ກະສັດສະບັບທີໜຶ່ງ 8:1-66
8 ຕໍ່ມາ ກະສັດໂຊໂລໂມນໄດ້ເອີ້ນ+ພວກຜູ້ນຳຂອງອິດສະຣາເອນ ພວກຫົວໜ້າຕະກູນ ແລະພວກຫົວໜ້າໃນຈຸ້ມເຈື້ອຕ່າງໆຂອງອິດສະຣາເອນໃຫ້ມາຫາ.+ ເຂົາເຈົ້າກໍມາຫາລາວຢູ່ເມືອງເຢຣູຊາເລັມເພື່ອຈະໄປເອົາຫີບສັນຍາຂອງພະເຢໂຫວາມາຈາກເມືອງຂອງດາວິດ+ ເຊິ່ງມີອີກຊື່ໜຶ່ງວ່າຊີໂອນ.+
2 ພວກຜູ້ຊາຍອິດສະຣາເອນໄດ້ມາລວມກັນຢູ່ຕໍ່ໜ້າກະສັດໂຊໂລໂມນໃນເທດສະການ*ທີ່ຈັດຂຶ້ນໃນເດືອນເອທານິມ* ເຊິ່ງແມ່ນເດືອນທີ 7.+
3 ເມື່ອພວກຜູ້ນຳທຸກຄົນຂອງອິດສະຣາເອນມາຮອດ ພວກປະໂລຫິດກໍເລີ່ມຍົກຫີບສັນຍາຂຶ້ນ ແລ້ວຫາມໄປ.+
4 ພວກປະໂລຫິດແລະພວກເລວີເອົາຫີບສັນຍາຂອງພະເຢໂຫວາ ເຕັ້ນສັກສິດ*+ ແລະເຄື່ອງໃຊ້ທຸກຢ່າງທີ່ບໍລິສຸດທີ່ຢູ່ໃນເຕັ້ນນັ້ນໄປ.
5 ກະສັດໂຊໂລໂມນແລະພວກອິດສະຣາເອນທຸກຄົນທີ່ລາວເອີ້ນມາກໍຢູ່ຕໍ່ໜ້າຫີບສັນຍາ. ເຂົາເຈົ້າເຜົາແກະເຜົາງົວເປັນເຄື່ອງບູຊາຫຼາຍແທ້ຫຼາຍວ່າ+ຈົນນັບບໍ່ໄດ້.
6 ຈາກນັ້ນ ພວກປະໂລຫິດໄດ້ເອົາຫີບສັນຍາຂອງພະເຢໂຫວາໄປໄວ້+ກ້ອງປີກຂອງເຄຣູບ 2 ອົງ+ໃນຫ້ອງທີ່ຢູ່ໃນສຸດຂອງວິຫານ ເຊິ່ງແມ່ນຫ້ອງບໍລິສຸດທີ່ສຸດ.
7 ຍ້ອນປີກຂອງເຄຣູບ 2 ອົງພືອອກຢູ່ເທິງຫີບສັນຍາ ຫີບແລະໄມ້ຫາມຫີບຈຶ່ງຢູ່ກ້ອງປີກຂອງເຄຣູບ.+
8 ໄມ້ຫາມຫີບນີ້+ຍາວຫຼາຍຈົນແນມເຫັນສົ້ນມັນໄດ້ຈາກຫ້ອງບໍລິສຸດທີ່ຢູ່ທາງໜ້າຫ້ອງບໍລິສຸດທີ່ສຸດ ແຕ່ເມື່ອອອກຈາກຫ້ອງນັ້ນແລ້ວກໍແນມເບິ່ງບໍ່ເຫັນ. ຫີບແລະໄມ້ທີ່ຫາມຫີບກໍວາງໄວ້ແບບນັ້ນຈົນຮອດທຸກມື້ນີ້.
9 ໃນຫີບນັ້ນມີແຕ່ຫີນ 2 ແຜ່ນ+ທີ່ໂມເຊເອົາໃສ່ໄວ້+ຢູ່ໂຮເຣັບ ຕອນທີ່ພະເຢໂຫວາເຮັດສັນຍາ+ກັບພວກອິດສະຣາເອນເມື່ອເຂົາເຈົ້າອອກມາຈາກເອຢິບ.+
10 ເມື່ອພວກປະໂລຫິດອອກມາຈາກວິຫານຂອງພະເຢໂຫວາ ກໍມີຂີ້ເຝື້ອ+ມາປົກຄຸມວິຫານ.+
11 ພວກປະໂລຫິດຈຶ່ງເຮັດໜ້າທີ່ຂອງໂຕເອງຢູ່ຫັ້ນບໍ່ໄດ້ຍ້ອນຂີ້ເຝື້ອນັ້ນ ແລະຍ້ອນແສງລັດສະໝີຂອງພະເຢໂຫວາແຜ່ກະຈາຍຢູ່ທົ່ວວິຫານຂອງພະເຢໂຫວາ.+
12 ໃນຕອນນັ້ນໂຊໂລໂມນຈຶ່ງເວົ້າວ່າ: “ພະເຢໂຫວາບອກວ່າເພິ່ນຈະຢູ່ໃນຂີ້ເຝື້ອທີ່ໜາໆ.+
13 ຂ້ອຍໄດ້ສ້າງວິຫານທີ່ງາມໆນີ້ໃຫ້ພະອົງແລ້ວໆ ເຊິ່ງເປັນບ່ອນທີ່ພະອົງຈະຢູ່ຕະຫຼອດໄປ.”+
14 ຈາກນັ້ນ ກະສັດໂຊໂລໂມນກໍປິ່ນໜ້າມາຫາພວກອິດສະຣາເອນທີ່ຢືນຢູ່ຫັ້ນ ແລະເລີ່ມອວຍພອນເຂົາເຈົ້າ.+
15 ລາວເວົ້າວ່າ: “ຂໍໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນໄດ້ຮັບການສັນລະເສີນ. ເພິ່ນເປັນຜູ້ສັນຍາ*ກັບດາວິດພໍ່ຂອງຂ້ອຍດ້ວຍໂຕເອງ ແລະເພິ່ນກໍໄດ້ເຮັດ*ໃຫ້ຄຳສັນຍານັ້ນເກີດຂຶ້ນແທ້ໆ. ເພິ່ນເວົ້າວ່າ
16 ‘ນັບຕັ້ງແຕ່ມື້ທີ່ເຮົາພາພວກອິດສະຣາເອນປະຊາຊົນຂອງເຮົາອອກມາຈາກເອຢິບ ເຮົາບໍ່ໄດ້ເລືອກເມືອງໃດເມືອງໜຶ່ງຈາກທຸກເມືອງໃນຕະກູນຕ່າງໆຂອງອິດສະຣາເອນໃຫ້ເປັນບ່ອນຕັ້ງວິຫານເພື່ອສັນລະເສີນຊື່ຂອງເຮົາ+ ແຕ່ເຮົາໄດ້ເລືອກດາວິດໃຫ້ປົກຄອງປະຊາຊົນຂອງເຮົາ.’
17 ດາວິດພໍ່ຂອງຂ້ອຍຢາກສ້າງວິຫານເພື່ອສັນລະເສີນຊື່ຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນ.+
18 ແຕ່ພະເຢໂຫວາໄດ້ເວົ້າກັບດາວິດພໍ່ຂອງຂ້ອຍວ່າ ‘ດີຫຼາຍທີ່ເຈົ້າຢາກສ້າງວິຫານເພື່ອສັນລະເສີນຊື່ຂອງເຮົາ
19 ແຕ່ເຈົ້າຈະບໍ່ໄດ້ສ້າງ. ລູກຊາຍຜູ້ໜຶ່ງຂອງເຈົ້າທີ່ຍັງບໍ່ທັນເກີດຈະເປັນຜູ້ສ້າງວິຫານເພື່ອສັນລະເສີນຊື່ຂອງເຮົາ.’+
20 ພະເຢໂຫວາໄດ້ເຮັດໃຫ້ຄຳສັນຍາຂອງເພິ່ນເກີດຂຶ້ນແທ້. ຂ້ອຍໄດ້ເປັນກະສັດຕໍ່ຈາກດາວິດພໍ່ຂອງຂ້ອຍ ແລະໄດ້ປົກຄອງພວກອິດສະຣາເອນຄືກັບທີ່ພະເຢໂຫວາສັນຍາໄວ້. ຂ້ອຍຍັງໄດ້ສ້າງວິຫານເພື່ອສັນລະເສີນຊື່ຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນ+
21 ແລະໄດ້ເຮັດບ່ອນໄວ້ຫີບເຊິ່ງມີຄຳສັນຍາ+ທີ່ພະເຢໂຫວາເຮັດກັບປູ່ຍ່າຕານາຍຂອງພວກເຮົາຕອນທີ່ເພິ່ນພາເຂົາເຈົ້າອອກມາຈາກເອຢິບ.”
22 ຈາກນັ້ນ ໂຊໂລໂມນກໍຢືນຢູ່ຕໍ່ໜ້າແທ່ນບູຊາຂອງພະເຢໂຫວາທີ່ຢູ່ຕໍ່ໜ້າພວກອິດສະຣາເອນ ແລະຍົກມື 2 ເບື້ອງຂຶ້ນຟ້າ+
23 ແລ້ວເວົ້າວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນ ບໍ່ວ່າຈະຢູ່ໃນສະຫວັນຫຼືຢູ່ໃນໂລກນີ້ກໍບໍ່ມີພະເຈົ້າອົງໃດຄືກັບພະອົງ+ທີ່ເຮັດຕາມຄຳສັນຍາແລະສະແດງຄວາມຮັກທີ່ໝັ້ນຄົງ+ຕໍ່ຜູ້ທີ່ຮັບໃຊ້ພະອົງສຸດຫົວໃຈ.+
24 ພະອົງເຮັດຕາມຄຳສັນຍາທີ່ເຮັດກັບດາວິດພໍ່ຂອງລູກ. ພະອົງເປັນຜູ້ສັນຍາດ້ວຍໂຕເອງ ແລະໃນມື້ນີ້ພະອົງກໍໄດ້ເຮັດໃຫ້ຄຳສັນຍານັ້ນເກີດຂຶ້ນແທ້.+
25 ພະເຢໂຫວາພະເຈົ້າຂອງອິດສະຣາເອນ ຂໍໃຫ້ພະອົງເຮັດຕາມຄຳສັນຍາທີ່ເຮັດກັບດາວິດພໍ່ຂອງລູກທີ່ວ່າ ‘ຖ້າລູກຫຼານຂອງເຈົ້າໃຊ້ຊີວິດຢູ່ໃນແນວທາງຂອງເຮົາຄືກັບທີ່ເຈົ້າໄດ້ເຮັດ +ກໍຈະມີແຕ່ລູກຫຼານຂອງເຈົ້າປົກຄອງອິດສະຣາເອນຕະຫຼອດໄປ.’
26 ພະເຈົ້າຂອງອິດສະຣາເອນເອີ້ຍ ຂໍພະອົງເຮັດໃຫ້ຄຳສັນຍາທີ່ເຮັດກັບດາວິດພໍ່ຂອງລູກເກີດຂຶ້ນແທ້.
27 ແຕ່ພະເຈົ້າຈະຢູ່ໃນໂລກນີ້ແທ້ໆບໍ?+ ຂະໜາດສະຫວັນທີ່ກວ້າງໃຫຍ່ກໍຍັງໃຫຍ່ບໍ່ພໍທີ່ຈະໃຫ້ພະອົງຢູ່+ ແລ້ວວິຫານຫຼັງນີ້ທີ່ລູກສ້າງຈະໃຫຍ່ພໍສຳລັບພະອົງບໍ?+
28 ພະເຢໂຫວາພະເຈົ້າຂອງລູກ ຂໍພະອົງຟັງຄຳອະທິດຖານ ຄຳອ້ອນວອນ ແລະການຂໍຄວາມຊ່ວຍເຫຼືອທີ່ລູກເຊິ່ງເປັນຜູ້ຮັບໃຊ້ຂອງພະອົງອະທິດຖານຫາພະອົງໃນມື້ນີ້.
29 ຂໍພະອົງແນມເບິ່ງວິຫານຫຼັງນີ້ທັງກາງເວັນແລະກາງຄືນ ເຊິ່ງເປັນບ່ອນທີ່ພະອົງເຄີຍບອກວ່າ ‘ຊື່ຂອງເຮົາຈະຢູ່ບ່ອນນີ້.’+ ຂໍພະອົງຟັງຕອນທີ່ລູກເຊິ່ງເປັນຜູ້ຮັບໃຊ້ຂອງພະອົງປິ່ນໜ້າມາທາງວິຫານນີ້ເພື່ອອະທິດຖານ.+
30 ເມື່ອລູກທີ່ເປັນຜູ້ຮັບໃຊ້ຂອງພະອົງອ້ອນວອນຫາພະອົງ ແລະເມື່ອພວກອິດສະຣາເອນທີ່ເປັນປະຊາຊົນຂອງພະອົງອ້ອນວອນໂດຍປິ່ນໜ້າມາທາງວິຫານນີ້ ຂໍພະອົງຟັງຈາກບ່ອນຢູ່ຂອງພະອົງໃນສະຫວັນ.+ ຂໍໃຫ້ພະອົງຟັງແລະຍົກໂທດໃຫ້ພວກເຮົາ.+
31 ຖ້າຜູ້ໃດຜູ້ໜຶ່ງຖືກກ່າວຫາວ່າເຮັດຜິດຕໍ່ຄົນອື່ນ ແຕ່ລາວສາບານ*ວ່າລາວບໍ່ໄດ້ເຮັດ ແລະຫຼັງຈາກນັ້ນລາວມາຢືນຢູ່ຕໍ່ໜ້າແທ່ນບູຊາຂອງພະອົງໃນວິຫານນີ້+
32 ຂໍພະອົງຟັງຈາກສະຫວັນແລະຕັດສິນລາວ. ຖ້າຜູ້ຮັບໃຊ້ຂອງພະອົງຜູ້ນັ້ນເຮັດຜິດ ຂໍໃຫ້ພະອົງລົງໂທດລາວຕາມຄວາມຜິດທີ່ລາວເຮັດ ແຕ່ຖ້າລາວບໍ່ໄດ້ເຮັດຜິດ ຂໍພະອົງຕອບແທນລາວຕາມຄວາມດີທີ່ລາວເຮັດ.+
33 ເມື່ອພວກອິດສະຣາເອນປະຊາຊົນຂອງພະອົງຕໍ່ສູ້ບໍ່ຊະນະພວກສັດຕູຍ້ອນເຂົາເຈົ້າເຮັດຜິດຕໍ່ພະອົງ+ ຖ້າເຂົາເຈົ້າກັບມາຫາພະອົງ ສັນລະເສີນຊື່ຂອງພະອົງ+ ແລະອະທິດຖານອ້ອນວອນຫາພະອົງຢູ່ວິຫານນີ້+
34 ຂໍພະອົງຟັງເຂົາເຈົ້າຈາກສະຫວັນ. ຂໍຍົກໂທດໃຫ້ເຂົາເຈົ້າແລະຂໍພາເຂົາເຈົ້າກັບມາແຜ່ນດິນທີ່ພະອົງເອົາໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າ.+
35 ເມື່ອທ້ອງຟ້າຖືກປິດໄວ້ແລະບໍ່ມີຝົນຕົກ+ຍ້ອນເຂົາເຈົ້າເຮັດຜິດຕໍ່ພະອົງຊ້ຳແລ້ວຊ້ຳອີກ+ ຖ້າເຂົາເຈົ້າປິ່ນໜ້າມາທາງວິຫານນີ້ແລະອະທິດຖານຫາພະອົງ ສັນລະເສີນຊື່ຂອງພະອົງແລະກັບໃຈຈາກຄວາມຜິດທີ່ເຂົາເຈົ້າໄດ້ເຮັດຍ້ອນພະອົງລົງໂທດເຂົາເຈົ້າ+
36 ຂໍພະອົງຟັງຈາກສະຫວັນແລະຍົກໂທດໃຫ້ພວກອິດສະຣາເອນຜູ້ຮັບໃຊ້ຂອງພະອົງ ແລະສອນເຂົາເຈົ້າ+ກ່ຽວກັບທາງທີ່ຖືກຕ້ອງທີ່ເຂົາເຈົ້າຄວນໄປ ແລະຂໍໃຫ້ຝົນຕົກໃສ່ແຜ່ນດິນ+ທີ່ພະອົງເອົາໃຫ້ເຂົາເຈົ້າເປັນມໍລະດົກ.
37 ຖ້າມີຄວາມອຶດຢາກ+ຫຼືໂລກລະບາດໃນແຜ່ນດິນ ຫຼືຖ້າຕົ້ນໄມ້ແລະຜັກຕາຍຍ້ອນພະຍາດ+ ລົມຮ້ອນ ຫຼືຝູງຕັກກະແຕນ ຫຼືຖ້າພວກສັດຕູຂອງເຂົາເຈົ້າມາລ້ອມເມືອງໃດເມືອງໜຶ່ງ ຫຼືຖ້າມີໄພພິບັດຫຼືພະຍາດຊະນິດໃດຊະນິດໜຶ່ງເກີດຂຶ້ນ+
38 ເມື່ອຜູ້ໃດຜູ້ໜຶ່ງຫຼືພວກອິດສະຣາເອນທຸກຄົນ (ເພາະແຕ່ລະຄົນຮູ້ຈັກຄວາມເຈັບປວດໃນໃຈຂອງໂຕເອງ)+ ຍົກມືຂຶ້ນແລະປິ່ນໜ້າມາທາງວິຫານນີ້ເພື່ອອະທິດຖານແລະອ້ອນວອນຂໍສິ່ງໃດກໍຕາມ+
39 ຂໍໃຫ້ພະອົງຟັງຈາກສະຫວັນທີ່ເປັນບ່ອນຢູ່ຂອງພະອົງ.+ ຂໍພະອົງຍົກໂທດ+ແລະຊ່ວຍເຂົາເຈົ້າ ແລະຂໍໃຫ້ພະອົງຕອບແທນແຕ່ລະຄົນຕາມການກະທຳຂອງເຂົາເຈົ້າ+ ເພາະພະອົງຮູ້ຈັກໃຈຂອງເຂົາເຈົ້າ (ພະອົງຜູ້ດຽວເທົ່ານັ້ນທີ່ຮູ້ຈັກໃຈຂອງມະນຸດທຸກຄົນແທ້ໆ.)+
40 ເພື່ອເຂົາເຈົ້າຈະຢ້ານຢຳພະອົງຕະຫຼອດຊີວິດຂອງເຂົາເຈົ້າທີ່ອາໄສຢູ່ໃນແຜ່ນດິນທີ່ພະອົງເອົາໃຫ້ປູ່ຍ່າຕານາຍຂອງພວກເຮົາ.
41 ສຳລັບຄົນຕ່າງຊາດທີ່ບໍ່ແມ່ນຄົນອິດສະຣາເອນ ແລະຄົນທີ່ມາຈາກບ່ອນທີ່ໄກໆຍ້ອນຊື່ສຽງຂອງພະອົງ+
42 (ເນື່ອງຈາກເຂົາເຈົ້າໄດ້ຍິນກ່ຽວກັບຊື່ທີ່ຍິ່ງໃຫຍ່+ແລະລິດເດດຂອງພະອົງ) ເມື່ອລາວມາແລະປິ່ນໜ້າມາທາງວິຫານນີ້ເພື່ອອະທິດຖານ
43 ຂໍພະອົງຟັງຈາກສະຫວັນທີ່ເປັນບ່ອນຢູ່ຂອງພະອົງ+ ແລະຂໍໃຫ້ພະອົງເຮັດຕາມທຸກຢ່າງທີ່ຄົນຕ່າງຊາດຂໍ ເພື່ອທຸກຄົນທີ່ຢູ່ໃນໂລກຈະຮູ້ຈັກຊື່ຂອງພະອົງແລະຢ້ານຢຳພະອົງ+ຄືກັບພວກອິດສະຣາເອນປະຊາຊົນຂອງພະອົງ ແລະຂໍໃຫ້ເຂົາເຈົ້າຮູ້ວ່າວິຫານທີ່ລູກສ້າງນີ້ເຮັດໃຫ້ຊື່ຂອງພະອົງໄດ້ຮັບການສັນລະເສີນ.
44 ຖ້າພະອົງສົ່ງປະຊາຊົນຂອງພະອົງໄປຕໍ່ສູ້ກັບພວກສັດຕູຢູ່ໃສກໍຕາມ+ ແລະເຂົາເຈົ້າປິ່ນໜ້າມາທາງເມືອງທີ່ພະອົງເລືອກ+ແລະທາງວິຫານທີ່ລູກສ້າງເພື່ອສັນລະເສີນຊື່ຂອງພະອົງ+ແລະອະທິດຖານ+ຫາພະເຢໂຫວາ
45 ຂໍໃຫ້ພະອົງຟັງຄຳອະທິດຖານແລະຄຳອ້ອນວອນຂອງເຂົາເຈົ້າຈາກສະຫວັນແລະຂໍໃຫ້ພະອົງຊ່ວຍເຂົາເຈົ້າ.
46 ຖ້າເຂົາເຈົ້າເຮັດຜິດຕໍ່ພະອົງ (ເພາະວ່າບໍ່ມີຈັກຄົນທີ່ຈະບໍ່ເຮັດຜິດ)+ ແລະພະອົງໃຈຮ້າຍໃຫ້ເຂົາເຈົ້າຫຼາຍ ແລ້ວຍອມໃຫ້ພວກສັດຕູຊະນະເຂົາເຈົ້າແລະຈັບເຂົາເຈົ້າໄປເປັນຊະເລີຍຢູ່ບ່ອນໜຶ່ງບໍ່ວ່າຈະຢູ່ໃກ້ຫຼືຢູ່ໄກ+
47 ໃນຕອນທີ່ເປັນຊະເລີຍ ຖ້າເຂົາເຈົ້າສຳນຶກໄດ້ວ່າເຮັດຜິດ+ ແລ້ວເຂົາເຈົ້າກັບມາຫາພະອົງ+ແລະອ້ອນວອນຕໍ່ພະອົງ+ວ່າ ‘ພວກເຮົາໄດ້ເຮັດຜິດແລະເຮັດຊົ່ວຕໍ່ພະອົງ’+
48 ຖ້າເຂົາເຈົ້າໄດ້ກັບມາຫາພະອົງແທ້ໆດ້ວຍສຸດຊີວິດສຸດຫົວໃຈ+ຕອນທີ່ເຂົາເຈົ້າຍັງຢູ່ໃນບ່ອນທີ່ພວກສັດຕູຈັບເຂົາເຈົ້າໄປເປັນຊະເລີຍ ແລະຖ້າເຂົາເຈົ້າປິ່ນໜ້າມາທາງແຜ່ນດິນທີ່ພະອົງເອົາໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າແລະທາງເມືອງທີ່ພະອົງໄດ້ເລືອກແລະທາງວິຫານທີ່ລູກສ້າງເພື່ອສັນລະເສີນຊື່ຂອງພະອົງ+ແລ້ວອະທິດຖານຫາພະອົງ
49 ຂໍໃຫ້ພະອົງຟັງຄຳອະທິດຖານແລະຄຳອ້ອນວອນຂອງເຂົາເຈົ້າຈາກສະຫວັນທີ່ເປັນບ່ອນຢູ່ຂອງພະອົງ.+ ຂໍໃຫ້ພະອົງຊ່ວຍເຂົາເຈົ້າ
50 ຂໍຍົກໂທດໃຫ້ປະຊາຊົນຂອງພະອົງທີ່ເຮັດຜິດຕໍ່ພະອົງແລະຕໍ່ກົດໝາຍຂອງພະອົງ ແລະຂໍໃຫ້ພວກສັດຕູທີ່ຈັບເຂົາເຈົ້າໄປເປັນຊະເລີຍອີ່ຕົນເຂົາເຈົ້າ.+
51 (ຍ້ອນເຂົາເຈົ້າເປັນປະຊາຊົນຂອງພະອົງແລະເປັນມໍລະດົກຂອງພະອົງ+ທີ່ພະອົງພາອອກມາຈາກເອຢິບ+ເຊິ່ງເປັນຄືກັບເຕົາຫຼອມເຫຼັກທີ່ຮ້ອນຫຼາຍ.)*+
52 ຂໍໃຫ້ພະອົງສົນໃຈ*ຄຳອ້ອນວອນຂອງຜູ້ຮັບໃຊ້ຂອງພະອົງ+ ແລະຂໍໃຫ້ພະອົງຟັງຄຳອ້ອນວອນຂອງພວກອິດສະຣາເອນປະຊາຊົນຂອງພະອົງບໍ່ວ່າເຂົາເຈົ້າຈະຂໍຫຍັງ+
53 ຍ້ອນພະອົງໄດ້ເລືອກເຂົາເຈົ້າອອກມາຈາກຊາດຕ່າງໆໃນໂລກເພື່ອໃຫ້ເປັນມໍລະດົກຂອງພະອົງ+ ຕາມທີ່ພະອົງເວົ້າຜ່ານທາງໂມເຊຜູ້ຮັບໃຊ້ຂອງພະອົງຕອນທີ່ພະອົງພາປູ່ຍ່າຕານາຍຂອງພວກເຮົາອອກມາຈາກເອຢິບ ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດເອີ້ຍ.”
54 ທັນທີທີ່ໂຊໂລໂມນອະທິດຖານແລະອ້ອນວອນຫາພະເຢໂຫວາແລ້ວໆ ລາວກໍລຸກຂຶ້ນຕໍ່ໜ້າແທ່ນບູຊາຂອງພະເຢໂຫວາເຊິ່ງເປັນບ່ອນທີ່ລາວໄດ້ຄູ້ເຂົ່າແລະຍົກມືຂຶ້ນຟ້າ.+
55 ລາວຢືນຂຶ້ນແລະອວຍພອນພວກອິດສະຣາເອນດ້ວຍສຽງດັງວ່າ:
56 “ຂໍໃຫ້ພະເຢໂຫວາໄດ້ຮັບການສັນລະເສີນ. ເພິ່ນໃຫ້ພວກອິດສະຣາເອນປະຊາຊົນຂອງເພິ່ນມີບ່ອນຢູ່ທີ່ສະຫງົບສຸກຄືກັບທີ່ເພິ່ນໄດ້ສັນຍາໄວ້.+ ເລື່ອງດີໆທຸກຢ່າງທີ່ເພິ່ນສັນຍາຜ່ານທາງໂມເຊຜູ້ຮັບໃຊ້ຂອງເພິ່ນໄດ້ເກີດຂຶ້ນແທ້.+
57 ຂໍໃຫ້ພະເຢໂຫວາພະເຈົ້າຂອງພວກເຮົາຢູ່ກັບພວກເຮົາຄືກັບທີ່ເພິ່ນຢູ່ກັບປູ່ຍ່າຕານາຍຂອງພວກເຮົາ.+ ຂໍເພິ່ນຢ່າປະຖິ້ມພວກເຮົາ.+
58 ຂໍເພິ່ນຊ່ວຍພວກເຮົາໃຫ້ໃຊ້ຊີວິດຕາມແນວທາງຂອງເພິ່ນ+ ເຮັດຕາມຄຳສັ່ງ ກົດໝາຍ ແລະການຕັດສິນຂອງເພິ່ນທີ່ເພິ່ນສັ່ງໃຫ້ປູ່ຍ່າຕານາຍຂອງພວກເຮົາເຮັດ.
59 ຄຳອ້ອນວອນນີ້ທີ່ຂ້ອຍຂໍກັບພະເຢໂຫວາ ຂໍໃຫ້ພະເຢໂຫວາພະເຈົ້າຂອງພວກເຮົາຈື່ໄວ້ທັງເວັນທັງຄືນ ແລະຂໍໃຫ້ພະອົງຊ່ວຍພວກອິດສະຣາເອນປະຊາຊົນຂອງພະອົງຕາມທີ່ເຂົາເຈົ້າຂໍໃນແຕ່ລະມື້
60 ເພື່ອທຸກຄົນໃນໂລກຈະຮູ້ວ່າພະເຢໂຫວາເປັນພະເຈົ້າທ່ຽງແທ້+ແລະບໍ່ມີພະເຈົ້າອື່ນ.+
61 ໃຫ້ພວກເຈົ້າຮັບໃຊ້ພະເຢໂຫວາພະເຈົ້າຂອງພວກເຮົາດ້ວຍສຸດຫົວໃຈ*+ ໂດຍເຮັດຕາມກົດໝາຍຂອງເພິ່ນແລະເຊື່ອຟັງຄຳສັ່ງຂອງເພິ່ນຄືກັບທີ່ພວກເຈົ້າເຮັດຢູ່ໃນຕອນນີ້.”
62 ຈາກນັ້ນ ກະສັດໂຊໂລໂມນກັບພວກອິດສະຣາເອນທີ່ຢູ່ນຳລາວກໍເຜົາເຄື່ອງບູຊາຫຼາຍແທ້ຫຼາຍວ່າໃຫ້ພະເຢໂຫວາ.+
63 ເຄື່ອງບູຊາສ້າງຄວາມສະຫງົບສຸກ+ທີ່ໂຊໂລໂມນເຜົາໃຫ້ພະເຢໂຫວາມີ ງົວ 22.000 ໂຕແລະແກະ 120.000 ໂຕ. ຈາກນັ້ນ ກະສັດໂຊໂລໂມນແລະພວກອິດສະຣາເອນໄດ້ພາກັນສະຫຼອງ ຍ້ອນເຂົາເຈົ້າສ້າງວິຫານຂອງພະເຢໂຫວາແລ້ວໆ.+
64 ໃນມື້ນັ້ນ ໂຊໂລໂມນໄດ້ເຮັດໃຫ້ທາງກາງຂອງເດີ່ນທີ່ຢູ່ຕໍ່ໜ້າວິຫານຂອງພະເຢໂຫວາບໍລິສຸດ ເພື່ອຈະເຜົາເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະນ້ຳມັນຂອງສັດ+ຈາກເຄື່ອງບູຊາສ້າງຄວາມສະຫງົບສຸກ ຍ້ອນວ່າແທ່ນບູຊາທອງແດງ+ທີ່ຢູ່ຕໍ່ໜ້າວິຫານຂອງພະເຢໂຫວານ້ອຍໂພດທີ່ຈະເຜົາເຄື່ອງບູຊາທັງໝົດນີ້.
65 ໃນຕອນນັ້ນ ກະສັດໂຊໂລໂມນໄດ້ຈັດການສະຫຼອງທີ່ຍິ່ງໃຫຍ່+ໃຫ້ພວກອິດສະຣາເອນຕໍ່ໜ້າພະເຢໂຫວາ 7 ມື້ ແລະຕໍ່ອີກ 7 ມື້ລວມກັນເປັນ 14 ມື້. ຄົນຈຳນວນຫຼາຍຕັ້ງແຕ່ເລໂບຮາມັດ*ຈົນຮອດຮ່ອມພູ*ຂອງເອຢິບ+ກໍມາຮ່ວມການສະຫຼອງນີ້.
66 ຫຼັງຈາກສະຫຼອງແລ້ວໆ ມື້ຕໍ່ມາໂຊໂລໂມນໄດ້ໃຫ້ປະຊາຊົນກັບເມືອເຮືອນ. ເຂົາເຈົ້າໄດ້ອວຍພອນໃຫ້ກະສັດໂຊໂລໂມນ ແລ້ວກໍກັບເມືອເຮືອນຂອງໂຕເອງຢ່າງມີຄວາມສຸກ. ເຂົາເຈົ້າດີໃຈ+ຍ້ອນພະເຢໂຫວາໄດ້ເຮັດສິ່ງທີ່ດີໆຕໍ່ດາວິດຜູ້ຮັບໃຊ້ຂອງເພິ່ນ ແລະຕໍ່ພວກອິດສະຣາເອນປະຊາຊົນຂອງເພິ່ນ.
ຂໍ ຄວາມ ໄຂ ເງື່ອນ
^ ໝາຍເຖິງເທດສະການປຸກຕູບ
^ ເບິ່ງພາກຜະໜວກ ຂ15
^ ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
^ ແປຕາມໂຕວ່າ “ດ້ວຍປາກຂອງເພິ່ນ”
^ ແປຕາມໂຕວ່າ “ດ້ວຍມືຂອງເພິ່ນ”
^ ໝາຍເຖິງຄຳສາບານທີ່ມີໂທດຕາມຄຳສາບແຊ່ງຖ້າບໍ່ໄດ້ເຮັດຕາມ
^ ສົມທຽບວ່າເປັນການຂົ່ມເຫງທີ່ໜັກຫຼາຍ
^ ແປຕາມໂຕວ່າ “ແນມເບິ່ງ”
^ ຫຼື “ຢ່າງສັດຊື່”
^ ຫຼື “ເຂດແດນຮາມັດ”
^ ຫຼື “ວາດີ.” ເບິ່ງສ່ວນອະທິບາຍຄຳສັບ.