ນ້ຳຖ້ວມໃຫຍ່
ບົດ 10
ນ້ຳຖ້ວມໃຫຍ່
ຂ້າງນອກເຮືອນາວາຜູ້ຄົນຍັງດຳເນີນຊີວິດຕາມເຄີຍ. ເຂົາຍັງບໍ່ເຊື່ອວ່າຈະເກີດນ້ຳຖ້ວມ. ເຂົາຄົງຫົວຂວັນຫຼາຍກວ່າແຕ່ກ່ອນ. ແຕ່ໃນບໍ່ຊ້າ ເຂົາກໍ່ຢຸດຫົວຂວັນ.
ໂດຍກະທັນຫັນນ້ຳກໍ່ເລີ່ມຕົກລົງມາ. ນ້ຳຫຼັ່ງລົງມາຈາກທ້ອງຟ້າຄືຖອກນ້ຳອອກຈາກຖັງ. ໂນເອເວົ້າຖືກຕ້ອງອີ່ຫຼີ! ແຕ່ຕອນນີ້ມັນຊ້າເກີນໄປແລ້ວທີ່ຄົນໃດຄົນນຶ່ງຈະເຂົ້າໄປໃນຫີບນັ້ນໄດ້. ປະຕູເຮືອນາວານັ້ນໄດ້ປິດແໜ້ນໂດຍພະເຢໂຫວາແລ້ວ.
ໃນບໍ່ຊ້ານ້ຳກໍ່ປົກຄຸມພື້ນແຜ່ນດິນຕ່ຳທົ່ວໄປ. ນ້ຳຈຶ່ງກາຍເປັນເໝືອນແມ່ນ້ຳກວ້າງໃຫຍ່ຫຼາຍແມ່ນ້ຳ. ນ້ຳໄຫຼພັດດັນຕົ້ນໄມ້ແລະເຮັດໃຫ້ຫີນກ້ອນໃຫຍ່ກິ້ງໄປມາແລະເຮັດໃຫ້ເກີດສຽງສະໜັ່ນ. ຜູ້ຄົນກໍ່ຢ້ານກົວ. ເຂົາປີນຂຶ້ນໄປເນີນສູງໆ. ໂອ້ ຕອນນີ້ພວກເຂົາຄົງນຶກວ່າຖ້າຕົນໄດ້ຍອມຟັງໂນເອແລະເຂົ້າໃນເຮືອນາວາຂະນະທີ່ປະຕູຍັງເປີດຢູ່ນັ້ນຈະເປັນການດີຫຼາຍປານໃດ! ແຕ່ບັດນີ້ກໍ່ຊ້າເກີນໄປແລ້ວ.
ນ້ຳທະວີສູງຂຶ້ນເລື້ອຍໆ. ນ້ຳລົງມາຈາກທ້ອງຟ້າເປັນເວລາ 40 ມື້ແລະ 40 ຄືນ. ລະດັບນ້ຳສູງຂຶ້ນແລະໃນບໍ່ຊ້າແມ່ນແຕ່ພູເຂົາສູງທີ່ສຸດກໍ່ປົກຄຸມໄປດ້ວຍນ້ຳ. ຄົນແລະສັດທັງປວງທີ່ຢູ່ຂ້າງນອກຫີບໃຫຍ່ຕາຍໝົດຕາມທີ່ພະເຈົ້າໄດ້ບອກໄວ້. ແຕ່ວ່າທຸກຄົນທີ່ຢູ່ຂ້າງໃນໄດ້ຮັບຄວາມປອດໄພ.
ໂນເອແລະລູກຊາຍຂອງເຂົາໄດ້ສ້າງຫີບໃຫຍ່ນັ້ນເປັນຢ່າງດີ. ນ້ຳໄດ້ຊຸກຫນຸນຫີບນັ້ນຂຶ້ນ ແລະຫີບນັ້ນຈຶ່ງຟູຢູ່ເທິງພື້ນນ້ຳ. ຕໍ່ມາມື້ນຶ່ງຫຼັງຈາກຝົນເຊົາແລ້ວ ດວງອາທິດກໍ່ເລີ່ມສ່ອງແສງ. ເປັນພາບໜ້າປະຫຼາດຂະໜາດໃດ! ມີແຕ່ມະຫາສະຫມຸດທຸກຫົນທຸກແຫ່ງ. ສິ່ງທີ່ແລເຫັນໄດ້ຄືຫີບໃຫຍ່ຫຼືເຮືອນາວາທີ່ຟູລອຍຢູ່ເທິງພື້ນນ້ຳເທົ່ານັ້ນ.
ຕອນນັ້ນພວກຍັກຫຼືຄົນຮ່າງໃຫຍ່ກໍ່ບໍ່ມີອີກແລ້ວ. ເຂົາຈະບໍ່ກັບມາເຮັດໃຫ້ຄົນອື່ນບາດເຈັບອີກຕໍ່ໄປ. ພວກເຫຼົ່ານີ້ພ້ອມດ້ວຍພວກແມ່ຂອງເຂົາແລະຄົນທີ່ຊົ່ວນອກນັ້ນທັງໝົດໄດ້ຕາຍໄປ. ແຕ່ມີອັນໃດເກີດຂຶ້ນກັບພໍ່ຂອງເຂົາ?
ພໍ່ຂອງພວກຍັກຫຼືຄົນຮ່າງໃຫຍ່ເຫຼົ່ານັ້ນບໍ່ແມ່ນມະນຸດແທ້ໆຄືດັ່ງເຮົາ. ພວກເຂົາເປັນທູດສະຫວັນທີ່ໄດ້ລົງມາດຳເນີນຊີວິດຢ່າງມະນຸດຢູ່ແຜ່ນດິນໂລກ. ດັ່ງນັ້ນຕອນເກີດນ້ຳຖ້ວມໃຫຍ່ພວກເຂົາຈຶ່ງບໍ່ໄດ້ຕາຍເໝືອນຢ່າງຄົນອື່ນໆ. ເຂົາເລີກໃຊ້ຮ່າງກາຍແບບມະນຸດ ແລະໄດ້ກັບຄືນໄປຢູ່ສະຫວັນໃນຖານະເປັນທູດສະຫວັນ. ແຕ່ເຂົາບໍ່ໄດ້ຮັບອະນຸຍາດເປັນສ່ວນປະກອບໃນຄອບຄົວທູດສະຫວັນຂອງພະເຈົ້າຕໍ່ໄປ. ດັ່ງນັ້ນເຂົາຈຶ່ງກາຍເປັນທູດສະຫວັນຂອງຊາຕານ. ພະຄຳພີໄບເບິນເອີ້ນພວກເຫຼົ່ານີ້ວ່າພວກຜີປີສາດ.
ຕອນນີ້ພະເຈົ້າບັນດານໃຫ້ລົມພັດມາແລະນ້ຳກໍ່ເລີ່ມລົດລົງ. ຫ້າເດືອນຕໍ່ມາຫີບໃຫຍ່ກໍ່ມາຄ້າງຢູ່ເທິງຍອດພູເຂົາໜ່ວຍນຶ່ງ. ຫຼາຍມື້ຜ່ານໄປອີກ ຄົນເຫຼົ່ານັ້ນທີ່ຢູ່ໃນເຮືອກໍ່ສາມາດແນມອອກໄປແລະເຫັນຍອດພູເຂົາຕ່າງໆໄດ້. ນ້ຳກໍ່ຄ່ອຍໆລົດລົງເລື້ອຍໆ.
ຕໍ່ມາໂນເອຈຶ່ງປ່ອຍນົກດຳຕົວນຶ່ງທີ່ເອີ້ນວ່າກາອອກໄປຈາກຫີບ. ມັນບິນໄປຊົ່ວຄາວແລະແລ້ວມັນກໍ່ກັບມາ ເພາະວ່າມັນບໍ່ພົບທີ່ຈະເກາະໄດ້. ມັນເຮັດຢ່າງນີ້ຫຼາຍເທື່ອແລະທຸກເທື່ອທີ່ມັນກັບຄືນມາ ມັນກໍ່ຈະເກາະຢູ່ເທິງຫີບນັ້ນ.
ໂນເອຢາກຮູ້ວ່ານ້ຳລົດລົງຈາກແຜ່ນດິນຫຼືຍັງ ດັ່ງນັ້ນ ຕໍ່ໄປທ່ານໄດ້ສົ່ງນົກເຂົາອອກໄປຈາກຫີບ. ແຕ່ນົກເຂົາໄດ້ກັບມາເຊັ່ນກັນ ເພາະມັນບໍ່ພົບທີ່ຈະເກາະອາໄສຢູ່ໄດ້. ໂນເອສົ່ງມັນອອກໄປອີກເທື່ອທີສອງ ແລະມັນໄດ້ຄາບໃບໝາກກອກເທດມາ. ຂະນະນັ້ນໂນເອຈຶ່ງຮູ້ວ່ານ້ຳໄດ້ບົກລົງແລ້ວ. ໂນເອສົ່ງນົກເຂົາອອກໄປອີກເປັນເທື່ອທີສາມ ແລະໃນທີ່ສຸດມັນພົບທີ່ແຫ້ງທີ່ຈະອາໄສຢູ່ໄດ້.
ບັດນີ້ ພະເຢໂຫວາຕັດແກ່ໂນເອ. ພະອົງກ່າວວ່າ: ‘ຈົ່ງອອກໄປຈາກຫີບນີ້ເຖີດ. ຈົ່ງນຳເອົາຄອບຄົວທັງໝົດຂອງເຈົ້າແລະນຳເອົາສັດທັງປວງທີ່ຢູ່ນຳເຈົ້າ.’ ພວກເຂົາຢູ່ພາຍໃນຫີບເປັນເວລາປີກວ່າ. ດັ່ງນັ້ນ ເຮົາຈຶ່ງພໍຈະນຶກໄດ້ວ່າພວກເຂົາຈະມີຄວາມຍິນດີຫຼາຍປານໃດທີ່ໄດ້ອອກມາຂ້າງນອກອີກແລະມີຊີວິດຢູ່!
ຕົ້ນເດິມ 7:10-24; 8:1-17; 1 ເປໂຕ 3:19, 20.