ບົດທີ 15
ເຫັນຜົນດີຈາກວຽກຫນັກຂອງເຮົາ
“ມະນຸດທຸກຄົນຄວນ . . . ເຫັນຜົນດີ ຈາກວຽກຫນັກທັງສິ້ນຂອງຕົນ.”—ຜູ້ເທສະໜາປ່າວປະກາດ 3:13, ລ.ມ.
1-3. (ກ) ຫລາຍຄົນຮູ້ສຶກແນວໃດກ່ຽວກັບວຽກອາຊີບຂອງຕົນ? (ຂ) ຄຳພີໄບເບິນສະຫນັບສະຫນູນໃຫ້ມີທັດສະນະແນວໃດຕໍ່ວຽກ ແລະເຮົາຈະພິຈາລະນາຄຳຖາມຫຍັງໃນບົດນີ້?
ສຳລັບຫລາຍຄົນໃນໂລກທຸກມື້ນີ້ ວຽກບໍ່ແມ່ນສິ່ງທີ່ເຮັດໃຫ້ເກີດຄວາມຍິນດີ. ເນື່ອງຈາກໃຊ້ເວລາຫລາຍຊົ່ວໂມງເຮັດວຽກທີ່ຕົນເອງບໍ່ມັກ ເຂົາເຈົ້າຈຶ່ງເບື່ອທີ່ຈະໄປເຮັດວຽກໃນແຕ່ລະມື້. ຄົນທີ່ຮູ້ສຶກເຊັ່ນນັ້ນຈະໄດ້ຮັບການກະຕຸ້ນແນວໃດໃຫ້ສົນໃຈວຽກຂອງຕົນເອງ ໂດຍຍັງບໍ່ຕ້ອງເວົ້າເຖິງການປະສົບຄວາມພໍໃຈໃນວຽກນັ້ນ?
2 ຄຳພີໄບເບິນສະຫນັບສະຫນູນໃຫ້ມີທັດສະນະທີ່ເຫມາະສົມກ່ຽວກັບວຽກທີ່ຫນັກ. ຄຳພີໄບເບິນກ່າວວ່າວຽກແລະຜົນທີ່ໄດ້ຮັບຈາກວຽກນັ້ນເປັນພະພອນ. ຊາໂລໂມນຂຽນວ່າ “ມະນຸດທຸກຄົນຄວນກິນແລະດື່ມແລະເຫັນຜົນດີຈາກວຽກຫນັກທັງສິ້ນຂອງຕົນ. ນັ້ນເປັນຂອງປະທານຈາກພະເຈົ້າ.” (ຜູ້ເທສະໜາປ່າວປະກາດ 3:13, ລ.ມ.) ພະເຢໂຫວາຜູ້ເຊິ່ງຮັກເຮົາແລະຢາກໃຫ້ສິ່ງທີ່ດີທີ່ສຸດແກ່ເຮົາສະເຫມີ ຢາກໃຫ້ເຮົາພົບຄວາມພໍໃຈໃນວຽກຂອງເຮົາແລະຊື່ນຊົມຍິນດີໃນຜົນງານທີ່ເຮົາເຮັດ. ເພື່ອຈະຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ ເຮົາຕ້ອງດຳເນີນຊີວິດໃຫ້ສອດຄ່ອງກັບທັດສະນະແລະຫລັກການຂອງພະອົງໃນເລື່ອງວຽກ.—ຜູ້ເທສະໜາປ່າວປະກາດ 2:24; 5:18.
3 ໃນບົດນີ້ ເຮົາຈະພິຈາລະນາສີ່ຄຳຖາມ ເຮົາຈະເຫັນຜົນດີຈາກວຽກຫນັກຂອງເຮົາໄດ້ໂດຍວິທີໃດ? ວຽກອາຊີບແບບໃດທີ່ບໍ່ເຫມາະສຳລັບຄລິດສະຕຽນແທ້? ເຮົາຈະເຮັດໃຫ້ວຽກອາຊີບສົມດຸນກັບກິດຈະກຳທີ່ກ່ຽວຂ້ອງກັບການນະມັດສະການຂອງເຮົາໄດ້ໂດຍວິທີໃດ? ອັນໃດເປັນວຽກສຳຄັນທີ່ສຸດທີ່ເຮົາສາ
ມາດເຮັດໄດ້? ແຕ່ທຳອິດຂໍໃຫ້ເຮົາພິຈາລະນາຕົວຢ່າງຂອງຜູ້ເຮັດວຽກອົງຍິ່ງໃຫຍ່ທີ່ສຸດສອງອົງ ນັ້ນຄືພະເຢໂຫວາພະເຈົ້າແລະພະເຍຊູຄລິດ.ຜູ້ເຮັດວຽກອົງຍອດຢ້ຽມ ກັບນາຍຊ່າງ
4, 5. ຄຳພີໄບເບິນຢືນຢັນແນວໃດວ່າພະເຢໂຫວາເປັນຜູ້ເຮັດວຽກທີ່ບັງເກີດຜົນ?
4 ພະເຢໂຫວາເປັນຜູ້ເຮັດວຽກອົງຍອດຢ້ຽມ. ຕົ້ນເດີມ 1:1 ກ່າວວ່າ “ເມື່ອຕົ້ນເດີມ ພະເຈົ້າໄດ້ນິລະມິດສ້າງຟ້າທັງຫລາຍແລະແຜ່ນດິນໂລກ.” ເມື່ອພະເຈົ້າເຮັດວຽກສ້າງສັນກ່ຽວກັບແຜ່ນດິນໂລກເສັດສິ້ນແລ້ວ ພະອົງຖະແຫລງວ່າ “ວິເສດດີແທ້ໆ.” (ຕົ້ນເດີມ 1:31) ເວົ້າອີກຢ່າງຫນຶ່ງກໍຄື ພະອົງພໍໃຈຢ່າງຍິ່ງກັບວຽກທັງສິ້ນທີ່ເຮັດກ່ຽວກັບແຜ່ນດິນໂລກ. ແນ່ນອນວ່າພະເຢໂຫວາ “ພະເຈົ້າຜູ້ມີຄວາມສຸກ” ປະສົບຄວາມຍິນດີຢ່າງຍິ່ງໃນການເປັນຜູ້ເຮັດວຽກທີ່ບັງເກີດຜົນ.—1 ຕີໂມເຕ 1:11.
5 ພະເຈົ້າຜູ້ດຸຫມັ່ນຂອງເຮົາບໍ່ເຄີຍເຊົາເຮັດວຽກ. ພາຍຫລັງການສ້າງແຜ່ນດິນໂລກແລະທຸກສິ່ງເທິງແຜ່ນດິນໂລກສຳເລັດໄປດົນນານແລ້ວ ພະເຍຊູກ່າວວ່າ “ພະບິດາຂອງເຮົາກະທຳການຈົນເຖິງດຽວນີ້.” (ໂຢຮັນ 5:17) ຜູ້ເປັນພໍ່ເຮັດວຽກຫຍັງ? ຢູ່ໃນສະຫວັນ ແນ່ນອນວ່າພະອົງປະຕິບັດງານຢ່າງຂະຫຍັນຂັນແຂງໃນການຊີ້ນຳແລະເອົາໃຈໃສ່ມະນຸດຊາດ. ພະອົງໄດ້ໃຫ້ກຳເນີດສິ່ງ “ນິລະມິດສ້າງອັນໃຫມ່” ເຊິ່ງກໍຄືຄລິດສະຕຽນຜູ້ກຳເນີດໂດຍພະວິນຍານບໍລິສຸດເຊິ່ງໃນທີ່ສຸດຈະປົກຄອງຮ່ວມກັບພະເຍຊູໃນສະຫວັນ. (2 ໂກລິນໂທ 5:17) ພະອົງເຮັດວຽກຕໍ່ໄປເພື່ອໃຫ້ໃຈປະສົງທີ່ມີຕໍ່ມະນຸດຊາດສຳເລັດທີ່ວ່າ ຜູ້ທີ່ຮັກພະອົງຈະໄດ້ຮັບຊີວິດຕະຫລອດໄປໃນໂລກໃຫມ່. (ໂລມ 6:23) ພະເຢໂຫວາຕ້ອງພໍໃຈແທ້ໆກັບຜົນງານນີ້. ເນື່ອງຈາກໄດ້ຮັບການຊັກນຳຈາກພະເຈົ້າ ຫລາຍລ້ານຄົນໄດ້ຕອບຮັບຂ່າວສານເລື່ອງລາຊະອານາຈັກແລະປັບປ່ຽນຊີວິດຂອງຕົວເອງເພື່ອຈະຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ.—ໂຢຮັນ 6:44.
6, 7. ພະເຍຊູມີປະຫວັດອັນຍາວນານແບບໃດໃນການເຮັດວຽກຢ່າງຂະຫຍັນຂັນແຂງ?
6 ພະເຍຊູມີປະຫວັດອັນຍາວນານໃນການເຮັດວຽກຢ່າງຂະຫຍັນຂັນແຂງ. ກ່ອນມາເປັນມະນຸດຢູ່ແຜ່ນດິນໂລກ ພະອົງຮັບໃຊ້ໃນຖານະເປັນ “ນາຍຊ່າງ” ໃນການສ້າງສັບພະທຸກສິ່ງ “ໃນຟ້າສະຫວັນ . . . [ແລະ] ທີ່ແຜ່ນດິນໂລກ.” (ສຸພາສິດ 8:22-31, ລ.ມ.; ໂກໂລດ 1:15-17) ເມື່ອຢູ່ແຜ່ນດິນໂລກ ພະເຍຊູສືບຕໍ່ເປັນຜູ້ເຮັດວຽກທີ່ດຸຫມັ່ນຕໍ່ໄປ. ຕັ້ງແຕ່ອາຍຸຍັງນ້ອຍ ພະອົງໄດ້ຮຽນອາຊີບຊ່າງກໍ່ສ້າງ ແລ້ວກາຍເປັນທີ່ຮູ້ຈັກໃນຖານະ “ຊ່າງໄມ້.” * (ມາລະໂກ 6:3) ອາຊີບນີ້ກ່ຽວຂ້ອງກັບວຽກທີ່ຕ້ອງໃຊ້ແຮງແລະທັກສະຫລາຍຢ່າງ ໂດຍສະເພາະໃນຍຸກກ່ອນທີ່ຈະມີໂຮງເລື່ອຍ ຮ້ານຂາຍເຄື່ອງກໍ່ສ້າງ ແລະເຄື່ອງມືທີ່ໃຊ້ໄຟຟ້າ. ເຈົ້ານຶກພາບອອກບໍທີ່ພະເຍຊູໄປຫາໄມ້ມາເອງ ບາງທີຕ້ອງໄດ້ຕັດຕົ້ນໄມ້ແລ້ວເອົາໄປບ່ອນທີ່ພະອົງເຮັດວຽກ? ເຈົ້ານຶກເຫັນພາບພະອົງປຸກເຮືອນບໍ ໂດຍການຕຽມຄານຫລັງຄາແລະຕິດຕັ້ງ ເຮັດປະຕູ ແລະຍັງເຮັດເຄື່ອງເຮືອນບາງຢ່າງນຳ? ແນ່ນອນວ່າພະເຍຊູເອງປະສົບຄວາມພໍໃຈຍິນດີຈາກການເຮັດວຽກຫນັກຢ່າງຊຳນິຊຳນານ.
7 ພະເຍຊູເປັນຜູ້ເຮັດວຽກທີ່ຂະຫຍັນຂັນແຂງຢ່າງໂດດເດັ່ນໃນວຽກງານຮັບໃຊ້. ຕະຫລອດໄລຍະສາມປີເຄິ່ງ ພະອົງຫມົກມຸ້ນເອົາຈິງເອົາຈັງກັບວຽກນີ້ທີ່ສຳຄັນຫລາຍ. ເນື່ອງຈາກຕ້ອງການໄປເຖິງຜູ້ຄົນໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້ ພະອົງເຮັດວຽກຢ່າງເຕັມທີຕັ້ງແຕ່ເຊົ້າຈົນຮອດຄໍ່າ. (ລືກາ 21:37, 38; ໂຢຮັນ 3:2) ພະອົງເດີນທາງ “ໄປຕາມເມືອງແລະຕາມບ້ານຕ່າງໆເພື່ອປະກາດຂ່າວປະເສີດເລື່ອງອານາຈັກຂອງພະເຈົ້າ.” (ລືກາ 8:1, ທ.ປ.) ພະອົງຍ່າງເດີນທາງຫລາຍຮ້ອຍກິໂລແມັດຕາມຖະຫນົນທີ່ເຕັມດ້ວຍຝຸ່ນເພື່ອເອົາຂ່າວດີໄປບອກປະຊາຊົນ.
8, 9. ພະເຍຊູເຫັນຜົນດີຈາກວຽກຫນັກຂອງພະອົງຢ່າງໃດ?
8 ພະເຍຊູເຫັນຜົນດີຈາກວຽກຫນັກຂອງຕົນໃນງານປະກາດບໍ? ແມ່ນແລ້ວ! ພະອົງໄດ້ຫວ່ານເມັດແຫ່ງຄວາມຈິງໃນເລື່ອງລາຊະອານາຈັກໄວ້ ເຊິ່ງຕໍ່ມາກາຍເປັນທົ່ງນາທີ່ເຫລືອງອຸ່ຍຮຸ່ຍພ້ອມທີ່ຈະເກັບກ່ຽວໄດ້. ການເຮັດວຽກທີ່ພະເຈົ້າມອບຫມາຍໃຫ້ເຮັດ ພາໃຫ້ພະເຍຊູມີກຳລັງແລະຄໍ້າຈູນພະອົງຈົນເຖິງຂັ້ນວ່າງົດກິນອາຫານເພື່ອເຮັດວຽກນັ້ນໃຫ້ແລ້ວ. (ໂຢຮັນ 4:31-38) ຄຶດເບິ່ງວ່າພະເຍຊູຄົງຕ້ອງພໍໃຈສໍ່າໃດໃນຕອນຈົບຂອງງານຮັບໃຊ້ເທິງແຜ່ນດິນໂລກເມື່ອພະອົງລາຍງານຕໍ່ພໍ່ຕາມຄວາມເປັນຈິງທີ່ວ່າ “ຂ້າພະເຈົ້າໄດ້ໃຫ້ພະເຈົ້າມີລັດສະຫມີ ເທິງແຜ່ນດິນໂລກ ການທີ່ພະເຈົ້າໄດ້ໃຫ້ຂ້າພະເຈົ້າກະທຳນັ້ນຂ້າພະເຈົ້າໄດ້ກະທຳເສັດແລ້ວ.”—ໂຢຮັນ 17:4.
9 ແນ່ນອນ ພະເຢໂຫວາແລະພະເຍຊູເປັນຕົວຢ່າງຍອດຢ້ຽມທີ່ສຸດຂອງຜູ້ທີ່ເຫັນຜົນດີຈາກວຽກຫນັກ. ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາກະຕຸ້ນເຮົາໃຫ້ເປັນ “ຜູ້ກະທຳຕາມແບບຢ່າງພະເຈົ້າ.” (ເອເຟດ 5:1) ຄວາມຮັກທີ່ເຮົາມີຕໍ່ພະເຍຊູກະຕຸ້ນເຮົາໃຫ້ “ຕິດຕາມຮອຍຕີນຂອງພະອົງ [ຢ່າງໃກ້ຊິດ].” (1 ເປໂຕ 2:21) ດັ່ງນັ້ນ ຕອນນີ້ຂໍໃຫ້ພິຈາລະນາວິທີທີ່ເຮົາສາມາດເຫັນຜົນດີຈາກວຽກຫນັກຂອງເຮົາດ້ວຍເຊັ່ນກັນ.
ວິທີເຫັນຜົນດີຈາກວຽກຫນັກຂອງເຮົາ
10, 11. ສິ່ງໃດສາມາດຊ່ວຍເຮົາໃຫ້ປູກຝັງເຈຕະຄະຕິໃນແງ່ບວກຕໍ່ວຽກງານຂອງເຮົາ?
10 ວຽກອາຊີບເປັນສ່ວນຫນຶ່ງໃນຊີວິດຂອງຄລິດສະຕຽນແທ້. ເຮົາຕ້ອງການປະສົບຄວາມອີ່ມໃຈແລະພໍໃຈໃນລະດັບໃດຫນຶ່ງກັບວຽກຂອງເຮົາ ແຕ່ມັນອາດເປັນເລື່ອງຍາກຫລາຍຖ້າເຮົາຕ້ອງເຮັດວຽກທີ່ຕົນເອງບໍ່ມັກ. ຈະເປັນໄປໄດ້ແນວໃດທີ່ຈະເຫັນຜົນດີຈາກວຽກທີ່ເຮົາບໍ່ມັກ?
11 ໂດຍການປູກຝັງເຈຕະຄະຕິໃນແງ່ບວກ. ເຮົາບໍ່ອາດປ່ຽນແປງສະພາບການຂອງເຮົາໄດ້ຕະຫລອດ ແຕ່ເຮົາສາມາດປ່ຽນແປງເຈຕະຄະຕິ. ການຄຶດຕຶກຕອງທັດສະນະຂອງພະເຈົ້າສາມາດຊ່ວຍເຮົາໃຫ້ປູກຝັງເຈຕະຄະຕິໃນແງ່ບວກຕໍ່ກັບວຽກ. ຕົວຢ່າງ ຖ້າເຈົ້າເປັນຫົວຫນ້າຄອບຄົວ ຈົ່ງຄຳນຶງເຖິງຂໍ້ຄວາມຈິງທີ່ວ່າ ເຖິງວຽກຂອງເຈົ້າອາດເບິ່ງຄືວ່າຕໍ່າຕ້ອຍພຽງໃດກໍຕາມ ວຽກນັ້ນສາມາດເຮັດໃຫ້ເຈົ້າຈັດຫາສິ່ງຈຳເປັນດ້ານວັດຖຸໃຫ້ຄອບຄົວ. ການເອົາໃຈໃສ່ເບິ່ງແຍງຄົນທີ່ເຈົ້າຮັກບໍ່ແມ່ນເລື່ອງເລັກນ້ອຍໃນສາຍຕາຂອງພະເຈົ້າ. ພະຄຳຂອງພະອົງກ່າວວ່າຄົນທີ່ບໍ່ຫາລ້ຽງຄອບຄົວ ເປັນຄົນ “ຊົ່ວກວ່າຄົນທີ່ບໍ່ເຊື່ອ.” (1 ຕີໂມເຕ 5:8) ການສຳນຶກວ່າວຽກອາຊີບຂອງເຈົ້າເປັນວິທີບັນລຸເປົ້າຫມາຍທີ່ຕັ້ງໄວ້ ກໍຄືອຳນວຍໃຫ້ເຈົ້າປະຕິບັດຫນ້າທີ່ຮັບຜິດຊອບທີ່ພະເຈົ້າມອບຫມາຍໄວ້ໃຫ້ສຳເລັດ ອາດຈະຊ່ວຍເຈົ້າໃຫ້ອີ່ມໃຈແລະພົບຄວາມສຳເລັດໃນວຽກງານໃນລະດັບໃດຫນຶ່ງເຊິ່ງເພື່ອນຮ່ວມງານອາດບໍ່ໄດ້ປະສົບເລີຍ.
12. ການເປັນຄົນດຸຫມັ່ນແລະສັດຊື່ໃນການເຮັດວຽກໃຫ້ຜົນຕອບແທນໃນທາງໃດແດ່?
12 ໂດຍເປັນຄົນດຸຫມັ່ນແລະສັດຊື່. ການດຸຫມັ່ນເຮັດວຽກແລະຮຽນຮູ້ວິທີສຸພາສິດ 12:24; 22:29) ໃນຖານະເປັນຄລິດສະຕຽນແທ້ ເຮົາຍັງຕ້ອງສັດຊື່ໃນການເຮັດວຽກ—ບໍ່ລັກເງິນ ສິ່ງຂອງ ແລະເວລາຈາກນາຍຈ້າງ. (ເອເຟດ 4:28) ດັ່ງທີ່ໄດ້ເຫັນໃນບົດກ່ອນນີ້ ຄວາມສັດຊື່ໃຫ້ຜົນຕອບແທນ. ລູກຈ້າງທີ່ມີຊື່ສຽງວ່າເປັນຄົນສັດຊື່ມີທາງເປັນໄປໄດ້ສູງທີ່ຈະໄດ້ຮັບຄວາມເຊື່ອໃຈ. ບໍ່ວ່ານາຍຈ້າງຈະສັງເກດເຫັນຕົວຢ່າງຂອງເຮົາໃນການເປັນຄົນງານທີ່ຂະຫຍັນຂັນແຂງຫລືບໍ່ກໍຕາມ ເຮົາກໍຍັງມີຄວາມພໍໃຈໄດ້ເນື່ອງຈາກ “ມີໃຈຮູ້ຜິດແລະຊອບເປັນອັນດີ” ແລະຮູ້ວ່າເຮົາເຮັດໃຫ້ພະເຈົ້າທີ່ເຮົາຮັກພໍໃຈ.—ເຫບເລີ 13:18; ໂກໂລດ 3:22-24.
ເຮັດວຽກໃຫ້ດີອາດກໍ່ຜົນທີ່ດີ. ຫລາຍຄັ້ງນາຍຈ້າງຖືວ່າພະນັກງານທີ່ດຸຫມັ່ນແລະຊຳນິຊຳນານມີຄ່າຢ່າງຍິ່ງ. (13. ການປະພຶດທີ່ດີຂອງເຮົາຢູ່ບ່ອນເຮັດວຽກອາດມີຜົນດີແນວໃດ?
ຕິໂຕ 2:9, 10) ແມ່ນແລ້ວ ການປະພຶດທີ່ດີຂອງເຮົາສາມາດເຮັດໃຫ້ຄົນອື່ນເຫັນຄວາມງົດງາມແຫ່ງແນວທາງການນະມັດສະການຂອງເຮົາ ເປັນການດຶງດູດໃຈເຂົາເຈົ້າຫລາຍຂຶ້ນ. ຄຶດເບິ່ງວ່າເຈົ້າຈະຮູ້ສຶກແນວໃດຖ້າເພື່ອນຮ່ວມງານສົນໃຈຄວາມຈິງເນື່ອງຈາກການປະພຶດທີ່ດີຂອງເຈົ້າຢູ່ບ່ອນເຮັດວຽກ! ສຳຄັນທີ່ສຸດ ຂໍໃຫ້ຄຶດແນວນີ້ ມີສິ່ງໃດບໍທີ່ຈະໃຫ້ຜົນຕອບແທນຫລາຍກວ່າການຮູ້ວ່າການປະພຶດທີ່ດີຂອງເຈົ້າເຮັດໃຫ້ພະເຢໂຫວາໄດ້ຮັບການສັນລະເສີນແລະເຮັດໃຫ້ຫົວໃຈຂອງພະອົງຍິນດີ?—ສຸພາສິດ 27:11; 1 ເປໂຕ 2:12.
13 ໂດຍສຳນຶກວ່າການປະພຶດຂອງເຮົາອາດເຮັດໃຫ້ພະເຈົ້າໄດ້ຮັບຄຳສັນລະເສີນ. ເມື່ອເຮົາຮັກສາມາດຕະຖານອັນສູງສົ່ງກ່ຽວກັບການປະພຶດແບບຄລິດສະຕຽນໃນບ່ອນເຮັດວຽກ ແນ່ນອນວ່າຄົນອື່ນຈະສັງເກດເຫັນເລື່ອງນີ້. ຜົນເປັນແນວໃດ? ໂດຍວິທີນີ້ເຮົາອາດ “ປະດັບຄຳສັ່ງສອນຂອງພະເຈົ້າ ຜູ້ເປັນຜູ້ຊ່ອຍເຮົາທັງຫລາຍໃຫ້ພົ້ນ.” (ມີຄວາມສັງເກດເຂົ້າໃຈໃນການເລືອກວຽກ
14-16. ເມື່ອປະເຊີນການຕັດສິນໃຈໃນເລື່ອງວຽກອາຊີບ ຄຳຖາມສຳຄັນຂໍ້ໃດແດ່ທີ່ເຮົາຈຳເປັນຕ້ອງພິຈາລະນາ?
14 ຄຳພີໄບເບິນບໍ່ໄດ້ໃຫ້ລາຍລະອຽດວ່າວຽກອາຊີບແບບໃດເຮັດໄດ້ແລະແບບໃດເຮັດບໍ່ໄດ້. ນີ້ກໍບໍ່ໄດ້ຫມາຍຄວາມວ່າເຮົາສາມາດເຮັດວຽກປະເພດໃດກໍໄດ້ບໍ່ວ່າຈະກ່ຽວຂ້ອງກັບອັນໃດກໍຕາມ. ພະຄຳພີສາມາດຊ່ວຍເຮົາໃຫ້ເລືອກວຽກທີ່ເກີດຜົນແລະສັດຊື່ເຊິ່ງເຮັດໃຫ້ພະເຈົ້າພໍໃຈ ແລະຊ່ວຍເຮົາໃຫ້ຫລີກລ່ຽງວຽກທີ່ຈະເຮັດໃຫ້ພະເຈົ້າບໍ່ພໍໃຈ. (ສຸພາສິດ 2:6) ເມື່ອປະເຊີນກັບການຕັດສິນໃຈໃນເລື່ອງວຽກອາຊີບ ມີຄຳຖາມສອງຂໍ້ທີ່ສຳຄັນທີ່ເຮົາຄວນພິຈາລະນາ.
15 ການເຮັດວຽກນີ້ເທົ່າກັບວ່າເປັນການເຮັດສິ່ງທີ່ຄຳພີໄບເບິນຕຳຫນິບໍ? ພະຄຳຂອງພະເຈົ້າຕຳຫນິຢ່າງຈະແຈ້ງໃນເລື່ອງການລັກ ການຕົວະ ແລະການເຮັດຮູບປັ້ນ. (ອົບພະຍົບ 20:4; ກິດຈະການ 15:29; ເອເຟດ 4:28; ຄຳປາກົດ 21:8) ເຮົາຈະປະຕິເສດວຽກອາຊີບໃດໆກໍຕາມທີ່ຮຽກຮ້ອງໃຫ້ເຮົາເຮັດສິ່ງດັ່ງກ່າວນັ້ນ. ຄວາມຮັກທີ່ມີຕໍ່ພະເຢໂຫວາຈະບໍ່ຍອມໃຫ້ເຮົາເຮັດວຽກທີ່ກ່ຽວຂ້ອງກັບການເຂົ້າຮ່ວມໃນກິດປະຕິບັດທີ່ລະເມີດພະບັນຍັດຂອງພະເຈົ້າ.—1 ໂຢຮັນ 5:3.
ອົບພະຍົບ 21:22-24, ລ.ມ.) ຖານະເປັນຜູ້ທີ່ຮັກພະເຢໂຫວາ ເຮົາບໍ່ຕ້ອງການກ່ຽວຂ້ອງຢ່າງໃກ້ຊິດກັບກິດປະຕິບັດທີ່ບໍ່ເປັນໄປຕາມຫລັກການໃນພະຄຳພີ.
16 ການເຮັດວຽກນີ້ຈະເຮັດໃຫ້ເຮົາເປັນຜູ້ມີສ່ວນຮ່ວມຫລືສະຫນັບສະຫນູນຢ່າງຈະແຈ້ງຕໍ່ກິດປະຕິບັດທີ່ຜິດບໍ? ຂໍໃຫ້ພິຈາລະນາຕົວຢ່າງຫນຶ່ງ. ການເຮັດວຽກເປັນພະນັກງານຕ້ອນຮັບໃນຕົວມັນເອງແລ້ວບໍ່ມີຫຍັງຜິດ. ຈະວ່າແນວໃດຖ້າຄລິດສະຕຽນໄດ້ຮັບການສະເຫນີໃຫ້ເຮັດວຽກດັ່ງກ່າວຢູ່ຄລິນິກທີ່ບໍລິການເອົາລູກອອກ? ແມ່ນຢູ່ ຕຳແຫນ່ງຂອງລາວຄົງຈະບໍ່ຮຽກຮ້ອງໂດຍກົງໃຫ້ມີສ່ວນຊ່ວຍໃນຂັ້ນຕອນການເອົາລູກອອກ. ເຖິງຢ່າງນັ້ນ ວຽກປະຈຳຂອງລາວຢູ່ຫັ້ນຄົງຈະສະຫນັບສະຫນູນການດຳເນີນງານຂອງຄລິນິກທີ່ເປີດເພື່ອບໍລິການ ເອົາລູກອອກ ເຊິ່ງເປັນການກະທຳທີ່ຂັດກັບພະຄຳຂອງພະເຈົ້າບໍ່ແມ່ນບໍ? (17. (ກ) ເຮົາອາດພິຈາລະນາປັດໄຈອັນໃດແດ່ເມື່ອຕັດສິນໃຈໃນເລື່ອງວຽກອາຊີບ? (ເບິ່ງຂອບ “ ຂ້ອຍຄວນເຮັດວຽກນັ້ນບໍ?.”) (ຂ) ສະຕິຮູ້ສຶກຜິດຊອບຈະຊ່ວຍເຮົາແນວໃດໃຫ້ຕັດສິນໃຈແບບທີ່ເຮັດໃຫ້ພະເຈົ້າພໍໃຈ?
17 ຈະແກ້ໄຂບັນຫາຫລາຍຢ່າງກ່ຽວກັບເລື່ອງວຽກອາຊີບໂດຍການວິເຄາະຢ່າງຮອບຄອບໃນຄຳຕອບຂອງຄຳຖາມສຳຄັນສອງຂໍ້ທີ່ຍົກຂຶ້ນມາໃນວັກທີ 15 ແລະ 16. ນອກຈາກນັ້ນ ມີປັດໄຈອື່ນໆທີ່ເຮົາຄວນຊັ່ງຊາຢ່າງຖີ່ຖ້ວນເມື່ອຕັດສິນໃຈໃນເລື່ອງວຽກອາຊີບ. * ເຮົາບໍ່ອາດຄາດຫມາຍໃຫ້ຊົນຊັ້ນຂ້າໃຊ້ຕັ້ງກົດທີ່ ກວມລວມທຸກສະຖານະການທີ່ອາດເກີດຂຶ້ນ. ໃນເລື່ອງນີ້ເຮົາຕ້ອງມີຄວາມສັງເກດເຂົ້າໃຈ. ດັ່ງທີ່ຮຽນໃນບົດທີ 2 ເຮົາຕ້ອງຝຶກຝົນສະຕິຮູ້ສຶກຜິດຊອບຂອງເຮົາໂດຍການສຶກສາວິທີນຳເອົາພະຄຳຂອງພະເຈົ້າໄປໃຊ້ໃນຊີວິດປະຈຳວັນ. ໂດຍ “ຝຶກແອບ [ຄວາມ] ສາມາດໃຊ້ເຫດຜົນ” ສະຕິຮູ້ສຶກຜິດຊອບຂອງເຮົາສາມາດຊ່ວຍໃນການຕັດສິນໃຈທີ່ເຮັດໃຫ້ພະເຈົ້າພໍໃຈແລະຊ່ວຍເຮົາໃຫ້ຢັ້ງຢືນຢູ່ໃນຄວາມຮັກຂອງພະອົງ.—ເຫບເລີ 5:14, ທ.ປ.
ຮັກສາທັດສະນະທີ່ສົມດຸນໃນເລື່ອງວຽກ
18. ເປັນຫຍັງການຮັກສາຄວາມສົມດຸນທາງຝ່າຍວິນຍານຈຶ່ງບໍ່ແມ່ນເລື່ອງງ່າຍ?
18 ການຮັກສາຄວາມສົມດຸນທາງຝ່າຍວິນຍານບໍ່ແມ່ນເລື່ອງງ່າຍໃນ “ຍຸກສຸດທ້າຍ” ເຊິ່ງມີ “ຄວາມລຳບາກຢ່າງຮ້າຍແຮງ.” (2 ຕີໂມເຕ 3:1, ທ.ປ.) ການຊອກວຽກແລະມີວຽກນັ້ນເຮັດຕໍ່ໆໄປເປັນເລື່ອງຍາກແທ້ໆ. ເຮົາທີ່ເປັນຄລິດສະຕຽນແທ້ສຳນຶກເຖິງຄວາມສຳຄັນຂອງການດຸຫມັ່ນເຮັດວຽກເພື່ອຫາລ້ຽງຄອບຄົວ. ແຕ່ຖ້າບໍ່ລະວັງ ຄວາມກົດດັນໃນບ່ອນເຮັດວຽກຫລືແນວຄິດຂອງໂລກທີ່ເນັ້ນດ້ານວັດຖຸເຊິ່ງເປັນຄືພະຍາດຕິດແປດອາດຂັດຂວາງການຮັບໃຊ້ແລະການນະມັດສະການຂອງເຮົາ. (1 ຕີໂມເຕ 6:9, 10) ຂໍໃຫ້ພິຈາລະນາວິທີທີ່ເຮົາສາມາດຮັກສາຄວາມສົມດຸນ ໂດຍກວດເບິ່ງໃຫ້ແນ່ໃຈວ່າ “ສິ່ງໃດສຳຄັນກວ່າ.”—ຟີລິບ 1:10, ລ.ມ.
19. ເປັນຫຍັງພະເຢໂຫວາຈຶ່ງສົມຄວນໄດ້ຮັບຄວາມໄວ້ວາງໃຈຈາກເຮົາຢ່າງເຕັມທີ ແລະການໄວ້ວາງໃຈເຊັ່ນນັ້ນຈະຊ່ວຍເຮົາໃຫ້ຫລີກລ່ຽງຫຍັງ?
19 ໄວ້ວາງໃຈໃນພະເຢໂຫວາຢ່າງເຕັມທີ. (ສຸພາສິດ 3:5, 6) ພະອົງສົມຄວນໄດ້ຮັບຄວາມໄວ້ວາງໃຈເຊັ່ນນັ້ນບໍ່ແມ່ນບໍ? ທີ່ຈິງ ພະອົງໃຝ່ໃຈເຮົາ. (1 ເປໂຕ 5:7) ພະອົງຮູ້ຄວາມຈຳເປັນຂອງເຮົາດີກວ່າຕົວເຮົາເອງ ແລະພະອົງຍື່ນມືເຂົ້າຊ່ວຍເຫລືອສະເຫມີ. (ຄຳເພງ 37:25) ດັ່ງນັ້ນ ເຮົາຄວນຟັງເມື່ອພະຄຳຂອງພະອົງເຕືອນເຮົາວ່າ “ທ່ານທັງຫລາຍຈົ່ງກະທຳ [“ໃຫ້ການດຳເນີນຊີວິດ,” ທ.ປ.] ປາສະຈາກຄວາມໂລບ ພວກທ່ານມີສິ່ງຂອງມາກຫນ້ອຍເທົ່າໃດຈົ່ງມີອີ່ມໃຈດ້ວຍເທົ່ານັ້ນເຖີ້ນ. ເພາະວ່າ [ພະເຈົ້າ] ເອງໄດ້ບອກແລ້ວວ່າ ‘ເຮົາຈະບໍ່ປະເຈົ້າເສຍສັກເທື່ອ ແລະເຮົາຈະບໍ່ຖິ້ມເຈົ້າເສຍສັກເທື່ອ.’” (ເຫບເລີ 13:5) ຜູ້ຮັບໃຊ້ ເຕັມເວລາຫລາຍຄົນຈະຢືນຢັນໄດ້ເຖິງຄວາມສາມາດຂອງພະເຈົ້າທີ່ຈະຈັດຫາສິ່ງຈຳເປັນໃນຊີວິດໃຫ້ເຂົາເຈົ້າ. ຖ້າເຮົາໄວ້ວາງໃຈຢ່າງເຕັມທີວ່າພະເຢໂຫວາຈະເບິ່ງແຍງເຮົາ ເຮົາຈະຫລີກລ່ຽງການວິຕົກກັງວົນເກີນຄວນໃນເລື່ອງການຫາລ້ຽງຄອບຄົວ. (ມັດທາຍ 6:25-32) ເຮົາຈະບໍ່ຍອມໃຫ້ວຽກອາຊີບເຮັດໃຫ້ເຮົາປະລະກິດຈະກຳຝ່າຍຄລິດສະຕຽນ ເຊັ່ນ ການປະກາດຂ່າວດີແລະການເຂົ້າຮ່ວມປະຊຸມ.—ມັດທາຍ 24:14; ເຫບເລີ 10:24, 25.
20. ການໃຫ້ຕາເບິ່ງທີ່ສິ່ງດຽວຫມາຍຄວາມວ່າແນວໃດ ແລະເຮົາຈະຮັກສາທັດສະນະແບບນັ້ນໄວ້ໄດ້ແນວໃດ?
ມັດທາຍ 6:22, 23) ການໃຫ້ຕາເບິ່ງທີ່ສິ່ງດຽວຫມາຍເຖິງການລະວັງບໍ່ໃຫ້ຊີວິດຂອງເຮົາຫຍຸ້ງຍາກສັບສົນ. ຕາຂອງຄລິດສະຕຽນເລັງໃສ່ຈຸດປະສົງດຽວ ນັ້ນຄືການເຮັດຕາມໃຈປະສົງຂອງພະເຈົ້າ. ຖ້າຕາຂອງເຮົາເລັງເປົ້າຢ່າງຖືກຕ້ອງ ເຮົາຈະບໍ່ຫມົກມຸ້ນກັບການມຸ່ງຕິດຕາມວຽກທີ່ມີລາຍຮັບສູງແລະຮູບແບບຊີວິດທີ່ຫລູຫລາຫລາຍຂຶ້ນ. ອີກທັງເຮົາຈະບໍ່ຫມົກມຸ້ນໃນການສະແຫວງຫາທີ່ບໍ່ຈົບສິ້ນເພື່ອຈະໄດ້ວັດຖຸສິ່ງຂອງຮຸ່ນຫລ້າສຸດແລະດີທີ່ສຸດເຊິ່ງນັກໂຄສະນາພະຍາຍາມເຮັດໃຫ້ເຊື່ອຫມັ້ນວ່າເປັນສິ່ງຈຳເປັນເພື່ອຈະມີຄວາມສຸກ. ເຮົາຈະໃຫ້ຕາເບິ່ງທີ່ສິ່ງດຽວໄດ້ແນວໃດ? ຈົ່ງຫລີກລ່ຽງການສ້າງພາລະໃຫ້ຕົນເອງໂດຍມີຫນີ້ສິນແບບບໍ່ຈຳເປັນ. ຢ່າປ່ອຍໃຫ້ຊີວິດວຸ່ນວາຍຢູ່ກັບຊັບສົມບັດທີ່ເຮັດໃຫ້ເຈົ້າຕ້ອງສິ້ນເປືອງເວລາແລະການເອົາໃຈໃສ່ເບິ່ງແຍງຫລາຍເກີນໄປ. ຈົ່ງເອົາໃຈໃສ່ຄຳແນະນຳໃນຄຳພີໄບເບິນທີ່ໃຫ້ອີ່ມໃຈກັບ “ອາຫານລ້ຽງຕົວແລະມີທີ່ອາໄສ.” (1 ຕີໂມເຕ 6:8) ຈົ່ງພະຍາຍາມເຮັດໃຫ້ຊີວິດຮຽບງ່າຍເທົ່າທີ່ຈະເປັນໄປໄດ້.
20 ໃຫ້ຕາເບິ່ງທີ່ສິ່ງດຽວສະເຫມີ. (21. ເປັນຫຍັງເຮົາຈຳເປັນຕ້ອງຈັດລຳດັບຄວາມສຳຄັນຂອງສິ່ງຕ່າງໆ ແລະໃນຊີວິດຂອງເຮົາສິ່ງໃດຄວນມາກ່ອນ?
21 ຈັດເລື່ອງຝ່າຍວິນຍານໄວ້ເປັນລຳດັບທຳອິດ ແລະຍຶດຫມັ້ນກັບລຳດັບນັ້ນ. ເນື່ອງຈາກມີເວລາແລະກຳລັງຈຳກັດທີ່ເຮົາຈະໃຊ້ໃນຊີວິດປະຈຳວັນ ເຮົາຈຶ່ງຈຳເປັນຕ້ອງຈັດລຳດັບຄວາມສຳຄັນຂອງສິ່ງຕ່າງໆ. ຖ້າບໍ່ດັ່ງນັ້ນສິ່ງທີ່ສຳຄັນຫນ້ອຍກວ່າອາດເຮັດໃຫ້ເຮົາເສຍເວລາທີ່ມີຄ່າໄປ ແລະບົດບັງສິ່ງທີ່ສຳຄັນກວ່າ. ອັນໃດຄວນເປັນສິ່ງສຳຄັນອັນດັບທຳອິດໃນຊີວິດຂອງເຮົາ? ຫລາຍຄົນໃນໂລກໃຫ້ຄວາມສຳຄັນກັບການສຶກສາສູງເປັນອັນດັບທຳອິດເພື່ອຈະມີອາຊີບທີ່ມີລາຍໄດ້ດີໃນລະບົບນີ້. ແຕ່ພະເຍຊູກະຕຸ້ນເຕືອນພວກສາວົກໃຫ້ “ຊອກຫາແຜ່ນດິນ [“ລາຊະອານາຈັກ,” ລ.ມ.] . . . ກ່ອນ.” (ມັດທາຍ 6:33) ແມ່ນແລ້ວ ໃນຖານະເປັນຄລິດສະຕຽນແທ້ ເຮົາຈັດໃຫ້ລາຊະອານາຈັກຂອງພະເຈົ້າມາເປັນອັນດັບທຳອິດໃນຊີວິດ. ຮູບແບບຊີວິດຂອງເຮົາ ບໍ່ວ່າຈະເປັນການຕັດສິນໃຈເລືອກຂອງເຮົາ ເປົ້າຫມາຍທີ່ເຮົາຕັ້ງໄວ້ ແລະກິດຈະກຳທີ່ເຮົາມຸ່ງຕິດຕາມ ຄວນສະແດງວ່າຜົນປະໂຫຍດຂອງລາຊະອານາຈັກແລະໃຈປະສົງຂອງພະເຈົ້າ ເປັນສິ່ງສຳຄັນຕໍ່ເຮົາຫລາຍກວ່າການມຸ່ງຕິດຕາມວັດຖຸແລະຜົນປະໂຫຍດຝ່າຍໂລກ.
ເຮັດວຽກຢ່າງຂະຫຍັນຂັນແຂງໃນການປະກາດ
22, 23. (ກ) ອັນໃດເປັນວຽກຫລັກຂອງຄລິດສະຕຽນແທ້ ແລະເຮົາຈະສະແດງໃຫ້ເຫັນໄດ້ແນວໃດວ່າວຽກນີ້ສຳຄັນຕໍ່ເຮົາ? (ເບິ່ງຂອບ “ ການຕັດສິນໃຈຂອງຂ້ອຍເຮັດໃຫ້ຊີວິດ ມີຄວາມຍິນດີແລະຄວາມອີ່ມໃຈ.”) (ຂ) ເຈົ້າມີຄວາມຕັ້ງໃຈແນວໃດໃນເລື່ອງວຽກອາຊີບ?
22 ເນື່ອງຈາກຮູ້ວ່າເຮົາກຳລັງມີຊີວິດຢູ່ໃນໄລຍະສຸດທ້າຍຂອງສະໄຫມອະວະສານ ເຮົາຈຶ່ງສຸມໃສ່ວຽກຫລັກຂອງຄລິດສະຕຽນແທ້ ນັ້ນຄືການປະກາດແລະການສອນຄົນໃຫ້ເປັນສາວົກ. (ມັດທາຍ 24:14; 28:19, 20) ເຊັ່ນດຽວກັບພະເຍຊູຜູ້ເປັນແບບຢ່າງຂອງເຮົາ ເຮົາຄວນທຸ່ມເທຕົວຢ່າງຈິງຈັງໃນວຽກນີ້ທີ່ຊ່ວຍຊີວິດຄົນໃຫ້ລອດ. ເຮົາຈະສະແດງໃຫ້ເຫັນໂດຍວິທີໃດວ່າວຽກນີ້ສຳຄັນສຳລັບເຮົາ? ປະຊາຊົນຂອງພະເຈົ້າສ່ວນຫລາຍໄດ້ທຸ່ມເທຕົວເອງເພື່ອວຽກປະກາດຢ່າງສຸດຫົວໃຈໃນຖານະຜູ້ປະກາດປະຈຳປະຊາຄົມ. ບາງຄົນໄດ້ຈັດແຈ່ງເລື່ອງສ່ວນຕົວເພື່ອຈະຮັບໃຊ້ເປັນໄພໂອເນຍຫລືມິດຊັນນາລີ. ເນື່ອງຈາກສຳນຶກເຖິງຄວາມສຳຄັນຂອງການຕັ້ງເປົ້າຫມາຍຮັບໃຊ້ພະເຢໂຫວາ ພໍ່ແມ່ຫລາຍຄົນໄດ້ສະຫນັບສະຫນູນລູກໃຫ້ຖືເອົາວຽກຮັບໃຊ້ເຕັມເວລາເປັນວຽກປະຈຳ. ຜູ້ປະກາດລາຊະອານາຈັກທີ່ມີໃຈແຮງກ້າເຫັນຜົນດີຈາກວຽກຫນັກທີ່ເຂົາເຈົ້າເຮັດໃນງານຮັບໃຊ້ບໍ? ແມ່ນແລ້ວ ເຂົາເຈົ້າເຫັນແທ້ໆ! ການຮັບໃຊ້ພະເຢໂຫວາຢ່າງສຸດຊີວິດເປັນແນວທາງທີ່ແນ່ນອນເຊິ່ງນຳໄປສູ່ຊີວິດທີ່ມີຄວາມຍິນດີ ອີ່ມໃຈພໍໃຈ ແລະພະພອນທີ່ນັບບໍ່ຖ້ວນ.—ສຸພາສິດ 10:22.
23 ພວກເຮົາຫລາຍຄົນຕ້ອງໃຊ້ເວລາຫລາຍຊົ່ວໂມງໃນງານອາຊີບເພື່ອຫາລ້ຽງຄອບຄົວ. ຂໍໃຫ້ຈື່ໄວ້ວ່າພະເຢໂຫວາຢາກໃຫ້ເຮົາເຫັນຜົນດີຈາກວຽກຫນັກຂອງເຮົາ. ໂດຍເຮັດໃຫ້ເຈຕະຄະຕິແລະການກະທຳຂອງເຮົາສອດຄ່ອງກັບທັດສະນະແລະຫລັກການຂອງພະອົງ ເຮົາຈະພົບຄວາມພໍໃຈໃນວຽກຂອງເຮົາ. ແນວໃດກໍຕາມ ຂໍໃຫ້ເຮົາຕັ້ງໃຈແນ່ວແນ່ທີ່ຈະບໍ່ໃຫ້ວຽກອາຊີບດຶງຄວາມສົນໃຈຂອງເຮົາໄປຈາກວຽກຫລັກ ນັ້ນຄືການປະກາດຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ. ໂດຍການຈັດໃຫ້ວຽກນີ້ມາເປັນອັນດັບທຳອິດໃນຊີວິດ ເຮົາສະແດງເຖິງຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາ ແລະໂດຍວິທີນີ້ເຮົາຈຶ່ງຮັກສາຕົວໄວ້ໃນຄວາມຮັກຂອງພະອົງຕໍ່ໆໄປ.
^ ຂໍ້ 6 ມີການເວົ້າກັນວ່າຄຳພາສາກະເລັກທີ່ແປຄຳວ່າ “ຊ່າງໄມ້” ເປັນ “ຄຳທົ່ວໄປທີ່ໃຊ້ກັບຄົນທີ່ເຮັດວຽກກ່ຽວກັບໄມ້ ບໍ່ວ່າຈະປຸກເຮືອນຫລືເຮັດເຄື່ອງເຮືອນຫລືເຄື່ອງໃຊ້ຂອງສອຍທີ່ເຮັດດ້ວຍໄມ້.”
^ ຂໍ້ 17 ສຳລັບການພິຈາລະນາທີ່ລະອຽດຫລາຍຂຶ້ນກ່ຽວກັບປັດໄຈຕ່າງໆໃນການຕັດສິນໃຈເລື່ອງວຽກອາຊີບ ຂໍໃຫ້ເບິ່ງຫໍສັງເກດການ ສະບັບວັນທີ 15 ເດືອນເມສາ ປີ 1999 ຫນ້າ 28-30 ແລະສະບັບວັນທີ 15 ເດືອນກໍລະກົດ ປີ 1982 ຫນ້າ 26 (ພາສາໄທ).