ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 20

ພະ​ເຢໂຫວາ “ມີ​ສະຕິ​ປັນຍາ” ແຕ່​ກໍ​ຖ່ອມ

ພະ​ເຢໂຫວາ “ມີ​ສະຕິ​ປັນຍາ” ແຕ່​ກໍ​ຖ່ອມ

1-3. ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຖ່ອມ?

 ຂໍ​ໃຫ້​ນຶກພາບ​ວ່າ​ພໍ່​ຄົນ​ໜຶ່ງ​ທີ່​ຢາກ​ສອນ​ເລື່ອງ​ສຳຄັນ​ໃຫ້​ລູກ​ທີ່​ຍັງ​ນ້ອຍ​ຢູ່​ຂອງ​ລາວ​ຮູ້. ຖ້າ​ລາວ​ຢາກ​ໃຫ້​ລູກ​ໄດ້​ຮັບ​ປະໂຫຍດ​ແທ້ໆ​ລາວ​ຈະ​ບອກ​ລູກ​ແນວ​ໃດ? ລາວ​ຈະ​ຢືນ​ຈ້ອງ​ໜ້າ​ລູກ​ແລະ​ເວົ້າ​ແຮງໆ​ໃຫ້​ລູກ​ຢ້ານ​ບໍ? ຫຼື​ລາວ​ຈະ​ຫຍໍ້​ໂຕ​ລົງ​ຫາ​ລູກ​ແລ້ວ​ເວົ້າ​ກັບ​ລູກ​ໃນ​ແບບ​ທີ່​ອ່ອນໂຍນ? ພໍ່​ທີ່​ສະຫຼາດ​ແລະ​ຖ່ອມ​ກໍ​ຈະ​ເວົ້າ​ກັບ​ລູກ​ແບບ​ທີ່​ອ່ອນໂຍນ.

2 ພະ​ເຢໂຫວາ​ເປັນ​ພໍ່​ແບບ​ໃດ? ເພິ່ນ​ຍິ່ງ​ຫຼື​ຖ່ອມ ໃຈ​ຮ້າຍ​ຫຼື​ໃຈ​ດີ? ພະ​ເຢໂຫວາ​ຮູ້​ທຸກ​ຢ່າງ​ແລະ​ສະຫຼາດ​ກວ່າ​ທຸກ​ຄົນ. ເຈົ້າ​ອາດ​ເຄີຍ​ເຫັນ​ແມ່ນ​ບໍ​ວ່າ​ຄົນ​ທີ່​ມີ​ຄວາມ​ຮູ້​ແລະ​ສະຫຼາດ​ບໍ່​ແມ່ນ​ວ່າ​ຊິ​ເປັນ​ຄົນ​ຖ່ອມ​ທຸກ​ຄົນ​ໂລດ? ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ: “ຄວາມ​ຮູ້​ເຮັດ​ໃຫ້​ອວດດີ.” (1 ໂກຣິນໂທ 3:19; 8:1) ແຕ່​ພະ​ເຢໂຫວາ​ຜູ້​ທີ່ “ມີ​ສະຕິ​ປັນຍາ​ແລະ​ມີ​ລິດເດດ​ຫຼາຍ” ເພິ່ນ​ກໍ​ຍັງ​ຖ່ອມ. (ໂຢບ 9:4) ສິ່ງ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ເພິ່ນ​ເບິ່ງ​ຄື​ບໍ່​ມີ​ອຳນາດ​ຫຼື​ບໍ່​ເປັນ​ຕາ​ໜ້າ​ນັບຖື ແຕ່​ໝາຍ​ຄວາມ​ວ່າ​ເພິ່ນ​ບໍ່​ເຄີຍ​ຍິ່ງ. ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ?

3 ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ. ເພິ່ນ​ຈຶ່ງ​ບໍ່​ມີ​ຄຸນລັກສະນະ​ທີ່​ບໍ່​ດີ ເຊັ່ນ ຄວາມ​ຍິ່ງ. (ມາຣະໂກ 7:20-22) ຂໍ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ຜູ້​ພະຍາກອນ​ເຢເຣມີຢາ​ເວົ້າ​ກັບ​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ພະອົງ​ຈະ​ຈື່​ໄດ້​ແນ່ນອນ​ແລະ​ຈະ​ມາ​ຊ່ວຍ [ຫຼື​ກົ້ມ​ລົງ​ມາ​ຫາ] ລູກ.” a (ເພງ​ໂສກເສົ້າ 3:20) ເປັນ​ເລື່ອງ​ທີ່​ໜ້າ​ປະທັບໃຈ​ແທ້ໆ​ແມ່ນ​ບໍ​ທີ່​ພະ​ເຢໂຫວາ​ພະເຈົ້າ​ທີ່​ຍິ່ງໃຫຍ່​ສູງ​ສຸດ​ເຕັມໃຈ​ກົ້ມ​ລົງ​ມາ​ຫຼື​ລົດ​ໂຕເອງ​ລົງ​ມາ​ຫາ​ເຢເຣມີຢາ​ເພື່ອ​ສະແດງ​ຄວາມ​ສົນໃຈ​ມະນຸດ​ທີ່​ບໍ່​ສົມບູນແບບ. (ເພງ​ສັນລະເສີນ 113:7) ພະ​ເຢໂຫວາ​ຖ່ອມ​ຫຼາຍ​ແທ້ໆ ແຕ່​ເພິ່ນ​ສະແດງ​ຄວາມ​ຖ່ອມ​ແນວ​ໃດ? ຄວາມ​ຖ່ອມ​ຂອງ​ເພິ່ນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ? ແລະ​ເລື່ອງ​ນີ້​ສຳຄັນ​ຕໍ່​ເຮົາ​ແນວ​ໃດ?

ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຖ່ອມ

4, 5. (ກ) ຄວາມ​ຖ່ອມ​ແມ່ນ​ຫຍັງ ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຖ່ອມ ແລະ​ຄວາມ​ຖ່ອມ​ບໍ່​ໄດ້​ໝາຍເຖິງ​ຫຍັງ? (ຂ) ພະ​ເຢໂຫວາ​ສະແດງ​ຄວາມ​ຖ່ອມ​ກັບ​ດາວິດ​ແນວ​ໃດ ແລະ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

4 ຄົນ​ຖ່ອມ​ຈະ​ບໍ່​ຄິດ​ເຖິງ​ແຕ່​ໂຕເອງ​ຫຼື​ພູມໃຈ​ໃນ​ໂຕເອງ​ຫຼາຍ​ເກີນ​ໄປ. ຄົນ​ຖ່ອມ​ຈະ​ອ່ອນໂຍນ ອົດທົນ ແລະ​ມີ​ເຫດຜົນ. (ຄາລາເຕຍ 5:22, 23) ເຮົາ​ບໍ່​ຄວນ​ຄິດ​ວ່າ​ຍ້ອນ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຖ່ອມ ອ່ອນໂຍນ ແລະ​ອົດທົນ ແລ້ວ​ເພິ່ນ​ຈະ​ບໍ່​ໃຈ​ຮ້າຍ​ເມື່ອ​ມີ​ເລື່ອງ​ທີ່​ບໍ່​ຍຸຕິທຳ​ເກີດຂຶ້ນ​ຫຼື​ອ່ອນແອ​ຈົນ​ບໍ່​ກ້າ​ທຳລາຍ​ຄົນ​ຊົ່ວ. ແຕ່​ການ​ທີ່​ພະ​ເຢໂຫວາ​ຖ່ອມ​ແລະ​ອ່ອນໂຍນ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຄວບຄຸມ​ໂຕເອງ​ໄດ້​ຢ່າງ​ສົມບູນ​ແບບ​ແລະ​ໃຊ້​ລິດເດດ​ຢ່າງ​ຖືກຕ້ອງ​ສະເໝີ. (ເອຊາຢາ 42:14) ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ບອກ​ວ່າ: “ຄົນ​ຖ່ອມ​ຕ້ອງ​ບໍ່​ເຫັນ​ແກ່​ໂຕ ແລະ​ມີ​ແຕ່​ຄົນ​ແບບ​ນັ້ນ​ທີ່​ມີ​ສະຕິ​ປັນຍາ​ແທ້.” ແລ້ວ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

ພໍ່​ທີ່​ສະຫຼາດ​ສະແດງ​ຄວາມ​ຖ່ອມ​ແລະ​ຄວາມ​ອ່ອນໂຍນ​ຕໍ່​ລູກ​ຂອງ​ລາວ

5 ກະສັດ​ດາວິດ​ຂຽນ​ເພງ​ທີ່​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ເອົາ​ໂລ້​ໃຫ້​ລູກ​ເພື່ອ​ຊ່ວຍ​ຊີວິດ​ລູກ. ມື​ຂວາ​ຂອງ​ພະອົງ​ໄດ້​ໂຈມ​ລູກ​ໄວ້ ແລະ​ຄວາມ​ຖ່ອມ​ຂອງ​ພະອົງ​ເຮັດ​ໃຫ້​ລູກ​ຍິ່ງໃຫຍ່.” (ເພງ​ສັນລະເສີນ 18:35) ດາວິດ​ຮູ້ສຶກ​ໄດ້​ວ່າ​ພະ​ເຢໂຫວາ​ໂນ້ມ​ໂຕ​ລົງ​ມາ​ຫາ​ລາວ ແລະ​ເບິ່ງແຍງ​ປົກປ້ອງ​ລາວ​ທີ່​ເປັນ​ມະນຸດ​ບໍ່​ສົມບູນແບບ. ດາວິດ​ຮູ້​ວ່າ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ລອດ​ຈາກ​ພວກ​ສັດຕູ​ແລະ​ເຮັດ​ໃຫ້​ລາວ​ຂຶ້ນ​ເປັນ​ກະສັດ​ໄດ້ ຍ້ອນ​ເພິ່ນ​ເປັນ​ພະເຈົ້າ​ທີ່​ຖ່ອມ. ຄ້າຍຄື​ກັນ ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ລອດ​ໄດ້​ກໍ​ຍ້ອນ​ພະ​ເຢໂຫວາ​ຖ່ອມ. ເພິ່ນ​ຮັກ​ເຮົາ​ແລະ​ຊ່ວຍ​ເຮົາ​ຄື​ກັບ​ພໍ່​ທີ່​ໃຈ​ດີ.

6, 7. (ກ) ເປັນ​ຫຍັງ​ຄຳພີ​ໄບເບິນ​ບໍ່​ເຄີຍ​ເວົ້າ​ວ່າ​ພະ​ເຢໂຫວາ​ຈຽມໂຕ? (ຂ) ຄວາມ​ອ່ອນໂຍນ​ກັບ​ສະຕິ​ປັນຍາ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ ແລະ​ໃນ​ເລື່ອງ​ນີ້​ໃຜ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ?

6 ສັງເກດ​ວ່າ​ຄວາມ​ຖ່ອມ​ກັບ​ຄວາມ​ຈຽມໂຕບໍ່​ຄື​ກັນ. ຄວາມ​ຈຽມໂຕເປັນ​ຄຸນລັກສະນະ​ທີ່​ດີ​ອັນ​ໜຶ່ງ​ທີ່​ຄົນ​ສັດຊື່​ຄວນ​ມີ. ຄື​ກັບ​ຄວາມ​ຖ່ອມ ຄວາມ​ຈຽມໂຕກ່ຽວ​ຂ້ອງ​ກັບ​ສະຕິ​ປັນຍາ. ຕົວຢ່າງ​ເຊັ່ນ ສຸພາສິດ 11:2 ບອກ​ວ່າ: “ສະຕິ​ປັນຍາ​ຢູ່​ກັບ​ຄົນ​ທີ່​ຖ່ອມ​ໂຕ [ຫຼື​ຈຽມໂຕ]” ແຕ່​ຄຳພີ​ໄບເບິນ​ບໍ່​ເຄີຍ​ບອກ​ວ່າ​ພະ​ເຢໂຫວາ​ຈຽມໂຕ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ຍ້ອນ​ຄຳພີ​ໄບເບິນ​ໃຊ້​ຄຳ​ນີ້​ກັບ​ມະນຸດ​ເທົ່າ​ນັ້ນ​ແລະ​ໝາຍເຖິງ​ການ​ຍອມຮັບ​ວ່າ​ໂຕເອງ​ມີ​ຂີດ​ຈຳກັດ. ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ບໍ່​ມີ​ຂີດ​ຈຳກັດ ແຕ່​ຄົນ​ທີ່​ເຮັດ​ຕາມ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ເພິ່ນ​ຈະ​ເຂົ້າໃຈ​ວ່າ​ລາວ​ບໍ່​ສາມາດ​ເຮັດ​ໄດ້​ທຸກ​ຢ່າງ. (ມາຣະໂກ 10:27; ຕີໂຕ 1:2) ນອກ​ຈາກ​ນັ້ນ ບໍ່​ມີ​ໃຜ​ມີ​ສິດ​ຈະ​ສັ່ງ​ໃຫ້​ເພິ່ນ​ເຮັດ​ນັ້ນ​ເຮັດ​ນີ້​ໄດ້​ຍ້ອນ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ. ດັ່ງນັ້ນ ຄວາມ​ຈຽມໂຕຈຶ່ງ​ເອົາ​ມາ​ໃຊ້​ກັບ​ພະ​ເຢໂຫວາ​ບໍ່​ໄດ້.

7 ແຕ່​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຖ່ອມ​ແລະ​ອ່ອນໂຍນ. ເພິ່ນ​ສອນ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ວ່າ​ເພື່ອ​ຈະ​ມີ​ສະຕິ​ປັນຍາ​ແທ້ ເຂົາເຈົ້າ​ຕ້ອງ​ອ່ອນໂຍນ. ຄຳພີ​ໄບເບິນ​ບອກ​ວ່າ ‘ຄວາມ​ອ່ອນໂຍນ​ມາ​ຈາກ​ສະຕິ​ປັນຍາ.’ b (ຢາໂກໂບ 3:13) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ນີ້​ນຳ​ກັນ.

ພະ​ເຢໂຫວາ​ມອບໝາຍ​ວຽກ​ໃຫ້​ຄົນ​ອື່ນ​ແລະ​ຟັງ​ເຂົາເຈົ້າ

8-10. (ກ) ເປັນ​ຫຍັງ​ຈຶ່ງ​ໜ້າ​ປະທັບໃຈ​ທີ່​ພະ​ເຢໂຫວາ​ເຕັມໃຈ​ມອບໝາຍ​ວຽກ​ໃຫ້​ຄົນ​ອື່ນ​ແລະ​ພ້ອມ​ທີ່​ຈະ​ຟັງ​ນຳ​ອີກ? (ຂ) ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ​ສະແດງ​ຄວາມ​ຖ່ອມ​ກັບ​ທູດສະຫວັນ​ຂອງ​ເພິ່ນ​ແນວ​ໃດ?

8 ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ປະທັບໃຈ​ໃນ​ໂຕ​ເພິ່ນ. ຕົວຢ່າງ​ເຊັ່ນ ເພິ່ນ​ເຕັມໃຈ​ມອບໝາຍ​ວຽກ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແລະ​ຍັງ​ຮັບ​ຟັງ​ເຂົາເຈົ້າ​ນຳ. ນີ້​ເປັນ​ເລື່ອງ​ທີ່​ໜ້າ​ງຶດ​ແທ້ໆ​ຍ້ອນ​ພະ​ເຢໂຫວາ​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຫຼື​ຮັບ​ຄຳ​ແນະນຳ​ຈາກ​ໃຜ. (ເອຊາຢາ 40:13, 14; ໂຣມ 11:34, 35) ແຕ່​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ເຮົາ​ເຫັນ​ຫຼາຍ​ເທື່ອ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຖ່ອມ.

9 ຂໍ​ໃຫ້​ຄິດ​ເຖິງ​ເຫດການ​ໜຶ່ງ​ທີ່​ສຳຄັນ​ໃນ​ຊີວິດ​ຂອງ​ອັບຣາຮາມ. ມີ​ແຂກ 3 ຄົນ​ມາ​ຫາ​ອັບຣາຮາມ ແລະ​ລາວ​ເອີ້ນ​ຜູ້​ໜຶ່ງ​ວ່າ: “ພະ​ເຢໂຫວາ.” ທີ່ຈິງ ເຂົາເຈົ້າ​ເປັນ​ທູດສະຫວັນ​ທີ່​ພະ​ເຢໂຫວາ​ສົ່ງ​ມາ​ເພື່ອ​ໃຫ້​ເຮັດ​ວຽກ​ມອບໝາຍ​ຂອງ​ເພິ່ນ ເມື່ອ​ທູດສະຫວັນ​ອົງ​ນັ້ນ​ເວົ້າ​ແລະ​ເຮັດ​ຫຍັງ​ກໍ​ຄື​ກັບ​ວ່າ​ພະ​ເຢໂຫວາ​ກຳລັງ​ເຮັດ​ແບບ​ນັ້ນ​ນຳ. ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ບອກ​ອັບຣາຮາມ​ວ່າ ເພິ່ນ​ໄດ້​ຍິນ “ຄົນ​ຈົ່ມ​ກ່ຽວກັບ​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ.” ພະ​ເຢໂຫວາ​ບອກ​ອີກ​ວ່າ: “ເຮົາ​ຊິ​ລົງ​ໄປ​ເບິ່ງ​ວ່າ​ຊິ​ແມ່ນ​ຄື​ກັບ​ທີ່​ເຂົາເຈົ້າ​ເວົ້າ​ບໍ? ຖ້າ​ບໍ່​ແມ່ນ ເຮົາ​ກໍ​ຈະ​ຮູ້.” (ປະຖົມມະການ 18:3, 20, 21) ແຕ່​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຈະ “ລົງ​ໄປ” ເບິ່ງ​ດ້ວຍ​ໂຕເອງ​ແທ້ໆ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເພິ່ນ​ສົ່ງ​ທູດສະຫວັນ​ທີ່​ເປັນ​ຕົວແທນ​ຂອງ​ເພິ່ນ​ໄປ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ. (ປະຖົມມະການ 19:1) ຖ້າ​ພະ​ເຢໂຫວາ​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ແລ້ວ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຕ້ອງ​ສົ່ງ​ທູດສະຫວັນ​ລົງ​ມາ? ເພິ່ນ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ເຂົາເຈົ້າ​ຊ່ວຍ​ເພື່ອ​ຈະ “ຮູ້” ວ່າ​ເກີດ​ຫຍັງ​ຂຶ້ນ​ຢູ່​ເມືອງ​ໂຊໂດມ​ແລະ​ເມືອງ​ໂກໂມຣາ​ກໍ​ໄດ້. ແຕ່​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຖ່ອມ​ໂດຍ​ໃຫ້​ທູດສະຫວັນ​ລົງ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ​ແລະ​ໃຫ້​ໄປ​ຢາມ​ໂລດ​ກັບ​ຄອບຄົວ​ຂອງ​ລາວ​ທີ່​ຢູ່​ເມືອງ​ໂຊໂດມ​ນຳ.

10 ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ພ້ອມ​ທີ່​ຈະ​ຮັບ​ຟັງ. ມີ​ເທື່ອ​ໜຶ່ງ​ເພິ່ນ​ຂໍ​ໃຫ້​ພວກ​ທູດສະຫວັນ​ສະເໜີ​ວິທີ​ຕ່າງໆ​ເພື່ອ​ຈະ​ເຮັດ​ໃຫ້​ກະສັດ​ອາຮາບ​ທີ່​ຊົ່ວ​ຮ້າຍ​ໄປ​ຕາຍ​ຢູ່​ສົງຄາມ. ພະ​ເຢໂຫວາ​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ທູດສະຫວັນ. ແຕ່​ເມື່ອ​ທູດສະຫວັນ​ອົງ​ໜຶ່ງ​ມີ​ຂໍ້​ສະເໜີ​ທີ່​ດີ ເພິ່ນ​ກໍ​ຟັງ​ແລະ​ບອກ​ໃຫ້​ລາວ​ເຮັດ​ຕາມ​ຂໍ້​ສະເໜີ​ຂອງ​ລາວ. (1 ກະສັດ 22:19-22) ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຖ່ອມ​ແທ້ໆ.

11, 12. ອັບຣາຮາມ​ໄດ້​ເຂົ້າໃຈ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຖ່ອມ?

11 ເມື່ອ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ບອກ​ເລື່ອງ​ທີ່​ລາວ​ອຸກໃຈ ພະ​ເຢໂຫວາ​ກໍ​ເຕັມໃຈ​ຟັງ​ລາວ. ຕົວຢ່າງ​ເຊັ່ນ ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ ອັບຣາຮາມ​ສັບສົນ​ແລະ​ເວົ້າ​ວ່າ: “ພະອົງ​ຈະ​ບໍ່​ເຮັດ​ຈັ່ງ​ຊັ້ນ​ແນ່ນອນ.” ແລ້ວ​ລາວ​ບອກ​ອີກ​ວ່າ: “ພະອົງ​ທີ່​ເປັນ​ຜູ້​ຕັດສິນ​ທົ່ວ​ໂລກ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ບໍ?” ລາວ​ຖາມ​ວ່າ ຖ້າ​ມີ​ຄົນ​ດີ 50 ຄົນ 45 ຄົນ ຫຼື 40 ຄົນ​ຢູ່​ຫັ້ນ ພະ​ເຢໂຫວາ​ຍັງ​ຈະ​ທຳລາຍ​ເມືອງ​ນັ້ນ​ບໍ? ເຖິງ​ວ່າ​ພະ​ເຢໂຫວາ​ຮັບຮອງ​ກັບ​ລາວ​ແລ້ວ​ວ່າ​ຈະ​ບໍ່​ທຳລາຍ ແຕ່​ອັບຣາຮາມ​ຍັງ​ຖາມ​ອີກ​ຄື​ເກົ່າ. ຈົນ​ສຸດທ້າຍ​ລາວ​ຖາມ​ວ່າ ຖ້າ​ຢູ່​ຫັ້ນ​ມີ​ຄົນ​ດີ​ແຕ່ 10 ຄົນ​ພະອົງ​ກໍ​ຍັງ​ຈະ​ທຳລາຍ​ເມືອງ​ນັ້ນ​ຢູ່​ບໍ. ບາງ​ເທື່ອ​ອັບຣາຮາມ​ຍັງ​ບໍ່​ທັນ​ເຂົ້າໃຈ​ແທ້ໆ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ເມດຕາ​ຫຼາຍ​ສ່ຳ​ໃດ. ແຕ່​ພະ​ເຢໂຫວາ​ກໍ​ອົດທົນ​ແລະ​ຖ່ອມ. ເພິ່ນ​ຍອມ​ໃຫ້​ອັບຣາຮາມ​ທີ່​ເປັນ​ໝູ່​ແລະ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໄດ້​ເວົ້າ​ເລື່ອງ​ທີ່​ລາວ​ອຸກໃຈ​ອອກ​ມາ.—ປະຖົມມະການ 18:23-33

12 ຫຼາຍ​ຄົນ​ທີ່​ມີ​ຄວາມ​ຮູ້​ຫຼາຍ​ມັກ​ຈະ​ບໍ່​ອົດທົນ​ຟັງ​ຄົນ​ທີ່​ມີ​ຄວາມ​ຮູ້​ໜ້ອຍ​ກວ່າ​ໂຕເອງ. c ແຕ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຮົາ​ຟັງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ດ້ວຍ​ຄວາມ​ຖ່ອມ. ເມື່ອ​ອັບຣາຮາມ​ຖາມ​ພະ​ເຢໂຫວາ​ຫຼາຍ​ເທື່ອ​ກ່ຽວກັບ​ການ​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ ລາວ​ຈຶ່ງ​ໄດ້​ເຂົ້າໃຈ​ວ່າ​ພະ​ເຢໂຫວາ “ບໍ່​ໃຈ​ຮ້າຍ​ງ່າຍ.” (ອົບພະຍົບ 34:6) ລາວ​ອາດຈະ​ຮູ້​ໂຕ​ຢູ່​ແລ້ວ​ວ່າ​ລາວ​ບໍ່​ມີ​ສິດ​ທີ່​ຈະ​ສົງໄສ​ການ​ກະທຳ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ສູງ​ສຸດ ລາວ​ຈຶ່ງ​ຂໍ​ຮອດ 2 ເທື່ອ​ວ່າ: “ພະ​ເຢໂຫວາ ຢ່າ​ຟ້າວ​ໃຈ​ຮ້າຍ​ເດີ້.” (ປະຖົມມະການ 18:30, 32) ພະ​ເຢໂຫວາ​ບໍ່​ໄດ້​ໃຈ​ຮ້າຍ​ໃຫ້​ໝູ່​ຂອງ​ເພິ່ນ ເພາະ​ເພິ່ນ​ມີ “ຄວາມ​ອ່ອນໂຍນ​ທີ່​ມາ​ຈາກ​ສະຕິ​ປັນຍາ.”

ພະ​ເຢໂຫວາ​ມີ​ເຫດຜົນ

13. ໃນ​ຄຳພີ​ໄບເບິນ​ຄຳ​ວ່າ “ມີ​ເຫດຜົນ” ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ຄຳ​ນີ້​ຈຶ່ງ​ເໝາະ​ກັບ​ພະ​ເຢໂຫວາ?

13 ເຮົາ​ເຫັນ​ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ຈາກ​ຄຸນລັກສະນະ​ທີ່​ດີ​ອີກ​ຢ່າງ​ໜຶ່ງ​ເຊິ່ງ​ແມ່ນ​ຄວາມ​ມີ​ເຫດຜົນ. ເປັນ​ຕາ​ເສຍໃຈ​ທີ່​ມະນຸດ​ບໍ່​ສົມບູນແບບ​ມັກ​ຈະ​ບໍ່​ມີ​ເຫດຜົນ. ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ເຕັມໃຈ​ຟັງ​ສິ່ງ​ທີ່​ມະນຸດ​ແລະ​ທູດສະຫວັນ​ບອກ​ເທົ່າ​ນັ້ນ. ແຕ່​ເພິ່ນ​ຍັງ​ເຕັມໃຈ​ຍອມ​ໃຫ້​ເຮັດ​ຕາມ​ຂໍ້​ສະເໜີ​ຂອງ​ເຂົາເຈົ້າ​ໄດ້​ຖ້າ​ເລື່ອງ​ນັ້ນ​ບໍ່​ຂັດ​ກັບ​ມາດຕະຖານ​ຂອງ​ເພິ່ນ. ໃນ​ຄຳພີ​ໄບເບິນ​ຄຳ​ວ່າ “ມີ​ເຫດຜົນ” ມີ​ຄວາມ​ໝາຍ​ວ່າ “ຍອມ.” ຄວາມ​ມີ​ເຫດຜົນ​ຂອງ​ພະ​ເຢໂຫວາ​ເປັນ​ຄຸນລັກສະນະ​ໜຶ່ງ​ທີ່​ສະແດງ​ວ່າ​ເພິ່ນ​ມີ​ສະຕິ​ປັນຍາ​ຫຼາຍ. ໃນ​ຢາໂກໂບ 3:17 ບອກ​ວ່າ: “ສະຕິ​ປັນຍາ​ຈາກ​ພະເຈົ້າ​ນັ້ນ . . . ຍອມ​ຄົນ​ອື່ນ [ມີ​ເຫດຜົນ].” ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຍອມ​ຄົນ​ອື່ນ​ຫຼື​ມີ​ເຫດຜົນ? ທຳອິດ ເພິ່ນ​ພ້ອມ​ຈະ​ປັບ​ປ່ຽນ​ໄດ້. ຢ່າ​ລືມ​ວ່າ​ຊື່​ຂອງ​ເພິ່ນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ຈະ​ເປັນ​ຫຍັງ​ກໍ​ໄດ້​ທີ່​ຈຳເປັນ​ເພື່ອ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ເພິ່ນ​ສຳເລັດ. (ອົບພະຍົບ 3:14) ສິ່ງ​ນີ້​ບອກ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ປັບ​ປ່ຽນ ແລະ​ຍອມ​ຄົນ​ອື່ນ​ບໍ່​ແມ່ນ​ບໍ?

14, 15. ນິມິດ​ຂອງ​ເອເຊກຽນ​ເລື່ອງ​ລາຊະ​ລົດ​ຂອງ​ພະ​ເຢໂຫວາ​ສອນ​ຫຍັງ​ເຮົາ​ກ່ຽວກັບ​ອົງການ​ສ່ວນ​ທີ່​ຢູ່​ໃນ​ສະຫວັນ​ຂອງ​ເພິ່ນ ແລະ​ອົງການ​ນີ້​ຕ່າງ​ຈາກ​ອົງການ​ຂອງ​ມະນຸດ​ແນວ​ໃດ?

14 ໃນ​ຄຳພີ​ໄບເບິນ​ມີ​ຂໍ້​ຄວາມ​ໜຶ່ງ​ທີ່​ສຳຄັນ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ປັບ​ປ່ຽນ. ຜູ້​ພະຍາກອນ​ເອເຊກຽນ​ໄດ້​ເຫັນ​ນິມິດ​ກ່ຽວກັບ​ອົງການ​ທີ່​ຢູ່​ສະຫວັນ​ຂອງ​ພະ​ເຢໂຫວາ​ເຊິ່ງ​ມີ​ທູດສະຫວັນ​ທີ່​ສັດຊື່. ລາວ​ເຫັນ​ລາຊະ​ລົດ​ທີ່​ໃຫຍ່​ຫຼາຍ​ເຊິ່ງ​ພະ​ເຢໂຫວາ​ຄວບຄຸມ​ຢູ່. ວິທີ​ທີ່​ລົດ​ນີ້​ເຄື່ອນ​ທີ່​ເປັນ​ຕາ​ໜ້າສົນໃຈ​ຫຼາຍ. ລົດ​ນີ້​ມີ 4 ກົງ​ລໍ້​ແລະ​ມີ​ຕາ​ຢູ່​ອ້ອມໆ​ທີ່​ສາມາດ​ແນມ​ເຫັນ​ໄດ້​ທຸກ​ບ່ອນ​ແລະ​ປ່ຽນ​ທິດ​ທາງ​ໄດ້​ທັນທີ​ໂດຍ​ບໍ່​ຕ້ອງ​ຢຸດ​ຫຼື​ລ້ຽວ. ລາຊະລົດ​ຂະໜາດ​ໃຫຍ່​ນີ້​ບໍ່​ໄດ້​ເຄື່ອນ​ທີ່​ແບບ​ຊ້າໆ​ຄື​ກັບ​ຍານ​ພາຫະນະ​ທີ່​ມະນຸດ​ສ້າງ​ຂຶ້ນ ແຕ່​ສາມາດ​ເຄື່ອນ​ທີ່​ໄວ​ເທົ່າ​ກັບ​ຄວາມ​ໄວ​ຂອງ​ແສງ ແລະ​ກົງ​ລໍ້​ທຸກ​ອັນ​ໄປ​ໄດ້​ທັງ​ສີ່​ທິດ​ໂດຍ​ບໍ່​ຕ້ອງ​ປິ່ນ​ໂຕ​ໄປ​ທາງ​ທີ່​ຈະ​ໄປ! (ເອເຊກຽນ 1:1, 14-28) ເຫັນ​ໄດ້​ແຈ້ງ​ວ່າ​ອົງການ​ຂອງ​ພະ​ເຢໂຫວາ​ຢູ່​ໃຕ້​ການ​ຄວບຄຸມ​ຂອງ​ເພິ່ນ ແລະ​ອົງການ​ນີ້​ພ້ອມ​ທີ່​ຈະ​ປັບ​ປ່ຽນ​ໃນ​ແບບ​ໄວໆ​ໄດ້​ຕະຫຼອດ​ເວລາ​ເລີຍ.

15 ເມື່ອ​ສະຖານະການ​ປ່ຽນ​ໄປ ມະນຸດ​ອາດ​ພະຍາຍາມ​ປັບ​ປ່ຽນ ແຕ່​ຫຼາຍ​ເທື່ອ​ໂຕ​ລາວ​ເອງ​ແລະ​ອົງການ​ຂອງ​ລາວ​ກໍ​ປັບ​ປ່ຽນ​ໄດ້​ຊ້າ​ຫຼາຍ. ເພື່ອ​ເປັນ​ຕົວຢ່າງ ເຮືອ​ບັນທຸກ​ນ້ຳມັນ​ຫຼື​ລົດ​ໄຟ​ບັນທຸກ​ສິນ​ຄ້າ​ອາດ​ເປັນ​ຕາ​ໜ້າ​ປະທັບໃຈ​ຍ້ອນ​ມັນ​ໃຫຍ່​ແລະ​ມີ​ພະລັງ​ຫຼາຍ. ແຕ່​ຖ້າ​ຢູ່​ບໍ່​ຢູ່​ກໍ​ມີ​ແນວ​ມາ​ຂວາງ​ໜ້າ​ມັນ ຍານ​ພາຫະນະ​ເຫຼົ່າ​ນັ້ນ​ຈະ​ຫຼົບ​ທັນ​ບໍ? ຄື​ຊິ​ຫຼົບ​ບໍ່​ທັນ​ດອກ. ເປັນ​ໄປ​ບໍ່​ໄດ້​ທີ່​ລົດ​ໄຟ​ບັນທຸກ​ສິນ​ຄ້າ​ທີ່​ໜັກໆ​ຈະ​ເບກ​ແລ້ວ​ບໍ່​ໄດ້​ຕຳ​ກັບ​ຫຍັງ. ເຖິງ​ວ່າ​ຢຽບ​ເບກ​ແລ້ວ ລົດ​ນັ້ນ​ກໍ​ຍັງ​ຈະ​ຕ້ອງ​ໄປ​ອີກ​ປະມານ 2 ກິໂລແມັດ ມັນ​ຈຶ່ງ​ຊິ​ຢຸດ​ໄດ້​ແທ້ໆ! ເຮືອ​ບັນທຸກ​ນ້ຳມັນ​ຂະໜາດ​ໃຫຍ່​ກໍ​ຄື​ກັນ ຂະໜາດ​ວ່າ​ມອດ​ເຄື່ອງ​ຈັກ​ແລ້ວ ມັນ​ກໍ​ຍັງ​ແລ່ນ​ໄປ​ໄດ້​ອີກ 8 ກິໂລແມັດ. ເຖິງ​ວ່າ​ຈະ​ໃຫ້​ເຄື່ອງ​ຈັກ​ແລ່ນ​ຖອຍ​ຫຼັງ​ແລ້ວ ເຮືອ​ກໍ​ຍັງ​ແລ່ນ​ໄປ​ໄດ້​ອີກ 3 ກິໂລແມັດ! ອົງການ​ຂອງ​ມະນຸດ​ທີ່​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ແລະ​ບໍ່​ມີ​ເຫດຜົນ​ກໍ​ເປັນ​ຄື​ກັນ. ຍ້ອນ​ຄວາມ​ຍິ່ງ​ມັກ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ຍອມ​ປັບ​ໃຫ້​ເຂົ້າ​ກັບ​ຄວາມ​ຈຳເປັນ​ຫຼື​ສະພາບການ​ທີ່​ປ່ຽນ​ໄປ. ການ​ບໍ່​ຍອມ​ປັບ​ປ່ຽນ​ນີ້​ເຮັດ​ໃຫ້​ບໍລິສັດ​ລົ້ມລະລາຍແລະ​ເຖິງຂັ້ນ​ເຮັດ​ໃຫ້​ລັດຖະບານ​ຖືກ​ໂຄ່ນ​ລົ້ມ​ດ້ວຍ​ຊ້ຳ. (ສຸພາສິດ 16:18) ເຮົາ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ​ບໍ່​ໄດ້​ເປັນ​ແບບ​ນັ້ນ.

ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມີ​ເຫດຜົນ

16. ກ່ອນ​ທີ່​ພະ​ເຢໂຫວາ​ຈະ​ທຳລາຍ​ເມືອງ​ໂຊດົມກັບ​ເມືອງ​ໂກໂມຣາ ເພິ່ນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມີ​ເຫດຜົນ​ກັບ​ໂລດ?

16 ຂໍ​ໃຫ້​ຄິດ​ເຖິງ​ການ​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ອີກ​ເທື່ອ​ໜຶ່ງ. ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບອກ​ໂລດ​ກັບ​ຄອບຄົວ​ແບບ​ແຈ້ງໆ​ເລີຍ​ວ່າ: “ໃຫ້​ເຈົ້າ​ໜີ​ໄປ​ເຂດ​ພູ.” ແຕ່​ໂລດ​ບໍ່​ຢາກ​ໄປ​ຫັ້ນ ລາວ​ຈຶ່ງ​ຂໍຮ້ອງ​ວ່າ: “ພະ​ເຢໂຫວາ! ຂໍ​ບໍ່​ໄປ​ບ່ອນ​ນັ້ນ​ໄດ້​ບໍ?” ຍ້ອນ​ລາວ​ຢ້ານ​ວ່າ​ຖ້າ​ຕ້ອງ​ໜີ​ໄປ​ຮອດ​ພຸ້ນ​ລາວ​ຄື​ຊິ​ຕາຍ​ກ່ອນ​ແທ້ໆ. ໂລດ​ເລີຍ​ຂໍ​ໃຫ້​ລາວ​ກັບ​ຄອບຄົວ​ໜີ​ໄປ​ເມືອງ​ໂຊອາ​ທີ່​ຢູ່​ໃກ້​ຫັ້ນ. ທີ່ຈິງ ໂລດ​ບໍ່​ຄວນ​ຢ້ານ​ຍ້ອນ​ພະ​ເຢໂຫວາ​ສາມາດ​ປົກປ້ອງ​ລາວ​ໃຫ້​ໄປ​ຮອດ​ເຂດ​ພູ​ໄດ້​ຢ່າງ​ປອດໄພ. ເຖິງ​ວ່າ​ພະ​ເຢໂຫວາ​ຕັ້ງໃຈ​ຈະ​ທຳລາຍ​ເມືອງ​ໂຊອາ ແຕ່​ເພິ່ນ​ກໍ​ຍອມ​ເຮັດ​ຕາມ​ທີ່​ໂລດ​ຂໍ. ເພິ່ນ​ບອກ​ໂລດ​ວ່າ: “ກໍ​ໄດ້ ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ຂໍ. ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ທີ່​ເຈົ້າ​ເວົ້າ​ເຖິງ​ນັ້ນ.” (ປະຖົມມະການ 19:17-22) ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ເຫດຜົນ​ແທ້ໆ?

17, 18. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ມີ​ເຫດຜົນ​ກັບ​ຄົນ​ນີເນເວ?

17 ພະ​ເຢໂຫວາ​ເມດຕາ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ. ດັ່ງນັ້ນ ເພິ່ນ​ຈຶ່ງ​ພ້ອມ​ທີ່​ຈະ​ປັບ​ປ່ຽນ​ຖ້າ​ມີ​ຄົນ​ກັບໃຈ​ແທ້ໆ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ຕອນ​ທີ່​ເພິ່ນ​ສົ່ງ​ຜູ້​ພະຍາກອນ​ໂຢນາ​ໄປ​ເມືອງ​ນີເນເວ​ທີ່​ມີ​ຄົນ​ຊົ່ວ​ແລະ​ຄົນ​ໂຫດຫ້ຽມ​ຫຼາຍ. ຕອນ​ທີ່​ໂຢນາ​ຍ່າງ​ໄປ​ຕາມ​ຫົນທາງ​ໃນ​ເມືອງ​ນີເນເວ ລາວ​ປະກາດ​ຂ່າວ​ສານ​ຈາກ​ພະເຈົ້າ​ວ່າ ອີກ 40 ມື້ ເມືອງ​ໃຫຍ່​ນີ້​ຈະ​ຖືກ​ທຳລາຍ. ແຕ່​ເຫດການ​ໄດ້​ປ່ຽນ​ໄປ​ແບບ​ເຫຼືອ​ເຊື່ອ ຄົນ​ໃນ​ເມືອງ​ນີເນເວ​ໄດ້​ກັບໃຈ!—ໂຢນາ​ບົດ 3

18 ຂໍ​ໃຫ້​ສັງເກດ​ວ່າ​ໃນ​ເຫດການ​ນີ້​ພະ​ເຢໂຫວາ​ກັບ​ໂຢນາ​ແຕກຕ່າງ​ກັນ​ຫຼາຍ. ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ປັບ​ປ່ຽນ​ຕາມ​ສະພາບການ. ແທນ​ທີ່​ພະ​ເຢໂຫວາ​ຈະ​ເປັນ “ນັກຮົບ​ທີ່​ເກັ່ງ​ຫຼາຍ” d ແລະ​ທຳລາຍ​ຄົນ​ໃນ​ເມືອງ​ນີເນເວ ແຕ່​ເພິ່ນ​ພັດ​ໃຫ້​ອະໄພ​ເຂົາເຈົ້າ. (ອົບພະຍົບ 15:3) ແຕ່​ໂຢນາ​ບໍ່​ຍອມ​ປັບ​ປ່ຽນ​ແລະ​ບໍ່​ໄດ້​ສະແດງ​ຄວາມ​ເມດຕາ​ເລີຍ. ແທນ​ທີ່​ຈະ​ຮຽນ​ແບບ​ພະ​ເຢໂຫວາ ລາວ​ພັດ​ບໍ່​ມີ​ເຫດຜົນ. ລາວ​ປະກາດ​ວ່າ​ຄົນ​ໃນ​ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ ແລະ​ລາວ​ກໍ​ຢາກ​ໃຫ້​ມັນ​ເປັນ​ແນວ​ນັ້ນ​ແທ້ໆ! ແຕ່​ພະ​ເຢໂຫວາ​ກໍ​ອົດທົນ​ກັບ​ໂຢນາ​ແລະ​ສອນ​ບົດ​ຮຽນ​ສຳຄັນ​ໃຫ້​ລາວ​ໃນ​ເລື່ອງ​ຄວາມ​ມີ​ເຫດຜົນ​ແລະ​ຄວາມ​ເມດຕາ.—ໂຢນາ​ບົດ 4

ພະ​ເຢໂຫວາ​ມີ​ເຫດຜົນ​ແລະ​ເຂົ້າໃຈ​ຂໍ້​ຈຳກັດ​ຂອງ​ເຮົາ

19. (ກ) ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຄາດໝາຍ​ຈາກ​ເຮົາ​ແບບ​ມີ​ເຫດຜົນ? (ຂ) ສຸພາສິດ 19:17 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່ “ດີ​ແລະ​ມີ​ເຫດຜົນ” ແລະ​ຖ່ອມ​ຫຼາຍ?

19 ພະ​ເຢໂຫວາ​ຄາດໝາຍ​ຈາກ​ເຮົາ​ຢ່າງ​ມີ​ເຫດຜົນ. ກະສັດ​ດາວິດ​ບອກ​ວ່າ: “ເພິ່ນ​ຮູ້​ວ່າ​ພວກ​ເຮົາ​ຖືກ​ສ້າງ​ມາ​ແບບ​ໃດແລະ​ຈື່​ວ່າ​ພວກ​ເຮົາ​ເປັນ​ແຕ່​ຂີ້​ດິນ.” (ເພງ​ສັນລະເສີນ 103:14) ພະ​ເຢໂຫວາ​ເຂົ້າໃຈ​ຂີດ​ຈຳກັດ​ແລະ​ຄວາມ​ບໍ່​ສົມບູນແບບ​ຂອງ​ເຮົາ​ຫຼາຍ​ກວ່າ​ທີ່​ເຮົາ​ເຂົ້າໃຈ​ໂຕເອງ​ຊ້ຳ. ເພິ່ນ​ບໍ່​ເຄີຍ​ຄາດໝາຍ​ຈາກ​ເຮົາ​ຫຼາຍ​ກວ່າ​ທີ່​ເຮົາ​ເຮັດ​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ​ບາງ​ຄົນ​ກໍ​ເປັນ​ຄົນ “ດີ​ແລະ​ມີ​ເຫດຜົນ” ສ່ວນ​ບາງ​ຄົນ​ກໍ​ເປັນ​ຄົນ “ເອົາ​ໃຈ​ຍາກ.” (1 ເປໂຕ 2:18) ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ດີ ມີ​ເຫດຜົນ ແລະ​ບໍ່​ໄດ້​ເອົາ​ໃຈ​ຍາກ. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ສຸພາສິດ 19:17 ທີ່​ບອກ​ວ່າ: “ຄົນ​ທີ່​ໃຈ​ດີ​ກັບ​ຄົນ​ຕ່ຳຕ້ອຍ​ກໍ​ສ່ຳ​ກັບ​ໃຫ້​ພະ​ເຢໂຫວາ​ຢືມ.” ນີ້​ໝາຍ​ຄວາມ​ວ່າ​ເພິ່ນ​ສົນໃຈ​ສິ່ງ​ດີໆ​ທີ່​ເຮົາ​ເຮັດ​ເພື່ອ​ຄົນ​ອື່ນ. ເພິ່ນ​ດີ​ແລະ​ມີ​ເຫດຜົນ​ແທ້ໆ. ຫຼາຍ​ກວ່າ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ທີ່​ຍິ່ງໃຫຍ່​ສູງ​ສຸດ​ຖື​ວ່າ​ເພິ່ນ​ເປັນ​ໜີ້​ມະນຸດ​ທີ່​ຕ່ຳຕ້ອຍ ແລະ​ເພິ່ນ​ຈະ​ຕອບ​ແທນ​ເຮົາ​ໃນ​ສິ່ງ​ດີໆ​ທີ່​ເຮົາ​ເຮັດ​ຕໍ່​ຄົນ​ອື່ນ. ເຫັນ​ໄດ້​ແຈ້ງ​ວ່າ​ເພິ່ນ​ຖ່ອມ​ຫຼາຍ​ແທ້ໆ.

20. ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຟັງ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ?

20 ພະ​ເຢໂຫວາ​ປະຕິບັດ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ດ້ວຍ​ຄວາມ​ອ່ອນໂຍນ​ແລະ​ມີ​ເຫດຜົນ​ຄື​ກັບ​ທີ່​ເພິ່ນ​ເຮັດ​ໃນ​ຕອນ​ແຕ່​ກີ້. ເມື່ອ​ເຮົາ​ອະທິດຖານ​ດ້ວຍ​ຄວາມ​ເຊື່ອ ເພິ່ນ​ຈະ​ຟັງ​ເຮົາ. ເຖິງ​ວ່າ​ຕອນນີ້​ເພິ່ນ​ບໍ່​ໄດ້​ໃຊ້​ທູດສະຫວັນ​ໃຫ້​ມາ​ເວົ້າ​ກັບ​ເຮົາ​ແລ້ວ ແຕ່​ເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ເພິ່ນ​ບໍ່​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຕອນ​ທີ່​ອັກຄະສາວົກ​ໂປໂລ​ຂໍ​ໃຫ້​ເພື່ອນ​ຮ່ວມ​ຄວາມ​ເຊື່ອ “ອະທິດຖານ . . . ຕໍ່ໆ​ໄປ” ເພື່ອ​ລາວ​ອາດ​ຈະ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ເພື່ອ​ໃຫ້​ຂ້ອຍ​ໄດ້​ກັບ​ໄປ​ຫາ​ພວກ​ເຈົ້າ​ໄວ​ຂຶ້ນ.” (ເຮັບເຣີ 13:18, 19) ດັ່ງນັ້ນ ຄຳ​ອະທິດຖານ​ຂອງ​ເຮົາ​ອາດ​ຈະ​ກະຕຸ້ນ​ໃຫ້​ພະ​ເຢໂຫວາ​ເຮັດ​ບາງ​ຢ່າງ​ທີ່​ເພິ່ນ​ອາດ​ຈະ​ບໍ່​ໄດ້​ຕັ້ງໃຈ​ເຮັດ​ໃນ​ຕອນ​ທຳອິດ​ກໍ​ໄດ້.—ຢາໂກໂບ 5:16

21. ຄວາມ​ຖ່ອມ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຖ່ອມ?

21 ເຖິງ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຖ່ອມ ອ່ອນໂຍນ ເຕັມໃຈຮັບຟັງ ອົດທົນ ແລະ​ມີ​ເຫດຜົນ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເພິ່ນ​ຈະ​ຍອມ​ອ່ອນ​ຂໍ້​ໃຫ້​ເມື່ອ​ມີ​ຄົນ​ບໍ່​ເຊື່ອຟັງ​ກົດໝາຍ​ຂອງ​ເພິ່ນ. ຜູ້​ນຳ​ໃນ​ໂບດ​ອາດ​ຄິດ​ວ່າ​ລາວ​ເປັນ​ຄົນ​ມີ​ເຫດຜົນ​ເມື່ອ​ສອນ​ວ່າ​ການ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດຊັງ​ເປັນ​ສິ່ງ​ທີ່​ບໍ່​ຜິດ ຍ້ອນ​ວ່າ​ຄົນ​ສ່ວນ​ຫຼາຍ​ຢາກ​ໄດ້​ຍິນ​ແບບ​ນັ້ນ. (2 ຕີໂມທຽວ 4:3) ບາງ​ເທື່ອ​ເຮົາ​ກໍ​ເຮັດ​ບາງ​ຢ່າງ​ທັງໆ​ທີ່​ຮູ້​ວ່າ​ມັນ​ຜິດ​ແລະ​ອ້າງ​ວ່າ​ມີ​ເຫດຜົນ​ທີ່​ຈະ​ເຮັດ​ແບບ​ນັ້ນ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ເພິ່ນ​ບໍລິສຸດແລະ​ບໍ່​ມີ​ມື້​ທີ່​ຈະ​ເຮັດ​ຫຍັງ​ທີ່​ຂັດ​ກັບ​ກົດໝາຍ​ຂອງ​ເພິ່ນ​ຢ່າງ​ແນ່ນອນ. (ລະບຽບ​ພວກ​ເລວີ 11:44) ເຮົາ​ເຫັນ​ວ່າ​ພະເຈົ້າ​ມີ​ເຫດຜົນ ແລະ​ນີ້​ເຮັດ​ໃຫ້​ເຮົາ​ຮັກ​ເພິ່ນ​ຫຼາຍ. ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ສະຕິ​ປັນຍາ​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ​ເປັນ​ພະເຈົ້າ​ທີ່​ຖ່ອມ​ທີ່​ສຸດ​ນຳ? ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ໃກ້ຊິດ​ກັບ​ພະເຈົ້າ​ຜູ້​ມີ​ລິດເດດ​ຫຼາຍ ແຕ່​ກໍ​ອ່ອນໂຍນ ອົດທົນ​ແລະ​ມີ​ເຫດຜົນ​ນຳ.

a ຜູ້​ຄັດລອກ​ຄຳພີ​ໄບເບິນ​ບາງ​ຄົນ​ໃນ​ອະດີດ​ໄດ້​ປ່ຽນ​ຂໍ້​ຄວາມ​ນີ້​ໂດຍ​ບອກ​ວ່າ​ເຢເຣມີຢາ​ເປັນ​ຜູ້​ທີ່​ກົ້ມ​ໂຕ​ລົງ ບໍ່​ແມ່ນ​ພະ​ເຢໂຫວາ​ເປັນ​ຜູ້​ກົ້ມ. ເຂົາເຈົ້າ​ອາດຈະ​ຄິດ​ວ່າ​ຜິດ​ທີ່​ຈະ​ບອກ​ວ່າ​ພະເຈົ້າ​ລົດ​ໂຕ​ລົງ​ມາ​ຊ່ວຍ​ມະນຸດ. ຍ້ອນ​ແນວ​ນີ້ ສະບັບ​ແປ​ຫຼາຍ​ສະບັບ​ຈຶ່ງ​ຂາດ​ຈຸດ​ສຳຄັນ​ທີ່​ໜ້າ​ປະທັບໃຈ​ນີ້​ເລີຍ.

b ສະບັບ​ແປ​ອື່ນໆ​ບອກ​ວ່າ “ໃຈ​ອ່ອນ​ສຸພາບ​ປະກອບ​ດ້ວຍ​ປັນຍາ.”

c ເປັນ​ຕາ​ໜ້າ​ສົນໃຈ ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ທີ່​ອົດທົນ​ຈະ​ບໍ່​ເປັນ​ຄົນ​ຍິ່ງ. (ປັນຍາຈານ 7:8) ດັ່ງນັ້ນ ເມື່ອ​ພະ​ເຢໂຫວາ​ອົດທົນ​ສະແດງ​ວ່າ​ເພິ່ນ​ຖ່ອມ​ແທ້ໆ.—2 ເປໂຕ 3:9

d ໃນ​ເພງ​ສັນລະເສີນ 86:5 ບອກ​ວ່າ​ພະ​ເຢໂຫວາ “ດີ​ແທ້ໆ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ.” ເມື່ອ​ແປ​ເພງ​ສັນລະເສີນ​ຂໍ້​ນີ້​ເປັນ​ພາສາ​ກຣີກ ຄຳ​ວ່າ “ພ້ອມ​ທີ່​ຈະ​ໃຫ້​ອະໄພ” ຖືກ​ແປ​ວ່າ​ເອພິອິເຄສ໌ ຫຼື “ມີ​ເຫດຜົນ.”