ເຫດທີ່ໂມເຊໜີໄປ
ບົດ 29
ເຫດທີ່ໂມເຊໜີໄປ
ເບິ່ງໂມເຊພວມແລ່ນໜີຈາກອີຢີບ. ເຈົ້າເຫັນຄົນທີ່ແລ່ນໄລ່ຕາມເຂົາໄປບໍ? ເຈົ້າຮູ້ບໍວ່າເປັນຫຍັງເຂົາຢາກຈະຂ້າໂມເຊ? ໃຫ້ເຮົາພາກັນຄົ້ນເບິ່ງ.
ໂມເຊເຕີບໂຕຂຶ້ນໃນລາຊະວັງແຫ່ງຟາໂລ ຜູ້ປົກຄອງແຫ່ງອີຢີບ. ເຂົາກາຍເປັນຄົນສະຫຼາດຫຼາຍແລະເປັນບຸກຄົນສຳຄັນ. ໂມເຊຮູ້ວ່າຕົນເອງບໍ່ແມ່ນຊາວອີຢີບ ແຕ່ພໍ່ແມ່ແທ້ໆຂອງຕົນນັ້ນຄືຊົນຍິດສະລາເອນຊຶ່ງເປັນທາດ.
ມື້ນຶ່ງ ເມື່ອໂມເຊມີອາຍຸໄດ້ 40 ປີ ໂມເຊໄດ້ຕັດສິນໃຈຈະໄປເບິ່ງວ່າຊົນຮ່ວມຊາດຂອງເຂົາເປັນຢ່າງໃດແດ່. ຊົນອີຢີບເຮັດຕໍ່ພວກເຂົາແບບທີ່ຮ້າຍກາດເຫຼືອເກີນ. ເຂົາເຫັນຄົນອີຢີບພວມຕີທາດຊົນຍິດສະລາເອນຄົນນຶ່ງ. ໂມເຊຫຼຽວເບິ່ງລອບໆ ແລະເມື່ອເຂົາບໍ່ໄດ້ເຫັນຄົນໃດແນມເບິ່ງ ໂມເຊຈຶ່ງຕີຄົນອີຢີບແລະເຂົາກໍ່ຕາຍໄປ. ແລ້ວໂມເຊກໍ່ເອົາສົບເຊື່ອງໄວ້ໃນດິນຊາຍ.
ມື້ຖັດໄປ ໂມເຊອອກໄປຢາມເບິ່ງຊົນຮ່ວມຊາດຂອງເຂົາອີກ. ໂມເຊຄິດວ່າຕົນຈະສາມາດຊ່ວຍພວກເຂົາໄດ້ເພື່ອພວກເຂົາຈະບໍ່ຕ້ອງເປັນທາດອີກຕໍ່ໄປ. ແຕ່ເຂົາໄດ້ເຫັນຊົນຍິດສະລາເອນພວມຕໍ່ສູ້ກັນ ດັ່ງນັ້ນໂມເຊຈຶ່ງເວົ້າກັບຜູ້ເຮັດຜິດວ່າ: ‘ເປັນຫຍັງເຈົ້າຈຶ່ງທຸບຕີພີ່ນ້ອງຂອງຕົນ?’
ຊາຍຄົນນັ້ນກ່າວວ່າ: ‘ຜູ້ໃດຕັ້ງທ່ານເປັນຜູ້ປົກຄອງແລະເປັນຜູ້ພິພາກສາພວກເຮົາ? ທ່ານຈະຂ້າຂ້ອຍເຊັ່ນທີ່ທ່ານໄດ້ຂ້າຊາວອີຢີບຄົນນັ້ນບໍ?’
ຕອນນີ້ໂມເຊຮູ້ສຶກຢ້ານ. ເຂົາຮູ້ວ່າຜູ້ຄົນຮູ້ເລື່ອງທີ່ຕົນໄດ້ເຮັດຕໍ່ຊາວອີຢີບຜູ້ນັ້ນ. ແມ່ນແຕ່ຟາໂລກໍ່ໄດ້ຍິນເຖິງເລື່ອງນີ້ ແລະໄດ້ສົ່ງຄົນໄປເພື່ອໃຫ້ຂ້າໂມເຊ. ນັ້ນແຫຼະເປັນເຫດຜົນທີ່ໂມເຊຕ້ອງໜີຈາກອີຢີບ.
ເມື່ອໂມເຊອອກຈາກອີຢີບແລ້ວ ເຂົາເດີນທາງໄປໄກຈົນເຖິງແຜ່ນດິນມາດຢານ. ທີ່ນັ້ນເຂົາພົບຄອບຄົວຂອງເຢດໂລ ແລະໄດ້ແຕ່ງດອງກັບລູກສາວຂອງເຂົາຄົນນຶ່ງຊື່ເຊໂຟຣາ. ໂມເຊໄດ້ກາຍເປັນຜູ້ລ້ຽງແກະແລະເປັນຜູ້ດູແລຮັກສາຝູງແກະຂອງເຢດໂລ. ເຂົາຢູ່ໃນແຜ່ນດິນມາດຢານເປັນເວລາ 40 ປີຄັນແລ້ວມື້ນຶ່ງ ຂະນະທີ່ໂມເຊພວມລ້ຽງຝູງແກະຂອງເຢດໂລຢູ່ ມີສິ່ງທີ່ໜ້າປະຫຼາດໃຈໄດ້ເກີດຂຶ້ນຊຶ່ງປ່ຽນຊີວິດທັງໝົດຂອງໂມເຊ. ພິກເບິ່ງໜ້າຕໍ່ໄປ ແລະໃຫ້ເຮົາເບິ່ງວ່າສິ່ງທີ່ໜ້າປະຫຼາດນັ້ນຄືຫຍັງ?
ອຸປະຍົກໜີ 2:11-25; ກິດຈະການ 7:22-29.