສຶກຫຼາຍກວ່ານັ້ນອີກກັບຄລິດສະຕຽນທີ່ຮັບບັບເຕມາເຊິ່ງຮັບໃຊ້ພະເຈົ້າ. ແລ້ວສິ່ງໃດຈະຊ່ວຍເຮົາໃຫ້ເຊື່ອແທ້ໆວ່າຄ່າໄຖ່ຂອງພະເຍຊູເປັນປະໂຫຍດຕໍ່ເຮົາ ເຖິງວ່າເຮົາຈະເຄີຍເຮັດຜິດມາກ່ອນ?
ສິ່ງໃດຊ່ວຍໂປໂລ?
ຍ້ອນພະເຍຊູມອບໝາຍໃຫ້ໂປໂລເຮັດວຽກປະກາດ ໂປໂລຈຶ່ງເຂົ້າໃຈວ່າພະເຍຊູຕາຍເພື່ອລາວ. ເປັນຫຍັງລາວ1 ຕີໂມ. 1:12-14) ເຖິງວ່າໂປໂລຈະເຄີຍເຮັດສິ່ງທີ່ບໍ່ດີມາຫຼາຍຢ່າງ ແຕ່ພະເຍຊູກໍຍັງມອບໝາຍໃຫ້ລາວເຮັດວຽກທີ່ສຳຄັນນີ້ ນີ້ຈຶ່ງເຮັດໃຫ້ລາວໝັ້ນໃຈວ່າ ພະເຍຊູຮັກ ເມດຕາແລະໄວ້ໃຈລາວ. ໃນທຸກມື້ນີ້ ພະເຍຊູກໍໄດ້ມອບໝາຍໃຫ້ເຮົາແຕ່ລະຄົນເຮັດວຽກປະກາດຂ່າວດີຄືກັນ. (ມັດ. 28:19, 20) ການທີ່ພະເຍຊູມອບໝາຍວຽກໃຫ້ເຮົາເຮັດກໍຊ່ວຍເຮົາໃຫ້ຮູ້ວ່າເພິ່ນຕາຍເພື່ອເຮົາ.
ຈຶ່ງຄິດແບບນັ້ນ? ລາວບອກວ່າ: “ເຮົາໂມທະນາພະຄຸນພະຄລິດເຍຊູພະອົງເຈົ້າຂອງເຮົາທັງຫຼາຍຜູ້ໄດ້ຊູແຮງຂອງເຮົາ ເພາະວ່າພະອົງໄດ້ຖືເຮົາເປັນຄົນສັດຊື່ຈຶ່ງຕັ້ງເຮົາໄວ້ໃນການບົວລະບັດຂອງພະອົງ ຕົນເຮົາຜູ້ເມື່ອກ່ອນເປັນຄົນຫຍາບຊ້າແລະຄົນຂົ່ມເຫງແລະຄົນທຳຮ້າຍ.” (ແອວເບີດທີ່ຫາກໍ່ກັບມາຫາພະເຢໂຫວາຫຼັງຈາກທີ່ຖືກຕັດສຳພັນໄດ້ເກືອບ 34 ປີ ລາວບອກວ່າ: “ຄວາມຜິດທີ່ຂ້ອຍເຮັດໄປ ກໍຕິດຢູ່ໃນໃຈຂ້ອຍສະເໝີ. ແຕ່ເມື່ອຂ້ອຍເຮັດວຽກຮັບໃຊ້ ຂ້ອຍກໍຮູ້ສຶກຄືກັບອັກຄະສາວົກໂປໂລ ເພາະພະເຍຊູໄດ້ມອບໝາຍວຽກນີ້ໃຫ້ຂ້ອຍເປັນສ່ວນຕົວ. ມັນເຮັດໃຫ້ຂ້ອຍມີກຳລັງໃຈແລະຄິດໃນແງ່ບວກກ່ຽວກັບຕົວເອງ ກ່ຽວກັບຊີວິດແລະອະນາຄົດ.”—ເພງ. 51:3
ອາລັນເຄີຍເປັນອາຊະຍາກອນແລະມັກໃຊ້ຄວາມຮຸນແຮງກ່ອນທີ່ຈະຮຽນຄວາມຈິງ ລາວບອກວ່າ: “ຂ້ອຍຍອມຮັບວ່າ ຂ້ອຍຍັງຄິດເຖິງຄວາມເສຍຫາຍທີ່ກໍ່ໃຫ້ຄົນອື່ນ. ບາງເທື່ອ ມັນເຮັດໃຫ້ຂ້ອຍທຸກໃຈ. ແຕ່ຂ້ອຍຂອບໃຈພະເຢໂຫວາທີ່ຍອມໃຫ້ຄົນບາບຄືຂ້ອຍໄດ້ປະກາດຂ່າວດີກັບຄົນອື່ນ. ເມື່ອຂ້ອຍເຫັນຄົນອື່ນສົນໃຈຂ່າວດີ ມັນເຮັດໃຫ້ຂ້ອຍຮູ້ວ່າພະເຢໂຫວາເປັນພະເຈົ້າທີ່ມີຄວາມຮັກແລະຄວາມກະລຸນາຫຼາຍແທ້ໆ. ຂ້ອຍຮູ້ສຶກວ່າພະອົງໃຊ້ຂ້ອຍໃຫ້ຊ່ວຍຄົນອື່ນທີ່ເຄີຍເຮັດສິ່ງທີ່ບໍ່ດີຄືກັນກັບຂ້ອຍ.”
ການເຮັດວຽກຮັບໃຊ້ເຮັດໃຫ້ເຮົາຢາກເຮັດແຕ່ສິ່ງທີ່ດີແລະຄິດແຕ່ເລື່ອງດີໆ. ມັນຍັງເຮັດໃຫ້ເຮົາໝັ້ນໃຈວ່າ ພະເຍຊູຮັກ ເມດຕາແລະໄວ້ໃຈເຮົາ.
ພະເຈົ້າຮູ້ຈັກຕົວເຮົາ ດີກວ່າທີ່ເຮົາຮູ້ຈັກຕົວເອງ
ກ່ອນທີ່ໂລກຊາຕານຈະຖືກທຳລາຍ ເຮົາອາດຍັງຮູ້ສຶກຕຳໜິຕົວເອງແລະເສຍໃຈຍ້ອນຄວາມຜິດທີ່ເຄີຍເຮັດມາກ່ອນ. ສິ່ງໃດຈະຊ່ວຍເຮົາໃຫ້ເອົາຊະນະຄວາມຮູ້ສຶກນີ້ໄດ້?
ພີ່ນ້ອງຍິງຄົນໜຶ່ງຊື່ເຈນ ລາວຮູ້ສຶກຜິດຕະຫຼອດເມື່ອຄິດເຖິງສະໄໝທີ່ເປັນໄວລຸ້ນເຊິ່ງເຄີຍໃຊ້ຊີວິດແບບຕີສອງໜ້າ ລາວບອກວ່າ: “ຂ້ອຍມັກຂໍ້ພະຄຳພີທີ່ບອກວ່າ ‘ພະເຈົ້າຮູ້ຈັກຕົວເຮົາ ດີກວ່າທີ່ເຮົາຮູ້ຈັກຕົວເອງ.’” (1 ໂຢ. 3:19, 20, ລ.ມ.) ຄືກັບເຈນ ເຮົາກໍຮູ້ສຶກໄດ້ກຳລັງໃຈຫຼາຍແທ້ໆທີ່ຮູ້ວ່າພະເຢໂຫວາແລະພະເຍຊູເຂົ້າໃຈເຮົາດີທີ່ວ່າເຮົາເປັນຄົນບາບ. ຂໍໃຫ້ຈື່ໄວ້ວ່າພະອົງທັງສອງບໍ່ໄດ້ເອົາຄ່າໄຖ່ໃຫ້ຄົນທີ່ສົມບູນແບບ ແຕ່ວ່າເອົາໃຫ້ຄົນບາບທີ່ກັບໃຈ.—1 ຕີໂມ. 1:15
ດັ່ງນັ້ນ ເມື່ອເຮົາອະທິດຖານແລະຄິດຕຶກຕອງກ່ຽວກັບວິທີທີ່ພະເຍຊູປະຕິບັດກັບມະນຸດທີ່ບໍ່ສົມບູນແບບ ແລະເມື່ອເຮົາພະຍາຍາມເຮັດວຽກຮັບໃຊ້ທີ່ເພິ່ນມອບໝາຍໃຫ້ຢ່າງດີທີ່ສຸດ ເຮົາກໍຈະໝັ້ນໃຈໄດ້ວ່າພະເຍຊູຕາຍເພື່ອເປັນຄ່າໄຖ່ໃຫ້ເຮົາ ແລະເຮົາກໍສາມາດເວົ້າໄດ້ຄືກັບໂປໂລທີ່ວ່າ: ພະເຍຊູ “ຮັກຂ້ອຍແລະສະລະຊີວິດເພື່ອຂ້ອຍ.”