ບົດທີ 12
ຢາໂຄບໄດ້ຮັບມໍລະດົກ
ຕອນທີ່ອີຊາກອາຍຸ 40 ປີ ລາວແຕ່ງດອງກັບເຣເບກາ ແລະລາວກໍຮັກເຣເບກາຫຼາຍ. ເຂົາເຈົ້າມີລູກຊາຍຝາແຝດນຳກັນສອງຄົນ.
ຜູ້ເປັນອ້າຍຊື່ເອຊາວ ແລະຜູ້ເປັນນ້ອງຊື່ຢາໂຄບ. ເອຊາວເປັນນາຍພານທີ່ເກັ່ງຫຼາຍ. ລາວມັກອອກໄປລ່າສັດ ແຕ່ຢາໂຄບມັກຢູ່ເຮືອນ.
ໃນສະໄໝນັ້ນ ລູກຊາຍກົກຈະໄດ້ດິນແລະເງິນຫຼາຍກວ່າລູກຄົນອື່ນໆ ເຊິ່ງນີ້ເອີ້ນວ່າມໍລະດົກ. ແຕ່ສຳລັບຄອບຄົວຂອງອີຊາກ ມໍລະດົກຍັງລວມເຖິງສັນຍາຕ່າງໆທີ່ພະເຢໂຫວາເຮັດກັບອັບຣາຮາມນຳ. ເອຊາວບໍ່ຄ່ອຍສົນໃຈເລື່ອງຄຳສັນຍາເຫຼົ່ານີ້ ແຕ່ຢາໂຄບຮູ້ວ່າຄຳສັນຍາເຫຼົ່ານີ້ເປັນເລື່ອງທີ່ສຳຄັນຫຼາຍ.
ມີມື້ໜຶ່ງ ເອຊາວໄປລ່າສັດມາໝົດມື້ແລະເມື່ອຍແທ້ເມື່ອຍວ່າ. ລາວໄດ້ກິ່ນຫອມອາຫານທີ່ຢາໂຄບກຳລັງເຮັດຢູ່ ກໍເລີຍເວົ້າວ່າ: ‘ອ້າຍຫິວຊິຕາຍແລ້ວ! ເອົາແກງສີແດງໆມາໃຫ້ອ້າຍກິນຈັກໜ້ອຍແດ່.’ ຢາໂຄບຕອບວ່າ: ‘ໄດ້ ແຕ່ອ້າຍຕ້ອງສາບານກັບນ້ອງກ່ອນວ່າຈະເອົາມໍລະດົກໃຫ້ນ້ອງ.’ ເອຊາວບອກວ່າ: ‘ອ້າຍບໍ່ສົນໃຈດອກມໍລະດົກຫັ້ນນະ. ເອົາໄປໂລດ! ອ້າຍຫິວຊິຕາຍແລ້ວ!’ ເຈົ້າຄິດວ່າເອຊາວສະຫຼາດບໍທີ່ເຮັດແນວນັ້ນ? ບໍ່ສະຫຼາດເລີຍ ຍ້ອນລາວເອົາສິ່ງທີ່ສຳຄັນຫຼາຍໄປແລກກັບແກງພຽງຖ້ວຍດຽວ.
ເມື່ອອີຊາກເຖົ້າຫຼາຍແລ້ວ ລາວກໍເອີ້ນລູກຊາຍກົກມາເພື່ອຈະອວຍພອນໃຫ້. ແຕ່ເຣເບກາຊ່ວຍຢາໂຄບລູກ
ຊາຍຫຼ້າໃຫ້ໄດ້ພອນແທນອ້າຍ. ເມື່ອເອຊາວຮູ້ ລາວກໍໃຈຮ້າຍເອົາແທ້ເອົາວ່າ ແລະວາງແຜນຂ້ານ້ອງຊາຍຝາແຝດ. ອີຊາກແລະເຣເບກາຢາກປົກປ້ອງຢາໂຄບ ເຂົາເຈົ້າຈຶ່ງບອກຢາໂຄບວ່າ: ‘ໜີໄປຢູ່ກັບລຸງລາບານທີ່ເປັນອ້າຍຂອງແມ່ແລະຢູ່ຫັ້ນຈົນກວ່າອ້າຍຊິໃຈເຢັນລົງ.’ ຢາໂຄບກໍເຮັດຕາມທີ່ພໍ່ແມ່ບອກແລະໜີເອົາຊີວິດລອດ.“ຖ້າຜູ້ໃດໄດ້ເປັນເຈົ້າຂອງທຸກສິ່ງທຸກຢ່າງໃນໂລກແຕ່ຕ້ອງເສຍຊີວິດ ມັນຈະມີປະໂຫຍດຫຍັງ? ຄົນເຮົາຈະເອົາຫຍັງມາແລກກັບຊີວິດຂອງໂຕເອງ?”—ມາຣະໂກ 8:36, 37