ຊາມູເອນສະບັບທີສອງ 13:1-39
13 ອັບຊາໂລມລູກຊາຍຂອງດາວິດມີນ້ອງສາວຄົນໜຶ່ງຊື່ຕາມາ.+ ລາວເປັນຄົນງາມຫຼາຍ. ອຳໂນນ+ລູກຊາຍອີກຄົນໜຶ່ງຂອງດາວິດມັກຕາມາຫຼາຍ.
2 ອຳໂນນອຸກໃຈຫຼາຍເລື່ອງນ້ອງສາວ*ຜູ້ນີ້ຈົນບໍ່ສະບາຍ ຍ້ອນຕາມາເປັນສາວບໍລິສຸດແລະອຳໂນນບໍ່ມີໂອກາດທີ່ຈະເຮັດຫຍັງລາວໄດ້ເລີຍ.
3 ອຳໂນນມີໝູ່ຜູ້ໜຶ່ງຊື່ເຢໂຮນາດາບ.+ ລາວເປັນລູກຂອງຊິເມອາ+ອ້າຍຂອງດາວິດ. ເຢໂຮນາດາບເປັນຄົນສະຫຼາດຫຼາຍ.
4 ລາວຖາມອຳໂນນວ່າ: “ເຈົ້າເປັນຮອດລູກຂອງກະສັດ ແຕ່ທຸກໆມື້ເປັນຫຍັງຄືໂສກເສົ້າແທ້? ບອກຂ້ອຍແມ້.” ອຳໂນນຕອບລາວວ່າ: “ເຈົ້າຮູ້ຈັກຕາມາທີ່ເປັນນ້ອງສາວ+ຂອງຂ້ອຍກັບອັບຊາໂລມແມ່ນບໍ? ຂ້ອຍມັກລາວຫຼາຍ.”
5 ເຢໂຮນາດາບຈຶ່ງບອກລາວວ່າ: “ນອນຢູ່ຕຽງແລະເຮັດທຳທ່າວ່າບໍ່ສະບາຍແມ້. ເມື່ອພໍ່ເຈົ້າມາຫາກໍໃຫ້ບອກລາວວ່າ ‘ໃຫ້ນ້ອງຕາມາເຂົ້າມາແຕ່ງກິນໃຫ້ລູກແດ່. ຄັນນ້ອງເປັນຜູ້ແຕ່ງກິນ*ໃຫ້ລູກຢູ່ນີ້ ນ້ອງຊິໄດ້ປ້ອນລູກນຳ.’”
6 ອຳໂນນກໍໄປນອນຢູ່ຕຽງແລະເຮັດທຳທ່າວ່າບໍ່ສະບາຍ. ເມື່ອກະສັດດາວິດມາຫາ ອຳໂນນກໍເວົ້າກັບດາວິດວ່າ: “ໃຫ້ຕາມາເຂົ້າມາເຮັດເຂົ້າໜົມຮູບຫົວໃຈ 2 ກ້ອນແລະປ້ອນລູກໄດ້ບໍ່?”
7 ດາວິດຈຶ່ງໃຫ້ຄົນໄປບອກຕາມາຢູ່ເຮືອນຂອງລາວວ່າ: “ໃຫ້ລູກໄປເຮືອນຂອງອ້າຍອຳໂນນແລະແຕ່ງກິນໃຫ້ລາວແດ່.”
8 ຕາມາກໍໄປເຮືອນທີ່ອຳໂນນອ້າຍຂອງລາວນອນຢູ່. ຕາມາໄດ້ເອົາແປ້ງມານວດແລະເຮັດເຂົ້າໜົມໃຫ້ລາວຢູ່ຫັ້ນ.
9 ເມື່ອຕາມາເອົາເຂົ້າໜົມໄປໃຫ້ອຳໂນນ ລາວບໍ່ຍອມກິນແລະເວົ້າວ່າ: “ໃຫ້ທຸກຄົນອອກໄປ!” ແລ້ວທຸກຄົນກໍອອກໄປ.
10 ອຳໂນນບອກຕາມາວ່າ: “ເອົາຂອງກິນເຂົ້າມາໃຫ້ອ້າຍຢູ່ຫ້ອງນອນພີ້ແລະປ້ອນອ້າຍພ້ອມ.” ຕາມາຈຶ່ງເອົາເຂົ້າໜົມຮູບຫົວໃຈທີ່ລາວເຮັດນັ້ນໄປໃຫ້ອຳໂນນອ້າຍຂອງລາວຢູ່ໃນຫ້ອງນອນ.
11 ເມື່ອຕາມາເອົາເຂົ້າໜົມໄປໃຫ້ ອຳໂນນກໍຈັບຕາມາໄວ້ແລະເວົ້າວ່າ: “ມະ ມານອນນຳອ້າຍ!”
12 ແຕ່ຕາມາບອກວ່າ: “ຢ່າອ້າຍ! ຢ່າເຮັດແບບນີ້! ຢ່າເຮັດໃຫ້ນ້ອງເສຍກຽດ ໃນອິດສະຣາເອນບໍ່ມີໃຜເຮັດແບບນີ້.+ ຢ່າເຮັດເລື່ອງທີ່ເປັນຕາອາຍຈັ່ງຊີ້.+
13 ນ້ອງຊິກ້າສູ້ໜ້າຄົນອື່ນໄດ້ແນວໃດ? ທຸກຄົນໃນອິດສະຣາເອນຈະເບິ່ງອ້າຍວ່າເປັນຄົນທີ່ບໍ່ມີສັກສີ. ຖ້າອ້າຍໄປຂໍກັບພໍ່ດີໆ ເພິ່ນຈະຍົກນ້ອງໃຫ້ອ້າຍແນ່ນອນ.”
14 ແຕ່ອຳໂນນກໍບໍ່ຟັງແລະໃຊ້ກຳລັງຂົ່ມຂືນຕາມາ.
15 ຫຼັງຈາກທີ່ອຳໂນນຂົ່ມຂືນຕາມາ ລາວກໍຊັງຕາມາແຮງແລະບໍ່ມັກຕາມາແລ້ວ. ອຳໂນນຈຶ່ງບອກລາວວ່າ: “ລຸກຂຶ້ນ ໜີແມະ!”
16 ຕາມາບອກອຳໂນນວ່າ: “ບໍ່ໄດ້ໄດ໋ອ້າຍ. ຖ້າອ້າຍໄລ່ນ້ອງກັບເມືອຕອນນີ້ ມັນຮ້າຍແຮງກວ່າທີ່ອ້າຍຂົ່ມຂືນນ້ອງອີກ!” ແຕ່ອຳໂນນກໍບໍ່ຟັງລາວ.
17 ອຳໂນນເອີ້ນຄົນຮັບໃຊ້ຂອງລາວມາແລະບອກວ່າ: “ເອົາຜູ້ຍິງຄົນນີ້ໄປໄກໆຈາກຂ້ອຍ ແລ້ວລ໋ອກປະຕູໄວ້.”
18 (ຕອນນັ້ນຕາມາໃສ່ຊຸດພິເສດ ເຊິ່ງເປັນຊຸດສຳລັບລູກສາວຂອງກະສັດທີ່ຍັງບໍ່ທັນແຕ່ງດອງ.)* ຄົນຮັບໃຊ້ຈຶ່ງພາຕາມາອອກໄປທາງນອກ ແລ້ວລ໋ອກປະຕູໄວ້.
19 ຕາມາເອົາຂີ້ເທົ່າໂພະໃສ່ຫົວ+ແລະຈີກເຄື່ອງນຸ່ງງາມໆທີ່ລາວໃສ່ ແລ້ວເອົາມືຈັບຫົວ ທັງຍ່າງທັງໄຫ້ໄປນຳທາງ.
20 ເມື່ອອັບຊາໂລມ+ເຫັນຕາມາຈຶ່ງຖາມວ່າ: “ອຳໂນນເຮັດໃຫ້ນ້ອງແມ່ນບໍ? ນ້ອງບໍ່ຕ້ອງບອກໃຜເດີ້. ລາວເປັນອ້າຍຂອງນ້ອງ.+ ບໍ່ຕ້ອງຄິດຫຼາຍ.” ແລ້ວຕາມາກໍໄປຢູ່ເຮືອນຂອງອັບຊາໂລມໂດຍທີ່ບໍ່ໄດ້ອອກໄປໃສຫຼືຕິດຕໍ່ກັບຜູ້ໃດເລີຍ.
21 ເມື່ອກະສັດດາວິດຮູ້ເລື່ອງນີ້ກໍໃຈຮ້າຍຫຼາຍ.+ ແຕ່ລາວບໍ່ຢາກເຮັດໃຫ້ອຳໂນນເສຍໃຈ ຍ້ອນອຳໂນນເປັນລູກຊາຍກົກແລະລາວກໍຮັກອຳໂນນຫຼາຍ.
22 ອັບຊາໂລມຊັງ+ອຳໂນນແຮງ ຍ້ອນລາວເຮັດໃຫ້ຕາມາເສຍກຽດ.+ ອັບຊາໂລມຈຶ່ງບໍ່ເວົ້ານຳອຳໂນນເລີຍ.
23 ຫຼັງຈາກນັ້ນ 2 ປີ ຄົນຂອງອັບຊາໂລມມາຕັດຂົນແກະຢູ່ບາອານຮາໂຊໃກ້ໆກັບເມືອງເອຟຣາຢິມ.+ ອັບຊາໂລມຈຶ່ງເຊີນລູກຊາຍທຸກຄົນຂອງກະສັດໄປຮ່ວມງານລ້ຽງສະຫຼອງຢູ່ຫັ້ນ.+
24 ອັບຊາໂລມໄປຫາກະສັດດາວິດແລະເວົ້າວ່າ: “ລູກກຳລັງມີງານຕັດຂົນແກະຈຶ່ງຢາກເຊີນພໍ່ແລະຄົນຂອງພໍ່ໄປຮ່ວມງານນຳ.”
25 ແຕ່ກະສັດດາວິດຕອບອັບຊາໂລມວ່າ: “ບໍ່ເປັນຫຍັງລູກ. ຖ້າໝົດທຸກຄົນໄປ ມັນຊິຍາກລູກ.” ເຖິງວ່າອັບຊາໂລມຈະຊວນແທ້ຊວນວ່າ ແຕ່ດາວິດກໍບໍ່ຍອມໄປ ມີແຕ່ອວຍພອນໃຫ້ລາວ.
26 ອັບຊາໂລມຈຶ່ງເວົ້າວ່າ: “ຖ້າພໍ່ບໍ່ໄປກໍຂໍໃຫ້ອ້າຍອຳໂນນໄປນຳພວກເຮົາ.”+ ກະສັດຖາມວ່າ: “ເປັນຫຍັງລູກຈຶ່ງຢາກໃຫ້ລາວໄປນຳ?”
27 ອັບຊາໂລມຂໍແລ້ວຂໍອີກ ກະສັດຈຶ່ງໃຫ້ອຳໂນນກັບລູກຊາຍທຸກຄົນຂອງກະສັດໄປນຳອັບຊາໂລມ.
28 ອັບຊາໂລມສັ່ງຄົນຂອງລາວວ່າ: “ໃຫ້ເຝົ້າເບິ່ງອຳໂນນ ຕອນທີ່ລາວກິນເຫຼົ້າແວງຢ່າງມ່ວນຊື່ນ ຂ້ອຍຈະສັ່ງພວກເຈົ້າວ່າ ‘ຂ້າອຳໂນນ!’ ແລ້ວພວກເຈົ້າກໍຂ້າລາວໂລດ. ບໍ່ຕ້ອງຢ້ານ ເພາະຂ້ອຍເປັນຜູ້ສັ່ງພວກເຈົ້າໃຫ້ເຮັດ. ໃຫ້ພວກເຈົ້າກ້າຫານແລະເຂັ້ມແຂງ.”
29 ຄົນຂອງອັບຊາໂລມຈຶ່ງຂ້າອຳໂນນຕາມທີ່ລາວສັ່ງ ແລ້ວລູກຊາຍຄົນອື່ນໆຂອງກະສັດກໍລຸກຂຶ້ນແລະຂີ່ໂຕລໍ*ໜີໄປ.
30 ຕອນທີ່ເຂົາເຈົ້າກຳລັງໜີ ມີຄົນໄປບອກດາວິດວ່າ: “ອັບຊາໂລມຂ້າລູກຊາຍທຸກຄົນຂອງກະສັດ ແລະບໍ່ມີໃຜລອດຈັກຄົນ.”
31 ເມື່ອກະສັດດາວິດໄດ້ຍິນແບບນັ້ນກໍລຸກຂຶ້ນແລະຈີກເສື້ອຂອງໂຕເອງ ແລ້ວນອນຢູ່ພື້ນ. ຜູ້ຮັບໃຊ້ທຸກຄົນຂອງດາວິດທີ່ຢືນຢູ່ໃກ້ໆກໍຈີກເສື້ອຂອງເຂົາເຈົ້າຄືກັນ.
32 ແຕ່ເຢໂຮນາດາບ+ລູກຊາຍຊິເມອາ+ທີ່ເປັນອ້າຍຂອງດາວິດບອກວ່າ: “ກະສັດຜູ້ເປັນນາຍຂອງຂ້ອຍ ທ່ານຢ່າຄິດວ່າລູກຊາຍຂອງທ່ານທຸກຄົນຖືກຂ້າແລ້ວ ມີແຕ່ອຳໂນນເທົ່ານັ້ນທີ່ຕາຍ.+ ອັບຊາໂລມເປັນຜູ້ສັ່ງໃຫ້ຂ້າອຳໂນນ. ລາວຕັ້ງໃຈເຮັດແບບນີ້+ຕັ້ງແຕ່ມື້ທີ່ອຳໂນນເຮັດໃຫ້ຕາມາ+ນ້ອງສາວຂອງລາວເສຍກຽດ.+
33 ຂໍກະສັດຢ່າເຊື່ອສິ່ງທີ່ຄົນມາບອກວ່າ ‘ລູກຊາຍທຸກຄົນຂອງກະສັດຕາຍແລ້ວ.’ ທີ່ຈິງ ມີແຕ່ອຳໂນນເທົ່ານັ້ນທີ່ຕາຍ.”
34 ສ່ວນອັບຊາໂລມກໍໄດ້ໜີໄປ.+ ຕໍ່ມາ ທະຫານຍາມເມືອງຄົນໜຶ່ງຫຼຽວຫຼັງໄປເຫັນຄົນກຸ່ມໜຶ່ງກຳລັງມາຕາມຫົນທາງທີ່ຢູ່ທາງຂ້າງພູ.
35 ເຢໂຮນາດາບ+ຈຶ່ງບອກກະສັດວ່າ: “ເບິ່ງແມ້! ພວກລູກຊາຍຂອງກະສັດກັບມາແລ້ວ! ເຂົາເຈົ້າຍັງບໍ່ຕາຍຕາມທີ່ຂ້ອຍບອກທ່ານ.”
36 ເມື່ອເຢໂຮນາດາບເວົ້າຈົບແລ້ວ ພວກລູກຊາຍຂອງກະສັດກໍເຂົ້າມາ ພ້ອມທັງຮ້ອງໄຫ້ສຽງດັງ. ກະສັດດາວິດແລະຄົນຂອງລາວທັງໝົດກໍຮ້ອງໄຫ້ເສຍໃຈຫຼາຍຄືກັນ.
37 ອັບຊາໂລມໜີໄປຫາຕານມາຍ+ລູກຊາຍຂອງອຳມີຮຸດທີ່ເປັນກະສັດຂອງເກຊູ. ດາວິດໂສກເສົ້າເສຍໃຈເປັນເວລາດົນທີ່ລູກຊາຍຂອງລາວຕາຍ.
38 ອັບຊາໂລມໜີໄປຢູ່ເກຊູ+ 3 ປີ.
39 ໃນທີ່ສຸດ ເມື່ອດາວິດຮູ້ສຶກດີຂຶ້ນກ່ຽວກັບເລື່ອງອຳໂນນ ລາວກໍຄິດຮອດແລະຢາກເຈິອັບຊາໂລມຫຼາຍ.
ຂໍ ຄວາມ ໄຂ ເງື່ອນ
^ ໝາຍເຖິງນ້ອງສາວທີ່ເປັນລູກຄົນລະແມ່
^ ສຳລັບຄົນທີ່ບໍ່ສະບາຍ
^ ແປຕາມໂຕວ່າ “ຍັງບໍລິສຸດ”
^ ລໍມີພໍ່ເປັນລາແລະມີແມ່ເປັນມ້າ