ບົດທີ 53
ຄວາມກ້າຫານຂອງເຢໂຮຢາດາ
ລາຊີນີເຢເຊເບນມີລູກສາວຄົນໜຶ່ງຊື່ອາທາລີຢາ. ອາທາລີຢາຊົ່ວໄດ້ແມ່ຂອງລາວເລີຍ. ລາວແຕ່ງດອງກັບກະສັດອົງໜຶ່ງຂອງຢູດາ. ເມື່ອຜົວຕາຍ ລູກຊາຍຂອງລາວກໍຂຶ້ນເປັນກະສັດແທນ. ແຕ່ເມື່ອລູກຊາຍຕາຍ ລາວກໍຕັ້ງໂຕເອງເປັນລາຊີນີປົກຄອງຢູດາແລະຂ້າລູກຫຼານທຸກຄົນທີ່ມີສິດເປັນກະສັດ. ປະຊາຊົນທຸກຄົນພາກັນຢ້ານລາວຫຼາຍ.
ປະໂລຫິດໃຫຍ່ເຢໂຮຢາດາກັບເຢໂຮຊາເບອາເມຍຂອງລາວຮູ້ວ່າອາທາລີຢາເຮັດຊົ່ວຫຼາຍ ເຂົາເຈົ້າຈຶ່ງສ່ຽງຊີວິດຊ່ວຍແອນ້ອຍຄົນໜຶ່ງທີ່ເປັນຫຼານຊາຍຂອງອາທາລີຢາ. ແອນ້ອຍຄົນນັ້ນຊື່ວ່າເຢໂຮອາດ ແລະເຂົາເຈົ້າໄດ້ເຊື່ອງລາວໄວ້ໃນວິຫານຂອງພະເຈົ້າ.
ເມື່ອເຢໂຮອາດອາຍຸໄດ້ 7 ປີ ເຢໂຮຢາດາກໍເອີ້ນພວກຫົວໜ້າກອງຮ້ອຍແລະພວກເລວີທັງໝົດມາລວມກັນແລະບອກເຂົາເຈົ້າວ່າ: ‘ໃຫ້ຍາມປະຕູວິຫານໄວ້ແລະຢ່າໃຫ້ໃຜເຂົ້າມາໄດ້.’ ຈາກນັ້ນ ເຢໂຮຢາດາກໍແຕ່ງຕັ້ງເຢໂຮອາດເປັນກະສັດຂອງຢູດາແລະເອົາມົງກຸດສຸບໃສ່ຫົວລາວ. ແລ້ວປະຊາຊົນກໍໂຫ່ຮ້ອງວ່າ: “ຂໍໃຫ້ກະສັດມີອາຍຸຍືນຍາວ!”
ລາຊີນີອາທາລີຢາໄດ້ຍິນສຽງປະຊາຊົນໂຫ່ຮ້ອງ ລາວຈຶ່ງຟ້າວແລ່ນໄປວິຫານ. ເມື່ອລາວເຫັນກະສັດອົງໃໝ່ ລາວກໍຮ້ອງວ່າ: “ພວກກະບົດ! ພວກກະບົດ!” ພວກຫົວໜ້າກອງຮ້ອຍຈັບລາຊີນີຊົ່ວນີ້ອອກໄປແລະຂ້າລາວຖິ້ມ. ແຕ່ເຂົາເຈົ້າຈະເຮັດແນວໃດກັບອິດທິພົນຊົ່ວຂອງລາວທີ່ຍັງເຫຼືອຢູ່ຢູດາ?
ເຢໂຮຢາດາໃຫ້ປະຊາຊົນເຮັດສັນຍາກັບພະເຢໂຫວາ ແລະເຂົາເຈົ້າກໍສັນຍາວ່າຈະນະມັດສະການພະເຢໂຫວາພຽງອົງດຽວ. ເຢໂຮຢາດາໃຫ້ເຂົາເຈົ້າທຳລາຍວິຫານຂອງພະບາອານແລະທຸບຮູບປັ້ນທັງໝົດຈົນມຸ່ນ. ລາວແຕ່ງຕັ້ງປະໂລຫິດແລະພວກເລວີໃຫ້ເຮັດວຽກຢູ່ວິຫານເພື່ອປະຊາຊົນຈະໄປນະມັດສະການພະເຢໂຫວາຢູ່ຫັ້ນໄດ້ອີກ. ລາວຍັງໃຫ້ຄົນຍາມປະຕູຕ່າງໆເພື່ອຄົນທີ່ບໍ່ສະອາດຈະເຂົ້າໄປໃນ
ວິຫານບໍ່ໄດ້. ຈາກນັ້ນ ເຢໂຮຢາດາກັບພວກຫົວໜ້າກອງຮ້ອຍກໍພາເຢໂຮອາດໄປວັງຂອງກະສັດແລະໃຫ້ລາວນັ່ງຢູ່ເທິງບັນລັງ. ປະຊາຊົນໃນຢູດາພາກັນມີຄວາມສຸກຫຼາຍ. ເຂົາເຈົ້າສາມາດຮັບໃຊ້ພະເຢໂຫວາໄດ້. ໃນທີ່ສຸດເຂົາເຈົ້າກໍເປັນອິດສະຫຼະຈາກອາທາລີຢາລາຊີນີທີ່ຊົ່ວຮ້າຍແລະຈາກການນະມັດສະການພະບາອານ. ເຈົ້າເຫັນບໍວ່າຄວາມກ້າຫານຂອງເຢໂຮຢາດາຊ່ວຍຄົນໄດ້ຫຼາຍສ່ຳໃດ?“ຢ່າຢ້ານຄົນທີ່ຂ້າພວກເຈົ້າໄດ້ແຕ່ໂຕ ແຕ່ບໍ່ສາມາດເອົາຊີວິດທີ່ພວກເຈົ້າຈະໄດ້ໃນອະນາຄົດໄປໄດ້ ແຕ່ໃຫ້ຢ້ານພະເຈົ້າຜູ້ທີ່ສາມາດທຳລາຍພວກເຈົ້າຕະຫຼອດໄປໃນເກເຮັນນາ.”—ມັດທາຍ 10:28