ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອາບີຄາລີແລະດາວິດ

ອາບີຄາລີແລະດາວິດ

ບົດ 60

ອາບີຄາລີ​ແລະ​ດາວິດ

ເຈົ້າ​ຮູ້​ຈັກ​ສະຕີ​ງາມ​ທີ່​ພວມ​ຍ່າງ​ມາ​ຫາ​ດາວິດ​ບໍ? ນາງ​ຊື່​ອາບີຄາລີ. ນາງ​ເປັນ​ຄົນ​ມີ​ເຫດຜົນ​ດີ ແລະ​ໄດ້​ຍັບຢັ້ງ​ດາວິດ​ຈາກ​ການ​ເຮັດ​ສິ່ງ​ບໍ່​ດີ. ແຕ່​ກ່ອນ​ທີ່​ເຮົາ​ຈະ​ຮຽນ​ກ່ຽວ​ກັບ​ເລື່ອງ​ນັ້ນ ໃຫ້​ເຮົາ​ພິຈາລະນາ​ເຖິງ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ດາວິດ.

ຫຼັງ​ຈາກ​ດາວິດ​ໜີ​ຈາກ​ຊາອຶເລ ເພິ່ນ​ເຊື່ອງ​ຕົວ​ຢູ່​ໃນ​ຖ້ຳ. ພວກ​ອ້າຍ​ແລະ​ຄົນ​ອື່ນໆພາຍ​ໃນ​ຄອບຄົວ​ຕ່າງ​ມາ​ສົມທົບ​ກັບ​ເພິ່ນ​ທີ່​ນັ້ນ. ພວກ​ຜູ້​ຊາຍ​ທັງ​ໝົດ​ປະມານ 400 ຄົນ​ມາ​ສົມທົບ​ກັບ​ເພິ່ນ ແລະ​ດາວິດ​ກາຍ​ເປັນ​ຜູ້​ນຳ​ຂອງ​ພວກ​ນັ້ນ. ແລ້ວ​ດາວິດ​ກໍ່​ໄປ​ຫາ​ກະສັດ​ແຫ່ງ​ແຜ່ນດິນ​ໂມອາບ​ແລະ​ທູນ​ວ່າ: ‘ຂໍ​ໂປດ​ໃຫ້​ພໍ່​ແລະ​ແມ່​ຂອງ​ຂ້າພະເຈົ້າ​ຢູ່​ກັບ​ທ່ານ​ຈົນ​ກວ່າ​ຂ້າພະເຈົ້າ​ຊາບ​ວ່າ​ຈະ​ມີ​ອັນ​ໃດ​ເກີດ​ຂຶ້ນ​ແກ່​ຂ້າພະເຈົ້າ.’ ຕໍ່​ມາ​ດາວິດ​ແລະ​ຄົນ​ຂອງ​ເພິ່ນ​ເຊື່ອງ​ຕົວ​ຢູ່​ຕາມ​ເນີນ​ພູເຂົາ.

ຫຼັງ​ຈາກ​ນີ້​ດາວິດ​ພົບ​ກັບ​ອາບີຄາລີ. ນາບາເລ​ຜົວ​ນາງ​ເປັນ​ເຈົ້າ​ຂອງ​ທີ່​ດິນ​ທີ່​ຮັ່ງມີ. ເຂົາ​ມີ​ແກະ 3,000 ຕົວ​ແລະ​ແພະ 1,000 ຕົວ. ນາບາເລ​ເປັນ​ຄົນ​ຊົ່ວ​ໃຈ​ແຄບ. ແຕ່​ອາບີຄາລີ​ເມຍ​ຂອງ​ເຂົາ​ກໍ່​ເປັນ​ຄົນ​ງາມ​ຫຼາຍ. ນອກ​ຈາກ​ນີ້​ນາງ​ຮູ້​ຈັກ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ສົມຄວນ. ຄັ້ງ​ນຶ່ງ​ນາງ​ຍັງ​ໄດ້​ຊ່ວຍ​ຊີວິດ​ຄອບຄົວ​ຂອງ​ນາງ​ໄວ້. ໃຫ້​ເຮົາ​ເບິ່ງ​ວ່າ​ນາງ​ເຮັດ​ຢ່າງ​ໃດ.

ດາວິດ​ແລະ​ພວກ​ຂອງ​ເພິ່ນ​ເຄີຍ​ສະແດງ​ຄວາມ​ກະລຸນາ​ຕໍ່​ນາບາເລ. ພວກ​ເຂົາ​ໄດ້​ຊ່ວຍ​ປ້ອງກັນ​ຝູງ​ແກະ​ຂອງ​ເຂົາ. ດັ່ງ​ນັ້ນ​ມື້​ນຶ່ງ​ດາວິດ​ສົ່ງ​ບາງ​ຄົນ​ຂອງ​ຕົນ​ໄປ​ຫາ​ນາບາເລ​ເພື່ອ​ຂໍ​ຄວາມ​ກະລຸນາ. ຄົນ​ຂອງ​ດາວິດ​ມາ​ຫາ​ນາບາເລ​ຂະນະ​ທີ່​ເຂົາ​ແລະ​ພວກ​ຜູ້​ຊ່ວຍ​ພວມ​ຕັດ​ຂົນ​ແກະ​ຢູ່. ມື້​ນັ້ນ​ເປັນ​ມື້​ຊຶ່ງ​ມີ​ການ​ກິນ​ລ້ຽງ ແລະ​ນາບາເລ​ມີ​ອາຫານ​ທີ່​ດີ​ຫຼາຍ​ຢ່າງ​ກິນ. ຄົນ​ຂອງ​ດາວິດ​ເວົ້າ​ດັ່ງ​ນີ້: ‘ພວກ​ເຮົາ​ໄດ້​ສະແດງ​ຄວາມ​ກະລຸນາ​ຕໍ່​ທ່ານ. ພວກ​ເຮົາ​ບໍ່​ເຄີຍ​ລັກ​ແກະ​ຂອງ​ທ່ານ ແຕ່​ພວກ​ເຮົາ​ໄດ້​ຊ່ວຍ​ເບິ່ງ​ແຍງ​ແກະ​ເຫຼົ່າ​ນັ້ນ. ບັດ​ນີ້​ຂໍ​ທ່ານ​ໃຫ້​ອາຫານ​ແກ່​ພວກ​ເຮົາ​ບ້າງ.’

ນາບາເລ​ເວົ້າ​ວ່າ: ‘ເຮົາ​ຈະ​ບໍ່​ໃຫ້​ອາຫານ​ຂອງ​ເຮົາ​ແກ່​ຄົນ​ຄື​ພວກ​ເຈົ້າ.’ ເຂົາ​ເວົ້າ​ໃນ​ທາງ​ບໍ່​ໜ້າ​ຟັງ​ແລະ​ກ່າວ​ສິ່ງ​ຊົ່ວ​ຕ່າງໆເຖິງ​ດາວິດ. ເມື່ອ​ຄົນ​ເຫຼົ່າ​ນີ້​ກັບ​ໄປ​ກໍ່​ເລົ່າ​ເລື່ອງ​ໃຫ້​ດາວິດ​ຟັງ ດາວິດ​ກໍ່​ຄຽດ​ຫຼາຍ. ເພິ່ນ​ຈຶ່ງ​ສັ່ງ​ພວກ​ຂອງ​ຕົນ​ວ່າ: ‘ຈົ່ງ​ເອົາ​ດາບ​ຄາດ​ແອວ​ໄວ້!’ ແລ້ວ​ພວກ​ເຂົາ​ກໍ່​ພາ​ກັນ​ເລີ່ມ​ເດີນ​ທາງ​ຈະ​ໄປ​ຂ້າ​ນາບາເລ​ແລະ​ພວກ​ຄົນ​ຂອງ​ເຂົາ.

ຄົນ​ຂອງ​ນາບາເລ​ຄົນ​ນຶ່ງ​ຊຶ່ງ​ໄດ້​ຍິນ​ຄຳ​ເວົ້າ​ຫຍາບຊ້າ​ທີ່​ນາບາເລ​ເວົ້າ​ນັ້ນ ກໍ່​ເລົ່າ​ເລື່ອງ​ນັ້ນ​ໃຫ້​ອາບີຄາລີ​ຟັງ. ທັນໃດ​ນັ້ນ​ອາບີຄາລີ​ກໍ່​ຮີບ​ຈັດແຈ່ງ​ອາຫານ​ໄວ້​ພ້ອມ. ນາງ​ຂົນ​ເອົາ​ອາຫານ​ໃສ່​ເທິງ​ຫຼັງ​ລາ​ແລ້ວ​ກໍ່​ອອກ​ເດີນ​ທາງ. ເມື່ອ​ນາງ​ພົບ​ດາວິດ​ນາງ​ກໍ່​ຮີບ​ລົງ​ຈາກ​ຫຼັງ​ລາ: ແລ້ວ​ກົ້ມ​ໜ້າ​ລົງ​ຕໍ່​ດາວິດ​ແລະ​ກ່າວ​ວ່າ: ‘ທ່ານ​ເຈົ້າ​ຂ້າ ຂໍ​ຢ່າ​ເອົາໃຈໃສ່​ເລື່ອງ​ນາບາເລ​ຜົວ​ຂອງ​ຂ້ອຍ​ເລີຍ. ເຂົາ​ເປັນ​ຄົນ​ໂງ່​ແລະ​ເຮັດ​ສິ່ງ​ທີ່​ບໍ່​ສະຫຼາດ. ນີ້​ຄື​ຂອງ​ຂວັນ. ຂໍ​ໂປດ​ຮັບ​ເອົາ​ແລະ​ຂໍ​ກະລຸນາ​ຍົກ​ຜິດ​ແກ່​ພວກ​ເຮົາ​ໃນ​ເລື່ອງ​ທີ່​ເກີດ​ຂຶ້ນ​ນັ້ນ.’

ດາວິດ​ຕອບ​ວ່າ: ‘ເຈົ້າ​ເປັນ​ສະຕີ​ທີ່​ສະຫຼາດ ເຈົ້າ​ໄດ້​ຍັບຢັ້ງ​ເຮົາ​ຈາກ​ການ​ຂ້າ​ນາບາເລ​ເພື່ອ​ແກ້ແຄ້ນ​ຄວາມ​ຊົ່ວ​ໃຈ​ແຄບ​ຂອງ​ເຂົາ. ບັດ​ນີ້​ຈົ່ງ​ກັບ​ບ້ານ​ດ້ວຍ​ສັນຕິສຸກ​ເຖີດ.’ ຕໍ່​ມາ​ເມື່ອ​ນາບາເລ​ຕາຍ ອາບີຄາລີ​ກໍ່​ກາຍ​ມາ​ເປັນ​ເມຍ​ຄົນ​ນຶ່ງ​ຂອງ​ດາວິດ.

1 ຊາເມິອນ 22:​1-4; 25:​1-43.