ບົດທີ 30
ຣາຮາບເຊື່ອງຜູ້ສອດແນມ
ຕອນທີ່ຜູ້ສອດແນມຄົນອິດສະຣາເອນ 2 ຄົນໄປເມືອງເຢຣິໂກ ເຂົາເຈົ້າໄດ້ພັກຢູ່ເຮືອນຂອງຜູ້ຍິງຄົນໜຶ່ງຊື່ຣາຮາບ. ເມື່ອກະສັດເມືອງເຢຣິໂກຮູ້ເລື່ອງນີ້ ລາວກໍສົ່ງທະຫານໄປເຮືອນຂອງຣາຮາບ. ແຕ່ຣາຮາບເຊື່ອງຜູ້ສອດແນມ 2 ຄົນໄວ້ຢູ່ເທິງດາດຟ້າແລະບອກທະຫານໃຫ້ໄປອີກທາງໜຶ່ງ. ລາວເວົ້າກັບຜູ້ສອດແນມວ່າ: ‘ຂ້ອຍຈະຊ່ວຍພວກເຈົ້າ ຍ້ອນຂ້ອຍຮູ້ວ່າພະເຢໂຫວາຢູ່ຝ່າຍພວກເຈົ້າແລະພວກເຈົ້າຈະຍຶດແຜ່ນດິນນີ້ໄດ້. ແຕ່ຂໍສັນຍາກັບຂ້ອຍແດ່ວ່າພວກເຈົ້າຈະຊ່ວຍຊີວິດຄອບຄົວຂອງຂ້ອຍ.’
ຜູ້ສອດແນມເວົ້າກັບຣາຮາບວ່າ: ‘ພວກເຮົາສັນຍາວ່າທຸກຄົນໃນຄອບຄົວຂອງເຈົ້າຈະປອດໄພ.’ ເຂົາເຈົ້າບອກລາວອີກວ່າ: ‘ໃຫ້ເຈົ້າມັດເຊືອກສີແດງສົດໄວ້ຢູ່ປ່ອງຢ້ຽມເດີ້ ແລ້ວຄອບຄົວຂອງເຈົ້າຈະລອດຊີວິດ.’
ຣາຮາບເອົາເຊືອກຢ່ອນລົງປ່ອງຢ້ຽມເພື່ອໃຫ້ຄົນສອດແນມປີນລົງໄປ. ເຂົາເຈົ້າໜີໄປລີ້ຢູ່ເຂດພູ 3 ມື້ ແລ້ວກໍກັບໄປຫາໂຢຊວຍ. ຫຼັງຈາກນັ້ນ ພວກອິດສະຣາເອນກໍຂ້າມແມ່ນ້ຳຈໍແດນແລະກຽມຍຶດແຜ່ນດິນການາອານ. ເຂົາເຈົ້າຍຶດເມືອງເຢຣິໂກໄດ້ເປັນເມືອງທຳອິດ.
ພະເຢໂຫວາບອກເຂົາເຈົ້າໃຫ້ຍ່າງອ້ອມເມືອງນັ້ນ 6 ມື້ ມື້ລະ 1 ຮອບ. ແຕ່ໃນມື້ທີ 7 ໃຫ້ຍ່າງ 7 ຮອບ. ແລ້ວພວກປະໂລຫິດກໍເປົ່າແກ ແລະທະຫານທຸກຄົນກໍຮ້ອງສຽງບັກດັງໆຈົນສຸດສຽງ ແລ້ວກຳແພງເມືອງກໍພັງລົງມາ! ແຕ່ເຮືອນຂອງຣາຮາບທີ່ຢູ່ເທິງກຳແພງບໍ່ເປັນຫຍັງ. ຣາຮາບກັບຄອບຄົວປອດໄພຍ້ອນວ່າລາວມີຄວາມເຊື່ອໃນພະເຢໂຫວາ.“ຣາຮາບ . . . ກໍຄືກັນ ພະເຈົ້າຍອມຮັບລາວຍ້ອນສິ່ງທີ່ລາວເຮັດຕອນທີ່ລາວເຊື່ອງຄົນສອດແນມແລະຊ່ວຍເຂົາເຈົ້າໃຫ້ໜີໄປທາງອື່ນ.”—ຢາໂກໂບ 2:25