ຊາມູເອນສະບັບທີສອງ 15:1-37
15 ຕໍ່ມາ ອັບຊາໂລມກໍໄປຊອກລົດມ້າມາຄັນໜຶ່ງກັບຝູງມ້າ ແລະໃຫ້ຜູ້ຊາຍ 50 ຄົນແລ່ນອອກໜ້າລົດມ້າຂອງລາວ.+
2 ອັບຊາໂລມຕື່ນແຕ່ເຊົ້າໆແລະອອກໄປຢືນຢູ່ແຄມທາງໃນຫົນທາງທີ່ໄປປະຕູເມືອງ.+ ເມື່ອຄົນມີເລື່ອງຮ້ອງຟ້ອງແລະມາຂໍໃຫ້ກະສັດຕັດສິນ+ ອັບຊາໂລມກໍຈະເອີ້ນຜູ້ນັ້ນມາຖາມວ່າ: “ເຈົ້າມາແຕ່ເມືອງໃດ?” ຜູ້ນັ້ນກໍຕອບວ່າ: “ຜູ້ຮັບໃຊ້ຂອງທ່ານມາຈາກຕະກູນໜຶ່ງຂອງອິດສະຣາເອນ.”
3 ອັບຊາໂລມຈະເວົ້າກັບຜູ້ນັ້ນວ່າ: “ເລື່ອງທີ່ເຈົ້າມາຂໍໃຫ້ຕັດສິນນັ້ນມີເຫດຜົນແລະຖືກຕ້ອງ ແຕ່ບໍ່ມີຕົວແທນຂອງກະສັດມາຟັງເລື່ອງຂອງເຈົ້າເລີຍ.”
4 ແລ້ວອັບຊາໂລມກໍຈະເວົ້າວ່າ: “ຖ້າຂ້ອຍຖືກແຕ່ງຕັ້ງໃຫ້ເປັນຜູ້ຕັດສິນໃນແຜ່ນດິນນີ້ ຂ້ອຍຈະເຮັດໃຫ້ທຸກຄົນທີ່ມີເລື່ອງຮ້ອງຟ້ອງກັນແລະມາຂໍໃຫ້ຂ້ອຍຕັດສິນຄະດີໄດ້ຮັບຄວາມຍຸຕິທຳ.”
5 ເມື່ອມີຄົນຈະໝູບລົງເພື່ອສະແດງຄວາມນັບຖືອັບຊາໂລມ ລາວກໍຈະເດ່ມືໄປຈັບຜູ້ນັ້ນຂຶ້ນມາແລະຈູບຜູ້ນັ້ນ.+
6 ອັບຊາໂລມຈະເຮັດແບບນີ້ກັບພວກອິດສະຣາເອນທຸກຄົນທີ່ມາຂໍໃຫ້ກະສັດຕັດສິນຄະດີ. ພວກອິດສະຣາເອນຈຶ່ງມັກອັບຊາໂລມຫຼາຍ ຍ້ອນລາວໃຊ້ວິທີທີ່ມີເລ່ລ່ຽມແບບນີ້.+
7 ຫຼັງຈາກເວລາຜ່ານໄປເກືອບ 4 ປີ* ອັບຊາໂລມເວົ້າກັບກະສັດດາວິດວ່າ: “ລູກຂໍໄປເມືອງເຮັບໂຣນ+ເພື່ອເຮັດຕາມທີ່ສາບານໄວ້ກັບພະເຢໂຫວາ.
8 ຕອນທີ່ຢູ່ເກຊູ+ໃນຊີເຣຍ ລູກສາບານ+ວ່າ ‘ຖ້າພະເຢໂຫວາໃຫ້ລູກກັບມາເມືອງເຢຣູຊາເລັມ ລູກຈະເຜົາເຄື່ອງບູຊາໃຫ້*ພະເຢໂຫວາ.’”
9 ກະສັດດາວິດຈຶ່ງຕອບວ່າ: “ໄປໂລດລູກ.” ແລ້ວອັບຊາໂລມກໍໄປເມືອງເຮັບໂຣນ.
10 ອັບຊາໂລມໄດ້ສົ່ງຄົນຂອງລາວເຂົ້າໄປໃນທຸກຕະກູນຂອງອິດສະຣາເອນແລະບອກວ່າ: “ເມື່ອພວກເຈົ້າໄດ້ຍິນສຽງແກເຂົາສັດກໍໃຫ້ປະກາດວ່າ ‘ອັບຊາໂລມເປັນກະສັດຢູ່ເມືອງເຮັບໂຣນແລ້ວ!’”+
11 ອັບຊາໂລມໄດ້ເຊີນ 200 ຄົນຈາກເມືອງເຢຣູຊາເລັມໄປນຳລາວ. ເຂົາເຈົ້າກໍໄປນຳລາວໂດຍທີ່ບໍ່ຮູ້ວ່າຈະເກີດຫຍັງຂຶ້ນ.
12 ຕອນທີ່ອັບຊາໂລມເຜົາເຄື່ອງບູຊາ ລາວໄດ້ໃຫ້ຄົນໄປເມືອງກິໂລ+ເພື່ອໄປເອີ້ນອາຮີໂທເຟັນ+ຄົນກິໂລທີ່ເປັນທີ່ປຶກສາຂອງດາວິດ+ໃຫ້ມາຫາລາວ. ຜູ້ທີ່ຢູ່ຝ່າຍອັບຊາໂລມໃນການກະບົດກໍມີຫຼາຍຂຶ້ນເລື້ອຍໆ.+
13 ຕໍ່ມາ ມີຄົນໄປບອກດາວິດວ່າ: “ພວກອິດສະຣາເອນໄດ້ໄປຢູ່ຝ່າຍອັບຊາໂລມໝົດແລ້ວ.”
14 ດາວິດຈຶ່ງຟ້າວບອກຄົນຂອງລາວທຸກຄົນທີ່ຢູ່ໃນເມືອງເຢຣູຊາເລັມວ່າ: “ໃຫ້ພວກເຮົາຟ້າວໜີໄວໆ!+ ຄັນບໍ່ຊັ້ນຊິບໍ່ມີໃຜລອດຈາກອັບຊາໂລມ. ໄປ! ຟ້າວໄປ ກ່ອນທີ່ລາວຈະມາຂ້າພວກເຮົາແລະຂ້າທຸກຄົນໃນເມືອງນີ້!”+
15 ຄົນຂອງກະສັດດາວິດຕອບວ່າ: “ບໍ່ວ່າກະສັດຈະຕັດສິນໃຈແນວໃດ ພວກເຮົາກໍພ້ອມຈະເຮັດຕາມ.”+
16 ກະສັດດາວິດຈຶ່ງໜີໄປພ້ອມກັບທຸກຄົນໃນຄອບຄົວຂອງລາວ ແຕ່ປະເມຍນ້ອຍ 10 ຄົນ+ໄວ້ໃຫ້ເຝົ້າວັງ.
17 ແລ້ວກະສັດດາວິດແລະທຸກຄົນທີ່ໜີໄປກັບລາວໄດ້ເຊົາເມື່ອຍຢູ່ເບັດເມີຫັກ.
18 ຄົນຂອງດາວິດທັງໝົດໄປກັບລາວ ລວມທັງພວກເກເຣັດ ພວກເປເລດ+ ແລະຄົນເມືອງກັດ+ 600 ຄົນທີ່ຕິດຕາມດາວິດມາຕັ້ງແຕ່ເມືອງກັດ.+ ເຂົາເຈົ້າທຸກຄົນຍ່າງກາຍໜ້າກະສັດດາວິດໄປ ເພື່ອກະສັດຈະກວດເບິ່ງວ່າທຸກຄົນຢູ່ຄົບຕອນທີ່ຍ່າງຂ້າມຮ່ອມພູກິດໂຣນ.
19 ແລ້ວດາວິດກໍຖາມອິດຕາຍ+ຄົນເມືອງກັດວ່າ: “ເຈົ້າຊິໄປນຳພວກເຮົາເຮັດຫຍັງ? ກັບໄປຢູ່ກັບກະສັດຄົນໃໝ່ສະ ຍ້ອນເຈົ້າເປັນຄົນຕ່າງຊາດແລະໜີຈາກບ້ານເກີດເມືອງນອນມາ.
20 ເຈົ້າຫາກໍມາຢູ່ນຳຂ້ອຍ ຂ້ອຍຈະໃຫ້ເຈົ້າເລາະໄປນຳຂ້ອຍເລື້ອຍໆບໍ? ພາຄົນຂອງເຈົ້າກັບໄປ. ຂໍໃຫ້ພະເຢໂຫວາສະແດງຄວາມຮັກທີ່ໝັ້ນຄົງແລະສັດຊື່ຕໍ່ເຈົ້າ!”+
21 ແຕ່ອິດຕາຍຕອບກະສັດວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ແລະຕໍ່ກະສັດຜູ້ເປັນນາຍຂອງຂ້ອຍວ່າ ບໍ່ວ່າກະສັດນາຍຂອງຂ້ອຍຈະໄປໃສ ຂ້ອຍກໍຈະໄປນຳ ແລະຂ້ອຍພ້ອມທີ່ຈະຕາຍນຳທ່ານ!”+
22 ດາວິດຈຶ່ງບອກອິດຕາຍວ່າ:+ “ຄັນຊັ້ນກໍຂ້າມໄປນຳກັນ.” ອິດຕາຍຄົນເມືອງກັດຈຶ່ງຂ້າມຮ່ອມພູໄປພ້ອມກັບຄົນຂອງລາວແລະພວກເດັກນ້ອຍ.
23 ພວກທີ່ຢູ່ເມືອງເຢຣູຊາເລັມແລະຄົນທີ່ຢູ່ແຖວນັ້ນພາກັນຮ້ອງໄຫ້ສຽງດັງ ຕອນຄົນທີ່ໄປກັບດາວິດຍ່າງຂ້າມຮ່ອມພູ ແລະກະສັດດາວິດຢືນຢູ່ທາງຂ້າງຮ່ອມພູກິດໂຣນ.+ ເຂົາເຈົ້າທຸກຄົນກຳລັງຍ່າງຕາມເສັ້ນທາງທີ່ຈະໄປບ່ອນກັນດານ.
24 ຊາໂດກ+ກັບຄົນເລວີ+ທີ່ຫາມຫີບ+ສັນຍາຂອງພະເຈົ້າທ່ຽງແທ້+ກໍຢູ່ຫັ້ນຄືກັນ. ເຂົາເຈົ້າວາງຫີບສັນຍາຂອງພະເຈົ້າທ່ຽງແທ້ລົງ. ອາບີອາທາ+ກໍຢູ່ຫັ້ນຈົນທຸກຄົນຂ້າມຮ່ອມພູອອກຈາກເມືອງໄປໝົດແລ້ວ.
25 ແຕ່ດາວິດບອກຊາໂດກວ່າ: “ເອົາຫີບສັນຍາຂອງພະເຈົ້າທ່ຽງແທ້ກັບເຂົ້າໄປໄວ້ໃນເມືອງ.+ ຖ້າພະເຢໂຫວາພໍໃຈຂ້ອຍ ເພິ່ນຈະພາຂ້ອຍກັບມາແລະຂ້ອຍຈະໄດ້ເຫັນຫີບກັບເຕັ້ນທີ່ເປັນບ່ອນເອົາຫີບໄວ້.+
26 ແຕ່ຖ້າເພິ່ນບອກວ່າຂ້ອຍບໍ່ແມ່ນຄົນທີ່ເພິ່ນພໍໃຈແລ້ວ ຂໍໃຫ້ເພິ່ນເຮັດກັບຂ້ອຍຕາມທີ່ເພິ່ນຕ້ອງການ.”
27 ກະສັດດາວິດບອກປະໂລຫິດຊາໂດກວ່າ: “ເຈົ້າເປັນຜູ້ເຫັນນິມິດແມ່ນບໍ?+ ໃຫ້ເຈົ້າກັບອາບີອາທາກັບເຂົ້າໄປໃນເມືອງ ແລະໃຫ້ເຈົ້າເອົາອາຮີມາອາດລູກຊາຍຂອງເຈົ້າກັບໂຢນາທານ+ລູກຊາຍຂອງອາບີອາທາໄປນຳ.
28 ຂ້ອຍຈະຖ້າຢູ່ທາງຂ້າມແມ່ນ້ຳໃກ້ໆບ່ອນກັນດານຈົນກວ່າເຈົ້າຈະສົ່ງຂ່າວມາ.”+
29 ຊາໂດກແລະອາບີອາທາຈຶ່ງເອົາຫີບສັນຍາຂອງພະເຈົ້າທ່ຽງແທ້ກັບໄປເມືອງເຢຣູຊາເລັມ ແລ້ວເຂົາເຈົ້າກໍຢູ່ຫັ້ນຕໍ່ໄປ.
30 ດາວິດຍ່າງຂຶ້ນໄປເທິງພູໝາກກອກ+ ລາວທັງຍ່າງທັງໄຫ້ໄປນຳ. ລາວເອົາຜ້າປົກຫົວແລະຍ່າງຕີນເປົ່າ. ທຸກຄົນທີ່ຢູ່ນຳລາວກໍເອົາຜ້າປົກຫົວແລະທັງຍ່າງທັງໄຫ້ຄືກັນ.
31 ມີຄົນມາບອກດາວິດວ່າ: “ອາຮີໂທເຟັນກໍຮ່ວມມື+ກັບອັບຊາໂລມ.”+ ດາວິດຈຶ່ງເວົ້າວ່າ: “ພະເຢໂຫວາ+ ຂໍພະອົງເຮັດໃຫ້ຄຳແນະນຳຂອງອາຮີໂທເຟັນເປັນຄືກັບຄຳແນະນຳຂອງຄົນໂງ່!”+
32 ເມື່ອດາວິດຂຶ້ນໄປຮອດຈອມພູບ່ອນທີ່ປະຊາຊົນເຄີຍນະມັດສະການພະເຈົ້າ ຮູຊາຍ+ຄົນອາຄີ+ໄດ້ມາຫາດາວິດຢູ່ຫັ້ນ. ເສື້ອຂອງລາວຂາດແລະລາວມີຂີ້ດິນຢູ່ຫົວ.
33 ດາວິດເວົ້າກັບລາວວ່າ: “ຖ້າເຈົ້າໄປນຳຂ້ອຍ ເຈົ້າກໍຈະເປັນພາລະໃຫ້ຂ້ອຍ.
34 ແຕ່ຖ້າເຈົ້າກັບໄປໃນເມືອງແລະເວົ້າກັບອັບຊາໂລມວ່າ: ‘ກະສັດ ຂ້ອຍເປັນຜູ້ຮັບໃຊ້ຂອງທ່ານ. ຂ້ອຍເຄີຍຮັບໃຊ້ພໍ່ທ່ານ ແຕ່ຕອນນີ້ຂ້ອຍຈະຮັບໃຊ້ທ່ານ.’+ ເຈົ້າຈະຊ່ວຍຂ້ອຍແລະເຮັດໃຫ້ແຜນຂອງອາຮີໂທເຟັນບໍ່ສຳເລັດ.+
35 ປະໂລຫິດຊາໂດກກັບປະໂລຫິດອາບີອາທາກໍຢູ່ຫັ້ນແລ້ວ. ຖ້າເຈົ້າຮູ້ເລື່ອງຫຍັງຈາກວັງຂອງກະສັດກໍໃຫ້ບອກເຂົາເຈົ້າ.+
36 ຢູ່ຫັ້ນກໍຍັງມີອາຮີມາອາດ+ທີ່ເປັນລູກຊາຍຂອງຊາໂດກ ແລະໂຢນາທານ+ທີ່ເປັນລູກຊາຍຂອງອາບີອາທາ. ຖ້າເຈົ້າຮູ້ເລື່ອງຫຍັງກໍໃຫ້ 2 ຄົນນັ້ນມາບອກຂ້ອຍ.”
37 ຮູຊາຍໝູ່ຂອງດາວິດ+ຈຶ່ງເຂົ້າໄປໃນເມືອງເຢຣູຊາເລັມໃນເວລາດຽວກັນກັບອັບຊາໂລມ.