ຊາມູເອນ​ສະບັບ​ທີ​ໜຶ່ງ 26:1-25

  • ອີກ​ເທື່ອ​ໜຶ່ງ​ທີ່​ດາວິດ​ບໍ່​ໄດ້​ຂ້າ​ຊາອູນ (1-​25)

    • ດາວິດ​ນັບ​ຖື​ຜູ້​ທີ່​ພະ​ເຢໂຫວາ​ເລືອກ (11)

26  ຫຼັງ​ຈາກ​ນັ້ນ ຄົນ​ໃນ​ເມືອງ​ຊິເຟ​+ໄດ້​ໄປ​ບອກ​ຊາອູນ​ຢູ່​ເມືອງ​ກີເບອາ​+ວ່າ: “ດາວິດ​ກຳລັງ​ລີ້​ຢູ່​ແຖວ​ໂນນ​ພູ​ຮາກີລາ​ທີ່​ກົງກັນຂ້າມ​ກັບ​ເຢຊີໂມນ.”*+ 2  ຊາອູນ​ຈຶ່ງ​ພາ​ທະຫານ 3.000 ຄົນ​ທີ່​ລາວ​ເລືອກ​ຈາກ​ພວກ​ອິດສະຣາເອນ​ໄປ​ໄລ່ລ່າ​ດາວິດ​ຢູ່​ບ່ອນ​ກັນດານ​ຊິເຟ.+ 3  ຊາອູນ​ຕັ້ງ​ຄ້າຍ​ຢູ່​ແຄມ​ທາງ​ແຖວ​ໂນນ​ພູ​ຮາກີລາ​ທີ່​ຢູ່​ກົງກັນຂ້າມ​ກັບ​ເຢຊີໂມນ. ຕອນ​ນັ້ນ​ດາວິດ​ຢູ່​ໃນ​ບ່ອນ​ກັນດານ​ແລະ​ລາວ​ໄດ້​ຍິນ​ວ່າ​ຊາອູນ​ເຂົ້າ​ມາ​ໃນ​ບ່ອນ​ກັນດານ​ເພື່ອ​ໄລ່ລ່າ​ລາວ. 4  ດາວິດ​ຈຶ່ງ​ສົ່ງ​ຄົນ​ໄປ​ສືບ​ເບິ່ງ​ວ່າ​ຊາອູນ​ມາ​ແທ້​ໆ​ບໍ່. 5  ຫຼັງ​ຈາກ​ນັ້ນ ດາວິດ​ກໍ​ໄປ​ບ່ອນ​ທີ່​ຊາອູນ​ຕັ້ງ​ຄ້າຍ​ຢູ່. ດາວິດ​ເຫັນ​ຊາອູນ​ແລະອັບເນ*+ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ກຳລັງ​ນອນ​ຫຼັບ​ຢູ່. ຊາອູນ​ນອນ​ຫຼັບ​ຢູ່​ໃນ​ຄ້າຍ​ແລະ​ພວກ​ທະຫານ​ກໍ​ນອນ​ອ້ອມ​ລາວ​ຢູ່. 6  ດາວິດ​ຈຶ່ງ​ຖາມ​ອາຮີເມເລັກ​ຄົນ​ເຮດ+ແລະ​ອາບີຊາຍ+ລູກ​ຊາຍ​ຂອງ​ເຊຣູຢາ+ທີ່​ເປັນ​ອ້າຍ​ນ້ອງ​ກັບ​ໂຢອາບ​ວ່າ: “ໃຜ​ຈະ​ລົງ​ໄປ​ຄ້າຍ​ຂອງ​ຊາອູນ​ນຳ​ຂ້ອຍ?” ອາບີຊາຍ​ຕອບ​ວ່າ: “ຂ້ອຍ​ຈະ​ລົງ​ໄປ​ນຳ​ເຈົ້າ.” 7  ດາວິດ​ກັບ​ອາບີຊາຍ​ຈຶ່ງ​ລົງ​ໄປ​ຄ້າຍ​ຂອງ​ຊາອູນ​ໃນ​ຄືນ​ມື້​ນັ້ນ​ເລີຍ. ເຂົາ​ເຈົ້າ​ເຫັນ​ຊາອູນ​ກຳລັງ​ນອນ​ຫຼັບ​ຢູ່​ໃນ​ຄ້າຍ​ແລະ​ຫອກ​ຂອງ​ລາວ​ສັກ​ຢູ່​ພື້ນ​ໃກ້​ໆ​ຫົວ​ລາວ. ອັບເນ​ກັບ​ພວກ​ທະຫານ​ກໍ​ນອນ​ອ້ອມ​ລາວ​ຢູ່. 8  ອາບີຊາຍ​ບອກ​ດາວິດ​ວ່າ: “ມື້​ນີ້​ພະເຈົ້າ​ໄດ້​ມອບ​ສັດຕູ​ໃຫ້​ຢູ່​ໃນ​ກຳ​ມື​ເຈົ້າ​ແລ້ວ.+ ຂໍ​ໃຫ້​ຂ້ອຍ​ເອົາ​ຫອກ​ແທງ​ລາວ​ບາດ​ດຽວ​ໃຫ້​ຕາຍ​ຄາ​ພື້ນ​ໂດຍ​ບໍ່​ຕ້ອງແທງຊ້ຳ​ອີກ.” 9  ແຕ່​ດາວິດ​ບອກ​ອາບີຊາຍ​ວ່າ: “ຢ່າ​ເຮັດ​ຫຍັງ​ໃຫ້​ລາວ ເພາະ​ຄົນ​ທີ່​ທຳ​ຮ້າຍ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ+ຈະ​ມີ​ຄວາມ​ຜິດ.”+ 10  ດາວິດ​ເວົ້າ​ຕໍ່​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ຂ້າ​ລາວ​ເອງ+ ຫຼື​ຮອດ​ມື້​ຕາຍ+ລາວ​ກໍ​ຈະ​ຕາຍ​ເອງ ຫຼື​ບໍ່​ກໍ​ຕາຍ​ໃນ​ສະ​ໜາມ​ຮົບ.+ 11  ພະ​ເຢໂຫວາ​ຕ້ອງ​ບໍ່​ມັກ​ແທ້​ໆ​ຖ້າ​ຂ້ອຍ​ທຳ​ຮ້າຍ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ.+ ໃຫ້​ພວກ​ເຮົາ​ເອົາ​ຫອກ​ກັບ​ຕຸກ​ນ້ຳ​ທີ່​ຢູ່​ໃກ້​ໆ​ຫົວ​ລາວ ແລ້ວ​ພວກ​ເຮົາ​ກໍ​ໄປ.” 12  ດາວິດ​ຈຶ່ງ​ເອົາ​ຫອກ​ກັບ​ຕຸກ​ນ້ຳ​ທີ່​ຢູ່​ໃກ້​ໆ​ຫົວ​ຊາອູນ ແລ້ວ​ເຂົາ​ເຈົ້າ​ກໍ​ໄປ. ບໍ່​ມີ​ໃຜ​ເຫັນ+​ຫຼື​ຕື່ນ​ຂຶ້ນ​ມາ. ທຸກ​ຄົນ​ນອນ​ຫຼັບ​ໝົດ​ເພາະ​ພະ​ເຢໂຫວາ​ເຮັດ​ໃຫ້​ເຂົາ​ເຈົ້າ​ນອນ​ຫຼັບ​ແຈບ. 13  ດາວິດ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ຮ່ອມ​ພູ​ແລະ​ຂຶ້ນ​ໄປ​ຢືນ​ຢູ່​ເທິງ​ຫັ້ນ. 14  ດາວິດ​ຢູ່​ໄກ​ເຕີບ​ຈາກ​ຄ້າຍ​ຂອງ​ຊາອູນ ແລ້ວ​ລາວ​ກໍ​ຮ້ອງ​ໃສ່​ພວກ​ທະຫານ​ແລະ​ອັບເນ+ວ່າ: “ອັບເນ ເຈົ້າ​ໄດ້ຍິນຂ້ອຍ​ບໍ່?” ອັບເນ​ຕອບ​ວ່າ: “ແມ່ນ​ໃຜ​ທີ່ເອີ້ນກະສັດ?” 15  ດາວິດ​ຖາມ​ອັບເນ​ວ່າ: “ເຈົ້າ​ກໍ​ເປັນ​ຄົນ​ກ້າຫານ​ຢູ່​ຫວະ? ເຈົ້າ​ເກັ່ງ​ທີ່​ສຸດ​ໃນ​ອິດສະຣາເອນ​ຕົ໋ວ? ເປັນ​ຫຍັງ​ເຈົ້າ​ບໍ່​ເຝົ້າ​ກະສັດ​ດີ​ໆ​? ເຈົ້າ​ຮູ້​ບໍ່​ວ່າ​ມີ​ທະຫານ​ຄົນ​ໜຶ່ງ​ເຂົ້າ​ໄປ​ເພື່ອ​ຈະ​ຂ້າເຈົ້າ​ນາຍ​ຂອງ​ເຈົ້າ.+ 16  ເຈົ້າ​ເຮັດ​ວຽກ​ບໍ່​ຫຼ້ອນ​ໜ້າ​ທີ່. ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ​ເຈົ້າ​ສົມຄວນ​ຕາຍ​ແທ້​ໆ​ ຍ້ອນ​ເຈົ້າ​ບໍ່​ໄດ້​ເຝົ້າ​ເຈົ້າ​ນາຍ​ຂອງ​ເຈົ້າ​ດີ​ໆ​ເຊິ່ງ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ.+ ລອງ​ຊອກ​ເບິ່ງ​ດຸ! ຫອກ​ກັບ​ຕຸກ​ນ້ຳ​ຂອງ​ກະສັດ+ທີ່​ຢູ່​ໃກ້​ໆ​ຫົວ​ລາວ​ຢູ່​ໃສ?” 17  ຊາອູນ​ຈື່​ສຽງ​ຂອງ​ດາວິດ​ໄດ້​ຈຶ່ງ​ຖາມ​ວ່າ: “ດາວິດ​ນັ້ນ​ແມ່ນ​ສຽງ​ຂອງ​ລູກ​ບໍ?”+ ດາວິດ​ຕອບ​ວ່າ: “ແມ່ນ​ແລ້ວ​ກະສັດ.” 18  ດາວິດ​ເວົ້າ​ຕໍ່​ວ່າ: “ເປັນ​ຫຍັງ​ທ່ານ​ຈຶ່ງ​ໄລ່ລ່າ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ?+ ຂ້ອຍ​ເຮັດ​ຫຍັງ​ໃຫ້​ທ່ານ? ຂ້ອຍ​ເຮັດ​ຫຍັງ​ຜິດ​ບໍ?+ 19  ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຂໍ​ໃຫ້​ຟັງ​ຜູ້​ຮັບ​ໃຊ້​ຂອງ​ທ່ານ. ຖ້າ​ພະ​ເຢໂຫວາ​ບອກ​ທ່ານ​ໃຫ້​ມາ​ໄລ່ລ່າ​ຂ້ອຍ ຂໍ​ໃຫ້​ເພິ່ນ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ຂ້ອຍ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ. ແຕ່​ຖ້າ​ມີ​ຄົນ​ຍົວະ​ທ່ານ​ໃຫ້​ເຮັດ+ ຂໍ​ໃຫ້​ເຂົາ​ເຈົ້າ​ຖືກ​ສາບແຊ່ງ​ຕໍ່​ໜ້າ​ພະ​ເຢໂຫວາ ເພາະ​ມື້​ນີ້​ເຂົາ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ບໍ່​ໄດ້​ຢູ່​ໃນ​ແຜ່ນດິນ​ທີ່​ເປັນມໍລະດົກຂອງ​ພະ​ເຢໂຫວາ+ແລະ​ນັ້ນ​ສ່ຳ​ກັບ​ເຂົາ​ເຈົ້າ​ບອກ​ຂ້ອຍ​ວ່າ ‘ໄປ​ນະມັດສະການ​ພະເຈົ້າ​ອົງ​ອື່ນສະ!’ 20  ຢ່າ​ໃຫ້​ຂ້ອຍ​ຖືກ​ຂ້າ​ໃນ​ບ່ອນ​ທີ່​ໄກ​ຈາກ​ພະ​ເຢໂຫວາ. ເປັນ​ຫຍັງ​ກະສັດ​ຂອງ​ອິດສະຣາເອນ​ຈຶ່ງ​ອອກ​ມາໄລ່​ຂ້າ​ໝັດ​ໂຕ​ໜຶ່ງ+ຄື​ກັບ​ໄລ່​ຂ້າ​ນົກ​ກະທາ​ໂຕ​ໜຶ່ງ​ຢູ່​ເທິງ​ພູ?” 21  ຊາອູນ​ຈຶ່ງ​ຕອບ​ວ່າ: “ຂ້ອຍ​ເຮັດ​ຜິດ​ແລ້ວ.+ ດາວິດ​ກັບ​ມາ​ແມະ​ລູກ. ຂ້ອຍ​ຈະ​ບໍ່​ທຳ​ຮ້າຍ​ເຈົ້າ​ແລ້ວ​ເພາະ​ເຈົ້າ​ເຫັນ​ຄ່າ​ຊີວິດ​ຂ້ອຍ​+ໃນ​ມື້​ນີ້. ຂ້ອຍ​ເຮັດ​ເລື່ອງ​ທີ່​ໂງ່​ຫຼາຍ​ແລະ​ເຮັດ​ຜິດ​ຮ້າຍແຮງ.” 22  ດາວິດ​ກໍ​ເວົ້າ​ວ່າ: “ຫອກ​ຂອງ​ກະສັດຢູ່​ນີ້ ໃຫ້​ທະຫານ​ຄົນ​ໜຶ່ງ​ມາ​ເອົາ​ແມ້. 23  ພະ​ເຢໂຫວາ​ຈະ​ຕອບ​ແທນ​ຄວາມ​ດີ+ແລະ​ຄວາມ​ສັດຊື່​ຂອງ​ແຕ່​ລະ​ຄົນ. ມື້​ນີ້​ພະ​ເຢໂຫວາ​ໄດ້​ມອບ​ທ່ານ​ໄວ້​ໃນ​ກຳ​ມື​ຂ້ອຍ ແຕ່​ຂ້ອຍ​ບໍ່​ຢາກທຳ​ຮ້າຍຜູ້​ທີ່​ພະ​ເຢໂຫວາ​ເລືອກ​ໄວ້.+ 24  ມື້​ນີ້​ຊີວິດ​ຂອງ​ທ່ານ​ມີ​ຄ່າ​ຕໍ່​ຂ້ອຍ. ດັ່ງນັ້ນ ຂໍ​ໃຫ້ຊີວິດຂອງ​ຂ້ອຍ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ​ຈາກ​ຄວາມທຸກ​ທັງ​ໝົດ.”+ 25  ຊາອູນ​ຕອບ​ດາວິດ​ວ່າ: “ດາວິດ​ລູກ​ເອີ້ຍ ຂໍ​ໃຫ້​ເຈົ້າ​ໄດ້​ຮັບພອນ. ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຫຼາຍ​ຢ່າງ​ແລະ​ຈະ​ປະ​ສົບ​ຜົນສຳເລັດແນ່ນອນ.”+ ຈາກ​ນັ້ນ ດາວິດ​ກໍ​ໄປ ແລ້ວ​ຊາອູນ​ກໍ​ກັບ​ເມືອ​ວັງ​ຂອງ​ລາວ.+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ທະເລ​ຊາຍ; ບ່ອນ​ກັນດານ”
ລູກ​ຊາຍ​ຂອງ​ເນ