ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 34

ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແທ້ໆ?

ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແທ້ໆ?

ເຈົ້າ​ຮູ້ສຶກ​ໃກ້ຊິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ​ບໍ​ເມື່ອ​ເຈົ້າ​ເລີ່ມ​ຮຽນ​ຄຳພີ​ໄບເບິນ? ເຈົ້າ​ຢາກ​ຈະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ກວ່າ​ນີ້​ບໍ? ຄັນຊັ້ນ ຂໍ​ໃຫ້​ຈື່​ໄວ້​ວ່າ​ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ເຈົ້າ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ ເພິ່ນ​ກໍ​ຈະ​ຮັກ​ແລະ​ເປັນ​ຫ່ວງ​ເຈົ້າ​ຫຼາຍ​ຂຶ້ນ​ຄື​ກັນ. ແຕ່​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮັກ​ເພິ່ນ​ແທ້ໆ?

1. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ?

ຖ້າ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເພິ່ນ. (ອ່ານ 1 ໂຢຮັນ 5:3) ພະ​ເຢໂຫວາ​ບໍ່​ເຄີຍ​ບັງຄັບ​ໃຫ້​ໃຜ​ເຊື່ອຟັງ​ເພິ່ນ. ແຕ່​ເພິ່ນ​ໃຫ້​ໂອກາດ​ເຮົາ​ແຕ່​ລະ​ຄົນ​ເລືອກ​ໄດ້​ເອງ​ວ່າ​ເຮົາ​ຈະ​ເຊື່ອຟັງ​ເພິ່ນ​ຫຼື​ບໍ່. ຍ້ອນຫຍັງ? ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ “ເຕັມໃຈ​ເຊື່ອຟັງ” ເພິ່ນ. (ໂຣມ 6:17) ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເຊື່ອຟັງ​ເພິ່ນ ບໍ່​ແມ່ນ​ຍ້ອນ​ຖືກ​ບັງຄັບ ແຕ່​ຍ້ອນ​ເຈົ້າ​ຮັກ​ເພິ່ນ. ໃນ​ຕອນ 3 ແລະ​ຕອນ 4 ຂອງ​ປຶ້ມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ໄດ້​ໂດຍ​ເຮັດ​ສິ່ງ​ທີ່​ເພິ່ນ​ມັກ ແລະ​ບໍ່​ເຮັດ​ສິ່ງ​ທີ່​ເພິ່ນ​ກຽດຊັງ.

2. ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ທີ່​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ?

“ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຈິ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ.” (ເພງ​ສັນລະເສີນ 34:19) ເຮົາ​ທຸກ​ຄົນ​ເປັນ​ມະນຸດ​ບໍ່​ສົມບູນແບບ ແລະ​ເຮົາ​ອາດ​ຈະ​ຕ້ອງ​ເຈິ​ກັບ​ບັນຫາ​ເສດຖະກິດ ຄວາມ​ບໍ່​ຍຸຕິທຳ ແລະ​ບັນຫາ​ອື່ນໆ​ອີກ​ຫຼາຍ​ຢ່າງ. ຕອນ​ທີ່​ເຮົາ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ ເຮົາ​ອາດ​ຮູ້ສຶກ​ວ່າ​ບໍ່​ງ່າຍ​ທີ່​ຈະ​ເຊື່ອຟັງ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ. ແຕ່​ຖ້າ​ເຈົ້າ​ພະຍາຍາມ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮັກ​ເພິ່ນ​ຫຼາຍ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງ ແລະ​ຍັງ​ເຮັດ​ໃຫ້​ເຫັນ​ນຳ​ອີກ​ວ່າ​ເຈົ້າ​ພັກດີ​ຕໍ່​ເພິ່ນ. ແລ້ວ​ພະ​ເຢໂຫວາ​ກໍ​ຈະ​ພັກດີ​ຕໍ່​ເຈົ້າ. ເພິ່ນ​ຈະ​ບໍ່​ມີ​ວັນ​ປະຖິ້ມ​ເຈົ້າ​ເລີຍ.—ອ່ານ​ເພງ​ສັນລະເສີນ 4:3

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ນຳ​ກັນ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງມີ​ຄວາມ​ສຸກ​ຖ້າ​ເຮົາ​ເຊື່ອຟັງ​ເພິ່ນ ແລະ​ອັນ​ໃດຈະ​ຊ່ວຍ​ເຮົາ​ໃຫ້​ເຊື່ອຟັງ​ເພິ່ນ​ຕໍ່ໆ​ໄປ​ໄດ້.

3. ເລື່ອງ​ສຳຄັນ​ທີ່​ກ່ຽວ​ຂ້ອງ​ກັບ​ເຈົ້າ

ຈາກ​ເລື່ອງ​ລາວ​ໃນ​ປຶ້ມ​ໂຢບ ເຮົາ​ເຫັນ​ວ່າ​ຊາຕານ​ກ່າວຫາ​ໂຢບ​ແລະ​ທຸກ​ຄົນ​ທີ່​ຢາກ​ຮັບໃຊ້​ພະເຈົ້າ. ອ່ານ​ໂຢບ 1:1, 6-2:10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຊາຕານ​ບອກ​ວ່າ​ໂຢບ​ເຊື່ອຟັງ​ພະ​ເຢໂຫວາ​ຍ້ອນຫຍັງ?—ເບິ່ງ​ໂຢບ 1:9-11

  • ຊາຕານ​ກ່າວຫາ​ມະນຸດ​ທຸກ​ຄົນ​ວ່າ​ແນວ​ໃດ​ເຊິ່ງ​ລວມ​ທັງ​ໂຕ​ເຈົ້າ​ນຳ?—ເບິ່ງ​ໂຢບ 2:4

ອ່ານ​ໂຢບ 27:5ຂ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ໂຢບ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ຮັກ​ພະ​ເຢໂຫວາ​ແທ້ໆ?

ໂຢບ​ເຮັດ​ໃຫ້​ເຫັນ​ວ່າ​ລາວ​ຮັກ​ພະ​ເຢໂຫວາ​ໂດຍ​ສັດຊື່​ຕໍ່​ເພິ່ນ​ສະເໝີ

ເຮົາ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ເມື່ອ​ເຮົາ​ສັດຊື່ຕໍ່​ເພິ່ນ​ສະເໝີ

4. ເຮັດ​ໃຫ້​ພະ​ເຢໂຫວາມີ​ຄວາມ​ສຸກ

ອ່ານ​ສຸພາສິດ 27:11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຈົ້າ​ສະຫຼາດ​ແລະເຊື່ອຟັງ​ເພິ່ນ? ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ?

5. ເຈົ້າ​ສັດຊື່​ຕໍ່​ພະ​ເຢໂຫວາ​ໄດ້

ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ ເຮົາ​ກໍ​ຢາກ​ຈະ​ບອກ​ເລື່ອງ​ຂອງ​ເພິ່ນ​ໃຫ້​ຄົນ​ອື່ນ​ຟັງ. ຖ້າ​ເຮົາ​ສັດຊື່​ຕໍ່​ເພິ່ນ ເຮົາ​ກໍ​ຢາກ​ຈະ​ເຊື່ອຟັງ​ເພິ່ນ​ແມ່ນ​ແຕ່​ຕອນ​ທີ່​ບໍ່​ງ່າຍ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ບາງ​ຄັ້ງ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ບອກ​ເລື່ອງ​ຂອງ​ພະ​ເຢໂຫວາ​ໃຫ້​ຄົນ​ອື່ນ​ຟັງ?

  • ໃນ​ວິດີໂອ ອັນ​ໃດ​ຊ່ວຍ​ໃຫ້​ເກຣສັນ​ບໍ່​ຢ້ານ?

ເຮົາ​ຈະ​ສັດຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ໄດ້​ງ່າຍ​ຂຶ້ນ​ຖ້າ​ເຮົາ​ຮັກ​ສິ່ງ​ທີ່​ເພິ່ນ​ຮັກ​ແລະ​ກຽດຊັງ​ສິ່ງ​ທີ່​ເພິ່ນ​ກຽດຊັງ. ອ່ານ​ເພງ​ສັນລະເສີນ 97:10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຈາກ​ທີ່​ເຈົ້າ​ໄດ້​ຮຽນ​ມາ ມີ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ຮັກ? ແລະ​ມີ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ກຽດຊັງ?

  • ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ສິ່ງ​ທີ່​ດີ​ແລະ​ກຽດຊັງ​ສິ່ງ​ທີ່​ຊົ່ວ?

6. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຖ້າ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ

ການ​ເຊື່ອຟັງ​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ສະເໝີ​ສຳລັບ​ເຮົາ. ອ່ານ​ເອຊາຢາ 48:17, 18 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຮົາ​ໝັ້ນໃຈ​ໄດ້​ບໍ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ອັນ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ​ສະເໝີ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແນວ​ນັ້ນ?

  • ຕັ້ງແຕ່​ເຈົ້າ​ເລີ່ມ​ຮຽນ​ຄຳພີ​ໄບເບິນ ແລະ​ໄດ້​ຮູ້​ຈັກ​ກັບ​ພະ​ເຢໂຫວາ ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່?

ບາງ​ຄົນ​ເວົ້າ​ວ່າ: “ເຮົາ​ຈະ​ເຮັດ​ຫຍັງ​ພະເຈົ້າ​ກໍ​ບໍ່​ສົນໃຈ​ດອກ.”

  • ເຈົ້າ​ຈະ​ເປີດ​ຂໍ້​ຄຳພີ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ສິ່ງ​ທີ່​ເຮົາ​ເຮັດ​ສາມາດ​ເຮັດ​ໃຫ້​ພະ​ເຢໂຫວາ​ດີ​ໃຈ​ຫຼື​ເສຍໃຈ​ກໍ​ໄດ້?

ສະຫຼຸບ

ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ​ໄດ້​ໂດຍ​ເຊື່ອຟັງ​ເພິ່ນ​ແລະ​ພະຍາຍາມ​ເຮັດ​ສິ່ງ​ທີ່​ເພິ່ນ​ບອກ​ເຖິງ​ວ່າ​ບາງ​ຄັ້ງ​ອາດ​ຈະ​ບໍ່​ງ່າຍ.

ຄຳ​ຖາມ​ທົບທວນ

  • ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢບ?

  • ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າເຈົ້າ​ຮັກ​ພະ​ເຢໂຫວາ?

  • ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສັດຊື່​ພັກດີຕໍ່​ພະ​ເຢໂຫວາ​ສະເໝີ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ເບິ່ງ​ວ່າ​ເຈົ້າ​ຈະ​ສັດຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ປະຊາຄົມ​ໄດ້​ແນວ​ໃດ.

“ຄົນ​ທີ່​ເຮັດ​ແຕ່​ຄວາມ​ດີ ພະອົງ​ຈະ​ດີ​ກັບ​ລາວ​ສະເໝີ” (16:49)

ມາ​ເບິ່ງ​ຫຼາຍ​ຂຶ້ນ​ວ່າ​ຊາຕານ​ກ່າວຫາ​ມະນຸດ​ວ່າ​ແນວ​ໃດ.

“ໂຢບ​ຮັກສາ​ຄວາມ​ສັດຊື່​ໝັ້ນຄົງ” (ຄຳພີ​ໄບເບິນ—ບອກ​ເລື່ອງ​ຫຍັງ? ໝວດ 6)

ເດັກນ້ອຍ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ພະ​ເຢໂຫວາ​ໄດ້.

ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ (8:16)

ໄວລຸ້ນ​ຈະ​ສັດຊື່​ຕໍ່​ພະເຈົ້າ​ໄດ້​ແນວ​ໃດ​ເມື່ອ​ຖືກ​ໝູ່​ກົດ​ດັນ?

ສູ້​ກັບ​ແຮງ​ກົດ​ດັນ​ຈາກ​ໝູ່​ລຸ້ນ​ດຽວ​ກັນ! (4:00)