ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 87

ອາຫານ​ແລງ​ຄາບ​ສຸດທ້າຍ​ຂອງ​ພະ​ເຢຊູ

ອາຫານ​ແລງ​ຄາບ​ສຸດທ້າຍ​ຂອງ​ພະ​ເຢຊູ

ຄົນ​ຢິວ​ສະຫຼອງ​ເທດສະການ​ປັດສະຄາ​ໃນ​ວັນ​ທີ 14 ເດືອນ​ນີຊານ​ທຸກໆ​ປີ. ການ​ສະຫຼອງ​ນີ້​ເຕືອນ​ເຂົາເຈົ້າ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ຈາກ​ການ​ເປັນ​ທາດ​ໃນ​ເອຢິບ​ແລະ​ພາ​ເຂົາເຈົ້າ​ມາ​ຢູ່​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ. ໃນ​ປີ 33 ພະ​ເຢຊູ​ກັບ​ພວກ​ອັກຄະສາວົກ​ຂອງ​ເພິ່ນ​ສະຫຼອງ​ເທດສະການ​ປັດສະຄາ​ຢູ່​ຫ້ອງ​ຊັ້ນ​ເທິງ​ໃນ​ເມືອງ​ເຢຣູຊາເລັມ. ເມື່ອ​ສະຫຼອງ​ປັດສະຄາ​ແລ້ວໆ ພະ​ເຢຊູ​ກໍ​ເວົ້າ​ວ່າ: “ໃນ​ພວກ​ເຈົ້າ​ມີ​ຜູ້​ໜຶ່ງ​ຈະ​ທໍລະຍົດ​ຂ້ອຍ.” ພວກ​ອັກຄະສາວົກ​ຕົກໃຈ​ຫຼາຍ ແລະ​ຖາມ​ພະ​ເຢຊູ​ວ່າ: ‘ແມ່ນ​ໃຜ?’ ພະ​ເຢຊູ​ຕອບ​ວ່າ: ‘ແມ່ນ​ຜູ້​ທີ່​ຂ້ອຍ​ຈະ​ຍື່ນ​ເຂົ້າຈີ່​ນີ້​ໃຫ້.’ ແລ້ວ​ເພິ່ນ​ກໍ​ຍື່ນ​ເຂົ້າຈີ່​ປ່ຽງ​ໜຶ່ງ​ໃຫ້​ຢູດາອິສະກາຣີອົດ ຢູດາ​ກໍ​ລຸກ​ຂຶ້ນ​ແລະ​ອອກ​ຈາກ​ຫ້ອງ​ໄປ​ທັນທີ.

ຈາກ​ນັ້ນ ພະ​ເຢຊູ​ກໍ​ອະທິດຖານ ແລ້ວ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກ​ອັກຄະສາວົກ​ທີ່​ຍັງ​ຢູ່​ໃນ​ຫ້ອງ ແລະ​ເວົ້າ​ວ່າ: ‘ກິນ​ເຂົ້າຈີ່​ນີ້​ແມ້ ນີ້​ໝາຍ​ເຖິງ​ຮ່າງກາຍ​ຂອງ​ຂ້ອຍ​ທີ່​ຈະ​ສະລະ​ເພື່ອ​ພວກ​ເຈົ້າ.’ ຕໍ່​ມາ ເພິ່ນ​ກໍ​ອະທິດຖານ​ສຳລັບ​ເຫຼົ້າແວງ​ແລະ​ຍື່ນ​ໃຫ້​ພວກ​ອັກຄະສາວົກ ແລະ​ເວົ້າ​ວ່າ: ‘ກິນ​ເຫຼົ້າແວງ​ນີ້​ແມ້ ນີ້​ໝາຍ​ເຖິງ​ເລືອດ​ຂອງ​ຂ້ອຍ​ທີ່​ຈະ​ຊ່ວຍ​ໃຫ້​ບາບ​ໄດ້​ຮັບ​ການ​ຍົກໂທດ. ຂ້ອຍ​ສັນຍາ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ກັບ​ຂ້ອຍ​ໃນ​ສະຫວັນ. ໃຫ້​ເຮັດ​ແບບ​ນີ້​ທຸກ​ປີ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.’ ໃນ​ທຸກ​ມື້​ນີ້ ລູກສິດ​ຂອງ​ພະ​ເຢຊູ​ຍັງ​ປະຊຸມ​ກັນ​ທຸກ​ປີ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 14 ເດືອນ​ນີຊານ. ການ​ປະຊຸມ​ນີ້​ເອີ້ນ​ວ່າ ອາຫານ​ແລງ​ຂອງ​ພະຄລິດ.

ຫຼັງ​ຈາກ​ກິນ​ເຂົ້າ​ແລ້ວໆ ພວກ​ອັກຄະສາວົກ​ກໍ​ຖຽງ​ກັນ​ວ່າ​ໃນ​ເຂົາເຈົ້າ​ໃຜ​ເປັນ​ໃຫຍ່​ທີ່​ສຸດ. ແຕ່​ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: ‘ຜູ້​ທີ່​ເປັນ​ໃຫຍ່​ທີ່​ສຸດ​ຈະ​ເຮັດ​ໂຕ​ຄື​ກັບ​ຄົນ​ທີ່​ອາຍຸ​ນ້ອຍ​ທີ່​ສຸດ​ແລະ​ຄິດ​ວ່າ​ໂຕເອງ​ມີ​ຄວາມ​ສຳຄັນ​ໜ້ອຍ​ທີ່​ສຸດ.

ພວກ​ເຈົ້າ​ເປັນ​ໝູ່​ຂອງ​ຂ້ອຍ ຂ້ອຍ​ບອກ​ພວກ​ເຈົ້າ​ທຸກ​ເລື່ອງ​ທີ່​ພໍ່​ຂອງ​ຂ້ອຍ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້. ອີກ​ບໍ່​ດົນ​ຂ້ອຍ​ຈະ​ໄປ​ຫາ​ພໍ່​ຂອງ​ຂ້ອຍ​ໃນ​ສະຫວັນ ແຕ່​ພວກ​ເຈົ້າ​ຍັງ​ຈະ​ຢູ່​ໃນ​ໂລກ​ນີ້​ຕໍ່​ໄປ. ທຸກ​ຄົນ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ຖ້າ​ພວກ​ເຈົ້າ​ຮັກ​ກັນ. ໃຫ້​ພວກ​ເຈົ້າ​ຮັກ​ກັນ​ຄື​ກັບ​ທີ່​ຂ້ອຍ​ຮັກ​ພວກ​ເຈົ້າ​ເດີ້.’

ສຸດທ້າຍ ພະ​ເຢຊູ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ປົກປ້ອງ​ລູກສິດ​ທຸກ​ຄົນ. ເພິ່ນ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຮັດ​ວຽກ​ນຳ​ກັນ​ດ້ວຍ​ຄວາມ​ສາມັກຄີ. ເພິ່ນ​ອະທິດຖານ​ຂໍ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ. ແລ້ວ​ພະ​ເຢຊູ​ກັບ​ອັກຄະສາວົກ​ຂອງ​ເພິ່ນ​ກໍ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ​ແລະ​ອອກ​ໄປ​ທາງ​ນອກ. ຕອນນີ້ ເວລາ​ທີ່​ພະ​ເຢຊູ​ຈະ​ຖືກ​ຈັບ​ໃກ້​ເຂົ້າ​ມາ​ແລ້ວ.

“ພວກ​ເຈົ້າ​ທີ່​ເປັນ​ແກະ​ຝູງ​ນ້ອຍ ບໍ່​ຕ້ອງ​ຢ້ານ ຍ້ອນ​ພະເຈົ້າ​ພໍ່​ຂອງ​ພວກ​ເຈົ້າ​ຕັ້ງໃຈ​ແລ້ວ​ວ່າ​ຈະ​ເອົາ​ການ​ປົກຄອງ​ຂອງ​ເພິ່ນ​ໃຫ້​ພວກ​ເຈົ້າ.”—ລູກາ 12:32