ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 09

ການ​ອະທິດຖານ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ

ການ​ອະທິດຖານ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ

ເຈົ້າ​ຢາກ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ບໍ? ການ​ອະທິດຖານ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ເພິ່ນ. ເພິ່ນ​ພ້ອມ​ຈະ​ຊ່ວຍ​ເຫຼືອ​ແລະ​ໃຫ້​ຄຳ​ແນະນຳ​ກັບ​ເຈົ້າ. ເພິ່ນ​ຈະ​ຕອບ​ຄຳ​ຖາມ​ຫຼາຍ​ເລື່ອງ​ທີ່​ເຈົ້າ​ສົງໄສ ແລະ​ເຈົ້າ​ຈະ​ໄດ້​ກຳລັງ​ໃຈ. ແຕ່​ເຈົ້າ​ຈະ​ອະທິດຖານ​ເຖິງ​ເພິ່ນ​ແນວ​ໃດ? ເພິ່ນ​ຟັງ​ຄຳ​ອະທິດຖານ​ຂອງ​ທຸກ​ຄົນບໍ? ແລ້ວ​ເຈົ້າ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ເພິ່ນ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ? ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ.

1. ເຮົາ​ຄວນ​ອະທິດຖານ​ເຖິງ​ໃຜ ແລະ​ເຮົາ​ອະທິດຖານ​ເລື່ອງ​ຫຍັງ​ໄດ້​ແດ່?

ພະ​ເຢຊູ​ສອນ​ວ່າ​ເຮົາ​ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເທົ່າ​ນັ້ນ. ພະ​ເຢຊູ​ເອງ​ກໍ​ອະທິດຖານ​ເຖິງ​ພະ​ເຢໂຫວາ. ເພິ່ນ​ບອກ​ວ່າ: “ພວກ​ເຈົ້າ​ຄວນ​ອະທິດຖານ​ແບບ​ນີ້ ‘ພະເຈົ້າ ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ . . .’” (ມັດທາຍ 6:9) ແຮ່ງ​ເຮົາ​ອະທິດຖານ​ເປັນ​ປະຈຳ ເຮົາ​ກໍ​ຈະ​ແຮ່ງ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໄດ້​ທຸກ​ເລື່ອງ ແລະ​ຖ້າ​ຄຳ​ອະທິດຖານ​ນັ້ນ​ກົງ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ ເພິ່ນ​ກໍ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. ຄຳພີ​ໄບເບິນ​ບອກ​ວ່າ “ຖ້າ​ພວກ​ເຮົາ​ຂໍ​ສິ່ງ​ໃດ​ກໍ​ຕາມ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ ເພິ່ນ​ຈະ​ຟັງ​ພວກ​ເຮົາ.” (1 ໂຢຮັນ 5:14) ພະ​ເຢຊູ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ຈະ​ອະທິດຖານ​ເລື່ອງ​ຫຍັງ​ໄດ້​ແດ່. (ອ່ານ​ມັດທາຍ 6:9-13) ນອກ​ຈາກ​ອະທິດຖານ​ເລື່ອງ​ສ່ວນ​ໂຕ​ແລ້ວ ເຮົາ​ຢາກ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຄົນ​ອື່ນ​ນຳ ແລະ​ເຮົາ​ບໍ່​ຄວນ​ລືມ​ຂອບໃຈ​ເພິ່ນ​ທີ່​ໃຫ້​ສິ່ງ​ດີໆ​ກັບ​ເຮົາ.

2. ເຮົາ​ຈະ​ອະທິດຖານ​ແນວ​ໃດ?

ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ ‘ລະບາຍ​ຄວາມ​ຮູ້ສຶກ​ກັບ [ພະເຈົ້າ].’ (ເພງ​ສັນລະເສີນ 62:8) ເຮົາ​ອະທິດຖານ​ບອກ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ໄດ້​ເຕັມທີ. ເຮົາ​ຈະ​ອະທິດຖານ​ໃນ​ໃຈ​ຫຼື​ອອກ​ສຽງ​ກໍ​ໄດ້. ເຮົາ​ຈະ​ອະທິດຖານ​ດ້ວຍ​ທ່າທາງ​ແບບ​ໃດ​ກໍ​ໄດ້ ແຕ່​ຕ້ອງ​ເປັນ​ແບບ​ທີ່​ສະແດງ​ຄວາມ​ນັບຖື ແລະ​ຈະ​ອະທິດຖານ​ຕອນ​ໃດ​ຫຼື​ບ່ອນ​ໃດ​ກໍ​ໄດ້.

3. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ໂດຍ​ວິທີ​ໃດ?

ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ໃນ​ຫຼາຍ​ວິທີ ເຊັ່ນ ເພິ່ນ​ໃຊ້​ຄຳພີ​ໄບເບິນ​ຕອບ​ຄຳ​ອະທິດຖານ. ການ​ອ່ານ​ຄຳພີ​ໄບເບິນ​ຊ່ວຍ “ໃຫ້​ຄົນ​ທີ່​ບໍ່​ມີ​ປະສົບການ​ສະຫຼາດ​ຂຶ້ນ.” (ເພງ​ສັນລະເສີນ 19:7; ອ່ານ​ຢາໂກໂບ 1:5) ເມື່ອ​ເຮົາ​ເຈິ​ບັນຫາ​ແລ້ວ​ອະທິດຖານ​ເຖິງ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ຊ່ວຍ​ໃຫ້​ເຮົາ​ສະຫງົບໃຈ ແລະ​ເພິ່ນ​ອາດ​ຈະ​ໃຫ້​ບາງ​ຄົນ​ມາ​ຊ່ວຍ​ເຮົາ​ກໍ​ໄດ້.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເຮົາ​ຄວນ​ອະທິດຖານ​ແບບ​ໃດ ແລະ​ການ​ອະທິດຖານ​ເປັນ​ປະໂຫຍດ​ກັບ​ເຮົາ​ແນວ​ໃດ.

4. ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ທຸກ​ຄົນ​ບໍ?

ຄຳ​ອະທິດຖານ​ແບບ​ໃດ​ທີ່​ພະເຈົ້າ​ຮັບ​ຟັງ? ເປີດ​ວິດີໂອ.

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ອະທິດຖານ​ເຖິງ​ເພິ່ນ. ອ່ານ​ເພງ​ສັນລະເສີນ 65:2ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຄິດ​ວ່າ​ພະເຈົ້າ “ຜູ້​ຟັງ​ຄຳ​ອະທິດຖານ” ຢາກ​ໃຫ້​ເຈົ້າ​ອະທິດຖານ​ເຖິງ​ເພິ່ນ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ຖ້າ​ຢາກ​ໃຫ້​ພະເຈົ້າ​ຟັງ​ຄຳ​ອະທິດຖານ ເຮົາ​ຕ້ອງ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ເພິ່ນ​ສອນ. ອ່ານ​ມີກາ 3:4 ແລະ 1 ເປໂຕ 3:12 ແລ້ວ​ລົມ​ກັນກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ?

ໃນ​ສົງຄາມ ທະຫານ​ທັງ​ສອງ​ຝ່າຍ​ຂໍ​ໃຫ້​ສູ້ຮົບ​ຊະນະ. ແຕ່​ເຈົ້າ​ຄິດ​ວ່າ​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງເຂົາເຈົ້າ​ບໍ?

5. ຄຳ​ອະທິດຖານ​ຂອງ​ເຮົາ​ຄວນ​ອອກ​ມາ​ຈາກ​ໃຈແລະ​ຄວາມ​ຮູ້ສຶກ​ແທ້ໆ

ບາງ​ຄົນ​ອາດ​ຖືກ​ສອນ​ໃຫ້​ເວົ້າ​ຄຳ​ອະທິດຖານ​ແບບ​ເກົ່າ​ຊ້ຳ​ໄປ​ຊ້ຳ​ມາ. ແຕ່​ພະເຈົ້າ​ຢາກ​ໃຫ້​ເຮົາ​ອະທິດຖານ​ແບບ​ນັ້ນ​ບໍ? ອ່ານ​ມັດທາຍ 6:7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ບໍ່ “ເວົ້າ​ຊ້ຳ​ຄຳ​ເກົ່າ” ໃນ​ຄຳ​ອະທິດຖານ?

ແຕ່​ລະ​ມື້ ໃຫ້​ຄິດ​ເຖິງ​ສິ່ງ​ດີໆ 1 ຢ່າງ​ທີ່​ເຈົ້າ​ໄດ້​ຮັບ​ຈາກ​ພະ​ເຢໂຫວາ​ແລະ​ອະທິດຖານ​ຂອບໃຈ​ເພິ່ນ​ທີ່​ໃຫ້​ສິ່ງ​ນັ້ນ​ກັບ​ເຈົ້າ. ລອງ​ເຮັດ​ແບບ​ນີ້​ເປັນ​ເວລາ 1 ອາທິດ ແລ້ວ​ເຈົ້າ​ກໍ​ຈະ​ອະທິດຖານ​ໂດຍ​ບໍ່​ເວົ້າ​ຊ້ຳ​ຄຳ​ເກົ່າ​ເຖິງ 7 ເລື່ອງ.

ຕອນ​ທີ່​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ ເພິ່ນ​ຢາກ​ໃຫ້​ເຮົາ​ບອກ​ຄວາມ​ຮູ້ສຶກຈາກ​ໃຈ​ຂອງ​ເຮົາ​ອອກ​ມາ.ຄື​ກັບ​ຕອນ​ທີ່​ລູກ​ລົມ​ກັບ​ພໍ່ພໍ່​ກໍ​ຢາກ​ໃຫ້​ລູກ​ບອກ​ວ່າລູກ​ຮູ້ສຶກ​ແນວ​ໃດ​ແທ້ໆ

6. ການ​ອະທິດຖານ​ເປັນ​ຂອງຂວັນຈາກ​ພະເຈົ້າ

ການ​ອະທິດຖານ​ຊ່ວຍ​ເຮົາ​ແນວ​ໃດ​ຕອນ​ທີ່​ເຈິ​ຄວາມ​ຍາກ​ລຳບາກ? ເປີດ​ວິດີໂອ.

ຄຳພີ​ໄບເບິນ​ບອກ​ວ່າ​ການ​ອະທິດຖານ​ຈະ​ເຮັດ​ໃຫ້​ເຮົາ​ສະຫງົບໃຈ. ອ່ານ​ຟີລິບປອຍ 4:6, 7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ບາງ​ເທື່ອ​ການ​ອະທິດຖານ​ອາດ​ຈະ​ບໍ່​ໄດ້​ເຮັດ​ໃຫ້​ບັນຫາ​ໝົດ​ໄປ​ທັນທີ ແຕ່​ການ​ອະທິດຖານ​ມີ​ປະໂຫຍດ​ຫຍັງ​ແດ່?

  • ເຈົ້າ​ຢາກ​ອະທິດຖານ​ເລື່ອງ​ຫຍັງ​ແດ່?

ເຈົ້າ​ຮູ້​ບໍ?

“ອາແມນ” ໝາຍເຖິງ “ຂໍ​ໃຫ້​ເປັນ​ແນວ​ນັ້ນ” ຫຼື “ແນ່ນອນ.” ຄຳ​ວ່າ “ອາແມນ” ຈະ​ເວົ້າ​ໃນ​ຕອນ​ຈົບ​ຂອງ​ຄຳ​ອະທິດຖານ.—1 ຂ່າວຄາວ 16:36

7. ແບ່ງ​ເວລາ​ໄວ້​ເພື່ອ​ອະທິດຖານ

ບາງ​ເທື່ອ​ເຮົາ​ຫຍຸ້ງ​ຫຼາຍ​ຈົນ​ບໍ່​ມີ​ເວລາ​ອະທິດຖານ. ແຕ່​ພະ​ເຢຊູ​ຖື​ວ່າ​ການ​ອະທິດຖານ​ເປັນ​ເລື່ອງ​ສຳຄັນ. ອ່ານ​ມັດທາຍ 14:23 ແລະ​ມາຣະໂກ 1:35 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ພະ​ເຢຊູ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ເວລາ​ອະທິດຖານ?

  • ເຈົ້າ​ຄິດ​ວ່າ​ຈະ​ແບ່ງ​ເວລາ​ແນວ​ໃດ​ເພື່ອ​ອະທິດຖານ?

ບາງ​ຄົນ​ເວົ້າ​ວ່າ: “ອະທິດຖານ​ໄປ​ກໍ​ບໍ່​ຊ່ວຍ​ຫຍັງ​ດອກ ພຽງ​ແຕ່​ເຮັດ​ໃຫ້​ສະບາຍ​ໃຈ​ຊື່ໆ.”

  • ຖ້າ​ມີ​ຄົນ​ເວົ້າ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ການ​ອະທິດຖານ​ຊ່ວຍ​ໃຫ້​ເຮົາ​ສະໜິດ​ກັບພະ​ເຢໂຫວາ ຊ່ວຍ​ໃຫ້​ມີ​ຄວາມ​ສະຫງົບໃຈ ແລະ​ຊ່ວຍ​ໃຫ້​ເຮົາ​ເຮັດ​ຕາມ​ຄຳສອນ​ຂອງ​ພະ​ເຢໂຫວາ.

ຄຳ​ຖາມ​ທົບທວນ

  • ເຮົາ​ຄວນ​ອະທິດຖານ​ເຖິງ​ໃຜ?

  • ເຮົາ​ຄວນ​ອະທິດຖານ​ແນວ​ໃດ?

  • ການ​ອະທິດຖານ​ມີ​ປະໂຫຍດ​ແນວ​ໃດ​ແດ່?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມີ​ຄຳ​ຖາມ​ຫຍັງ​ແດ່​ທີ່​ຄົນ​ສົງໄສ​ກ່ຽວກັບ​ການ​ອະທິດຖານ.

“7 ເລື່ອງ​ທີ່​ເຈົ້າ​ຕ້ອງ​ຮູ້​ກ່ຽວກັບ​ການ​ອະທິດຖານ” (ຫໍສັງເກດການ 1 ຕຸລາ 2010)

ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ອະທິດຖານ​ແລະ​ມີ​ວິທີ​ໃດ​ແດ່​ທີ່​ເຈົ້າ​ຈະ​ອະທິດຖານ​ໄດ້​ດີ​ຂຶ້ນ.

“ເປັນ​ຫຍັງ​ຂ້ອຍ​ຕ້ອງ​ອະທິດຖານ?” (ບົດ​ຄວາມ​ໃນ​ເວັບໄຊ)

ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ຄວນອະທິດຖານ​ເຖິງ​ໃຜ.

“ຂ້ອຍ​ຄວນ​ອະທິດຖານ​ເຖິງ​ນັກບຸນ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ວິດີໂອ​ນີ້​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໄດ້​ທຸກ​ບ່ອນ​ທຸກ​ເວລາ.

ອະທິດຖານ​ທຸກ​ເວລາ (1:22)