ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 41

ຄຳພີ​ໄບເບິນ​ບອກ​ຫຍັງ​ກ່ຽວກັບ​ເລື່ອງ​ເພດ?

ຄຳພີ​ໄບເບິນ​ບອກ​ຫຍັງ​ກ່ຽວກັບ​ເລື່ອງ​ເພດ?

ຫຼາຍ​ຄົນ​ຮູ້ສຶກ​ອາຍ​ທີ່​ຈະ​ເວົ້າ​ເຖິງ​ເລື່ອງ​ເພດ. ແຕ່​ຄຳພີ​ໄບເບິນ​ເວົ້າ​ເຖິງ​ເລື່ອງ​ນີ້​ຢ່າງ​ເໝາະສົມ​ແລະ​ກົງ​ໄປ​ກົງ​ມາ. ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເປັນ​ປະໂຫຍດ​ກັບ​ເຮົາ. ທີ່​ເປັນ​ແບບ​ນັ້ນ ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ເປັນ​ຜູ້​ສ້າງ​ໂຕ​ເຮົາ. ເພິ່ນ​ເລີຍ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ. ເພິ່ນ​ບອກ​ວ່າ​ເຮົາ​ຄວນ​ໃຊ້​ຊີວິດ​ແນວ​ໃດ​ເພື່ອ​ເພິ່ນ​ຈະ​ພໍໃຈ ແລ້ວ​ເຮົາ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ​ໄດ້.

1. ພະ​ເຢໂຫວາ​ຄິດ​ແນວ​ໃດ​ໃນ​ເລື່ອງ​ເພດ?

ເພດ​ສຳພັນ​ເປັນ​ຄື​ກັບ​ຂອງຂວັນ​ທີ່​ມາ​ຈາກ​ພະ​ເຢໂຫວາ. ເພິ່ນ​ຢາກ​ໃຫ້​ຜູ້​ຊາຍ​ກັບ​ຜູ້​ຍິງ​ທີ່​ແຕ່ງດອງ​ກັນ​ແລ້ວ​ເທົ່າ​ນັ້ນ​ທີ່​ຈະ​ມີ​ເພດ​ສຳພັນ​ກັນ​ໄດ້. ການ​ມີ​ເພດ​ສຳພັນ​ກໍ​ບໍ່​ແມ່ນ​ເພື່ອ​ຈະ​ໃຫ້​ມີ​ລູກ​ເທົ່າ​ນັ້ນ ແຕ່​ເປັນ​ວິທີ​ທີ່​ທັງ​ສອງ​ຄົນ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ນຳ. ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ລູກ​ມີ​ຄວາມ​ສຸກ​ກັບ​ເມຍ​ທີ່​ເອົາ​ກັນ​ຕັ້ງແຕ່​ຍັງ​ໜຸ່ມ.” (ສຸພາສິດ 5:18, 19) ພະ​ເຢໂຫວາ​ຢາກ​ໃຫ້​ຜົວ​ເມຍ​ສັດຊື່​ຕໍ່​ກັນ​ແລະ​ບໍ່​ມີ​ຊູ້.—ອ່ານ​ເຮັບເຣີ 13:4

2. ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໝາຍ​ເຖິງ​ຫຍັງ?

ຄຳພີ​ໄບເບິນ​ບອກ​ວ່າ “ຄົນ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ . . . ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.” (1 ໂກຣິນໂທ 6:9, 10) ຄຳ​ວ່າ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໃນ​ຄຳພີ​ໄບເບິນ​ມາ​ຈາກ​ຄຳ​ພາສາ​ກຣີກ ພໍເນຍ. ຄຳ​ນີ້​ໝາຍ​ເຖິງ (1) ການ​ມີ​ເພດ​ສຳພັນ aຂອງ​ຄົນ​ທີ່​ຍັງ​ບໍ່​ແຕ່ງດອງ​ກັນ (2) ການ​ມີ​ເພດ​ສຳພັນ​ກັບ​ຄົນ​ເພດ​ດຽວ​ກັນ ແລະ (3) ການ​ມີ​ເພດ​ສຳພັນ​ກັບ​ສັດ. ຄຳພີ​ໄບເບິນ​ບອກ​ວ່າ​ໃຫ້ “ງົດ​ເວັ້ນ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.” ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ນີ້ ພະ​ເຢໂຫວາ​ກໍ​ຈະ​ພໍໃຈ​ແລະ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ.—1 ເທຊະໂລນິກ 4:3

ຮຽນ​ຮູ້​ຫຼາຍ​ຂຶ້ນ

ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ຈະ​ຫຼີກລ່ຽງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ປະໂຫຍດ​ທີ່​ເຈົ້າ​ຈະ​ໄດ້​ຮັບ​ຖ້າ​ເຈົ້າ​ເປັນ​ຄົນ​ສະອາດ​ທາງ​ສິນລະທຳ.

3. ໜີ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ

ໂຢເຊັບ​ເຊິ່ງ​ເປັນ​ຊາຍ​ໜຸ່ມ​ທີ່​ສັດຊື່​ໄດ້​ພະຍາຍາມ​ເຕັມທີ​ເພື່ອ​ຈະ​ເປັນ​ຄົນ​ສະອາດ​ທາງ​ສິນລະທຳ. ອ່ານ​ປະຖົມມະການ 39:1-12 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ໂຢເຊັບ​ຈຶ່ງ​ບໍ່​ຢາກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ?—ເບິ່ງ​ຂໍ້ 9

  • ເຈົ້າ​ຄິດ​ວ່າ​ໂຢເຊັບ​ຕັດສິນໃຈ​ຖືກຕ້ອງ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ໜຸ່ມ​ສາວ​ໃນ​ທຸກ​ມື້​ນີ້​ຈະ​ຮຽນ​ແບບ​ໂຢເຊັບ​ແລະ​ໜີ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໄດ້​ແນວ​ໃດ? ເປີດ​ວິດີໂອ.

ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ອ່ານ 1 ໂກຣິນໂທ 6:18 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ມີ​ສະຖານະການ​ໃດ​ແດ່​ທີ່​ອາດ​ຈະ​ເຮັດ​ໃຫ້​ຄົນ​ເຮົາ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ?

  • ເຈົ້າ​ຈະ​ໜີ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໄດ້​ແນວ​ໃດ?

4. ເຈົ້າ​ຕ້ານ​ທານ​ການ​ລໍ້ໃຈ​ໄດ້

ເປັນ​ຫຍັງ​ອາດ​ບໍ່​ງ່າຍ​ທີ່​ຈະ​ຕ້ານ​ທານ​ການ​ລໍ້ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບຄຳ​ຖາມ​ຕໍ່​ໄປ​ນີ້:

  • ພີ່ນ້ອງ​ຊາຍ​ໃນ​ວິດີໂອ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ຮູ້​ໂຕ​ວ່າ​ຖ້າ​ລາວ​ເລີ່ມ​ຄິດ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ດີ ລາວ​ອາດ​ບໍ່​ສັດຊື່​ຕໍ່​ເມຍ?

ແມ່ນ​ແຕ່​ຄລິດສະຕຽນ​ທີ່​ສັດຊື່​ກໍ​ຍັງ​ຕ້ອງ​ພະຍາຍາມ​ຮັກສາ​ຄວາມ​ຄິດ​ຂອງ​ໂຕເອງ​ໃຫ້​ສະອາດ. ຖ້າ​ບາງ​ຄັ້ງ​ເຈົ້າ​ຄິດ​ເຖິງ​ເລື່ອງ​ທີ່​ຜິດ​ສິນລະທຳ ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໄດ້? ອ່ານ​ຟີລິບປອຍ 4:8 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຄວນ​ຄິດ​ເຖິງ​ເລື່ອງ​ແບບ​ໃດ​ແດ່?

  • ການ​ອ່ານ​ຄຳພີ​ໄບເບິນ​ແລະ​ດຸ​ໝັ່ນ​ຮັບໃຊ້​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕ້ານ​ທານ​ການ​ລໍ້ໃຈ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ?

5. ມາດຕະຖານ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ກັບ​ເຮົາ

ພະ​ເຢໂຫວາ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ. ເພິ່ນ​ບອກ​ວ່າ​ເຮົາ​ຈະ​ເປັນ​ຄົນ​ສະອາດ​ທາງ​ສິນລະທຳ​ໄດ້​ແນວ​ໃດ​ແລະ​ບອກ​ນຳ​ວ່າ​ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ​ຖ້າ​ເຮັດ​ແບບ​ນັ້ນ. ອ່ານ​ສຸພາສິດ 7:7-27 ຫຼື​ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຊາຍ​ໜຸ່ມ​ເຮັດ​ຫຍັງ​ທີ່​ເຮັດ​ໃຫ້​ໂຕເອງ​ໄປ​ຢູ່​ໃນ​ສະຖານະການ​ທີ່​ລໍ້ໃຈ?—ເບິ່ງ​ສຸພາສິດ 7:8, 9

  • ສຸພາສິດ 7:23, 26 ບອກ​ວ່າ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ມີ​ຜົນ​ເສຍຫາຍ​ຮ້າຍ​ແຮງ​ຫຼາຍ​ຢ່າງ.ແຕ່​ຖ້າ​ເຮົາ​ເປັນ​ຄົນ​ສະອາດ​ທາງ​ສິນລະທຳ ເຮົາ​ຈະ​ບໍ່​ຕ້ອງ​ເຈິ​ບັນຫາ​ຫຍັງ​ແດ່?

  • ຖ້າ​ເຮົາ​ເປັນ​ຄົນ​ສະອາດ​ທາງ​ສິນລະທຳ ພະ​ເຢໂຫວາ​ຈະ​ໃຫ້​ຫຍັງ​ເຮົາ​ໃນ​ອະນາຄົດ?

ເມື່ອ​ອ່ານ​ຄຳພີ​ໄບເບິນ​ບາງ​ຄົນ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ໃຈ​ແຄບ​ກັບ​ຄົນ​ທີ່​ຮັກ​ເພດ​ດຽວ​ກັນ. ແຕ່​ແທ້ໆ​ແລ້ວ ພະ​ເຢໂຫວາ​ເປັນ​ຄວາມ​ຮັກ​ແລະ​ຢາກ​ໃຫ້​ທຸກ​ຄົນ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. ແຕ່​ເພື່ອ​ຈະ​ໄດ້​ຊີວິດ​ແບບ​ນັ້ນ ເຮົາ​ກໍ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ. ອ່ານ 1 ໂກຣິນໂທ 6:9-11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ພະເຈົ້າ​ເບິ່ງ​ວ່າ​ການ​ຮັກ​ເພດ​ດຽວ​ກັນ​ເປັນ​ພຽງ​ເລື່ອງ​ດຽວ​ບໍ​ທີ່​ຄົນ​ເຮົາ​ຕ້ອງ​ປ່ຽນແປງ?

ເພື່ອ​ໃຫ້​ພະ​ເຢໂຫວາ​ພໍໃຈ ເຮົາ​ທຸກ​ຄົນ​ຕ້ອງ​ປ່ຽນແປງ​ໂຕເອງ ແລະ​ການ​ເຮັດ​ແບບ​ນັ້ນ​ຈະ​ເປັນ​ປະໂຫຍດ​ກັບ​ເຮົາ​ນຳ. ອ່ານ​ເພງ​ສັນລະເສີນ 19:8, 11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ​ໃນ​ເລື່ອງ​ສິນລະທຳ ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ເຮັດ​ໄດ້​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ພະ​ເຢໂຫວາ​ເຄີຍ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ. ເພິ່ນ​ກໍ​ຊ່ວຍ​ເຈົ້າ​ໄດ້​ຄື​ກັນ

ບາງ​ຄົນ​ເວົ້າ​ວ່າ: “ຖ້າ​ສອງ​ຄົນ​ຮັກ​ກັນ ມັນ​ກໍ​ບໍ່​ໄດ້​ຜິດ​ທີ່​ເຂົາເຈົ້າ​ຈະ​ມີ​ຫຍັງ​ກັນ.”

  • ຖ້າ​ມີ​ຄົນ​ບອກ​ແບບ​ນີ້ ເຈົ້າ​ຈະ​ເວົ້າ​ກັບ​ລາວ​ແນວ​ໃດ?

ສະຫຼຸບ

ເພດ​ສຳພັນ​ເປັນ​ຂອງຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ກັບ​ຜົວ​ເມຍ​ເພື່ອ​ເຂົາເຈົ້າ​ຈະ​ມີ​ຄວາມ​ສຸກ.

ຄຳ​ຖາມ​ທົບທວນ

  • ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໝາຍ​ເຖິງ​ຫຍັງ​ແດ່?

  • ອັນ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ?

  • ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ​ຖ້າ​ເຮົາ​ເຮັດ​ຕາມ​ມາດຕະຖານ​ທາງ​ສິນລະທຳ​ທີ່​ພະ​ເຢໂຫວາ​ບອກ​ໄວ້?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ພະເຈົ້າ​ຢາກ​ໃຫ້​ຜູ້​ຊາຍ​ກັບ​ຜູ້​ຍິງ​ທີ່​ຢາກ​ໃຊ້​ຊີວິດ​ນຳ​ກັນ​ແຕ່ງດອງ​ກັນ.

“ຄຳພີ​ໄບເບິນ​ບອກ​ແນວ​ໃດ​ເລື່ອງ​ການ​ຢູ່​ນຳ​ກັນ​ໂດຍ​ບໍ່​ໄດ້​ແຕ່ງດອງ?” (ບົດ​ຄວາມ​ໃນ​ເວັບໄຊ)

ເຖິງ​ຄຳພີ​ໄບເບິນ​ບອກ​ວ່າ​ການ​ຮັກ​ເພດ​ດຽວ​ກັນ​ເປັນ​ເລື່ອງ​ຜິດ ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ຊັງ​ເຂົາເຈົ້າ.

“ການ​ຮັກ​ຮ່ວມ​ເພດ​ຜິດ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ກົດໝາຍ​ຂອງ​ພະເຈົ້າ​ກ່ຽວກັບ​ເລື່ອງ​ເພດ​ຊ່ວຍ​ປົກປ້ອງ​ເຮົາ​ແນວ​ໃດ?

“ການ​ຮ່ວມ​ເພດ​ທາງ​ປາກ​ແມ່ນ​ການ​ມີ​ເພດ​ສຳພັນ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ອ່ານ​ເລື່ອງ “ເຂົາເຈົ້າ​ໃຫ້​ກຽດ​ຂ້ອຍ” ເພື່ອ​ເບິ່ງ​ວ່າ​ອັນ​ໃດ​ຊ່ວຍ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ເປັນ​ຄົນ​ຮັກ​ເພດ​ດຽວ​ກັນ​ປ່ຽນແປງ​ໂຕເອງ​ແລະ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ.

“ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ເມສາ 2011)

a ນອກ​ຈາກ​ເພດ​ສຳພັນ​ແບບ​ທົ່ວໄປ​ແລ້ວ ນີ້​ຍັງ​ລວມ​ເຖິງ​ການ​ຮ່ວມ​ເພດ​ທາງ​ປາກ ການ​ຮ່ວມ​ເພດ​ທາງ​ຮູ​ທະວານ ແລະ​ການ​ລູບ​ຄຳ​ອະໄວຍະວະ​ເພດ​ຂອງ​ຄົນ​ທີ່​ບໍ່​ແມ່ນ​ຄູ່​ຂອງ​ໂຕເອງ.