ເອຊາຢາ 18:1-7

  • ຄຳ​ຕັດສິນ​ຕໍ່​ເອທິໂອເປຍ (1-​7)

18  ຄວາມ​ຈິບຫາຍ​ຈະ​ເກີດ​ກັບ​ດິນແດນ​ທີ່​ມີ​ແຕ່​ສຽງ​ດັງ​ໆ​ຂອງ​ປີກ​ແມງ​ໄມ້.ດິນແດນ​ນີ້ຕັ້ງ​ຢູ່​ໃນ​ເຂດ​ແມ່​ນ້ຳ​ຂອງ​ເອທິໂອເປຍ.+  2  ດິນແດນ​ນີ້​ສົ່ງ​ຕົວແທນ​ໄປ​ທາງ​ທະເລໂດຍ​ໃຊ້ເຮືອ​ພາໄພຣັດ. ເຂົາເຈົ້າ​ເວົ້າ​ວ່າ: “ພວກເຈົ້າ​ທີ່​ເປັນ​ຜູ້​ສົ່ງ​ຂ່າວ​ໃຫ້​ຟ້າວ​ໄປ​ເດີ້.ໃຫ້​ໄປ​ຫາ​ຊາດ​ໜຶ່ງ​ທີ່​ມີ​ຄົນ​ໂຕ​ສູງແລະ​ຜິວ​ນຽນເຊິ່ງ​ເປັນ​ຊາດ​ທີ່​ຄົນ​ຢູ່ໃກ້​ແລະ​ໄກຢ້ານ+ເປັນ​ຊາດ​ທີ່​ເຂັ້ມແຂງ​ແລະ​ຕໍ່ສູ້​ຊະນະ​ຊາດ​ອື່ນແລະ​ເປັນ​ຊາດ​ທີ່ມີ​ແມ່​ນ້ຳ​ຫຼາຍ​ສາຍ​ໄຫຼ​ຜ່ານ.”  3  ພວກເຈົ້າທຸກ​ຄົນ​ທີ່​ຢູ່​ໃນ​ໂລກພວກເຈົ້າ​ຈະ​ເຫັນ​ທຸງ*​ທີ່​ປັກ​ຢູ່​ເທິງ​ພູແລະ​ຈະ​ໄດ້​ຍິນ​ສຽງ​ຄື​ກັບ​ສຽງ​ຂອງ​ແກ​ເຂົາ​ສັດ.  4  ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ: “ເຮົາ​ຈະ​ແນມ​ເບິ່ງ​ແບບ​ມິດ​ໆ​ຈາກ​ບ່ອນ​ຢູ່​ທີ່​ໝັ້ນຄົງ​ຂອງ​ເຮົາ.ການ​ເຮັດ​ແບບ​ນີ້​ເປັນ​ຄື​ກັບ​ວ່າມີ​ແສງ​ມີ​ແດດພຽງ​ພໍແລະ​ມີນ້ຳ​ຄ້າງ​ຕົກ​ລົງ​ມາໃສ່​ໃນ​ຍາມ​ທີ່​ເກັບ​ກ່ຽວ.  5  ແຕ່​ກ່ອນ​ຈະ​ຮອດ​ຍາມ​ເກັບ​ກ່ຽວເມື່ອ​ເປັນ​ດອກ​ແລ້ວແລະ​ໝາກ​ກຳລັງ​ໃຫຍ່ກິ່ງຂອງ​ມັນ​ຈະ​ຖືກ​ຕັດແລະ​ເຄືອ​ຂອງ​ມັນ​ກໍ​ຈະ​ຖືກ​ຕັດ​ຄື​ກັນ.  6  ສົບ​ຂອງ​ເຂົາເຈົ້າຈະ​ຖືກ​ປະ​ໄວ້​ເພື່ອ​ໃຫ້​ໂຕແຮ້ງ​ມາ​ສັບ​ກິນແລະ​ເພື່ອ​ໃຫ້​ສັດ​ປ່າ​ມາ​ກັດ​ກິນ. ໂຕ​ແຮ້ງ​ຈະ​ກິນ​ສົບ​ເຫຼົ່າ​ນັ້ນ​ຕະຫຼອດ​ຍາມ​ຮ້ອນແລະ​ສັດ​ປ່າ​ຈະ​ກິນ​ສົບ​ເຫຼົ່າ​ນັ້ນ​ຕະຫຼອດ​ຍາມ​ເກັບ​ກ່ຽວ.  7  ຕອນ​ນັ້ນ​ຈະ​ມີ​ຄົນ​ເອົາ​ເຄື່ອງ​ຂອງ​ມາ​ໃຫ້​ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ.ເຂົາເຈົ້າ​ມາ​ຈາກ​ຊາດ​ທີ່​ມີ​ຄົນ​ໂຕ​ສູງ​ແລະ​ຜິວ​ນຽນເຊິ່ງ​ເປັນ​ຊາດ​ທີ່​ຄົນ​ຢູ່​ໃກ້​ແລະ​ໄກ​ຢ້ານເປັນ​ຊາດ​ທີ່​ເຂັ້ມແຂງ​ແລະ​ຕໍ່ສູ້​ຊະນະ​ຊາດ​ອື່ນແລະ​ເປັນ​ຊາດ​ທີ່​ມີ​ແມ່​ນ້ຳ​ຫຼາຍ​ສາຍ​ໄຫຼ​ຜ່ານ.ເຂົາເຈົ້າ​ເອົາ​ເຄື່ອງ​ນັ້ນ​ມາ​ໃຫ້​ຢູ່​ພູ​ຊີໂອນ​ເຊິ່ງ​ມີ​ຊື່​ຂອງ​ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ.”+

ຂໍຄວາມໄຂເງື່ອນ

ຫຼື “ເສົາ​ໃຫ້​ສັນຍານ”