ບົດທີ 25
ເພາະເຫດໃດແລະໂດຍວິທີໃດທີ່ເຮົາສ້າງຫໍປະຊຸມ?
ໂບລີວີ
ນີເຊເຣຍ ກ່ອນກໍ່ສ້າງແລະພາຍຫຼັງກໍ່ສ້າງ
ຕາຫິຕິ
ຊື່ຫໍປະຊຸມລາຊະອານາຈັກໝາຍເຖິງຈຸດສູນກາງໃນການພິຈາລະນາການສອນຄຳພີໄບເບິນ ເຊິ່ງເລັງໃສ່ເລື່ອງລາຊະອານາຈັກຂອງພະເຈົ້າ ນັ້ນເປັນຫົວເລື່ອງຫຼັກໃນວຽກຮັບໃຊ້ຂອງພະເຍຊູ.—ລືກາ 8:1
ຫໍປະຊຸມເປັນບ່ອນນະມັດສະການແທ້ໃນຊຸມຊົນ. ຫໍປະຊຸມເປັນສະຖານທີ່ທີ່ພະຍານພະເຢໂຫວາຈັດຕັ້ງວຽກງານການປະກາດຢູ່ພາຍໃນທ້ອງຖິ່ນ. (ມັດທາຍ 24:14) ຫໍປະຊຸມແຕ່ລະບ່ອນແມ່ນແຕກຕ່າງທາງດ້ານຂະໜາດແລະການອອກແບບ ແຕ່ຫໍປະຊຸມທັງໝົດລ້ວນແຕ່ເປັນອາຄານທີ່ຮຽບງ່າຍ ຫໍປະຊຸມຫຼາຍແຫ່ງຖືກນຳໃຊ້ໂດຍຫຼາຍກວ່າໜຶ່ງປະຊາຄົມ. ໃນບໍ່ເທົ່າໃດປີມານີ້ ພວກເຮົາໄດ້ສ້າງຫໍປະຊຸມໃໝ່ຫຼາຍສິບພັນຫໍປະຊຸມ (ສະເລ່ຍແລ້ວມີການກໍ່ສ້າງຫ້າຫໍປະຊຸມຕໍ່ມື້) ເພື່ອໃຫ້ທັນກັບການຂະຫຍາຍຕົວຂອງປະຊາຄົມຕ່າງ ໆ ຂອງພວກເຮົາ. ເລື່ອງນີ້ເປັນໄປໄດ້ແນວໃດ?—ມັດທາຍ 19:26
ມີການສ້າງຫໍປະຊຸມໂດຍໃຊ້ເງິນທີ່ບໍລິຈາກຜ່ານກອງທຶນກໍ່ສ້າງຫໍປະຊຸມ. ເງິນບໍລິຈາກເຫຼົ່ານີ້ຖືກສົ່ງໄປສຳນັກງານສາຂາເພື່ອໃຫ້ມີເງິນໄວ້ພ້ອມສຳລັບປະຊາຄົມຕ່າງ ໆ ທີ່ຕ້ອງການກໍ່ສ້າງຫຼືປັບປຸງຫໍປະຊຸມ.
ຫໍປະຊຸມກໍ່ສ້າງໂດຍອາສາສະໝັກທີ່ບໍ່ໄດ້ຮັບຄ່າຈ້າງເຊິ່ງແມ່ນຄົນຈາກທຸກຖານະອາຊີບ. ໃນຫຼາຍດິນແດນ ມີການຕັ້ງກຸ່ມກໍ່ສ້າງຫໍປະຊຸມ. ກຸ່ມກໍ່ສ້າງຫໍປະຊຸມແລະອາສາສະໝັກຄົນອື່ນ ໆ ທີ່ຊ່ວຍໃນໂຄງການນີ້ ຍ້າຍຈາກປະຊາຄົມໜຶ່ງໄປອີກປະຊາຄົມໜຶ່ງພາຍໃນປະເທດ ຫຼືແມ່ນແຕ່ໄປເຂດຫ່າງໄກສອກຫຼີກເພື່ອນຳພາໃນແຕ່ລະໂຄງການກໍ່ສ້າງແລະເພື່ອຝຶກສອນພະຍານພະເຢໂຫວາໃນທ້ອງຖິ່ນ. ໃນດິນແດນອື່ນ ມີການແຕ່ງຕັ້ງຄະນະກຳມະການກໍ່ສ້າງສະເພາະເຂດ ເພື່ອຊີ້ນຳການກໍ່ສ້າງແລະການປັບປຸງຫໍປະຊຸມພາຍໃນເຂດທີ່ໄດ້ຮັບມອບໝາຍ. ຜູ້ເຖົ້າແກ່ທີ່ມີປະສົບການດ້ານການກໍ່ສ້າງຊີ້ນຳປະຊາຄົມໃນທຸກຂັ້ນຕອນຂອງການກໍ່ສ້າງ ແລະຊ່າງທີ່ຊຳນານສະເໜີແຮງງານຂອງຕົນເອງລ້າ ໆ. ຢູ່ສະຖານທີ່ກໍ່ສ້າງທຸກ ໆ ບ່ອນແຮງງານສ່ວນຫຼາຍແມ່ນມາຈາກປະຊາຄົມທ້ອງຖິ່ນ. ພະວິນຍານຂອງພະເຢໂຫວາແລະຄວາມພະຍາຍາມດ້ວຍສຸດຈິດສຸດໃຈຂອງປະຊາຊົນພະອົງເຮັດໃຫ້ສິ່ງທັງໝົດນີ້ເປັນໄປໄດ້.
-
ເປັນຫຍັງບ່ອນນະມັດສະການຂອງພວກເຮົາຈຶ່ງຖືກເອີ້ນວ່າຫໍປະຊຸມ?
-
ເປັນໄປໄດ້ແນວໃດທີ່ຈະສ້າງຫໍປະຊຸມໃນທົ່ວໂລກ?