ເອຊາຢາ 63:1-19
63 ແມ່ນໃຜທີ່ກຳລັງມາຈາກເອໂດມ+ມາຈາກເມືອງໂບຊະຣາ+ແລະຍ່າງມາຄືກັບຄົນທີ່ມີອຳນາດຫຼາຍ?ແມ່ນໃຜທີ່ໃສ່ເຄື່ອງນຸ່ງສີແຈ້ງໆ*ແລະງາມຫຼາຍ?
“ກໍແມ່ນເຮົານິແຫຼະ. ເຮົາເວົ້າສິ່ງທີ່ຖືກຕ້ອງສະເໝີແລະມີລິດເດດທີ່ຈະຊ່ວຍໃຫ້ລອດ.”
2 ເປັນຫຍັງເຄື່ອງນຸ່ງຂອງພະອົງຈຶ່ງແດງຄືກັບເຄື່ອງນຸ່ງຂອງຄົນທີ່ຢຽບໝາກລະແຊັງຢູ່ໃນອ່າງ?+
3 “ເຮົາຢຽບໝາກລະແຊັງຢູ່ໃນອ່າງຜູ້ດຽວ.
ບໍ່ມີຄົນຊາດໃດຢູ່ນຳເຮົາເລີຍ.
ເຮົາຢຽບສັດຕູຂອງເຮົາບໍ່ຢຸດບໍ່ເຊົາດ້ວຍຄວາມຄຽດແລະຢຽບເຂົາເຈົ້າໄປມາດ້ວຍຄວາມໃຈຮ້າຍ.+
ເຮົາຢຽບເຂົາເຈົ້າຈົນເລືອດຟົ້ງໃສ່ເຄື່ອງນຸ່ງ.ເຄື່ອງນຸ່ງຂອງເຮົາເປື້ອນແຕ່ເລືອດ.
4 ເຮົາໄດ້ກຳນົດມື້ທີ່ຈະແກ້ແຄ້ນໄວ້ແລ້ວ+ແລະເວລາທີ່ເຮົາຈະໄຖ່ປະຊາຊົນຂອງເຮົາຄືນມາກໍມາຮອດແລ້ວ.
5 ເຮົາຊອກຫາ ແຕ່ກໍບໍ່ມີໃຜທີ່ຈະຊ່ວຍ.ເຮົາແປກໃຈທີ່ບໍ່ມີໃຜສະເໜີທີ່ຈະຊ່ວຍເຮົາເລີຍ.
ເຮົາຈຶ່ງໃຊ້ລິດເດດຂອງເຮົາເພື່ອເຮັດໃຫ້ມີຄວາມລອດ*+ເຮົາເຮັດແບບນີ້ຍ້ອນວ່າໃຈຮ້າຍຫຼາຍ.
6 ເຮົາຢຽບຊາດຕ່າງໆດ້ວຍຄວາມໃຈຮ້າຍ.ເຮົາເຮັດໃຫ້ເຂົາເຈົ້າກິນຄວາມໃຈຮ້າຍຂອງເຮົາຈົນເມົາ+ແລະເຮົາຖອກເລືອດຂອງເຂົາເຈົ້າລົງດິນ.”
7 ຂ້ອຍຈະເວົ້າເຖິງສິ່ງທີ່ພະເຢໂຫວາເຮັດດ້ວຍຄວາມຮັກທີ່ໝັ້ນຄົງຂອງເພິ່ນແລະຈະສັນລະເສີນພະເຢໂຫວາຍ້ອນພະເຢໂຫວາໄດ້ເຮັດທຸກສິ່ງເພື່ອພວກເຮົາ.+ເພິ່ນເຮັດສິ່ງທີ່ດີຫຼາຍຢ່າງເພື່ອລູກຫຼານຂອງອິດສະຣາເອນຍ້ອນເພິ່ນມີຄວາມເມດຕາແລະມີຄວາມຮັກທີ່ໝັ້ນຄົງທີ່ຍິ່ງໃຫຍ່.
8 ພະເຈົ້າເວົ້າວ່າ: “ເຂົາເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາໝັ້ນໃຈວ່າເຂົາເຈົ້າຈະເປັນລູກທີ່ສັດຊື່ຕໍ່ເຮົາແທ້ໆ.”+
ເພິ່ນຈຶ່ງຊ່ວຍເຂົາເຈົ້າໃຫ້ລອດ.+
9 ຕອນທີ່ເຂົາເຈົ້າທຸກໃຈ ພະເຈົ້າກໍທຸກໃຈນຳ+
ແລະຜູ້ສົ່ງຂ່າວຂອງເພິ່ນ*ໄດ້ຊ່ວຍເຂົາເຈົ້າໃຫ້ລອດ.+
ເພິ່ນໄຖ່ເຂົາເຈົ້າຄືນມາຍ້ອນເພິ່ນຮັກແລະອີ່ຕົນເຂົາເຈົ້າ.+ເພິ່ນໂຈມເຂົາເຈົ້າຂຶ້ນແລະອູ້ມເຂົາເຈົ້າມາຕະຫຼອດ.+
10 ແຕ່ເຂົາເຈົ້າພັດກະບົດຕໍ່ພະເຈົ້າ+ແລະເຮັດໃຫ້ເພິ່ນເສຍໃຈຫຼາຍ+
ເພິ່ນຈຶ່ງເປັນສັດຕູກັບເຂົາເຈົ້າ+ແລະຕໍ່ສູ້ເຂົາເຈົ້າ.+
11 ເຂົາເຈົ້າໄດ້ຄິດເຖິງອະດີດຄິດເຖິງສະໄໝຂອງໂມເຊຜູ້ຮັບໃຊ້ຂອງພະເຈົ້າແລະເວົ້າວ່າ:
“ພະເຈົ້າທີ່ພາປະຊາຊົນຂອງເພິ່ນກັບພວກທີ່ເບິ່ງແຍງເຂົາເຈົ້າ+ອອກມາຈາກທະເລ ເພິ່ນຢູ່ໃສ?+
ພະເຈົ້າທີ່ເອົາພະລັງບໍລິສຸດຂອງເພິ່ນໃຫ້ໂມເຊ* ຕອນນີ້ຢູ່ໃສແລ້ວ?+
12 ພະເຈົ້າທີ່ຊ່ວຍໂມເຊດ້ວຍລິດເດດທີ່ຍິ່ງໃຫຍ່ຂອງເພິ່ນໄປໃສແລ້ວ?+ພະເຈົ້າທີ່ແຍກນ້ຳອອກຈາກກັນຕໍ່ໜ້າເຂົາເຈົ້າ+ເພື່ອໃຫ້ຄົນຈື່ຊື່ເພິ່ນຕະຫຼອດໄປ ເພິ່ນຢູ່ໃສ?+
13 ພະເຈົ້າທີ່ຊ່ວຍເຂົາເຈົ້າໃຫ້ຍ່າງຜ່ານນ້ຳທີ່ເລິກໆເພື່ອເຂົາເຈົ້າຈະຍ່າງໄປໂດຍບໍ່ເຕະສະດຸດຄືກັບມ້າທີ່ແລ່ນຢູ່ທົ່ງພຽງ* ເພິ່ນໄປໃສແລ້ວ?
14 ຄືກັບຝູງສັດທີ່ຍ່າງລົງໄປທົ່ງພຽງເພື່ອພັກຜ່ອນພະລັງຂອງພະເຢໂຫວາກໍພາເຂົາເຈົ້າໄປບ່ອນທີ່ຈະໄດ້ພັກຜ່ອນ.”+
ພະອົງຈະຊີ້ນຳປະຊາຊົນຂອງພະອົງແບບນີ້ເພື່ອເຮັດໃຫ້ຊື່ຂອງພະອົງຍິ່ງໃຫຍ່.*+
15 ຂໍພະອົງແນມລົງມາຈາກສະຫວັນແນມລົງມາຈາກບ່ອນຢູ່ຂອງພະອົງທີ່ຢູ່ບ່ອນທີ່ສູງໆ ບໍລິສຸດ ແລະງົດງາມ.
ເປັນຫຍັງພະອົງບໍ່ສົນໃຈພວກເຮົາແລ້ວ?ເປັນຫຍັງພະອົງບໍ່ໃຊ້ລິດເດດຂອງພະອົງອີກ?
ເປັນຫຍັງພະອົງເຊົາສະແດງຄວາມຮັກ+ແລະຄວາມເມດຕາຕໍ່ພວກເຮົາ?+
16 ພະອົງເປັນພໍ່ຂອງພວກເຮົາ.+ເຖິງວ່າອັບຣາຮາມຈະບໍ່ຮູ້ຈັກພວກເຮົາແລະເຖິງວ່າອິດສະຣາເອນຈະບໍ່ຮູ້ຈັກພວກເຮົາແຕ່ພະເຢໂຫວາ ພະອົງເປັນພໍ່ຂອງພວກເຮົາ
ແລະເປັນຜູ້ໄຖ່ພວກເຮົາຄືນມາຕັ້ງແຕ່ອະດີດ.+
17 ພະເຢໂຫວາເອີ້ຍ ເປັນຫຍັງພະອົງຍອມໃຫ້*ພວກເຮົາອອກຈາກທາງຂອງພະອົງ?
ເປັນຫຍັງພະອົງຍອມໃຫ້ໃຈຂອງພວກເຮົາແຂງກະດ້າງຈົນບໍ່ຢ້ານຢຳພະອົງ?+
ເພື່ອເຫັນແກ່ຜູ້ຮັບໃຊ້ຂອງພະອົງທີ່ເປັນປະຊາຊົນຂອງພະອົງຂໍໃຫ້ພະອົງກັບມາສົນໃຈພວກເຮົາອີກແດ່.+
18 ປະຊາຊົນທີ່ບໍລິສຸດຂອງພະອົງເປັນເຈົ້າຂອງແຜ່ນດິນໄດ້ບໍ່ດົນ
ພວກສັດຕູກໍມາຢຽບບ່ອນນະມັດສະການຂອງພະອົງຈົນເພ.+
19 ຕັ້ງແຕ່ດົນມາແລ້ວ ພວກເຮົາເປັນຄືກັບຄົນທີ່ພະອົງບໍ່ເຄີຍປົກຄອງແລະເປັນຄືກັບຄົນທີ່ບໍ່ເຄີຍຖືກເອີ້ນຕາມຊື່ຂອງພະອົງ.
ຂໍ ຄວາມ ໄຂ ເງື່ອນ
^ ຫຼືອາດແປວ່າ “ສີແດງສົດ”
^ ຫຼື “ໄຊຊະນະ”
^ ຫຼື “ທູດສະຫວັນທີ່ຢູ່ກັບເພິ່ນ”
^ ແປຕາມໂຕວ່າ “ລາວ”
^ ຫຼື “ບ່ອນກັນດານ”
^ ຫຼື “ງົດງາມ”
^ ຫຼື “ເຮັດໃຫ້”