ເອຊາຢາ 21:1-17

  • ຄຳ​ຕັດສິນ​ຕໍ່​ບ່ອນ​ກັນດານ​ທີ່​ເປັນ​ຄື​ກັບ​ທະເລ (1-​10)

    • ຢືນ​ຍາມ​ຢູ່​ປ້ອມ​ສູງໆ (8)

    • “ເມືອງ​ບາບີໂລນ​ຖືກ​ທຳລາຍ​ແລ້ວ!” (9)

  • ຄຳ​ຕັດສິນ​ຕໍ່​ດູມາ​ແລະ​ຕໍ່​ທະເລ​ຊາຍ (11-​17)

    • “ຄົນຍາມ​ເອີ້ຍ ໃກ້​ຊິ​ແຈ້ງ​ລະ​ບໍ?” (11)

21  ຕໍ່ໄປ​ນີ້​ແມ່ນ​ຄຳ​ຕັດສິນ​ຕໍ່​ບ່ອນ​ກັນດານ​ທີ່​ເປັນ​ຄື​ກັບ​ທະເລ.*+ ການ​ທຳລາຍ​ຈະ​ມາ​ຄື​ກັບ​ພາຍຸ​ທີ່​ມາ​ຈາກ​ທິດໃຕ້ມາ​ຈາກ​ບ່ອນ​ກັນດານ ແລະ​ມາ​ຈາກ​ແຜ່ນດິນ​ທີ່​ເປັນ​ຕາ​ຢ້ານ.+  2  ພະເຈົ້າ​ໃຫ້​ຂ້ອຍ​ເຫັນ​ນິມິດ​ທີ່​ເປັນ​ຕາ​ຢ້ານ ແລະ​ເພິ່ນ​ເວົ້າ​ວ່າ: ຊາດ​ທີ່​ຊົ່ວ​ຮ້າຍ​ເຮັດ​ແຕ່​ສິ່ງ​ທີ່​ຊົ່ວ​ຮ້າຍແລະ​ຊາດ​ທີ່​ມັກ​ທຳລາຍ​ກໍ​ມີ​ແຕ່​ໄປ​ທຳລາຍ. ເອລາມ ຂຶ້ນ​ໄປ​ໂຈມຕີ​ໂລດ! ເມເດຍ ລ້ອມ​ເມືອງ​ນີ້​ໄວ້​ໂລດ!+ ຂ້ອຍ​ຈະ​ທຳລາຍ​ເມືອງ​ນີ້​ເພື່ອ​ບໍ່​ໃຫ້​ມັນເຮັດ​ໃຫ້​ຜູ້​ອື່ນ​ເດືອດຮ້ອນ​ອີກ.+  3  ນິມິດ​ທີ່​ຂ້ອຍ​ເຫັນ​ເຮັດ​ໃຫ້​ຂ້ອຍ​ເຈັບ​ປວດ​ທໍລະມານ.+ ຂ້ອຍ​ເຈັບ​ຈົນ​ໃຈ​ຊິ​ຂາດຄື​ກັບ​ຜູ້ຍິງ​ທີ່​ກຳລັງ​ຊິ​ເກີດ​ລູກ. ຂ້ອຍ​ເຈັບ​ແຮງ​ຫຼາຍ​ຈົນ​ຟັງ​ຕໍ່ໄປ​ບໍ່​ໄດ້ແລະ​ຂ້ອຍ​ເຈັບ​ແທ້​ເຈັບ​ວ່າ​ຈົນ​ເບິ່ງ​ຕໍ່ໄປ​ບໍ່​ໄດ້.  4  ຫົວໃຈ​ຂ້ອຍ​ເຕັ້ນ​ໄວ ແລະ​ຂ້ອຍ​ຢ້ານ​ຈົນ​ໂຕ​ສັ່ນ. ຕອນ​ໃກ້​ຊິ​ຄ່ຳ​ເປັນ​ຍາມ​ທີ່​ຂ້ອຍ​ມັກ ແຕ່​ຂ້ອຍ​ພັດ​ຢ້ານ​ຫຼາຍ.  5  ຈັດ​ໂຕະ​ຈັດ​ຕັ່ງ​ໃຫ້​ພ້ອມ​ເດີ້! ກິນ​ແລະ​ດື່ມ​ເຫຼົ້າແວງ​ໂລດ!+ ພວກ​ເຈົ້ານາຍ​ເອີ້ຍ ລຸກ​ຂຶ້ນ​ແລະ​ເອົາ​ນ້ຳມັນ​ທາ​ໂລ້​ຂອງ​ພວກເຈົ້າ!  6  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ໄປ​ຊອກ​ຄົນ​ມາ​ຍາມ ແລະ​ໃຫ້​ລາວ​ບອກ​ວ່າ​ເຫັນ​ຫຍັງ​ແດ່.”  7  ລາວ​ເຫັນ​ລົດຮົບ​ຄັນ​ໜຶ່ງ​ທີ່​ມີ​ມ້າ​ແກ່ເຫັນ​ລົດຮົບ​ຄັນ​ໜຶ່ງ​ທີ່​ມີ​ລາ​ແກ່ແລະ​ເຫັນ​ລົດຮົບ​ຄັນ​ໜຶ່ງ​ທີ່​ມີ​ອູດ​ແກ່. ລາວ​ຕັ້ງໃຈ​ເບິ່ງ​ເອົາ​ແທ້​ເອົາ​ວ່າ.  8  ແລ້ວ​ລາວ​ກໍ​ຮ້ອງ​ດັງ​ໆ​ຄື​ກັບສຽງ​ແຜດ​ຂອງ​ໂຕ​ສິງວ່າ: “ພະ​ເຢໂຫວາ ພະເຈົ້າ​ຂອງ​ຂ້ອຍ ຂ້ອຍ​ຢືນ​ຢູ່​ປ້ອມ​ສູງ​ໆ​ນີ້​ໝົດ​ມື້ແລະ​ຢືນ​ຍາມ​ຢູ່​ນີ້​ໝົດ​ຄືນ.+  9  ເບິ່ງ​ແມ້ ມີ​ຄົນ​ກຳລັງ​ມາ​ທາງ​ນີ້! ມີ​ພວກ​ທະຫານ​ຂີ່​ລົດຮົບ​ທີ່​ມີ​ມ້າ​ແກ່​ມາ.”+ ແລ້ວ​ລາວ​ກໍ​ຮ້ອງ​ບອກ​ອີກ​ວ່າ: “ເມືອງ​ບາບີໂລນ​ຖືກ​ທຳລາຍ​ແລ້ວ! ເມືອງ​ບາບີໂລນ​ຖືກ​ທຳລາຍ​ແລ້ວ!+ ຮູບ​ບູຊາ​ທັງໝົດ​ທີ່​ເປັນ​ພະເຈົ້າ​ຂອງ​ເມືອງ​ນີ້​ກໍ​ຖືກ​ທຳລາຍ​ຈົນ​ມຸ່ນ​ແລ້ວ.”+ 10  ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍ​ເອີ້ຍພວກ​ເຈົ້າ​ຖືກ​ຟາດ​ຄື​ກັບ​ເຂົ້າ​ຢູ່​ລານ​ຟາດ​ເຂົ້າ.+ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ບອກ​ຫຍັງ​ຂ້ອຍ ຂ້ອຍ​ກໍ​ບອກ​ພວກເຈົ້າ​ໝົດ​ແລ້ວ. 11  ຕໍ່ໄປ​ນີ້​ແມ່ນ​ຄຳ​ຕັດສິນ​ຕໍ່​ດູມາ* ມີ​ຄົນ​ຈາກ​ເສອີ​ຮ້ອງ​ຖາມ​ວ່າ:+ “ຄົນຍາມ​ເອີ້ຍ ໃກ້​ຊິ​ແຈ້ງ​ລະ​ບໍ? ຄົນຍາມ​ເອີ້ຍ ໃກ້​ຊິ​ແຈ້ງ​ລະ​ບໍ?” 12  ຄົນຍາມ​ຕອບ​ວ່າ: “ໃກ້​ຊິ​ແຈ້ງ​ແລ້ວ ແລະ​ຈັກ​ໜ້ອຍ​ກໍ​ຊິ​ຄ່ຳ​ອີກ. ຖ້າ​ເຈົ້າ​ມີ​ຫຍັງ​ຖາມ​ກໍ​ຖາມ​ໂລດ ແລະ​ກັບ​ມາ​ຖາມ​ອີກ​ກໍ​ໄດ້.” 13  ຕໍ່ໄປ​ນີ້​ແມ່ນ​ຄຳ​ຕັດສິນ​ຕໍ່​ທະເລ​ຊາຍ.* ຂະບວນ​ພໍ່​ຄ້າ​ຂອງ​ເດດານ​ເອີ້ຍ+ພວກເຈົ້າ​ຈະ​ນອນ​ຄ້າງ​ຄືນ​ຢູ່​ໃກ້​ຕົ້ນ​ໄມ້​ໃນ​ທະເລ​ຊາຍ. 14  ຄົນ​ໃນ​ແຜ່ນດິນ​ເຕມາ​ເອີ້ຍ+ໃຫ້​ພວກເຈົ້າ​ເອົາ​ນ້ຳ​ໃຫ້​ຄົນ​ທີ່​ຫິວນ້ຳແລະ​ເອົາ​ຂອງ​ກິນ​ໃຫ້​ຄົນ​ທີ່​ໜີ​ມາ​ລີ້ໄພ 15  ຍ້ອນ​ວ່າ​ເຂົາເຈົ້າ​ໄດ້​ໜີ​ມາ​ຈາກ​ດາບ​ທີ່​ພ້ອມ​ຈະ​ຟັນໜີ​ມາ​ຈາກ​ທະນູ​ທີ່​ພ້ອມ​ຈະ​ຍິງ ແລະ​ໜີ​ມາ​ຈາກ​ສົງຄາມ​ທີ່​ໂຫດ​ຮ້າຍ. 16  ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ: “ພາຍ​ໃນ 1 ປີ* ກຽດ​ຂອງ​ຄົນ​ເກດາ+​ຈະ​ບໍ່​ມີ​ອີກ​ຕໍ່ໄປ 17  ແລະ​ທະຫານ​ຍິງ​ທະນູ​ຂອງ​ພວກ​ເກດາ​ທີ່​ລອດ​ຈາກ​ສົງຄາມ​ຈະ​ມີ​ແຕ່​ໜ້ອຍ​ດຽວ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ບອກ​ໄວ້​ຈັ່ງ​ຊີ້.”

ຂໍຄວາມໄຂເງື່ອນ

ເບິ່ງ​ຄື​ວ່າ​ໝາຍເຖິງ​ເຂດ​ທີ່​ຢູ່​ທາງ​ໃຕ້​ຂອງ​ບາບີໂລນ​ບູຮານ​ທີ່​ແມ່​ນ້ຳ​ເອິຟາຣາດ​ແລະ​ແມ່​ນ້ຳ​ຕິກຣິດ​ຖ້ວມ​ຕາຝັ່ງ​ທຸກ​ໆ​ປີ
ແປ​ວ່າ “ມິດ​ງຽບ.” ນີ້​ເປັນ​ຊື່​ທີ່​ໃຊ້​ໃນ​ຄຳ​ພະຍາກອນ​ເມື່ອ​ເວົ້າ​ເຖິງ​ເອໂດມ.
ຫຼື “ບ່ອນ​ກັນດານ”
ແປ​ຕາມ​ໂຕ​ວ່າ “ພາຍ​ໃນ 1 ປີ​ຕາມ​ປີ​ທີ່​ຈ້າງ​ຄົນ​ເຮັດ​ວຽກ.” ໄລຍະ​ເວລາ​ຈ້າງ​ຄົນ​ເຮັດ​ວຽກ​ແມ່ນ​ເຈາະຈົງ ເຊິ່ງ​ເນັ້ນ​ໃຫ້​ເຫັນ​ວ່າ​ເວລາ​ທີ່​ຄົນ​ເກດາ​ຈະ​ຖືກ​ທຳລາຍ​ກໍ​ແນ່ນອນ​ຄື​ກັນ.