ເຢເຣມີຢາ 12:1-17

  • ເຢເຣມີຢາ​ຈົ່ມ​ໃຫ້​ພະເຈົ້າ​ຟັງ (1-4)

  • ພະ​ເຢໂຫວາ​ຕອບ (5-17)

12  ພະ​ເຢໂຫວາ​ເອີ້ຍ ເມື່ອ​ລູກ​ຮ້ອງ​ທຸກ​ກັບ​ພະອົງແລະ​ເມື່ອ​ລູກ​ເວົ້າ​ກ່ຽວ​ກັບ​ເລື່ອງ​ຄວາມ​ຍຸຕິທຳ​ກັບ​ພະອົງ ພະອົງ​ກໍ​ຈັດການ​ຢ່າງ​ຍຸຕິທຳ.+ ແຕ່​ເປັນ​ຫຍັງ​ຄົນ​ຊົ່ວ​ຄື​ຍັງ​ປະສົບ​ຄວາມ​ສຳເລັດ+ແລະ​ເປັນ​ຫຍັງ​ຄົນ​ທໍລະຍົດ​ຈຶ່ງ​ບໍ່​ທຸກ​ບໍ່​ຮ້ອນ​ຫຍັງ​ເລີຍ?  2  ພະອົງ​ປູກ​ເຂົາ​ເຈົ້າ​ແລະ​ເຂົາ​ເຈົ້າ​ກໍ​ປົ່ງ​ຮາກ​ອອກ​ມາ. ເຂົາ​ເຈົ້າ​ໃຫຍ່​ຂຶ້ນ​ແລະ​ເປັນ​ໝາກ. ເຂົາ​ເຈົ້າ​ເວົ້າ​ເຖິງ​ພະອົງ​ຕະຫຼອດ ແຕ່​ຄວາມ​ຄິດ​ທີ່​ເລິກ​ທີ່​ສຸດ*​ຂອງ​ເຂົາ​ເຈົ້າ​ພັດ​ຫ່າງ​ໄກ​ຈາກ​ພະອົງ.+  3  ພະ​ເຢໂຫວາ​ເອີ້ຍ ພະອົງ​ຮູ້​ຈັກ​ລູກ​ດີ+​ແລະ​ພະອົງ​ກໍ​ເຫັນ​ລູກ.ພະອົງ​ກວດ​ເບິ່ງ​ຫົວໃຈ​ຂອງ​ລູກ​ແລະ​ໄດ້​ເຫັນ​ວ່າ​ລູກ​ທຸ່ມເທ​ເພື່ອ​ພະອົງ.+ ຂໍ​ພະອົງ​ແຍກ​ເຂົາ​ເຈົ້າ​ອອກ​ມາ​ຄື​ກັບ​ແກະ​ທີ່​ຈະ​ຖືກ​ເອົາ​ໄປ​ຂ້າແລະ​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ​ຈົນ​ຮອດ​ມື້​ທີ່​ເຂົາ​ເຈົ້າ​ຈະ​ຕ້ອງ​ຖືກ​ຂ້າ.  4  ແຜ່ນດິນ​ຈະ​ແຫ້ງ​ແລ້ງ​ອີກ​ດົນ​ປານ​ໃດແລະ​ພືດ​ຜັກ​ທີ່​ຢູ່​ຕາມ​ໄຮ່​ຕ່າງ​ໆ​ຈະ​ຫ່ຽວ​ແຫ້ງ​ອີກ​ດົນ​ປານ​ໃດ?+ ສັດ​ປ່າ​ແລະ​ນົກ​ບໍ່​ມີ​ເຫຼືອ​ຈັກ​ໂຕ​ແລ້ວຍ້ອນ​ຄວາມ​ຊົ່ວ​ຂອງ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້. ເຂົາ​ເຈົ້າ​ເວົ້າ​ວ່າ: “ເພິ່ນ​ບໍ່​ຮູ້​ດອກ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ເຮົາ.”  5  “ແລ້ວ​ພະເຈົ້າ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ ຖ້າ​ເຈົ້າ​ແລ່ນ​ແຂ່ງ​ກັບ​ຄົນ ເຈົ້າ​ກໍ​ຍັງ​ເມື່ອຍແລ້ວ​ເຈົ້າ​ຈະ​ແລ່ນ​ແຂ່ງ​ກັບ​ມ້າ​ໄດ້​ແນວ​ໃດ?+ ເຖິງ​ວ່າ​ເຈົ້າ​ຮູ້ສຶກ​ປອດໄພ​ຢູ່​ໃນ​ແຜ່ນດິນ​ທີ່​ມີ​ຄວາມ​ສະຫງົບ​ສຸກແຕ່​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຈົ້າ​ຢູ່​ໃນ​ປ່າ​ທີ່​ຕຶບໜາ​ແຄມ​ແມ່​ນ້ຳ​ຈໍແດນ?  6  ແມ່ນ​ແຕ່​ອ້າຍ​ນ້ອງ​ຂອງ​ເຈົ້າ​ທີ່​ຢູ່​ໃນ​ເຮືອນ​ພໍ່​ຂອງ​ເຈົ້າກໍ​ຍັງ​ທໍລະຍົດ​ເຈົ້າ.+ ເຂົາ​ເຈົ້າ​ພາກັນ​ປ້ອຍ​ດ່າ​ເຈົ້າ ແລະ​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ເວົ້າ​ດີ​ນຳ​ເຈົ້າກໍ​ຢ່າ​ໄວ້ໃຈ​ເຂົາ​ເຈົ້າ.  7  ເຮົາ​ໄດ້​ປະ​ຖິ້ມ​ວິຫານ​ຂອງ​ເຮົາ.+ ເຮົາ​ໄດ້​ຖິ້ມ​ມໍລະດົກ​ຂອງ​ເຮົາ.+ ເຮົາ​ໄດ້​ມອບ​ຄົນ​ທີ່​ເຮົາ​ຮັກ​ຫຼາຍ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ.+  8  ສຳລັບ​ເຮົາ ມໍລະດົກ​ຂອງ​ເຮົາ​ກາຍ​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ຢູ່​ໃນ​ປ່າ. ມັນ​ແຜດ​ສຽງ​ຮ້ອງ​ໃສ່​ເຮົາ ເຮົາ​ຈຶ່ງ​ຊັງ​ຊາດ​ນີ້.  9  ສຳລັບ​ເຮົາ ມໍລະດົກ​ຂອງ​ເຮົາ​ເປັນ​ຄື​ກັບ​ນົກ​ລ່າ​ເຫຍື່ອ​ທີ່​ມີ​ຫຼາຍ​ສີ.*ນົກ​ລ່າ​ເຫຍື່ອ​ອື່ນ​ໆ​ກໍ​ມາ​ຫຸ້ມ​ໂຈມຕີ​ມັນ.+ ສັດ​ປ່າ​ທັງໝົດ​ທີ່​ຢູ່​ໃນ​ທົ່ງ​ຫຍ້າ​ເອີ້ຍ ມາ​ເດີ້ ໃຫ້​ມາ​ລວມ​ໂຕ​ກັນໃຫ້​ພາກັນ​ອອກ​ມາ​ກິນ​ເດີ້.+ 10  ຜູ້​ລ້ຽງ​ແກະ​ຫຼາຍ​ຄົນ​ໄດ້​ທຳລາຍ​ສວນ​ໝາກ​ລະແຊັງ​ຂອງ​ເຮົາ.+ເຂົາ​ເຈົ້າ​ຢຽບ​ດິນ​ທີ່​ເປັນ​ສ່ວນ​ຂອງ​ເຮົາ.+ ເຂົາ​ເຈົ້າ​ເຮັດ​ໃຫ້​ດິນ​ທີ່​ເປັນ​ຕາ​ຢູ່​ຂອງ​ເຮົາ​ກາຍ​ເປັນ​ບ່ອນ​ກັນດານ​ທີ່​ຮົກ​ຮ້າງ. 11  ມັນ​ກາຍ​ເປັນ​ບ່ອນ​ກັນດານ ມັນ​ກາຍ​ເປັນ​ບ່ອນ​ທີ່​ແຫ້ງ​ແລ້ງ*ແລະ​ເປັນ​ບ່ອນ​ທີ່​ຮ້າງ​ເປົ່າ​ໄປ​ຕໍ່​ໜ້າ​ຕໍ່​ຕາ​ເຮົາ.+ ແຜ່ນດິນ​ທັງໝົດ​ຖືກ​ເຮັດ​ໃຫ້​ເປັນ​ບ່ອນ​ຫວ່າງ​ເປົ່າແຕ່​ກໍ​ບໍ່​ມີ​ຜູ້​ໃດ​ຄິດ​ເຖິງ​ເລື່ອງ​ນີ້​ເລີຍ.+ 12  ພວກ​ຜູ້​ທຳລາຍ​ພາກັນ​ມາ​ຕາມ​ທາງ​ເກົ່າ​ໆ​ທຸກ​ເສັ້ນ​ທີ່​ຜ່ານ​ບ່ອນ​ກັນດານ.ດາບ​ຂອງ​ພະ​ເຢໂຫວາ​ກຳລັງ​ກືນ​ກິນ​ແຜ່ນດິນ​ຂ້າງ​ນີ້​ໄປ​ຈົນ​ຮອດ​ແຜ່ນດິນ​ຂ້າງ​ນັ້ນ+ ຍ້ອນ​ແນວ​ນີ້​ຈຶ່ງ​ບໍ່​ມີ​ຄວາມ​ສະຫງົບ​ສຸກ​ສຳລັບ​ໃຜ​ເລີຍ. 13  ເຂົາ​ເຈົ້າ​ຫວ່ານ​ເຂົ້າ​ວີດ* ແຕ່​ພັດ​ໄດ້​ເກັບ​ກ່ຽວ​ຕົ້ນ​ໜາມ.+ ເຂົາ​ເຈົ້າ​ເຮັດ​ວຽກ​ໜັກ​ຈົນ​ໝົດ​ແຮງ ແຕ່​ກໍ​ບໍ່​ໄດ້​ຫຍັງ. ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍແລະ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຜົນລະປູກ​ຫຍັງ​ແລະ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ອັບອາຍ.” 14  ພະ​ເຢໂຫວາ​ບອກ​ວ່າ: “ສຳລັບ​ເພື່ອນ​ບ້ານ​ທີ່​ຊົ່ວ​ໆ​ທັງໝົດ​ທີ່​ມັກ​ແຕະ​ມໍລະດົກ​ຂອງ​ເຮົາ​ທີ່​ເຮົາ​ເອົາ​ໃຫ້​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ+ ເຮົາ​ຈະ​ຫຼົກ​ເຂົາ​ເຈົ້າ​ອອກ​ຈາກ​ແຜ່ນດິນ​ໃຫ້​ໝົດ​ຮາກ​ໝົດ​ເຫງົ້າ+ ແລະ​ເຮົາ​ຈະ​ຫຼົກ​ຊາດ​ຢູດາ​ອອກ​ຈາກ​ເຂົາ​ເຈົ້າ​ນຳ. 15  ແຕ່​ຫຼັງ​ຈາກ​ທີ່​ຫຼົກ​ອອກ​ແລ້ວ ເຮົາ​ຈະ​ເມດຕາ​ເຂົາ​ເຈົ້າ​ອີກ​ເທື່ອ​ໜຶ່ງ ແລະ​ຈະ​ພາ​ເຂົາ​ເຈົ້າ​ແຕ່​ລະ​ຄົນ​ກັບ​ມາ​ແຜ່ນດິນ​ທີ່​ເປັນ​ມໍລະດົກ​ຂອງ​ເຂົາ​ເຈົ້າ. 16  ຖ້າ​ເຂົາ​ເຈົ້າ​ຕັ້ງໃຈ​ທີ່​ຈະ​ຮຽນ​ຮູ້​ແນວ​ທາງ​ຂອງ​ປະຊາຊົນ​ຂອງ​ເຮົາ​ແລະ​ສາບານ​ໂດຍ​ໃຊ້​ຊື່​ຂອງ​ເຮົາ​ໂດຍ​ເວົ້າ​ວ່າ ‘ພວກ​ເຮົາ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່!’ ຄື​ກັບ​ທີ່​ເຂົາ​ເຈົ້າ​ເຄີຍ​ສອນ​ປະຊາຊົນ​ຂອງ​ເຮົາ​ໃຫ້​ສາບານ​ຕໍ່​ພະ​ບາອານ ເຂົາ​ເຈົ້າ​ກໍ​ຈະ​ຈະເລີນ​ກ້າວໜ້າ​ໄປ​ພ້ອມ​ປະຊາຊົນ​ຂອງ​ເຮົາ. 17  ແຕ່​ຖ້າ​ຊາດ​ໃດ​ຊາດ​ໜຶ່ງ​ບໍ່​ເຊື່ອຟັງ ເຮົາ​ຈະ​ຫຼົກ​ຊາດ​ນັ້ນ​ຈົນ​ໝົດ​ຮາກ​ໝົດ​ເຫງົ້າ​ແລະ​ທຳລາຍ​ຖິ້ມ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ໝາກ​ໄຂ່​ຫຼັງ”
ຫຼື “ມີ​ລາຍ​ດ່າງ”
ຫຼື​ອາດ​ແປ​ວ່າ “ຮ້ອງໄຫ້​ໄວ້ທຸກ”
ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້