ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 21

ມີ​ການ​ປະກາດ​ຂ່າວ​ດີ​ແນວ​ໃດ?

ມີ​ການ​ປະກາດ​ຂ່າວ​ດີ​ແນວ​ໃດ?

ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ໃຫ້​ການ​ປົກຄອງ​ຂອງ​ເພິ່ນ​ມາ​ເຮັດ​ໃຫ້​ບັນຫາ​ທຸກ​ຢ່າງ​ໝົດ​ໄປ. ນີ້​ເປັນ​ຂ່າວ​ທີ່​ດີ​ຫຼາຍ​ແລະ​ເຮົາ​ຢາກ​ໃຫ້​ຄົນ​ອື່ນ​ຮູ້​ເລື່ອງ​ນີ້. ພະ​ເຢຊູ​ກໍ​ຢາກ​ໃຫ້​ລູກສິດ​ຂອງ​ເພິ່ນ​ບອກ​ຂ່າວ​ດີ​ນີ້​ກັບ​ທຸກ​ຄົນ! (ມັດທາຍ 28:19, 20) ແລ້ວ​ພະຍານ​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ແນວ​ໃດ?

1. ສິ່ງ​ທີ່​ບອກ​ໄວ້​ໃນ​ມັດທາຍ 24:14 ກຳລັງ​ເກີດຂຶ້ນ​ແທ້​ໃນ​ທຸກ​ມື້​ນີ້​ແນວ​ໃດ?

ພະ​ເຢຊູ​ບອກ​ໄວ້​ວ່າ: “ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ.” (ມັດທາຍ 24:14) ພະຍານ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ສຳຄັນ​ນີ້. ພວກ​ເຮົາ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ​ຫຼາຍ​ກວ່າ 1.000 ພາສາ! ວຽກ​ໃຫຍ່​ແບບ​ນີ້​ຕ້ອງ​ໃຊ້​ເວລາ​ແລະ​ກຳລັງ​ຫຼາຍ​ແລະ​ຕ້ອງ​ມີ​ການ​ຈັດ​ລະບຽບ​ຢ່າງ​ດີ. ວຽກ​ນີ້​ຈະ​ບໍ່​ມີ​ທາງ​ສຳເລັດ​ໄດ້​ເລີຍ​ຖ້າ​ພະ​ເຢໂຫວາ​ບໍ່​ຊ່ວຍ.

2. ເຮົາ​ເຮັດ​ຫຍັງ​ແດ່​ເພື່ອ​ປະກາດ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຟັງ?

ເຮົາ​ໄປ​ປະກາດ​ທຸກ​ບ່ອນ​ທີ່​ເຮົາ​ຈະ​ເຈິ​ຜູ້​ຄົນ​ໄດ້ ແລະ​ຄື​ກັບ​ທີ່​ຄລິດສະຕຽນ​ລຸ້ນ​ທຳອິດ​ເຮັດ ພວກ​ເຮົາ​ໄປ​ປະກາດ “ຕາມ​ບ້ານ​ເຮືອນ” ນຳ. (ກິດຈະການ 5:42) ນີ້​ເຮັດ​ໃຫ້​ເຮົາ​ໄດ້​ລົມ​ກັບ​ຫຼາຍ​ລ້ານ​ຄົນ​ໃນ​ແຕ່ລະປີ. ແຕ່​ບາງ​ເທື່ອ​ຜູ້​ຄົນ​ກໍ​ບໍ່​ຄ່ອຍ​ຢູ່​ເຮືອນ ເຮົາ​ກໍ​ເລີຍ​ປະກາດ​ໃນ​ບ່ອນ​ສາທາລະນະ​ນຳ. ເຮົາ​ຈະ​ຊອກ​ຫາ​ໂອກາດ​ສະເໝີ​ເພື່ອ​ບອກ​ຄົນ​ອື່ນ​ເລື່ອງ​ພະ​ເຢໂຫວາ​ແລະ​ສິ່ງ​ດີໆ​ທີ່​ເພິ່ນ​ຈະ​ເຮັດ.

3. ໃຜ​ມີ​ໜ້າທີ່​ປະກາດ​ຂ່າວ​ດີ?

ຄລິດສະຕຽນ​ແທ້​ທຸກ​ຄົນ​ມີ​ໜ້າທີ່​ປະກາດ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຟັງ. ເຮົາ​ຖື​ວ່າ​ວຽກ​ນີ້​ສຳຄັນ​ຫຼາຍ. ເຮົາ​ປະກາດ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ຍ້ອນ​ເຮົາ​ຮູ້​ວ່າ​ການ​ເຮັດ​ແບບ​ນີ້​ເປັນ​ການ​ຊ່ວຍ​ຊີວິດ​ຜູ້​ຄົນ. (ອ່ານ 1 ຕີໂມທຽວ 4:16) ເຮົາ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ​ສຳລັບ​ວຽກ​ນີ້ ຍ້ອນ​ຄຳພີ​ໄບເບິນ​ບອກ​ວ່າ: “ພວກ​ເຈົ້າ​ໄດ້​ມາ​ລ້າໆ ກໍ​ເອົາ​ໃຫ້​ຄົນ​ອື່ນ​ລ້າໆ.” (ມັດທາຍ 10:7, 8) ເຖິງ​ວ່າ​ບາງ​ຄົນ​ຈະ​ບໍ່​ສົນໃຈ​ຂ່າວ​ດີ ແຕ່​ເຮົາ​ກໍ​ປະກາດ​ຕໍ່​ໄປ​ຍ້ອນ​ເຮົາ​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ຢາກ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ພະຍານ​ພະ​ເຢໂຫວາ​ເຮັດ​ຫຍັງ​ເພື່ອ​ຈະ​ປະກາດ​ໄປ​ທົ່ວ​ໂລກແລະ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ.

4. ເຮົາ​ພະຍາຍາມ​ທີ່​ຈະ​ໄປ​ຫາ​ທຸກ​ຄົນ

ພະຍານ​ພະ​ເຢໂຫວາ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ຂ່າວ​ດີ​ໄປ​ເຖິງ​ທຸກ​ຄົນບໍ່​ວ່າ​ເຂົາເຈົ້າ​ຈະ​ຢູ່​ບ່ອນ​ໃດ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຈາກ​ວິດີໂອ ເຮົາ​ເຫັນ​ວ່າ​ພະຍານ​ພະ​ເຢໂຫວາ​ພະຍາຍາມ​ໄປ​ປະກາດ​ທຸກ​ບ່ອນ ມີ​ຫຍັງ​ແດ່​ທີ່​ເຈົ້າ​ຮູ້ສຶກ​ປະທັບໃຈ?

ອ່ານ​ມັດທາຍ 22:39 ແລະ​ໂຣມ 10:13-15 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ການ​ປະກາດ​ຈຶ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ຄົນ​ອື່ນ​ແທ້ໆ?

  • ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄົນ​ທີ່​ປະກາດ​ຂ່າວ​ດີ?—ເບິ່ງ​ຂໍ້ 15

5. ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ

ຫຼາຍ​ຄົນ​ເລົ່າ​ເລື່ອງ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ກຳລັງ​ເບິ່ງແຍງ​ວຽກ​ປະກາດ​ຢູ່. ຕົວຢ່າງ​ເຊັ່ນ ຕອນ​ບ່າຍ​ມື້​ໜຶ່ງ​ຢູ່​ປະເທດ​ນິວຊີແລນ ພີ່ນ້ອງ​ຊາຍ​ທີ່​ຊື່​ພໍລ໌​ໄປ​ປະກາດ​ຕາມ​ບ້ານ​ເຮືອນ. ລາວ​ໄດ້​ເຈິ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໃນ​ຕອນ​ເຊົ້າ. ຜູ້​ຍິງ​ຄົນ​ນັ້ນ​ເອີ້ນ​ຊື່​ຂອງ​ເພິ່ນ​ໃນ​ຄຳ​ອະທິດຖານ​ແລະ​ຂໍ​ໃຫ້​ມີ​ໃຜ​ຈັກ​ຄົນ​ໜຶ່ງ​ມາ​ຫາ. ພີ່ນ້ອງ​ພໍລ໌​ເວົ້າ​ວ່າ “ແລ້ວ​ຂ້ອຍ​ກໍ​ມາ​ປະກາດ​ຢູ່​ເຮືອນ​ຂອງ​ລາວ​ຫຼັງ​ຈາກ​ທີ່​ລາວ​ອະທິດຖານ​ຜ່ານ​ໄປ​ພຽງ​ແຕ່​ສາມ​ຊົ່ວໂມງ.”

ອ່ານ 1 ໂກຣິນໂທ 3:9 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ເລື່ອງ​ທີ່​ເກີດຂຶ້ນ​ໃນ​ປະເທດ​ນິວຊີແລນ​ແລະ​ໃນ​ອີກ​ຫຼາຍໆ​ບ່ອນ ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ເບິ່ງແຍງ​ວຽກ​ປະກາດ​ຢູ່?

ອ່ານ​ກິດຈະການ 1:8 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເພື່ອ​ຈະ​ເຮັດ​ວຽກ​ປະກາດ​ໄດ້​ສຳເລັດ ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ?

ເຈົ້າ​ຮູ້​ບໍ?

ເຮົາ​ມີ​ການ​ປະຊຸມ​ກາງ​ອາທິດ​ເປັນ​ປະຈຳ ການ​ປະຊຸມ​ນີ້​ຈະ​ຊ່ວຍ​ຝຶກ​ເຮົາ​ໃຫ້​ປະກາດ​ເກັ່ງ​ຂຶ້ນ. ຖ້າ​ເຈົ້າ​ເຄີຍ​ໄປ​ປະຊຸມ​ກາງ​ອາທິດ​ແລ້ວ ເຈົ້າ​ຄິດ​ແນວ​ໃດ​ກັບ​ການ​ຝຶກ​ອົບຮົມ​ແບບ​ນີ້?

6. ເຮົາ​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ​ທີ່​ໃຫ້​ໄປ​ປະກາດ

ໃນ​ສະຕະວັດ​ທຳອິດ​ມີ​ບາງ​ຄົນ​ພະຍາຍາມ​ຫ້າມ​ລູກສິດ​ຂອງ​ພະ​ເຢຊູ​ບໍ່​ໃຫ້​ປະກາດ. ຄລິດສະຕຽນ​ລຸ້ນ​ທຳອິດ​ເລີຍ​ປົກປ້ອງ​ສິດ​ໃນ​ການ​ປະກາດ​ຂອງ​ເຂົາເຈົ້າ​ໂດຍ “ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ.” (ຟີລິບປອຍ 1:7) ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ແບບ​ດຽວ​ກັນ. a

ອ່ານ​ກິດຈະການ 5:27-42 ແລ້ວ​ລົມ​ກັນ​ກ່ຽວກັບຄຳ​ຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ເຊົາ​ປະກາດ?—ເບິ່ງ​ຂໍ້ 29, 38 ແລະ 39

ບາງ​ຄົນ​ອາດ​ຖາມ​ວ່າ: “ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຕ້ອງ​ໄປ​ເຜີຍ​ແຜ່​ຕາມ​ເຮືອນ?”

  • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ພະ​ເຢຊູ​ສັ່ງ​ລູກສິດ​ຂອງ​ເພິ່ນ​ໃຫ້​ປະກາດຂ່າວ​ດີ​ກັບ​ຄົນ​ທຸກ​ຊາດ. ພະ​ເຢໂຫວາກຳລັງ​ຊ່ວຍ​ຄົນ​ຂອງ​ເພິ່ນ​ໃຫ້​ເຮັດ​ວຽກ​ນີ້.

ຄຳ​ຖາມ​ທົບທວນ

  • ມີ​ການ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ​ແນວ​ໃດ?

  • ເປັນ​ຫຍັງ​ການ​ປະກາດ​ຈຶ່ງ​ສະແດງໃຫ້​ເຫັນ​ວ່າ​ເຮົາ​ຮັກ​ຄົນ​ອື່ນ​ແທ້ໆ?

  • ເຈົ້າ​ຄິດ​ວ່າ​ວຽກ​ປະກາດ​ຈະ​ເຮັດ​ໃຫ້ເຮົາ​ມີ​ຄວາມ​ສຸກ​ບໍ? ເປັນ​ຫຍັງ​ຈຶ່ງຄິດ​ແບບ​ນັ້ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ພະຍານ​ພະ​ເຢໂຫວາປະກາດ​ໃນ​ເມືອງ​ໃຫຍ່​ແນວ​ໃດ.

ການ​ປະກາດ​ສາທາລະນະ​ໃນເມືອງ​ໃຫຍ່​ແບບ​ພິເສດ​ໃນ​ປາຣີ (5:11)

ພະຍານ​ພະ​ເຢໂຫວາ​ເຮັດ​ຫຍັງເພື່ອ​ຊ່ວຍ​ຜູ້​ລີ້ໄພ?

ຊ່ວຍ​ເຫຼືອ​ຜູ້​ລີ້ໄພ​ທີ່​ຕ້ອງການ​ຮູ້​ຈັກ​ພະເຈົ້າ (5:59)

ລອງ​ມາ​ຟັງ​ວ່າ​ເປັນ​ຫຍັງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຈຶ່ງ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ທຸ່ມເທ​ຊີວິດ​ໃຫ້​ກັບ​ວຽກ​ປະກາດ.

ຂ້ອຍ​ດີ​ໃຈ​ທີ່​ເລືອກ​ເຮັດ​ວຽກ​ນີ້ (6:29)

ມາ​ເບິ່ງ​ວ່າ​ພະຍານ​ພະ​ເຢໂຫວາ​ຊະນະ​ຄະດີ​ສຳຄັນ​ຫຍັງ​ແດ່​ທີ່​ເປັນ​ປະໂຫຍດ​ກັບ​ການ​ປະກາດ​ຂ່າວ​ດີ.

“ຜູ້​ປະກາດ​ລາຊະອານາຈັກ​ສູ້​ຄະດີ​ໃນ​ສານ” (ລາຊະອານາຈັກ​ຂອງພະເຈົ້າ​ປົກຄອງ​ແລ້ວ! ບົດ​ທີ 13)

a ພະເຈົ້າ​ເປັນ​ຜູ້​ສັ່ງ​ເຮົາ​ໃຫ້​ປະກາດ. ດັ່ງນັ້ນ ເຮົາ​ທີ່​ເປັນ​ພະຍານ​ພະເຢໂຫວາ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ເຈົ້າ​ໜ້າທີ່​ບ້ານ​ເມືອງເພື່ອ​ຈະ​ປະກາດ​ຂ່າວ​ດີ.