ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໂຢບ

ບົດທີ

ໃຈຄວາມສຳຄັນ

  • 1

    • ຄວາມ​ສັດຊື່​ແລະ​ຄວາມ​ລວຍ​ຂອງ​ໂຢບ (1-5)

    • ຊາຕານ​ສົງໄສ​ແຮງ​ກະຕຸ້ນ​ຂອງ​ໂຢບ (6-12)

    • ໂຢບ​ສູນ​ເສຍ​ທຸກ​ຢ່າງ​ແລະ​ລູກ​ຂອງ​ລາວ​ກໍ​ຕາຍ (13-19)

    • ໂຢບ​ບໍ່​ໄດ້​ໂທດ​ພະເຈົ້າ (20-22)

  • 2

    • ຊາຕານ​ສົງໄສ​ແຮງ​ກະຕຸ້ນ​ຂອງ​ໂຢບ​ອີກ (1-5)

    • ພະເຈົ້າ​ຍອມ​ໃຫ້​ຊາຕານ​ເຮັດ​ໃຫ້​ໂຢບ​ເຈັບ​ປ່ວຍ (6-8)

    • ເມຍ​ບອກ​ໃຫ້​ໂຢບ “ສາບແຊ່ງ​ພະເຈົ້າ​ແລ້ວ​ກໍ​ຕາຍ” (9, 10)

    • ໝູ່​ທັງ​ສາມ​ຄົນ​ມາ​ຫາ​ໂຢບ (11-13)

  • 3

    • ໂຢບ​ຈົ່ມ​ທຸກ​ຈົ່ມ​ຍາກ​ກ່ຽວກັບ​ມື້​ທີ່​ລາວ​ເກີດ (1-26)

      • ໂຢບ​ຖາມ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ທຸກ​ລຳບາກ (20, 21)

  • 4

    • ເອລີຟັດ​ເວົ້າ​ເທື່ອ​ທຳອິດ (1-21)

      • ດູຖູກ​ຄວາມ​ສັດຊື່​ຂອງ​ໂຢບ (7, 8)

      • ເວົ້າ​ເຖິງ​ນິມິດ​ທີ່​ລາວ​ເຫັນ (12-17)

      • “ພະເຈົ້າ​ບໍ່​ເຊື່ອໃຈ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ” (18)

  • 5

    • ເອລີຟັດ​ເວົ້າ​ເທື່ອ​ທຳອິດ​ຕໍ່ (1-27)

      • ‘ພະເຈົ້າ​ຈັບ​ຄົນ​ສະຫຼາດ​ດ້ວຍ​ເລ່​ລ່ຽມ​ຂອງ​ເຂົາ​ເຈົ້າ​ເອງ’ (13)

      • ‘ໂຢບ ຢ່າ​ປະຕິເສດ​ການ​ສັ່ງ​ສອນ​ຈາກ​ພະເຈົ້າ’ (17)

  • 6

    • ໂຢບ​ເວົ້າ (1-30)

      • ລາວ​ອ້າງ​ວ່າ​ທີ່​ລາວ​ຈົ່ມ​ທຸກ​ຈົ່ມ​ຍາກ​ມັນ​ຖືກຕ້ອງ​ແລ້ວ (2-6)

      • ຖືກ​ຜູ້​ທີ່​ໃຫ້​ກຳລັງ​ໃຈ​ຫັກ​ຫຼັງ (15-18)

      • “ຄຳເວົ້າ​ທີ່​ຈິງ​ໃຈ​ຈະ​ບໍ່​ເຮັດ​ໃຫ້​ເຈັບ​ປວດ​ດອກ” (25)

  • 7

    • ໂຢບ​ເວົ້າ​ຕໍ່​ໄປ​ອີກ (1-21)

      • ຊີວິດ​ມີ​ແຕ່​ເຮັດ​ວຽກ​ໜັກ (1, 2)

      • “ເປັນ​ຫຍັງ​ພະອົງ​ຈຶ່ງ​ເລັງ​ເປົ້າ​ມາ​ໃສ່​ລູກ?” (20)

  • 8

    • ບິນດັດ​ເວົ້າ​ເທື່ອ​ທຳອິດ (1-22)

      • ເວົ້າ​ຄື​ກັບ​ວ່າ​ພວກ​ລູກ​ຂອງ​ໂຢບ​ເຮັດ​ຜິດ (4)

      • ‘ຖ້າ​ເຈົ້າ​ບໍລິສຸດ​ແທ້​ໆ​ ພະເຈົ້າ​ກໍ​ຈະ​ປົກ​ປ້ອງ​ເຈົ້າ’ (6)

      • ອ້າງ​ວ່າ​ໂຢບ​ທໍລະຍົດ​ພະເຈົ້າ (13)

  • 9

    • ໂຢບ​ເວົ້າ (1-35)

      • ມະນຸດ​ໂຕ້​ຖຽງ​ກັບ​ພະເຈົ້າ​ບໍ່​ໄດ້ (2-4)

      • ‘ພະເຈົ້າ​ເຮັດ​ສິ່ງ​ທີ່​ເກີນ​ກວ່າ​ຈະ​ເຂົ້າໃຈ​ໄດ້’ (10)

      • ບໍ່​ມີ​ໃຜ​ສູ້​ຄະດີ​ກັບ​ພະເຈົ້າ​ໄດ້ (32)

  • 10

    • ໂຢບ​ເວົ້າ​ຕໍ່​ໄປ​ອີກ (1-22)

      • ‘ເປັນ​ຫຍັງ​ພະເຈົ້າ​ຢາກ​ໃຫ້​ລູກ​ສູ້​ຄະດີ​ກັບ​ພະອົງ?’ (2)

      • ພະເຈົ້າ​ບໍ່​ຄື​ກັບ​ໂຢບ​ທີ່​ເປັນ​ມະນຸດ (4-12)

      • ‘ຂໍ​ໃຫ້​ຂ້ອຍ​ຮູ້ສຶກ​ດີ​ຂຶ້ນ​ແດ່’ (20)

  • 11

    • ໂຊບຟາ​ເວົ້າ​ເທື່ອ​ທຳອິດ (1-20)

      • ກ່າວ​ຫາ​ໂຢບ​ວ່າ​ເວົ້າ​ໄປ​ລ້າ​ໆ​ (2, 3)

      • ບອກ​ໂຢບ​ໃຫ້​ເຊົາ​ເຮັດ​ຜິດ (14)

  • 12

    • ໂຢບ​ເວົ້າ (1-25)

      • “ຂ້ອຍ​ບໍ່​ໄດ້​ຮູ້​ໜ້ອຍ​ໄປ​ກວ່າ​ພວກ​ເຈົ້າ​ດອກ” (3)

      • ‘ຂ້ອຍ​ຖືກ​ຫົວຂວັນ​ໃສ່’ (4)

      • “ພະເຈົ້າ​ມີ​ສະຕິປັນຍາ” (13)

      • ພະເຈົ້າ​ຍິ່ງ​ໃຫຍ່​ກວ່າ​ພວກ​ຜູ້ຕັດສິນ​ແລະ​ພວກ​ກະສັດ (17, 18)

  • 13

    • ໂຢບ​ເວົ້າ​ຕໍ່​ໄປ​ອີກ (1-28)

      • ‘ຂ້ອຍ​ຢາກ​ເວົ້າ​ກັບ​ພະເຈົ້າ​ດ້ວຍ​ໂຕ​ຂ້ອຍ​ເອງ’ (3)

      • “ພວກ​ເຈົ້າ​ເປັນ​ຄື​ກັບ​ໝໍ​ທີ່​ປົວ​ໃຜ​ບໍ່​ໄດ້” (4)

      • “ຂ້ອຍ​ຮູ້​ວ່າ​ຂ້ອຍ​ເປັນ​ຝ່າຍ​ຖືກ” (18)

      • ຖາມ​ພະເຈົ້າ​ວ່າ​ເປັນ​ຫຍັງ​ພະອົງ​ເຫັນ​ລາວ​ເປັນ​ສັດຕູ (24)

  • 14

    • ໂຢບ​ເວົ້າ​ຕໍ່​ໄປ​ອີກ (1-22)

      • ຊີວິດ​ມະນຸດ​ສັ້ນ​ແລະ​ມີ​ແຕ່​ບັນຫາ (1)

      • “ແມ່ນ​ແຕ່​ຕົ້ນ​ໄມ້​ກໍ​ຍັງ​ມີ​ຫວັງ” (7)

      • “ຂໍ​ພະອົງ​ເຊື່ອງ​ລູກ​ໄວ້​ໃນ​ບ່ອນ​ຝັງ​ສົບ!” (13)

      • “ຖ້າ​ຄົນ​ໜຶ່ງ​ຕາຍ ລາວ​ຈະ​ມີ​ຊີວິດ​ອີກ​ໄດ້​ບໍ?” (14)

      • ພະເຈົ້າ​ຢາກ​ເຫັນ​ຜົນ​ງານ​ຂອງ​ເພິ່ນ​ອີກ (15)

  • 15

    • ເອລີຟັດ​ເວົ້າ​ເທື່ອ​ທີ 2 (1-35)

      • ອ້າງ​ວ່າ​ໂຢບ​ບໍ່​ຢ້ານຢຳ​ພະເຈົ້າ (4)

      • ກ່າວ​ຫາ​ວ່າ​ໂຢບ​ອວດ​ເກັ່ງ (7-9)

      • ‘ແມ່ນ​ແຕ່​ທູດສະຫວັນ​ພະເຈົ້າ​ກໍ​ຍັງ​ບໍ່​ເຊື່ອໃຈ’ (15)

      • “ຄົນ​ຊົ່ວ​ຈະ​ທໍລະມານ” (20-24)

  • 16

    • ໂຢບ​ເວົ້າ (1-22)

      • ‘ແທນ​ທີ່​ຊິ​ໃຫ້​ກຳລັງໃຈ ພວກ​ເຈົ້າ​ພັດ​ມາ​ຊ້ຳ​ເຕີມ​ຂ້ອຍ’ (2)

      • ໂຢບ​ອ້າງ​ວ່າ​ພະເຈົ້າ​ເອົາ​ລາວ​ເປັນ​ເປົ້າ (12)

  • 17

    • ໂຢບ​ເວົ້າ​ຕໍ່​ໄປ​ອີກ (1-16)

      • “ຄົນ​ທີ່​ເຍາະເຍີ້ຍ​ຂ້ອຍ​ລ້ອມ​ຂ້ອຍ​ໄວ້” (2)

      • ‘ພະເຈົ້າ​ເຮັດ​ໃຫ້​ຂ້ອຍ​ຖືກ​ເຍາະເຍີ້ຍ’ (6)

      • “ຂຸມ​ຝັງ​ສົບ​ກໍ​ຈະ​ເປັນ​ເຮືອນ​ຂອງ​ຂ້ອຍ” (13)

  • 18

    • ບິນດັດ​ເວົ້າ​ເທື່ອ​ທີ 2 (1-21)

      • ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ເຮັດ​ຜິດ (5-20)

      • ເວົ້າ​ຄື​ກັບ​ວ່າ​ໂຢບ​ບໍ່​ຮູ້ຈັກ​ພະເຈົ້າ (21)

  • 19

    • ໂຢບ​ເວົ້າ (1-29)

      • ບໍ່​ຍອມ​ຮັບ​ຄຳ​ດູຖູກ​ຂອງ “ໝູ່” (1-6)

      • ເວົ້າ​ວ່າ​ລາວ​ຖືກ​ປະຖິ້ມ (13-19)

      • “ຜູ້​ໄຖ່​ຂອງ​ຂ້ອຍ​ມີ​ຊີວິດ​ຢູ່” (25)

  • 20

    • ໂຊບຟາ​ເວົ້າ​ເທື່ອ​ທີ 2 (1-29)

      • ໂຢບ​ເຮັດ​ໃຫ້​ລາວ​ຫງຸດຫງິດ (2, 3)

      • ກ່າວ​ຫາ​ວ່າ​ໂຢບ​ເປັນ​ຄົນ​ຊົ່ວ (5)

      • ອ້າງ​ວ່າ​ໂຢບ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ຊົ່ວ (12, 13)

  • 21

    • ໂຢບ​ເວົ້າ (1-34)

      • ‘ເປັນ​ຫຍັງ​ຄົນ​ຊົ່ວ​ຈຶ່ງ​ຈະເລີນ?’ (7-13)

      • ເປີດໂປງ “ຜູ້​ໃຫ້​ກຳລັງໃຈ” (27-34)

  • 22

    • ເອລີຟັດ​ເວົ້າ​ເທື່ອ​ທີ 3 (1-30)

      • ‘ມະນຸດ​ຈະ​ຊ່ວຍ​ພະເຈົ້າ​ໄດ້​ບໍ?’ (2, 3)

      • ກ່າວ​ຫາ​ໂຢບ​ວ່າ​ເປັນ​ຄົນ​ໂລບ​ແລະ​ບໍ່​ຍຸຕິທຳ (6-9)

      • ‘ກັບ​ມາ​ຫາ​ພະເຈົ້າ​ແລະ​ຈະ​ຟື້ນ​ໂຕ​ໄດ້’ (23)

  • 23

    • ໂຢບ​ເວົ້າ (1-17)

      • ຢາກ​ສະເໜີ​ຄະດີ​ຕໍ່​ໜ້າ​ພະເຈົ້າ (1-7)

      • ລາວ​ບອກ​ວ່າ​ຊອກ​ຫາ​ພະເຈົ້າ​ບໍ່​ເຫັນ (8, 9)

      • “ຂ້ອຍ​ເຊື່ອ​ຟັງ​ເພິ່ນ​ຕະຫຼອດ” (11)

  • 24

    • ໂຢບ​ເວົ້າ​ຕໍ່​ໄປ​ອີກ (1-25)

      • ‘ເປັນ​ຫຍັງ​ພະເຈົ້າ​ບໍ່​ໄດ້​ກຳນົດ​ວັນ​ທີ່​ຈະ​ຕັດສິນ​ຄົນ​ຊົ່ວ?’ (1)

      • ບອກ​ວ່າ​ພະເຈົ້າ​ປ່ອຍ​ໃຫ້​ມີ​ຄົນ​ຊົ່ວ (12)

      • ຄົນ​ທີ່​ເຮັດ​ຜິດ​ມັກ​ຄວາມ​ມືດ (13-17)

  • 25

    • ບິນດັດ​ເວົ້າ​ເທື່ອ​ທີ 3 (1-6)

      • ‘ມະນຸດ​ຊິ​ເປັນ​ຄົນ​ບໍລິສຸດ​ຕໍ່​ພະເຈົ້າ​ໄດ້​ບໍ?’ (4)

      • ອ້າງ​ວ່າ​ຄວາມ​ສັດຊື່​ຂອງ​ມະນຸດ​ບໍ່​ມີ​ຄ່າ (5, 6)

  • 26

    • ໂຢບ​ເວົ້າ (1-14)

      • “ຈັ່ງ​ແມ່ນ​ເຈົ້າ​ຊ່ວຍ​ຄົນ​ທີ່​ໝົດ​ເຫື່ອ​ໝົດ​ແຮງ​ໄດ້​ດີ​ເນາະ!” (1-4)

      • ‘ພະເຈົ້າ​ໃຫ້​ໜ່ວຍ​ໂລກ​ລອຍ​ຢູ່​ໂດຍ​ບໍ່​ໄດ້​ຍຶດ​ກັບ​ຫຍັງ’ (7)

      • ‘ສິ່ງ​ທີ່​ເວົ້າ​ມາ​ນີ້​ເປັນ​ພຽງ​ສິ່ງ​ນ້ອຍ​ໆ​ຂອງ​ສິ່ງ​ທີ່​ພະເຈົ້າ​ສ້າງ’ (14)

  • 27

    • ໂຢບ​ຕັ້ງ​ໃຈ​ທີ່​ຈະ​ສັດຊື່​ຕໍ່​ໄປ (1-23)

      • “ຂ້ອຍ​ຈະ​ສັດຊື່​ຈົນ​ຮອດ​ມື້​ຕາຍ” (5)

      • ຄົນ​ທີ່​ບໍ່​ນັບ​ຖື​ພະເຈົ້າ​ຈະ​ບໍ່​ມີ​ຄວາມຫວັງ (8)

      • ‘ເປັນ​ຫຍັງ​ພວກ​ເຈົ້າ​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ?’ (12)

      • ສຸດທ້າຍ​ຄົນ​ຊົ່ວ​ຈະ​ບໍ່​ເຫຼືອ​ຫຍັງ (13-23)

  • 28

    • ໂຢບ​ປຽບ​ທຽບ​ຊັບ​ສົມບັດ​ໃນ​ໂລກ​ກັບ​ສະຕິປັນຍາ (1-28)

      • ມະນຸດ​ອອກ​ແຮງ​ເຮັດ​ເໝືອງ (1-11)

      • ສະຕິປັນຍາ​ມີ​ຄ່າ​ກວ່າ​ໄຂ່​ມຸກ (18)

      • ການ​ນັບ​ຖື​ພະ​ເຢໂຫວາ​ແທ້​ໆ​ນັ້ນ​ແຫຼະ​ແມ່ນ​ສະຕິປັນຍາ​ແທ້ (28)

  • 29

    • ໂຢບ​ຄິດ​ຮອດ​ຕອນ​ແຕ່​ກີ້​ທີ່​ມີ​ຄວາມ​ສຸກ​ກ່ອນ​ທີ່​ຈະ​ເຈິ​ຄວາມທຸກ (1-25)

      • ເຄີຍ​ໄດ້​ຮັບ​ຄວາມ​ນັບ​ຖື​ຢູ່​ປະຕູ​ເມືອງ (7-10)

      • ລາວ​ໃຫ້​ຄວາມຍຸຕິທຳ​ກັບ​ຄົນ​ອື່ນ​ຕະຫຼອດ (11-17)

      • ທຸກ​ຄົນ​ຟັງ​ຄຳ​ແນະນຳ​ຂອງ​ລາວ (21-23)

  • 30

    • ໂຢບ​ເວົ້າ​ເຖິງ​ສະພາບການ​ຂອງ​ລາວ​ທີ່​ປ່ຽນ​ໄປ (1-31)

      • ຖືກ​ຄົນ​ຊັ້ນ​ຕ່ຳ​ເຍາະເຍີ້ຍ (1-15)

      • ເບິ່ງ​ຄື​ວ່າ​ພະເຈົ້າ​ບໍ່​ຊ່ວຍ (20, 21)

      • “ຜິວ​ໜັງ​ຂອງ​ລູກ​ດຳ” (30)

  • 31

    • ໂຢບ​ປົກ​ປ້ອງ​ຄວາມ​ສັດຊື່​ຂອງ​ລາວ (1-40)

      • ‘ຂ້ອຍ​ຕັ້ງ​ໃຈ​ໄວ້​ແລ້ວ​ວ່າ​ຈະ​ບໍ່​ເບິ່ງ​ຜູ້​ຍິງ​ຄົນ​ອື່ນ’ (1)

      • ຂໍ​ໃຫ້​ພະເຈົ້າ​ຊັ່ງ​ຂ້ອຍ (6)

      • ບໍ່​ໄດ້​ຫຼິ້ນ​ຊູ້ (9-12)

      • ບໍ່​ໄດ້​ເປັນ​ຄົນ​ຮັກ​ເງິນ (24, 25)

      • ບໍ່​ໄດ້​ນົບ​ຮູບ​ບູຊາ (26-28)

  • 32

    • ເອລີຮູ​ຜູ້​ທີ່​ຍັງ​ໜຸ່ມ​ເຂົ້າ​ມາ​ລົມ​ນຳ (1-22)

      • ໃຈ​ຮ້າຍ​ໃຫ້​ໂຢບ​ກັບ​ໝູ່​ຂອງ​ລາວ (2, 3)

      • ລໍ​ຖ້າ​ດ້ວຍ​ຄວາມ​ນັບ​ຖື​ກ່ອນ​ທີ່​ຈະ​ເວົ້າ (6, 7)

      • ບໍ່​ແມ່ນ​ວ່າ​ມີ​ອາຍຸ​ຫຼາຍ​ແລ້ວ​ຈະ​ສະຫຼາດ​ໂລດ (9)

      • ເອລີຮູ​ຢາກ​ເວົ້າ​ແທ້​ໆ​ (18-20)

  • 33

    • ເອລີຮູ​ຕຳໜິ​ໂຢບ​ທີ່​ຄິດ​ວ່າ​ໂຕເອງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ (1-33)

      • ມີ​ຄ່າໄຖ່​ແລ້ວ (24)

      • ກັບ​ມາ​ມີ​ເຫື່ອ​ແຮງ​ຄື​ກັບ​ຕອນ​ເປັນ​ໜຸ່ມ (25)

  • 34

    • ເອລີຮູ​ຍົກຍ້ອງ​ຄວາມຍຸຕິທຳ​ແລະ​ແນວ​ທາງ​ຂອງ​ພະເຈົ້າ (1-37)

      • ໂຢບ​ເວົ້າ​ວ່າ​ພະເຈົ້າ​ບໍ່​ໄດ້​ໃຫ້​ຄວາມຍຸຕິທຳ​ກັບ​ລາວ (5)

      • ພະເຈົ້າ​ທ່ຽງແທ້​ບໍ່​ເຄີຍ​ເຮັດ​ຊົ່ວ (10)

      • ໂຢບ​ບໍ່​ຮູ້​ເລື່ອງ​ຫຍັງ​ເລີຍ (35)

  • 35

    • ເອລີຮູ​ອະທິບາຍ​ວ່າ​ໂຢບ​ອ້າງ​ເຫດຜົນ​ແບບ​ຜິດ​ໆ​ (1-16)

      • ໂຢບ​ເວົ້າ​ວ່າ​ລາວ​ເປັນ​ຝ່າຍ​ຖືກ​ກວ່າ​ພະເຈົ້າ (2)

      • ພະເຈົ້າ​ຢູ່​ບ່ອນ​ສູງ ຄົນ​ທີ່​ເຮັດ​ຜິດ​ເຮັດ​ໃຫ້​ເພິ່ນ​ເສຍຫາຍ​ບໍ່​ໄດ້ (5, 6)

      • ໂຢບ​ຄວນ​ລໍ​ຖ້າ​ພະເຈົ້າ (14)

  • 36

    • ເອລີຮູ​ຍົກຍ້ອງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພະເຈົ້າ​ທີ່​ເກີນ​ກວ່າ​ຈະ​ເຂົ້າໃຈ​ໄດ້ (1-33)

      • ຄົນ​ທີ່​ເຊື່ອ​ຟັງ​ຈະເລີນ​ຮຸ່ງ​ເຮືອງ; ຄົນ​ທີ່​ບໍ່​ນັບ​ຖື​ພະເຈົ້າ​ຖືກ​ປະຕິເສດ (11-13)

      • ‘ໃຜ​ຈະ​ສອນ​ໄດ້​ຄື​ພະເຈົ້າ?’ (22)

      • ໂຢບ​ຄວນ​ຍົກຍ້ອງ​ພະເຈົ້າ (24)

      • “ພວກ​ເຮົາ​ບໍ່​ມີ​ທາງ​ທີ່​ຈະ​ຮູ້​ວ່າ​ພະເຈົ້າ​ມີ​ລິດເດດ​ຫຼາຍ​ສ່ຳ​ໃດ” (26)

      • ພະເຈົ້າ​ຄວບຄຸມ​ຝົນ​ແລະ​ສາຍ​ຟ້າ (27-33)

  • 37

    • ພະລັງ​ໃນ​ທຳມະຊາດ​ເປີດ​ເຜີຍ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພະເຈົ້າ (1-24)

      • ພະເຈົ້າ​ໃຫ້​ມະນຸດ​ເຊົາ​ເຮັດ​ວຽກ​ໄດ້ (7)

      • “ໃຫ້​ຄິດ​ຄັກ​ໆ​ກ່ຽວກັບ​ສິ່ງ​ທີ່​ໜ້າ​ງຶດງໍ້​ທີ່​ພະເຈົ້າ​ເຮັດ” (14)

      • ມະນຸດ​ບໍ່​ສາມາດ​ເຂົ້າໃຈ​ກ່ຽວກັບ​ພະເຈົ້າ (23)

      • ມະນຸດ​ບໍ່​ຄວນ​ຄິດ​ວ່າ​ໂຕເອງ​ສະຫຼາດ (24)

  • 38

    • ພະ​ເຢໂຫວາ​ສອນ​ວ່າ​ມະນຸດ​ຕ່ຳ​ຕ້ອຍ (1-41)

      • ‘ເຈົ້າ​ຢູ່​ໃສ​ຕອນ​ທີ່​ໂລກ​ຖືກ​ສ້າງ?’ (4-6)

      • ລູກ​ຂອງ​ພະເຈົ້າ​ພາກັນ​ໂຫ່​ຮ້ອງ​ຊົມເຊີຍ (7)

      • ຄຳຖາມ​ກ່ຽວກັບ​ທຳມະຊາດ​ທີ່​ໜ້າ​ງຶດງໍ້ (8-32)

      • “ກົດ​ຕ່າງ​ໆ​ທີ່​ຄວບຄຸມ​ທ້ອງຟ້າ” (33)

  • 39

    • ສັດ​ທີ່​ພະເຈົ້າ​ສ້າງ​ເຮັດ​ໃຫ້​ຮູ້​ວ່າ​ມະນຸດ​ໂງ່ (1-30)

      • ແບ້​ປ່າ​ແລະ​ກວາງ (1-4)

      • ລາ​ປ່າ (5-8)

      • ງົວ​ປ່າ (9-12)

      • ນົກ​ກະຈອກເທດ (13-18)

      • ມ້າ (19-25)

      • ແຫຼວ​ແລະ​ນົກ​ອິນຊີ (26-30)

  • 40

    • ພະ​ເຢໂຫວາ​ຖາມ​ໂຢບ​ຕື່ມ (1-24)

      • ໂຢບ​ຍອມ​ຮັບ​ວ່າ​ລາວ​ບໍ່​ມີ​ຫຍັງ​ຈະ​ເວົ້າ (3-5)

      • “ເຈົ້າ​ຈະ​ບອກ​ວ່າ​ເຮົາ​ບໍ່​ຍຸຕິທຳ​ບໍ?” (8)

      • ພະເຈົ້າ​ອະທິບາຍ​ວ່າ​ໂຕ​ເບເຫໂມດ​ມີ​ແຮງ​ຫຼາຍ​ສ່ຳ​ໃດ (15-24)

  • 41

    • ພະເຈົ້າ​ອະທິບາຍ​ວ່າ​ໂຕ​ເລວີອາທານ​ໜ້າ​ງຶດງໍ້​ສ່ຳ​ໃດ (1-34)

  • 42

    • ໂຢບ​ເວົ້າ​ກັບ​ພະ​ເຢໂຫວາ (1-6)

    • ໝູ່​ທັງ​ສາມ​ຄົນ​ຂອງ​ໂຢບ​ຖືກ​ຕຳໜິ (7-9)

    • ພະ​ເຢໂຫວາ​ເຮັດ​ໃຫ້​ໂຢບ​ກັບ​ມາ​ມີ​ສິ່ງ​ຕ່າງ​ໆ​ຄື​ເກົ່າ (10-17)

      • ລູກ​ຊາຍ​ແລະ​ລູກສາວ​ຂອງ​ໂຢບ (13-15)